ທ່ານ “ສີ ຈິ້ນຜິງ” ເດີນທາງໄປຢ້ຽມຢາມທິເບດ ໃນໂອກາດຄົບ 60 ປີການສ້າງຕັ້ງ ພ້ອມຊົມເຊີຍຜົນງານລັດຖະບານທ້ອງຖິ່ນ

ວັນທີ 20 ສິງຫາ 2025  ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ໄດ້ເດີນທາງໄປຢ້ຽມຢາມ “ທິເບດ” ຢ່າງເປັນທາງການ   ໂດຍເປັນຄັ້ງທີ 2 ທີ່ ທ່ານ ສີ ຈິ້ນຜິງ ໄປຢ້ຽມຢາມທິເບດ ນັບຕັ້ງແຕ່ຮັບຕຳແໜ່ງຜູ້ນຳປະເທດ ໂດຍການຢ້ຽມຢາມທິເບດໃນຄັ້ງນີ້ ປະທານາທິບໍດີຈີນໄດ້ເຂົ້າຮ່ວມພິທີຄົບຮອບ 60 ປີການກໍ່ຕັ້ງເຂດປົກຄອງຕົນເອງທິເບດດ້ວຍ     ເຊິ່ງສື່ມວນຊົນຈີນຫຼາຍສຳນັກໄດ້ພ້ອມໃຈກັນລົງຂ່າວການຢ້ຽມຢາມທິເບດຂອງສີ ຈິ້ນຜິງ ແລະ ລາຍງານວ່າ ເປັນການຢ້ຽມຢາມທິເບດທີ່ເຕັມໄປດ້ວຍການສະເຫຼີມສະຫຼອງ ໂດຍມີປະຊາຊົນຈຳນວນຫຼາຍອອກມາຕ້ອນຮັບ.   ໃນການຢ້ຽມຢາມທິເບດຄັ້ງນີ້ ປະທານາທິບໍດີ ສີ ຈິ້ນຜິງ ໄດ້ເດີນທາງໄປທີ່ນະຄອນລາຊາ ທີ່ໄດ້ຮັບການຂະນານນາມວ່າເປັນເມືອງຫຼວງທີ່ຕັ້ງຢູ່ສູງທີ່ສຸດໃນໂລກ     ເຖິງແມ່ນວ່າສະຖານທີ່ທີ່ມີຄວາມສູງແບບນີ້ ອາດເປັນບັນຫາຕໍ່ສຸຂະພາບຂອງປະທານາທິບໍດີສີທີ່ມີອາຍຸ 72 ປີແລ້ວ ແຕ່ປະທານາທິບໍດີສີໄດ້ຢຶນຢັນຄວາມຕ້ອງການທີ່ຈະເດີນທາງໄປເພື່ອປະທັບກາ ແລະ ລົງນາມເຖິງການມາຢ້ຽມຢາມຂອງທ່ານໃນຄັ້ງນີ້   ປະທານາທິບໍດີສີ ຈິ້ນຜິງ ຍັງໄດ້ກ່າວຊື່ນຊົມລັດຖະບານທ້ອງຖິ່ນໃນການປົກຄອງ ຮັກສາຄວາມສະຫງົບ ແລະ ພັດທະນາທິເບດ ລວມໄປເຖິງການຮັກສາຄວາມໝັ້ນຄົງທາງການເມືອງ […]

