ລະວັງ!!​ ໃສ່ຄອນແທັກເລນຜິດວິທີ ສ່ຽງເປັນ ‘ແຜທີ່ກະຈົກຕາ’ ເຖິງຂັ້ນຕາບອດຖາວອນ

ໝໍເຕືອນ ໃສ່ຄອນແທັກເລນບໍ່ສະອາດ ໃສ່ນອນ ຫຼື ໃສ່ດົນເກີນ 8 ຊົ່ວໂມງ ສ່ຽງເກີດ “ແຜກະຈົກຕາ” ຕິດເຊື້ອຮຸນແຮງຮອດຂັ້ນຕາບອດ ແນະວິທີປ້ອງກັນແລະຮັກສາ   ໂຮງຫມໍເມັຕຕະປະຊາຣັກ (ວັດໄຣ່ຂິງ) ກົມການແພດ ເຕືອນໄພ “ແຜທີ່ກະຈົກຕາ” ພາວະອັນຕະລາຍທີ່ຫຼາຍຄົນເບິ່ງຂ້າມ   ໂດຍສະເພາະໃນກຸ່ມຜູ້ທີ່ໃສ່ຄອນແທັກເລນເປັນປະຈຳທັງເພື່ອຄວາມສວຍງາມຫຼືການແກ້ໄຂບັນຫາສາຍຕາ ເພາະຖ້າໃຊ້ງານຢ່າງບໍ່ຖືກວິທີ ເຊັ່ນ: ໃສ່ເລນດົນເກີນໄປ ບໍ່ຖອດຕອນນອນ ຫຼື ບໍ່ຮັກສາຄວາມສະອາດຢ່າງເໝາະສົມ ອາດນຳໄປສູ່ການອັກເສບ ຕິດເຊື້ອ ແລະ ຮຸນແຮງຮອດຂັ້ນສູນເສຍການເບິ່ງເຫັນຖາວອນ   ນາຍແພດໄພໂຣຈນ໌ ສຸລັດຕະນະວະນິດ ຮອງອະທິບໍດີກົມການແພດ ເປີດເຜີຍວ່າ ປັດຈຸບັນການໃຊ້ຄອນແທັກເລນໄດ້ຮັບຄວາມນິຍົມຫຼາຍຂຶ້ນ ແຕ່ໃນຂະນະດຽວກັນບັນຫາສຸຂະພາບຕາທີ່ເກີດຈາກການໃຊ້ງານບໍ່ເໝາະສົມກໍເພີ່ມຂຶ້ນນຳ ໂດຍສະເພາະ “ແຜທີ່ກະຈົກຕາ” ຊຶ່ງເກີດຈາກຫຼາຍສາເຫດ   ບໍ່ວ່າຈະເປັນການສີຕາແຮງໆ ການໃສ່ເລນຄ້າງຄືນ ຫຼື ການໃຊ້ຄອນແທັກເລນທີ່ບໍ່ສະອາດ ນອກຈາກນີ້ຜູ້ທີ່ມີພາວະຕາແຫ້ງ ຫຼື ພູມແພ້ຍັງມີຄວາມສ່ຽງຫຼາຍກວ່າຄົນທົ່ວໄປ ຖ້າມີອາການຕາແດງ ປວດຕາ ແສບຕາ ນ້ຳຕາໄຫຼ ຫຼື ເບິ່ງເຫັນບໍ່ແຈ້ງມົວ ຄວນຟ້າວພົບແພດໂດຍດ່ວນ […]

