ແຈ້ງການມອດໄຟ ວັນທີ 14, 15, 16, 17, 20 ແລະ 24 ສິງຫາ 2025

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 14, 15, 16, 17, 20 ແລະ 24 ສິງຫາ 2025 ບາງເຂດເມືອງໄຊທານີ ເມືອງຫາດຊາຍຟອງ ແລະ ເມືອງນາຊາຍທອງ ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ພະສົງສຳມະເນນກຳປູເຈຍ 2,569 ອົງ ເດີນຂະບວນຮຽກຮ້ອງໃຫ້ຢຸດຍິງຖາວອນ

ຜູ້ນຳສາສະໜາພຸດ ແລະ ພະສົງໃນກໍາປູເຈຍ 2,569 ອົງ ຮ່ວມເດີນຂະບວນຢູ່ນະຄອນພະນົມເປັນ ເພື່ອຮຽກຮ້ອງສັນຕິພາບ-ໃຫ້ຢຸດຍິງຖາວອນ ແລະ ຂໍໃຫ້ໄທປ່ອຍຕົວທະຫານກໍາປູເຈຍທີ່ຖືກຄວບຄຸມຕົວທັງ 18 ນາຍ   ວັນທີ 10 ສິງຫາ 2025 ພະສົງ 2,569 ອົງ ເຊິ່ງນຳໂດຍຜູ້ນຳທາງສາສະໜາຫຼາຍອົງ ລວມທັງພະສັງຄະລາດຝ່າຍຄະນະສົງທັມມະຍຸດ ແລະ ພະສັງຄະລາດຝ່າຍຄະນະສົງມະຫານິກາຍ   ລວມຕົວເດີນຂະບວນຈາກວັດພະນົມຢູ່ນະຄອນພະນົມເປັນ ໄປຫາວິມານເອກະລາດ ຢູ່ກາງນະຄອນຫຼວງຂອງກໍາປູເຈຍ ເປັນລະຍະທາງ 3 ກິໂລແມັດ ໂດຍລະຫວ່າງການເດີນຂະບວນ ມີປະຊາຊົນກໍາປູເຈຍຢືນຕ້ອນຮັບຕາມເສັ້ນທາງ   ໃນບາງໄລຍະ ຄະນະສົງກຸ່ມນີ້ ໄດ້ອອກຖະແຫຼງການສະໜັບສະໜຸນລັດຖະບານກໍາປູເຈຍຢ່າງເຕັມທີ່ ແລະ ຮຽກຮ້ອງໃຫ້ປະເທດໄທເຄົາລົບຂໍ້ຕົກລົງຢຸດຍິງຖາວອນລະຫວ່າງສອງປະເທດ ພ້ອມທັງຂໍໃຫ້ປ່ອຍຕົວທະຫານກໍາປູເຈຍທີ່ຖືກຄວບຄຸມຕົວ 18 ນາຍ ແລະ ໄດ້ເນັ້ນເຖິງຈຸດຢືນຂອງກໍາປູເຈຍໃນການສະໜັບສະໜຸນສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ເຊິ່ງເປັນຮາກຖານຂອງການພັດທະນາ     ຄະນະສົງຍັງໄດ້ເຄື່ອນຂະບວນໄປຫາສະຖານເອກອັກຄະລາຊະທູດສະຫະລັດອາເມລິກາ ພ້ອມທັງອ່ານຖະແຫຼງການເປັນພາສາອັງກິດ ເພື່ອສະແດງຄວາມຂອບໃຈໂດນັລ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ໃນການລິເລີ່ມຂໍ້ຕົກລົງຢຸດຍິງ […]

ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ

ຜົນການສຶກສາໃໝ່ເປີດເຜີຍວ່າ ເດັກນ້ອຍທີ່ມີໂທລະສັບມືຖືເປັນຂອງຕົນເອງກ່ອນອາຍຸ 13 ປີ ມີແນວໂນ້ມທີ່ຈະປະສົບບັນຫາສຸຂະພາບຈິດທີ່ຮຸນແຮງເມື່ອເຕີບໃຫຍ່ຂຶ້ນ   ງານວິໄຈໃໝ່ນີ້ເກີດຂຶ້ນໂດຍສະຕາດອັບດ້ານປະສາດວິທະຍາຈາກປະເທດສະຫະລັດອາເມລິກາ ທີ່ຊື່ວ່າ ເຊເປັຽນ ແລັບສ໌ (Sapien Labs) ຊຶ່ງນຳໃຊ້ຂໍ້ມູນ Longitudinal Data ຫຼື ຂໍ້ມູນທີ່ເກັບຈາກກຸ່ມບຸກຄົນ ຫຼື ສິ່ງທີ່ສຶກສາຊ້ຳໆ ຫຼາຍຄັ້ງໃນແຕ່ລະຊ່ວງເວລາ   ເພື່ອເບິ່ງການປ່ຽນແປງເມື່ອເວລາຜ່ານໄປ ຂໍ້ມູນນີ້ນຳມາຈາກ ໂກລບອນ ໄມດ໌ ໂປຣເຈັກ (Global Mind Project) ຊຶ່ງເປັນຖານຂໍ້ມູນສຸຂະພາບຈິດຂະໜາດໃຫຍ່ທີ່ລວບລວມໂດຍບໍລິສັດເອງ   ຜົນການສຶກສາພົບວ່າກຸ່ມຄົນອາຍຸລະຫວ່າງ 18 ຫາ 24 ປີ ຈຳນວນກວ່າ 100,000 ຄົນທົ່ວໂລກ ທີ່ໄດ້ໃຊ້ໂທລະສັບມືຖືກ່ອນອາຍຸ 13 ປີ ຊຶ່ງອາດຈະນຳໄປສູ່ການເຂົ້າເຖິງໂຊຊຽລມີເດຍຕັ້ງແຕ່ນ້ອຍ ມີຄວາມສ່ຽງສູງຂຶ້ນຈາກການຖືກກັ່ນແກ້ງທາງໄຊເບີ   ການນອນຫຼັບບໍ່ສະບາຍ ແລະ ຄວາມສຳພັນທີ່ບໍ່ດີກັບຄອບຄົວ ເຮັດໃຫ້ມີແນວໂນ້ມທີ່ຈະມີຄວາມຄິດຂ້າຕົວເອງ ຄວາມກ້າວລ້າວ ການແຍກຕົວຈາກຄວາມເປັນຈິງ ແລະ ປະສາດຫຼອນເມື່ອອາຍຸຫຼາຍຂຶ້ນ   ໃນກຸ່ມຕົວຢ່າງດຽວກັນນີ້ […]

ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ

ສຳນັັກຂ່າວຂອງກາຊາ ເປີດເຜີຍວ່າມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 23 ຄົນ ບາດເຈັບອີກ 125 ຄົນ ຈາກການລໍຖ້າຮັບການສົ່ງຄວາມຊ່ວຍເຫຼືອທາງອາກາດຈາກນານາຊາດ   ທີ່ສົ່ງສິ່ງຂອງບັນເທົາທຸກດ້ວຍຮົ່ມຊູຊີບຈາກທາງອາກາດ ຊຶ່ງຜູ້ເສຍຊີວິດສ່ວນໃຫຍ່ຖືກສິ່ງຂອງຕົກທັບຮ່າງກາຍຈົນເສຍຊີວິດ   ຫຼ້າສຸດ ເດັກຊາຍຊາວປາເລັສໄຕນ໌ອາຍຸ 15 ປີ ຖືກສິ່ງຂອງບັນເທົາທຸກ ທີ່ໂຍນຜ່ານຮົ່ມຊູຊີບລົງມາທາງອາກາດ ຕົກທັບຈົນເສຍຊີວິດ ໃກ້ກັບລະບຽງເນັດຊາລິມ ໃນຕອນກາງຂອງກາຊາ   ຊຶ່ງຄອບຄົວຂອງເດັກຊາຍຄົນນີ້ບອກວ່າ ລາວພະຍາຍາມຈະລໍຖ້າຮັບສິ່ງຂອງບັນເທົາທຸກທີ່ຖືກສົ່ງມາທາງອາກາດ ແຕ່ລາວເຂົ້າໃກ້ສິ່ງຂອງທີ່ກຳລັງຕົກລົງມາສູ່ພື້ນຫຼາຍເກີນໄປ ຈົນຖືກທັບເສຍຊີວິດ ຊຶ່ງຄອບຄົວຂອງເດັກຊາຍຄົນດັ່ງກ່າວ ພະຍາຍາມຈະພາໄປທີ່ໂຮງໝໍ ແຕ່ລາວກໍເສຍຊີວິດແລ້ວ   ຫຼາຍປະເທດພະຍາຍາມສົ່ງຄວາມຊ່ວຍເຫຼືອດ້ານມະນຸດສະທຳເຂົ້າໄປໃນກາຊາຜ່ານການສົ່ງສິ່ງຂອງລົງມາຈາກຍົນ ແຕ່ທາງສະຫະປະຊາຊາດເຕືອນວ່າການສົ່ງສິ່ງຂອງລົງມາ ເປັນວິທີທີ່ສິ້ນເປຼືອງ ແລະ ສ່ຽງອັນຕະລາຍ   ເພາະສິ່ງຂອງອາດຈະຕົກໃສ່ບ້ານເຮືອນຂອງປະຊາຊົນ ຕົກໃສ່ຄົນທີ່ຢູ່ດ້ານລຸ່ມ ຫຼື ອາດຈະຕົກທະເລ ແລະ ຢ້ຳວ່າການສົ່ງສິ່ງຂອງບັນເທົາທຸກຂ໌ຜ່ານພົມແດນທາງພື້ນດິນເປັນວິທີທີ່ໄດ້ຜົນທີ່ສຸດ ແລະ ຮຽກຮ້ອງໃຫ້ອິສຣາເອວເປີດທາງໃຫ້ລົດບັນທຸກສົ່ງຄວາມຊ່ວຍເຫຼືອຜ່ານເຂົ້າມາໃນກາຊາໄດ້ຫຼາຍກວ່ານີ້   ສະຫະປະຊາຊາດຍັງເປີດເຜີຍວ່າສິ່ງຂອງທີ່ປະຊາຊົນໃນກາຊາຕ້ອງການຫຼາຍທີ່ສຸດຂະນະນີ້ ໄດ້ແກ່ອາຫານ, ນົມເດັກ, ຢາຮັກສາໂຣກ ແລະ ອຸປະກອນທາງການແພດ

ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ! ຂະຫຍາຍທາງລົດໄຟ ເຊື່ອມຕໍ່ ສປ ຈີນ- ສປປ ລາວ ແລະ ອາຊຽນ

ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ,ປູເສັ້ນທາງຮ່ວມມື ທີ່ໝັ້ນຄົງ ລະຫວ່າງ ຣັດເຊຍ-ສປ ຈີນ-ອາຊຽນ   ໃນສະຕະວັດທີ 21 ຜ່ານ ເວທີ ກອງປະຊຸມ ພົບປະສອງຝ່າຍ ສປປ ລາວ-ຣັດເຊຍ ໃນຕົ້ນເດືອນ ສິງຫານີ້, ໂດຍເນັ້ນ ຈະເຊື່ອມຕໍ່ທາງລົດໄຟ ຈາກຣັດເຊຍ ຜ່ານ ສປ ຈີນ ເຂົ້າສູ່ ສປປ ລາວ, ອາຊຽນ ແລະ ເປີດເສັ້ນທາງການຂົນສົ່ງສິນຄ້າ ຜ່ານທາງ ທະເລ ເພີ່ມຂຶ້ນຈາກ ຣັດເຊຍ ເຂົ້າ ສສ ຫວຽດນາມ (ທ່າກໍາປັ່ນ ນໍ້າເລິກບຸງ ອາງ) ເຊື່ອມຕໍ່ກັບ ສປປ ລາວ,   ທ່າມກາງ ສ.ອາເມລິກາ ຍັງຄົງຮັກສາອັດ ຕາພາສີ 40% ເປັນອາວຸດເດັດ ເພື່ອເປັນກໍາແພງສີ ກີດກັ້ນການຄ້າຂອງ ສປປ […]

ກອງທັບເກົາຫຼີໃຕ້ກຳລັງທະຫານຫຼຸດລົງເຫຼືອ 4.5 ແສນຄົນ ຈາກຈຳນວນປະຊາກອນຊາຍທີ່ຫຼຸດລົງຢ່າງຕໍ່ເນື່ອງ

