ຫ້ອງການ ຍທຂ ເມືອງມະຫາໄຊ ແຈ້ງການເກັບຄ່າທໍານຽມໂດຍສານທີ່ໃຊ້ບໍລິການເຮືອຫາງຍາວ, ລົດໄຖນາເດີນຕາມ ແລະ ລົດໂດຍສານ

ວັນທີ 4 ສິງຫາ 2023, ຫ້ອງການ ຍທຂ ເມືອງມະຫາໄຊ ແຂວງຄຳມ່ວນ ແຈ້ງການ ເລກທີ143 /ຍທຂ.ມຊ ເລື່ອງ: ການເກັບຄ່າທໍານຽມໂດຍສານທີ່ໃຊ້ບໍລິການເຮືອຫາງຍາວ, ລົດໄຖນາເດີນຕາມ ແລະ ລົດໂດຍສານໃນ ຊ່ວງລະດູຝົນ ສົກປີ 2023. ອີງຕາມ: ສະພາບອາກາດໃນປັດຈຸບັນແມ່ນມີຝົນຕົກຕິດຕໍ່ເນື່ອງກັນເປັນເວລາຫຼາຍວັນເຮັດໃຫ້ເສັ້ນທາງ, ຂົວມີ ການເປ່ເພ ແລະ ເກີດມີນໍ້າຖ້ວມບາງເສັ້ນ. ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງມະຫາໄຊ ຂໍເປັນກຽດແຈ້ງການໃຫ້ຮັບຊາບດັ່ງລຸ່ມນີ້: ການເກັບຄ່າທໍານຽມລົດສອງແຖວໃນແຕ່ລະຈຸດມີດັ່ງລຸ່ມນີ້: – ແຕ່ໂພນເມືອງ ຫາ ຂົວຫ້ວຍໄກສອນບ້ານນາຈານແມ່ນ 40.000 ກີບ/ຄົນ. – ແຕ່ຂົວຫ້ວຍໄກສອນ ບ້ານນາຈານ ຫາ ທ່າແຂກ 60.000 ກີບ/ຄົນ. ການເກັບຄ່າທໍານຽມເຮືອຫາງຍາວໃນແຕ່ລະຈຸດມີດັ່ງລຸ່ມນີ້ – ເຂດຂົວຫ້ວຍໄກສອນ ແມ່ນ 5.000 ກີບ/1ຄົນ, ລົດຈັກແມ່ນ 15.000 ກີບ/1 ຄັນ. 2.2. […]
ດວງລາຍວັນປະຈໍາວັນຈັນ ທີ 07 ສິງຫາ 2023

ຄົນເກີດວັນອາທິດ:ການງານ ສ້າງສັນຜົນງານດ້ວຍຄວາມສາມາດພິເສດໃນເລື່ອງງານປະດິດ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໂຊກດີທາງດ້ານການເງິນ ຄວາມຮັກ ບໍ່ຄ່ອຍມີເວລາໃຫ້ກັນຫຼາຍປານໃດ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີບົວ ເລກນຳໂຊກ 9 . ຄົນເກີດວັນຈັນ:ການງານ ຊ່ວງນີ້ເຮັດວຽກດ້ວຍຄວາມລະອຽດຮອບຄອບ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດວງດີຫຼາຍໆ ຈະໄດ້ໂຊກກ້ອນໃຫຍ່ ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີບົວ ເລກນຳໂຊກ 6 . ຄົນເກີດວັນອັງຄານ:ການງານ ແກ້ໄຂບັນຫາສະເພາະໜ້າແບບເລັ່ງດ່ວນດ້ວຍຕົນເອງ ການເງິນ ມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ຄວາມຮັກ ຄືຈະພົບໃຜທີ່ຖືກໃຈແລ້ວ ແຕ່ໄລຍະທາງຍັງເປັນອຸປະສັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີແດງ ເລກນຳໂຊກ 2 . ຄົນເກີດວັນພຸດ:ການງານ ໃຊ້ສິລະປະໃນເລື່ອງຂອງການຕິດຕໍ່ເຈລະຈາທາງດ້ານການຄ້າ ການເງິນ ໄລຍະນີ້ດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ຫິນນໍາໂຊກສີເຫຼືອງ ສີມຸງຄຸນ ສີບົວອ່ອນ ເລກນຳໂຊກ 3 […]
