ທຣຳ” ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ

ໂດນັລດ໌ ທຣຳ ປະທານາທິບໍດີສະຫະລັດ ປະກາດຫ້າມພົນລະເມືອງ 12 ປະເທດ ເດີນທາງເຂົ້າສະຫະລັດ ອີກ 7 ປະເທດຖືກຈຳກັດການເຂົ້າເມືອງ ສຳນັກຂ່າວຕ່າງປະເທດ BBC ລາຍງານວ່າ ໂດນັລດ໌ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ໄດ້ລົງນາມຄຳສັ່ງຫ້າມພົນລະເມືອງຈາກ 12 ປະເທດເດີນທາງເຂົ້າສະຫະລັດ ໂດຍອ້າງອີງຄວາມສ່ຽງດ້ານຄວາມປອດໄພ ໂດຍ 12 ປະເທດດັ່ງກ່າວທີ່ພົນລະເມືອງຖືກຫ້າມເຂົ້າສະຫະລັດ ໄດ້ແກ່ ອັຟການິສຖານ ມຽນມາ ຊາດ ສາທາລະນະລັດຄອງໂກ ອີເຄົວທໍເຣຍລ໌ກີນີ ເອຣີເທຣຍ ໄຮຕິ ອີຣ່ານ ລີເບຍ ໂຊມາເລຍ ຊູດານ ເຢເມນ ນອກຈາກນີ້ ຍັງມີພົນລະເມືອງຈາກອີກ 7 ປະເທດທີ່ຈະຖືກຈຳກັດການເຂົ້າເມືອງບາງສ່ວນ ໄດ້ແກ່ ບູຣຸນດີ ຄິວບາ ລາວ ເຊຍຣາລີໂອນ ໂຕໂກ ເຕີກເມນິສຖານ ເວເນຊູເອລາ ປະກາດດັ່ງກ່າວຈະມີຂໍ້ຍົກເວັ້ນສຳລັບຜູ້ອາໄສຖາວອນທີ່ຖືກກົດໝາຍ, ຜູ້ຖືວີຊ່າປະຈຸບັນ, […]
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%

ບລູມເບີກ ລາຍງານວ່າ ປະທານາທິບໍດີໂດນານດ໌ ທຣຳ ລົງນາມຄຳສັ່ງເມື່ອວັນອັງຄານ (3 ມິຖຸນາ) ເພື່ອຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມປັນ 50% ຈາກ 25% ມີຜົນເລີ່ມຕັ້ງແຕ່ວັນທີ່ 4 ມິຖຸນານີ້ ເນື່ອງຈາກຄຳໝັ້ນສັນຍາທີ່ຈະຂຶ້ນພາສີນຳເຂົ້າເພື່ອຊ່ວຍເຫຼືອຜູ້ຜະລິດໃນປະເທດ ການຂຶ້ນພາສີຂອງທຣຳຈະມີຜົນບັງຄັບໃຊ້ເວລາ 00.01 ນ. ຂອງວັນພຸດຕາມ (4 ມິຖຸນາ) ເວລາທ້ອງຖິ່ນ ໂດຍຄຳສັ່ງດັ່ງກ່າວລະບຸວ່າມີຄວາມຈຳເປັນເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ ຄຳສັ່ງດັ່ງກ່າວລະບຸວ່າຄຳສັ່ງກ່ອນໜ້ານີ້ຍັງບໍ່ເຮັດໃຫ້ ອຸດສາຫະກຳໃນປະເທດ “ສາມາດພັດທະນາ ແລະ ຮັກສາອັດຕາການໃຊ້ກຳລັງການຜະລິດທີ່ຈຳເປັນຕໍ່ຄວາມຍືນຍົງຂອງອຸດສາຫະກຳ ແລະ ຄວາມຕ້ອງການດ້ານການປ້ອງກັນປະເທດທີ່ຄາດການໄວ້ໄດ້” “ການເພີ່ມອັດຕາພາສີອາກອນຈະໃຫ້ການສະໜັບສະໜູນອຸດສາຫະກຳເຫຼົ່ານີ້ຫຼາຍຂຶ້ນ ແລະ ຫຼຸດຫຼືກຳຈັດໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດທີ່ເກີດຈາກການນຳເຂົ້າຜະລິດຕະພັນເຫຼັກ ແລະ ອະລູມິນຽມ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ” ຄຳສັ່ງດັ່ງກ່າວລະບຸ ຊຶ່ງທຳນຽບຂາວໂພສລົງໃນເວັບໄຊ X ເຫຼັກອັງກິດບໍ່ຮັບຜົນກະທົບຈາກພາສີໃໝ່ ອັດຕາພາສີອາກອນ ໂລຫະສຳລັບການນຳເຂົ້າຈາກສະຫະລາຊະອານາຈັກຈະຍັງຄົງຢູ່ທີ່ອັດຕາເກົ່າ 25% ເພື່ອໃຫ້ທັງສອງປະເທດສາມາດດຳເນີນການຈັດເກັບພາສີ ຫຼື ກຳນົດໂຄວຕານຳເຂົ້າໃໝ່ໄດ້ພາຍໃນກຳນົດເສັ້ນຕາຍວັນທີ່ 9 […]
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ

ກະຊວງຍຸດຕິທຳສະຫະລັດ ເປີດເຜີຍວ່າ ນັກວິທະຍາສາດຄົນຈີນສອງຄົນຖືກຈັບ ແລະ ຕັ້ງຂໍ້ຫາລັກລອບນຳເຂົ້າ “ຟັງກັສ” ຫຼື “ເຊື້ອລາ” ທີ່ເປັນພິດ ເຂົ້າສູ່ສະຫະລັດ ຊຶ່ງພວກເຂົາວາງແຜນຈະນຳມາໃຊ້ ໃນງານວິໄຈຂອງມະຫາວິທະຍາໄລໃນອາເມຣິກາ ຊຶ່ງຜູ້ທີ່ຖືກຈັບ ມີຊື່ວ່າ ຢູຊີງ ຈ້ຽນ ອາຍຸ 33 ປີ ແລະ ຊຸນຫຢົງ ຫລິວ ອາຍຸ 34 ປີ ຕາມລາຍງານລະບຸວ່າ ທັງສອງ ເປັນຄູ່ຮັກກັນ ຖືກຕັ້ງຂໍ້ຫາສົມຄົບຄິດ, ລັກລອບ ໃຫ້ຂ້ມູນທີ່ບໍ່ມີມູນຄວາມຈິງ ແລະ ປຼອມແປງວີຊ່າ ກະຊວງຍຸດຕິທຳໃຫ້ລາຍລະອຽດເພີ່ມເຕີມວ່າ ສິ່ງທີ່ທັງສອງຄົນໄດ້ລັກລອບນຳເຂົ້າມາໃນສະຫະລັດ ຄືເຊື້ອລາທີ່ມີຊື່ວ່າ Fusarium Graminearum ຊຶ່ງເຮັດໃຫ້ເກີດໂລກ “head blight” ເປັນໂລກທີ່ສ້າງຄວາມເສຍຫາຍໃຫ້ກັບເຂົ້າ, ສາລີ ແລະ ເຂົ້າບາເລ່້ ຢ່າງຫຼວງຫຼາຍ ເຮັດໃຫ້ຜົນຜະລິດຫຼຸດລົງ ແລະ ສ້າງສານພິດປົນເປື້ອນໃນເມັດທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ ໂດຍໃນຕອນທຳອິດ ຊຸນຫຢົງ ຫລິວ […]
“ເຟສບຸກ” ຊື້ໄຟຟ້າພະລັງງານ “ນິວເຄລຍ” ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ

ເມຕາ ແພລດຟອມສ໌ (Meta Platforms) ເຈົ້າຂອງເຟສບຸກ (Facebook) ແລະ ອິນສະຕາແກຣມ (Instagram) ສ້າງຄວາມຄຶກຄັກໂດຍ ການປະກາດບັນລຸຂໍ້ຕົກລົງຄັ້ງປະຫວັດສາດກັບ ຄອນສະເຕເລຊັນ ເອເນີຈີ (Constellation Energy) ບໍລິສັດພະລັງງານໃຫຍ່ຂອງສະຫະລັດ ເພື່ອທຸ່ມເງິນສະໜັບສະໜູນໃຫ້ເຕົາປະຕິກອນນິວເຄລຍແຫ່ງໜຶ່ງ ໃນລັດອິລລິນອຍສ໌ຍັງຄົງເດີນເຄື່ອງຜະລິດໄຟຟ້າຕໍ່ໄປໄດ້ອີກເຖິງ 20 ປີ ນັບເປັນຄັ້ງທຳອິດທີ່ບໍລິສັດເທັກໂນໂລຢີຍັກສ໌ໃຫຍ່ຢ່າງເມຕາກະໂດດເຂົ້າມາລົງທຶນໂດຍກົງໃນໂຮງໄຟຟ້ານິວເຄລຍ ຄວາມເຄື່ອນໄຫວນີ້ເກີດຂຶ້ນກາງສະຖານການທີ່ກຸ່ມບໍລິສັດເທັກໂນໂລຢີລາຍໃຫຍ່ກຳລັງພົບກັບຄວາມທ້າທາຍໃນການຈັດຫາພະລັງງານໄຟຟ້າໃຫ້ພຽງພໍຕໍ່ຄວາມຕ້ອງການທີ່ສູງຂຶ້ນຢ່າງກ້າວກະໂດດໃນສະຫະລັດ ເປັນຄັ້ງທຳອິດໃນຮອບ 2 ທົດສະວັດ ໂດຍມີປັດໄຈຫຼັກມາຈາກຄວາມຕ້ອງການພະລັງງານມະຫາສານຂອງລະບົບປັນຍາປະດິດ (AI) ແລະ ສູນກາງຂໍ້ມູນທີ່ຂະຫຍາຍຕົວຢ່າງວ່ອງໄວ ປັດຈຸບັນ ໂຮງໄຟຟ້ານິວເຄລຍຄລິນຕັນ (Clinton Clean Energy Center) ຂອງຄອນສະເຕເລຊັນ ໄດ້ຮັບເງິນອຸດໜູນຈາກ ລັດອິລລິນອຍສ໌ ຜ່ານໂຄງການໃຫ້ເຄຣດິດການປ່ອຍແກັສເຮືອນກະຈົກເປັນສູນ ຊຶ່ງໃຊ້ເງິນທຶນສ່ວນໜຶ່ງຈາກຜູ້ໃຊ້ໄຟຟ້າ ເພື່ອສົ່ງເສີມການຜະລິດໄຟຟ້າສະອາດ ຢ່າງໃດກໍຕາມ ໂຄງການນີ້ຈະສິ້ນສຸດລົງໃນປີ 2027 ຈຸດນີ້ເອງທີ່ຂໍ້ຕົກລົງຊື້ຂາຍໄຟຟ້າ (PPA) ຂອງເມຕາຈະເຂົ້າມາມີບົດບາດສຳຄັນ ໂດຍຈະອັດສີດເງິນທຶນ (ເປັນຈຳນວນທີ່ບໍ່ເປີດເຜີຍ) ເພື່ອຊ່ວຍໃນການຕໍ່ອາຍຸໃບອະນຸຍາດ ແລະ […]
“ໂດຣນສົ່ງອາວຸດດ່ວນ” ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ

ບໍລິສັດ ດາແກນຟາຍ (Draganfly) ປະກາດຄວາມສຳເລັດໃນການສົ່ງມອບໂດຣນ Flex FPV (First Person View) ຊຸດທຳອິດໃຫ້ໜຶ່ງໃນຜູ້ຮັບເໝົາທາງການທະຫານລາຍໃຫຍ່ຂອງສະຫະລັດອາເມຣິກາ ໂດຍລະບົບດັ່ງກ່າວໄດ້ຮັບການອອກແບບ ແລະ ຜະລິດໃນອາເມຣິກາເໜືອ ເພື່ອຕອບສະໜອງຕໍ່ຍຸດທະວິທີ ທີ່ຫຼາກຫຼາຍຂອງກອງກຳລັງພັນທະມິດ ນັບເປັນກ້າວສຳຄັນຂອງດາແກນຟາຍໃນການຂະຫຍາຍບົດບາດໃນເທັກໂນໂລຢີດ້ານຄວາມໝັ້ນຄົງ ໂດຣນ Flex FPV ໂດຣນ Flex FPV ຖືກພັດທະນາໂດຍສະຖາປັດແບບໂມດູລາທີ່ມີຄວາມຍືດຫຍຸ່ນສູງ ສາມາດປ່ຽນຂະໜາດແຂນ ແລະ ໃບພັດໄດ້ພາຍໃນບໍ່ເທົ່າໃດວິນາທີ ເຮັດໃຫ້ຫນ່ວຍພາກສະໜາມສາມາດປັບແຕ່ງໂດຣນພຽງລຳດຽວໃຫ້ເໝາະສົມກັບພາລະກິດທີ່ແຕກຕ່າງກັນ ທັງການລາດຕະເວນລະຍະໃກ້ ຫຼື ການຂົນສົ່ງອຸປະກອນສະເພາະ ໂດຍບໍ່ຕ້ອງໃຊ້ເຄື່ອງມືພິເສດ ຄາເມລອນ ເຊລ (Cameron Chell) ປະທານ ແລະ ປະທານເຈົ້າໜ້າທີ່ບໍລິຫານຂອງດາແກນຟາຍ ກ່າວວ່າ “ແພລດຟອມໂດຣນ Flex FPV ເກີດຂຶ້ນຈາກປະສົບການພາກສະໜາມໃນຢູເຄຣນ ແລະ ໄດ້ຮັບການປັບປຸງຜ່ານການທົດສອບຈາກພັນທະມິດດ້ານຄວາມໝັ້ນຄົງຫຼາຍບໍລິສັດ ເຮົາພູມໃຈຢ່າງຍິ່ງທີ່ລະບົບນີ້ໄດ້ຮັບເລືອກຈາກໜຶ່ງໃນບໍລິສັດດ້ານການປ້ອງກັນປະເທດຊັ້ນນຳຂອງໂລກ” ໂດຣນ Flex FPV […]
ແທ້ຫຼືບໍ?! ເດັກນ້ອຍທີ່ເກີດໃນ “ເດືອນນີ້” ມີແນວໂນ້ມຈະເປັນ CEO ຫຼາຍກວ່າເດືອນອື່ນໆ ເປີດງານວິໄຈ ມະຫາວິທະໄລຊັ້ນນຳ

ເດັກນ້ອຍທີ່ເກີດເດືອນມີນາ-ເມສາ ມີແນວໂນ້ມເປັນ CEO ສູງກວ່າຄົນອື່ນ ງານວິໄຈຊີ້ໃຫເເຫັນ “ເດືອນເກີດ” ອາດມີຜົນຕໍ່ຄວາມສຳເລັດໃນອະນາຄົດ! ຜົນການວິໄຈຈາກມະຫາວິທະຍາໄລຊັ້ນນຳລະດັບໂລກເປີດເຜີຍວ່າເດືອນເກີດອາດມີຜົນຕໍ່ໂອກາດກ້າວສູ່ຕຳແໜ່ງຜູ້ນຳອົງກອນລະດັບສູງ ໂດຍສະເພາະເດັກທີ່ເກີດໃນຊ່ວງຕົ້ນປີ ເຊັ່ນ: ເດືອນມີນາ ແລະ ເມສາ ມີໂອກາດສູງກວ່າຄ່າເລ່ຍ ໃນການກ້າວຂຶ້ນເປັນ CEO ຫຼື ຜູ້ບໍລິຫານລະດັບສູງຂອງບໍລິສັດ ຂະນະທີ່ເດັກທີ່ເກີດໃນເດືອນມິຖຸນາ ແລະ ກໍລະກົດ ກັບມີແນວໂນ້ມນີ້ໜ້ອຍກວ່າ ງານວິໄຈນີ້ຕີພິມໃນວາລະສານວິຊາການດ້ານເສດຖະສາດຊື່ Economic Letters ໄດ້ວິເຄາະຂໍ້ມູນວັນເກີດຂອງ CEO ຈຳນວນຫຼາຍໃນສະຫະລັດອາເມຣິກາ ແລະ ພົບວ່າເດືອນເກີດມີຄວາມເຊື່ອມໂຍງຢ່າງ ມີໄລຍະສຳຄັນກັບໂອກາດການເຕີບໂຕໃນເສັ້ນທາງຜູ້ນຳທຸລະກິດ ໂດຍທີມນັກວິໄຈມາຈາກມະຫາວິທະຍາໄລຊັ້ນນຳ ໄດ້ແກ່: Dr. Qianqian Du ຈາກມະຫາວິທະຍາໄລຈຽວທົງຊຽງໄຮ້ Dr. Huasheng Gao ຈາກມະຫາວິທະຍາໄລເທັກໂນໂລຢີຫນານຢາງ ປະເທດສິງກະໂປ Dr. Maurice D. Levi ຈາກມະຫາວິທະຍາໄລບິຣິຕິດໂຄລັມເບຍ ປະເທດການາດາ ຈາກຂໍ້ມູນພົບວ່າ ໂດຍສະເລ່ຍແຕ່ລະເດືອນຈະມີເດັກນ້ອຍກີດປະມານ 8% […]
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ

ບິລ ເກດ ຜູ້ກໍ່ຕັ້ງໄມໂຄຣຊອຟທ໌ຖະແຫຼງມື້ວານນີ້ (3 ມິຖຸນາ) ວ່າ ຊັບສິນ 200,000 ລ້ານໂດລາສະຫະລັດ ຂອງລາວສ່ວນໃຫຍ່ ຈະຖືກນຳໄປໃຊ້ກັບການພັດຖະນາບໍລິການດ້ານສຸຂະພາບແລະການສຶກສາໃນອາຟິກາ ໃນອີກ 20 ປີຕໍ່ໜ້າ ໂດຍມະຫາເສດຖີຊາວອາເມຣິກັນໄວ 69 ປີຜູ້ນີ້ ກ່າວໃນນະຄອນແອດດິສ ອາບາບາ ນະຄອນຫຼວງຂອງເອທິໂອເປຍວ່າ “ການປົດປ່ອຍສັກກະຍະພາບຂອງມະນຸດຜ່ານດ້ານສຸຂະພາບແລະການສຶກສາ ຈະເຮັດໃຫ້ທຸກປະເທດໃນອາຟິກາສາມາດກ້າວໄປສູ່ເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງໄດ້” ລາວຍັງຮຽກຮ້ອງໃຫ້ນັກປະດິດຮຸ່ນໃຫມ່ຂອງອາຟິກາຄິດວິທີການສ້າງປັນຍາປະດິດ (AI) ເພື່ອປັບປຸງສາທາລະນະສຸກໃນທະວີບອາຟິກາ ກ່ອນໜ້ານີ້ ລາວປະກາດເມື່ອເດືອນທີ່ແລ້ວວ່າ ລາວຈະບໍລິຈາກຊັບສິນມະຫາສານຂອງລາວຮ້ອຍລະ 99 ພາຍໃນປີ 2045 ຊຶ່ງເປັນຊ່ວງເວລາທີ່ມູນນິທິຂອງລາວວາງແຜນຈະຢຸດເຊົາການດຳເນີນງານ ລາວກ່າວໃນການຖະແຫຼງການ ທີ່ສຳນັກງານໃຫຍ່ຂອງສະຫະພາບອາຟິກາ ຫຼື ເອຢູວ່າ ເມື່ອບໍ່ດົນມານີ້ ລາວໄດ້ໃຫ້ຄຳໝັ້ນວ່າຈະມອບຊັບສົມບັດຂອງຕົນໃຫ້ຜູ້ອື່ນຕະຫຼອດ 20 ປີຂ້າງໜ້າ ໂດຍເງິນສ່ວນໃຫຍ່ຈະຖືກນຳໄປໃຊ້ເພື່ອຊ່ວຍເຫຼືອຜູ້ຄົນໃນການແກ້ໄຂບັນຫາຄວາມທ້າທາຍຕ່າງໆ ໃນອາຟິກາ ດ້ານກາຊາ ມາເຊນ ອະດີດສະຕີໝາຍເລກໜຶ່ງຂອງໂມຊຳບິກ ສະແດງຄວາມຍິນດີຕໍ່ຄຳປະກາດຂອງບິລເກດ ໂດຍລະບຸວ່າ ການປະກາດດັ່ງກ່າວເກີດຂຶ້ນໃນ “ຊ່ວງເວລາແຫ່ງວິກິດ” ເຮົາຫວັງວ່າບິລເກດຈະມຸ່ງໝັ້ນຢ່າງແນ່ວແນ່ທີ່ຈະເດີນເທິງເສັ້ນທາງແຫ່ງການປ່ຽນແປງນີ້ຄຽງຂ້າງເຮົາຕໍ່ໄປ […]
“ອີ ແຈ-ມະຢອງ” ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້

“ອີ ແຈ-ມະຢອງ” ຈາກພັກປະຊາທິປະໄຕ ຄວ້າໄຊຊະນະໃນການເລືອກຕັ້ງປະທານາທິບໍດີເກົາຫຼີໃຕ້ ເຈົ້າຕົວກ່າວວ່າຈະບໍ່ລືມໜ້າທີ່ໃນການລວມປະຊາຊົນເປັນໜຶ່ງ ແລະ ຈະຫາວິທີໃຫ້ປະເທດຢູ່ຮ່ວມກັບເກົາຫຼີເໜືອໄດ້ໂດຍຜ່ານການເຈລະຈາ ແລະ ການສື່ສານ ຂະນະທີ່ປະຊາຊົນແຫ່ມາໃຊ້ສິດ 79.4% ຫຼາຍສຸດໃນຮອບ 28 ປີ ວັນທີ່ 4 ມິຖຸນາ 2025 ຫຼັງຈາກພົບກັບຄວາມວຸ່ນວາຍທາງການເມືອງມານານ 6 ເດືອນເຕັມ ມື້ນີ້ເກົາຫຼີໃຕ້ໄດ້ປະທານາທິບໍດີຄົນໃໝ່ແລ້ວ ຫຼັງເປີດຫີບໃຫ້ປະຊາຊົນໄປລົງຄະແນນສຽງກັນມື້ວານນີ້ ຊຶ່ງຖືວ່າມີຜູ້ມາລົງຄະແນນສຽງຫຼາຍທີ່ສຸດໃນຮອບ 28 ປີ ຜົນກໍເປັນຢ່າງທີ່ຫຼາຍຝ່າຍຄາດການໄວ້ວ່າ “ອີ ແຈ-ມະຢອງ” ຕົວແທນຈາກພັກປະຊາທິປະໄຕ ສາມາດຄວ້າໄຊຊະນະຂຶ້ນເປັນປະທານາທິບໍດີຄົນທີ່ 21 ຂອງເກົາຫຼີໃຕ້ ອີ ແຈ-ມະຢອງ ຜູ້ສະໝັກຕຳແຫນ່ງປະທານາທິບໍດີຈາກພັກດີພີ ຊຶ່ງເປັນພັກຝ່າຍຄ້ານຫຼັກ ຂຶ້ນສະເຫຼີມສະຫຼອງໄຊຊະນະເທິງເວທີ ດ້ານນອກສະພາໃນນະຄອນໂຊລຂອງເກົາຫຼີໃຕ້ ທ່າມກາງຜູ້ສະໜັບສະໜູນຈຳນວນຫຼາຍ ໂດຍ ອີ ແຈ-ມະຢອງ ໃຊ້ໂອກາດນີ້ລະບຸວ່າ ຈະບໍ່ລືມໜ້າທີ່ຂອງປະທານາທິບໍດີໃນການລວມປະຊາຊົນເປັນໜຶ່ງ ແລະ ຈະຫາວິທີໃຫ້ປະເທດສາມາດຢູ່ຮ່ວມກັບເກົາຫຼີເໜືອໄດ້ໂດຍຜ່ານການເຈລະຈາ ແລະ ການສື່ສານ ທ່າທີນີ້ຂອງອີ […]
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ

ສະຖາບັນທໍລະນີຟິສິກ ແລະ ພູເຂົາໄຟແຫ່ງຊາດຂອງອິຕາລີ ເຜີຍພາບຈາກກ້ອງໂທລະທັດວົງຈອນປີດແບບໄທມ໌ແລບ ທີ່ສະແດງໃຫ້ເຫັນພູເຂົາໄຟເອດນາ ເທິງເກາະຊິຊິລີ ກຳລັງປະທຸເມື່ອວານນີ້ (2 ມິຖຸນາ) ພົ່ນກຸ່ມຄວັນ ແລະ ເຖົ້າຖ່ານຂຶ້ນສູ່ທ້ອງຟ້າ ຕາມທີ່ທາງສະຖາບັນລະບຸ ກຸ່ມຄວັນດັ່ງກ່າວນ້າຈະເກີດຈາກການຖະລົ່ມຂອງພື້ນທີ່ດ້ານເທິງຂອງປາກປ່ອງທາງຕະວັນອອກສ່ຽງໃຕ້ຂອງພູເຂົາໄຟ ສຳນັກງານປ້ອງກັນໄພພົນລະເຮືອນໃນຊິຊິລີ ແນະນຳນັກໄປີນເຂົາຫຼີກເວັ້ນການຂຶ້ນຍອດພູເຂົາໄຟລູກນີ້ ຈົນກວ່າຈະມີການແຈ້ງເຕືອນໃຫ້ຮູ້ເພີ່ມເຕີມ ຢ່າງໃດກໍຕາມ ການປະທຸ ບໍ່ໄດ້ສົ່ງຜົນກະທົບຕໍ່ການດຳເນີນການຂອງສະໜາມບິນຄາຕາເນຍທີ່ຢູ່ໃກ້ຄຽງ ໂດຍເຈົ້າເມືອງ ກ່າວກັບສື່ທ້ອງຖິ່ນວ່າ ສະຖານະການຢູ່ພາຍໃຕ້ການຄວບຄຸມ ແລະ ວ່າເປັນປະກົດການທີ່ເກີດຂຶ້ນຕະຫຼອດ
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ

ເກີດເຫດນັກໂທດກວ່າ 200 ຄົນ ແຫກຄຸກໃນເຂດມາລີ ເມືອງການາຈີ ຕອນຄືນວັນຈັນທີ 2 ມິຖຸນາ ຫຼັງເກີດຄວາມຕົກໃຈຈາກເຫດແຜ່ນດິນໄຫວ ໂດຍມີລາຍງານວ່າຜູ້ຕ້ອງຂັງບາງສ່ວນປຸ້ນປືນຈາກເຈົ້າໜ້າທີ່ ແລະ ມ້າງປະຕູທາງອອກຂອງຄຸກເຮັດໃຫ້ເກີດການຍິງປະທະ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 1 ລາຍ ບາດເຈັບ 3 ລາຍ ເຊຍອຸນຮາຊັນ ລັນຈາ ລັດຖະມົນຕີວ່າການກະຊວງກົດໝາຍປະຈຳແຂວງ ເປີດເຜີຍວ່າ ເຫດການເລີ່ມຂຶ້ນໃນຊ່ວງກ່ອນທ່ຽງຄືນວັນຈັນ ເມື່ອຜູ້ຄຸມອະນຸຍາດໃຫ້ນັກໂທດອອກມາຍັງເດີ່ນກາງຄຸກ ຫຼັງເກີດແຮງສັ່ນສະເທືອນຈາກແຜ່ນດິນໄຫວຫຼາຍຮອບ ໂດຍຕອນນັ້ນມີນັກໂທດຢູ່ປະມານ 1,000 ຄົນ ກ່ອນທີ່ຈະເກີດຄວາມໂກລາຫົນເກີດຂຶ້ນທັນທີ ນັກໂທດບາງສ່ວນສາມາດຍາດອາວຸດຈາກເຈົ້າໜ້າທີ່ໃນຄຸກ ແລ້ວມ້າງປະຕູທາງອອກ ກ່ອນຫຼົບໜີອອກໄປທ່າມກາງຄວາມມືດ ເຈົ້າໜ້າທີ່ຕຳຫຼວດ ແລະ ກອງກຳລັງຮັກສາຄວາມປອດໄພໄລ່ຕາມຈັບນັກໂທດໄປທົ່ວແຖວເຂດຊຸມຊົນອຸດສາຫະກຳ ຊຶ່ງເປັນພື້ນທີ່ແອອັດຂອງເມືອງກາລາຈີ ກູລາມ ນາບີ ເມມອນ ຫົວໜ້າຕຳຫຼວດປະຈຳຈັງແຂວງລະບຸວ່າ ນັກໂທດສ່ວນໃຫຍ່ທີ່ຫຼົບໜີມີປະຫວັດຄວາມຜິດເລັກນ້ອຍ ເຊັ່ນ: ເສບຢາເສບຕິດ ຫຼື ກໍ່ຄະດີລັກເລັກຂະໂມຍນ້ອຍ ເຖິງຢ່າງໃດກໍຕາມ ໜຶ່ງໃນຜູ້ຕ້ອງຂັງຖືກຍິງເສຍຊີວິດລະຫວ່າງການຍິງປະທະກັບເຈົ້າໜ້າທີ່ ແລະ ມີເຈົ້າໜ້າທີ່ໃນຄຸກ […]