ກະຊວງປ້ອງກັນປະເທດເກົາຫຼີໃຕ້ເປີດເຜີຍລາຍງານໃນວັນທີ 10 ສິງຫາ 2025 ວ່າກອງທັບຂອງເກົາຫຼີໃຕ້ໄດ້ຫຼຸດກຳລັງຄົນລົງເຖິງ 20% ໃນໄລຍະ 6 ປີທີ່ຜ່ານມາ ເຫຼືອພຽງແຕ່ 450,000 ຄົນ.   ສາເຫດຫຼັກມາຈາກຈຳນວນປະຊາກອນຊາຍໄວເກນທະຫານທີ່ຫຼຸດລົງຢ່າງໄວວາ, ຊຶ່ງອາດສົ່ງຜົນໃຫ້ເກີດບັນຫາຂາດແຄນນາຍທະຫານ ແລະ ຍາກຕໍ່ການປະຕິບັດງານໃນອະນາຄົດ ຖ້າຫາກແນວໂນ້ມນີ້ຍັງສືບຕໍ່ດຳເນີນຕໍ່ໄປ.   ລາຍງານນີ້ຖືກສົ່ງເຖິງ ຊູ ມີແອ ສະມາຊິກພັກປະຊາທິປະໄຕ ຊຶ່ງເປັນຜູ້ເຜີຍແຜ່ຕໍ່ສາທາລະນະ ໂດຍຂໍ້ມູນລະບຸວ່າ ກຳລັງຄົນກອງທັບເກົາຫຼີໃຕ້ຫຼຸດລົງຢ່າງຕໍ່ເນື່ອງຕັ້ງແຕ່ຕົ້ນທົດສະວັດ 2000 ຊຶ່ງຂະນະນັ້ນມີກຳລັງຄົນປະມານ 690,000 ຄົນ ຈົນມາຮອດຊ່ວງປາຍທົດສະວັດ 2010 ຈຳນວນຫຼຸດລົງຢ່າງໄວວາ ເຫຼືອປະມານ 563,000 ຄົນໃນປີ 2019   ສຳລັບເກົາຫຼີເໜືອ ກະຊວງປ້ອງກັນປະເທດເກົາຫຼີໃຕ້ປະເມີນເມື່ອປີ 2022 ວ່າມີກຳລັງຄົນປະຈຳການປະມານ 1.2 ລ້ານຄົນ ຂະນະທີ່ເກົາຫຼີໃຕ້ໃນຊ່ວງປີ 2019-2025 ຈຳນວນຜູ້ຊາຍອາຍຸ 20 ປີ ຊຶ່ງເປັນຊ່ວງອາຍຸທີ່ສ່ວນໃຫຍ່ເຂົ້າຮັບການເກນທະຫານຫຼັງຜ່ານການກວດຮ່າງກາຍ ຫຼຸດລົງເຖິງ 30% ເຫຼືອພຽງ 230,000 ຄົນ […]

ວັນທີ 10 ສິງຫາ 2025 ໄດ້ເກີດເຫດໄຟໄໝ້ ສາຍສື່ສານ ແລະ ສາຍໄຟຟ້າ ຢູ່ເສົາໄຟ ທາງຄ້ອຍໂພນຕ້ອງສະຫວາດ

ເກີດເຫດໄຟໄໝ້ສາຍສື່ສານ ແລະ ສາຍໄຟຟ້າ ຢູ່ເສົາໄຟ ທາງຄ້ອຍໂພນຕ້ອງສະຫວາດ   ເວລາ 13:30 ນາທີ ວັນທີ 10 ສິງຫາ 2025 ໄດ້ເກີດເຫດໄຟໄໝ້ສາຍສື່ສານ ແລະ ສາຍໄຟຟ້າ ຢູ່ເສົາໄຟ ທາງຄ້ອຍໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ   ໄຟໄດ້ລຸກໄໝ້ລາມ ສາຍໄຟ ແລະ ຂາດສູ່ທາງ ເຮັດໃຫ້ໄຟຟ້າເຂດດັ່ງກ່າວດັບເປັນບໍລິເວນກວ້າງ ປັດຈຸບັນສາມາດດັບມອດໄຟໄດ້ແລ້ວ.   ສ່ວນສາເຫດຍັງຢູ່ໃນຂັ້ນຕອນເກັບຂໍ້ມູນຂອງໜ່ວຍງານທີ່ກ່ຽວຂ້ອງ.           ທີ່ມາ: Lao Security News