ນ້ຳຖ້ວມເນປານ ເສຍຊີວິດແລ້ວ 8 ຄົນ ສູນຫາຍອີກ 31 ຄົນ ນ້ຳຊັດເອົາຂົວເຊື່ອມຈີນຂາດ

ເກີດເຫດນ້ຳຖ້ວມຮຸນແຮງບໍລິເວນຊາຍແດນເນປານກັບຈີນ   ກະແສນ້ຳພັດພາເຮືອນບ້ານໄປຫລາຍຫລັງ ແລະ ເຮັດໃຫ້ຫນຶ່ງໃນຂົວເຊື່ອມລະຫວ່າງ 2 ປະເທດຂາດ ພົບຜູ້ເສຍຊີວິດແລ້ວ 8 ຄົນສູນຫາຍອີກ 31 ຄົນ   ສຳນັກຂ່າວຕ່າງປະເທດລາຍງານເມື່ອ 8 ກໍລະກົດ 2025 ວ່າ ຝົນທີ່ຕົກລົງມາຢ່າງໜັກເຮັດໃຫ້ເກີດນ້ຳຖ້ວມບ້ານຕ່າງໆ ບໍລິເວນພູເຂົາຮິມາໄລ ລະຫວ່າງປະເທດເນປານກັບຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 8 ຄົນສູນຫາຍອີກ 31 ຄົນ ໂດຍມວນນ້ຳມະຫາສານຊັດເອົາຂົວຂ້າມແມ່ນ້ຳໂພເຕໂກຊີ (Bhotekoshi) ທີ່ເຊື່ອມລະຫວ່າງເນປານກັບຈີນຈົນຂາດ   ກະແສນ້ຳຍັງພັດພາເຮືອນຫລາຍຫລັງ ກັບລົດບັນທຸກອີກຫລາຍຄັນທີ່ຈອດລໍຖ້າການກວດກາທາງພາສີອາກອນບໍລິເວນດ່ານຊາຍແດນ ລົດໄຟຟ້າຫລາຍຮ້ອຍຄັນທີ່ນຳເຂົ້າຈາກຈີນກໍຈອດຢູ່ບໍລິເວນດ່ານຊາຍແດນດັ່ງກ່າວດ້ວຍ   ຕອນນີ້ປະເທດໃນເອເຊຍໃຕ້ກຳລັງພົບກັບເຫດນ້ຳຖ້ວມ ແລະ ດິນຖະຫຼົ່ມຫລາຍຈຸດ ເນື່ອງຈາກຢູ່ໃນລະດູມໍລະສຸມຊ່ວງເດືອນມິຖຸນາ-ກັນຍາ   ໂຄສົກຕຳຫຼວດເນປານບອກກັບສຳນັກຂ່າວ ເອເອຟພີ ວ່າ ເຈົ້າໜ້າທີ່ກຳລັງມຸ່ງໝັ້ນໃນການປະຕິບັດການຄົ້ນຫາແລະຊ່ວຍເຫຼືອ ໂດຍຈົນເຖິງຕອນນີ້ພວກເຂົາຊ່ວຍເຫຼືອຜູ້ປະສົບໄພໄດ້ແລ້ວ 57 ຄົນ   ດ້ານສະຖານີໂທລະທັດ ຊີຊີທີວີ (CCTV) ຂອງຈີນ ລາຍງານວ່າ ເກີດຫາຍະນະດິນຖະຫຼົ່ມບໍລິເວນຊາຍແດນເມື່ອຕອນເຊົ້າມືດວັນອັງຄານ ເຮັດໃຫ້ມີຜູ້ສູນຫາຍ 11 […]

“ຊຽງໄຮ້” ເປີດສວນສະນຸກ “LEGOLAND” ໃຫຍ່ທີ່ສຸດໃນໂລກ ໃຊ້ LEGO ກວ່າ 85 ລ້ານຊິ້ນ !

