ກອງທັບພາກ 2 ຂອງໄທ ເປີດເຜີຍ ກຳປູເຈຍ ລະເມີດຂໍ້ຕົກລົງຢຸດຍິງ ພົບ ຍັງກໍ່ກວນ-ໂຈມຕີໄທຫຼາຍພື້ນທີ່

ຫຼັງຈາກການປະຊຸມພິເສດ ທີ່ ເມືອງປຸຕຣາຈາຍາ ປະເທດມາເລເຊຍ ໄທ-ກຳປູເຈຍ ຕົກລົງຢຸດຍິງທັນທີໂດຍບໍ່ມີເງື່ອນໄຂ ມີຜົນຕັ້ງແຕ່ເວລາ 24.00 ໂມງ ວັນທີ່ 28 ກໍລະກົດ 2025ທີ່ຜ່ານມາ   ຫຼ້າສຸດເຊົ້າວັນນີ້ (29 ກໍລະກົດ 2025) ກອງທັບພາກທີ່ 2 ລາຍງານວ່າ ຝ່າຍກຳປູເຈຍລະເມີດຂໍ້ຕົກລົງຢຸດຍິງ ພົບການກໍ່ກວນ ແລະ ການໃຊ້ອາວຸດໂຈມຕີເຂົ້າມາໃນຫຼາຍພື້ນທີ່ ຝ່າຍໄທຕອບໂຕ້ກັບຄືນຕາມສະຖານະການ ດ້ານການພົບປະຜູ້ນຳຫົວໜ່ວຍທະຫານໃນພື້ນທີ່ ໂຄສົກ ກອງທັບພາກ 2 ເປີດເຜີຍຍັງຄົງມີຄວາມພະຍາຍາມດຳເນີນການ   ກອງທັບບົກ ໄດ້ຮັບລາຍງານຈາກກອງທັບພາກທີ່ 2 ເຖິງສະຖານະການຕາມແນວຊາຍແດນໄທ – ກຳປູເຈຍ ໂດຍຫຼັງຈາກຝ່າຍໄທໄດ້ປະຕິບັດຕາມຂໍ້ຕົກລົງຢຸດຍິງຫຼັງເວລາ 24.00 ໂມງ ແລະ ເຝົ້າລະວັງຕິດຕາມສະຖານະການໃນແນວໜ້າຢ່າງໃກ້ຊິດ   ຫົວໜ່ວຍທະຫານໃນພື້ນທີ່ໄດ້ລາຍງານພົບການປະຕິບັດທາງທະຫານຂອງຝ່າຍກຳປູເຈຍໃນຫຼາຍເຫດການຕະຫຼອດຄືນຈົນເຖິງຊ່ວງເຊົ້າ   ໂດຍພົບການກໍ່ກວນແລະໃຊ້ອາວຸດຍິງສະໜັບສະໜູນເຂົ້າມາໃນພື້ນທີ່ຝ່າຍໄທ ໃນຫຼາຍພື້ນທີ່ ໄດ້ແກ່ ພື້ນທີ່ຊ່ອງບົກ, ພື້ນທີ່ຊ່ອງອານມ້າ, ພື້ນທີ່ຊຳແຕ, ພື້ນທີ່ປາສາດຕາຄວາຍ ແລະ ພື້ນທີ່ພູມະເຂືອ […]

ຄວາມສຳຄັນຂອງການປ່ຽນແປງ ແລະ ການພັດທະນາບັດປະຈຳຕົວປະຊາຊົນ ໃຫ້ມີຄວາມທັນສະໄໝ ເພື່ອກ້າວເຂົ້າສູ່ຍຸກດິຈິຕ໋ອນ

ຄວາມສຳຄັນຂອງການປ່ຽນແປງ ແລະ ການພັດທະນາບັດປະຈຳຕົວປະຊາຊົນ   ປະເທດລາວ ດິນແດນແຫ່ງຄວາມສະຫງົບ ແລະ ສວຍສົດງົດງາມ ກຳລັງກ້າວເຂົ້າສູ່ຍຸກເຕັກໂນໂລຊີທີ່ທັນສະໄໝ, ເຊິ່ງມີບົດບາດສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນ, ມັນເປັນສິ່ງຈໍາເປັນທີ່ຈະປັບຕົວໃຫ້ທັນກັບການປ່ຽນແປງຢ່າງໄວວາຂອງສັງຄົມ.     ສໍາລັບ ສປປ ລາວ ການພັດທະນາບັດປະຈໍາຕົວ ເພື່ອຫັນເຂົ້າສູ່ຍຸກດິຈິຕ໋ອນ ບໍ່ພຽງແຕ່ເປັນການປ່ຽນແປງທາງດ້ານເຕັກໂນໂລຊີທີ່ທັນສະໄໝ, ແຕ່ມັນເປັນການປ່ຽນແປງທີ່ສຳຄັນທີ່ຈະຫັນປ່ຽນອະນາ ຄົດຂອງປະເທດ.   ບັດປະຈໍາຕົວແບບເກົ່າທີ່ພວກເຮົາເຄີຍນຳໃຊ້ແມ່ນມີຂໍ້ຈໍາກັດຫຼາຍຢ່າງ, ເຊິ່ງຂໍ້ມູນໃນບັດປະຈຳຕົວແບບເກົ່າຍັງບໍ່ສາມາດເຊື່ອມໂຍງກັບຂະແໜງການອື່ນໄດ້ ລວມທັງຄວາມປອດໄພຂອງຂໍ້ມູນ.   ມາຮອດປັດຈຸບັນ, ລັດຖະບານເຫັນໄດ້ຄວາມສໍາຄັນ ຈຶ່ງພັດທະນາຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃຫ້ມີຄວາມທັນສະໄໝ ເພື່ອກ້າວເຂົ້າສູ່ຍຸກດິຈິ ຕ໋ອນ ແລະ ເປັນໂອກາດທີ່ດີ ທີ່ຈະເຮັດໃຫ້ພວກເຮົາພັດທະນາລະບົບບັດປະຈຳຕົວໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.       ບັດປະຈໍາຕົວດິຈິຕອນ ຈະຊ່ວຍໃຫ້ປະຊາຊົນເຂົ້າເຖິງການບໍລິການຕ່າງໆ ຂອງພາກລັດ ແລະ ເອກະຊົນ ຢ່າງສະດວກ, ສະບາຍ ແລະ ວ່ອງໄວ ບໍ່ວ່າຈະເປັນການເຮັດທຸລະກໍາອອນໄລນ໌, ການຮ້ອງຂໍເອກະສານ ຫຼື ຕິດຕໍ່ກັບອົງການຂອງລັດຖະບານ;   ນອກນີ້, […]

