ຜູ້ຮັກສາການປະທານາທິບໍດີມຽນມາ “Myint Swe” ມໍລະນະກໍາແລ້ວເມື່ອວັນທີ 7 ສິງຫາ 2025

ລັດຖະບານມຽນມາອອກຖະແຫຼງການຢືນຢັນ ເມື່ອວັນພະຫັດທີ 7 ສິງຫາ 2025 ລະບຸວ່າ ພົນເອກ ມິນສ່ວຍ ຮັກສາການແທນປະທານາທິບໍດີມຽນມາໄດ້ເຖິງແກ່ມໍລະນະແລ້ວ ເມື່ອເວລາ 8.28 ນ. ຂອງເຊົ້າມື້ນີ້ນີ້   ຂະນະກຳລັງປິ່ນປົວໃນໂຮງໝໍແຫ່ງໜຶ່ງໃນກຸງເນປິດໍ ເມືອງຫຼວງຂອງມຽນມາ ຈຶ່ງປະກາດໃຫ້ຊາບທົ່ວກັນວ່າ ພິທີສົບຂອງຮັກສາການປະທານາທິບໍດີຈະຈັດຂຶ້ນຢ່າງສົມກຽດ   ທັງນີ້ ພົນເອກ ມິນສ່ວຍ ຈາກໄປໃນວັຍ 74 ປີ ຫຼັງຈາກລາອອກດ້ວຍເຫດຜົນທາງສຸຂະພາບເປັນເວລາ 1 ປີເຕັມ ສຳນັກຂ່າວຂອງລັດລາຍງານເມື່ອວັນພຸດວ່າ ທ່ານ ມິນສ່ວຍ ມີອາການນ້ຳໜັກລຸດ ເບື່ອອາຫານ ມີໄຂ້ ແລະ ຄວາມສາມາດໃນການຕັດສິນໃຈຫຼຸດລົງ ແລະ ກຳລັງເຂົ້າຮັບການຮັກສາໃນຫ້ອງຫໍພັກຜູ້ປ່ວຍວິກິດ   ກ່ອນໜ້ານີ້ ມີລາຍງານລະບຸວ່າ ທ່ານ ມິນສ່ວຍ ເຂົ້າຮັບການຮັກສາທີ່ໂຮງໝໍ ເມົ້າເອລິຊາເບດໃນສິງກະໂປຣ໌ໃນຊ່ວງປີ 2024 ເພື່ອຮັກສາອາການກ່ຽວກັບໂລກພາກິນສັນ ແລະ ອາການທາງລະບົບປະສາດອື່ນໆ   ຫຼັງຈາກນັ້ນ ລາວກໍ່ກັບມາປິ່ນປົວ ຕໍ່ທີ່ໂຮງໝໍທະຫານໃນມຽນມາ ກ່ອນທີ່ສຸຂະພາບຈະສຸດລົງຢ່າງຕໍ່ເນື່ອງ ແລະ […]

ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ ລວມມູນຄ່າທັງໝົດ 1.1 ຕື້ກີບ

ໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ   ໃຫ້ແກ່ລັດຖະບານລາວ ລວມມູນຄ່າທັງໝົດ 1.1 ຕື້ກີບ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂິພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ,     ຊຶ່ງກ່າວມອບໂດຍທ່ານ ມາສຸຍ ຮາວ ແມັດທິວ (Mashui hao Mathew), ປະທານບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການຄະນະການຄຸ້ມຄອງໄພພິບັດສູນກາງ; ມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ […]