ປກສ ເມືອງພີນ ກັກຕົວພວກກໍ່ເຫດ 4 ຄົນ ຄະດີພະຍາຍາມຄາດຕະກຳ

ກອງບັນຊາການ ປກສ ເມືອງພີນ ແຂວງສະຫວັນນະເຂດ ກັກຕົວພວກກໍ່ເຫດ 4 ຄົນ ທີ່ພະຍາຍາມຄາດຕະກຳ ພວກໄວລຸ້ນ ບ້ານກາຍ່ອງ ແລະ ບ້ານໂນນ ເລກ 9 ເມືອງພີນ ຄື: 1.ຊື່ທ້າວ ສຸກສະຫວັນ (ສຸກ) ອາຍຸ 18 ປີ ອາຊີບເຮັດນາ ບ້ານອາລວຍ 2.ທ້າວ ແຈັກກີ້ ອາຍຸ 15 ປີ ອາຊີບນັກຮຽນ ບ້ານ ອາລວຍ 3.ທ້າວ ແມັກ (ພົງສະຫວັດ) ອາຍຸ 15ປີ ບ້ານ ອາລວຍ 4.ທ້າວ ແມນ ອາຍຸ 17 ປີ ອາຊີບ ເຮັດນາ ບ້ານສີບຸນເຮືອງ ທັງ 4 ຄົນ ແມ່ນຢູ່ເມືອງພີນ ແຂວງສະຫວັນນະເຂດ, ພ້ອມຂອງກາງທີ່ນໍາໃຊ້ເຂົ້າໃນການກໍ່ເຫດ ມີອາວຸດປືນແກັບປະດິດ ຍາວປະມານ27 […]
ແຈ້ງການປິດການສັນຈອນທາງຫຼວງແຫ່ງຊາດເລກ 8 ເຂດພູຜາມ່ານຫາເຂດພູໄຮ

ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄໍາໄຊ ແຈ້ງການເຖິງ: ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ຕະຫຼອດຮອດພໍ່ຄ້າຊາວຂາຍ, ຜູ້ປະກອບ ການຂົນສົ່ງສີນຄ້າ, ຂົນສົ່ງໂດຍສານ ທີ່ນໍາໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ທີ່ນັບຖື. ເຊິ່ງຈະມີການປິດການສັນຈອນຊົ່ວຄາວ, ທາງຫຼວງແຫ່ງຊາດເລກ 8, ແຕ່ຊ່ວງກມ29+000 ຫາ ກມ 37+000 (ເຂດພູຜາມ່ານ), ຊ່ວງກມ 43+000 ຫາ ກມ 53+000 (ເຂດພູໄຮ) ເລີ່ມແຕ່ວັນທີ: 4 ສິງຫາ 2023 ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງເພີ່ມເຕີມ. ໃນປັດຈຸບັນ ສະພາບດິນຟ້າອາກາດມີຝົນຕົກໜັກຕໍ່ເນື່ອງເຮັດໃຫ້ມີດິນເຈື່ອນຕັນທາງ ແລະ ນໍ້າຖ້ວມໃນບາງຈຸດເຮັດໃຫ້ການສັນຈອນຖືກຕັດຂາດ. ໃນປັດຈຸບັນນີ້ທາງໂຄງການກໍາລັງຂຸ້ນຂ້ຽວໃນການແກ້ໄຂ. ສະນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ ກໍຄືໂຄງການສ້ອມແປງທາງຫຼວງແຫ່ງຊາດຈະໄດ້ປີດການສັນຈອນເພື່ອທໍາການແກ້ໄຂ ເລີ່ມແຕ່ທີ 4 ສິງຫາ 2023 ເປັນຕົ້ນໄປຈົນກ່ວາຈະແກ້ໄຂໄດ້ສໍາເລັດ.
