ສຳເລັດການທາບທາມຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X ຮອບທີ 3

ກອງປະຊຸມທາບທາມຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X (ຮອບທີ 3), ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາຄະນະພັກແຂວງ ຮອບທີ 2 ຈັດຂຶ້ນໃນວັນທີ 23 ສິງຫາ 2025 ຢູ່ຫໍວັດທະນະທຳ ໄກສອນ ພົມວິຫານ ໃຫ້ກຽດເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ.     ໃນພິທີ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີການປະກອບຄຳເຫັນໃສ່ເນື້ອໃນເອກະສານກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X ເປັນຕົ້ນ ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ […]

ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ເຊົ້າວັນທີ 25 ສິງຫາ 2025.

ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ເຊົ້າວັນທີ 25 ສິງຫາ 2025.   ລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ກໍາລັງເຄື່ອນທີ່ຢູໃກ້ແຄມຝັ່ງທະເລທາງພາກກາງຂອງປະເທດຫວຽດນາມ, ມີທິດທາງເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ,   ພາຍຸຫົວນີ້ຈະເຄື່ອນຜ່ານພາກກາງຂອງປະເທດຫວຽດນາມ, ສືບຕໍ່ຜ່ານພາກກາງ ແລະ ພາກເໜືອປະເທດລາວ ໃນຕອນແລງວັນທີ 25 ຫາ ຕອນເຊົ້າວັນທີ 26 ສິງຫາ 2025 ນີ້.   ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກ ຫາ ໜັກຫລາຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນ ແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮົບມືຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດີນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ […]

ເຄິ່ງປີ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 600 ກວ່າຄັ້ງ, ມີຄົນເສຍຊີວິດ 100 ຄົນ.

ພັທ ຄຳພອນ ພົມມະຈັນ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:       ໃນ 6 ເດືອນຕົ້ນປີ 2025 ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 628 ເລື່ອງ, ພາຫະນະເປ່ເພທັງໝົດ 1.229 ຄັນ,     ໃນນັ້ນ ເປ່ເພເລັກໜ້ອຍ 474 ຄັນ, ເປ່ເພສົມຄວນ 747 ຄັນ, ໃຊ້ການບໍ່ໄດ້ 8 ຄັນ;   ຄົນໄດ້ຮັບບາດເຈັບທັງໝົດ 681 ຄົນ, ບາດເຈັບເລັກໜ້ອຍ 178 ຄົນ, ບາດເຈັບສົມຄວນ 359 ຄົນ, ບາດເຈັບສາຫັດ 144 ຄົນ, ເສຍຊີວິດ 100 ຄົນ ຍິງ 15 ຄົນ.   ສາເຫດແມ່ນລະເມີດກົດລະບຽບການສັນຈອນ ເປັນຕົ້ນແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່, […]