ເລໂກ້ (LEGO) ບໍລິສັດເຄື່ອງຫຼິ້ນຕົວຕໍ່ລາຍໃຫຍ່ຈາກເດນມາກ ເປີດຕົວສວນສະນຸກເລໂກ້ແລນດ໌ທີ່ໃຫຍ່ທີ່ສຸດໃນໂລກ ໃນມະຫານະຄອນຊຽງໄຮ້ ປະເທດຈີນ ເພື່ອດຶງດູດນັກທ່ອງທ່ຽວທີ່ຊື່ນຊອບເລໂກ້ຈາກທົ່ວທຸກມຸມໂລກ   ເລໂກ້ແລນດ໌ ຊຽງໄຮ້ ຣີສອດ (LEGOLAND Shanghai Resort) ມີພື້ນທີ່ກວ້າງກວ່າ 318,000 ແມັດກ້ອນ ຖືເປັນຣີສອດ LEGOLAND ແຫ່ງທີ່ 11 ຂອງໂລກ ແລະ ເປັນແຫ່ງທຳອິດໃນປະເທດຈີນ ອອກແບບໃຫ້ເໝາະກັບຜູ້ເຂົ້າຊົມຫຼາກຫຼາຍໄວ ທັງຄອບຄົວ ຜູ້ໃຫຍ່ ແລະ ເດັກ ໂດຍສະເພາະເດັກໆ ອາຍຸ 2 – 12 ປີ   ພື້ນທີ່ດ້ານໃນແບ່ງຕາມທີມອອກເປັນ 8 ສ່ວນ ເຊັ່ນ “LEGOLAND Imagination Zone” ແລະ “LEGO Monkey King” ຊຶ່ງມີເຄື່ອງຫຼິ້ນແບບໂຕ້ຕອບ ການສະແດງ ແລະ ແຫຼ່ງທ່ອງທ່ຽວຈຳລອງຈາກອິດ LEGO ໃຫ້ຊົມຫຼາຍກວ່າ 75 ລາຍການ […]

ປະຫວັດຄວາມເປັນມາ “ບຸນເຂົ້າພັນສາ” (ວັນອາສາລະຫະບູຊາ) ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025

ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025 ຂື້ນ 15 ຄ່ຳເດືອນ 8 ລາວ ພ.ສ 2568✨️🙏🌻   ວັນເຂົ້າພັນສາເປັນວັນສຳຄັນໃນທາງພຣະພຸທທະສາສນາອີກວັນໜື່ງ ປີໜື່ງມີເທື່ອດຽວ ແລະ ມີກຳໜົດສາມເດືອນ ຫລື ຫນຶ່ງໄຕຣມາດ ເພື່ອໃຫ້ບັນພະຊິດ ແລະ ຄະຣຶຫັດອຸປາສົກ,ອຸປາສິກາ,ເຍົາວະຊົນ ຜູ້ມີຈິດສັທທາໄດ້ພໍ່າເພັງສີລທານ,ພາວະນາແລະ ຖວາຍທານ ໃຫ້ບໍລິສຸດເຕັມໄຕຣມາດສາມເດືອນ ເພື່ອປະໂຍດຕົນ,ປະໂຍດຜູ້ອື່ນ ແລະເພື່ອເພິ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ ເຕັມປ່ຽມ ມີການຖວາຍຜ້າອາບນໍ້າຝົນແລະຜ້າໄຕຣຈີວອນເປັນຕົ້ນ.     ໃນໄລຍະຊ່ວງເຂົ້າພັນສານີ້ພຣະສົງຄ໌ຈະອະທິຖານວ່າຈະປະຈຳຢູ່ທີ່ໃດທີ່ນໜຶ່ງຕະຫຼລອດລະດູຝົນທີ່ມີກຳນົດໄລຍະເວລາ ສາມເດືອນ ຕາມທີ່ພຣະທັມວິນັຍ ບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ ວັນແຮມ 1 ຄໍ່າ ເດືອນແປດຂອງທຸກປີເຖິງວັນຂຶ້ນ 15 ຄໍ່າເດືອນ​11 (ຖ້າປີນັ້ນມີເດືອນແປດສອງຫົນ ກໍຈະນັບເດືອນແປດຫລັງໄປ)   ໃນສະໃໝຕົ້ນພຸທທະກາລ ພຣະພຸທທະເຈົ້າບໍ່ໄດ້ວາງລະບຽບ ເລື່ອງການເຂົ້າພັນສາໄວ້ ແຕ່ການເຂົ້າ ພັນສານັ້ນເປັນສິ່ງທີ່ ພຣະພຸທອົງຄ໌ ແລະ ພຣະສົງຄ໌ສາວົກໄດ້ປະຕິບັດກັນມາໂດຍຕລອດ […]

