ລາຄາ “ນ້ຳມັນດິບ” ສູງຂຶ້ນ ນັກລົງທຶນກັງວົນ ຫຼັງອິສຣາເອວໂຈມຕີອີຣ່ານ

ສໍານັກຂ່າວຣອຍເຕີລາຍງານວ່າ ລາຄານ້ຳມັນດິບສູງຂຶ້ນຫຼາຍກວ່າ 7% ໃນວັນສຸກ (13 ມິຖຸນາ 2025) ຊຶ່ງເປັນລະດັບສູງສຸດໃນຮອບຫຼາຍເດືອນ ຫຼັງຈາກອິສຣາເອວກ່າວວ່າໄດ້ໂຈມຕີອີຣ່ານ ສົ່ງຜົນໃຫ້ຄວາມຕຶງຄຽດໃນຕາເວັນອອກກາງຮຸນແຮງຂຶ້ນຢ່າງຫຼາຍ ແລະ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບການຢຸດຊະງັກຂອງການສະໜອງນ້ຳມັນ ລາຄານ້ຳມັນດິບເບຣນທ໌(Brent) ສູງຂຶ້ນ 5.29 ໂດລາ ຫຼື 7.63% ແຕະທີ່ 74.65 ໂດລາຕໍ່ບາເຣວ ເມື່ອເວລາ 0142 GMT ຫຼື 08:42 ນ. ຕາມເວລາໃນປະເທດລາວຫຼັງຈາກແຕະລະດັບສູງສຸດປະຈໍາວັນທີ່ 75.32 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 2 ເມສາ 2025 ລາຄານ້ຳມັນດິບເວັສທ໌ເທັກຊັສອິນເຕີມີເດຍທ໌ ຂອງສະຫະລັດ ເພີ່ມຂຶ້ນ 5.38 ໂດລາ ຫຼື 7.91% ແຕະທີ່ 73.42 ໂດລາຕໍ່ບາເຣວ ຫຼັງຈາກແຕະລະດັບສູງສຸດທີ່ 74.35 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 3 ກຸມພາ 2025 ອິສຣາເອວກ່າວເມື່ອເຊົ້າວັນສຸກວ່າໄດ້ໂຈມຕີອີຣ່ານ […]
Air India ຢືນຢັນ ເຮືອບິນຕົກເສຍຊີວິດເກືອບໝົດລໍາ 241 ສົບ ລອດປະຕິຫານ 1 ຄົນ

ເຫດການເຮືອບິນສາຍການບິນ “ແອອິນເດຍ” ຕົກໃນເຂດຊຸມຊົນເມືອງອາເມດາບັດ ພົບຜູ້ລອດຊີວິດປະຕິຫານ 1 ຄົນ ສ່ວນຈໍານວນຜູ້ເສຍຊີວິດຍັງບໍ່ຊັດເຈນ ນອກຈາກຄົນທີ່ຢູ່ເທິງເຮືອບິນ 241 ຄົນ ມື້ນີ້ (13 ມິຖຸນາ 2025) ສໍານັກຂ່າວຕ່າງປະເທດ ລາຍງານຄວາມຄືບໜ້າເຫດການເຮືອບິນໂບອິງ 787 ດີມໄລເນີ ຂອງສາຍການບິນແອອິນເດຍ ຖ້ຽວບິນ AI171 ປະສົບເຫດຕົກກາງເຂດທີ່ພັກອາໄສໃນເມືອງອາເມດາບັດ ລັດກູຈຣາຕ ທາງຕາເວັນຕົກຂອງອິນເດຍ ພຽງບໍ່ເຖິງນາທີຫຼັງເຮືອບິນອອກເດີນທາງຈາກສະໜາມບິນອາເມດາບັດ ເພື່ອມຸ່ງໜ້າໄປທີ່ສະໜາມບິນລອນດອນ ແກັດວິກ ນະຄອນລອນດອນ ປະເທດອັງກິດ ຊ່ວງຄືນທີ່ຜ່ານມາ ເຈົ້າໜ້າທີ່ລໍາລຽງຮ່າງຜູ້ເສຍຊີວິດອອກຈາກທີ່ເກີດເຫດ ທ່າມກາງຊາກຄວາມເສຍຫາຍທີ່ໄຫມ້ດໍາ ແລະ ກະແຈກກະຈາຍທົ່ວບໍລິເວນ ເຊັ່ນດຽວກັບຕົວອາຄານທີ່ໄດ້ຮັບຜົນກະທົບນຳ ເຈົ້າໜ້າທີ່ລະບຸວ່າ ລໍາລຽງຮ່າງຜູ້ເສຍຊີວິດອອກໄປໄດ້ແລ້ວຢ່າງໜ້ອຍ 265 ຄົນ ໃນຈໍານວນນີ້ເປັນຄົນຈາກເທິງເຮືອບິນ 241 ຄົນ ຊຶ່ງຂະນະເກີດເຫດ ເທິງເຮືອບິນມີຜູ້ໂດຍສານ ແລະ ລູກເຮືອຢູ່ລວມ 242 ຄົນ ເປັນຜູ້ໂດຍສານ 230 ຄົນ […]
