ແຈ້ງການ ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ພຶດສະພາ 2025

ແຈ້ງການ ເລື່ອງ:ການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 150 mm ສຳໃສ່ທໍ່ນ້ຳຂະໜາດ uPVC DN 100 mm. ສະຖານທີ່: ບ້ານ ຄຳຮຸ່ງ ຮ່ອມ 2/1 ເມືອງໄຊທານີ ນະຄອນຫຼວງວຽງຈັນ ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ:   ໃນວັນທີ 21 ພຶດສະພາ 2025 ກົງກັບ ວັນພຸດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 150 mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100 mm ເພື່ອແກ້ໄຂລະບົບນ້ຳ,   ສະຖານທີ່: ບ້ານຄຳຮຸ່ງ ຮ່ອມ […]

ລວມ 7 ໝາກໄມ້ທຳມະດາ ປະໂຫຍດຫຼາຍ ກິນໄດ້ 3 ແບບ ທັງໃຊ້ເປັນຢາໄດ້ອີກດ້ວຍ

ລາຍການໝາກໄມ້ພື້ນເມືອງທີ່ບໍ່ໄດ້ມີດີພຽງແຕ່ລົດຊາດ ແຕ່ຍັງເຊື່ອງພະລັງລັບຂອງສະໝຸນໄພຢ່າງຫຼວງຫຼາຍ  ເຕັມໄປດ້ວຍຄັງຢາ ຊັ້ນຍອດທີ່ທຳມະຊາດຈັດໃຫ້ແບບ 3-in-1 ກັບ 7 ໝາກໄມ້ທຳມະດາ ປະໂຫຍດຫຼາຍ ກິນໄດ້ 3 ແບບ ອີກທັງໃຊ້ເປັນຢາໄດ້ອີກດ້ວຍ   ຮູ້ບໍ່ວ່າ…ໝາກໄມ້ທຳມະດາທີ່ພວກເຮົາເຫັນກັນເລື້ອຍໆ ມີປະໂຫຍດຫຼາຍກວ່າທີ່ຄິດ ບໍ່ພຽງແຕ່ກິນໄດ້ 3 ແບບ ແຕ່ບາງຕົ້ນຍັງໃຊ້ເປັນຢາອີກດ້ວຍ   ໝາກມ່ວງຫາວໝາກນາວໂຫ່   ກິນ ດິບ → ຝາດເລັກນ້ອຍ ໃຊ້ເຮັດເຄື່ອງດື່ມສະໝຸນໄພ   ກິນ ສຸກ → ຫວານອົມສົ້ມ ກິນສົດ ໃຊ້   ທັງຕົ້ນ → ໃບ/ເປືອກ ໃຊ້ບຳລຸງເລືອດ ແກ້ພູມແພ້   ໝາກຕູມ   ກິນ ດິບ → ຕາກແຫ້ງ ຕົ້ມຊາແກ້ທ້ອງອືດ   ກິນ ສຸກ → ຫວານເຢັນ ກິນສົດ […]