Jack Dorsey ເປີດຕົວ ແອັບແຊັດ ຜ່ານ “Bluetooth” ບໍ່ຕ້ອງມີອິນເຕີເນັດ ກໍສົ່ງຂໍ້ຄວາມຫາກັນໄດ້

ລ່າສຸດ ແຈັກ ດໍເຊຍ ຜູ້ກໍ່ຕັ້ງຮ່ວມ Twitter ປະກາດເປີດຕົວແອັບພລິເຄຊັນສົ່ງຂໍ້ຄວາມ ຫຼື ແອັບພລິເຄຊັນແຊັດ ຊື່ “Bitchat”   ຄວາມໜ້າສົນໃຈຂອງແອັບພລິເຄຊັນຢູ່ທີ່ການສົ່ງຂໍ້ຄວາມແບບ Peer-to-Peer (P2P) ທີ່ເຮັດວຽກຜ່ານບລູທູດເທົ່ານັ້ນ ຫຼືກໍຄືສົ່ງຂໍ້ຄວາມໄດ້ໂດຍກົງ ໂດຍບໍ່ຕ້ອງຜ່ານເຄື່ອງເຊີຟເວີກາງ ແລ້ວລາຍລະອຽດຂອງ Bitchat ຍັງມີຫຍັງແດ່?   ວິທີການເຮັດວຽກຂອງ Bitchat   ອັນທີ່ກ່າວໄປເບື້ອງຕົ້ນ ການສົ່ງຂໍ້ຄວາມສາມາດເຮັດໄດ້ທັນທີ ບໍ່ຕ້ອງມີອີເມລ ເບີໂທລະສັບ ຫຼື ບັນຊີ ແຕ່ຫຼາຍຄົນກໍອາດສົງໄສວ່າ ແລ້ວໄລຍະ Bluetooth ອາດສົ່ງຂໍ້ຄວາມໄດ້ໃນໄລຍະລັດສະໝີບໍ່ໄກ ຫຼືບໍ?   ຄຳຕອບຄື ແມ່ນ ພຽງແຕ່ຕອນກຳລັງເຊື່ອມຕໍ່ຫາຄົນທີ່ຕ້ອງການສົນທະນາດ້ວຍ ຫຼັງຈາກນັ້ນລະບົບຈະຝາກສົ່ງຕໍ່ໆກັນໄປ ຈາກເຄື່ອງໜຶ່ງສູ່ອີກເຄື່ອງເອງ   ອະທິບາຍໃຫ້ເຫັນພາບງ່າຍໆ:   ສົມມຸດເຮົາໃຊ້ງານມືຖືເຄື່ອງທີ່ 1 ສົ່ງຂໍ້ຄວາມຄຳວ່າ “ສະບາຍດີ” ຫາໝູ່ໃນເຄື່ອງທີ່ 2 ຕອນເວລາເຊື່ອມຕໍ່ກັນ ເຄື່ອງທີ່ 1 ແລະ ເຄື່ອງທີ່ […]

ອິສຣາແອລໂຈມຕີທົ່ວກາຊາ ຍຶດພື້ນທີ່ໄດ້ກວ່າ 80% ຍອດຜູ້ເສຍຊີວິດໃນກາຊາເປັນຢ່າງຫນ້ອຍ 57,418 ຄົນ

