ເກີດເຫດຄາຕະກຳຢູ່ເມືອງແປກ ເສຍຊີວິດ 4 ຄົນ ຜູ້ກໍ່ເຫດຂ້າຕົວເອງຕາຍຕາມ

ເກີດເຫດຄາຕະກຳຢູ່ເມືອງແປກ ເສຍຊີວິດ 4 ຄົນ ຜູ້ກໍ່ເຫດຂ້າຕົວເອງຕາຍຕາມ ໜັງສືພິມຊຽງຂວາງມີໄຊ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ່ 15/7/2025ນີ້ຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ ໄດ້ເກີດເຫດລູກເຂີຍໃຊ້ອາວຸດເສິກຄາດຕະກຳພໍ່ຕາ ແລະ ແມ່ນາຍເຮັດໃຫ້ເກີດການຜິດພາດໄປຖືກລູກສາວ ອາຍຸ ປະມານ 7 ປີ ແລະ ແມ່ຕູ້. ຈາກເຫດດັ່ງກ່າວເຮັດໃຫ້ມີຜູ້ຊີວິດເບື້ອງຕົ້ນ 3 ຄົນຄືພໍ່ຕາ, ແມ່ນາຍ ແລະລູກສາວ,ບາດເຈັບສາຫັດ 1 ຄົນຄືແມ່ຕູ້ ຈາກນັ້ນຜູ້ກ່ຽວໄດ້ເຂົ້າໄປໃນປ່າ ແລະ ຂ້າໂຕເອງຕາມ ເຮັດໃຫ້ເຫດດັ່ງກ່າວມີຜູ້ເສຍຊີວິດທັງໝົດ 4 ຄົນ. ສ່ວນສາເຫດ ແລະ ແຮງຈູງໃຈແມ່ນຍັງຢູ່ໃນຂັ້ນຕອນການສອບສວນຂອງເຈົ້າໜ້າທີ່. ທີ່ມາ: ຄວາມສະຫງົບ Lao Security News
ໝູ່ເກາະໂທກາລະຂອງຍີ່ປຸ່ນ ເກີດແຜ່ນດິນໄຫວ 2,046 ຄັ້ງ ໃນ 24 ມື້

เຈົ້າໜ້າທີ່ອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ຈຳນວນແຜ່ນດິນໄຫວທີ່ມະນຸດສາມາດສຳຜັດໄດ້ໂດຍອ້ອມໝູ່ເກາະໂທຄາລະ ທາງຕະວັນຕົກສຽງໃຕ້ຂອງປະເທດ ສູງກວ່າ 2,000 ຄັ້ງແລ້ວ ເຈົ້າໜ້າທີ່ຍັງຮຍກຮ້ອງໄຫ້ໃຫ້ປະຊາຊົນເຝົ້າລະວັງແຜ່ນດິນໄຫວທີ່ອາດເກີດຂຶ້ນອີກ ຊຶ່ງອາດວັດຄວາມຮຸນແຮງໄດ້ຕ່ຳກວ່າ 6 ຕາມມາດຕະວັດຄວາມຮຸນແຮງແຜ່ນດິນໄຫວຂອງຍີ່ປຸ່ນຕັ້ງແຕ່ 0 ເຖິງ 7 ກິດຈະກຳແຜ່ນດິນໄຫວທະວີຄວາມຮຸນແຮງຂຶ້ນເມື່ອວັນທີ່ 21 ມິຖຸນາ ອ້ອມເກາະອະຄຸເຊກິຈິມະ ແລະ ໂຄດາຄາລະຈິມະ ຊຶ່ງເປັນສ່ວນໜຶ່ງຂອງໝູ່ບ້ານໂທຊິມະ ໃນແຂວງຄາໂກຊິມະ ເກີດແຜ່ນດິນໄຫວຮຸນແຮງລະດັບ 6 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 3 ກໍລະກົດ ຕາມມາດ້ວຍແຜ່ນດິນໄຫວອີກສອງຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 6 ກໍລະກົດ ແລະ ເກີດແຜ່ນດິນໄຫວອີກຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 7 ກໍລະກົດ ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ພົບແຜ່ນດິນໄຫວທີ່ມີຄວາມຮຸນແຮງລະດັບ 1 ຂຶ້ນໄປໃນທະເລນອກໝູ່ເກາະໂທຄາລະ ລວມ 2,046 ຄັ້ງ ຢູ່ເວລາ 04.00 ນ. ຕາມເວລາທ້ອງຖິ່ນຂອງວັນອັງຄານ […]
ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ໄຂມັນພອກຕັບບໍ່ຮູ້ຕົວ

ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ນ້ຳໜັກຂຶ້ນ ໄຂມັນພອກຕັບບໍ່ຮູ້ຕົວ ຫຼາຍຄົນເຊື່ອວ່າການກິນໝາກໄມ້ຫຼາຍໆ ຈະຍິ່ງດີຕໍ່ສຸຂະພາບ ເພາະໝາກໄມ້ມີວິຕາມິນ ໄຟເບີ ແລະ ສານຕ້ານອະນຸມູນອິດສະລະ ແຕ່ແພດຜູ້ຊ່ຽວຊານດ້ານສຸຂະພາບຈາກໄຕ້ຫວັນ ດຣ.ຫລິວ ປ໋ອເຫິນ (Dr. Liu Bo-Ren) ອອກມາເຕືອນວ່າ ໝາກໄມ້ອາດກາຍເປັນ “ກັບດັກສຸຂະພາບ” ໄດ້ເຊັ່ນກັນ ໝາກໄມ້ເປັນແຫຼ່ງຂອງຄາໂບໄຮເດຣດຊະນິດໜຶ່ງ ຊຶ່ງມີນ້ຳຕານຟຣຸກໂຕສເປັນສ່ວນປະກອບ ເມື່ອຮ່າງກາຍຮັບເຂົ້າໄປຫຼາຍເກີນໄປ ຕັບຈະປ່ຽນນ້ຳຕານຟຣຸກໂຕສເຫຼົ່ານີ້ໄປເປັນໄຂມັນ ເຮັດໃຫ້ເກີດພາວະໄຂມັນພອກຕັບ ພາວະດື້ຕໍ່ອິນຊູລິນ ຫຼືແມ້ກະທັ້ງນ້ຳໜັກຕົວເພີ່ມຂຶ້ນ ຕົວຢ່າງກໍລະນີຈາກຊີວິດຈິງ ມີຍິງອາຍຸໃກ້ 60 ປີຄົນໜຶ່ງທີ່ກັບໄປກວດສຸຂະພາບ ແລະ ຍອມຮັບວ່າ ນ້ຳໜັກຕົວເພີ່ມຂຶ້ນຢ່າງເຫັນໄດ້ຊັດ ແຕ່ນາງບອກກັບໝໍວ່າ: “ຂ້ອຍມັກກິນໝາກໄມ້ຫຼາຍ ມື້ໜຶ່ງກິນຕັ້ງ 5-6 ຊະນິດ ລວມແລ້ວປະມານ 5-6 ສ່ວນຕໍ່ມື້ ແບບນີ້ຖືວ່າຫຼາຍໄປບໍ?” ນາງຄິດວ່າໝາກໄມ້ທຸກຊະນິດລ້ວນມີປະໂຫຍດ ແລະ ຖ້າບໍ່ກິນກໍ່ຄືກັບຂາດຫາຍແມ່ນຫຍັງໄປ ດຣ.ຫລິວຊີ້ແຈງວ່າ […]
ສານຫວຽດນາມສັ່ງຈຳຄຸກ ພະນັກງານລັດລະດັບສູງຂໍ້ຫາຮັບສິນບົນ ແລະ ມີພັກນັກງານຍິງບຳນານຮັບກະເປົາເງິນສົດອີກ 60 ກິໂລກຼາມ