ຈີນຮູ້ທັນທຣຳ ເທຂາຍພັນທະບັດສະຫະລັດ ກ່ອນສຶກຂູດຮີດພາສີ ເຫຼືອຖືຄອງເປັນອັນດັບ 3

ຈີນຫຼຸດການຖືຄອງພັນທະບັດລັດຖະບານສະຫະລັດລົງໃນເດືອນມີນາ ຕັ້ງແຕ່ກ່ອນໜ້າສົງຄາມຂູດຮີດພາສີຂອງປະທານາທິບໍດີໂດນັລ ທຣຳ ສົ່ງຜົນໃຫ້ສະຫະລາດຊະອານາຈັກກ້າວຂຶ້ນມາແທນທີ່ໃນອັນດັບ 2 ຂອງຕ່າງຊາດທີ່ຖືຄອງພັນທະບັດລັດຖະບານສະຫະລັດຫຼາຍທີ່ສຸດ   ໃນເດືອນດັ່ງກ່າວ ຊຶ່ງເປັນເດືອນກ່ອນໜ້າທຣຳເປີດສາກສຶກຮີດພາສີທີ່ກໍ່ຄວາມປັ່ນປ່ວນແກ່ຕະຫຼາດພັນທະບັດລັດຖະບານສະຫະລັດໃນເດືອນເມສາ ພົບວ່າບັນດາຕ່າງຊາດເຂົ້າຊື້ພັນທະບັດລັດຖະບານສະຫະລັດເພີ່ມຂຶ້ນຢ່າງຫຼາຍເປັນເດືອນທີ 2 ຕິດຕໍ່ກັນ   ແຕະລະດັບສູງສຸດເປັນປະຫວັດການ ໂດຍລວມແລ້ວຕ່າງຊາດຖືຄອງພັນທະບັດລັດຖະບານສະຫະລັດເພີ່ມຂຶ້ນ 233,100 ລ້ານໂດລາ ໃນເດືອນມີນາ ສູ່ລະດັບ 9.05 ລ້ານລ້ານໂດລາ ອ້າງອີງຈາກຕົວເລກຂອງກະຊວງການຄັງອາເມລິກາທີ່ເຜີຍແຜ່ເມື່ອວັນສຸກ(16ພຶດສະພາ) ຜິດກັບຈີນທີ່ຫຼຸດການຖືຄອງລົງ   ທີ່ຜ່ານມາ ຈີນ ຄືຜູ້ຖືຄອງພັນທະບັດລັດຖະບານສະຫະລັດລາຍໃຫຍ່ທີ່ສຸດ ກ່ອນຖືກຍີ່ປຸ່ນແຊງໜ້າໃນປີ 2019 ແລະ ຂໍ້ມູນຫຼ້າສຸດນີ້ພົບວ່າສະຫະລາດຊະອານາຈັກ ໄດ້ແຊງໜ້າ ຈີນ ເປັນຄັ້ງທຳອິດໃນຮອບກວ່າ 2 ທົດສະວັດ ໃນອັນດັບ 2 ຊາດທີ່ຖືຄອງພັນທະບັດລັດຖະບານສະຫະລັດຫຼາຍທີ່ສຸດໃນໂລກ   ໃນພາບລວມຂອງຂໍ້ມູນທີ່ເຜີຍແຜ່ໃນວັນສຸກ(16 ພຶດສະພາ) ບົ່ງຊີ້ວ່າຈົນເຖິງເດືອນມີນາ ຍັງບໍ່ມີການເອົາໃຈອອກຫ່າງຈາກພັນທະບັດລັດຖະບານສະຫະລັດ ຈົນກະທັ່ງ ທຣຳ ເປີດສາກມາດຕະການຮີດພາສີກຳນົດເຫຼັ້ນງານສິນຄ້ານຳເຂົ້າຈາກນານາຊາດໃນຊ່ວງຕົ້ນເດືອນເມສາ   ອຸປະສົງຂອງຕ່າງຊາດກາຍມາເປັນປະເດັນຖົກຖຽງກັນໃນຕະຫຼາດພັນທະບັດ ນັບຕັ້ງແຕ່ ທຣຳ ຍົກລະດັບຍຸດທະການຂຶ້ນພາສີເຊີງຮຸກ ແລະ ກ່າວຫາບັນດາຄູ່ຫູທາງການຄ້າຂອງສະຫະລັດຊ້ຳໆວ່າກຳລັງສີກປະເທດຂອງເຂົາເປັນຊິ້ນໆ   […]

ອະດີດນາຍພົນ US ເຊື່ອວ່າ ຈີນຈະຍົກກອງທັບບຸກໄຕ້ຫວັນ ‘ໃນບໍ່ຊ້າ’