ກະຊວງສາທາລະນະສຸກຂອງຮາມາສທີ່ດູແລເຂດກາຊາເປີດເຜີຍວ່າ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ມີຜູ້ເສຍຊີວິດຈາກການໂຈມຕີຂອງອິສຣາແອລໃນເຂດກາຊາເພີ່ມຂຶ້ນຢ່າງຫນ້ອຍ 80 ຄົນ ບາດເຈັບອີກ 304 ຄົນ ແລະ ອີກຈຳນວນຫຼາຍອາດຕິດຢູ່ພາຍໃຕ້ຊາກອາຄານເຮືອນທີ່ພັງຖະລົ່ມ ເພີ່ມຍອດຜູ້ເສຍຊີວິດໃນກາຊາເປັນຢ່າງຫນ້ອຍ 57,418 ຄົນ ບາດເຈັບ 136,261 ຄົນ   ດ້ານກອງທັບອິສຣາແອລເປີດເຜີຍວ່າ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ໄດ້ດຳເນີນການໂຈມຕີເປົ້າໝາຍຕ່າງໆ ທົ່ວເຂດກາຊາກວ່າ 130 ແຫ່ງ   ສ່ວນໃຫຍ່ເປັນສູນບັນຊາການ ແລະ ໂຄງສ້າງພື້ນຖານຂອງກຸ່ມຮາມາສ ສາງອາວຸດ ແທ່ນຍິງລູກຈະຫຼວດ ລວມທັງສັງຫານກຸ່ມຕິດອາວຸດໄດ້ຈຳນວນຫຼາຍໃນເມືອງກາຊາຊິຕີ້ ແລະ ຈາບາເລຍ   ນອກຈາກນີ້ ກອງທັບອິສຣາແອລຍັງໄດ້ປະກາດໃຫ້ຊາວປາເລັສຕາຍໃນເມືອງຂານ ຢູນິສ ທາງພາກໃຕ້ຂອງກາຊາ ເກັບເຄື່ອງອົບພະຍົບອອກຈາກພື້ນທີ່ຕັ້ງແຕ່ຊ່ວງແລງວັນອາທິດທີ່ຜ່ານມາ ເພື່ອກະກຽມກ້າວໄປດຳເນີນການທາງທະຫານຢ່າງໜັກໜ່ວງຮອບໃໝ່ໃນພື້ນທີ່ດັ່ງກ່າວ     ໃນຂະນະທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພລະດັບສູງຂອງກຸ່ມຮາມາສເປີດເຜີຍກັບສຳນັກຂ່າວບີບີຊີວ່າ ຜົນຈາກການໂຈມຕີທາງອາກາດຂອງອິສຣາແອລ ສົ່ງຜົນໃຫ້ກຸ່ມຕິດອາວຸດໃນປາເລັສຕາຍ ສູນເສຍການຄວບຄຸມພື້ນທີ່ໃນເຂດກາຊາໄປແລ້ວກວ່າຮ້ອຍລະ 80   ນອກຈາກນີ້ຍັງເຮັດໃຫ້ລະບົບການບັງຄັບບັນຊາແລະການຄວບຄຸມຂອງກຸ່ມຮາມາສລົ້ມລະລາຍ ໃນເວລານີ້ໂຄງສ້າງດ້ານຄວາມໝັ້ນຄົງຂອງກຸ່ມຮາມາສເກືອບບໍ່ເຫຼືອຫຍັງອີກແລ້ວ ແລະ ຜູ້ນຳແລະເຈົ້າໜ້າທີ່ລະດັບຜູ້ບັນຊາການຂອງກຸ່ມທັງໝົດກໍຖືກສັງຫານໄປດ້ວຍ […]

ລົດໃຫຍ່ ຕໍາເອົາລົດຈັກຈອດຢູ່ແຄມທາງ(ຄົນຂັບເປັນຄົນຈີນ) 2 ຄັນ ມີຜູ້ເສຍຊີວິດ 1 ຄົນ ບາດເຈັບ 3 ຄົນ

