ແຈ້ງການຈາກໂຍທານະຄອນຫຼວງວຽງຈັນ ຂໍຄວາມຮ່ວມມື ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ) ຕາມເສັ້ນທາງທີ່ກຳນົດ

ພະແນກາໂຍທທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດອອກໜັງສືແຈ້ງການມາຍັງທ່ານ ເພື່ອຊາບ ພ້ອມກັນຈັດຕັ້ງປະຕິບັດ, ໃຫ້ຄວາມຮ່ວມມື ຫ້າມຈອດຍານພາຫະນະຢູ່ຕາມແຄມທາງ (ສອງຟາກທາງ).   ເສັ້ນທາງເສດຖາທິຣາດ ເລີ່ມແຕ່ ສີ່ແຍກໜ້າວັດອິນແປງ ຫາ ສາມແຍກໄຟແດງສໍານັກງານປະທານປະເທດ ແລະ ເສັ້ນທາງໜອງບອນ ເລີ່ມແຕ່ ສະຖານທູດຝຣັ່ງ (ໂຮງໝໍມະໂຫສົດ), ຕະຫຼາດເຊົ້າ, ວັດທາດຝຸ່ນ ແລະ ປະຕູໄຊ.   ເລີ່ມແຕ່ວັນທີ 24 ກໍລະກົດ 2025 ຫາ ວັນທີ 30 ສິງຫາ 2025 ຕາມໂມງເວລາ: ຊ່ວງເຊົ້າແຕ່ 08:00 ຫາ 12:00 ໂມງ, ຊ່ວງບ່າຍແຕ່ 13:00 – 15:00 ໂມງ ເປັນຕົ້ນໄປ.   ປະຈຸບັນໂຄງການໄດ້ສຸ່ມໃສ່ການກໍ່ສ້າງພື້ນຖານໂຄງລາງ ສໍາລັບລະບົບລົດເມດ່ວນ (BRT) ໃຫ້ສໍາເລັດຕາມ ແຜນການ ແລະ ຕ້ອງຫຼີກລ້ຽງອຸປະສັກ, […]

ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ(UNSC) ປະຊຸມສຸກເສີນ ກ່ຽວກັບເຫດການໄທ – ກຳປູເຈຍ ຂໍໃຫ້ໃຊ້ຄວາມອົດກັ້ນສູງສຸດ

ອົງການຂ່າວເອເອັຟພີລາຍງານອ້າງແຫຼ່ງຂ່າວທາງການທູດຫຼາຍຄົນວ່າ ຄະນະມົນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື UNSC ປະຊຸມສຸກເສີນມື້ນີ້ (25 ກໍລະກົດ 2025) ກ່ຽວກັບການປະທະກັນລະຫວ່າງໄທ-ກຳປູເຈຍທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ   ການປະຊຸມສຸກເສີນດັ່ງກ່າວ ຈະເປັນການປະຊຸມແບບປິດປະຕູ ຄື ບໍ່ໃຫ້ນັກຂ່າວເຂົ້າຟັງ ໃນເວລາ 15.00 ນາທີ ມື້ນີ້ຕາມເວລາທີ່ຢູເອັນ ກົງກັບ 2.00 ນາທີ ໃນຊ່ວງເຊົ້າວັນເສົາມື້ອື່ນ (26 ກໍລະກົດ ) ຕາມເວລາໃນປະເທດລາວ   ເອເອັຟພີລະບຸດ້ວຍວ່າ ການປະຊຸມ UNSC ທີ່ຈະມີຂຶ້ນໃນມື້ນີ້ ເກີດຂຶ້ນຈາກການຮ້ອງຂໍຂອງນາຍົກລັດຖະມົນຕີຮຸນ ມາເນັດຂອງກຳປູເຈຍ   ດ້ານເວັບຂ່າວ RIA Novosti ຂອງຣັດເຊຍ ລາຍງານເພີ່ມເຕີມວ່າ ຄະນະທູດປາກິສຖານປະຈຳຢູເອັນ ຊຶ່ງຂະນະນີ້ດຳລົງຕຳແໜ່ງປະທານ UNSC ຕາມວາລະ ໄດ້ເປີດເຜີຍຕໍ່ RIA Novosti ວ່າ ການປະຊຸມສຸກເສີນຂອງ UNSC ມື້ນີ້ ຈະເປັນການປະຊຸມແບບສ່ວນຕົວ ເລີ່ມເວລາ 15.00 ນາທີ ມື້ນີ້ຕາມເວລາໃນສະຫະລັດ […]

“ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ” ຈຳນວນ 1 ລ້ານໂດລາສະຫະລັດ ກັບອີກຈຳນວນ 3 ຕື້ກີບ

“ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ–ລາວ ມອບເງິນຊ່ວຍເຫຼືອລັດຖະບານ“   ໃນຕອນເຊົ້າ ວັນທີ 24 ກໍລະກົດ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ–ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ–ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025   ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຕາງໜ້າບໍລິສັດ ກ່າວມອບໂດຍ ທ່ານ ເລແທັງ ຕາວ ປະທານໃຫຍ່ ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ–ລາວ, ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, […]

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເດີນທາງຢ້ຽມຢາມທາງການ ທີ່ ຣາຊະອານາຈັກ ກຳປູເຈຍ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເດີນທາງຢ້ຽມຢາມທາງການ ທີ່ ຣາຊະອານາຈັກ ກຳປູເຈຍ   ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ,   ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ–ກໍາປູເຈຍ, ກໍາປູເຈຍ–ລາວ ຄັ້ງທີ 8 ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້,   ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ […]

ຄຳສາລະພາບຂອງຄາດຕະກອນກໍ່ເຫດຄາດຕະກໍາ ນຳສົບໄປຝັງດິນຢູ່ເມືອງສັງທອງ

ຄຳສາລະພາບຂອງຄາດຕະກອນກໍ່ເຫດຄາດຕະກໍານຳສົບໄປຝັງດິນ ຢູ່ເມືອງສັງທອງ ໃນຄັ້ງວັນທີ 17 ກໍລະກົດ 2025 ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຈາກ ກອງບັນຊາການ ປກສ ເມືອງສັງທອງ ວ່າ: ມີຄົນເສຍຊີວິດ ຢູ່ບ້ານສໍາພັນນາ ເມືອງສັງທອງ ນວ,   ຈາກນັ້ນ ເຈົ້າໜ້າທີ່ ຫ້ອງຕຳຫຼວດ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄປກວດກາສະຖານທີ່ເກີດເຫດ ສາມາດຮູ້ໄດ້ຜູ້ເສຍຊີວິດຊື່ ທ້າວ ນຸກອນ ອາຍຸ 48 ປີ, ເຊື້ອຊາດ-ສັນຊາດ ລາວ, ອາຊີບ ພະນັກງານ, ປັດຈຸບັນຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕບອງ ນະຄອນຫຼວງວຽງຈັນ.   ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນຫຼັກຖານ ໄດ້ຮູ້ເປົ້າໝາຍສົງໃສທີ່ເອົາຕົວຫຼົບໜີ ໄປແຂວງໄຊຍະບູລີ ເຈົ້າໜ້າທີ່ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ສາມາດຈັບຕົວຜູ້ຖືກຫາໄດ້ ໃນເວລາ 11:30 ໂມງ ຂອງວັນທີ 18 ກໍລະກົດ […]

ເຕືອນໄພ!!! ຈາກການພະຍາກອນລະດັບນ້ຳມີທ່າອ່ຽງສູງຂື້ນເຖິງເຂດເຕືອນໄພ ໃນໄລຍະ ວັນທີ 24 ຫາ 25 ກໍລະກົດ 2025