ຮຸນ ເຊັນ ໂພສຊົມເຊີຍ ໂດນາລ ທຣຳ ຊຸກຍູ້ຢຸດຍິງ ຊ່ວຍຊີວິດຄົນນັບບໍ່ຖ້ວນ

ສົມເດັດ ຮຸນ ເຊັນ ໂພສຂໍ້ຄວາມໃໝ່ຊົມເຊີຍ ໂດນາລ ທຣຳ ວ່າເປັນຜູ້ຊຸກຍູ້ຂໍ້ຕົກລົງຢຸດຍິງ ເຊີງຊ່ວຍຊີວິດຄົນຫຼາຍຄົນ ພ້ອມແນບຕິດຮູບທີ່ເຄີຍຖ່າຍຮ່ວມກັນໃນອະດີດ   ເມື່ອຊ່ວງເຊົ້າມືດວັນອັງຄານທີ່ 29 ກໍລະກົດ 2025  ເຟສບຸກຂອງສົມເດັດ ຮຸນ ເຊັນ ໂພສຂໍ້ຄວາມໃໝ່ ສະແດງຄວາມຂອບໃຈ ໂດນາລ ທຣຳ ປະທານາທິບໍດີສະຫະລັດ ທີ່ເປັນຜູ້ຊຸກຍູ້ຈົນເກີດຂໍ້ຕົກລົງຢຸດຍິງລະຫວ່າງກຳປູເຈຍກັບໄທ ເຊິ່ງຊ່ວຍຊີວິດຄົນຫຼາຍຄົນ ລວມທັງຂອບໃຈຜູ້ນຳມາເລເຊຍທີ່ເປັນເຈົ້າພາບຈັດການປະຊຸມ ແລະ ປະເທດອື່ນໆທີ່ສະໜັບສະໜູນດ້ວຍ   ຂໍ້ຄວາມຂອງສົມເດັດ ຮຸນ ເຊັນ ລະບຸວ່າ “ຄວາມສຳເລັດຈາກຄວາມຄິດລິເລີ່ມອັນໜ້າປະທັບໃຈໂດຍ ໂດນາລ ທຣຳ ໄດ້ຊ່ວຍຊີວິດປະຊາຊົນຫຼາຍໝື່ນຄົນຈາກສົງຄາມລະຫວ່າງກຳປູເຈຍກັບໄທ”   “ກ່ອນອື່ນ ຂ້າພະເຈົ້າຢາກຂໍສະແດງຄວາມຂອບໃຈຕໍ່  ປະທານາທິບໍດີ ໂດນາລ ທຣຳ ຄວາມຄິດລິເລີ່ມອັນມີວິໄສທັດກວ້າງໄກໃນການສ້າງຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບລະຫວ່າງກຳປູເຈຍກັບໄທ ຄວາມຄິດລິເລີ່ມນີ້ແມ່ນຄວາມສຳເລັດຄັ້ງໃຫຍ່ທີ່ຊ່ວຍຊີວິດນັບບໍ່ຖ້ວນທັງໃນກຳປູເຈຍແລະໃນໄທ”   “ຂ້າພະເຈົ້າຢາກຂໍຂອບໃຈ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຜູ້ຊ່ວຍຈັດກຽມສະຖານທີ່ປະຊຸມແລະອຳນວຍຄວາມສະດວກໃຫ້ກັບການທຳຂໍ້ຕົກລົງຢຸດຍິງຄັ້ງນີ້ ຂໍ້ຕົກລົງຢຸດຍິງ ແລະ […]

ເລີ່ມແລ້ວ ກອງປະຊຸມໄກ່ເກ່ຍ ຂໍ້ຕົກລົງຢຸດຍິງ ໃນຂໍ້ຂັດແຍ້ງຊາຍແດນໄທ-ກຳປູເຈຍ ໄດ້ຈັດຂຶ້ນໃນມາເລເຊຍ.