ຕາມການບອກເລົ່າຜູ້ເຫັນເຫດການ ເວລາປະມານ 10:30 ທີ 8 ກໍລະກົດ 2025 ໄດ້ເກີດອຸບັດຕິເຫດ ລົດໃຫຍ່ ຄົນຂັບເປັນຄົນຈີນ ໄດ້ຕໍາເອົາລົດຈັກ ທີ່ຈອດຢູ່ແຄມທາງ   ຢູ່ເຂດປໍ້ານໍ້າມັນນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເພດຍິງ ແລະ ໄດ້ຮັບບາດເຈັບ 3 ຄົນ.   ຜູ້ເສຍຊິວີດ ຊື່ ນາງປ້ອງ ຢູ່ບ້ານ ດອນໄຊ ເມື່ອງໄຊ ແຂວງອຸດົມໄຊ               ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ   ທີ່ມາ:ຄວາມສະຫງົບ Lao Security News; Creamm Wang

ນັກວິໄຈພົບ “ກຸ່ມໂປຣຕີນ” ທີ່ຊ່ວຍຕ້ານມະເຮັງ ຊະລໍຄວາມແກ່

ນັກວິທະຍາສາດຈາກສະຖາບັນວິໄຈການແພດເດັກ (CMRI) ໃນນະຄອນຊິດນີ້ຂອງອົດສະຕາລີ ພົບກຸ່ມໂປຣຕີນທີ່ອາດປ່ຽນແປງແນວທາງການຮັກສາໂລກມະເຮັງ ແລະ ໂລກທີ່ກ່ຽວຂ້ອງກັບຄວາມແກ່   ໂດຍໂປຣຕີນເຫຼົ່ານີ້ມີບົດບາດສຳຄັນໃນການຄວບຄຸມເອນໄຊມ໌ເທໂລເມີເຣສ (telomerase) ຊຶ່ງເຮັດໜ້າທີ່ປົກປ້ອງດີເອັນເອລະຫວ່າງການແບ່ງເຊວ   ຄວາມຄືບໜ້າໃນການຄົ້ນພົບຄັ້ງນີ້ຊ່ວຍອະທິບາຍເຖິງບົດບາດຂອງເອນໄຊມ໌ເທໂລເມີເຣສໃນການສະໜັບສະໜູນກະບວນການສູງໄວຢ່າງມີສະພາວະ ແລະ ໃນຂະນະດຽວກັນຍັງເປັນຕົວກະຕຸ້ນການເຕີບໂຕຂອງເຊວມະເຮັງ ໂດຍການວິໄຈໄດ້ເປີດໂອກາດໃໝ່ສຳລັບການພັດທະນາການຮັກສາທີ່ຊະລໍຄວາມແກ່ ຫຼື ຢຸດຢັ້ງການເຕີບໂຕຂອງມະເຮັງຜ່ານການມຸ່ງເປົ້າໄປທີ່ໂປຣຕີນທີ່ຄົ້ນພົບໃໝ່ນີ້   ການສຶກສາດັ່ງກ່າວເຜີຍແພ່ໃນວາລະສານເນເຈີ ຄອມມູນິເຄຊັນສ໌ (Nature Communications) ລະບຸວ່າເອນໄຊມ໌ເທໂລເມີເຣສເຮັດໜ້າທີ່ຮັກສາເທໂລເມຍ (Telomere) ຫຼື ສ່ວນທີ່ຢູ່ບໍລິເວນປາຍສຸດຂອງໂຄໂຣໂມໂຊມ   ຊຶ່ງສຳຄັນຕໍ່ຄວາມໝັ້ນຄົງຂອງສານກຳມະພັນ (genetic stability) ໂດຍເອນໄຊມ໌ນີ້ຈຳເປັນສຳລັບສຸຂະພາບຂອງເຊວຕົ້ນກຳເນີດ ແລະ ເຊວພູມຄຸ້ມກັນບາງປະເພດ ແຕ່ເຊວມະເຮັງມັກໃຊ້ເທໂລເມີເຣສເປັນເຄື່ອງມືໃນການແບ່ງຕົວຢ່າງຄວບຄຸມບໍ່ໄດ້   ທີມວິໄຈຄົ້ນພົບວ່າໂປຣຕີນ 3 ຊະນິດ ໄດ້ແກ່ໂນໂນ (NONO) ເອສເອຟພີຄິວ (SFPQ) ແລະ ພີເອສພີຊີ1 (PSPC1) ຊ່ວຍນຳທາງເອນໄຊມ໌ເທໂລເມີເຣສໄປຍັງສ່ວນປາຍຂອງໂຄໂຣໂມໂຊມ ຫາກໄປຂັດຂວາງການເຮັດວຽກຂອງໂປຣຕີນເຫຼົ່ານີ້ໃນເຊວມະເຮັງ ຈະສາມາດຢຸດການຊ່ອມແຊມເທໂລເມຍ ແລະ ອາດຢຸດການເຕີບໂຕຂອງເຊວມະເຮັງໄດ້   ອະເລັກຊານເດີ ໂຊບິນອຟຟ໌ ຫົວໜ້າຜູ້ຂຽນການສຶກສາດັ່ງກ່າວ ລະບຸວ່າການຄົ້ນພົບນີ້ສະແດງໃຫ້ເຫັນວ່າໂປຣຕີນເຫຼົ່ານີ້ເຮັດໜ້າທີ່ຄືເຈົ້າໜ້າທີ່ຄວບຄຸມການຈະລາຈອນລະດັບໂມເລກຸນ […]