ສານຫວຽດນາມສັ່ງຈຳຄຸກພະນັກງານລັດລະດັບສູງແລະນັກທຸລະກິດ 30 ລາຍ ຮັບສິນບົນມູນຄ່າຄວາມເສຍຫາຍກວ່າ 1.1 ລ້ານລ້ານດົງ ໜຶ່ງໃນນັ້ນມີພັກນັກງານບຳນານຍິງຮັບກະເປົາເງິນສົດໜັກ 60 ກິໂລກຼາມ ວັນທີ່ 12 ກໍລະກົດ 2025 ສານໃນຮ່າໂນຍ ຂອງຫວຽດນາມ ໄດ້ຕັດສິນຈຳຄຸກຜູ້ຕ້ອງຫາລວມ 30 ລາຍ ທັງອະດີດເຈົ້າໜ້າທີ່ລະດັບສູງ ແລະ ນັກທຸລະກິດ ຈາກຄະດີຄໍຣັບຊັນທີ່ສ້າງຄວາມເສຍຫາຍຕໍ່ລັດຫຼາຍກວ່າ 1.16 ລ້ານລ້ານດົງ ນັກຂ່າວທ້ອງຖິ່ນຂອງຫວຽດນາມລາຍງານວ່າ ໜຶ່ງໃນຈຳເລຍຫຼັກຄື ທ່ານ ຫງຽນ ວັນ ເຮົາ ປະທານກຸ່ມບໍລິສັດຟຸກເຊີນ ທີ່ຕ້ອງໂທດຈຳຄຸກເປັນເວລາ 30 ປີ ຂໍ້ຫາຈ່າຍສິນບົນ ແລະ ລະເມີດກົດໝາຍຈັດຊື້ຈັດຈ້າງຂອງລັດ ໂດຍລາວຖືກກ່າວຫາວ່າໃຊ້ເງິນກວ່າ 5 ລ້ານໂດລາ ຕິດສິນບົນເຈົ້າໜ້າທີ່ລັດຫຼາຍຄົນລະຫວ່າງປີ 2010-2024 ເພື່ອໃຫ້ໄດ້ສັນຍາກໍ່ສ້າງໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່ໃນ 3 ແຂວງ ໂດຍມັກຈະຂົນເງິນສົດໃສ່ກະເປົາເດີນທາງ ໄປມອບໃຫ້ເຈົ້າໜ້າທີ່ຕາມທີ່ເຮັດວຽກ ຫຼື ບ້ານພັກ ນອກຈາກນີ້ຍັງມີ […]
ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກ ໂດຍອົງການອຸຍແນັສໂກ

ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກທາງທຳມະຊາດ ແບບຮ່ວມຊາຍແດນ ແລະ ເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ໃນວັນທີ 13 ກໍລະກົດ 2025 ໂດຍອົງການອຸຍແນັສໂກ. ກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ທີ່ກຳລັງດຳເນີນຢູ່ລະຫວ່າງແຕ່ວັນທີ 6 – 16 ກໍລະກົດ 2025 ທີ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ, ມາໃນວັນທີ 13 ກໍລະກົດ 2025, ຄະນະກໍາມະການມໍຣະດົກໂລກ ມີມະຕິເອກະພາບຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ເຂົ້າເປັນມໍຣະດົກໂລກທາງດ້ານທຳມະຊາດ ພາຍໃຕ້ສົນທິສັນຍາມໍຣະດົກໂລກ 1972 ຢ່າງເປັນທາງການ ເຊິ່ງກາຍເປັນແຫຼ່ງມໍຣະດົກໂລກແຫ່ງ ທີ 4 ແລະ ເປັນແຫຼ່ງມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ. ພ້ອມນັ້ນ, ກໍ່ຍັງເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນແບບເຊື່ອມຕໍ່ກັບອຸທິຍານແຫ່ງຊາດຟອງຫຍາ–ແກບາງ ມໍຣະດົກໂລກທາງທຳມະຊາດ […]