Microsoft Excel ປ່ອຍຟັງຊັນ Copilot ໃຊ້ AI ຊ່ວຍເຕີມຂໍ້ມູນໃນເຊວ

ທີມພັດທະນາ Microsoft Excel ກຳລັງທົດສອບຟັງຊັນ Copilot, ຟັງຊັນ AI ໃໝ່ທີ່ຈະເຕີມຂໍ້ມູນໃນເຊວແບບອັດຕະໂນມັດ. ພຽງແຕ່ໃສ່ຄຳສັ່ງແລະລະບຸເຊວທີ່ຕ້ອງການອ້າງອີງເຖິງ, ຫຼັງຈາກນັ້ນ AI ຈະຈັດລຽງຂໍ້ມູນ, ສະຫຼຸບຜົນ, ເຮັດຕາຕະລາງ ແລະ ອື່ນໆອີກຫຼາຍຢ່າງດ້ວຍໂຕເອງ. ຕົວຢ່າງການໃຊ້ຟັງຊັນ Copilot ແມ່ນສົມມຸດວ່າມີເຊວໃນຄໍລັມທີ່ມີຂໍ້ມູນຜົນຕອບຮັບກ່ຽວກັບເຄື່ອງຊົງກາເຟ, ຜູ້ໃຊ້ຈະສາມາດນຳໃຊ້ຟັງຊັນ Copilot ໃນການເຕີມຂໍ້ມູນທີ່ອ້າງອີງຈາກຂໍ້ມູນດັ່ງກ່າວດ້ວຍ AI ໂດຍການໃສ່ຟັງຊັນ “=COPILOT(“Classify this feedback”, D4:D18),”. ເລກເຊວກໍ່ຕ້ອງກົງກັບໃນ Excel, ຫຼັງຈາກນັ້ນ AI ຈະເຕີມຂໍ້ມູນຕາມທີ່ຕ້ອງການແບບອັດຕະໂນມັດ. ຫາກເບິ່ງຕາມຮູບພາບຈະເຫັນໄດ້ວ່າຜູ້ໃຊ້ໄດ້ເຕີມຕົວຢ່າງຂໍ້ມູນກ່ຽວກັບລັກສະນະຂໍ້ຄວາມທີ່ເປັນຄວາມຄິດເຫັນໃນແງ່ບວກແລະລົບຂອງເຄື່ອງຊົງກາເຟໄວ້ແລ້ວ. Copilot ຈະເຕີມຂໍ້ມູນວ່າຂໍ້ມູນໃດເປັນເຊີງບວກຫຼືເຊີງລົບ, ໂດຍອ້າງອີງຂໍ້ມູນຈາກເຊວດ້ານຊ້າຍແລະຫົວຂໍ້ເຊວດ້ານເທິງ. Microsoft ຍັງໃຫ້ຕົວຢ່າງການນຳໃຊ້ Copilot ເພີ່ມເຕີມອີກດ້ວຍ ປະກອບມີ: =COPILOT(“Create a description for this product based on its specs”, B2:B8) ທີ່ AI […]

ຜູ້ຊົມໃຊ້ໄຟຟ້າຕ້ອງໄດ້ຊຳລະຄ່າໄຟກ່ອນ ວັນທີ 25 ຂອງທຸກໆເດືອນ ຖ້າບໍ່ດັ່ງນັ້ນຈະຖືກງົດກະແສໄຟຟ້າຊົ່ວຄາວ

ການຊຳລະຄ່າໄຟ ຜູ້ຊົມໃຊ້ຕ້ອງໄດ້ປະຕິບັດຈ່າຍກ່ອນ ວັນທີ 25 ຂອງທຸກໆເດືອນ ບໍ່ໃຫ້ມີໜີ້ຄ້າງ     ໃນກໍລະນີທີ່ທ່ານຖືກງົດໃຊ້ໄຟຟ້າຊົ່ວຄາວຄວນເຮັດແນວໃດ ?   1. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າໄຟຟ້າທັງໝົດທີ່ລະບຸໄວ້ໃນບິນ 2. ຜູ້ຊົມໃຊ້ໄຟຟ້າຕ້ອງຈ່າຍເງິນຄ່າເຊື່ອມຕໍ່ໄຟຄືນຕາມລະບຽບດັ່ງລຸ່ມນີ້:   – ໝໍ້ໄຟ 1 ເຟສ ມູນຄ່າການຕໍ່ຄືນ 100,000 ກີບ/ ໜ່ວຍ / ຄັ້ງ – ໝໍ້ໄຟ 3 ເຟສ ມູນຄ່າການຕໍ່ຄືນ 200,000 ກີບ/ ໜ່ວຍ / ຄັ້ງ – ໝໍ້ນັບໄຟແຮງດັນກາງ 22ກວ 3ເຟສ ມູນຄ່າການຕໍ່ຄືນ 1,500,000 ກີບ/ ໜ່ວຍ / ຄັ້ງ   ທີ່ມາ:  EDL LAOS

ພົບຮ້ານປອມໃນ TikTok ຫຼາຍກວ່າໝື່ນຮ້ານ ຖືກໃຊ້ເປັນເຄື່ອງມືໃນການປ່ອຍມາລແວເພື່ອລັກເງິນຄຣິບໂຕ