ອີລອນ ມັສກ໌ ລະບຸວ່າລາວກຳລັງກໍ່ຕັ້ງພັກການເມືອງຂຶ້ນມາໃໝ່ ຫຼັງຈາກເກີດຄວາມຂັດແຍ້ງຮຸນແຮງກັບປະທານາທິບໍດີໂດນັລດ໌ ທຣັມ ຂອງສະຫະລັດ

ອີລອນ ມັສກ໌ ຊີອີໂອແຫ່ງເທສລາ ລະບຸວ່າລາວກຳລັງກໍ່ຕັ້ງພັກການເມືອງຂຶ້ນມາໃໝ່ ຫຼັງຈາກເກີດຄວາມຂັດແຍ້ງຮຸນແຮງກັບປະທານາທິບໍດີໂດນັລດ໌ ທຣັມ ຂອງສະຫະລັດ ເມື່ອຫຼາຍອາທິດກ່ອນ   ມະຫາເສດຖີຜູ້ນີ້ປະກາດເລື່ອງການຕັ້ງພັກການເມືອງຜ່ານແພລດຟອມ “ເອັກຊ໌” ໂດຍລະບຸວ່າ ເຂົາກຳລັງຕັ້ງພັກທີ່ຊື່ວ່າ “ພັກອະເມຣິກາ” (America Party) ແລະ ບອກວ່າພັກນີ້ຈະເປັນທາງເລືອກທ້າທາຍຕໍ່ລະບົບການເມືອງແບບສອງພັກຂອງສະຫະລັດ ຊຶ່ງໄດ້ແກ່ ພັກຣີພັບລິກັນ ແລະ ພັກເດໂມແຄຣັດ   ຢ່າງໃດກໍຕາມ ຍັງບໍ່ຊັດເຈນວ່າພັກດັ່ງກ່າວໄດ້ຈົດທະບຽນຢ່າງເປັນທາງການ ກັບໜ່ວຍງານການເລືອກຕັ້ງຂອງສະຫະລັດແລ້ວຫຼືບໍ່ ແລະ ມັສກ໌ ກໍຍັງບໍ່ໄດ້ເປີດເຜີຍລາຍລະອຽດວ່າໃຜຈະເປັນຜູ້ນຳພັກ ຫຼື ພັກນີ້ຈະມີຮູບແບບຢ່າງໃດ   ມັສກ໌ ເຄີຍເວົ້າເຖິງຄວາມປາຖະໜາໃນການຕັ້ງພັກການເມືອງເປັນຄັ້ງທຳອິກ ລະຫວ່າງທີ່ລາວກຳລັງມີເຫດການບາດຫມາງກັບໂດນັລດ໌ ທຣັມ ແລະ ມີປາກສຽງກັນຢ່າງດຸເດືອດໃນທີ່ສາທາລະນະກັບອະດີດພັນທະມິດຂອງລາວ   ຊຶ່ງເຮັດໃຫ້ລາວອອກຈາກຕຳແໜ່ງທາງການບໍລິຫານໃນລັດຖະບານທຣັມ ທີ່ລາວເຂົ້າໄປມີສ່ວນຮ່ວມໃນການຕັດຫຼຸດງົບປະມານພາກລັດທີ່ບໍ່ຈຳເປັນ ຫຼື ທີມທີ່ຮູ້ຈັກກັນໃນຊື່ ກະຊວງປະສິດທິພາບຂອງລັດຖະບານ ຫຼື Department of Government Efficiency (Doge)   ລະຫວ່າງທີ່ລາວກຳລັງຂັດແຍ້ງກັບທຣັມ ມັສກ໌ໄດ້ໂພສຕ໌ແບບສຳຫຼວດເທິງ “ເອັກຊ໌” ໂດຍຖາມຜູ້ໃຊ້ງານໃນແພລດຟອມໂຊຊຽລດັ່ງກ່າວວ່າຄວນຈະມີພັກການເມືອງໃໝ່ໃນສະຫະລັດຫຼືບໍ່ […]