ເລີ່ມແລ້ວ ປະຊຸມໄກ່ເກ່ຍ ຄວາມຂັດແຍ້ງບໍລິເວນຊາຍແດນໄທ-ກຳປູເຈຍ ທີ່ກຸງປຸດຣາຈາຍາ ປະເທດມາເລເຊຍ ຕາມຄຳເຊີນຈາກ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ   ສຳນັກຂ່າວຣອຍເຕີ-ລາຍງານຄວາມຄືບໜ້າການປຶກສາຫາລືຮ່ວມກັນກ່ຽວກັບສະຖານການຄວາມຂັດແຍ້ງບໍລິເວນຊາຍແດນໄທ-ກຳປູເຈຍ ທີ່ກຸງປຸດຣາຈາຍາ ປະເທດມາເລເຊຍ ຕາມຄຳເຊີນຈາກນາຍອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ   ໃນຖານະປະທານອາຊຽນວ່າ ທ່ານ ພູມິທຳ ເວຊະຍະໄຊ ຜູ້ຮັກສາການນາຍົກລັດຖະມົນຕີປະເທດໄທ ພ້ອມຄະນະ ແລະ ນາຍົກລັດຖະມົນຕີຮຸນ ມາເນັດ ຜູ້ນຳກຳປູເຈຍ ກັບຄະນະເຈົ້າໜ້າທີ່ ເດີນທາງຮອດມາເລເຊຍແລ້ວ ແລະ ຈະເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໃນຂໍ້ຂັດແຍ້ງຊາຍແດນຊຶ່ງຍືດເຍື້ອເຂົ້າສູ່ມື້ທີ່ 5     ນອກຈາກຄະນະຜູ້ແທນຂອງສອງປະເທດຄູ່ກໍລະນີແລ້ວ ເຈົ້າໜ້າທີ່ມາເລເຊຍເປີດເຜີຍວ່າ ເອກອັກຄະຣາຊະທູດສະຫະລັດອະເມຣິກາປະຈຳມາເລເຊຍ ແລະ ເອກອັກຄະຣາຊະທູດຈີນປະຈຳມາເລເຊຍ ຈະເຂົ້າຮ່ວມການຫາລືທີ່ບ້ານພັກຂອງ ທ່ານ ອັນວາ ໃນກຸງປຸດຣາຈາຍາ   ລາຍງານລະບຸວ່າ ທັງໄທແລະກຳປູເຈຍຕ່າງກ່າວຫາອີກຝ່າຍວ່າເປັນຕົ້ນເຫດຂອງການສູ້ຮົບເມື່ອອາທິດທີ່ຜ່ານມາ ກ່ອນຍົກລະດັບການປະທະດ້ວຍການຍິງປືນໃຫຍ່ຢ່າງໜັກໃນຫຼາຍພື້ນທີ່ຕາມແນວຊາຍແດນທາງບົກລະຍະທາງ 817 ກິໂລແມັດ ຖືເປັນຄວາມຂັດແຍ້ງທີ່ນອງເລືອດທີ່ສຸດໃນຮອບກວ່າທົດສະວັດລະຫວ່າງ 2 ປະເທດເພື່ອນບ້ານພູມິພາກໃນເອເຊຍຕາເວັນອອກສຽງໃຕ້.     […]

ສປປ ລາວ ສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2025) ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງ ວຽງຈັນ     ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ. […]

ຈີນປະສົບຄວາມສຳເລັດ ເພາະລ້ຽງໝາກໄຂ່ຫຼັງທຽມ ໃນຫ້ອງແລັບສາມາດເຮັດວຽກຄືໝາກໄຂ່ຫຼັງແທ້ໂດຍສົມບູນ