ຝົນມໍຣະສຸມຖະຫຼົ່ມ “ປາກິສະຖານ” ນ້ຳຖ້ວມຄັ້ງໃຫຍ່ພາກຊີວິດ 300 ກວ່າຄົນ

ລາຍງານວິທະຍາສາດຫຼ້າສຸດຊີ້ວ່າ ການປ່ຽນແປງສະພາບອາກາດໄດ້ເພີ່ມຄວາມຮຸນແຮງຂອງຝົນມໍຣະສຸມທີ່ໂຈມຕີປາກິສະຖານໃນຊ່ວງລະດູຮ້ອນປີນີ້ ຈົນກໍ່ໃຫ້ເກີດນ້ຳຖ້ວມໃຫຍ່ທີ່ພາກຊີວິດຜູ້ຄົນຈຳນວນຫຼາຍ ໂດຍສະເພາະໃນເຂດເມືອງທີ່ມີຄວາມບອບບາງສູງ   ຕັ້ງແຕ່ວັນທີ່ 26 ມິຖຸນາ ທີ່ຜ່ານມາ ຫົວໜ່ວຍງານຈັດການໄພພິບັດແຫ່ງຊາດຂອງປາກິສະຖານ (NDMA) ລະບຸວ່າມີຜູ້ເສຍຊີວິດຢ່າງໜ້ອຍ 303 ຄົນ   ໃນຈຳນວນນີ້ເປັນເດັກ 142 ຄົນ ສາເຫດສ່ວນໃຫຍ່ເກີດຈາກບ້ານເຮືອນພັງຖະຫຼົ່ມໃນຊຸມຊົນແອອັດຊຶ່ງສ້າງຈາກດິນ ແລະ ແກບເຂົ້າ ຕັ້ງຢູ່ໃກ້ແມ່ນ້ຳ ແລະ ລຸ່ມນ້ຳທີ່ມີຄວາມສ່ຽງຕໍ່ການຖືກນ້ຳຖ້ວມ   ໄພພິບັດຄັ້ງນີ້ສ້າງຄວາມເສຍຫາຍໜັກໃນແຂວງປັນຈາບ ແລະ ໄຄເບີປັກຕູນຄວາ ໂດຍເມືອງຣາວັນປິນດີ ລາຮໍ ເປຊາວາ ແລະ ແຟຊາລາບັດໄດ້ຮັບຜົນກະທົບຫຼາຍທີ່ສຸດ   ເຫດການຝົນຕົກໜັກທີ່ສຸດເກີດຂຶ້ນເມື່ອວັນທີ່ 17 ກໍລະກົດ ທີ່ເມືອງຣາວັນປິນດີຊຶ່ງວັດປະລິມານຝົນໄດ້ເຖິງ 230 ມິນລິເມັດພາຍໃນເວລາບໍ່ເຖິງ 24 ຊົ່ວໂມງ ລະບົບລະບາຍນ້ຳບໍ່ສາມາດຮອງຮັບໄດ້ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນຈຳນວນຫຼາຍ   ນອກຈາກນີ້ຍັງມີລາຍງານວ່າມີຜູ້ບາດເຈັບ 727 ຄົນ ບ້ານເຮືອນເສຍຫາຍ 1,693 ຫຼັງ ຖະໜົນຫົນທາງກວ່າ 449 ກິໂລເມັດ ແລະ […]