ຂົວຂ້າມນ້ຳປະເທດຈີນສາຍເຄເບິນຂາດ ໃນຂະນະທີ່ກຳລັງກໍ່ສ້າງ ເສຍຊີວິດ 7 ສູນຫາຍ 9 ຄົນ

ມີຜູ້ເສຍຊີວິດ 7 ຄົນ ແລະ ສູນຫາຍອີກ 9 ຄົນ ຫຼັງຈາກສາຍເຄເບິນຂາດທີ່ຂົວຂ້າມນ້ຳທີ່ຢູ່ໃນລະຫວ່າງການກໍ່ສ້າງເທິງເສັ້ນທາງລົດໄຟເສຊວນ-ຊິງໄຫ່ ຊ່ວງແຂວງຊິງໄຫ່ ເມື່ອເວລາປະມານ 03.00 ໂມງເຊົ້າຂອງວັນທີ່ 22 ສິຫາ 2025    ສຳນັກຂ່າວພີເພິນສ໌ ເດລີ ລາຍງານວ່າ ຂະນະເກີດເຫດມີແຮງງານກໍ່ສ້າງ 15 ຄົນ ແລະ ຜູ້ຈັດການໂຄງການວິສະວະກຳປະຈຳພື້ນທີ່ 1 ຄົນ ກຳລັງເຮັດວຽກຢູ່ ຂະນະນີ້ປະຕິບັດການກູ້ໄພຍັງຄົງດຳເນີນຕໍ່ໄປ   ກະຊວງການຈັດການເຫດສຸກເສີນໄດ້ສົ່ງຄະນະເຮັດວຽກສະເພາະກິດ ໄປຍັງຈຸດເກີດເຫດເພື່ອໃຫ້ຄຳແນະນຳ ແລະ ປະສານງານການຊ່ວຍເຫຼືອ ໂດຍສຸມໃສ່ການຄົ້ນຫາຜູ້ທີ່ຕົກລົງໄປໃນນ້ຳ   ນອກຈາກນີ້ ທາງກະຊວງ ຢືນຢັນວ່າຈະເລັ່ງກວດສອບສາເຫດຂອງອຸບັດຕິເຫດເພື່ອປ້ອງກັນບໍ່ໃຫ້ເກີດເຫດການລັກສະນະດຽວກັນນີ້ຂຶ້ນອີກໃນອະນາຄົດ   ພາບທີ່ເຜີຍແຜ່ເທິງເວັບໄຊທ໌ພີເພິນສ໌ ເດລີ ສະແດງໃຫ້ເຫັນຂົວທີ່ສ້າງສຳເລັດພຽງບາງສ່ວນ ໂດຍສ່ວນກາງຍັງສ້າງບໍ່ສຳເລັດ ພ້ອມດ້ວຍຫໍຄອຍເຄເບິນຂະໜາດໃຫຍ່ 2 ແຫ່ງ ແລະ ເຄຣນຫຼາຍຕົວຕັ້ງຢູ່ໃກ້ຄຽງ   ຂົວດັ່ງກ່າວ ຕັ້ງຢູ່ທີ່ເຂດແດນລະຫວ່າງເມືອງເຈຍຈ້າ ໃນເຂດປົກຄອງຕົນເອງທິເບດຫວາງໜານ ແລະ ເມືອງປົກຄອງຕົນເອງຫົວຫຼົງຮຸຍ ໃນເຂດໄຫ່ຕົງ […]

ເປີດງານຕະຫລາດນັດມວນຊົນ ຫລື ໂລະລາດ ຢູ່ນະຄອນຫຼວງພະບາງ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຕະຫຼາດນັດມວນຊົນ ຫຼື ໂລະລາດ ທີ່ເມືອງມໍລະດົກໂລກຫຼວງພະບາງ ປີນີ້ ກົງກັບວັນທີ 22 ສິງຫາ 2025 ໂດຍໃຫ້ກຽດຕັດແທບຜ້າ ເປີດງານຕະຫຼາດນັດມວນຊົນແມ່ນທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ນະຄອນພ້ອມດ້ວຍມວນຊົນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫລາຍ.     ຕະຫຼາດນັດມວນຊົນແມ່ນໄດ້ເປີດຂຶ້ນທີ່ເສັ້ນທາງກາງເມືອງ ໂດຍເລີ່ມຈາກສາມແຍກ ຫໍພິພິທະພັນເບື້ອງເໜືອ ບ້ານຈູມຄ້ອງ ເສັ້ນທາງສີສະຫວ່າງວົງ ຫາສາມແຍກພະແນກໂຍທາທິການ ແລະຂົນສົ່ງ, ປະຊາຊົນໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ ມາວາງຂາຍ.     ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ […]

