“ປັກກິ່ງ” ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນ ຝົນຕົກໜັກທຸບສະຖິຕິ ສັ່ງອົບພະຍົບນັບແສນຄົນ

ປະທານາທິບໍດີສີ ຈິ້ນຜິງຂອງຈີນເປີດເຜີຍວ່າ ປະເທດກຳລັງປະເຊີນໜ້າ “ຄວາມສູນເສຍຢ່າງໜັກ” ຈາກອຸທົກໄພທີ່ເກີດຂຶ້ນຢ່າງທັນທີທັນໃດໃນນະຄອນຫຼວງປັກກິ່ງ ແລະອີກ 3 ແຂວງ ໄດ້ແກ່: ເຫີ່ເປ້ຍ, ຈີ່ຫຼິນ ແລະ ຊານຕົງ ພ້ອມສັ່ງການໃຫ້ເຈົ້າໜ້າທີ່ທຸກລະດັບເລັ່ງປະຕິບັດພາລະກິດຄົ້ນຫາ ແລະ ຊ່ວຍເຫຼືອປະຊາຊົນຢ່າງເຕັມກຳລັງ   ສະຖານີໂທລະທັດຊີຊີທີວີຂອງຈີນລາຍງານວ່າ ຍອດຜູ້ເສຍຊີວິດຈາກເຫດອຸທົກໄພໃນນະຄອນຫຼວງປັກກິ່ງເພີ່ມຂຶ້ນເປັນຢ່າງໜ້ອຍ 30 ຄົນ ແລ້ວ ແລະ ມີປະຊາຊົນອົບພະຍົບອອກຈາກພື້ນທີ່ແລ້ວກວ່າ 80,000 ຄົນ   ຫຼັງປະເຊີນໜ້າຝົນຕົກໜັກສະສົມຕໍ່ເນື່ອງໃນຊ່ວງນີ້  ໂດຍໃນວັນຈັນ (28 ກໍລະກົດ) ພຽງມື້ດຽວ ປັກກິ່ງມີປະລິມານຝົນສູງສຸດເຖິງ 543.4 ມິນລິແມັດ ຊຶ່ງເກືອບເທົ່າກັບຄ່າສະເລ່ຍປະລິມານຝົນທັງປີຂອງນະຄອນຫຼວງຈີນທີ່ຢູ່ທີ່ປະມານ 600 ມິນລິແມັດ   ນະຄອນຫຼວງປັກກິ່ງໄດ້ປະກາດເຕືອນໄພຝົນຕົກໜັກ ແລະ ນ້ຳຖ້ວມລະດັບສູງສຸດ ເມື່ອວັນທີ່ 28 ກໍລະກົດ ທີ່ຜ່ານມາ ໂດຍຝົນເລີ່ມຕົກຕັ້ງແຕ່ວັນພຸດທີ່ແລ້ວ (23 ກໍລະກົດ) ແລະ ຮຸນແຮງຫຼາຍຂຶ້ນໃນຊ່ວງທ້າຍອາທິດ ສົ່ງຜົນໃຫ້ເກີດນ້ຳຖ້ວມທັນທີທັນໃດ ດິນເຈື່ອນ ແລະ ຄວາມເສຍຫາຍຕໍ່ໂຄງສ້າງພື້ນຖານຈຳນວນຫຼາຍ […]

ງານວິໄຈຊີ້ໃຫ້ເຫັນວ່າ ການລະບາດຂອງໂຄວິດ19 ເຮັດໃຫ້ສະໝອງເຮົາແກ່ໄວຂຶ້ນ ເຖິງວ່າຈະບໍ່ໄດ້ຕິດເຊື້ອກໍຕາມ

