ເຫດປືນລັ່ນໃສ່ເດັກນ້ອຍເສຍຊີວິດ ເຂດບ້ານດອນໄຊ ແຂວງຫຼວງນ້ຳທາ

ພັທ ໜໍ່ແກ້ວ ແສງອິນໄຊ ຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານປະມານ 16 ໂມງ ຂອງວັນທີ 18 ເມສາ 2023 ໄດ້ຮັບແຈ້ງຄວາມຈາກປະຊາຊົນ ບ້ານດອນໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ວ່າ: ມີເດັກນ້ອຍເຮັດປືນລັ່ນໃສ່ໂຕເອງເສຍຊີວິດ. ຈາກນັ້ນ, ຈຶງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະສົມທົບກັບ ປກສ ເມືອງຫຼວງນ້ຳທາ, ປກສ ກຸ່ມບ້ານຫຼັກຄຳ ແລະອຳນາດການປົກຄອງບ້ານດອນໄຊ ລົງກວດກາສະຖານທີເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ, ອາຍຸ 12 ປີ, ນັກຮຽນ ບ້ານດອນໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ, ມີຮ່ອງຮອຍລູກປືນປະດິດ ຍິງເຂົ້າບໍລິເວນດ້ານຫຼັງກົກຂາເບື້ອງຊາຍສອດອອກທາງໜ້າ. ທ້າວ ສົມຫວັງ ອາຍຸ 43 ປີ (ພໍ່ຂອງຜູ້ເສຍຊີວິດ) ໄດ້ໃຫ້ການຕໍ່ເຈົ້າ ໜ້າທີ່ ວ່າ: ໃນວັນທີ 17 ເມສາ 2023 ຕົນເອງໄດ້ສັກຊວນລູກຊາຍ 2 ຄົນ […]
ເກີດເຫດເດັກນ້ອຍ 5 ປີ ອົມສາຍສາກໂທລະສັບ ໄຟຊັອດເສຍຊີວິດ ຕອນແມ່ເຂົ້າຫ້ອງນ້ຳ

ເກີດເຫດເດັກນ້ອຍ 5 ປີ ອົມສາຍສາກໂທລະສັບ ໄຟຊັອດເສຍຊີວິດ ໃນຂະນະທີ່ແມ່ຍັງເຂົ້າຫ້ອງນ້ຳຢູ່. ຊ່ວງເຊົ້າຂອງວັນທີ 24 ເມສາ 2023 ທີ່ບ້ານແສນອຸດົມ ເມືອງປາກຊັນ ແຂວງບໍລິຄຳໄຊ ເກີດເຫດໄຟຊັອດເດັກນ້ອຍ ເສຍຊີວິດ ຈາກການເລົ່າເຫດການຂອງຄົນບ້ານໃກ້ຄຽງ ໄດ້ເລົ່າວ່າ: ເວລາເກີດເຫດແມ່ໄດ້ເຂົ້າຫ້ອງນ້ຳຢູ່ ໃນຂະນະທີ່ລູກ ອາຍຸ 5 ປີ (ບໍ່ຮູ້ເພດ) ຫຼິ້ນຢູ່ດ້ານນອກ ແລ້ວໄດ້ອົມສາຍສາກໂທລະສັບ ຈຶ່ງເຮັດໄຟຟ້າຊັອດໝົດສະຕິ ເມື່ອແມ່ອອກມາພົບກັບລູກທີ່ຖືກໄຟຟ້າຊັອດຈຶ່ງຮີບເຂົ້າໄປຖອດປັກໄຟ ແລະ ປິດກົງເຕີໄຟຟ້າ. ຫຼັງຈາກທີ່ລູກຖືກໄຟຟ້າຊັອດນັ້ນ ຜູ້ປົກຄອງຍັງບໍ່ມີການນຳສົ່ງໂຮງໝໍ ຈົນເວລາຜ່ານໄປ 2 ຊົ່ວໂມງຈຶ່ງໄດ້ນຳໂຕເດັກນ້ອຍສົ່ງໂຮງໝໍ ແຕ່ກໍຊ້າເກີນໄປເພາະເດັກໄດ້ເສຍຊີວິດແລ້ວ.