ອະດີດເຈົ້າໜ້າທີ່ລະດັບສູງດ້ານປ້ອງກັນປະເທດຂອງສະຫະລັດ ສົ່ງສຽງເຕືອນສະມາຊິກສະພາຄອງເກຣສ ການຮຸກຮານໄຕ້ຫວັນໂດຍຈີນ “ຢູ່ບໍ່ຫ່າງໄກອີກຕໍ່ໄປ” ທ່າມກາງຄວາມຕຶງຄຽດເພີ່ມຂຶ້ນໃນຊ່ອງແຄບໄຕ້ຫວັນ ແລະ ສັກຍະພາບທີ່ເຂັ້ມແຂງຂຶ້ນເລື້ອຍໆຂອງກອງທັບປົດແອກປະຊາຊົນຈີນ   ຊາຣ໌ສ ຟລິນ ນາຍພົນບຳນານ ແລະ ອະດີດຜູ້ບັນຊາການກອງກຳລັງແປຊິຟິກແຫ່ງກອງທັບສະຫະລັດ ໃຫ້ຄວາມເຫັນໃນເລື່ອງນີ້ ຫຼັງຈາກທີ່ຜ່ານມາ ຈີນ ປະກາດລວມຊາດກັບໄຕ້ຫວັນ   ຊຶ່ງພວກເຂົາເບິ່ງໃນຖານະເປັນສ່ວນໜຶ່ງຂອງດິນແດນ ແລະ ເມື່ອບໍ່ດົນມານີ້ ປັກກິ່ງຍົກລະດັບຄວາມເຄື່ອນໄຫວທາງທະຫານຮອບໆໄຕ້ຫວັນ ລົງໂທດພັກປະຊາທິປະໄຕກ້າວໜ້າ ຜູ້ປົກຄອງຂອງເກາະ ທີ່ຕໍ່ຕ້ານປັກກິ່ງ   ພວກເຈົ້າໜ້າທີ່ສະຫະລັດເຊື່ອວ່າ ສີ ຈິ້ນຜິງ ປະທານາທິບໍດີຈີນ ອອກຄຳສັ່ງໃຫ້ກອງທັບປົດແອກປະຊາຊົນຈີນ ຍົກລະດັບໃຫ້ມີສັກຍະພາບພ້ອມສຳລັບເຂົ້າຍຶດໄຕ້ຫວັນພາຍໃນປີ 2027   ແຕ່ຜູ້ນຳລາຍນີ້ອາດຍັງບໍ່ສັ່ງບຸກໃນປີດັ່ງກ່າວ ຂະນະທີ່ ມາຣ໌ໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ແລະ ຄົນອື່ນໆໃນລັດຖະບານປະທານາທິບໍດີໂດນັລ ທຣຳ ປະກາດກ້າວວ່າຈະປ້ອງປາມຈີນທຸກວິຖີທາງ ເຮັດໃຫ້ປັກກິ່ງຊົດໃຊ້ການຮຸກຮານໃນລາຄາແພງທີ່ສຸດເທົ່າທີ່ຈະເປັນໄປໄດ້   ເມື່ອປາຍອາທິດທີ່ແລ້ວ ລະຫວ່າງໃຫ້ຂໍ້ມູນກັບສະພາຜູ້ແທນປະຊາຊົນ ໃນປະເດັນພັກຄອມມິວນິສຈີນ ທາງ ຊາຣ໌ສ ຟລິນ ກ່າວວ່າ “ໄພຂົ່ມຂູ່ການຮຸກຮານໄຕ້ຫວັນຂອງຈີນ ຢູ່ບໍ່ໄກອີກຕໍ່ໄປ ຫຼື […]

ອິສຣາເອນຈະອະນຸຍາດໃຫ້ສົ່ງອາຫານ “ປະລິມານພື້ນຖານ” ເຂົ້າໄປໃນ ກາຊາ ຫຼັງປິດລ້ອມ 10 ອາທິດ