ດູດວງລາຍວັນ ປະຈຳວັນສຸກທີ່ 8 ສິງຫາ 2025

ວັນສຸກທີ່ 8 ສິງຫາ ພ.ສ. 2568 ຂຶ້ນ 14 ຄ່ຳ ເດືອນ 9 ວັນນີ້ຍັງບໍ່ເໝາະສົມສຳລັບການເຮັດມຸງຄຸນ   ເຄັດລັບດວງດີ ຄົນເກີດປີມະເມຍ ສິ່ງໃດທີ່ທ່ານບໍ່ຄິດວ່າຈະໄດ້ ກໍຈະໄດ້ມາແບບບໍ່ຄາດຄິດ ຄວນເຮັດບຸນດ້ວຍແສງສະຫວ່າງເພື່ອເສີມດວງ   ດວງລາຍວັນ ດວງດາວຂອງທ່ານ 8 ສິງຫາ 2025   ຄົນເກີດວັນອາທິດ   ການງານ ມີໂອກາດປະສົບຄວາມສຳເລັດໄກເກີນຝັນ ໜ້າທີ່ການງານກ້າວໜ້າຢ່າງຕໍ່ເນື່ອງ ການເງິນ ມີແນວໂນ້ມມີລາຍໄດ້ເຂົ້າມາຫຼາຍຈາກນ້ຳພັກນ້ຳແຮງລ້ວນໆ   ຄົນເກີດວັນຈັນ   ການງານ ດວງການງານຊ່ວງນີ້ພຸ່ງສູງແຮງ ຈະພົບເຈົ້າແຕ່ຄວາມສຳເລັດສົມຫວັງ ມີຄວາມສຸກເລື່ອງການງານ ການເງິນ ເຖິງແມ່ນວ່າມີລາຍຈ່າຍຫຼາຍ ແຕ່ກໍສາມາດຫາເງິນເຂົ້າມາໄດ້ຫຼາຍເຊັ່ນດຽວກັນ   ຄົນເກີດວັນອັງຄານ   ການງານ ຊ່ວງນີ້ດວງຊະຕາກຳລັງດີຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າຍັງມີອຸປະສັກຢູ່ ແຕ່ກໍເບົາບາງຈົນບໍ່ໜ້າເປັນຫ່ວງຫຍັງ ການເງິນ ໂດຍລວມການເງິນຍັງຄ່ອງຕົວດີ   ຄົນເກີດວັນພຸດ   ການງານ ມີແນວໂນ້ມຈະພົບງານຍາກງານໜັກ […]

ກຳລັງເຝິກຊ້ອມກອບກູ້ໄພພິບັດສຸມໃສ່ການເຝິກຊ້ອມ ຢູ່ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ

ໃນວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ສະໜາມເຝິກຊ້ອມອ່າງນ້ຳຫຸມ ວິທະຍາຄານພະລາທິການກອງທັບ, ກຳລັງເຝິກຊ້ອມກອບກູ້ໄພພິບັດກອງທັບປະຊາຊົນລາວ ໄດ້ສຸມໃສ່ການເຝິກຊ້ອມດ້ວຍຄວາມຮັບຜິດຊອບສູງ.   ສະຫາຍ ພັນເອກ ຄໍາຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນໜັກໃຫ້ກຳລັງເຝິກຊ້ອມທຸກສະຫາຍ ຈົ່ງພ້ອມກັນສຸມໃສ່ໃນການເຝິກຊ້ອມໃນການກອບກູ້ໄພພິບັດຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງ     ໂດຍສະເພາະຄະນະຮັບຜິດຊອບ ຂອງກຳລັງເຝິກຊ້ອມແຕ່ລະເຫຼົ່າຮົບ ຕ້ອງເປັນເຈົ້າການເອົາໃຈໃສ່ນໍາພາ-ຊີ້ນຳໃນການເຝິກຊ້ອມຢ່າງໃກ້ຊິດຕິດແທດ,ແຕ່ລະບາດກ້າວຂອງການເຝິກຊ້ອມ ຕ້ອງດໍາເນີນຕາມຂັ້ນຢ່າງລະອຽດ ຕາມທິດສະດີ ແລະ ຫຼັກການຢ່າງລະອຽດຄົບຖ້ວນ   ພ້ອມນັ້ນ, ນັກເຝິກຊ້ອມ ຕ້ອງຍົກສູງຄວາມເອົາໃຈໃສ່ຕໍ່ການເຝິກຊ້ອມ ກຳແໜ້ນໄດ້ທິດສະດີ,ຫຼັກການ ກໍຄືພາກປະຕິບັດຕົວຈິງ, ຕ້ອງຮັບປະກັນໄດ້ຄວາມປອດໄພຕໍ່ຊີວິດ, ພາຫະນະວັດຖຸ, ອຸປະກອນໃນການເຝິກຊ້ອມ ເພື່ອເຮັດໃຫ້ການເຝິກຊ້ອມກອບກູ້ໄພພິບັດດໍາເນີນໄປຕາມແຜນການ ແລະ ບັນລຸໄດ້ຜົນສໍາເລັດ.   ສຳລັບກຳລັງທີ່ເຂົ້າຮ່ວມເຝິກຊ້ອມ ປະກອບມີ: ກໍາລັງພະລາທິການ 30 ສະຫາຍ, ກໍາລັງເຕັກນິກ 30 ສະຫາຍ, ກໍາລັງຊ່າງແສງ 60 ສະຫາຍ, ກໍາລັງເສນາຮັກ 60 […]