ດວງລາຍວັນປະຈໍາວັນເສົາ ທີ 05 ສິງຫາ 2023

ຄົນເກີດວັນອາທິດ:ການງານອອກງານສັງຄົມຫຼາຍຂຶ້ນ ເປັນທີ່ຮູ້ຈັກ ມີຄອນເນັກຊັ່ນເພີ່ມຂຶ້ນ ສົ່ງຜົນຕໍ່ຄວາມສຳເລັດ ການເງິນລະວັງຈະເສຍເງິນແບບບໍ່ທັນຕັ້ງໂຕ ແຕ່ກໍຈະສາມາດຫາເຂົ້າມາໄດ້ຢ່າງວ່ອງໄວດ້ວຍເຊັ່ນກັນ ຄວາມຮັກພາລະກິດວຸ່ນຫຼາຍ ຈຶ່ງຍັງບໍ່ໄດ້ໃຫ້ຄວາມສຳຄັນດ້ານຄວາມຮັກໃນໄລຍະນີ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີບົວ ເລກນຳໂຊກ3 ຄົນເກີດວັນຈັນ:ການງານການປັບປ່ຽນກົນລະຍຸດໃນການເຮັດທຸລະກິດກໍ່ໃຫ້ເກີດຄວາມສຳເລັດໄດ້ ການເງິນມີຄວາມກັງວົນກ່ຽວກັບເລື່ອງຂອງການເງິນ ແຕ່ກໍຈະສາມາດຫາເງິນເຂົ້າມາໄດ້ທຸກຄັ້ງ ຄວາມຮັກຈະພົບໃຜບາງຄົນແບບບໍ່ທັນຕັ້ງໂຕໃນໄລຍະນີ້ ເກີດຄວາມຮັກ ຄວາມສຳພັນທີ່ມີຄວາມສຸກໃຈ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ8 ຄົນເກີດວັນອັງຄານ:ການງານຄິດຄົ້ນວິທີການຫຼືແນວທາງການເຮັດທຸລະກິດທີ່ນຳພາໄປສູ່ຄວາມສຳເລັດໄດ້ງ່າຍຂຶ້ນ ການເງິນມີຄວາມຫມັ້ນຄົງດີທາງດ້ານການເງິນ ໃນໄລຍະນີ້ບໍ່ມີເລື່ອງກັງວົນໃດໆ ຄວາມຮັກຍັງປາດຖະຫນາທີ່ຈະມີຄວາມສົມຫວັງດ້ານຄວາມຮັກໃນໄລຍະນີ້ ແຕ່ສະຖານະການໂດຍລວມກໍຍັງບໍ່ເປັນເຊັ່ນນັ້ນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ2 ຄົນເກີດວັນພຸດ:ການງານເລັ່ງໃນເລື່ອງຂອງການຕິດຕໍ່ສື່ສານ ແລະ ເກີດການປ່ຽນແປງທາງດ້ານການງານ ການເງິນມີຄວາມກັງວົນໃນເລື່ອງຂອງການໃຊ້ຈ່າຍ ແຕ່ກໍສາມາດຫາເຂົ້າມາໄດ້ຢ່າງວ່ອງໄວ ມີໂຊກເລັກນ້ອຍ ເຂົ້າມາເຮັດໃຫ້ຮູ້ສຶກດີໃຈ ຄວາມຮັກລົງຕົວດີໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກໃນເທື່ອນີ້ ມີໂອກາດພົບຮັກແບບດ່ວນກໍເປັນໄປໄດ້ ເຄື່ອງມຸງຄຸນຕຸ້ມຫູຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ6 ຄົນເກີດວັນພະຫັດ:ການງານຈະພົບການປ່ຽນແປງກ່ຽວກັບເລື່ອງການງານ ການປັບປ່ຽນວຽກໃໝ່ ຈະມີໂຊກທາງດ້ານການງານ ແຕ່ຕ້ອງພົບຄວາມກົດດັນກ່ອນ ຈຶ່ງເກີດການປ່ຽນແປງທີ່ດີ ການເງິນມີໂຊກຈະໄດ້ເງິນເຂົ້າມາ ຈະຊື້ຊັບສິນ ທີ່ຢູ່ອາໄສໃໝ່ ຫຼືຜູ້ໃຫຍ່ຈະອຸປະຖຳທາງດ້ານການເງິນ ຄວາມຮັກບໍ່ລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກ ອາດເປັນເພາະອຸປະສັກເລື່ອງໄລຍະທາງ ແລະ ເວລາ ຄວາມສຳພັນຈຶ່ງບໍ່ຖືກພັດທະນາ ເຄື່ອງມຸງຄຸນເພັດສີຂາວ […]