ເຫດໄຟໄໝ້ວັດບ້ານທວຍໃຫ່ຍ ແຂວງບໍລິຄຳໄຊ ເສຍຫາຍ 1 ຕື້ກີບ

ເຫດໄຟໄໝ້ວັດບ້ານທວຍໃຫ່ຍ ເສຍຫາຍ 1 ຕື້ກີບ. ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງບໍລິຄຳໄຊ, ໃຫ້ຮູ້ວ່າ: ໃນເວລາ 22:00 ນາທີ, ຂອງວັນທີ 09 ກໍລະກົດ 2025 ໄດ້ເກີດເຫດ ໄຟໄໝ້ວັດ ຢູ່ບ້ານທວຍໃຫ່ຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ເຈົ້າໜ້າທີ່ໄດ້ນໍາໃຊ້ ລົດມອດໄຟ ແລະ ກຳລັງເຈົ້າໜ້າທີ່ມອດໄຟ ເຂົ້າມອດໄຟໂດຍໃຊ້ເວລາ ດັບມອດໄຟ 2 ຊົ່ວໂມງກວ່າ ຈຶ່ງສາມາດຄວບຄຸມ ແລະ ດັບມອດໄຟໄວ້ໄດ້. ຜົນເສຍຫາຍຈາກເຫດໄຟໄໝ້ໃນຄັ້ງນີີ້ ມີກຸດຕິຖືກໄຟໄໝ້ຈຳນວນ 01 ຫຼັງ ເຊີ່ງເປັນກຸດຕິ 02 ຊັ້ນ ຂະໜາດ 12 ແມັດx12 ແມັດ ມູນຄ່າ ປະມານ 500.000.000 ກີບ, […]
ຊາຍໜຸ່ມອີຕາລີແລ່ນເຂົ້າຫາເຄື່ອງບິນ ຖືກດູດເຂົ້າໄປໃນເຄື່ອງຍົນເສຍຊີວິດ

ສື່ທ້ອງຖິ່ນຂອງອິຕາລີລາຍງານວ່າ ຜູ້ຊາຍທີ່ຖືກດູດເຂົ້າໄປໃນເຄື່ອງຍົນ ບໍ່ໄດ້ເປັນທັງເຈົ້າໜ້າທີ່ຂອງສະໜາມບິນ ແລະ ກໍ່ບໍ່ໄດ້ເປັນຜູ້ໂດຍສານ ແຕ່ເປັນບຸກຄົນປິດສະໜາທີ່ຢູ່ໆກໍ່ແລ່ນເຂົ້າໄປໃນຣັນເວຂອງສະໜາມບິນ ແລະ ແລ່ນເຂົ້າໄປຫາເຄື່ອງບິນລຳໜຶ່ງທີ່ຕິດເຄື່ອງຍົນແລ້ວ ແລະ ກຳລັງຢູ່ລະຫວ່າງການຂຶ້ນບິນອອກຈາກສະໜາມບິນ ຊຶ່ງເຖິງແມ່ນວ່າຕຳຫຼວດສະໜາມບິນຈະພະຍາຍາມແລ່ນນຳລາວເພື່ອຈັບຕົວ ແຕ່ກໍ່ຈັບບໍ່ທັນ ຈົນຊາຍຄົນດັ່ງກ່າວແລ່ນເຂົ້າໃກ້ເຄື່ອງບິນຫຼາຍເກີນໄປ ຈຶ່ງຖືກເຄື່ອງຍົນທີ່ປີກຂອງເຄື່ອງບິນ ດູດເຂົ້າໄປຈົນເສຍຊີວິດ ເຫດການທີ່ເກີດຂຶ້ນ ເຮັດໃຫ້ສະໜາມບິນຕ້ອງປິດການເຮັດວຽກຕັ້ງແຕ່ເວລາ 10:20 ນ. ຈົນເຖິງ 12:00 ນ. ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຖ້ຽວບິນຊ້າ ແລະ ຜູ້ໂດຍສານຈຳນວນໜຶ່ງຕ້ອງຕິດຄ້າງທີ່ສະໜາມບິນ ກ່ອນທີ່ສະໜາມບິນຈະກັບມາເຮັດວຽກຕາມປົກກະຕິ ຊຶ່ງທາງເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນກຳລັງສອບສວນເຫດການທີ່ເກີດຂຶ້ນ ວ່າຜູ້ເສຍຊີວິດມີຄວາມກ່ຽວຂ້ອງກັບສະໜາມບິນຫຼືສາຍການບິນໃດໆ ຫຼືບໍ່ ນີ້ເປັນເຫດການທີ່ມີການວາງແຜນລ່ວງໜ້າມາກ່ອນຫຼືບໍ່ ຈະເປັນການຕັ້ງໃຈຂ້າຕົວຕາຍ ໂດຍທາງຕຳຫຼວດກຳລັງລວບລວມຂໍ້ມູນແລະສອບຖາມໄປຫາຄອບຄົວແລະຄົນໃກ້ຊິດຂອງຜູ້ເສຍຊີວິດ
ທຣຳໃຫ້ເວລາລັດເຊຍ 50 ວັນ ໃຫ້ຣັດເຊຍບັນລຸຂໍ້ຕົກລົງຢຸດຍິງກັບຢູເຄຣນ ບໍ່ສະນັ້ນຈະຂຶ້ນພາສີ 100%

ທຣຳປະກາດທ່າທີແຂງກະດ້າງຕໍ່ລັດເຊຍ ກໍລະນີການເຮັດສົງຄາມໃນຢູເຄຣນ ພ້ອມໃຫ້ຄຳໝັ້ນຈັດຫາຂີປະນາວຸດ ແລະ ອາວຸດອື່ນໆ ຊຸດໃໝ່ໃຫ້ຢູເຄຣນ ແລະ ໃຫ້ເວລາລັດເຊຍ 50 ວັນ ໃນການບັນລຸຂໍ້ຕົກລົງຢຸດຍິງ ບໍ່ສະນັ້ນຕ້ອງປະເຊີນໜ້າກັບມາດຕະການຄວ່ຳບາດ ຊຶ່ງການຄວ່ຳບາດຈະມຸ່ງເປົ້າໄປທີ່ພັນທະມິດທີ່ເຮັດການຄ້າກັບລັດເຊຍ ຊຶ່ງຈະຖືກຂຶ້ນພາສີ 100% ຖ້າຫາກວ່າລັດເຊຍຍັງບໍ່ບັນລຸຂໍ້ຕົກລົງຢຸດຍິງກັບຢູເຄຣນ ພາຍໃນເວລາ 50 ວັນ ທຣຳ ຊຶ່ງປະກາດໃນຫ້ອງເຮັດວຽກຮູບໄຂ່ ທຳນຽບຂາວ ພ້ອມກັບມາກ ຣຸດເຕີ ເລຂາທິການອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ນາໂຕ ກ່າວກັບນັກຂ່າວວ່າ ລາວຮູ້ສຶກຜິດຫວັງຢ່າງຫຼາຍກັບປະທານາທິບໍດີວລາດິເມຍ ປູຕິນ ຂອງລັດເຊຍ ລາວກ່າວວ່າການລົມກັນທາງໂທລະສັບກັບປູຕິນເປັນເລື່ອງທີ່ຍິນດີ ແຕ່ກັບຫັນມາໂຈມຕີຢູເຄຣນຢ່າງຮຸນແຮງອີກ ການຕັດສິນໃຈຂອງທຣຳທີ່ຈະສົ່ງອາວຸດໃຫ້ຢູເຄຣນນັ້ນ ຖືເປັນຈຸດປ່ຽນສຳລັບປະທານາທິບໍດີຈາກພັກຣີພັບລິກັນຜູ້ນີ້ ຊຶ່ງໃຊ້ເວລາໃນຊ່ວງເດືອນທຳອິດຂອງວາລະການດຳລົງຕຳແໜ່ງ ພະຍາຍາມກ່ອມໃຫ້ປູຕິນບັນລຸຂໍ້ຕົກລົງຢຸດຍິງ ແຕ່ກັບຖືກປະຕິເສດທຸກຄັ້ງ ພາຍໃຕ້ຂໍ້ຕົກລົງຫຼ້າສຸດນີ້ ທຣຳກ່າວວ່າ ສະຫະລັດຈະສົ່ງອາວຸດທີ່ປະເທດສະມາຊິກນາໂຕເປັນຜູ້ອອກເງິນຄ່າອາວຸດ ຣຸດເຕີກ່າວວ່າ ອາວຸດຈຳນວນຫຼາຍຈະຖືກສົ່ງໃຫ້ຢູເຄຣນ ຊຶ່ງລວມເຖິງຂີປະນາວຸດ ແລະ ລະບົບປ້ອງກັນໄພທາງອາກາດແພັດຣີໂອດ ເປັນສ່ວນໜຶ່ງຂອງການສົ່ງອາວຸດຊຸດທຳອິກ ປະທານາທິບໍດີໂວໂລດິເມຍ ເຊເລັນສກີ […]