ຕົກໃຈກັນໝົດ ສາວເປືອຍກາຍ ແກ້ເຄື່ອງນຸ່ງຍ່າງກາງທາງ ເຜີຍສາເຫດຍ້ອນເຈັບໃຈ ຢາກແກ້ແຄ້ນວ່າທີ່ເຈົ້າບ່າວ

ຂ່າວຕ່າງປະເທດ ກາຍເປັນກະແສຮືຮາໃນໂລກໂຊຊ້ຽວຈີນ ຫຼັງຈາກຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ ສາວເປືອຍກາຍແກ້ເຄື່ອງນຸ່ງຍ່າງກາງທາງ ຫຼັງຈັບໄດ້ວ່າວ່າທີ່ເຈົ້າບ່າວນອກໃຈກ່ອນແຕ່ງງານ ຕາມຂ່າວແຈ້ງວ່າ, ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 17 ເດືອນເມສາ 2023, ຢູ່ຖະໜົນສາຍໜຶ່ງໃນແຂວງຈ່ຽງຊູຂອງຈີນ, ຜູ້ຄົນທີ່ສັນຈອນໄປມາຕາມທ້ອງຖະໜົນຕ່າງກໍ່ຕົກໃຈ ແລະສັບສົນເມື່ອເຫັນຍິງຄົນໜຶ່ງເປືອຍກາຍຢູ່ກາງທາງ. ຍິງຄົນນີ້ຢູ່ໃນອາລົມທີ່ແປປວນຫຼາຍ, ຫຼົງທາງ, ແລະບໍ່ສາມາດຄວບຄຸມການກະທຳ ແລະ ຄຳເວົ້າຂອງຕົນເອງໄດ້. ກາຍເປັນວ່າການກະທຳຂອງຍິງສາວຄົົນນີ້ກາຍເປັນເລື້ອງໜ້າສະເທືອນໃຈ ເຊິ່ງຍິງຄົນນີ້ມີຄວາມຮັກກັບຊາຍຄົນນີ້ດ້ວຍຄວາມຈົງຮັກພັກດີ ແລະ ຮັກກັນມາຫຼາຍປີ ທັງສອງວາງແຜນທີ່ຈະແຕ່ງງານກັນເພື່ອເລີ່ມຕົ້ນການສ້າງຄອບຄົວ. ແລະໄດ້ຮັບຄວາມຍິນຍອມເຫັນດີຈາກທັງສອງຄອບຄົວແລ້ວ ໂດຍງານແຕ່ງງານຈະມີກຳນົດຈະຈັດຂຶ້ນໃນວັນທີ 1 ພຶດສະພາທີ່ຈະມາຖຶງນີ້ ຢ່າງໃດກໍຕາມ, ກ່ອນວັນແຕ່ງງານບໍ່ເທົ່າໃດມື້ ຍິງສາວຄົນນີ້ກໍ່ບັງເອີນໄປພົບເຫັນວ່າວ່າທີ່ເຈົ້າບ່າວກຳລັງມີສຳພັນຮັກກັບຜູ້ຍິງຄົນອື່ນ. ເຊິ່ງເຂົາສອງຄົນນັ້ນມີຄວາມພັນກັນເປັນເວລາດົນນານແລ້ວ. ແຕ່ໂຕເອງບໍ່ຮູ້ຫຍັງເລີຍ ບໍ່ພຽງແຕ່ເທົ່ານັ້ນ ວ່າທີ່ເຈົ້າບ່າວຍັງໃຊ້ເງິນຂອງໂຕເອງເພື່ອຈ່າຍຄ່າລ້ຽງດູຍິງອີກຄົນດ້ວຍເງິນຂອງໂຕເອງອີກດ້ວຍ. ແລະໄດ້ຂັບລົດທີ່ໂຕເອງຫາກໍ່ຊື້ໃຫ້ວ່າທີ່ເຈົ້າບ່າວ ແຕ່ເຈົ້າບ່າວພັດເອົາລົດໄປອອກເດດກັບຍິງຄົນນັ້ນ ວ່າທີ່ເຈົ້າສາວໄດ້ເວົ້າວ່າຕົນເອງ ໄດ້ໃຂ້ເປັນເວລາຫຼາຍປີທີ່ຕ້ອງເຮັດວຽກຢ່າງໜັກເພື່ອຫາເງິນມາລ້ຽງດູວ່າທີ່ເຈົ້າບ່າວ. ຫວັງວ່າຈະລົງເອີຍຢ່າງມີຄວາມສຸກກັບວ່າທີ່ເຈົ້າບ່າວ. ແຕ່ຄາດບໍ່ເຖິງວ່າການທີ່ຕົນເອງຍອມເສຍສະລະຫລາຍຂະໜາດນີ້ ແຕ່ກັບມາໄດ້ຕອນຈົບທີ່ປວດໃຈທີ່ສຸດ ພາຍຫຼັງທີ່ຕົນເອງຮູ້ຄວາມຈິງ, ກໍ່ໄດ້ນັດພົບວ່າທີ່ເຈົ້າບ່າວເພື່ອລົມກັນ ແຕ່ເມື່ອໄດ້ລົມກັນທັງຕົນເອງແລະວ່າທີ່ເຈົ້າບ່າວບໍ່ສາມາດສະຫງົບສະຕິອາລົມໄດ້ ຍ້ອນຄວາມທີ່ຕົນເອງໃຈຮ້າຍ ຄາໃຈ ແລະ ຄຽດແຄ້ນກໍ່ເລີຍຈີກເສື້ອຕົນເອງແລະເປືອຍກາຍຍ່າງກາງຫົນທາງ ແລະຄິດວ່າສິ່ງທີ່ເຮັດນີ້ຈະຊ່ວຍແກ້ແຄ້ນວ່າທີ່ເຈົ້າບ່າວໄດ້ ເພື່ອຈະເຮັດໃຫ້ວ່າທີ່ເຈົ້າບ່າວອັບອາຍ ແລະ ເສຍໃຈ ເຊິ່ງການກະທຳດັ່ງກ່າວນີ້ ໄດ້ດຶງດູດຄວາມສົນໃຈຂອງຄົນທີ່ຢູ່ອ້ອມຂ້າງເປັນຈຳນວນຫລວງຫລາຍ. ບາງຄົນອາຍທີ່ໄດ້ເຫັນຕົນເປືອຍກາຍແລະຫລີກລ່ຽງບໍ່ແນມເບິ່ງ […]
ແຈ້ງການ ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ

ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 01 ພືດສະພາ 2023ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ບັນດາຕົວແທນຈໍາຫນ່າຍຫວຍພັດທະ ນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດຊາບທົ່ວ ເຖິງກັນວ່າ: ເນື່ອງຈາກວັນຈັນ, ວັນທີ 01 ພຶດສະພາ 2023 ເປັນວັນກໍາມະກອນສາກົນ ຄົບຮອບ 137 ປີ (ວັນ ທີ 01 ພຶດສະພາ 2023) ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປ ຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 01 ພຶດສະພາ 2023, ບໍ່ມີການອອກທົດແທນ
ເກີດເຫດເດັກນ້ອຍຈົມນ້ຳຢູ່ກ້ອງຂົວຂ້າມນ້ຳງື່ມ ເມືອງເກົ່າ

ໃນເວລາປະມານ 17:30 ໂມງຂອງວັນທີ 24 ເມສາ 2023 ເຈົ້າໜ້າທີ່ໜ່ວຍກູ້ໄພ Rescue kpt ໄດ້ຮັບແຈ້ງເຫດວ່າມີຄົນຈົ່ມນ້ຳຢູ່ກ້ອງຂົວຂ້າມນ້ຳງື່ມ ເມືອງເກົ່າ ແຂວງວຽງຈັນ ລາຍລະອຽດເບື້ອງຕົ້ນ: ເປັນເພດຊາຍອາຍຸປະມານ15-16ປີ (ຕ້ອນນີ້ຍັງບໍ່ເຫັນ) ນອກຈາກນີ້ ກູ້ໄພສຸກເສີນອົງການກາແດງແຂວງວຽງຈັນສະແຕນບາຍໜ້ານ້ຳຕິດຕາມສະຖານະການຕະຫຼອດເວລວນັບແຕ່ເວລານີ້ເປັນຕົ້ນໄປ ຫຼ້າສຸດໃນເວລາປະມານ 1:00 ໂມງຂອງວັນທີ 25 ເມສາ 2023 ໄດ້ພົບຮ່າງຜູ້ເສຍຊີວິດແລ້ວ ຢູ່ທີ່ບ້ານປາກກະຍຸງ ເມືອງວຽງຄຳ ແຂວງວຽງຈັນ (ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ)
ດວງລາຍວັນປະຈໍາວັນອັງຄານ ທີ 25 ເມສາ 2023 ການງານ ການເງິນ ຄວາມຮັກ