ນັກວິໄຈຈີນປະສົບຄວາມສຳເລັດໃນການເພາະລ້ຽງໝາກໄຂ່ຫຼັງທຽມຂອງມະນຸດຈາກຫ້ອງແລັບ ຫຼື Kidney Lab Grown ທີ່ໃຊ້ງານໄດ້ແທ້ ສາມາດຕອງເລືອດ ປັບສົມດຸນອິເລັກໂທຣໄລ ແລະ ຜະລິດປັດສາວະໄດ້ ໂດຍບໍ່ຕ້ອງຜ່ານກະບວນການອື່ນໃດໆທັງສິ້ນ   ນັກວິທະຍາສາດບອກວ່າ ໝາກໄຂ່ຫຼັງເພາະລ້ຽງນີ້ໄດ້ຈາກອະໄວຍະວະແທ້ຈິງ ທີ່ຜ່ານການດັດແປງທາງຊີວະວິສະວະກຳ ບໍ່ແມ່ນແບບຈຳລອງ   ເພາະລ້ຽງໃຫ້ຄືໝາກໄຂ່ຫຼັງແທ້   ທີມວິໄຈໃຊ້ອອກແກນອຍດ໌ທີ່ໄດ້ຈາກເຊວຕົ້ນກຳເນີດ ຝັງລົງເທິງໂຄງຍຶດຫຼອດເລືອດທີ່ສ້າງຈາກໄຮໂດຣເຈວທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ   ຫຼາຍອາທິດຜ່ານໄປ ເນື້ອເຍື່ອຈະຈະເລີນເຕີບໂຕເປັນຫົວໜ່ວຍເຮັດວຽກພື້ນຖານຂອງໝາກໄຂ່ຫຼັງ ທີ່ມີໜ້າທີ່ຕອງຂອງເສຍ ເອີ້ນວ່າ ລະບົບເນຟຣອນ ຊຶ່ງປະກອບດ້ວຍໂກເມີຣູລັດ ທໍ່ໝາກໄຂ່ຫຼັງ ແລະ ໂຄງສ້າງສຳລັບເກັບປັດສາວະ   ຈາກນັ້ນໝາກໄຂ່ຫຼັງເພາະລ້ຽງຈະເຊື່ອມຕໍ່ກັບວົງຈອນໄຫຼວຽນໂລຫິດທຽມ ແລະ ເລີ່ມກອງພລາສມາເລືອດແບບຣຽວໄທມ໌   ນະວັດຕະກຳໝາກໄຂ່ຫຼັງເພາະລ້ຽງນີ້ ຕ່າງຈາກໝາກໄຂ່ຫຼັງທຽມຊີວະພາບຮຸ່ນກ່ອນໆ ທີ່ເຮັດວຽກໄດ້ພຽງບາງສ່ວນ ຫຼື ຕ້ອງອາໄສກະບວນການບາງຢ່າງ ເພື່ອຊ່ວຍໃຫ້ໝາກໄຂ່ຫຼັງທຽມເຮັດວຽກໄດ້ໃກ້ຄຽງກັບອະໄວຍະວະຈິງ   ໝາກໄຂ່ຫຼັງເພາະລ້ຽງນີ້ ສາມາດຕອງຂອງເສຍອອກຈາກເລືອດໄດ້ດົນກວ່າ 60 ຊົ່ວໂມງ ແຍກຂອງເສຍອອກຈາກເລືອດ ແລະ ນຳພລາສມາທີ່ສະອາດກັບມາ ແລະ ຍັງຕອບສະໜອງຕໍ່ສັນຍານຮໍໂມນ ເຊັ່ນ: ADH ແລະ […]

ແຈ້ງການປິດນໍ້າປະປາຊົ່ວຄາວ ໃນຂົງເຂດ ເມືອງ ສີສັດຕະນາກ ໃນວັນທີ 29 ກໍລະກົດ 2025

ແຈ້ງການ   ເລື່ອງ: ການປິດນໍ້າປະປາຊົ່ວຄາວ ເພື່ອດຳເນີນການຕັດສຳທໍ່ນ້ຳຂະໜາດ uPVC DN 160 ສໍາໃສ່ທໍ່ຂະໜາດ uPVC DN 110 ເພື່ອແກ້ໄຂລະບົບນ້ຳປະປາ.   ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາພໍ່ແມ່ປະຊາຊົນຜູ້ຊົມໃຊ້ນ້ຳປະປາ ໃນຂົງເຂດ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ຮັບຊາບວ່າ: ໃນວັນທີ 29 ກໍລະກົດ 2025 ກົງກັບວັນອັງຄານ, ເລີ່ມແຕ່ເວລາ 09:00-16:00 ໂມງ, ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອຕັດສຳທໍ່ນ້ຳປະປາ ຂະໜາດ uPVC DN160 ສຳໃສ່ທໍ່ຂະໜາດ uPVC DN110 ເພື່ອແກ້ໄຂລະບົບນ້ຳປະປາ,   ສະຖານທີ່: ບ້ານ ດອນກອຍ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ,    ໃນລະຫວ່າງການດໍາເນີນງານ ຈະສົ່ງຜົນກະທົບເຮັດໃຫ້ນ້ຳປະປາ ໄຫຼອອກຄ່ອຍ–ບໍ່ມີນ້ຳ ໃນຂອບເຂດພື້ນທີ່ບ້ານ: ດອນກອຍ, ໂພນທັນ, ໜອງໄຮ […]

ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ ລາວ-ກຳປູເຈຍ -ໄທ

ໃນວັນທີ 27 ກໍລະກົດ 2025, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ, ປະທານຄະນະກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ,     ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ,ຮາກຖານເຂດເມືອງມຸນລະປາໂມກ, ໂດຍມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກ ເຂົ້າຮ່ວມ.   ສະຫາຍ ພັນເອກ ຄຳເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການທະຫານແຂວງຈຳປາສັກ ໄດ້ລາຍງານສະພາບການທີ່ເກີດຂື້ນບໍລິເວນຊາຍແດນໃນໄລຍະຜ່ານມານີ້;   ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນໂອ້ລົມໂດຍ ໄດ້ນຳເອົາຄວາມອົບອຸ່ນຮັກແພງ, ຄວາມເປັນຫວ່ງເປັນໃຍມາຍັງນາຍ ແລະ […]

ໄຟໄໝ້ລໍ້ຍົນ ຂະນະທີ່ຍົນກຳລັງຈະຂຶ້ນ ທີ່ສະໜາມບິນສະຫະລັດ ຕ້ອງອົບພະຍົບຜູ້ໂດຍສານຫຼາຍກວ່າ 170 ຊີວິດ

ສຸດລະທຶກ ເຄື່ອງບິນໂບອິ້ງ 737 MAX ໄຟໄໝ້ລໍ້ຊ່ວງທີ່ເຄື່ອງບິນ ຂະນະທີ່ຍົນກຳລັງຈະຂຶ້ນ ຈາກສະໜາມບິນເດັນເວີ ມຸ່ງໜ້າໄປໄມອາມີ ຕ້ອງລະງັບຂຶ້ນບິນ ແລະ ເລັ່ງອົບພະຍົບຜູ້ໂດຍສານລົງຢ່າງເລັ່ງດ່ວນ   ວັນທີ່ 27 ກໍລະກົດ 2025 ເກີດເຫດລະທຶກທີ່ທ່າອາກາດຍານນານາຊາດເດັນເວີ ລັດໂຄໂລຣາໂດ ສະຫະລັດ ຫຼັງເຄື່ອງບິນໂດຍສານຂອງສາຍການບິນ ອະເມຣິກັນແອຣ໌ໄລນ໌ ຖ້ຽວບິນ AA-3023 ຮຸ່ນ ໂບອິ້ງ 737 MAX 8 ຊຶ່ງກຳລັງຈະທະຍານຂຶ້ນບິນໄປຍັງເມືອງໄມອາມີ ຕ້ອງຍົກເລີກການຂຶ້ນບິນຢ່າງກະທັນຫັນ ເນື່ອງຈາກເກີດໄຟລຸກໄໝ້ບໍລິເວນລໍ້ຊຸດລົງຈອດ (Landing Gear)   ໂດຍເຄື່ອງບິນຢຸດຊະງັກເທິງຣັນເວ ກຸ່ມຄວັນດຳ ແລະ ເປວໄຟພຸ່ງຈາກບໍລິເວນໃຕ້ລຳຕົວ ກ່ອນທີ່ເຈົ້າໜ້າທີ່ຈະເປີດປະຕູສຸກເສີນ ແລະ ປ່ອຍສະໄລ໌ດໃຫ້ຜູ້ໂດຍສານອົບພະຍົບເລັ່ງດ່ວນ ລາຍງານຂ່າວລະບຸວ່າ ຜູ້ໂດຍສານທັງໝົດ 173 ຄົນຖືກອົບພະຍົບອອກຈາກເຄື່ອງໄດ້ຢ່າງປອດໄພ ໂດຍມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 1 ລາຍຈາກກະບວນການອົບພະຍົບ     ຫຼັງເຫດການ ເຈົ້າໜ້າທີ່ສອບສວນເບື້ອງຕົ້ນພົບວ່າໄຟໄໝ້ມີສາເຫດມາຈາກ ຄວາມຂັດຂ້ອງທາງກົນໄກ ເຮັດໃຫ້ຊຸດລໍ້ດ້ານຊ້າຍຮ້ອນຈັດເກີນປົກກະຕິຈົນເກີດການຕິດໄຟໃນລະບົບລໍ້ (wheel […]

ໃຊ້ປັນຍາປະດິດ ຫຼື AI ສ້າງຝາແຝດແທນຄົນເຈັບ ເພື່ອສຶກສາຜົນຕໍ່ການຮັກສາມະເຮັງ

ຝາແຝດຈຳລອງແທນຄົນເຈັບ ດ້ວຍເທັກໂນໂລຢີປັນຍາປະດິດ ຢູ່ໃນລະຫວ່າງການວິໄຈເພື່ອນຳມາໃຊ້ທຳນາຍການຕອບສະໜອງຕໍ່ການຮັກສາມະເຮັງ   ເມື່ອວິເຄາະວ່າຜູ້ປ່ວຍເປັນມະເຮັງ ທັງແພດແລະຄົນເຈັບຕ້ອງເປີດເຜີຍໜ້າກັບຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດໃນການຕັດສິນໃຈ ບໍ່ວ່າຈະເປັນສະຖານການສະເພາະຂອງຄົນເຈັບ ຕົວເລືອກການຮັກສາທີ່ມີ ຜົນຂ້າງຄຽງທີ່ອາດເກີດຂຶ້ນ   ຂໍ້ມູນທາງຄລີນິກທີ່ກ່ຽວຂ້ອງ ເຊັ່ນ: ຂໍ້ມູນທາງພັນທຸກຳຂອງຄົນເຈັບ ແລະ ລັກສະນະສະເພາະຂອງມະເຮັງ ແລະ ປັດໄຈອື່ນໆທີ່ກ່ຽວຂ້ອງ ລວມເຖິງການດຳເນີນໂຣກໃນເວລາຕໍ່ມາ ແນ່ນອນວ່າມັນເປັນການຕັດສິນໃຈທີ່ຍາກລຳບາກ   ນີ້ແມ່ນເປົ້າໝາຍຂອງຝາແຝດຈຳລອງ ຫຼື digital twin ໂປຣແກຣມທີ່ໃຊ້ປັນຍາປະດິດຊຶ່ງຈະໃຊ້ຂໍ້ມູນທັງໝົດທີ່ຮູ້ກ່ຽວກັບຄົນເຈັບ ແລະ ປະເພດຂອງໂຣກ ເພື່ອສ້າງຝາແຝດທີ່ສາມາດນຳມາໃຊ້ຊ້ຳໄດ້ໃນການຈຳລອງການລຸກລາມຂອງໂຣກ ທົດສອບການຮັກສາ ແລະ ທຳນາຍການຕອບສະໜອງສະເພາະຂອງແຕ່ລະບຸກຄົນຕໍ່ການຮັກສາພາຍໃນບໍ່ເທົ່າໃດນາທີ   Asghar ແລະ ຄະນະ ກ່າວວ່າ digital twin ບໍ່ແມ່ນພຽງໂມເດວຄອມພິວເຕີ ຫຼື ການຈຳລອງ ເພາະມັນເປັນການຄັດລອກບຸກຄົນໃນໂລກຄວາມຈິງ ແລະ ອາໄສຂໍ້ມູນຈາກໂລກຄວາມຈິງ ລວມເຖິງຍັງສາມາດຜົນສົມຂໍ້ມູນໃໝ່ໆ ເທັກໂນໂລຢີນີ້ມີສັກຍະພາບໃນການນຳໄປໃຊ້ໃນເວດຊະສາດສະເພາະບຸກຄົນ ການຄົ້ນພົບຢາ ການພັດທະນາກົນລະຍຸດການຄັດກອງ ແລະ ການເຮັດຄວາມເຂົ້າໃຈໂຣກຕ່າງໆໄດ້ດີຂຶ້ນ   ໂດຍ Asghar ແລະ ຄະນະ […]