ຍອດຜູ້ເສຍຊີວິດເຫດການນ້ຳຖ້ວມລັດເທັກຊັສ ສູງເຖິງ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ

ຜູ້ເສຍຊີວິດຈາກເຫດນ້ຳຖ້ວມກະທັນຫັນໃນລັດເທັກຊັສຂອງສະຫະລັດ ເພີ່ມຂຶ້ນເປັນຫຼາຍກວ່າ 100 ຄົນແລ້ວ ທ່າມກາງຄວາມຫວັງພົບຜູ້ລອດຊີວິດທີ່ນ້ອຍລົງ   ຍອດຜູ້ເສຍຊີວິດຈາກອຸທົກກະໄພກະໃນລັດເທັກຊັສຂອງສະຫະລັດ ຕັ້ງແຕ່ເມື່ອວັນທີ່ 4 ກໍລະກົດ ທີ່ຜ່ານມາ ສູງຂຶ້ນເປັນກວ່າ 100 ຄົນແລ້ວ ແລະ ຍັງມີຜູ້ສູນຫາຍອີກຈຳນວນໜຶ່ງ   ທີມຄົ້ນຫາ ແລະ ກູ້ໄພກຳລັງລຸຍຜ່ານຂອບຝັ່ງແມ່ນ້ຳທີ່ເຕັມໄປດ້ວຍກອງຂີ້ຕົມທັບ ຂະນະທີ່ຝົນ ແລະ ພາຍຸຝົນຟ້າຄະນອງຍັງຄົງເກີດຂຶ້ນ ແຕ່ຄວາມຫວັງທີ່ຈະພົບຜູ້ລອດຊີວິດເພີ່ມເຕີມໜ້ອຍລົງ   “ຄ່າຍມິສຕິກແຄມປ໌” ຄ່າຍລະດູຮ້ອນສຳລັບເດັກຍິງຄຣິສຕຽນຢືນຢັນວ່າ ມີເດັກຍິງແລະເຈົ້າໜ້າທີ່ຢ່າງໜ້ອຍ 27 ຄົນລວມຢູ່ໃນກຸ່ມຜູ້ເສຍຊີວິດ ສ່ວນເດັກຍິງອີກ 10 ຄົນ ແລະ ທີ່ປຶກສາຄ່າຍຍັງຄົງສູນຫາຍ     ໃນບັນດາຜູ້ເສຍຊີວິດ ສາມາດຢືນຢັນຕົວຕົນໄດ້ແລ້ວ 84 ຄົນ ເປັນຜູ້ໃຫຍ່ 56 ຄົນ ແລະ ເດັກ 28 ຄົນ ແຕ່ຍັງບໍ່ມີການລະບຸຕົວຕົນຂອງຜູ້ໃຫຍ່ 22 ຄົນ ແລະ ເດັກ 10 ຄົນໄດ້ […]