Walmart ເອີ້ນຄືນຂວດນ້ຳ Ozark Trail ຫຼັງຈາກຝາຂວດດີດໃສ່ໜ້າຜູ້ໃຊ້ຈົນຕາບອດ 2 ຄົນ

ຂວດນ້ຳຮຸ່ນນີ້ມີລັກສະນະເປັນສະແຕນເລດສີເງິນ ກຽວສີດຳ ແລະ ມີລະຫັດສິນຄ້າ 83-662 ຂາຍມາຕັ້ງແຕ່ປີ 2017 ຜ່ານທັງໜ້າຮ້ານ Walmart ແລະຊ່ອງທາງອອນລາຍ ບັນຫາເກີດຂຶ້ນເມື່ອຜູ້ໃຊ້ນຳຂວດໄປໃສ່ນ້ຳອັດລົມ ຫຼື ຂອງແຫຼວທີ່ເຮັດໃຫ້ເກີດແຮງດັນ ເມື່ອເປີດຝາ ແຮງດັນພາຍໃນເຮັດໃຫ້ຝາຂວດພຸ່ງອອກຢ່າງໄວ ແລະ ແຮງເກີນທີ່ຈະຄວບຄຸມໄດ້ ຫົວໜ້າງານຄວາມປອດໄພຜູ້ບໍລິໂພກຂອງສະຫະລັດ ຮ່ວມມືກັບ Walmart ເພື່ອປະກາດເຕືອນ ແລະ ເອີ້ນຄືນສິນຄ້າທັນທີ ຊີ້ໃຫ້ເຫັນວ່າ ສິນຄ້າດັ່ງກ່າວ “ອາດສົ່ງຜົນຮ້າຍແຮງຈາກແຮງກະແທກ ແລະ ເກີດບາດແຜຈີກຂາດ” ຈຶ່ງແນະນຳໃຫ້ຜູ້ທີ່ມີຂວດຮຸ່ນນີ້ຢຸດໃຊ້ງານທັນທີ ແລະ ສາມາດຂໍຄືນເງິນໄດ້ທັງທາງຮ້ານຄ້າ ແລະ ອອນລາຍ ເຖິງແມ່ນວ່າຈະມີລາຍງານພຽງບໍ່ຫຼາຍກໍລະນີ ແຕ່ເຫດການນີ້ຖືເປັນການເຕືອນໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກໃຫ້ຄວາມສຳຄັນກັບຄວາມປອດໄພຂອງສິນຄ້າ ໂດຍສະເພາະສິນຄ້າທີ່ກ່ຽວຂ້ອງກັບຂອງຮ້ອນ ຫຼື ແຮງດັນ ລູກຄ້າທີ່ບໍ່ແນ່ໃຈວ່າສິນຄ້າທີ່ໃຊ້ຢູ່ເຂົ້າຂ່າຍຫຼືບໍ່ ຄວນກວດສອບລະຫັດສິນຄ້າ 83-662 ທີ່ຢູ່ເທິງບັນຈຸພັນ ຫາກພົບວ່າເປັນຮຸ່ນທີ່ມີບັນຫາ ສາມາດຕິດຕໍ່ Walmart ເພື່ອດຳເນີນການຄືນສິນຄ້າແລະຮັບເງິນຄືນເຕັມຈຳນວນໄດ້ທັນທີ
ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025

ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025 ລາຍລະອຽດມີດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