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ

ເມື່ອວັນທີ 11 ມິຖຸນາທີ່ຜ່ານມາ ໄດ້ເກີດໄຟໄໝ້ໃຫຍ່ໃກ້ກັບຕະຫຼາດຄອມພິວເຕີຊື່ຊຽວຜູ່ ໃນເຂດຈິ່ວຫລົງປໍ ເມືອງຊົງຊິ່ງ ໂດຍພົບວ່າຈຸດເກີດເຫດເປັນສະຖານທີ່ຈອດລົດຈັກໄຟຟ້າ ເຮັດໃຫ້ລົດໄດ້ຮັບຄວາມເສຍຫາຍຈຳນວນຫຼາຍ ໄຟໄໝ້ເກີດຂຶ້ນໃນຊ່ວງທ່ຽງຂອງວັນທີ 11 ມິຖຸນາ ຕາມເວລາທ້ອງຖິ່ນ ທີ່ບໍລິເວນທີ່ຈອດລົດຈັກນອກຕະຫຼາດຄອມພິວເຕີຊື່ຊຽວຜູ່ ໄຟໄໝ້ໄດ້ລຸກລາມຢ່າງວ່ອງໄວຈົນມີຂະໜາດໃຫຍ່ ສົ່ງຜົນໃຫ້ເກີດກຸ່ມຄວັນຫນາທຶບ ແລະ ມີສຽງລະເບີດດັງສະນັ່ນເປັນລະຍະໆ ໄຟໄໝ້ລຸກລາມໄປຍັງລົດຈັກຫຼາຍຄັນທີ່ຈອດຢູ່ຕິດກັນຢ່າງວ່ອງໄວ ກ່ອນທີ່ລົດດັບເພີງຈະມາຮອດ ແລະ ສາມາດຄວບຄຸມໄຟໄດ້ໃນເວລາຕໍ່ມາ ຕາມລາຍງານຂອງໜ່ວຍດັບເພີງ ແລະ ກູ້ໄພເຂດຈິ່ວຫລົງປໍ ລະບຸວ່າໄດ້ຈັດການຈຸດເກີດເຫດແລ້ວ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ ສ່ວນສາເຫດທີ່ຊັດເຈນຂອງໄຟໄໝ້ ແລະ ຄວາມເສຍຫານຂອງຊັບສິນຍັງຢູ່ລະຫວ່າງການສອບສວນ ແຫຼ່ງຂ່າວສ່ວນໃຫຍ່ລະບຸວ່າໄຟໄໝ້ເກີດຈາກລົດຈັກໄຟຟ້າທີ່ເກີດໄຟໄໝ້ ພະຍານບາງຄົນກ່າວວ່າລົດຈັກອາດໄຟໄໝ້ເນື່ອງຈາກແບັດເຕີຣີຂັດຂ້ອງ ຫຼື ກຳລັງຊາກແບັດ ແຕ່ລາຍລະອຽດຍັງບໍ່ຊັດເຈນ ນອກຈາກນີ້ຍັງມີຂ່າວລືວ່າລົດຈັກໄຟຟ້າຜ່ານການດັດແປງ ຫຼື ແບັດເຕີຣີຂອງລົດ ເປັນສາເຫດຂອງໄຟໄໝ້ ແຕ່ຍັງບໍ່ໄດ້ຮັບການຢືນຢັນຢ່າງເປັນທາງການ ທັງນີ້ ບ່ອນຈອດລົດດັ່ງກ່າວເປັນແບບເປີດໂລ່ງ ແລະ ໄຟໄໝ້ບໍ່ລຸກລາມໄປຍັງຕົວອາຄານຫຼັກ ວິດີໂອທີ່ເຜີຍແຜ່ທາງອອນລາຍສະແດງ ໃຫ້ເຫັນຜູ້ຄົນຈຳນວນຫຼາຍທີ່ຫຼົບຫນີລົງມາຈາກຂັນໄດຫນີໄຟ ແຕ່ບໍ່ໄດ້ສົ່ງຜົນກະທົບຕໍ່ການກູ້ໄພໂດຍລວມ ເນື່ອງຈາກເຂດທຸລະກິດຊື່ຊຽວຜູ່ ມີປະຊາກອນຫນາແໜ້ນ ແລະ […]