ໃນປັດຈຸບັນຊ່ອງທາງການຊື້ຂາຍອອນລາຍນັ້ນໄດ້ໄປໄກຫຼາຍກວ່າການຂາຍແບບສົ່ງຂໍ້ຄວາມສ່ວນຕົວຜ່ານຕົວກາງເໝືອນ Marketplace ໃນ Facebook ຫຼືວາງຂາຍໃຫ້ກົດຊື້ໂດຍກົງໃນແພລດຟອມເໝືອນ Shopee ຫຼັງຈາກທີ່ມີການເຂົ້າມາຂອງ TikTok ທີ່ຊ່ວຍໃຫ້ຜູ້ຂາຍວາງຍຸດທະສາດການຂາຍໄດ້ຫລາກຫລາຍຂຶ້ນ ແຕ່ດຽວນີ້ແຮັກເກີກໍ່ໄດ້ໃຊ້ກະແສນີ້ໃນການຫລອກລວງປ່ອຍມາລແວຜ່ານທາງຮ້ານຂາຍຂອງປອມແລ້ວເໝືອນກັນ. ຈາກລາຍງານໂດຍເວັບໄຊ The Hacker News ໄດ້ກ່າວເຖິງການຄົ້ນພົບແຄມເປນການແຜ່ກະຈາຍມາລແວ SparkKitty ດ້ວຍວິທີການ Phishing ຜ່ານທາງຮ້ານຄ້າປອມໃນເຄືອຂ່າຍສັງຄົມອອນລາຍຍອດນິຍົມ TikTok ຊຶ່ງມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນໂທລະສັບມືຖືທັງທີ່ເຮັດວຽກໃນລະບົບ iOS ແລະ Android ໂດຍມາລແວຕົວນີ້ມີປະສິດທິພາບໃນການລັກຂໍ້ມູນໃນເຄື່ອງຂອງເຫຍື່ອທີ່ຫລາກຫລາຍ ລວມໄປເຖິງມີຄວາມສາມາດໃນການຖອດຂໍ້ຄວາມຈາກຮູບພາບດ້ວຍເທັກໂນໂລຢີ Optical Character Recognition ຫຼື OCR ຊຶ່ງຊ່ວຍໃຫ້ມາລແວເຮັດການຖອດຕົວອັກສອນທີ່ຢູ່ໃນຮູບພາບທີ່ບັນທຶກຢູ່ໃນ Gallery ຂອງເຄື່ອງ ໂດຍຈະສຸມໄປຍັງຂໍ້ມູນສຳຄັນກ່ຽວກັບເງິນຄຣິບໂຕເຄີເຣນຊີ ເຊັ່ນ ລະຫັດ Seed Phrase (ລະຫັດສຳຫຼັບກູ້ຂໍ້ມູນກະເປົ໋າເງິນຄຣິບໂຕເຄີເຣນຊີ) ເພື່ອຂະຫຍາຍການລັກເງິນຂອງເຫຍື່ອ. ສຳຫຼັບແຄມເປນດັ່ງກ່າວນີ້ມີຊື່ວ່າ FraudOnTok ຊຶ່ງຖືກຄົ້ນພົບຈາກທີມຄົ້ນຄວ້າແຫ່ງບໍລິສັດ CTM360 ບໍລິສັດຈາກປະເທດບາຮ໌ເຣນຜູ້ຊ່ຽວຊານດ້ານການຈັດການກັບໄພໄຊເບີ ໂດຍທາງທີມຄົ້ນຄວ້າໄດ້ອະທິບາຍເຖິງແຄມເປນນີ້ວ່າ ແຮັກເກີທີ່ຢູ່ເບື້ອງຫລັງແຄມເປນດັ່ງກ່າວນັ້ນໄດ້ມີການໃຊ້ຫລາຍຍຸດທະສາດເພື່ອຫລອກລວງໃຫ້ເຫຍື່ອເຂົ້າມາຕິດແລະດາວໂຫລດມາລແວໄປຕິດຕັ້ງໃນເຄື່ອງ ເຊັ່ນ ການໃຊ້ໂຄສະນາປອມໃນ Facebook ຜ່ານທາງເຄື່ອງມືເໝືອນ META Ads ແລະ […]

ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ (H.E. Mrs. BATTSETSEG BATMUNKH) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ພະນະທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິ ກາລາຕິນ (FEALAC) ຄັ້ງທີ 10 ໃນລະຫວ່າງວັນທີ 19-23 ສິງຫາ 2025.   ໃນຕອນບ່າຍຂອງວັນທີ 20 ສິງຫານີ້ ທີ່ ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ, ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ […]

ແຈ້ງການມອດໄຟ ວັນທີ 21, 24 ສິງຫາ 2025 ບາງເຂດ ເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ

ແຈ້ງການມອດໄຟ ວັນທີ 21, 24 ສິງຫາ 2025 ບາງເຂດເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ   ລາຍລະອຽດດັ່ງລຸ່ມນີ້:                         ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2      