ຄົນເກີດວັນອາທິດ:ການງານການພັດທະນາຕົນເອງຈະສາມາດນຳຄວາມສຳເລັດມາສູ່ຕົນເອງໄດ້ ການເລີ່ມລົງມືເຮັດຈະດີກວ່າແຕ່ຄິດຢ່າງດຽວ ການເງິນຢ່າໃຊ້ຈ່າຍເງິນເກີນຕົວຈົນຕ້ອງດຶງເງິນຂອງອະນາຄົດອອກມາໃຊ້ຈ່າຍໄປກ່ອນ ຕ້ອງວາງແຜນ ແລະໃຊ້ເງິນຢ່າງຮອບຄອບ ແລະ ປະຢັດ ຄວາມຮັກຖ້າຈະພົບໃຜໃນໄລຍະນີ້ໂດດເດັ່ນເປັນຄົນຜິວຂາວ ລາວຈະເຂົ້າໃຈທ່ານໄດ້ເປັນຢ່າງດີ ເຄື່ອງມຸງຄຸນເພັດ ມົງຄຸນສີຟ້າອ່ອນ ເລກນຳໂຊກ5 ຄົນເກີດວັນຈັນ:ການງານຄວາມສ້າງສັນ ຄວາມພະຍາຍາມ ການກ້າທີ່ຈະປ່ຽນແປງຈະກໍ່ໃຫ້ເກີດຄວາມສຳເລັດທີ່ດີ ການລອງຜິດລອງຖືກຈະນຳມາປະສົບການທີ່ເປັນປະໂຫຍດໃນການເຮັດທຸລະກິດ ການເງິນຫາໃຊ້ຈ່າຍ ຕ້ອງມີເລື່ອງໃຊ້ຈ່າຍອອກໄປແດ່ ໄລຍະນີ້ຕ້ອງລະວັງຄົົນທີ່ຈະເຂົ້າມາຢືມເງິນ ເພາະຈະໄດ້ຄືນຊ້າ ຫລືບໍ່ໄດ້ຄືນ ຄວາມຮັກຈະພົບຄົນເກັ່ງ ມີຄວາມສາມາດ ສະຫລຽວສະຫລາດ ໝັ້ນໃຈໃນຕົນເອງສູງ ຜິວສອງສີ ເຄື່ອງມຸງຄຸນຄຳ ສີມຸງຄຸນສີແດງ ເລກນຳໂຊກ5, 6, 9 ຄົນເກີດວັນອັງຄານ:ການງານການເປັນຄົນລະອຽດຮອບຄອບ ແລະຄວາມດຸໝັ່ນຂອງທ່ານຈະນຳມາຊຶ່ງຄວາມສຳເລັດທີ່ດີ ການເງິນມີທັງຮັບທັງຈ່າຍ ແຕ່ໃນໄລຍະນີ້ໃຊ້ຄວາມປະຢັດເອົາໄວ້ຈະດີທີ່ສຸດ ຄວາມຮັກຍັງບໍ່ລົງຕົວດ້ານຄວາມຮັກ ຄວາມສຳພັນໃນໄລຍະນີ້ ເພາະຍັງເກີດຄວາມເຂົ້າໃຈກັນຜິດຢູ່ນັ້ນເອງ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ2, 6 ຄົນເກີດວັນພຸດ:ການງານຕິດຕາມຂໍ້ມູນຂ່າວສານແລ້ວຈະກໍ່ໃຫ້ເກີດໂຊກ ແລະຄວາມສຳເລັດ ຈາກການປະຍຸກໃຫ້ເຂົ້າກັບອາຊີບຂອງຕົນເອງ ການເງິນຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ ໃນໄລຍະນີ້ ເມື່ອໃຊ້ຄວາມປະຢັດຈະເຮັດໃຫ້ມີເງິນເກັບ ຄວາມຮັກເບິ່ງຄືຈະດີ ແຕ່ກໍຍັງບໍ່ແມ່ນ ບໍ່ເຖິງກັບທຸກເກີນໄປ ມີເລື່ອງກວນໃຈດ້ວຍ ແຕ່ກໍຍັງພໍທີ່ຈະປັບຕົວເຂົ້າຫາກັນໄດ້ […]
ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວການແລກປ່ຽນເງິນຕາ

