ສະຫະລັດກຽມບັງຄັບນັກທ່ອງທ່ຽວບາງປະເທດ ວາງ”ເງິນຄ້ຳປະກັນວີຊາ” ສູງສຸດ 15,000 ໂດລາ

ສະຫະລັດອາເມລິກາກຽມໃຊ້ມາດຕະການໃໝ່ ໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກບາງປະເທດວາງເງິນຄ້ຳປະກັນສູງສຸດເຖິງ 15,000 ໂດລາເມື່ອຂໍວີຊາ    ລັດຖະບານສະຫະລັດອາເມລິກາປະກາດກຽມບັງຄັບໃຊ້ມາດຕະການໃໝ່ ໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກບາງປະເທດຕ້ອງວາງເງິນຄ້ຳປະກັນ (Visa Bond) ສູງສຸດເຖິງ 15,000 ໂດລາສະຫະລັດ  ເມື່ອຂໍວີຊາເຂົ້າສະຫະລັດ ພາຍໃຕ້ໂຄງການນຳໜ້າ ທີ່ຈະເລີ່ມໃນວັນທີ 20 ສິງຫາ 2025 ມີໄລຍະເວລາໃຊ້ປະມານ 1 ປີ ແນໃສ່ຫຼຸດຜ່ອນບັນຫາຜູ້ເດີນທາງເກີນກຳນົດວີຊາ   ຕາມປະກາດໃນ Federal Register ເຈົ້າໜ້າທີ່ກົງສຸນສະຫະລັດ ຈະມີສິດພິຈາລະນາໃນການກຳນົດເງິນຄ້ຳປະກັນສຳລັບຜູ້ເດີນທາງຈາກປະເທດທີ່ມີອັດຕະການຢູ່ເກີນວີຊາສູງ ຫຼື ຈາກປະເທດທີ່ສະຫະລັດເຫັນວ່າມີຂໍ້ມູນການກວດສອບປະຫວັດບໍ່ພຽງພໍ ໂດຍມີຕົວເລືອກວົງເງິນຄ້ຳປະກັນຢູ່ທີ່ 5,000 ໂດລາ, 10,000 ໂດລາ ຫຼື 15,000 ໂດລາ   ແຕ່ໂດຍທົ່ວໄປຈະຄາດຫວັງໃຫ້ໃຊ້ຂັ້ນຕ່ຳ 10,000 ໂດລາ ໂດຍເງິນຄ້ຳປະກັນຈະຖືກຄືນໃຫ້ຜູ້ເດີນທາງຫາກອອກຈາກສະຫະລັດຕາມເງື່ອນໄຂຂອງວີຊາ   ນະໂຍບາຍນີ້ສອດຄ່ອງກັບແນວທາງຂອງປະທານາທິບໍດີໂດນັລ ທຣຳ ທີ່ເນັ້ນປາບປາມຄົນເຂົ້າເມືອງຜິດກົດໝາຍ ແລະ ເພີ່ມມາດຕະການກວດສອບຄວາມໝັ້ນຄົງ ກ່ອນໜ້ານີ້ ທຣຳໄດ້ອອກຄຳສັ່ງ […]

ເກົາຫຼີເໜືອປຸກກະແສຈົງຮັກພັກດີ “ຄິມ ຈອງອຶນ” ກ່ອນຮອດມື້ສະຫຼອງຄົບຮອບ 80 ປີ ປົດແອກຈາກຍີ່ປຸ່ນ