ງານວິໄຈຫຼ້າສຸດທີ່ຕີພິມໃນວາລະສານ Nature Communications ເມື່ອວັນທີ່ 22 ກໍລະກົດ 2025 ເປີດເຜີຍໃຫ້ເຫັນຜົນກະທົບທີ່ລຶກເຊິ່ງຂອງການລະບາດໃຫຍ່ຂອງ COVID-19 ຕໍ່ສະໝອງມະນຸດ   ໂດຍລະບຸວ່າ ສະໝອງຂອງຄົນເຮົາແກ່ຊາລົງເລັວຂຶ້ນ ໃນຊ່ວງໂຄວິດ ບໍ່ວ່າຈະເຄີຍຕິດເຊື້ອຫຼືບໍ່ກໍຕາມ, ທີມນັກວິໄຈຊີ້ໃຫ້ເຫັນວ່າ”ພາວະສະໝອງແກ່ໄວຂຶ້ນ” ນີ້ບໍ່ໄດ້ເກີດຈາກໄວຣັດ COVID-19 ໂດຍກົງເທົ່ານັ້ນ.   ແຕ່ປັດໄຈທາງຈິດໃຈ ແລະ ສັງຄົມ ທີ່ເກີດຂຶ້ນໃນຊ່ວງການລະບາດ ເຊັ່ນ: ຄວາມຄຽດສູງ ການແຍກຕົວທາງສັງຄົມ ລາຍໄດ້ຫຼຸດລົງ ແລະ ຄວາມບໍ່ໝັ້ນຄົງໃນການດຳລົງຊີວິດ ກໍມີຜົນຕໍ່ສະໝອງຢ່າງຊັດເຈນ “ນີ້ເປັນຫລັກຖານຊັດເຈນວ່າການໃຊ້ຊີວິດໃນຊ່ວງການລະບາດໃຫຍ່ສົ່ງຜົນໃຫ້ສະໝອງມີລັກສະນະປ່ຽນແປງໃນແບບທີ່ພົບໃນຜູ້ສູງອາຍຸ” ທີມວິໄຈກ່າວ   ກຸ່ມສ່ຽງທີ່ໄດ້ຮັບຜົນກະທົບຮຸນແຮງ   ການຄົ້ນຄວ້າຍັງພົບວ່າຜົນກະທົບຂອງໂຄວິດຕໍ່ສະໝອງມີຄວາມຮຸນແຮງຫຼາຍຂຶ້ນໃນບາງກຸ່ມປະຊາກອນ ໄດ້ແກ່: • ຜູ້ຊາຍ • ຜູ້ສູງອາຍຸ • ຜູ້ທີ່ມີສຸຂະພາບຮ່າງກາຍບໍ່ດີ • ຜູ້ທີ່ມີລາຍໄດ້ນ້ອຍ ການສຶກສາຕໍ່າ ຫຼື ທີ່ຢູ່ອາໄສບໍ່ໝັ້ນຄົງ   ໂດຍສະເພາະກຸ່ມທີ່ມີ “ສະຖານະການຈ້າງງານບໍ່ໝັ້ນຄົງ” ຈະມີອາຍຸສະໝອງເພີ່ມຂຶ້ນໂດຍສະເລ່ຍເຖິງ 5 ເດືອນ […]

ເຈົ້າໜ້າທີ່ໄທຍຶດຢາບ້າໄດ້ເກືອບ 1 ລ້ານເມັດ ທີ່ດ່ານມິດຕະພາບລາວ-ໄທ ໜອງຄາຍ ສ່ວນຄົນຂັບຫຼົບໜີໄປໄດ້

ເຈົ້າໜ້າທີ່ໄທຍຶດຢາບ້າໄດ້ເກືອບ 1 ລ້ານເມັດ ທີ່ດ່ານມິດຕະພາບລາວ-ໄທ ໜອງຄາຍ ສ່ວນຄົນຂັບຫຼົບໜີໄປໄດ້ ໃນວັນທີ 28 ກໍລະກົດ 2025 ເວລາປະມານ 14:30 ເຈົ້າໜ້າທີ່ປະຕິບັດການພິດເສດສະເພາະກິດ ຮ່ວມກັບຫຼາຍໜ່ວຍງານ ທັງໄທ ແລະ ລາວ ກວດຍຶດຢາບ້າເກືອບ 1 ລ້ານເມັດ ທີ່ເຊື່ອງໄວ້ໃນກະເປົາ ຈໍານວນ 10 ໜ່ວຍ, ມູນຄ່າເກືອບ 29ລ້ານບາດຢູ່ລົດຂົນສົ່ງສິນຄ້າຈາກ ສປປ ລາວ ຢູ່ທີ່ດ່ານມິດຕະພາບລາວ-ໄທ ຈັງຫວັດໜອງຄາຍ ສ່ວນຄົນຂັບຫຼົບໜີໄປໄດ້.   ຕາມການລາຍງານຂອງຕໍາຫຼວດໃຫ້ຮູ້ວ່າ: ໄດ້ຮັບແຈ້ງຄວາມຈາກຜູ້ແຈ້ງຂ່າວວ່າ ມີການລັກລອບຂົນສົ່ງຢາບ້າໄປສົ່ງຢູ່ເຂດພາຍໃນ ແລະ ເມື່ອມາຮອດດ່ານຊາຍແດນໜອງຄາຍ ເຈົ້າໜ້າທີ່ໄດ້ໃຫ້ສັນຍານຢຸດລົດເພື່ອກວດກາ.   ຄົນຂັບລົດ ແລະ ພະນັກງານຄົນລາວ ອາໄສຕອນທີ່ເຈົ້າໜ້າທີ່ກວດຄົ້ນລົດ ເອົາໂຕຫຼົບໜີ   ຈາກການກວດກາພາຍໃນລົດບັນທຸກ ພົບເຫັນຢາບ້າທີ່ຊຸກເຊື່ອງໄວ້ໃນກະເປົາເດີນທາງຢູ່ຫຼັງລົດຂົນເຄື່ອງ ລວມທັງຂອງກາງເປັນຢາບ້າ 996,000 ເມັດ.     ເບື້ອງຕົ້ນ, ພົບເຫັນເອກະສານການເດີນທາງຂອງຜູ້ຂັບຂີ່ ແລະ […]

ຈີນສະເໜີເງິນ 3,600 ຫຍວນ ໃຫ້ພໍ່ແມ່ ເພື່ອກະຕຸ້ນອັດຕາການເກີດທີ່ຫຼຸດລົງ

ຜູ້ປົກຄອງໃນຈີນຈະໄດ້ຮັບເງິນອຸດໜູນ 3,600 ຫຍວນ ຕໍ່ປີສຳລັບລູກແຕ່ລະຄົນທີ່ມີອາຍຸຕ່ຳກວ່າ 3 ປີ ຊຶ່ງຖືເປັນເງິນອຸດໜູນຄັ້ງທຳອິດຂອງລັດຖະບານຈີນ ທີ່ຫວັງກະຕຸ້ນອັດຕາການເກີດ   ລັດຖະບານຈີນໄດ້ປະກາດມາດຕະການອຸດໜູນທາງການເງິນແກ່ຜູ້ປົກຄອງເປັນຄັ້ງທຳອິດທົ່ວປະເທດ ເພື່ອເປົ້າໝາຍໃນການກະຕຸ້ນອັດຕາການເກີດທີ່ຫຼຸດລົງ ຜູ້ປົກຄອງຈະໄດ້ຮັບເງິນສະໜັບສະໜູນ 3,600 ຫຍວນຕໍ່ປີ ສຳລັບລູກແຕ່ລະຄົນທີ່ອາຍຸຕ່ຳກວ່າ 3 ປີ ມາດຕະການນີ້ເກີດຂຶ້ນເຖິງວ່າພັກຄອມມິວນິສຈີນຈະຍົກເລີກນະໂຍບາຍລູກຄົນດຽວ ມາເກືອບ 10 ປີແລ້ວ ແຕ່ຈຳນວນປະຊາກອນເກີດໃໝ່ຂອງປະເທດກໍຍັງຄົງຫຼຸດລົງຢ່າງຕໍ່ເນື່ອງ   ສື່ຂອງລັດຖະບານຈີນລະບຸວ່າ ເງິນຊ່ວຍເຫຼືອນີ້ຈະຊ່ວຍບັນເທົາພາລະຄ່າໃຊ້ຈ່າຍໃນການລ້ຽງດູລູກແກ່ຄອບຄົວປະມານ 20 ລ້ານຄົວເຮືອນ ໂຄງການນີ້ຊຶ່ງປະກາດເມື່ອ ວັນທີ່ 28 ກໍລະກົດ 2025 ທີ່ຜ່ານມາ   ຈະມອບເງິນລວມສູງສຸດ 10,800 ຫຍວນ ຕໍ່ລູກໜຶ່ງຄົນ ແລະ ຈະມີການຍ້ອນຫລັງການບັງຄັບໃຊ້ໄປຕັ້ງແຕ່ຕົ້ນປີນີ້ ຕາມການລາຍງານຂອງສະຖານີໂທລະທັດຊີຊີທີວີ ຄອບຄົວທີ່ມີລູກທີ່ເກີດລະຫວ່າງປີ 2022 ເຖິງ 2024 ກໍສາມາດຍື່ນຂໍຮັບເງິນອຸດໜູນບາງສ່ວນໄດ້ເຊັ່ນກັນ   ກ່ອນໜ້ານີ້ ຫຼາຍແຂວງທົ່ວປະເທດຈີນໄດ້ລອງການຈ່າຍເງິນເພື່ອສົ່ງເສີມໃຫ້ປະຊາຊົນມີລູກຫຼາຍຂຶ້ນ ເນື່ອງຈາກຈີນກຳລັງປະເຊີນກັບວິກິດການດ້ານປະຊາກອນສາດທີ່ກຳລັງຈະມາເຖິງ ເຊັ່ນໃນເດືອນມີນາທີ່ຜ່ານມາ ເມືອງຮູຮອດ ທາງຕອນເໜືອຂອງຈີນ ເລີ່ມສະເໜີເງິນສູງສຸດ 100,000 […]

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 29, 30 ແລະ 31 ກໍລະກົດ 2025

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 29, 30 ແລະ 31 ກໍລະກົດ 2025 ບາງເຂດ ເມືອງສັງທອງ, ເມືອງຫາດຊາຍຟອງ ລາຍລະອຽດດັ່ງລຸ່ມນີ້:                   ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ກອງທັບພາກ 2 ຂອງໄທ ເປີດເຜີຍ ກຳປູເຈຍ ລະເມີດຂໍ້ຕົກລົງຢຸດຍິງ ພົບ ຍັງກໍ່ກວນ-ໂຈມຕີໄທຫຼາຍພື້ນທີ່

ຫຼັງຈາກການປະຊຸມພິເສດ ທີ່ ເມືອງປຸຕຣາຈາຍາ ປະເທດມາເລເຊຍ ໄທ-ກຳປູເຈຍ ຕົກລົງຢຸດຍິງທັນທີໂດຍບໍ່ມີເງື່ອນໄຂ ມີຜົນຕັ້ງແຕ່ເວລາ 24.00 ໂມງ ວັນທີ່ 28 ກໍລະກົດ 2025ທີ່ຜ່ານມາ   ຫຼ້າສຸດເຊົ້າວັນນີ້ (29 ກໍລະກົດ 2025) ກອງທັບພາກທີ່ 2 ລາຍງານວ່າ ຝ່າຍກຳປູເຈຍລະເມີດຂໍ້ຕົກລົງຢຸດຍິງ ພົບການກໍ່ກວນ ແລະ ການໃຊ້ອາວຸດໂຈມຕີເຂົ້າມາໃນຫຼາຍພື້ນທີ່ ຝ່າຍໄທຕອບໂຕ້ກັບຄືນຕາມສະຖານະການ ດ້ານການພົບປະຜູ້ນຳຫົວໜ່ວຍທະຫານໃນພື້ນທີ່ ໂຄສົກ ກອງທັບພາກ 2 ເປີດເຜີຍຍັງຄົງມີຄວາມພະຍາຍາມດຳເນີນການ   ກອງທັບບົກ ໄດ້ຮັບລາຍງານຈາກກອງທັບພາກທີ່ 2 ເຖິງສະຖານະການຕາມແນວຊາຍແດນໄທ – ກຳປູເຈຍ ໂດຍຫຼັງຈາກຝ່າຍໄທໄດ້ປະຕິບັດຕາມຂໍ້ຕົກລົງຢຸດຍິງຫຼັງເວລາ 24.00 ໂມງ ແລະ ເຝົ້າລະວັງຕິດຕາມສະຖານະການໃນແນວໜ້າຢ່າງໃກ້ຊິດ   ຫົວໜ່ວຍທະຫານໃນພື້ນທີ່ໄດ້ລາຍງານພົບການປະຕິບັດທາງທະຫານຂອງຝ່າຍກຳປູເຈຍໃນຫຼາຍເຫດການຕະຫຼອດຄືນຈົນເຖິງຊ່ວງເຊົ້າ   ໂດຍພົບການກໍ່ກວນແລະໃຊ້ອາວຸດຍິງສະໜັບສະໜູນເຂົ້າມາໃນພື້ນທີ່ຝ່າຍໄທ ໃນຫຼາຍພື້ນທີ່ ໄດ້ແກ່ ພື້ນທີ່ຊ່ອງບົກ, ພື້ນທີ່ຊ່ອງອານມ້າ, ພື້ນທີ່ຊຳແຕ, ພື້ນທີ່ປາສາດຕາຄວາຍ ແລະ ພື້ນທີ່ພູມະເຂືອ […]