ສະຫະລັດອາເມລິກາເພີ່ມພາສີ 50% ຕໍ່ສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ 400 ລາຍການ ຊີ້ໃຫ້ເຫັນການອຸດຊ່ອງຫວ່າງເພື່ອປ້ອງກັນການຫຼີກລ່ຽງພາສີ

ສະຫະລັດອາເມລິກາເພີ່ມພາສີອີກຄັ້ງ 50% ຂະຫຍາຍໄປເຖິງສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ ລວມກວ່າ 400 ລາຍການ ເພື່ອປ້ອງກັນການຫຼີກລ່ຽງພາສີ   ກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຖະແຫຼງການໃນວັນອັງຄານ (19 ສິງຫາ 2025) ວ່າ ສະຫະລັດອາເມລິກາ ໄດ້ປັບເພີ່ມພາສີນຳເຂົ້າເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນສິນຄ້າກວ່າ 400 ລາຍການ   ຊຶ່ງລວມເຖິງກັງຫັນລົມ  ເຄນຍົກເຄື່ອງ ເຄື່ອງໃຊ້ໄຟຟ້າ ລົດເກ່ຍດິນ ແລະ ເຄື່ອງຈັກສຳລັບງານໜັກປະເພດອື່ນໆ ລວມທັງເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນລົດໄຟ ລົດຈັກຍານຍົນ ເຄື່ອງຍົນເຮືອ ເຟີນິເຈີ ແລະ ຜະລິດຕະພັນອື່ນໆ ອີກຫລາຍຮ້ອຍລາຍການ   ກະຊວງການຄ້າລະບຸວ່າ ທາງກະຊວງໄດ້ເພີ່ມປະເພດສິນຄ້າ 407 ປະເພດໃນລາຍການສິນຄ້າອະນຸພັນ (derivative) ຂອງເຫຼັກ ແລະ ອາລູມິນຽມທີ່ຢູ່ພາຍໃຕ້ການຈັດເກັບພາສີນຳເຂົ້າຫຼາຍພາກສ່ວນ (sectoral tariffs)   ໂດຍຈະມີການເຮັດເກັບພາສີໃນອັດຕາ 50% ສຳລັບສ່ວນປະກອບທີ່ເປັນເຫຼັກ ແລະ […]

Apple ຍ້າຍຖານການຜະລິດ iPhone ໄປອິນເດຍຫຼາຍຂຶ້ນ ໂດຍສະເພາະ iPhone 17

ສຳນັກຂ່າວ Bloomberg ເປີດເຜີຍວ່າ Apple ຜະລິດ iPhone 17 ສຳລັບລູກຄ້າໃນສະຫະລັດອາເມລິກາ ຈາກໂຮງງານໃນອິນເດຍ ແທນທີ່ຈະເປັນໂຮງງານໃນຈີນ ແລະ ຖືວ່າເປັນຄັ້ງທຳອິດທີ່ iPhone ລຸ້ນໃໝ່ທັງໝົດຈະຖືກສົ່ງໂດຍກົງຈາກອິນເດຍ ຕັ້ງແຕ່ເລີ່ມວາງຈຳໜ່າຍ ນອກຈາກນີ້ Apple ຍັງຢູ່ລະຫວ່າງການພັດທະນາ iPhone ລຸ້ນທີ່ຈະສືບຕໍ່ຈາກ iPhone 16E ຊຶ່ງກໍຈະຜະລິດໃນໂຮງງານອິນເດຍເຊັ່ນດຽວກັນ ເວັບໄຊທ໌ The Verge ຊີ້ໃຫ້ເຫັນວ່າ Apple ຍ້າຍຖານການຜະລິດ iPhone ຈາກຈີນໄປຍັງອິນເດຍຫຼາຍຂຶ້ນເລື້ອຍໆ ເພື່ອຫຼຸດຜ່ອນການຟຶ່ງພາອາໄສສາຍການຜະລິດໃນຈີນ ໂດຍ Bloomberg ລະບຸວ່າ iPhone ທີ່ຜະລິດໃນອິນເດຍຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າໂດຍສະຫະລັດ ເຖິງແມ່ນວ່າສະຫະລັດຈະເກັບພາສີອິນເດຍ 50% ກໍຕາມ ຢ່າງໃດກໍຕາມ, ນັກວິເຄາະ Patrick Moorhead ເປີດເຜີຍວ່າ ຊິ້ນສ່ວນຍ່ອຍໆລົງໄປຂອງ iPhone ລຸ້ນໃໝ່ກໍຍັງຜະລິດຢູ່ໃນໂຮງງານທີ່ຈີນຢູ່ດີ ກ່ອນທີ່ຈະຖືກສົ່ງໄປປະກອບຂັ້ນສຸດທ້າຍໃນອິນເດຍ ຂ່າວຈາກ: The Verge