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວໃນການແລກປ່ຽນເງິນຕານໍາບຸກຄົນ ແລະ ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດແລກປ່ຽນເງິນຕາຈາກ ທະນາຄານແຫ່ງ ສປປ ລາວ. ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018 ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ 07 ກໍລະກົດ 2022; ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022; ອີງຕາມແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນ ຂອງທະນາຄານທຸລະກິດ ສະບັບເລກທີ 01/ທຫລ, ລົງວັນທີ 13 ມັງກອນ 2023. ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ […]
ພໍ່ບ້ານໃຈຮ້າຍຖຶງກັບທໍ້ ເມຍໄປຮູ້ມາຈາກໃສ ວ່າເຊື່ອງເງິນໄວ້ໃນລົດ ເສົ້າໃຈບໍ່ມີບ່ອນໃດປອດໄພແລ້ວ

ຂ່າວຈາກປະເທດເພື່ອນບ້ານ ໜຸ່ມໂພສເຕືອນ. ໃຜທີ່ມັກເຊື່ອງເງິນແບບນີ້ໃຫ້ລະວັງ. ຄິດວ່າເປັນຄວາມລັບສຸດຍອດແລ້ວ ແຕ່ເມຍຍັງຊອກເຫັນຈົນໄດ້ ເຊິ່ງເຮັດໃຫ້ພໍ່ບ້ານໃຈກ້າພາກັນມາຢອກເຊິ່ງຜູ້ໃຊ້ບັນຊີ TikTok @mint.2734 ໄດ້ໂພສຄລິບເຕືອນໄພໃຫ້ກັບບັນດາພໍ່ບ້ານໃຈກ້າ. ຫຼັງຈາກທີ່ເມຍໄດ້ຊອກຫາບ່ອນເຊື່ອງເງິນ ທີ່ອຸດສາເກັບຮັກສາໄວ້ຢູ່ໃນລົດ ເພາະຜູ້ເປັນຜົວຄິດວ່າເປັນບ່ອນລັບທີ່ລັບສູງສຸດແລ້ວ ແຕ່ເມຍກໍ່ຍັງພົບເຫັນຈົນໄດ້ ໂດຍຜູ້ເປັນຜົວໄດ້ກ່າວວ່າ “ໃຜທີ່ເຊື່ອງເງິນໄວ້ຄືຂ້ອຍ, ຈົ່ງລະວັງເດີ້, ມັນບໍ່ມີບ່ອນປອດໄພອີກຕໍ່ໄປແລ້ວ.”ເຊິ່ງໃນຄລິບວິດີໂອ, ຈະເຫັນວ່າເມຍໄດ້ຮື້ກະປຸກເກຍລົດ ທີ່ມີແນວຫໍ່ຫຸ້ມຢູ່ ເລີຍແກະອອກມາເບິ່ງກໍ່ພົບເຫັນເງິນຫຼາຍໃບຖືກເຊື່ອງໄວ້ ແລ້ວກໍ່ຄ່ອຍໆເກັບເອົາອອກມາຈົນໝົດ.ແລະເມຍກໍ່ເລີ່ມນັບເງິນດ້ວຍສີໜ້າຍິ້ມແຍ້ມຢ່າງມີຄວາມສຸກ ແລະຍື່ນເງິນໃບ 20 ບາດມາໃຫ້ຜົວ. ເຊິ່ງຜູ້ໂພສເຖິງຂັ້ນກັບທໍ້ແລະເວົ້າວ່າ “ເຈົ້າໄປຮູ້ມາຈາກໃສ? ເຮັດໃຫ້ຜູ້ເປັນຜົວເຖິງກັບເຊັງຫຼັງຈາກທີ່ clip ໄດ້ຖືກເຜີຍແຜ່ອອກໄປ ກໍ່ມີພໍ່ບ້ານໃຈກ້າເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍເຊັ່ນ: ນີ້ແລະນໍ້ເມຍທີ່ຫາເງິນເກັ່ງ ແຕ່ບໍ່ແມ່ນເຮັດວຽກໄດ໋ ເຮົາເຊື່ອງເງິນໄວ້ບ່ອນໃດມັນຫາເຈິໝົດ ຫມົດ, ມັນເອົາຈົນຫມົດ. ເພາະກໍ່ເຄີຍຄິດວ່າເອົາໄວ້ຂ້າງປະຕູຄິດວ່າເມຍສິບໍ່ມາຫຸ້ຍງ ແຕ່ບັງເອີນໃຊ້ເມຍໄປຍ້າຍລົດ ກໍ່ເລີຍເກມເລີຍ ແລະ ເມຍຕ້ອງເຮັດໃຫ້ຂ້ອຍຕ້ອງຍ້າຍບ່ອນອີກແລ້ວ