ແຈ້ງເຕືອນໄພຝົນຕົກໜັກ, ນ້ຳຖ້ວມຊຸ ແລະ ດິນເຈືື່ອນ   ວັນທີ 24 ກໍລະກົດ 2025 ຮ່ອງຄວາມກົດດັນອາກາດຕ່ຳ ຫລືວ່າ ຮ່ອງຝົນ ຍັງສືບຕໍ່ພາດຜ່ານພາກເໜືອ ແລະ ພາກກາງ ຂອງປະເທດລາວ   ປ່ອງໃສ່ຄວາມກົດດັນອາກາດຕ່ຳທີ່ ປະເທດຫວຽດນາມ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັັງແຮງພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ   ແລະ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ສໍາລັບ ສະພາບລະດັບນ້ຳ ແມ່ນ້ຳຂອງ ແລະ ສາຂາແມ່ນ້ຳ ຂອງສະຖານີຫລວງພະບາງ, ຈາກການພະຍາກອນລະດັບນ້ຳມີທ່າອ່ຽງສູງຂື້ນເຖິງເຂດເຕືອນໄພ ໃນໄລຍະ ວັນທີ 24 ຫາ 25 ກໍລະກົດ 2025.     ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 24 ກໍລະກົດ 2025

ແຈ້ງປັບລາຄານ້ຳມັນ   ເລີ່ມປະຕິບັດ 06:00 ໂມງຂອງວັນທີ 24/07/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0862/ກຄພນ ລົງວັນທີ 23 ກກ. 2025 ລາຍລະອຽດດັ່ງລຸ່ມນີ້:     ທີ່ມາ: ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ)    

ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ກຽມປະກາດລາອອກພາຍໃນເດືອນໜ້າ

ຫນັງສືພິມໄມນິຈິ ລາຍງານວ່າ ນາຍົກລັດຖະມົນຕີຊິເງຣຸ ອິຊິບະ ຂອງຍີ່ປຸ່ນ ວາງແຜນທີ່ຈະປະກາດລາອອກພາຍໃນທ້າຍເດືອນໜ້າ   ອິຊິບະກຳລັງປະເຊີນໜ້າກັບການຕໍ່ຕ້ານທີ່ເພີ່ມຫຼາຍຂຶ້ນຈາກພາຍໃນພັກເສຣີປະຊາທິປະໄຕ (ແອລດີພີ) ຫຼັງຈາກທີ່ປະເຊີນໜ້າກັບການຕໍ່ຕ້ານພາຍໃນພັກເສຣີປະຊາທິປະໄຕ ເນື່ອງຈາກລາວກ່າວວ່າຈະຍັງຄົງຢູ່ໃນອຳນາດຕໍ່ໄປ ເຖິງແມ່ນວ່າພັກຮ່ວມລັດຖະບານຈະແພ້ໃນການເລືອກຕັ້ງວຸດທະສະພາເມື່ອວັນອາທິດ (20/7/2025) ທີ່ຜ່ານມາ.   ຫນັງສືພິມໂຍມິອຸຣິ ຊິມບຸນ ລາຍງານວ່າ ອິຊິບະໄດ້ແຈ້ງຕໍ່ຜູ້ໃກ້ຊິດໃນຕອນແລງວັນອັງຄານ (22 ກໍລະກົດ) ວ່າ ລາວຈະອະທິບາຍວິທີການຮັບຜິດຊອບຕໍ່ການແພ້ ໃນການເລືອກຕັ້ງຄັ້ງນີ້ ເມື່ອສາມາດຫາຂໍ້ຍຸຕິໃນການເຈລະຈາການຄ້າໄດ້.   ໃນທີ່ໂພສເມື່ອວັນພຸດຕາມເວລາເອເຊຍ ປະທານາທິບໍດີໂດນາລ ທຣຳ ຂອງສະຫະລັດກ່າວວ່າ   ລາວຫາກໍ່ສຳເລັດຂໍ້ຕົກລົງ “ຄັ້ງໃຫຍ່” ກັບຍີ່ປຸ່ນ ຊຶ່ງລວມເຖິງການລົງທຶນມູນຄ່າ 550,000 ລ້ານໂດລາສະຫະລັດໃນສະຫະລັດ.   ຫຼັງຈາກໂພສຂອງທຣຳ ທ່ານ ອິຊິບະກ່າວວ່າ ລາວພ້ອມທີ່ຈະພົບຫຼືໂອ້ລົມໂທລະສັບກັບທຣຳ ຫຼັງຈາກໄດ້ຮັບຂໍ້ມູນສະຫຼຸບຈາກ ທ່ານ ຣຽວເຊຍ ອາຄາຊາວະ ຫົວໜ້າຄະນະເຈລະຈາການຄ້າຂອງຍີ່ປຸ່ນ ຊຶ່ງເດີນທາງມາທີ່ນະຄອນວໍຊິງຕັນເພື່ອເຈລະຈາການຄ້າ.   “ຂ້າພະເຈົ້າຍັງບອກບໍ່ໄດ້ຈົນກວ່າຈະພິຈາລະນາຜົນຂອງຂໍ້ຕົກລົງຢ່າງລະອຽດຖີ່ຖ້ວນ” ທ່ານ ອິຊິບະກ່າວກັບຜູ້ສື່ຂ່າວເມື່ອຖືກຖາມວ່າຂໍ້ຕົກລົງກັບສະຫະລັດຈະສົ່ງຜົນຕໍ່ການຕັດສິນໃຈຂອງລາວໃນການລົງຈາກຕຳແໜ່ງຫຼືບໍ່.   ລາວຍັງອະທິບາຍເຖິງການຕັດສິນໃຈຢູ່ຕໍ່ ອິຊິບະໄດ້ເນັ້ນຍ້ຳເຖິງຄວາມຈຳເປັນໃນການຫຼີກເວັ້ນການສ້າງສູນຍາກາດທາງການເມືອງ […]

ນາຍົກລັດຖະມົນຕີມາເລເຊຍປະກາດແຈກເງິນ ໃຫ້ຜູ້ທີ່ມີອາຍຸ 18ປີຂຶ້ນໄປທຸກຄົນ ຫຼຸດບັນຫາຄ່າຄອງຊີບສູງ

ນາຍົກລັດຖະມົນຕີອັນວາ ອິບຣາຮິມ ຂອງມາເລເຊຍ ປະກາດມາດຕະການໃໝ່ ເພື່ອຈັດການກັບຄວາມກັງວົນຂອງປະຊາຊົນກ່ຽວກັບບັນຫາຄ່າຄອງຊີບທີ່ສູງຂຶ້ນ ຊຶ່ງລວມເຖິງການແຈກເງິນຊ່ວຍເຫຼືອປະຊາຊົນຜູ້ໃຫຍ່ທຸກຄົນ ຄົນລະ 100 ຣິງກິດ ແລະ ຄຳໝັ້ນວ່າຈະຫຼຸດລາຄານ້ຳມັນເຊື້ອເພີງ   ການປະກາດດັ່ງກ່າວເກີດຂຶ້ນກ່ອນແຜນການຈັດການປະທ້ວງໃນນະຄອນກົວລາລຳເປີ ໃນວັນເສົານີ້ (26 ກໍລະກົດ) ໂດຍຮຽກຮ້ອງໃຫ້ ທ່ານ ອັນວາ ລາອອກຈາກຕຳແໜ່ງ ເນື່ອງຈາກບັນຫາລາຄາສິນຄ້າທີ່ສູງຂຶ້ນແລະຄວາມລົ້ມເຫຼວໃນການປະຕິຮູບທີ່ສັນຍາໄວ້ ລວມເຖິງຂໍ້ກັງວົນອື່ນໆ.   ລັດຖະບານຂອງອັນວາໄດ້ດຳເນີນມາດຕະການຫຼາຍຢ່າງເພື່ອກະຕຸ້ນລາຍໄດ້ ແລະ ຜົນຜະລິດໃນປີນີ້ ລວມເຖິງການຂຶ້ນຄ່າແຮງຂັ້ນຕ່ຳ, ການຂຶ້ນຄ່າໄຟຟ້າສຳລັບຜູ້ໃຊ້ໄຟຟ້າລາຍໃຫຍ່ ແລະ ພາສີການຂາຍໃໝ່ສຳລັບໝາກໄມ້ນຳເຂົ້າແລະສິນຄ້າຟຸ່ມເຟືອຍບາງລາຍການ.   ທ່ານ ອັນວາ ກ່າວວ່າມາດຕະການເຫຼົ່ານີ້ມຸ່ງເປົ້າໄປທີ່ທຸລະກິດຂະໜາດໃຫຍ່ ແລະ ກຸ່ມຄົນຮັ່ງມີເປັນຫຼັກ ແຕ່ນັກວິຈານໄດ້ສະແດງຄວາມກັງວົນວ່າຕົ້ນທຶນທີ່ສູງຂຶ້ນຈະຖືກສົ່ງຕໍ່ໄປຍັງຜູ້ບໍລິໂພກໃນທີ່ສຸດຊຶ່ງລວມເຖິງຜູ້ມີລາຍໄດ້ນ້ອຍ ແລະ ປານກາງ.   ເມື່ອວັນພຸດທີ່ຜ່ານມາ ທ່ານອັນວາກ່າວວ່າຄົນມາເລເຊຍທີ່ເປັນຜູ້ໃຫຍ່ທຸກຄົນທີ່ມີອາຍຸ 18 ປີຂຶ້ນໄປຈະໄດ້ຮັບເງິນຊ່ວຍເຫຼືອຄັ້ງດຽວ 100 ຣິງກິດ (ປະມານ 508,000 ກີບ) ຊຶ່ງຈະຈ່າຍຕັ້ງແຕ່ວັນທີ 31 ສິງຫາເປັນຕົ້ນໄປ   ໂດຍລັດຖະບານຈະຈັດສັນເງິນຊ່ວຍເຫຼືອລວມ 15,000 […]