ອິສຣາເອນປະກາດວ່າຈະອະນຸຍາດໃຫ້ສົ່ງອາຫານ “ໃນປະລິມານພື້ນຖານ” ເຂົ້າໄປໃນກາຊາ ເພື່ອໃຫ້ແນ່ໃຈວ່າ “ຈະບໍ່ເກີດວິກິດຂາດແຄນອາຫານ” ຫຼັງຈາກປິດລ້ອມພື້ນທີ່ດັ່ງກ່າວເປັນເວລາ 10 ອາທິດ   ຖະແຫຼງການຈາກສຳນັກງານນາຍົກລັດຖະມົນຕີອິສຣາເອນລະບຸວ່າ ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຕາມຄຳແນະນຳຂອງກອງກຳລັງປ້ອງກັນອິສຣາເອນ (IDF) ແລະ ອີງຕາມຄວາມຈຳເປັນໃນການສະໜັບສະໜູນການໂຈມຕີທາງທະຫານຕໍ່ກຸ່ມຮາມາສ ການປະກາດດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ກອງທັບອິສຣາເອນກ່າວວ່າໄດ້ເລີ່ມປະຕິບັດການພາກພື້ນດິນຢ່າງຄອບຄຸມທົ່ວກາຊາ   ອິສຣາເອນຕົກຢູ່ພາຍໃຕ້ແຮງກົດດັນທີ່ເພີ່ມຂຶ້ນໃຫ້ຍົກເລີກການປິດລ້ອມ ຊຶ່ງບໍ່ອະນຸຍາດໃຫ້ສົ່ງອາຫານ ເຊື້ອເພີງ ຫຼື ຢາຮັກສາໂລກໃດໆ ເຂົ້າໄປໃນກາຊາ ໜ່ວຍງານດ້ານຄວາມຊ່ວຍເຫຼືອໄດ້ເຕືອນກ່ຽວກັບຄວາມສ່ຽງຕໍ່ການເກີດຄວາມອຶດຢາກໃນໝູ່ປະຊາກອນ 2.1 ລ້ານຄົນຂອງກາຊາ ໂດຍມີການເຜີຍແຜ່ພາບແລະລາຍງານຂອງເດັກນ້ອຍຈ່ອຍໂຊທີ່ຂາດສານອາຫານ     ຖະແຫຼງການຈາກສຳນັກງານນາຍົກລັດຖະມົນຕີເບນຈາມິນ ເນທັນຢາຮູ ລະບຸວ່າ ອິສຣາເອນຈະອະນຸຍາດໃຫ້ “ນຳອາຫານຈຳນວນໜຶ່ງມາໃຫ້ກັບປະຊາຊົນໃນກາຊາ”   ເພື່ອໃຫ້ແນ່ໃຈວ່າຈະບໍ່ມີວິກິດອາຫານຂາດແຄນ ແລະ ເສີມວ່າສະຖານະການດັ່ງກ່າວຈະສົ່ງຜົນກະທົບຕໍ່ປະຕິບັດການໃໝ່ທີ່ຮຽກວ່າ Operation Gideon’s Chariot ໂດຍອິສຣາເອນຈະດຳເນີນການເພື່ອປະຕິເສດຄວາມສາມາດຂອງຮາມາສໃນການຄວບຄຸມການແຈກຈ່າຍຄວາມຊ່ວຍເຫຼືອດ້ານມະນຸດສະທຳ   ກ່ອນໜ້ານີ້ໃນວັນອາທິດ ກອງທັບອິສຣາເອນໄດ້ເປີດສາກໂຈມຕີສະຖານທີ່ຕ່າງໆ ລວມເຖິງໂຮງໝໍໃນກາຊາຕອນເໜືອ ອິສຣາເອນກ່າວວ່າມີເປົ້າໝາຍທີ່ຈະປ່ອຍຕົວປະກັນທີ່ຖືກຈັບກຸມໃນສະຫນວນກາຊາ ແລະ ເອົາຊະນະກຸ່ມຮາມາສ   ເຈົ້າໜ້າທີ່ກູ້ໄພກ່າວວ່າ ການໂຈມຕີດັ່ງກ່າວເກີດຂຶ້ນທີ່ເມືອງຂ່ານຢູນິສທາງຕອນໃຕ້ ລວມເຖິງເມືອງຕ່າງໆ ທາງຕອນເໜືອຂອງກາຊາ ເຊັ່ນ: ເບດ, […]