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ຈັດວາງກໍາລັງອອກເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ຈັດວາງກໍາລັງອອກເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X   ເພື່ອເຮັດໃຫ້ການກະກຽມດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ 10 ໃຫ້ສາມາດຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ ໃນວັນທີ 06 ສິງຫາ 2025 ນີ້     ຄະນະພັກຄະນະບັນຊາກອງພັນປ້ອງກັນເຄື່ອນທີ່ກອງບັນຊາການ ປກສ ແຂວງອຸດົມໄຊໄດ້ກະກຽມຄວາມພ້ອມໃນທຸກດ້ານເພື່ອລົງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະໂດຍແຕ່ງຕັ້ງຄະນະຮັບຜິດຊອບນໍາພາຊີ້ນໍາ ແລະ ບັນຈຸກຳລັງລົງກວດກາລາດຕະເວນຢູ່ບັນດາຈຸດຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອແນໃສ່ປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ,   ພັທ ສົມພົງ ມວງສົມບັດ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ:     ຄະນະພັກ-ຄະນະບັນຊາກອງພັນໄດ້ເອົາໃຈໃສ່ໃນການເຕົ້າໂຮມສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບໃນຄວາມຮັບຜິດຊອບໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດດີ,     ຄຽງຄູ່ກັນນີ້ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຈັດວາງກຳລັງວິຊາສະເພາະລົງເຄື່ອນໄຫວປ້ອງກັນສະພາບຮອບດ້ານຢູ່ຈຸດຕ່າງໆຢ່າງລະອຽດໂດຍສະເພາະແມ່ນການປ້ອງກັນສະຖານທີ່ພັກເຊົາຂອງການນໍາ,ສະຖານທີ່ກອງປະຊຸມ,ການປ້ອງກັນຄຸມແຫ່ການນໍາ,ສະຖານທີ່ທ່ອງທ່ຽວ ແລະ ໄດ້ຈັດວາງຈຸປະຈຳການແກ້ໄຂສະພາບສຸກເສີນຕະຫຼອດໄລຍະ 24 ຊົ່ວໂມງຢູ່ຈຸດສຳນັກກອງພັນ,ເຮັດໜ້າທີ່ປ້ອງກັນເວນຍາມຢູ່ບັນດາສໍານັກງານ-ອົງການຂອງພັກ-ລັດ ແລະ ບັນດາພື້ນທີ່ຕ່າງໆ ເວົ້າລວມເວົ້າສະເພາະແມ່ນການປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງໃຫ້ຮັບປະກັນຄວາມສະຫງົບປອດໄພໂດຍພື້ນຖານ.       […]

ຍີ່ປຸ່ນເລັ່ງຜັກດັນຕິດຕັ້ງ “ໂຊລາເຊວແບບບາງ” ແລະ ຍືດຫຍຸ່ນໄດ້ດີ ສາມາດຜະລິດໄຟຟ້າໃຫ້ 30,000 ຄົວເຮືອນ

ຍີ່ປຸ່ນຜັກດັນການພັດທະນາ “ແຜງໂຊລາເຊວເພີໂຣບສະໄກທ໌” (Pliable Perovskite Panels) ທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ດີ ຕັ້ງເປົ້າເປັນອຸປະກອນຜະລິດພະລັງງານແສງອາທິດທີ່ຕິດຕັ້ງໄດ້ໃນຫຼາກຫຼາຍພື້ນທີ່ ເພື່ອເພີ່ມປະສິດທິພາບການຜະລິດ ຜັກດັນໄປສູ່ການບັນລຸເປົ້າຫມາຍດ້ານພະລັງງານໝຸນວຽນ   ການຜະລິດແຜງໂຊລາເຊວແບບບາງ   ແຜງໂຊລາເຊວທີ່ມີຄວາມບາງ ແລະ ຍືດຫຍຸ່ນໄດ້ເປັນພິເສດນີ້ ສ້າງຂຶ້ນໂດຍການພິມ ຫຼື ທາສີສ່ວນຜະສົມຕ່າງໆ ເຊັ່ນ: ໄອໂອດີນ ແລະ ຕະກັ່ວ ລົງເທິງໜ້າພື້ນ ເຊັ່ນ: ຟິມ ຫຼື ແຜ່ນແກ້ວ ເຮັດໃຫ້ຜະລິດຕະພັນຂັ້ນສຸດທ້າຍອາດມີຄວາມໜາພຽງໜຶ່ງມິນລີແມັດ ແລະ ມີນ້ຳໜັກພຽງໜຶ່ງໃນສິບຂອງເຊວແສງອາທິດຊິລິຄອນທົ່ວໄປ   ຂໍ້ດີຂອງໂຊລາເຊວແບບບາງ   ຂໍ້ດີຂອງແຜງໂຊລາເຊວແບບນີ້ ຄື ມີຄວາມຍືດຫຍຸ່ນສູງ ສາມາດຕິດຕັ້ງເທິງໜ້າພື້ນທີ່ບໍ່ມີຄວາມພຽງ ແລະ ໂຄ້ງງໍ່ໄດ້ ຊຶ່ງເປັນຄຸນສົມບັດສໍາຄັນສໍາລັບການນໍາໃຊ້ໃນຍີ່ປຸ່ນ ເນື່ອງຈາກພື້ນທີ່ 70% ຂອງປະເທດເປັນພູຜາ ທີ່ອາດຈະບໍ່ເໝາະກັບການຕິດຕັ້ງແຜງໂຊລາເຊວແບບແຂງ   ອຸປະສັກຂອງການພັດທະນາໂຊລາເຊວແບບບາງ   ແນວໃດກໍ່ຕາມ ການຜັກດັນການພັດທະນາແຜງໂຊລາເຊວປະເພດນີ້ ຍັງຕ້ອງພົບກັບອຸປະສັກບາງປະການ ເພາະແຜງໂຊລາເຊວເພີໂຣບສະໄກທ໌ມີສານຕະກັ່ວທີ່ເປັນພິດ ແລະ ໃນຂະນະນີ້ຍັງຜະລິດພະລັງງານໄດ້ນ້ອຍກວ່າ […]

ທຣຳເອົາຈິງ! ຂຶ້ນພາສີອິນເດຍເປັນ 50% ລົງໂທດທີ່ອິນເດຍຊື້ນ້ຳມັນນຳຣັດເຊຍ

ທຣຳລົງນາມຂຶ້ນພາສີນຳເຂົ້າຈາກອິນເດຍ 25% ລວມເປັນ 50% ລົງໂທດການຊື້ນ້ຳມັນນຳຣັດເຊຍ   ເລີ່ມນຳໃຊ້ 27 ສິງຫາ 2025 ສົ່ງອອກແຜນແຜ, ອັນຍະມະນີ, ຊິ້ນສ່ວນລົດ, ອາຫານທະເລ ກະທົບໜັກ ຄາດວ່າຈະຫຼຸດລົງ 40-50%   ເມື່ອວັນທີ 6 ສິງຫາ  2025 ປະທານາທິບໍດີສະຫະລັດ ໂດນັລ ທຣຳ ລົງນາມຄຳສັ່ງບໍລິຫານເພີ່ມພາສີນຳເຂົ້າສິນຄ້າຈາກອິນເດຍອີກ 25% ລວມກັບພາສີເກົ່າ 25% ເຮັດໃຫ້ອັດຕາພາສີລວມສູງເຖິງ 50%   ຊຶ່ງນັບເປັນອັດຕາສູງສຸດທີ່ສະຫະລັດເກັບຈາກຄູ່ຄ້າ ມາດຕະການນີ້ມີຜົນບັງຄັບໃຊ້ໃນວັນທີ 27 ສິງຫາ 2025 ເພື່ອລົງໂທດອິນເດຍທີ່ຍັງຄົງຊື້ນ້ຳມັນຈາກຣັດເຊຍ ຊຶ່ງທຣຳເຫັນວ່າເປັນການສະໜັບສະໜູນສົງຄາມຂອງຣັດເຊຍໃນຢູເຄຣນ   ຄຳສັ່ງນີ້ສອດຄ່ອງກັບນະໂຍບາຍທີ່ທຣຳກ່າວໃນລາຍການ CNBC ວ່າ ອິນເດຍເຕີມເຊື້ອໄຟໃຫ້ເຄື່ອງຈັກສົງຄາມຂອງຣັດເຊຍ ແລະ ສະຫະລັດຈະບໍ່ຍອມຮັບການກະທຳດັ່ງກ່າວ   ກຸ່ມສິນຄ້າທີ່ໄດ້ຮັບຜົນກະທົບໜັກ ໄດ້ແກ່ ອຸດສາຫະກຳສິ່ງທໍ, ອັນຍະມະນີ ແລະ ເຄື່ອງປະດັບ, ຊິ້ນສ່ວນລົດ ແລະ […]