ຮົງກົງໃຊ້ AI ພິມ “ກະດູກ 3 ມິຕິ” ຈາກພາບ X-ray ຫຼຸດຄົນເຈັບຮັບລັງສີໄດ້ 99%

ທີມນັກວິໄຈຈາກ ມະຫາວິທະຍາໄລວິທະຍາສາດແລະເທັກໂນໂລຊີຮົງກົງ (HKUST) ໄດ້ປະກາດຄວາມສຳເລັດຂອງການພັດທະນາເທັກໂນໂລຊີທີ່ຂັບເຄື່ອນດ້ວຍ AI ຊຶ່ງສາມາດສ້າງໂຄງສ້າງກະດູກແບບ 3 ມິຕິ ຂອງຄົນເຈັບຂຶ້ນມາໃໝ່ໄດ້   ໂດຍໃຊ້ພາບ X-ray ພຽງ 2-4 ພາບເທົ່ານັ້ນ ຊຶ່ງຊ່ວຍຫຼຸດຄວາມຈຳເປັນໃນການສະແກນ CT ແລະ ຫຼຸດປະລິມານລັງສີທີ່ຄົນເຈັບດ້ຮັບໄດ້ຫຼາຍເຖິງຮ້ອຍລະ 99.   ການພັດທະນາ AI ເພື່ອການສ້າງແບບຈຳລອງກະດູກ   ທີມນັກວິໄຈເປີດເຜີຍວ່າເທັກໂນໂລຊີນີ້ໃຊ້ເວລາພຽງ 30 ວິນາທີ ໃນການສ້າງແບບຈຳລອງກະດູກ 3 ມິຕິ   ໂດຍໃຊ້ປັນຍາປະດິດໃນການແປງພາບ X-ray ມາດຕະຖານ ໃຫ້ເປັນພາບກະດູກ ແລະ ອະໄວຍະວະແບບ 3 ມິຕິ ດ້ວຍວິທີນີ້ຊ່ວຍໃຫ້ໝໍສາມາດເຫັນພາບກະດູກຂອງຜູ້ປ່ວຍແບບສາມມິຕິທີ່ລະອຽດເທິງໜ້າຈໍຄອມພິວເຕີ ແລະ ຊ່ວຍໃຫ້ການວິນິດໄສ ແລະ ການວາງແຜນການປິ່ນປົວແມ່ນຍຳຍິ່ງຂຶ້ນ.   ບໍ່ແມ່ນພຽງແຕ່ພາບ ແຕ່ “ພິມ” ແບບຈຳລອງກະດູກ 3D ໄດ້ດ້ວຍ   ນອກຈາກຄວາມສາມາດໃນການສ້າງພາບ 3 […]