ປກສ ແຂວງຈຳປາສັກ ກັກຕົວແກ້ງໄວລຸ້ນ 5 ຄົນ ພ້ອມຂອງກາງຢາບ້າ 72,000 ເມັດ ແລະ ຄໍລາເຈັນ

ວັນທີ 22 ສິງຫາ 2025 ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ:   ເວລາ 10:00 ໂມງ ວັນທີ 1 ກໍລະກົດ 2025 ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນແລະຕ້ານຢາ ເສບຕິດ ປກສ ແຂວງຈຳປາສັກ ປະຈຳປ້ອມກວດກາ ຫລັກ44 ບ້ານນາດ່ານ ເມືອງຊະນະສົມບູນ ໄດ້ກັກ ແລະ ກວດຄົ້ນກະບະ ຍີ່ຫໍ້ TOYOTA ລຸ້ນ REVO ໝາຍເລກ ທະບຽນ ກຂ 7553 ຄໍາມ່ວນ ທີ່ເດີນທາງມາແຕ່ແຂວງສະຫວັນນະເຂດ ມຸ້ງໜ້າມາແຂວງຈໍາປາສັກ ຂັບຂີ່ມານຳກັນ 5 ຄົນ ຍິງ 2 ຄົນ.       ຜ່ານການກວດຄົ້ນພາຍໃນລົດພົບເຫັນຢາບ້າ ຈຳນວນ 72,000 ເມັດ ແລະ ຄໍລາເຈນ ຈຳນວນຫລາຍຊອງ   […]

ເກົາຫຼີເໜືອກຳລັງສ້າງ “ຖານຂີປະນາວຸດ” ແບບລັບໆ ສຳລັບເກັບຂີປະນາວຸດຂ້າມທະວີບໃກ້ຊາຍແດນຈີນ

ສູນສຶກສາເຊິງຍຸດທະສາດ ແລະ ລະຫວ່າງປະເທດຂອງສະຫະລັດ (CSIS) ເຜີຍແຜ່ລາຍງານລ່າສຸດທີ່ບົ່ງບອກວ່າ ເກົາຫຼີເໜືອກຳລັງສ້າງ “ຖານຂີປະນາວຸດລັບ” ທີ່ບໍ່ເຄີຍພົບວ່າມີການລາຍງານທີ່ໃດມາກ່ອນ   ລາຍງານດັ່ງກ່າວລະບຸອີກວ່າຖານຂີປະນາວຸດລັບນີ້ມີຄວາມສ່ຽງກໍ່ໃຫ້ເກີດໄພຂົ່ມຂູ່ນີວເຄລຍກັບພູມິພາກອາຊີຕາເວັນອອກ ລວມໄປຮອດສະຫະລັດ   CSIS ເປີດເຜີຍອີກວ່າ ສາມາດລະບຸພິກັດຂອງຖານລັບແຫ່ງນີ້ ຫຼື ທີ່ເອີ້ນວ່າ “ຖານຂີປະນາວຸດຊິນປຸງ-ດົງ” ໄດ້ ຫ່າງຈາກຊາຍແດນທີ່ຕິດກັບຝັ່ງຈີນປະມານ 27 ກິໂລແມັດ   ທີ່ສັນນິຖານວ່າຖືກນຳໃຊ້ເປັນສະຖານທີ່ເກັບ “ຂີປະນາວຸດຂ້າມທະວີບ” ຫຼື ICBM ຈຳນວນ 9 ລູກ ລວມໄປເຖິງເປັນທີ່ຕັ້ງເຄື່ອງປ່ອຍຂີປະນາວຸດຊະນິດດັ່ງກ່າວດ້ວຍ   ໂດຍຖານຂີປະນາວຸດລັບແຫ່ງນີ້ເປັນໜຶ່ງໃນຖານລັບປະມານ 15-20 ແຫ່ງໃນເກົາຫຼີເໜືອທີ່ຍັງບໍ່ຖືກເປີດເຜີຍ ເຊິ່ງຖືກນຳໃຊ້ເປັນທີ່ເກັບຮັກສາຂີປະນາວຸດ ແລະ ຫົວຮົບນີວເຄລຍຈຳນວນຫຼາຍ   ເຊິ່ງລາຍງານສະບັບດັ່ງກ່າວອ້າງອິງຂໍ້ມູນຈາກການວິເຄາະພາບຖ່າຍດາວທຽມ, ການສຳພາດຜູ້ລີ້ໄພ ແລະ ເຈົ້າໜ້າທີ່ຈາກເກົາຫຼີເໜືອ ລວມໄປເຖິງການສຶກສາຜ່ານເອກະສານທີ່ເຄີຍມີການເປີດເຜີຍ ແລະ ແຫຼ່ງຂໍ້ມູນ Open-Source ຕ່າງໆ   CNN ລາຍງານວ່າຖານລັບດັ່ງກ່າວຕັ້ງຢູ່ໃນພູເຂົາແຄບໆ ທີ່ມີສາຍນ້ຳໄຫຼຜ່ານຕອນກາງ ໂດຍສາມາດວັດແທກຂະໜາດຂອງພື້ນທີ່ໄດ້ປະມານ 22 ແມັດກ້ອນ […]