ຫົວໃຈດວງທີ 2 ຂອງມະນຸດຢູ່ທີ່ນ່ອງ ເຮັດໜ້າທີ່ປັ້ມເລືອດກັບຄືນໄປທີ່ໜ້າເອິກ

ຫາກສະໝອງທີ 2 ຂອງມະນຸດແມ່ນລຳໄສ້ ຊຶ່ງເຮັດໜ້າທີ່ສອດປະສານກັບລະບົບປະສາດໃນການສັ່ງການ ແລະ ຄວບຄຸມການເຮັດວຽກຂອງຮ່າງກາຍ ພວກເຮົາກໍມີຫົວໃຈດວງທີ 2 ທີ່ເຮັດໜ້າທີ່ສູບສີດເລືອດກັບຄືນເຂົ້າໄປທີ່ຫົວໃຈຫຼັກທີ່ຢູ່ໜ້າເອິກເຊັ່ນດຽວກັນ   ຫົວໃຈດວງທີ່ສອງຢູ່ທີ່ນ່ອງ   ເມື່ອເວົ້າວ່າຫົວໃຈດວງທີ 2 ຢູ່ທີ່ນ່ອງ ອາດເຮັດໃຫ້ຫຼາຍຄົນແປກໃຈວ່າ ຄົນເຮົາຈະມີອະໄວຍະວະງອກຂຶ້ນມາອີກໄດ້ແນວໃດ?   ແຕ່ຈິງໆແລ້ວ ສຳນວນ “ຫົວໃຈດວງທີ 2” ເປັນຄຳປຽບທຽບເຖິງ “ກ້າມເນື້ອນ່ອງ” ທີ່ນອກຈາກຊ່ວຍຊັບພອດການຍ່າງແລ້ວ ຍັງມີໜ້າທີ່ສຳຄັນໃນການຊ່ວຍໃນການໄຫຼວຽນເລືອດກັບຄືນເຂົ້າສູ່ຫົວໃຈ   ໂດຍກ້າມເນື້ອນ່ອງທີ່ແຂງແຮງຈະຊ່ວຍຫຼຸດການເຮັດວຽກຂອງຫົວໃຈ ເປັນຄ້ືຕົວຕ້ານແຮງໂນ້ມຖ່ວງ ໃຫ້ເລືອດທີ່ຢູ່ສ່ວນລຸ່ມຂອງຮ່າງກາຍ ໄຫຼຍ້ອນກັບຂຶ້ນໄປສູ່ຫົວໃຈໄດ້ງ່າຍຂຶ້ນນັ້ນເອງ.   ຫົວໃຈທີ 2 ເຮັດວຽກແນວໃດ?   ສິ່ງສຳຄັນແມ່ນ ຫົວໃຈດວງທີ 2 ຈະເຮັດວຽກໄດ້ເພາະເມື່ອຕອນທີ່ເຮົາເຄື່ອນໄຫວເທົ່ານັ້ນ!! ຍິ່ງຮ່າງກາຍເຄື່ອນໄຫວຫຼາຍເທົ່າໃດ ກໍຈະຊ່ວຍກະຕຸ້ນການເຮັດວຽກຂອງຫຼອດເລືອດດຳທີ່ນ່ອງ ໃຫ້ເລືອດທີ່ນ່ອງຍິ່ງສູບສີດຂຶ້ນໄປທີ່ໜ້າເອິກໄດ້ຫຼາຍເທົ່ານັ້ນ.   ໝາຍຄວາມວ່າ ຫາກຮ່າງກາຍຢູ່ໃນພາວະຫຍຸດນິ່ງ ບໍ່ມີການເຄື່ອນໄຫວ ຢູ່ໃນທ່ານັ່ງ ຫຼື ຍືນນິ່ງເປັນເວລາດົນເກີນໄປ ເລືອດບໍ່ສາມາດໄຫຼວຽນໄດ້ສະດວກ ຈະເຮັດໃຫ້ເກີດອາການເລືອດຄ້າງໃນຂາ ບໍ່ສາມາດໄຫຼວຽນກັບຄືນເຂົ້າໄປທີ່ຫົວໃຈຫຼັກໄດ້.   ຫາກເລືອດຄ້າງສະສົມທີ່ຂາດົນເກີນໄປ […]

ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ,   ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.   ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ໂດຍມີເນື້້ອໃນບາງຕອນສຳຄັນວ່າ: ກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ;   […]

ອົດສະຕາລີຂະຫຍາຍກອງທັບ ສັ່ງຊື້ເຮືອຮົບລຸ້ນໃໝ່ຈາກຍີ່ປຸ່ນ 11 ລຳ

ທ່ານ ລິຊາດ ມາລສ໌ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອົດສະຕາລີ ເປີດເຜີຍວ່າ ອົດສະຕາລີຈະອັບເກຣດກອງທັບເຮືອຂອງຕົນເອງ   ໂດຍການສັ່ງຊື້ເຮືອຟຣິເກັດ 11 ລຳ ທີ່ຜະລິດໂດຍບໍລິສັດ ມິຊູບິຊິ ເຮັບວີ ອິນດັສຕຣີ ຂອງຍີ່ປຸ່ນ ໂດຍ ທ່ານ ລິຊາດ ມາລສ໌ ບອກວ່າ ນີ້ແມ່ນຂໍ້ຕົກລົງດ້ານຄວາມໝັ້ນຄົງທີ່ມີມູນຄ່າກວ່າ 10,000 ລ້ານໂດລາອົດສະຕາລີ, ນັບວ່າເປັນຂໍ້ຕົກລົງດ້ານຄວາມໝັ້ນຄົງທີ່ໃຫຍ່ທີ່ສຸດເທົ່າທີ່ອົດສະຕາລີເຄີຍຕົກລົງຮ່ວມກັບຍີ່ປຸ່ນ.   ອົດສະຕາລີສັ່ງຊື້ເຮືອຟຣິເກັດລຸ້ນ “ໂມກາມິ” ຊຶ່ງສາມາດເອົາຊະນະເຮືອຟຣິເກັດ “ເມໂກ ເອ-200” ຂອງເຢຍລະມັນໃນການແຂ່ງຂັນເຮັດຂໍ້ຕົກລົງໄດ້ ໂດຍມາລສ໌ ບອກວ່າ ການຕັດສິນໃຈສັ່ງຊື້ເຮືອຮົບຈາກຍີ່ປຸ່ນ ເປັນການຕັດສິນໃຈທີ່ພິຈາລະນາໂດຍເບິ່ງວ່າເຮືອລຸ້ນໃດຈະເໝາະສົມ ແລະ ເປັນປະໂຫຍດຕໍ່ອົດສະຕາລີຫຼາຍທີ່ສຸດ     ໂດຍເຮືອຟຣິເກັດລຸ້ນໂມກາມິ ຈະຖືກນຳມາໃຊ້ແທນທີ່ເຮືອລຸ້ນແອນແຊັກ ທີ່ເລີ່ມຈະໝົດອາຍຸການໃຊ້ງານ ແລະ ຄາດວ່າຈະເລີ່ມເຂົ້າມາແທນທີ່ພາຍໃນປີ 2030.   ເຮືອຟຣິເກັດລຸ້ນໂມກາມິມີຄວາມສາມາດແລ່ນໂດຍຫຼີກການກວດສອບຂອງເຣດາໄດ້ ມີຊ່ອງຍິງຂີປະນາວຸດແນວດິ່ງ 32 ຊ່ອງ   ຊຶ່ງສາມາດຍິງຂີປະນາວຸດລະຍະໄກໄດ້ ລວມເຖິງຂີປະນາວຸດໂທມາຮອວກ໌ […]

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ   ນັບຕັ້ງແຕ່ວັນທີ 4 ສິງຫາ 2025 ເວລາ 7:00ໂມງເຊົ້າ ຫາ ວັນທີ 5 ສິງຫາ 2025 ເວລາ 7:00ໂມງເຊົ້າ ລວມທັງໝົດ 13 ເຫດການ ລາຍລະອຽດມີຄືດັ່ງລຸ່ນີ້:     ທີ່ມາ: ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