“ອີລອນ ມັສກ໌” ໂພສຮູ້ສຶກຜິດຕໍ່ “ທຣຳ” ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ

ອີລອນ ມັສກ໌ ໂພສຂໍ້ຄວາມ “ຮູ້ສຶກຜິດ” ທີ່ເມື່ອອາທິດທີ່ແລ້ວລາວກ່າວໂຈມຕີ ປະທານາທິບໍດີໂດນານດ໌ ທຣຳ ຢ່າງຫນັກນັບຕັ້ງແຕ່ທີ່ມັສກ໌ລາອອກຈາກການເຮັດວຽກໃນລັດຖະບານຂອງທຣຳ ຈົນເກີດເປັນຄວາມຂັດແຍ້ງຕໍ່ກັນ ແລະ ບໍ່ມີວີ່ແວວຂອງການຄືນດີ ໂດຍທີ່ໂພສລ່າສຸດຂອງ ອີລອນ ມັສກ໌ ເທິງ X ລະບຸວ່າ ລາວຮູ້ສຶກເສົ້າທີ່ໂພສຂອງເຂົາກ່ຽວກັບປະທານາທິບໍດີທຣຳ ເມື່ອອາທິດທີ່ແລ້ວເບິ່ງຄືວ່າລາວຈະ “ໂຈມຕີແຮງເກີນໄປ” ຫຼື ນີ້ອາດເປັນສັນຍານເລີ່ມຕົ້ນຂອງການຄືນດີກັນລະຫວ່າງທຣຳ ແລະ ອີລອນ ມັສກ໌ ອີກຄັ້ງ ອີລອນ ມັສກ໌ ແລະ ທຣຳ ຕ່າງຝ່າຍຕ່າງກ່າວໂຈມຕີກັນອອກສື່ໂດຍບໍ່ສົນພາບລັກສະນະສາທາລະນະຂອງພວກເຂົາ ໂດຍມີຈຸດເລີ່ມຕົ້ນມາຈາກອີລອນ ມັສກ໌ ກ່າວໂຈມຕີຮ່າງກົດໝາຍພາສີ ແລະ ຄ່າໃຊ້ຈ່າຍຂອງທຣຳທີ່ເອີ້ນວ່າ “One Big Beautiful Bill Act” ວ່າຂັດຕ້ອງຫຼັກການເຮັດວຽກຂອງກະຊວງເພີ່ມປະສິດທິພາບລັດຖະບານ ຫຼື ດອຈ (DOGE) ທີ່ລາວເຄີຍດູແລກ່ອນປະກາດລາອອກ ແລະ ຍັງໂຈມຕີວ່າຮ່າງກົດໝາຍດັ່ງກ່າວເປັນ “ແມ່ນຫຍັງທີ່ໜ້າລັງກຽດ” ອີກດ້ວຍ
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025

ກົມອຸຕຸແຈ້ງເຕື່ອນເຂດທີ່ຕ້ອງເຝົ້າລະວັງມີຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ໂດຍສະເພາະບາງທ້ອງຖິ້ນ ແຂວງຈຳປາສັກ ແລະ ອັັດຕະປື ຈະເກີດມີນຳ້ຖ້ວມຊູ ແລະ ດິນເຈື່ອນ ລາຍລະອຽດເພີ່ມເຕີມມີດັ່ງລຸ່ມນີ້: ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ຈັບໄດ້ໄລ່ທັນ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງວຽງຈັນ

ຊົມເຊີຍເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງທຸກພາກສ່ວນ ແລະ ພົນລະເມືອງດີ ທີ່ໄດ້ຄວາມຮ່ວມກັນຈົນສາມາດນຳຈັບຄົນຮ້າຍທີມາລັກລົດຈັກໄດ້ສຳເລັດ ວັນທີ 12ມິຖຸນາ 2025 ນີ້ໂຈນກໍ່ເຫດລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງວຽງຈັນ. ພາຍຫລັງກໍ່ເຫດໄດ້ປະມານ 