ອິສຣາແອນກຽມກຳລັງສຳຮອງ 6 ໝື່ນນາຍ ກຽມຕົວເຮັດຕາມແຜນຄອບຄອງເຂດກາຊາທັງໝົດ

ໃນວັນທີ່ 20 ສິງຫາ 2025 ກອງທັບອິສຣາແອນໄດ້ເຜີຍແຜ່ຄິບວິດີໂອ ທີ່ລະບຸວ່າເປັນພາບການໂຈມຕີກຸ່ມຫົວຮຸນແຮງຮາມາສໃນເມືອງຂານຢູນິສ ເຂດກາຊາ ໂດຍຄີບພາບ   ເຊິ່ງກອງທັບອິສຣາແອນລະບຸວ່າຖ່າຍເທິງເຂດພື້ນທີ່ທີ່ເປັນທາງເຂົ້າອຸໂມງແຫ່ງໜຶ່ງ ສະແດງໃຫ້ເຫັນຄົນກຳລັງແລ່ນ ຂະນະຖືກລູກປືນຍິງໃສ່ ແຕ່ສຳນັກຂ່າວຣອຍເຕີໄມ່ສາມາດພິສູດໄດ້ຢ່າງອິດສະຫຼະກ່ຽວກັບສະຖານທີ່ ແລະ ວັນທີ່ຖ່າຍຄິບວິດີໂອ   ທາງດ້ານພົນຈັດຕະວາ ເອຟຟີ ເດຟຣິນ ໂຄສົກກອງທັບອິສຣາແອນ ຖະແຫຼງການວ່າ ກອງທັບອິສຣາແອນເລີ່ມຂັ້ນຕອນທຳອິດຂອງປະຕິບັດການ ພາກພື້ນດິນເພື່ອຍຶດຄອງກາຊາ ຊິຕີ້ທັງໝົດຕາມແຜນ ແລະ ໄດ້ຍຶດຄອງພື້ນທີ່ຮອບນອກໄວ້ຮຽບຮ້ອຍແລ້ວ   ໂດຍທະຫານເລີ່ມປະຕິບັດການໃນເຂດໄຊຕູນ ແລະ ຈາບາເລຍ ເພື່ອວາງຮາກຖານສຳລັບການບຸກເຂົ້າໄປ ເຊິ່ງອິສຣາແອນ ຄາດສ໌ ລັດຖະມົນຕີກະຊວງປ້ອງກັນປະເທດ ອະນຸມັດເມື່ອວັນອັງຄານທີ່ຜ່ານມາ ແລະ ຈະຖືກສົ່ງຕໍ່ໄປຍັງຄະນະລັດຖະມົນຕີດ້ານຄວາມໝັ້ນຄົງໃນຊ່ວງປາຍອາທິດນີ້   ອິສຣາແອນກຽມເອີ້ນກຳລັງສຳຮອງປະມານ 60,000 ນາຍ ໃນຊ່ວງຕົ້ນເດືອນກັນຍານີ້ ເພື່ອກຽມກຳລັງພົນປະຈຳການສຳລັບປະຕິບັດການຍຶດກາຊາ ຊິຕີ້   ເຊິ່ງຄາດວ່າ ຊາວປາເລສຕາຍ ຫຼາຍແສນຄົນໃນກາຊາ ຊິຕີ້ ຈະໄດ້ຮັບຄຳສັ່ງອະພະຍົບ ແລະ ມຸ່ງໜ້າໄປຍັງສູນພັກພິງທາງຕອນໃຕ້ຂອງເຂດກາຊາຕໍ່ໄປ   ກ່ອນໜ້ານີ້ ພັນທະມິດຂອງອິສຣາແອນຫຼາຍປະເທດ […]

