ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ

ຈະເກີດຫຍັງຂຶ້ນຖ້າມີຫຸ່ນຍົນທີ່ມີມົດລູກ ທີ່ສາມາດຖືພາ ແລະ ເກີດລູກແທນມະນຸດໄດ້ສຳເລັດ.   ນະວັດຕະກຳນີ້ຈະຊ່ວຍແກ້ໄຂບັນຫາການມີລູກຍາກໄດ້ຫຼາຍປານໃດ.   ນີ້ແມ່ນຫຸ່ນຍົນຮິວແມນນອຍດ໌ທີ່ພັດທະນາໂດຍປະເທດຈີນຄັ້ງທຳອິດຂອງໂລກ ທີ່ມີມົດລູກປອມ ສາມາດຖືພາເດັກນ້ອຍໄດ້ນານເຖິງ 10 ເດືອນ ແລະ ເກີດລູກແທນມະນຸດໄດ້.   ໂຄງການນີ້ນຳໂດຍ ດຣ. ຈາງ ຊີເຟິງ ຈາກມະຫາວິທະຍາໄລເທັກໂນໂລຊີນານຢາງ ມີຈຸດປະສົງເພື່ອຊ່ວຍເຫຼືອຄູ່ສົມລົດທີ່ມີບຸດຕາຍາກ ແລະ ແກ້ໄຂບັນຫາອັດຕາການເກີດທີ່ລົດລົງ.   ດຣ. ຈາງ ຊີເຟິງ ກ່າວວ່າ ຫຸ່ນຍົນຕົວນີ້ບໍ່ແມ່ນພຽງແຕ່ຫຸ່ນຍົນຝາກຕົວອ່ອນ ແຕ່ສາມາດຊ່ວຍເຫຼືອມະນຸດທີ່ບໍ່ສາມາດຖືພາໄດ້ຢ່າງຄົບວົງຈອນ.   ໂດຍຫຸ່ນຍົນຮິວແມນນອຍດ໌ນີ້ຈະມີຂະໜາດເທົ່າຄົນແທ້ ທີ່ຕິດຕັ້ງມົດລູກປອມໄວ້ໃນຊ່ອງທ້ອງ ເຊິ່ງສາມາດຈຳລອງກະບວນການທັງໝົດ ເລີ້ມຕັ້ງແຕ່ການປະສົມພັນຈົນເຖິງການໃຫ້ກຳເນີດເດັກນ້ອຍອອກມາ.   ນະວັດຕະກຳຫຼັກຢູ່ທີ່ເທັກໂນໂລຊີມົດລູກປອມ ເຊິ່ງເດັກນ້ອຍໃນຄັນຈະຈະເລີນເຕີບໂຕໃນນ້ຳຄ່ຳປອມ ແລະ ໄດ້ຮັບສານອາຫານຜ່ານສາຍຢາງ ຄ້າຍຄືການຕັ້ງຄັນຕາມທຳມະຊາດ.   ນ້ຳຄ່ຳປອມ ເປັນຫນຶ່ງໃນສ່ວນສຳຄັນທີ່ສຸດຂອງມົດລູກປອມທີ່ໄດ້ຮັບການອອກແບບມາ ເຕັມໄປດ້ວຍສານອາຫານ ແລະ ປະສົບຜົນສຳເລັດໃນການທົດລອງກັບສັດ ເຊັ່ນ: ການລ້ຽງລູກແກະທີ່ເກີດກ່ອນກຳໜົດໃນປີ 2017.   ດຣ.ຈາງ ອ້າງວ່າເທັກໂນໂລຊີນີ້ມີຄວາມກ້າວໜ້າໃນຫ້ອງປະຕິບັດການແລ້ວ ຂະນະນີ້ ກຳລັງພັດທະນາການເຮັດວຽກຂອງຫຸ່ນຍົນຮິວແມນນອຍດ໌ໃຫ້ສາມາດມີປະຕິສຳພັນກັບມະນຸດໄດ້ດ້ວຍ. […]

ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍປະຕິບັດຕາມແຜນການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ກັບ ຄະນະພັກກອມມູນິດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ປະຈໍາປີ 2025. ຄະນະຜູ້ແທນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ນໍາໂດຍ ສະຫາຍ ໂຈ ຢີ້ເຈ ກໍາມະການປະຈໍາພັກ ເລຂາທິການພັກ ຫົວໜ້າຫ້ອງວ່າການເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ພ້ອມດ້ວຍຄະນະທັງໝົດ 6 ສະຫາຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-21 ສິງຫາ 2025.     ໃນຕອນບ່າຍ ວັນທີ 19 ສິງຫານີ້, ສະຫາຍ ໂຈ ຢີ້ເຈ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ໃນໂອກາດດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ […]

ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ

ໂດຍປະຕິບັດຕາມແຜນພັດທະນາວຽກງານວັດທະນະທຳ ກໍ່ຄືແຜນການປະຈຳປີ ໃນການອະນຸລັກສົ່ງເສີມວັດທະນະທຳແຂວງຄຳມ່ວນ, ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ສືບສານວັດທະນະທຳອັນດີງາມຂອງລາວ, ຂອງແຂວງຄຳມ່ວນ ໃຫ້ນັບມື້ແຜ່ຂະຫຍາຍກວ້າງຂວາງ.     ໃນການຈັດຕັ້ງປະຕິບັດການຈັດຊຸດຝຶກອົບຮົມຄັ້ງນີ້ ທາງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບເປັນອັນລະອຽດ, ການຝຶກອົບຮົມມີສໍາມະນາກອນເຂົ້າຮ່ວມທັງໝົດ 54 ຄົນ ຍິງ 25 ຄົນ, ໃນນີ້ມີພະນັກງານຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ 08 ທ່ານ, ມີເມືອງເຂົ້າຮ່ວມ 02 ເມືອງຄື: ເມືອງ ໜອງບົກ ແລະ ເມືອງ ຍົມມະລາດ, ມີໂຮງຮຽນເຂົ້າຮ່ວມ 07 ໂຮງຮຽນຄື: ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນ ມສ ມ່ວງສຸມ, ໂຮງຮຽນປະຖົມກິນດາວອນ, ໂຮງຮຽນປະຖົມໂພນສະໜາມ, ໂຮງຮຽນ ມຕ ຈອມແຈ້ງ, ໂຮງຮຽນ ມສ ຫລັງຄັງ ແລະ ໂຮງຮຽນມິດຕະພາບຄໍາມ່ວນ – ກວາງບິ່ງ, ການຝຶກອົບຮົມແມ່ນມີຫຼາຍປະເພດຄື: […]

ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ

“ແຈ້ງການ” ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງ ບັນດາພໍ່-ແມ່ປະຊາຊົນ, ພະນັກງານທະຫານ, ຕຳຫຼວດ, ຜູ້ປະກອບການທຸກທ່ານ ຮັບຮູ້ວ່າ: ວັນທີ 19 /08/2025 ກົງກັບ ວັນອັງຄານ ເລີ່ມແຕ່ເວລາ 08:00-16:00 ໂມງ,   ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ uPVC DN100 mm, ສຳໃສ່ທໍ່ຂະໜາດ uPVC DN75 mm. ໃນຊ່ວງດຳເນີນການສ້ອມແປງ ຈະສົ່ງຜົນກະທົບເຮັດໃຫ້ນ້ຳອອກຄ່ອຍ-ບໍ່ອອກໃນຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອກະກຽມໂຕ່ງນໍ້າໄວ້ໃຊ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວ ຈົນກວ່າແຮງດັນນໍ້າຈະມາເປັນປົກກະຕິ ແລະ ຂໍອາໄພໃນຄວາມບໍ່ສະດວກໃນການດຳເນີນການສ້ອມແປງໃນຄັ້ງນີ້ດ້ວຍ. #ຂໍ້ມູນເພີ່ມຕື່ມໂທ: . 1169; . 020 5991 8830; . 020 2998 6580 ຕະຫລອດ 24 […]

ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ

ຫຼາຍຄົນອາດຄິດວ່າການຖູແຂ້ວກ່ອນນອນເປັນພຽງກິດຈະວັດປະຈຳວັນເພື່ອຮັກສາສຸຂະພາບຊ່ອງປາກ ແລະ ປ້ອງກັນແຂ້ວແມງ   ແຕ່ຜົນການສຶກສາໃໝ່ຈາກປະເທດຍີ່ປຸ່ນກັບຊີ້ວ່າ ພຶດຕິກຳນ້ອຍໆ ນີ້ອາດມີຄວາມສຳຄັນຕໍ່ສຸຂະພາບຫົວໃຈຫຼາຍກວ່າທີ່ຫຼາຍຄົນຄາດຄິດ.   ການຄົ້ນຄວ້າທີ່ຖືກພິມເຜີຍແພ່ໃນວາລະສານ Scientific Reports ປີ 2023 ໂດຍທີມຄົ້ນຄວ້າຈາກໂຮງໝໍມະຫາວິທະຍາໄລໂອຊາກາ ພົບວ່າຜູ້ທີ່ບໍ່ຖູແຂ້ວກ່ອນນອນມີຄວາມສ່ຽງຕໍ່ການເກີດໂລກຫົວໃຈ ແລະ ຫຼອດເລືອດສູງກວ່າຜູ້ທີ່ຖູແຂ້ວກ່ອນເຂົ້ານອນຢ່າງຊັດເຈນ.   ການຄົ້ນຄວ້າດັ່ງກ່າວໄດ້ຕິດຕາມຂໍ້ມູນຈາກຜູ້ໃຫຍ່ກວ່າ 1,600 ຄົນ ທີ່ເຂົ້າຮັບການຮັກສາໃນໂຮງໝໍລະຫວ່າງປີ 2013 ຫາ 2016.   ຜູ້ເຂົ້າຮ່ວມຖືກສອບຖາມພຶດຕິກຳການຖູແຂ້ວ ແລະ ຖືກແບ່ງອອກເປັນ 4 ກຸ່ມ ໄດ້ແກ່:   ຜູ້ທີ່ຖູແຂ້ວທັງເຊົ້າ ແລະ ກ່ອນນອນ, ຜູ້ທີ່ຖູແຂ້ວສະເພາະກ່ອນນອນ, ຜູ້ທີ່ຖູແຂ້ວສະເພາະຕອນເຊົ້າ, ຜູ້ທີ່ບໍ່ຖູແຂ້ວເລີຍ.   ເມື່ອນຳຂໍ້ມູນມາວິເຄາະປຽບທຽບ ຜົນໄດ້ພົບວ່າກຸ່ມທີ່ຖູແຂ້ວກ່ອນນອນ ຫຼື ຖູທັງເຊົ້າ ແລະ ແລງມີອັດຕາລອດຊີວິດ ແລະ ສຸຂະພາບຫົວໃຈທີ່ດີກວ່າກຸ່ມທີ່ບໍ່ຖູແຂ້ວເລີຍ ຫຼື ຖູພຽງຕອນເຊົ້າຢ່າງມີຄວາມສຳຄັນ.   ໜຶ່ງໃນຄຳອະທິບາຍທີ່ນັກວິໄຈສະເໜີແມ່ນ ລະຫວ່າງທີ່ພວກເຮົານອນຫລັບ ການຜະລິດນ້ຳລາຍຈະຫຼຸດລົງ ເຮັດໃຫ້ສະພາບໃນຊ່ອງປາກເອື້ອຕໍ່ການຈະເລີນເຕີບໂຕຂອງເຊື້ອແບັກທີເຣຍ. […]

ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ

ກອງປະຊຸມສ້າງຕັ້ງສະມາຄົມນັກສຶກສາລາວຮຽນຈາກ ສປ ຈີນ (ສນລຈ) ເພື່ອພັດທະນາເສດຖະກິດ-ສັງຄົມຈັດຂຶ້ນວັນທີ 16 ສິງຫາ 2025 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນປະທານ ຂອງທ່ານ ກູຢ່າງ ຈືບໍ່ ຮອງຫົວໜ້າກົມພັດທະນາບໍລິຫານລັດຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຄະນະຂົນຂວາຍການສ້າງຕັ້ງສະມາຄົມນັກສຶກສາລາວຈາກຈີນ ມີບັນດາອະດີດນັກສຶກສາລາວທີ່ຮຽນຈົບຈາກຈີນ ນັກສຶກສາລາວທີ່ກຳລັງຮຽນຢູ່ຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.     ກອງປະຊຸມຄັ້ງນີ້ໄດ້ເປັນເອກະສັນກັນຮັບຮອງເອົາແຜນການເຄື່ອນໄຫວຂອງສະມາຄົມແຕ່ປີ 2025-2030 ພ້ອມປະຊາມະຕິຮັບຮອງເອົາຄະນະບໍລິຫານຂອງສະມາຄົມນັກສຶກສາລາວຈາກຈີນເພື່ອພັດທະນາເສດຖະກິດ-ສັງຄົມ 5 ທ່ານ ແລະ ຄະນະກວດກາ 3 ທ່ານຄື:ທ່ານ ໄຊຊະນະ ສິດທິພອນ ເປັນປະທານຄະນະບໍລິຫານງານ ທ່ານ ວາລະໄຊ ເລັ່ງສະຫວັດ ແລະ ທ່ານ ນາງ ວິໄລວອນ ຈັນທະລາຕີ ເປັນຮອງປະທານ ທ່ານ ບຸນເພັງ ສີບຸນເຮືອງ ແລະ ທ່ານ ນາງ ອໍລະໄທ ສັນຕິຄົງຄາ […]

ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກນັກສຶກສາເຂົ້າຮຽນໃນຫຼັກສູດສາຂາຄູພາສາຈີນ ສົກສຶກສາປີ 2025-2026 ຂຶ້ນໃນວັນທີ 16 ສິງຫາ ນີ້ ທີ່ ສຂຈ ໂດຍມີ ທ່ານ ທະນົງສັກ ດວງດາລາ ຮອງຫົວໜ້າຫ້ອງການວິຊາການ, ທ່ານ ນາງ ນິລິນທອນ ສັກລໍໍຄໍາ ຕາງໜ້າຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ, ທ່ານ ເຝິງກວາງຮົວ ຜູ້ອຳນວຍການສະຖາບັນຂົງຈືຝ່າຍຈີນ, ຄະນະກຳມະການຄວບຄຸມການສອບເສັງ ນັກຮຽນເຂົ້າຮ່ວມ.     ທ່ານ ຄຳຮຸ່ງ ຈັນທະວົງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນສົກສຶກສາປີ 2025-2026 ມີຜູ້ສະໝັກສອບເສັງທັງໝົດ 629 ຄົນ ຍິງ 426 ຄົນ, ມີຫ້ອງສອບເສັງທັງໝົດ 24 ຫ້ອງເສັງ, ແບ່ງອອກເປັນຫ້ອງລະ 25 […]

ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ

ຊຸດເຝິກອົບຮົມພະນັກງານແນວລາວສ້າງຊາດ ໄດ້ເປີດຂຶ້ນ ໃນວັນທີ 16 ສິງຫາ 2025 ເຊິ່ງຫົວໜ້າຄະນະຝ່າຍລາວ ນຳໂດຍທ່ານ ວັນນາ ແກ້ວສັນຕິ ກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານແນວລາວສ້າງຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 30 ທ່ານ ຍິງ 13 ທ່ານ ເປັນກຽດເຂົ້າຮ່ວມພິທີເປີດ ໂດຍທ່ານ Zeng Yu Gang ຫົວໜ້າພະແນກສູນຮ່ວມມືສາກົນ ຄະນະກຳມະການພັດທະນາ ແລະ ປະຕິຮູບ ແຫ່ງ ສປ ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ໂຮງແຮມ Fenghui ນະຄອນຫຼວງປັກກິ່ງ ສປ ຈີນ.     ເນື້ອໃນການເຝິກອົບຮົມຄັ້ງນີ້ ໂດຍໄດ້ຮັບການມອບໝາຍຈາກກະຊວງການຄ້າ ສປ ຈີນ ເຊິ່ງປະກອບມີຫົວຂໍ້ທົ່ວໄປ ແລະ ຫົວຂໍ້ສະເພາະ ເຊັ່ນ: ການແນະນຳສະພາບຂອງ ສປ […]

Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້

ສົງຄາມສະມາດໂຟນກັບມາຮ້ອນແຮງອີກເທື່ອໜຶ່ງ ອີງຕາມຂໍ້ມູນຍອດຂາຍໄຕມາດທີ 2 ຫຼ້າສຸດຊີ້ໃຫ້ເຫັນວ່າ Samsung ກຳລັງແລ່ນຕາມແລະແຍ່ງເອົາສ່ວນແບ່ງຕະຫຼາດໃນສະຫະລັດຈາກ Apple ໂດຍແຮງຫນູນຫຼັກມາຈາກກະແສຄວາມນິຍົມຂອງສະມາດໂຟນຈໍພັບໄດ້ ທີ່ກາຍເປັນຈຸດຂາຍສຳຄັນໃນປີນີ້ ບົດລາຍງານຈາກ Canalys ລະບຸວ່າ ສ່ວນແບ່ງຕະຫຼາດຂອງ Samsung ໃນສະຫະລັດຂະຫຍາຍຂຶ້ນຈາກ 23% ມາຢູ່ທີ່ 31% ໃນຂະນະທີ່ Apple ຫຼຸດລົງຈາກ 56% ເຫຼືອ 49% ເຖິງແມ່ນວ່າຍັງຄອງອັນດັບໜຶ່ງຢູ່ ແຕ່ກໍ່ສະທ້ອນໃຫ້ເຫັນແຮງກົດດັນຄັ້ງໃໝ່ຕໍ່ກັບບໍລິສັດທີ່ເກືອບບໍ່ເຄີຍໂດນຄູ່ແຂ່ງສັ່ນຄອນໃນຮອບທົດສະວັດທີ່ຜ່ານມາ ໜຶ່ງໃນຕົວຊູໂລ່ງແມ່ນ Galaxy Z Fold 7 ແລະ Z Flip ທີ່ເພິ່ງເປີດໂຕເມື່ອເດືອນກໍລະກົດ ຊຶ່ງໄດ້ຮັບກະແສຕອບຮັບທີ່ດີທັງຈາກສື່ມວນຊົນແລະຜູ້ໃຊ້ງານ ໂດຍສະເພາະເນື້ອໃນລີວິວຄວາມທົນທານທີ່ຖືກແຊຣ໌ຢ່າງແຮງໃນໂຊຊຽນມີເດຍ ເຊັ່ນ ຄລິບທົດລອງພັບເຄື່ອງກວ່າ 200,000 ຄັ້ງ ຈົນມີຍອດເບິ່ງທະລຸ 15 ລ້ານຄັ້ງໃນ YouTube ນອກຈາກນີ້ Samsung ຍັງສ້າງຄວາມໄດ້ປຽບດ້ວຍການວາງສາຍຜະລິດຕະພັນທີ່ຄອບຄຸມທຸກລະດັບລາຄາ ແຕ່ແຕ່ລຸ້ນເລີ່ມຕົ້ນປະມານ 650 ໂດລາ (ປະມານ 14.3 ລ້ານກີບ) ຈົນເຖິງລຸ້ນທັອບລາຄາ […]

ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ

ພິທີຈັດສົ່ງຄະນະຜູ້ແທນ ແລະ ຄະນະນັກແຂ່ງຂັນສີມືແຮງງານເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ ໃນລະຫວ່າງວັນທີ 21-31 ສິງຫາ. ໄດ້ຈັດຂຶ້ນໃນວັນທີ 15 ສິງຫາຜ່ານມານີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາແຂກທີ່ຖືກເຊີນ, ຄະນະຮັບຜິດຊອບ ແລະ ນັກແຂ່ງຂັນສີມືແຮງງານເຂົ້າຮ່ວມ.     ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ໄດ້ຂຶ້ນລາຍງານກ່ຽວກັບການກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນ ວ່າ: ເຫດຜົນ ແລະ ຄວາມຈໍາເປັນຂອງການແຂ່ງຂັນສີມືແຮງງານ ແມ່ນເພື່ອປະຕິບັດຕາມກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ເພື່ອສ້າງແຮງງານຕາມທິດຫັນເປັນອຸດສາຫະກກຳ ແລະ ທັນສະໃໝ ການແຂ່ງຂັນສີມືແຮງງານອາຊຽນແມ່ນກິດຈະກຳໜຶ່ງຂອງປະເທດສະມາຊິກອາຊຽນທີ່ຕ້ອງການຄວາມຮ່ວມມືກັນພັດທະນາສີມືແຮງງານໃນລະດັບພາກພື້ນນີ້ໃຫ້ເທົ່າທຽມກັບລະດັບສີມືແຮງງານຂອງສາກົນ. ຈຸດປະສົງ ແມ່ນເພື່ອສົ່ງເສີມໃຫ້ປະເທດສະມາຊິກອາຊຽນຮ່ວມມືກັນທາງດ້ານການສຶກສາ ແລະ ການພັດທະນາສີມືແຮງງານ, ເພື່ອກະຕຸກຊຸກຍູ້ໃຫ້ເກີດຄວາມຮ່ວມມືກັນຢ່າງໃກ້ຊິດລະຫວ່າງວຽກງານການສຶກສາກໍຄືວຽກງານການພັດທະນາ ສີມືແຮງງານທັງພາກລັດ ແລະ ເອກະຊົນ ໃຫ້ຫຼາຍຂຶ້ນ, ສ້າງເງື່ອນໄຂ […]