ຄວາມສຳຄັນຂອງການປ່ຽນແປງ ແລະ ການພັດທະນາບັດປະຈຳຕົວປະຊາຊົນ ໃຫ້ມີຄວາມທັນສະໄໝ ເພື່ອກ້າວເຂົ້າສູ່ຍຸກດິຈິຕ໋ອນ

ຄວາມສຳຄັນຂອງການປ່ຽນແປງ ແລະ ການພັດທະນາບັດປະຈຳຕົວປະຊາຊົນ   ປະເທດລາວ ດິນແດນແຫ່ງຄວາມສະຫງົບ ແລະ ສວຍສົດງົດງາມ ກຳລັງກ້າວເຂົ້າສູ່ຍຸກເຕັກໂນໂລຊີທີ່ທັນສະໄໝ, ເຊິ່ງມີບົດບາດສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນ, ມັນເປັນສິ່ງຈໍາເປັນທີ່ຈະປັບຕົວໃຫ້ທັນກັບການປ່ຽນແປງຢ່າງໄວວາຂອງສັງຄົມ.     ສໍາລັບ ສປປ ລາວ ການພັດທະນາບັດປະຈໍາຕົວ ເພື່ອຫັນເຂົ້າສູ່ຍຸກດິຈິຕ໋ອນ ບໍ່ພຽງແຕ່ເປັນການປ່ຽນແປງທາງດ້ານເຕັກໂນໂລຊີທີ່ທັນສະໄໝ, ແຕ່ມັນເປັນການປ່ຽນແປງທີ່ສຳຄັນທີ່ຈະຫັນປ່ຽນອະນາ ຄົດຂອງປະເທດ.   ບັດປະຈໍາຕົວແບບເກົ່າທີ່ພວກເຮົາເຄີຍນຳໃຊ້ແມ່ນມີຂໍ້ຈໍາກັດຫຼາຍຢ່າງ, ເຊິ່ງຂໍ້ມູນໃນບັດປະຈຳຕົວແບບເກົ່າຍັງບໍ່ສາມາດເຊື່ອມໂຍງກັບຂະແໜງການອື່ນໄດ້ ລວມທັງຄວາມປອດໄພຂອງຂໍ້ມູນ.   ມາຮອດປັດຈຸບັນ, ລັດຖະບານເຫັນໄດ້ຄວາມສໍາຄັນ ຈຶ່ງພັດທະນາຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃຫ້ມີຄວາມທັນສະໄໝ ເພື່ອກ້າວເຂົ້າສູ່ຍຸກດິຈິ ຕ໋ອນ ແລະ ເປັນໂອກາດທີ່ດີ ທີ່ຈະເຮັດໃຫ້ພວກເຮົາພັດທະນາລະບົບບັດປະຈຳຕົວໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.       ບັດປະຈໍາຕົວດິຈິຕອນ ຈະຊ່ວຍໃຫ້ປະຊາຊົນເຂົ້າເຖິງການບໍລິການຕ່າງໆ ຂອງພາກລັດ ແລະ ເອກະຊົນ ຢ່າງສະດວກ, ສະບາຍ ແລະ ວ່ອງໄວ ບໍ່ວ່າຈະເປັນການເຮັດທຸລະກໍາອອນໄລນ໌, ການຮ້ອງຂໍເອກະສານ ຫຼື ຕິດຕໍ່ກັບອົງການຂອງລັດຖະບານ;   ນອກນີ້, […]

