ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ

ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ໄດ້ຈັດພິທີມອບ-ຮັບລາງວັນງານປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດຂອງ ສປປ ລາວ ຂຶ້ນໃນວັນທີ 15 ສິງຫາ ຜ່ານມານີ້ ທີ່ກອງສິລະປະກອນແຫ່ງຊາດ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມມອບລາງວັນ, ມອບໂລ້ລາງວັນ, ມອບປຶ້ມ 70 ປີ ຄະນະຊາວໜຸ່ມ ໃນຄັ້ງນີ້ໂດຍທ່ານ ສຸລິຍາ ແກ້ວພິລາວົງ ເລຂາທິການ ສຊປລ ຫົວໜ້າກົມອົບຮົມຊາວໜຸ່ມ ສຊປລ, ທ່ານ ນາງ ແສງແກ້ວ ໂມ້ສຽວຫຼິງ ຫົວໜ້າວິທະຍຸໂທລະພາບສູນກາງຈີນ ປະຈໍາ ລາວ, ທ່ານ ບຸນຍົງ ເພັດວິໄຊ ຮັກສາການຫົວໜ້າກົມສື່ມວນຊົນໜຸ່ມລາວ ສຊປລ, ມີແຂກຖືກເຊີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກິດຈະກຳໃນຄັ້ງນີ້ຈັັດຂຶ້ນໂດຍມີຈຸດປະສົງເພື່ອຄັດເລືອກຊາວໜຸ່ມຜູ້ທີ່ມີພອນສະຫວັນ, ຫົວຄິດປະດິດສ້າງ, ປະກອບສ່ວນຕັ້ງໜ້າໃນການພັດທະນາສັງຄົມ ແລະ ປະເທດຊາດ ແລະ ເປັນຕົວແບບທີ່ໂດດເດັ່ນທີ່ສຸດໃນຂົງເຂດອົງການຈັດຕັ້ງຂອງຕົນ ຢູ່ໃນທຸກສາຂາອາຊີບ, […]
ແມນຢູ ເລີ່ມຕົ້ນລະດູການ ພຣີເມ່ຍລີກ ນັດທຳອິດ ເສຍຄາບ້ານໃຫ້ ອາຣເຊນໍລ 0-1

ຜົນບານເຕະພຣີເມ່ຍລີກ ແມນຢູ ເປີດລະດູການ ແພ້ອາເຊນອລ ທີ່ບ້ານ 0-1 ການແຂ່ງຂັນຟຸດບານພຣີເມ່ຍລີກ Super Sunday, Manchester United ເປີດສະໜາມ Old Trafford ພົບກັບ Arsenal ທີມອັນດັບສອງຂອງລະດູການກ່ອນ. ໃນເກມນີ້ ທັງສອງທີມມີການເພີ່ມນັກເຕະໜ້າໃໝ່ເຂົ້າມາຫຼາຍຄົນ. ແມນຢູສົ່ງ Matheus Cunha ແລະ Bryan Embowo ລົງສະໜາມເທື່ອທຳອິດ. ສ່ວນອາເຊນອລສົ່ງ Victor Yokeres ແລະ Martin Zubimendi ທີ່ຫາກໍ່ເຊັນສັນຍາເຂົ້າມາລົງເປັນຕົວຈິງ. ໃນເກມນີ້ມີປະຕູດຽວເກີດຂຶ້ນໃນນາທີທີ່ 13 ໂດຍອາເຊນອລນຳ 1-0 ຈາກລູກເຕະມຸມ ແລະ ເປັນ Ricardo Calafiori ທີ່ຂື້ນເອົາຫົວຕຳບານຫຼັງຈາກຜູ້ຮັກສາປະຕູແມນຢູເກັບບານບໍ່ໄດ້. ຈົບເກມ 90 ນາທີ, ອາເຊນອລບຸກມາຊະນະແມນຢູຢູ່ສະໜາມເຈົ້າບ້ານ 1-0 ເປີດລະດູການດ້ວຍ 3 ແຕ້ມຢ່າງສຳເລັດຜົນ.
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028

ວັນທີ 14 ສິງຫາ 2025 ຢູ່ທີ່ ສຳນັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ມີພິທີເຊັນສັນຍາການສະຫນັບສະຫນູນດ້ານໂທລະຄົມ ລະຫວ່າງ ສະຫະພັບານເຕະແຫ່ງຊາດລາວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ, ຄະນະບໍລິຫານງານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ຖືເປັນວາລະໂອກາດອັນດີ ທີີ່ ສຕລ ແລະ LTC ໄດ້ເພີ່ມທະວີການຮ່ວມມືກັນທັງສອງຝ່າຍ ຊຶ່ງໄດ້ ສະແດງ ໃຫ້ເຫັນເຖິງຄວາມມຸ້ງໝັັ້ນປາດຖະໜາທີີ່ຈະພັດທະນາກິລາບານເຕະໃນ ສປປ ລາວ, ດ້ວຍການສືບຕໍໍ່ເຊັນສັນຍາສະໜັບ […]
ເປີດງານເທດສະການຮູບເງົາເອີຣົບຄັ້ງທຳອິດທີ່ແຂວງສະຫວັນນະເຂດ