ສຳນັກຂ່າວເກົາຫຼີເໜືອປຸກກະແສຍົກຍ່ອງ “ຄິມ ຈອງອຶນ” ຫຼານຊາຍຜູ້ສືບທອດຈິດວິນຍານນັກສູ້ເພື່ອເອກະລາດຈາກ “ຄິມ ອິລຊົງ” ຜູ້ກໍ່ຕັ້ງປະເທດ   ວັນທີ່ 3 ສິງຫາ 2025 ເວັບໄຊຂ່າວ “ໂຣດົງຊິນມຸນ” ຂອງເກົາຫຼີເໜືອ ເຜີຍແຜ່ບົດຄວາມເມື່ອວັນອາທິດ ຍົກຍ່ອງ “ຄິມ ຈອງອຶນ” ຜູ້ນຳລຸ່ນຫຼານ ຜູ້ສືບທອດຈິດວິນຍານນັກສູ້ເພື່ອເອກະລາດຈາກ “ຄິມ ອິລຊົງ” ຜູ້ກໍ່ຕັ້ງປະເທດ ຊຶ່ງໄດ້ຮັບການຍົກຍ່ອງວ່າເປັນວີລະບຸລຸດແຫ່ງການປົດປ່ອຍ ແລະ ນັກຮັກຊາດຜູ້ຍິ່ງໃຫຍ່ ທີ່ນຳການຕໍ່ສູ້ກັບການຍຶດຄອງຂອງຍີ່ປຸ່ນໃນຊ່ວງປີ 1910–1945   ບົດຄວາມດັ່ງກ່າວຍັງເນັ້ນໃຫ້ເຫັນວ່າ ຄິມ ຈອງອຶນ ຈະນຳປະເທດໄປສູ່ຄວາມແຂງແກ່ງທີ່ບໍ່ມີຜູ້ຕໍ່ຕ້ານ ພາຍໃຕ້ການນຳທີ່ໝັ້ນຄົງຂອງລາວ ນອກຈາກນີ້ຍັງຍ້ອນເຖິງເຫດການທີ່ຄິມ ຈອງອຶນ ຂີ່ມ້າຂຶ້ນຟູເຂົາແພັກຕູ ທ່າມກາງຫິມະໃນເດືອນທັນວາ 2019 ຊຶ່ງຖືກປຽບວ່າເປັນສັນຍາລັກສືບສານເຈດຕະນາລົມຂອງຜູ້ນຳລຸ່ນກ່ອນທີ່ເລີ່ມຕົ້ນການຕໍ່ສູ້ຈາກພູເຂົາລູກນີ້     ໃນບົດຄວາມອີກບົດໜຶ່ງ ສື່ມວນຊົນເກົາຫຼີເໜືອຮຽກຮ້ອງໃຫ້ປະຊາຊົນມອບຄວາມຈົງຮັກພັກດີດ້ວຍຫົວໃຈດວງດຽວແດ່ຜູ້ນຳສູງສຸດ ຄິມ ຈອງອຶນ ໂດຍກ່າວວ່າລາວເປັນຜູ້ນຳທີ່ປຽບດັງທ້ອງຟ້າ ແລະ ປະຊາຊົນຄວນເທີດທູນເໜືອສິ່ງອື່ນໃດ   ທັງນີ້ ບົດຄວາມຊຸດນີ້ເຜີຍແຜ່ອອກມາກ່ອນເຖິງວັນຄົບຮອບ 80 ປີ […]

ພູເຂົາໄຟຄຣາເຊນິນນິຄອຟຂອງຣັດເຊຍ ລະເບີດຄັ້ງທຳອິດໃນຮອບຫຼາຍຮ້ອຍປີ

ສຳນັກຂ່າວອາຣ໌ໄອເອ ໂນວອສຕີ ຂອງຣັດເຊຍ ລາຍງານວ່າເຮລິຄອບເຕີຂອງທີມຮັບມືເຫດການພູເຂົາໄຟລະເບີດຄໍາຊັດກາ ອອກບິນສຳຫຼວດພື້ນທີ່ ພົບວ່າພູເຂົາໄຟຄຣາເຊນິນນິຄອຟ ໃນພູມິພາກຄໍາຊັດກາ ທາງຕາເວັນອອກໄກຂອງຣັດເຊຍ ລະເບີດເມື່ອຊ່ວງແລງວັນເສົາຕາມເວລາມາດຕະຖານສາກົນ     ກົງກັບເຊົ້າມືດວັນອາທິດຕາມເວລາທ້ອງຖິ່ນ ເປັນຄັ້ງທຳອິດໃນປະຫວັດສາດທີ່ສາມາດຢືນຢັນການລະເບີດຂອງພູເຂົາໄຟລູກນີ້ໃນຮອບ 600 ປີ ຫຼັງຈາກທີ່ເຄີຍລະເບີດລາວາອອກມາຄັ້ງຫຼ້າສຸດໃນຊ່ວງເວລາໃດເວລາໜຶ່ງລະຫວ່າງ ຄ.ສ. 1400-1497   ຂະນະທີ່ຂໍ້ມູນຂອງໂຄງການພູເຂົາໄຟໂລກຂອງສະຖາບັນສະມິດໂຊນຽນໃນສະຫະລັດ ລະບຸວ່າ ພູເຂົາໄຟລູກນີ້ລະເບີດຄັ້ງຫຼັງສຸດໃນ ຄ.ສ. 1550 ຫຼືເມື່ອ 475 ປີກ່ອນ   ດ້ານກະຊວງເຫດສຸກເສີນຂອງຣັດເຊຍສາຂາຄໍາຊັດກາ ແຈ້ງວ່າ ພູເຂົາໄຟຄຣາເຊນິນນິຄອຟ ຄວາມສູງ 1,856 ແມັດ ໄດ້ພົ້ນຂີ້ເຖົ້າສູງຂຶ້ນໄປໃນອາກາດເຖິງ 6 ກິໂລແມັດ ກະແສລົມໄດ້ພັດຂີ້ເຖົ້າໄປທາງຕາເວັນອອກມຸ່ງໜ້າສູ່ມະຫາສະໝຸດແປຊິຟິກ ຜ່ານເສັ້ນທາງທີ່ບໍ່ມີປະຊາກອນອາໄສຢູ່ ກະຊວງໄດ້ກຳນົດລະຫັດເຕືອນໄພທາງການບິນເປັນສີສົ້ມ ໝາຍຄວາມວ່າມີຄວາມສ່ຽງເພີ່ມຂຶ້ນຕໍ່ເຄື່ອງບິນ   ຫົວໜ້າທີມຮັບມືເຫດການພູເຂົາໄຟລະເບີດຄໍາຊັດກາ ເຊື່ອວ່າ ພູເຂົາໄຟລະເບີດວັນນີ້ອາດມີຄວາມກ່ຽວຂ້ອງກັບແຜ່ນດິນໄຫວຂະໜາດ 8.8 ນອກຊາຍຝັ່ງມະຫາສະໝຸດຄໍາຊັດກາ ທາງຕາເວັນອອກສຸດຂອງຣັດເຊຍເມື່ອວັນທີ່ 31/7/2025 ທີ່ຜ່ານມາ ເຮັດໃຫ້ເກີດຊູນາມິຊັດເຂົ້າຝັ່ງຣັດເຊຍ ແລ ມີການເຕືອນໄພຊູນາມິຕັ້ງແຕ່ຍີ່ປຸ່ນໄປໄກເຖິງຊິລີ   ກ່ອນໜ້ານີ້ […]

ຮອງປະທານປະເທດ ຊ່ວຍຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ໃນວັນທີ 3 ສິງຫາ 2025 ນີ້,     ເຊິ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ໂດຍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫລືອບັນເທົາທຸກ ໃນເບື້ອງຕົ້ນ. ທ່ານ ໜໍເຢັ່ງຢ່າ ເຈົ້າເມືອງໜອງແຮດ ໄດ້ໃຫ້ຮູ້ວ່າ: ບ້ານຫາດບໍ່ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 22 ກໍລະກົດ 2025 ຜ່ານມາ, ມີ 34 ຫລັງຄາເຮືອນ ໄດ້ ຮັບຜົນກະທົບ.   ໃນນັ້ນ, ມີຜູ້ເສຍຊິວິດ 1 […]

“ທຣໍາ” ປະກາດເກັບພາສີນຳເຂົ້າສິນຄ້າລາວ 40% ເລີ່ມມີຜົນ 1 ສິງຫາ 2025 ນີ້

ວັນທີ່ 1 ສິງຫາ 2025 ໂດນາລ ທຣໍາ ປະທານາທິບໍດີສະຫະລັດ ລົງນາມເລັ່ງເກັບພາສີສິນຄ້ານຳເຂົ້າຈາກ ສປປ ລາວອັດຕາ 40% ຈາກເດີມ 44% ມີຜົນພາຍໃນ 7 ວັນຫຼັງປະກາດຫຼ້າສຸດ ເມື່ອວັນທີ່ 1 ສິງຫາ 2025 ນີ້   ຂະນະທີ່ອັດຕາພາສີແບບຕ່າງຕອບໂຕ້ (Reciprocal Tariff) ຂອງປະເທດອື່ນໆ ໃນເຂດອາຊຽນ:   ມຽນມາ 40% ຈາກເດີມ 44% ບຣູໄນ 25% ຈາກເດີມ 24% ຫວຽດນາມ 20% ຈາກເດີມ 46% ອິນໂດເນເຊຍ 19% ຈາກເດີມ 32% ຟິລິບປີນ 19% ຈາກເດີມ 18% ໄທ 19% ຈາກເດີມ 36% ກຳປູເຈຍ 19% ຈາກເດີມ […]

ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple

ແອັບເປີນ (Apple) ກຽມເປີດໂຕ iPhone ລຸ້ນໃໝ່ໃນເດືອນກັນຍານີ້ ແລະ ຂ່າວລືຫຼ້າສຸດເຫັນເຖິງການປ່ຽນແປງຂອງ iPhone ລຸ້ນ iPhone 17 Pro ແລະ iPhone 17 Pro Max ທີ່ອາດຈະມາພ້ອມກັບຟີເຈີທີ່ບໍ່ເຄີຍມີໃນ iPhone ມາກ່ອນ     ຈຸດເດັ່ນຂ່າວລືການອັບເກຣດທີ່ໜ້າສົນໃຈ   ໜ້າຈໍປ້ອງກັນການສະທ້ອນ: ຕາມລາຍງານຂອງ MacRumors, iPhone 17 Pro ຈະໃຊ້ໜ້າຈໍແບບໃໝ່ທີ່ຊ່ວຍຫຼຸດແສງສະທ້ອນ ເຮັດໃຫ້ເບິ່ງເຫັນໜ້າຈໍໄດ້ຊັດເຈນຂຶ້ນເຖິງຢູ່ໃນບ່ອນທີ່ມີແສງແດດແຮງ ນອກຈາກນີ້ ໜ້າຈໍຍັງມີຄວາມທົນທານຕໍ່ຮອຍຂີດຂ່ວນໄດ້ດີຍິ່ງຂຶ້ນອີກດ້ວຍ   ຊູມແບບອອບຕິກັລ 8x: ກ້ອງ Telephoto ຂອງ iPhone 17 Pro ຄາດວ່າຈະເພີ່ມຄວາມສາມາດໃນການຊູມຈາກເດີມ 5x ເປັນ 8x ຊຶ່ງເປັນການກ້າວກະໂດດຄັ້ງໃຫຍ່ ແລະ ຈະເປັນຄັ້ງທຳອິດຂອງ Apple   ສ່ວນນູນຂອງກ້ອງໃຫຍ່ຂຶ້ນ: ເພື່ອຮອງຮັບການຊູມແບບອອບຕິກັລທີ່ເພີ່ມຂຶ້ນ ເຮັດໃຫ້ສ່ວນນູນຂອງກ້ອງ […]

ທ່ານ​ ທອງລຸນ ສີ​ສຸ​ລິດ ປະທານ​ປະ​ເທດ​ລາວຢ້ຽມຢາມຣັດເຊຍຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ

ຕາມຄໍາເຊີນຂອງ ພະນະທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນຣັດເຊຍ “ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປລາວ ຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ, ວັນທີ 30 ກໍລະກົດ – 01 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ຣັດເຊຍ.”   ການເລີ່ມຕົ້ນການເຈລະຈາລະຫວ່າງຣັດເຊຍ-ລາວ, ທ່ານ ປູຕິນ:   ທ່ານປະທານປະເທດທີ່ເຄົາລົບ! ໝູ່ເພື່ອນທີ່ຮັກແພງ!   ຂໍອະນຸຍາດໃຫ້ຂ້າພະເຈົ້າຕ້ອນຮັບທ່ານດ້ວຍຄວາມອົບອຸ່ນໃນການຢ້ຽມຢາມຢ່າງເປັນທາງການຕໍ່ຣັດເຊຍ, ທ່ານຮູ້ຈັກປະເທດຂອງພວກເຮົາເປັນຢ່າງດີ ແລະ ພວກເຮົາກໍ່ຮູ້ຈັກທ່ານເປັນຢ່າງດີເຊັ່ນກັນ, ຖືວ່າທ່ານເປັນເພື່ອນສະໜິດຂອງຣັດເຊຍ.   ທ່ານໄດ້ໄປຢ້ຽມຢາມຣັດເຊຍເລື້ອຍໆ ແລະ ຍິ່ງໄປກວ່ານັ້ນ, ດັ່ງທີ່ຮູ້ກັນດີ ທ່ານໄດ້ຈົບການສຶກສາຈາກສະຖາບັນການສຶກສາ Herzen Petersburg ເຊິ່ງປີກາຍນີ້, ທ່ານໄດ້ເຂົ້າຮ່ວມໃນງານເດີນຂະບວນສະເຫຼີມສະຫຼອງໄຊຊະນະ ແລະ ໃນປີນີ້ເພື່ອສະເຫຼີມສະຫຼອງຄົບຮອບ […]

ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ

ໃນວັນທີ 16 ກໍລະກົດ ທີ່ຜ່ານມາ ທີ່ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ, ປະຊາຊົນທີ່ອາໄສຢູ່ ໃນເຂດດັ່ງກ່າວ ໄດ້ພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ ໃນຂະນະທີ່ກຳລັງດຳເນີນການຂຸດດິນເພື່ອປຸກສ້າງເຮືອນ ຊຶ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດ.       ໃນວັນທີ 23 ກໍລະກົດ 2025, ທີມງານຂອງ ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ – ກອງ 58 ໄດ້ລົງພືື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດດັ່ງກ່າວ ແມ່ນໂບມໃຫຍ່ ລຸ້ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ລຸ້ນເກົ່າ), ມີນ້ຳໜັກປະມານ 1,000 ປອນ (ຫຼື ຫຼາຍກວ່າ 453 ກິໂລກຣາມ) ທີ່ສາມາດເກີດລະເບີດທີ່ຮ້າຍແຮງ ຕໍ່ຊັບສິນຂອງປະຊາຊົນ ໃນລັດສະໝີວົງກວ້າງເຖິງ 1,500 ແມັດ.   ການພົບເຫັນລະເບີດໂບມໃຫຍ່ທີ່ມີຄວາມອັນຕະລາຍ ແລະ ຄວາມສ່ຽງສູງ […]