10ນາທີ ປະຊາຊົນແຈ້ງເຈົ້າໜ້າທີ່ສາມາດໄລ່ນຳຈັບໄດ້ຢູ່ທາງແບ່ງນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ. ປັດຈຸບັນ, ຖືກສົ່ງຕົວໃຫ້ເຈົ້າໜ້າທີ່ເພື່ອດຳເນີນການສືບສວນສອບສວນ ແລະ ດຳເນີນການຕາມຂັ້ນຕອນກົດໝາຍ. ພາບ: ດາວວຽງ ແພງມະນີ
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ

ເຈົ້າໜ້າທີ່ສະຫະລັດ ຈັບກຸມຜູ້ອົບພະຍົບຫຼາຍກວ່າ 70 ຄົນຫຼັງລົງກວດໂຮງງານແປງຮູບອາຫານແຫ່ງໜຶ່ງເມືອງໂອມາຮາ ທ່າມກາງສຽງຄັດຄ້ານຕໍ່ຕ້ານການຈັບກຸມຜູ້ອົບພະຍົບໃນຫຼາຍເມືອງທົ່ວສະຫະລັດ ມື້ນີ້ (12 ມິຖຸນາ 2025) ເຈົ້າໜ້າທີ່ທາງການສະຫະລັດອາເມລິກາ ນຳໂດຍສຳນັກງານກວດຄົນເຂົ້າເມືອງ ແລະ ພາສີອາກອນ ລົງກວດຄົ້ນໂຮງງານແປງຮູບອາຫານແຫ່ງໜຶ່ງໃນເມືອງໂອມາຮາ ລັດເນແບຣສກາ ພ້ອມຈັບກຸມຄົນງານປະມານ 75-80 ຄົນ ຈາກທັງໝົດປະມານ 140 ຄົນ ກະຊວງຄວາມໝັ້ນຄົງພາຍໃນ ລະບຸວ່າ ເປັນການປະຕິບັດການກວດຄົ້ນຄັ້ງໃຫຍ່ທີ່ສຸດຂອງລັດນີ້ ນັບຕັ້ງແຕ່ໂດນາດ໌ ທຣຳ ດຳລົງຕຳແໜ່ງປະທານາທິບໍດີສະຫະລັດອາເມລິກາ ສະໄໝທີ 2 ດ້ານເຈົ້າຂອງໂຮງງານເປີດເຜີຍວ່າ ການປະຕິບັດການດັ່ງກ່າວເກີດຂຶ້ນໂດຍບໍ່ໄດ້ແຈ້ງລ່ວງໜ້າ ແລະ ການກວດຄົ້ນຄັ້ງນີ້ອາດເຮັດໃຫ້ກຳລັງການຜະລິດລົດລົງເຫຼືອພຽງຮ້ອຍລະ 20 ຂະນະທີ່ກຸ່ມຜູ້ຄ້າຂາຍສັດ ແລະ ນັກວິເຄາະ ສະແດງຄວາມກັງວົນວ່າການປະຕິບັດການເຫຼົ່ານີ້ອາດຍິ່ງສົ່ງຜົນກະທົບຕໍ່ອຸດສາຫະກຳອາຫານໃນສະຫະລັດ ຊຶ່ງຢູ່ໃນຊ່ວງທີ່ລາຄາເນື້ອງົວສູງຫຼາຍ ແລະ ມີລາຍງານວ່າໂຮງງານແປງຮູບເນື້ອສັດຫຼາຍແຫ່ງຂາດແຄນຄົນງານ ການດຳເນີນງານຂອງທາງການສະຫະລັດ ສວນທາງກັບກະແສການຊຸມນຸມປະທ້ວງຕໍ່ຕ້ານການຈັບກຸມຜູ້ອົບພະຍົບທີ່ຍັງຄົງຂະຫຍາຍຕົວໃນຫຼາຍເມືອງທົ່ວປະເທດ ທັງນິວຢອກ ແອັດແລນຕາ ແລະ ຊິຄາໂກ ເຖິງແມ່ນວ່າທາງການທ້ອງຖິ່ນຫຼາຍແຫ່ງຈະເພີ່ມມາດຕະການຮັບມືການຊຸມນຸມທີ່ເກີດຂຶ້ນ […]
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ

ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງບັນຊາການ ປກສ ແຂວງອຸດົມໄຊ ເລກທີ 277/ຈຂ ອຊ, ລົງວັນທີ 16 ສິງຫາ 2022, ຄຳສັ່ງຂອງທ່ານເຈົ້າແຂວງອຸດົມໄຊ ເລກທີ 277/ຈຂ ອຊ, ລົງວັນ 03 ເມສາ 2019 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນແຂວງ, ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສະເພາະກິດລົງແກ້ໄຂບັນດາຮ້ານກິນດື່ມທີ່ມີສາວບໍລິການ, ຕູ້ເກມໄຟຟ້າ ຢູ່ບ້ານກິວຈະລຸ ເມືອງໄຊ ແລະ ບ້ານໝາກຈຸກ ເມືອງນາໝໍ້ ແຂວງອຸດົມໄຊ. ດັ່ງນັ້ນ ໃນລະຫວ່າງວັນທີ 4-5 ມີຖຸນາ 2025 ທາງຄະນະຮັບຜິດຊອບຊີ້ນຳຈຸສະເພາະກິດ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວກວດກາຄືນບັນດາຫ້າງຮ້ານທີ່ແອບແຝງມີສາວບໍລິການ ແລະ ເຄີຍສຶກສາອົບຮົມມາແລ້ວວ່າມີການຢຸດເຊົາຫຼືບໍ່, ແຕ່ຜ່ານການຕິດຕາມກວດກາຄືນເຫັນວ່າ ສ່ວນຫຼາຍແມ່ນຍັງບໍ່ຢຸດເຊົາ […]
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ

ກອງທັບເກົາຫຼີໃຕ້ລະບຸວ່າໄດ້ລະງັບການອອກອາກາດໂຄສະນາຊວນເຊື່ອຜ່ານເຄື່ອງຂະຫຍາຍສຽງຂ້າມຊາຍແດນໄປຍັງເກົາຫຼີເຫນືອ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມ “ຟື້ນຟູຄວາມໄວ້ວາງໃຈ” ລະຫວ່າງທັງສອງປະເທດ ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໜຶ່ງອາທິດຫຼັງຈາກທີ່ເກົາຫຼີໃຕ້ໄດ້ເລືອກປະທານາທິບໍດີຄົນໃໝ່ ຄື ທ່ານ ອີ ແຈ-ມະຢອງ ຊຶ່ງເປັນຜູ້ຫາສຽງເພື່ອຟື້ນຟູຄວາມສຳພັນລະຫວ່າງສອງເກົາຫຼີ ທັງນີ້ ເກົາຫຼີເຫນືອຖືວ່າການອອກອາກາດໂຄສະນາຊວນເຊື່ອຜ່ານເຄື່ອງຂະຫຍາຍສຽງເປັນການກະເຮັດສົງຄາມ ແລະ ເຄີຍຂູ່ວ່າຈະລະເບີດເຄື່ອງຂະຫຍາຍສຽງເພື່ອການໂຄສະນາຊວນເຊື່ອດັ່ງກ່າວມາແລ້ວ ກ່ອນໜ້ານີ້ການໂຄສະນາຊວນເຊື່ອດັ່ງກ່າວຖືກລະງັບເປັນເວລາ 6 ປີ ແຕ່ກັບມາດຳເນີນການອີກຄັ້ງໃນເດືອນມິຖຸນາປີທີ່ຜ່ານມາ ເພື່ອຕອບໂຕ້ການຫາສຽງຂອງເກົາຫຼີເຫນືອໃນການສົ່ງໝາກປຸມເປົ້າບັນຈຸຂີ້ເຫຍື້ອຂ້າມຊາຍແດນໄປຍັງເກົາຫຼີໃຕ້ ໃນຊ່ວງເທົ່າໃດປີທີ່ຜ່ານມາ ການອອກອາກາດດັ່ງກ່າວມີທັງຂ່າວຈາກທັງເກົາຫຼີ ແລະ ຕ່າງປະເທດ ຕະຫຼອດຈົນຂໍ້ມູນກ່ຽວກັບປະຊາທິປະໄຕ ແລະ ຊີວິດໃນເກົາຫຼີໃຕ້ ຄວາມສຳພັນລະຫວ່າງເກົາຫຼີເຫນືອ ແລະ ເກົາຫຼີໃຕ້ເສື່ອມຖອຍລົງພາຍໃຕ້ການນຳຂອງອະດີດປະທານາທິບໍດີ ຢຸນ ຊອກ ຢອລ ຊຶ່ງສະແດງທ່າທີເຂັ້ມງວດກັບເກົາຫຼີເຫນືອຫຼາຍຂຶ້ນ ຂະນະທີ່ ທ່ານ ອີ ແຈ-ມະຢອງ ໄດ້ຫາສຽງຕາມຄຳໝັ້ນສັນຍາຫຼາຍປະການ ລວມທັງຄຳໝັ້ນສັນຍາທີ່ຈະເລີ່ມການເຈລະຈາກັບເກົາຫຼີເຫນືອອີກຄັ້ງ ແລະ ລົດຄວາມຕຶງຄຽດລະຫວ່າງທັງສອງປະເທດ ກອງທັບລະບຸໃນຄຳປາໄສວ່າ ການເຄື່ອນໄຫວດັ່ງກ່າວມີຈຸດມຸ່ງໝາຍເພື່ອ “ຟື້ນຄວາມໄວ້ວາງໃຈໃນຄວາມສຳພັນລະຫວ່າງສອງເກົາຫຼີ ແລະ ສ້າງສັນຕິພາບເທິງຄາບສະໝຸດເກົາຫຼີ” ແນວໃດກໍ່ຕາມ ອົງການທີ່ສະໜັບສະໜູນການປັບປຸງສິດທິມະນຸດຂອງຊາວເກົາຫຼີເຫນືອໄດ້ວິພາກວິຈານການລະງັບດັ່ງກ່າວ […]
ຈີນຂຸດ “ນ້ຳແຂງຕິດໄຟ” ສຳເລັດ ມີຜົນປ່ຽນແປງອະນາຄົດຕໍ່ພະລັງງານຂອງໂລກ

“ນ້ຳແຂງຕິດໄຟ” ພະລັງງານແຫ່ງອະນາຄົດ ຄວາມສຳເລັດຂອງຈີນທີ່ອາດປ່ຽນໂຊມຕະຫຼາດພະລັງງານໂລກ ຈີນປະກາດຄວາມສຳເລັດຄັ້ງສຳຄັນກັບການຂຸດ ແລະ ນຳນ້ຳແຂງຕິດໄຟ ຫຼື ທີ່ຮູ້ຈັກໃນຊື່ “Combustible Ice” ຂຶ້ນມາຈາກໃຕ້ທະເລບໍລິເວນເມືອງເສິ່ນຫູ ໃນທະເລຈີນໃຕ້ ທີ່ລະດັບຄວາມເລິກເຖິງ 1,266 ເມັດ ຫ່າງຈາກເກາະຮ່ອງກົງໄປທາງຕາເວັນອອກສຽງໃຕ້ປະມານ 285 ກິໂລເມັດ ຖືເປັນກ້າວສຳຄັນທີ່ອາດປະຕິວັດແຫຼ່ງພະລັງງານຂອງໂລກໃນອະນາຄົດ ນ້ຳແຂງຕິດໄຟ ຫຼື ມີຊື່ທາງວິທະຍາສາດວ່າ Natural Gas Hydrate (NGH) ຫຼື Methane Hydrate ແມ່ນສານປະກອບແຂງລະຫວ່າງ ແກັສມີເທນກັບນ້ຳ ທີ່ກໍ່ຕົວຂຶ້ນໃນສະພາວະແຮງດັນສູງ ແລະ ອຸນຫະພູມຕ່ຳ ໂດຍມັກພົບໄດ້ຕາມພື້ນມະຫາສະມຸດ ຫຼື ໃນຊັ້ນດິນແຂງແກ່ວຂອງໂລກ ນ້ຳແຂງຊະນິດນີ້ມີຄຸນສົມບັດສະເພາະທີ່ສາມາດປ່ອຍແກັສມີເທນອອກມາໃນປະລິມານມະຫາສານ ເມື່ອໄດ້ຮັບຄວາມຮ້ອນ ຫຼື ຄວາມດັນຫຼຸດລົງ ໂດຍນ້ຳແຂງຕິດໄຟພຽງ 1 ແມັດກ້ອນ ສາມາດປ່ອຍແກັສທຳມະຊາດໄດ້ຫຼາຍເຖິງ 160-164 ແມັດກ້ອນ ສັກຍະພາບຂອງນ້ຳແຂງຕິດໄຟນີ້ ຈຶ່ງເຮັດໃຫ້ທົ່ວໂລກຈັບຕາເບິ່ງ ເພາະນອກຈາກຈະໃຫ້ພະລັງງານສູງແລ້ວ ຍັງປ່ອຍມົນລະພິດນ້ອຍກວ່າຖ່ານຫິນ […]