ງານເທດສະການຮູບເງົາເອີຣົບຄັ້ງທຳອິດ ທີ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນແລງວັນທີ 14 ສິງຫາຜ່ານມາ ທີ່ໂຮງຮູບເງົາລາວຈະເລີນ ນະຄອນໄກສອນພົມວິຫານ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານ ພັອ ລຳຄູນ ວໍລະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ມີທ່ານ ປັດ ປັດທະມະຈິດ ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈໍາແຂວງ, ພະແນກການອ້ອມຂ້າງຂ້າງ, ບັນດາແຂກທີ່ຖືກເຊີນ, ຕະຫຼອດເຖິງມວນຊົນພາຍໃນແຂວງເຂົ້າຮ່ວມຊົມຢ່າງຫຼວງຫຼາຍ. ໂອກາດນີ້, ທ່ານ ມາກ ກາລາເຮີ ໄດ້ກ່າວເປີດງານ ພ້ອມທັງມີຄຳເຫັນຕໍ່ພິທີວ່າ: ຂ້າພະເຈົ້າຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບທຸກທ່ານເຂົ້າຮ່ວມເທດສະການຮູບເງົາເອີຣົບຄັ້ງທຳອິດທີ່ແຂວງສະຫວັນນະເຂດ. ຊຶ່ງງານດັ່ງກ່າວນີ້, ເກີດຂຶ້ນໄດ້ຍ້ອນການຮ່ວມມືອັນໃກ້ຊິດກັບກົມຮູບເງົາ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງສະຫວັນນະເຂດ. ເທດສະການຄັ້ງນີ້, ເປັນການສະເຫຼີມສະຫຼອງສິລະປະຂອງຮູບເງົາ-ການເລົ່າເລື່ອງ, ຄວາມຄິດສ້າງສັນ ແລະ ປະສົບການຊີວິດ ທີ່ເຊື່ອມໂຍງພວກເຮົາເຂົ້າຫາກັນ, ເທດສະການນີ້ […]
ແຮງງານຕ່າງປະເທດໃນເກົາຫຼີໃຕ້ ມີຄວາມສ່ຽງເສຍຊີວິດສູງກວ່າຄົນເກົາຫຼີ 3-4 ເທົ່າ