ເກີດແຜ່ນດິນໄຫວ 2,4 ຣິກເຕີ ຢູ່ເມືອງສັງທອງນະຄອນຫຼວງວຽງຈັນ

ອີງຕາມລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃຫ້ຮູ້ໃນວັນທີ 18 ພຶດສະພາ 2025 ວ່າ:   ສະຖານນີກວດຈັບແຜ່ນດິນໄຫວ ໄດ້ກວດພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດ ຄັ້ງທີ 01 ຢູ່ໃນບໍລິເວນນະຄອນຫຼວງວຽງຈັນ ລາຍລະອຽດຂອງການເກີດແຜ່ນດິນໄຫວ   ມີຈຸດສູນກາງເກີດແຜ່ນດິນໄຫວທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ, ເວລາ 23:31:17 ໂມງ, ຂະໜາດຄື້ນ 2,4 ຣິກເຕີ້ຄວາມເລິກ 1 ກິໂລແມັດ ຄົນທົ່ວໄປຮູ້ສຶກໄດ້ເລັກນ້ອຍ.         ທີ່ມາ: ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ

ເບິ່ງດວງ ດວງລາຍອາທິດ 19 – 25 ພຶດສະພາ 2025

ຄົນເກີດວັນຈັນ   ການເງິນ ເຖິງແມ່ນວ່າຈະຈັດສັນການເງິນໄດ້ເປັນຢ່າງດີ ແຕ່ຈະມີເຫດໃຫ້ຕ້ອງເສຍເງິນ ໂດຍສະເພາະກັບຍານພາຫະນະ ແລະ ບໍລິວານ ໂຊກລາບທີ່ໄດ້ມາກໍຕ້ອງຈ່າຍອອກໄປ ບໍ່ສາມາດເກັບໄວ້ໄດ້ ແຕ່ໂດຍພາບລວມກໍຍັງບໍ່ເຖິງຂັ້ນມີບັນຫາ   ການງານ ຊ່ວງນີ້ວຽກຈະເດັ່ນຫຼາຍ ເພາະເຈົ້າເປັນຄົນທີ່ມີຄວາມຄິດຄວາມອ່ານລ້ຳຍຸກສະໄຫມ ເບິ່ງແລະວາງແຜນງານໄດ້ໄກ ເຮັດໃຫ້ເປັນທີ່ຍອມຮັບແລະສ້າງຄວາມໄວ້ເນື້ອເຊື່ອໃຈກັບຄົນຮອບຂ້າງ ແຕ່ສິ່ງທີ່ຕ້ອງລະວັງຄືຢ່າຕັດສິນໃຈໄວເກີນໄປ ຈົນຂາດສະຕິ   ຄວາມຮັກ ຄົນໂສດຈະມີຄົນເຂົ້າມາ ເຊິ່ງອາດຈະໃຊ້ໄລຍະເວລາຈັກໜ່ອຍກວ່າເຂົາຈະຍອມເປີດເຜີຍຕົວຕົນໃຫ້ເຈົ້າຮູ້ ສ່ວນຄົນມີຄູ່ ຊ່ວງນີ້ເປັນຊ່ວງທີ່ມີສະເຫນ່ຫຼາຍ ຄູ່ຂອງເຈົ້າຈະເອົາອົກເອົາໃຈເຖິງວ່າບໍ່ໄດ້ເທົ່າສິ່ງທີ່ເຈົ້າຫວັງໄວ້ກໍຕາມ   ສຸຂະພາບ ລະວັງເລື່ອງການກິນ ເພາະເຈົ້າເລືອກກິນແບບເນັ້ນແຊບຖືກປາກ ຈຶ່ງເຮັດໃຫ້ມີບັນຫາເລື່ອງນ້ຳໜັກຕົວ ລວມໄປເຖິງພວກໄຂມັນໃນເສັ້ນເລືອດ ໂລກຫົວໃຈ ເບົາຫວານ ນ້ຳຕານໃນເລືອດສູງໄດ້   ເລກນຳໂຊກ 1, 2,   ຂໍ້ແນະນຳເສີມດວງ ໝັ່ນຕື່ມນ້ຳມັນຕະກຽງ, ຖວາຍຫຼອດໄຟຟ້າ, ທຽນ ຫຼື ຮ່ວມຖວາຍປັດໄຈຄ່າໄຟຟ້າ ໂດຍສະເພາະກັບວັດທີ່ຢູ່ຫ່າງໄກ ນອກຈາກນີ້ລອງຖວາຍສັງຄະທານເຂົ້າສານອາຫານແຫ້ງແກ່ພະພິກຂຸສົງ ແລະ ຫາໂອກາດປ່ອຍປາຕາມຈຳນວນກຳລັງວັນເກີດດ້ວຍ   ຄົນເກີດວັນອັງຄານ   ການເງິນ ລະວັງເລື່ອງການລົງທຶນ […]

ແອບຄຳນວນຄ່າພະລັງງານໄຟຟ້າສຳລັບພາກທີ່ຢູ່ອາໄສ

ຜູ້ຊົມໃຊ້ໄຟຟ້າທ່ານໃດ ທີ່ຕ້ອງການຢາກຄຳນວນ ການຊົມໃຊ້ພະລັງງານໄຟຟ້າໃນແຕ່ລະເດືອນ ຂອງທ່ານ ສາມາດຄຳນວນໄດ້ເລີຍ ຜ່ານ app ດັ່ງກ່າວ ກົດລີ້ງ👇🏻 📌📌Link: https://e-service.edl.com.la/electric-calculator     ທີ່ມາ: EDL LAOS

ຕຳຫຼວດໄທ ຢືນຢັນສົບທີ່ລອຍນ້ຳມາຖືກຄາດຕະກຳມາຢ່າງແນ່ນອນ ແຕ່ຍັງບໍ່ຮູ້ສັນຊາດ ພີ່ນ້ອງໃຜສູນຫາຍຂໍໃຫ້ກວດສອບ

ເຈົ້າໜ້າທີ່ຕຳຫຼວດໄທ ຢືນຢັນສົບທີ່ລອຍນ້ຳມາເມື່ອວານນີ້ ຖືກຄາດຕະກຳມາຢ່າງແນ່ນອນ     ເນື່ອງຈາກມີຮອຍບາດແຜຕາມຕົວຫຼາຍແຫ່ງ ອີກທັງມີການຫໍ່ສົບແລະຖ່ວງສົບດ້ວຍເສົາຖ່ວງດຶງໄວ້     ເບື້ອງຕົ້ນຍັງບໍ່ສາມາດຢືນຢັນໄດ້ວ່າ ເປັນສົບຂອງຄົນສັນຊາດໃດ     ຕ້ອງລໍຜົນການຜ່າກວດສູດສົບເພື່ອຫາຫຼັກຖານຂອງວິທະຍາສາດກ່ອນ ຝາກນີ້ປະຊາສຳພັນເຖິງປະຊາຊົນທັງຝັ່ງໄທແລະຝັ່ງ ສປປ.ລາວ ຫາກມີຍາດພີ່ນ້ອງສູນຫາຍໃນຊ່ວງ ຫຼື ສົງໄສວ່າຍາດຖືກຄາດຕະກຳ ໃຫ້ຕິດຕໍ່ກັບພະນັກງານສອບສວນຫຼື ຜກກ.ສພ.ໂພນພິໄສ ເພື່ອຈະໄດ້ຮ່ວມກັນກວດສອບ