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.     ທ່ານ ຄຳຜຸຍ ສີບຸນເຮືອງ ເລຂາພັກນະຄອນໄກສອນພົມວິຫານ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດນາແກ ບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II ມີລວງຍາວທັງໝົດ 850 ແມັດ, ກວ້າງ 7 ແມັດ, ຄວາມໜາ 20 ຊັງຕີແມັດ ມູນຄ່າການກໍ່ສ້າງທັງໝົດ 2.52 ຕື້ກວ່າກີບ, ໂດຍແມ່ນທຶນປະກອບສ່ວນຈາກນະຄອນໄກສອນພົມວິຫານ, […]

Kaspersky ຊີ້ພາຍໄພຄຸກຄາມ IT-OT ພຸ່ງສູງໃນເອເຊຍປາຊິຟິກ ຕະຫຼາດເຕີບໂຕ 62 ພັນລ້ານໂດລາປີ 2030

ແຄສເປີສກີ້ (Kaspersky) ນຳສະເໜີຄວາມເຂົ້າໃຈຫຼ້າສຸດຂອງວົງການຄວາມປອດໄພທາງໄຊເບີໃນເອເຊຍປາຊິຟິກ ໂດຍເນັ້ນຢ້ຳວ່າຍຸກທີ່ IT ແລະ OT ແຍກຈາກກັນໄດ້ນັ້ນໄດ້ຈົບລົງແລ້ວ ຄາດການມູນຄ່າຕະຫຼາດການປະສົມປະສານ IT-OT ໃນພູມິພາກນີ້ຢູ່ທີ່ກວ່າ 13 ພັນລ້ານໂດລາສະຫະລັດ ແລະພາຍໃນປີ 2030 ຄາດວ່າຈະທະຍານຂຶ້ນເຖິງ 62 ພັນລ້ານໂດລາ ເຕີບໂຕສະເລ່ຍປີລະເກືອບ 25% ທ່ານເອເດຣຽນ ເຮຍ ກຳມະການຜູ້ຈັດການ ພູມິພາກເອເຊຍປາຊິຟິກ ແຄສເປີສກີ້ ກ່າວວ່າດ້ວຍການເລັ່ງປະສົມປະສານ IT ແລະ OT ໃນອີກບໍ່ກີ່ປີຂ້າງໜ້ານີ້ ກົນລະຍຸດດ້ານຄວາມປອດໄພທາງໄຊເບີໃນພູມິພາກເອເຊຍປາຊິຟິກຈະຕ້ອງພັດທະນາຢ່າງຕໍ່ເນື່ອງ ໂດຍເຊື່ອມໂຍງທັງສອງໂດເມນເຂົ້າດ້ວຍກັນເພື່ອຮັກສາການດຳເນີນງານແລະຮັບຮອງຄວາມຢືດຢຸ່ນໃນໂລກທີ່ເຊື່ອມຕໍ່ກັນຫຼາຍຂຶ້ນ “ຈາກຂໍ້ມູນ Kaspersky Industrial Control Systems (ICS)-CERT ຫຼ້າສຸດຂອງພວກເຮົາລະບຸວ່າ ພູມິພາກຍ່ອຍທີ່ສຳຄັນຂອງເອເຊຍປາຊິຟິກທີ່ໃຊ້ຄອມພິວເຕີ ICS ກຳລັງປະເຊີນກັບການໂຈມຕີໄຊເບີຢ່າງຕໍ່ເນື່ອງ ລາຍງານລະດັບໂລກໄຕມາດທີ 1 ຂອງປີ 2025 ອັນດັບສັດສ່ວນເປີເຊັນຂອງຈຳນວນຄອມພິວເຕີ ICS ທີ່ຖືກບລອກວັດຖຸອັນຕະລາຍຂອງເອເຊຍຕາເວັນອອກສຽງໃຕ້ຢູ່ໃນອັນດັບທີ 2 ເອເຊຍກາງຢູ່ໃນອັນດັບທີ 3 ແລະເອເຊຍໃຕ້ຢູ່ໃນອັນດັບທີ 6” Kaspersky […]