ກຽມຮັບມືສະພາບອາກາດຮ້າຍແຮງ ວັນທີ 24–26 ເມສາ 2023 ທີ່ຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນທີ່ມີຄ່າ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເພື່ອເຝົ້າລະວັງ: ໃນໄລຍະວັນທີ 24–26 ເມສາ 2023 ນີ້, ມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ພາກເໜືອຂອງປະເທດລາວອີກເທື່ອໃໝ່, ເຊິ່ງຈະເຮັດໃຫ້ເກີດມີເຂດປະທະຂອງມວນອາກາດເຢັນ ແລະ ອາກາດຮ້ອນ ເຮັດໃຫ້ເກີດມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ, ພ້ອມມີໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ໂດຍສະເພາະໃນໄລຍະຕອນບ່າຍ ຫາ ຄ່ຳ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອໍານາດການປົກຄອງທຸກພາກສ່ວນຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ ໂດຍສະເພາະສະພາບລົມແຮງ, ຟ້າເຫລື້ອມຟ້າຜ່າ ແລະ ໝາກເຫັບຕົກ ທີ່ຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນທີ່ມີຄ່າ ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.
ເຈົ້າໜ້າທີ່ຈັບ ຜູ້ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ

ປກສ ແຂວງບໍ່ແກ້ວລາຍງານວ່າ: ວັນທີ 20 ເມສາ 2023 ນີ້ ເຈົ້້າໜ້າທີ່ຕຳຫຼວດປະຈຳຈຸດນໍ້າເກິ່ງ ໄດ້ປະຕິບັດໜ້າທີ່ກວດກາພາຫະນະເຂົ້າ-ອອກ, ພົບເຫັນລົດຈີບ ຢີ່ຫໍ້ MAZDA ສີປອນທອງ ມີການດັດແປງສະພາບເຕັກນິກ, ຜູ້ຂັບຂີ່ມານຳຈຳນວນ 3 ຄົນ ຜ່ານການກວດສອບ ແລະ ກວດກາພົບວ່າລົດດັ່ງກ່າວໄດ້ມີການດັດແປງສະພາບເຕັກນິກເພື່ອ ຊຸກເຊື່ອງຢາເສບຕິດປະເພດ ເຮໂຣອິນ ຈໍານວນ 400 ແທ່ງ ໜໍ້າໜັກ 160 ກິໂລກຣາມ. ເຈົ້າໜ້າທີ່ໄດ້ຈັບຕົວຊາຍໜຸ່ມ 3 ຄົນຄື:1.ທ້າວ ຈາ ເລົາ, ອາຍຸ 25 ປີ, ອາຊີບເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. 2.ທ້າວ ເຈຍ ເລົາ ຫຼື ວຽງໄຊ ເລົ່າ, ອາຍຸ 29 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, […]