ແຮງງານຕ່າງປະເທດໃນເກົາຫຼີໃຕ້ກຳລັງປະເຊີນກັບຄວາມສ່ຽງເສຍຊີວິດຈາກອຸບັດຕິເຫດໃນການເຮັດວຽກສູງກວ່າຄົນເກົາຫຼີໃຕ້ ໂດຍໃນຊ່ວງເຄິ່ງປີທຳອິດຂອງປີນີ້ ມີແຮງງານເສຍຊີວິດແລ້ວ 75 ຄົນ ຄວາມເຫລື່ອມລ້ຳຂອງຕົວເລກດັ່ງກ່າວຊວນໃຫ້ຕົກໃຈ ແຮງງານຕ່າງປະເທດມີສັດສ່ວນພຽງແຕ່ 3.4% ຂອງແຮງງານທັ້ງຫມົດໃນເກົາຫຼີໃຕ້ ຫຼື ປະມານ 1 ລ້ານຄົນ ຈາກແຮງງານທັ້ງຫມົດ 29 ລ້ານຄົນ ແຕ່ຄິດເປັນສັດສ່ວນການເສຍຊີວິດຈາກອຸບັດຕິເຫດແຮງງານເຖິງ 10-15% ຂອງແຕ່ລະປີ ຊຶ່ງໝາຍຄວາມວ່າແຮງງານຕ່າງປະເທດມີຄວາມສ່ຽງເສຍຊີວິດຈາກການເຮັດວຽກສູງກວ່າຄົນເກົາຫຼີໃຕ້ປະມານ 3-4 ເທົ່າ ຂໍ້ມູນນີ້ມາຈາກ Korea Workers’ Compensation and Welfare Service ຊຶ່ງເກັບສະຖິຕິຄຳຮ້ອງກ່ຽວກັບການບາດເຈັບ ແລະ ການເຈັບປ່ວຍຈາກການເຮັດວຽກ ໂດຍລະຫວ່າງເດືອນມັງກອນເຖິງມິຖຸນາທີ່ຜ່ານມາ ມີແຮງງານຕ່າງປະເທດເຂົ້າຍື່ນຄຳຮ້ອງ 5,173 ກໍລະນີ ເພີ່ມຂຶ້ນ 4.5% ຈາກຊ່ວງດຽວກັນຂອງປີ 2024 (4,950 ກໍລະນີ) ໃນຈຳນວນນີ້ສ່ວນໃຫຍ່ແມ່ນອຸບັດຕິເຫດຈາກການເຮັດວຽກ 4,415 ກໍລະນີ ແລະທີ່ເຫຼືອ 758 ກໍລະນີແມ່ນໂລກຈາກການເຮັດວຽກ ໃນຊ່ວງເວລາດຽວກັນ […]
ຍ່າງເພື່ອສຸຂະພາບ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໃນວັນທີ 16 ສິງຫາ 2025 ນີ້, ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຢູ່ເດີ່ນສະໜາມຫລວງ ໜ້າສະພາແຫ່ງຊາດ ເພື່ອສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໃຫ້ກຽດເຂົ້າຮ່ວມມີ ທ່ານ ລາວ ປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍສື່ມວນຊົນ ຈາກທຸກຂະແໜງການເຂົ້າຮ່ວມ. ການສະເຫລີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ປີນີ້, ໄດ້ຈັດຫຼາຍກິດຈະກຳ ເປັນຕົ້ນ ຍ່າງເພື່ອສຸຂະພາບ, ງານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ພິມຈຳໜ່າຍ, ແຂ່ງຂັນບານເຕະ, ຈັດສໍາມະນາ ແລະ ພິທີໂຮມຊຸມນຸມ. ສະເພາະກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້, ເປັນການສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍ ຍາດມາໄດ້ ໃນໄລຍະ 75 ປີຜ່ານມາ ເຊິ່ງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ […]
NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU

NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU ພ້ອມຈຳໜ່າຍຜ່ານຄູ່ຮ່ວມງານຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro NVIDIA ໄດ້ເປີດເຜີຍໃນງານ SIGGRAPH ວ່າ RTX PRO 6000 Blackwell Server Edition GPU ຈະຖືກນຳມາຈຳໜ່າຍຜ່ານຄູ່ຮ່ວມງານຜູ້ຜະລິດເຊີບເວີສຳລັບອົງການຈັດຕັ້ງຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro ຊຶ່ງເປັນການນຳສະຖາປະນິກ Blackwell ມາໃຊ້ໃນລະບົບ rack-mounted 2U. ລະບົບໃໝ່ນີ້ໃຫ້ປະສິດທິພາບສູງກວ່າລະບົບ CPU-only ເຖິງ 45 ເທົ່າ ພ້ອມປະສິດທິພາບການໃຊ້ພະລັງງານທີ່ດີຂຶ້ນ 18 ເທົ່າ ເຮັດໃຫ້ຕົ້ນທຶນຕ່ຳລົງ. ເຊີບເວີເຫຼົ່ານີ້ອອກແບບມາເພື່ອຮອງຮັບ workload ຫຼາກຫຼາຍປະເພດ ຕັ້ງແຕ່ agentic […]
ອິນໂດເນເຊຍສະເຫຼີມສະຫຼອງ 80 ປີການປະກາດເອກະລາດ

ອິນໂດເນເຊຍໄດ້ຈັດພິທີລັດສະເຫລີມສອງການປະກາດເອກະລາດໃນມື້ນີ້ເມື່ອ 80 ປີກ່ອນ ຂະນະທີ່ປະຊາຊົນບາງສ່ວນໃຊ້ທຸງໂຈນສະຫລັດຈາກການ່ຕູນຍີ່ປຸ່ນເລື່ອງວັນພີສເປັນສັນຍາລັກໃນການສະແດງຄວາມບໍ່ພໍໃຈຕໍ່ລັດຖະບານ ແລະ ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງຈາກແຜ່ນດິນໄຫວທີ່ເກີດຂຶ້ນໃນມື້ນີ້ ພິທີລັດເລີ່ມຕົ້ນດ້ວຍກອງທະຫານກຽດຕິຍົດເຊີນທຸງຊາດ ແລະ ເອກະສານຕົ້ນສະບັບຄຳປະກາດເອກະລາດອິນໂດເນເຊຍຈາກອະນຸສາວະລີແຫ່ງຊາດຫຼືໂມນາສ (Monas) ໃຈກາງຈະຕຸລັດເມີດີກາ ໃນນະຄອນຫຼວງຈາກາກ່າ ໄປຍັງພະລາຊະວັງປະທານາທິບໍດີ ຈາກນັ້ນຂະບວນເຈົ້າໜ້າທີ່ເຊີນທຸງໄດ້ຮັບທຸງຊາດຈາກປະທານາທິບໍດີປຣາໂບໂວ ຊູເບຍນໂຕ ໄປທຳພິທີເຊີນທຸງຂຶ້ນສູ່ຍອດເສົາ ຕາມດ້ວຍການສະແດງການບິນອາກາດຍານຂອງກອງທັບ ແລະ ການສະແດງເຕັ້ນລຳແບບພື້ນເມືອງຢ່າງສວຍງາມ ຂະນະທີ່ຜູ້ຮ່ວມງານພາກັນຮ່ວມເຕັ້ນລຳກັນຢ່າງມ່ວນຊື່ນ ການປະກາດເອກະລາດຂອງອິນໂດເນເຊຍມີຂຶ້ນເມື່ອວັນທີ່ 17 ສິງຫາ 2025 ຢູ່ບ້ານພັກຂອງທ່ານຊູການໂນ ຜູ້ນຳຂະບວນການຊາດນິຍົມອິນໂດເນເຊຍ ໃນນະຄອນຫຼວງຈາກາກ່າ ສອງມື້ຫຼັງຈາກຍີ່ປຸ່ນທີ່ຂະນະນັ້ນຍຶດຄອງອິນໂດເນເຊຍຢູ່ ໄດ້ປະກາດຍອມແພ້ສົງຄາມໂລກຄັ້ງທີ່ 2 ຖືເປັນຈຸດເລີ່ມຕົ້ນຂອງຂະບວນການປະຕິວັດແຫ່ງຊາດອິນໂດເນເຊຍທີ່ໃຊ້ການຕໍ່ສູ້ທັງທາງການທູດ ແລະ ການທະຫານນານກວ່າ 4 ປີກັບເນເທີແລນ ຊຶ່ງເປັນເຈົ້າອານານິຄົມອິນໂດເນເຊຍມາຍາວນານ ຊາວອິນໂດເນເຊຍບາງສ່ວນໃຊ້ເດືອນນີ້ເປັນໂອກາດໃນການສະແດງຄວາມບໍ່ພໍໃຈຕໍ່ລັດຖະບານປຣາໂບໂວທີ່ຊະນະເລືອກຕັ້ງສາບານຕົນຮັບຕຳແໜ່ງເມື່ອເດືອນຕຸລາ ປີກ່ອນ ເນື່ອງຈາກບໍ່ສາມາດແກ້ໄຂບັນຫາເສດຖະກິດ ແລະ ສັງຄົມຕາມທີ່ຮັບປາກໄວ້ໃນການຫາສຽງ ກະແສການຕິດທຸງຂອງກຸ່ມໂຈນສະຫລັດໝວກຟາງ ຊຶ່ງເປັນຕົວລະຄອນເອກໃນການ່ຕູນຍີ່ປຸ່ນຫຼືມັງງະ ແລະ ພາບຍົນການ່ຕູນຍີ່ປຸ່ນຫຼືອານິເມ້ ເລື່ອງວັນພີສ (One Piece) ປະກົດຂຶ້ນໃນຫຼາຍພື້ນທີ່ຕັ້ງແຕ່ຕົ້ນເດືອນ ເນື່ອງຈາກຖືກມອງວ່າເປັນສັນຍາລັກຂອງຄວາມຫວັງ ເສລີພາບ ແລະ ການຕໍ່ຕ້ານລະບອບຜະເດັດການ ຂະນະດຽວກັນ ສຳນັກງານຮັບມືໄພພິບັດແຫ່ງຊາດຫຼືບີເອັນພີບີ […]
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືໃນໄລຍະຜ່ານມາໂດຍເຫັນວ່າຂອບການ ຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ […]
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກໍາລາວ ກ່າວວ່າ: ໂຄງການຈຸດສຸມຜະລິດສິນຄ້າ ສົ້ມພໍດີ ສົ່ງໄປ ສ. ເກົາຫຼີ ຂອງສະມາຄົມທຸລະກິດກະສິກໍາລາວ ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີບົດບາດ ແລະ ໜ້າທີ່ເປັນໃຈກາງປະສານງານ ເຕົ້າໂຮມຫົວໜ່ວຍທຸລະກິດ, ກຸ່ມຜູ້ຜະລິດ, ກຸ່ມຜູ້ສະໜອງປັດໃຈ ເຊື່ອມໂຍງຮ່ວມມືກັບພາກລັດ, ສະຖາບັນການເງິນ, ຕະຫຼາດ […]