ລາວ-ຈີນ ຈັດພິທີເຊັນສັນຍາວ່າດ້ວຍການສຳຫຼວດຖ່ານຫີນ ເນື້ອທີ່ 51,67 ກິໂລຕາແມັດ

ໃນວັນທີ 28 ກໍລະກົດ 2023 ທີ່ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍ ການສຳຫຼວດຖ່ານຫີນ ໃນເນື້ອທີ່ 51,67 ກິໂລຕາແມັດ ຢູ່ເຂດ ບ້ານກຸງຈີ່ ແລະ ບ້ານວູ່ເປົ່າເໜື ເມືອງຍອດອູ ແຂວງຜົ້ງສາລີ, ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ຈາງເຊີນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນ. ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມດ້ວຍ ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງ ແຂວງຜົ້ງສາລີ, ທ່ານ ຈ່າງເຊີນ ຈ່າງ […]
ເຈົ້າໜ້າທີ່ ປກສ ເມືອງຂວາ ກັກຕົວຜູ້ຖືກຫາ 1 ຄົນ ຂໍ້ຫາລັກຊັບ

ໃນເວລາ 21:00 ໂມງຂອງວັນທີ 31 ກໍລະກົດ 2023, ໄດ້ມີພົນລະເມືອງຊື່ ນາງ ປ໋ອກ ອາຍຸ 24 ປີ, ອາຊີບປະຊາຊົນ, ຢູ່ບ້ານໂພນໄຊເໜືອ ເມືອງຂວາ ແຂວງຜົ້ງສາລີ ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ: ໃນເວລາປະມານ 15:00 ໂມງຂອງວັນດຽວກັນ ໄດ້ມີຄົນຮ້າຍມາລັກເອົາເງິນຢູ່ທີ່ຫ້ອງນອນຂອງຕົນເອງໃນຈຳນວນ 100 ກ່ວາລ້ານກີບ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຂວາ ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງຕິດຕາມ ແລະ ຄັດຈ້ອນເປົ້າໝາຍລົງກວດກາ, ສືບຄົ້ນຫາພະຍານຫຼັກຖານ ແລະ ຂໍ້ມູນຢ່າງລະອຽດ ແລະ ຮອດເວລາປະ ມານ 10:00 ໂມງ ຂອງວັນທີ 1 ສິງຫາ 2023 ຈຶ່ງໄດ້ເຂົ້າຄຸມຕົວ ນາງ ດາວຄຳ ອາຍຸ 35 ປີ, ອາຊີບປະຊາຊົນ. ປັດຈຸບັນ, ຢູ່ບ້ານສະຫຼອງໄຊ ເມືອງຂວາ ແຂວງຜົ້ງສາລີ […]
ດວງລາຍວັນປະຈໍາວັນສຸກ ທີ 04 ສິງຫາ 2023

ຄົນເກີດວັນອາທິດ:ການງານຄວາມສະຫຼຽວສະຫຼາດຂອງຕົນເອງສາມາດສ້າງຜົນງານ ແລະ ສ້າງຄວາມສຳເລັດ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງຫຼາຍໃນໄລຍະນີ້ ຄວາມຮັກຈະຄົບຫາກັບຄົນທີ່ເຂົ້າມາແບບເບິ່ງໃຈກັນໄປກ່ອນຫຼາຍກວ່າ ແລະ ຍັງບໍ່ຕັດສິນໃຈດ້ານຄວາມຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ9 ຄົນເກີດວັນຈັນ:ການງານລະວັງການລົງທຶນ ທີ່ຈະຕ້ອງໃຊ້ເງິນອອກໄປເປັນຈຳນວນຫຼາຍ ການເງິນໃນໄລຍະນີ້ ບໍ່ສາມາດທີ່ຈະຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກຈະພົບຄົນທີ່ມີອາຍຸຕ່າງກັນ ທ່ານເປັນຄົນທີ່ສຸຂຸມຮອບຄອບ ແຕ່ເວລາທີ່ມີໃຫ້ກັນກໍບໍ່ຄ່ອຍປານໃດ ເຄື່ອງມຸງຄຸນສາຍຄໍ ສີມຸງຄຸນສີສົ້ມ ເລກນຳໂຊກ0 ຄົນເກີດວັນອັງຄານ:ການງານມີເປົ້າໝາຍທີ່ຊັດເຈນໃນການສ້າງຄວາມສຳເລັດໃຫ້ກັບຕົນເອງ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຮັກ ພົບຄົນທີ່ຖືກໃຈ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5 ຄົນເກີດວັນພຸດ:ການງານໄລຍະນີ້ການງານນັ້ນພົບອຸປະສັກ ແລະ ພົບການປ່ຽນແປງຕ່າງໆ ການເງິນ ຫາເງິນມາໄດ້ຫຼາຍກໍໃຊ້ອອກໄປຫຼາຍດ້ວຍເຊັ່ນກັນ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັບຄົນຮັກປານໃດໃນໄລຍະນີ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເທົາ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານຈະໃຊ້ເງິນລົງທຶນອອກໄປຈຳນວນໜຶ່ງ ເພື່ອທີ່ຈະເຮັດໃຫ້ໄດ້ກຳໄລເພີ່ມຂຶ້ນ ການເງິນໄລຍະນີ້ຢູ່ໃນເກນທີ່ຈະຕ້ອງຈ່າຍເງິນເພື່ອຊ່ວຍເຫຼືອໝູ່ເພື່ອນ ຫຼືບໍລິວານ ຄວາມຮັກຈະພົບຮັກກໍເປັນໄປໄດ້ໃນໄລຍະນີ້ ການງານນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ6 ຄົນເກີດວັນສຸກ:ການງານ ຕ້ອງໃຊ້ຄວາມຮອບຄອບຫຼາຍໆ ໃນເລື່ອງຂອງການຈັດການບັນຫາຕ່າງໆ ການເງິນ ເຈລະຈາຕໍ່ລອງທາງດ້ານການເງິນປະສົບຄວາມສຳເລັດ ຄວາມຮັກສົມປາດຖະຫນາໃນແບບທີ່ຕົນເອງນັ້ນຄາດຫວັງເອົາໄວ້ […]
ຊີ້ແຈງກ່ຽວກັບການລົງທຶນເຊົ່າ-ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3

ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ຊີ້ແຈງກ່ຽວກັບ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ – ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3 ໃນຄັ້ງວັນທີ່ 20 ກໍລະກົດ 2023 ຢູ່ທີ່ ພະແນກ ແຜນການ ແລະ ການລົງທືນ ແຂວງຊຽງຂວາງ. ທ່ານ ຄຳຜຸຍ ໂນລາ ກໍໄດ້ກ່າວວ່າ: ກ່ຽວກັບກໍລະນີດັ່ງກ່າວ ເຮັດໃຫ້ສັງຄົມ ປະຊາຊົນບໍ່ເຂົ້າໃຈກ່ຽວກັບເນື້ອໃນຄວາມໝາຍຂອງບົດບັນທຶກດັ່ງກ່າວ ທີ່ຫຼາຍສື່ສັງຄົມອອນລາຍໄດ້ນຳໄປປັບປຸງບິດເບືອນດັດແກ້ ເຮັດໃຫ້ແຂວງຊຽງຂວາງເສຍພາບພົດ ເສຍມູນເຊື້ອອັນດີງາມຂອງແຂວງ ເຊິ່ງແຂວງຊຽງຂວາງໄດ້ກຳນົດ 3 ບຸລິມະສິດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນແຜນການ 5 ປີ ເປັນຕົ້ນແມ່ນ ສົ່ງເສີມການລ້ຽງສັດໃຫຍ່ເປັນບູລິມະສິດທີ 1, ການທ່ອງທ່ຽວ ເປັນບູລິມະສິດທີ 2, ການປຸງແຕ່ງຜົນຜະລິດກະສິກຳ ເປັນບູລິມະສິດທີ 3, […]
ດວງລາຍວັນປະຈໍາວັນພະຫັດ ທີ 03 ສິງຫາ 2023

ຄົນເກີດວັນອາທິດ:ການງານຕັດສິນໃຈເລີ່ມເຮັດທຸລະກິດໃໝ່ໂດຍບໍ່ທັນຕັ້ງໂຕ ການເງິນຈະພົບຜູ້ອຸປະຖຳທາງດ້ານການເງິນ ຄວາມຮັກຄວາມສຳພັນລົງຕົວມີຄວາມສຸກໃນທຸກໆຢ່າງ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ4 ຄົນເກີດວັນຈັນ:ການງານ ເຮັດທຸລະກິດຈະການຄ້າເຄື່ອງມືສື່ສານ ຫລື ເຮັດທຸລະກິດດ້ານການຄ້າອາຫານຈະໄດ້ຮັບຜົນກຳໄລດີ ການເງິນຈະພົບເລື່ອງຄຽດກ່ອນແລ້ວຈະໄດ້ເງິນເຂົ້າມາ ຄວາມຮັກຈະພົບຮັກຈາກການຕິດຕໍ່ງານ ອາດເປັນຄົນທີ່ຮ່ວມໜ້າວຽກດຽວກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ2 ຄົນເກີດວັນອັງຄານ:ການງານເກີດຄວາມຜິດພາດແຕ່ສາມາດແກ້ໄຂບັນຫາສະເພາະໜ້າໄດ້ ການເງິນຜູ້ໃຫຍ່ຈະຄອຍຖ້າອຸປະຖຳດ້ານການເງິນ ໃຫ້ທ່ານໄດ້ດີ ຄວາມຮັກຈະຕົກຢູ່ໃນສະຖານນະການຮັກຊ້ອນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ 6 ຄົນເກີດວັນພຸດ:ການງານຈະເຮັດທຸລະກິດງານໃດປະສົບຄວາມກ້າວໜ້າ ແລະ ສຳເລັດ ການເງິນຊ່ວງນີ້ຈະມີເງິນເຫຼືອເກັບເພາະຜູ້ໃຫຍ່ອຸປະຖຳໃນທຸກໆດ້ານ ຄວາມຮັກຈະພົບຄູ່ແທ້ຫລືຄູ່ຄອງທີ່ດີເຂົ້າມາໃຫ້ຮູ້ຈັກກັນ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ2 ຄົນເກີດວັນພະຫັດ:ການງານມີໂອກາດໄດ້ເລີ່ມເຮັດໂປຣເຈັກ໌ໃໝ່ຈະປະສົບຜົນສຳເລັດ ການເງິນຄອບຄົວຈະຄອຍຖ້າອຸປະຖຳດ້ານການເງິນໃຫ້ແກ່ທ່ານ ຄວາມຮັກ ຕົນເອງມີສະເໜ່ຫລາຍຈຶ່ງມີຄົນເຂົ້າມາທັກທາຍຫລາຍຂຶ້ນ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ2 ຄົນເກີດວັນສຸກ:ການງານສາມາດເຈລະຈາທາງທຸລະກິດຈະປະສົບຄວາມສຳເລັດ ການເງິນມີໂຊກ ມີໂອກາດໄດ້ຮັບເງິນເຂົ້າມາໃນການແກ້ໄຂບັນຫາ ຄວາມຮັກມີໂອກາດຕົກຢູ່ໃນສະຖານນະການຮັກຊ້ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຂຽວ ເລກນຳໂຊກ 0 ຄົນເກີດວັນເສົາ :ການເງິນຈະມີໂຊກໃນດ້ານການສ່ຽງໂຊກ ເພາະເປັນມື້ທີ່ດວງດີຫຼາຍ ຄວາມຮັກ ມີໂອກາດພົບຄົົນທີ່ໝັ່ນໃຈຕົນເອງ ເກັ່ງ […]