ຮຸນ ເຊັນ ໂພສຊົມເຊີຍ ໂດນາລ ທຣຳ ຊຸກຍູ້ຢຸດຍິງ ຊ່ວຍຊີວິດຄົນນັບບໍ່ຖ້ວນ

ສົມເດັດ ຮຸນ ເຊັນ ໂພສຂໍ້ຄວາມໃໝ່ຊົມເຊີຍ ໂດນາລ ທຣຳ ວ່າເປັນຜູ້ຊຸກຍູ້ຂໍ້ຕົກລົງຢຸດຍິງ ເຊີງຊ່ວຍຊີວິດຄົນຫຼາຍຄົນ ພ້ອມແນບຕິດຮູບທີ່ເຄີຍຖ່າຍຮ່ວມກັນໃນອະດີດ   ເມື່ອຊ່ວງເຊົ້າມືດວັນອັງຄານທີ່ 29 ກໍລະກົດ 2025  ເຟສບຸກຂອງສົມເດັດ ຮຸນ ເຊັນ ໂພສຂໍ້ຄວາມໃໝ່ ສະແດງຄວາມຂອບໃຈ ໂດນາລ ທຣຳ ປະທານາທິບໍດີສະຫະລັດ ທີ່ເປັນຜູ້ຊຸກຍູ້ຈົນເກີດຂໍ້ຕົກລົງຢຸດຍິງລະຫວ່າງກຳປູເຈຍກັບໄທ ເຊິ່ງຊ່ວຍຊີວິດຄົນຫຼາຍຄົນ ລວມທັງຂອບໃຈຜູ້ນຳມາເລເຊຍທີ່ເປັນເຈົ້າພາບຈັດການປະຊຸມ ແລະ ປະເທດອື່ນໆທີ່ສະໜັບສະໜູນດ້ວຍ   ຂໍ້ຄວາມຂອງສົມເດັດ ຮຸນ ເຊັນ ລະບຸວ່າ “ຄວາມສຳເລັດຈາກຄວາມຄິດລິເລີ່ມອັນໜ້າປະທັບໃຈໂດຍ ໂດນາລ ທຣຳ ໄດ້ຊ່ວຍຊີວິດປະຊາຊົນຫຼາຍໝື່ນຄົນຈາກສົງຄາມລະຫວ່າງກຳປູເຈຍກັບໄທ”   “ກ່ອນອື່ນ ຂ້າພະເຈົ້າຢາກຂໍສະແດງຄວາມຂອບໃຈຕໍ່  ປະທານາທິບໍດີ ໂດນາລ ທຣຳ ຄວາມຄິດລິເລີ່ມອັນມີວິໄສທັດກວ້າງໄກໃນການສ້າງຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບລະຫວ່າງກຳປູເຈຍກັບໄທ ຄວາມຄິດລິເລີ່ມນີ້ແມ່ນຄວາມສຳເລັດຄັ້ງໃຫຍ່ທີ່ຊ່ວຍຊີວິດນັບບໍ່ຖ້ວນທັງໃນກຳປູເຈຍແລະໃນໄທ”   “ຂ້າພະເຈົ້າຢາກຂໍຂອບໃຈ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຜູ້ຊ່ວຍຈັດກຽມສະຖານທີ່ປະຊຸມແລະອຳນວຍຄວາມສະດວກໃຫ້ກັບການທຳຂໍ້ຕົກລົງຢຸດຍິງຄັ້ງນີ້ ຂໍ້ຕົກລົງຢຸດຍິງ ແລະ […]

ເລີ່ມແລ້ວ ກອງປະຊຸມໄກ່ເກ່ຍ ຂໍ້ຕົກລົງຢຸດຍິງ ໃນຂໍ້ຂັດແຍ້ງຊາຍແດນໄທ-ກຳປູເຈຍ ໄດ້ຈັດຂຶ້ນໃນມາເລເຊຍ.

ເລີ່ມແລ້ວ ປະຊຸມໄກ່ເກ່ຍ ຄວາມຂັດແຍ້ງບໍລິເວນຊາຍແດນໄທ-ກຳປູເຈຍ ທີ່ກຸງປຸດຣາຈາຍາ ປະເທດມາເລເຊຍ ຕາມຄຳເຊີນຈາກ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ   ສຳນັກຂ່າວຣອຍເຕີ-ລາຍງານຄວາມຄືບໜ້າການປຶກສາຫາລືຮ່ວມກັນກ່ຽວກັບສະຖານການຄວາມຂັດແຍ້ງບໍລິເວນຊາຍແດນໄທ-ກຳປູເຈຍ ທີ່ກຸງປຸດຣາຈາຍາ ປະເທດມາເລເຊຍ ຕາມຄຳເຊີນຈາກນາຍອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ   ໃນຖານະປະທານອາຊຽນວ່າ ທ່ານ ພູມິທຳ ເວຊະຍະໄຊ ຜູ້ຮັກສາການນາຍົກລັດຖະມົນຕີປະເທດໄທ ພ້ອມຄະນະ ແລະ ນາຍົກລັດຖະມົນຕີຮຸນ ມາເນັດ ຜູ້ນຳກຳປູເຈຍ ກັບຄະນະເຈົ້າໜ້າທີ່ ເດີນທາງຮອດມາເລເຊຍແລ້ວ ແລະ ຈະເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໃນຂໍ້ຂັດແຍ້ງຊາຍແດນຊຶ່ງຍືດເຍື້ອເຂົ້າສູ່ມື້ທີ່ 5     ນອກຈາກຄະນະຜູ້ແທນຂອງສອງປະເທດຄູ່ກໍລະນີແລ້ວ ເຈົ້າໜ້າທີ່ມາເລເຊຍເປີດເຜີຍວ່າ ເອກອັກຄະຣາຊະທູດສະຫະລັດອະເມຣິກາປະຈຳມາເລເຊຍ ແລະ ເອກອັກຄະຣາຊະທູດຈີນປະຈຳມາເລເຊຍ ຈະເຂົ້າຮ່ວມການຫາລືທີ່ບ້ານພັກຂອງ ທ່ານ ອັນວາ ໃນກຸງປຸດຣາຈາຍາ   ລາຍງານລະບຸວ່າ ທັງໄທແລະກຳປູເຈຍຕ່າງກ່າວຫາອີກຝ່າຍວ່າເປັນຕົ້ນເຫດຂອງການສູ້ຮົບເມື່ອອາທິດທີ່ຜ່ານມາ ກ່ອນຍົກລະດັບການປະທະດ້ວຍການຍິງປືນໃຫຍ່ຢ່າງໜັກໃນຫຼາຍພື້ນທີ່ຕາມແນວຊາຍແດນທາງບົກລະຍະທາງ 817 ກິໂລແມັດ ຖືເປັນຄວາມຂັດແຍ້ງທີ່ນອງເລືອດທີ່ສຸດໃນຮອບກວ່າທົດສະວັດລະຫວ່າງ 2 ປະເທດເພື່ອນບ້ານພູມິພາກໃນເອເຊຍຕາເວັນອອກສຽງໃຕ້.     […]

ສປປ ລາວ ສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2025) ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງ ວຽງຈັນ     ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ. […]