ແຈ້ງການມອດໄຟ ວັນທີ 22, 24,26-27, 30 ແລະ 31 ສິງຫາ 2025

ແຈ້ງການມອດໄຟ ວັນທີ 22, 24,26-27, 30 ແລະ 31 ສິງຫາ 2025 ບາງເຂດ ເມືອງໄຊເສດຖາ, ເມືອງນາຊາຍທອງ, ເມືອງປາກງື່ມ, ເມືອງຫາດຊາຍຟອງ,   ລາຍລະອຽດດັ່ງລຸ່ມນີ້:                                         ທີ່ມາ: EDL LAOS  

ຫວຽດນາມເປີດໂຕເອັນເຕີເທນເມັນຄອມເພລັກ ຄາສິໂນແຫ່ງທຳອິດຂອງປະເທດ ລົງທຶນ 2 ພັນລ້ານໂດລາສະຫະລັດ

ຄະນະກຳມະການປະຊາຊົນແຂວງໄດ້ອອກເອກະສານອະນຸມັດໃຫ້ບໍລິສັດ Van Don Sun JSC ພາຍໃຕ້ Sun Group ເປັນຜູ້ລົງທຶນໂຄງການນີ້ ໂດຍໂຄງການນີ້ໄດ້ຮັບການອະນຸມັດໃນຫຼັກການຈາກນາຍົກລັດຖະມົນຕີຕາມມະຕິລົງວັນທີ່ 27 ມິຖຸນາ 2025     ພື້ນທີ່ເອັນເຕີເທນເມັນຄອມເພລັກນີ້ ຕັ້ງຢູ່ໃນເຂດເສດຖະກິດເວິນໂດນ ປະກອບດ້ວຍ ຄາສິໂນ ເຊິ່ງໃນໄລຍະທຳອີດຈະເປີດໃຫ້ເຂົ້າສະເພາະຊາວຫວຽດນາມເທົ່ານັ້ນ, ໂຮງແຮມ, ຣີສອດ, ຄອນໂດຫຼູຫຼາ, ອາຄານພາລິຊະ, ອາຄານສຳນັກງານ, ສູນກາງການປະຊຸມ, ສູນກາງກິລາ, ສວນສະໜຸກ ແລະ ບໍລິການດ້ານສຸຂະພາບລະດັບພຣີມຽມ   ຈຸດເດັ່ນຂອງເອັນເຕີເທນເມັນຄອມເພລັກແຫ່ງນີ້ແມ່ນ ການເປັນຄາສິໂນລະດັບໂລກ ທີ່ພົນລະເມືອງຫວຽດນາມສາມາດເຂົ້າໄປໃຊ້ບໍລິການໄດ້ພາຍໃຕ້ເງື່ອນໄຂທາງກົດໝາຍທີ່ເຂັ້ມງວດ   ພ້ອມດ້ວຍງານບໍລິການດ້ານການທ່ອງທ່ຽວ ສັນທະນາການ ແລະ ບໍລິການຄົບວົງຈອນ ທີ່ນີ້ຖືກອອກແບບໃຫ້ເປັນຄືລະບົບນິເວດແບບປິດ ມີທຸກຢ່າງຄົບຈົບໃນທີ່ດຽວ   ກຽມພ້ອມຮອງຮັບນັກທ່ອງທ່ຽວຕ່າງປະເທດ ລວມທັງຊົນຊັ້ນກາງ ແລະ ກຸ່ມຄົນຮັ່ງມີຂອງຫວຽດນາມທີ່ກຳລັງເພີ່ມຂຶ້ນ     ໂຄງການດັ່ງກ່າວຍັງລວມເຖິງການສະແດງສິລະປະລະດັບນາໆຊາດ ແລະ ກິດຈະກຳບັນເທິງຕະຫຼອດ 24 ຊົ່ວໂມງ   ໂດຍມີເປົ້າໝາຍທີ່ຈະຍົກລະດັບໃຫ້ເວິນໂດນເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ […]