ອິນໂດເນເຊຍສະເຫຼີມສະຫຼອງ 80 ປີການປະກາດເອກະລາດ

ອິນໂດເນເຊຍໄດ້ຈັດພິທີລັດສະເຫລີມສອງການປະກາດເອກະລາດໃນມື້ນີ້ເມື່ອ 80 ປີກ່ອນ ຂະນະທີ່ປະຊາຊົນບາງສ່ວນໃຊ້ທຸງໂຈນສະຫລັດຈາກການ່ຕູນຍີ່ປຸ່ນເລື່ອງວັນພີສເປັນສັນຍາລັກໃນການສະແດງຄວາມບໍ່ພໍໃຈຕໍ່ລັດຖະບານ ແລະ ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງຈາກແຜ່ນດິນໄຫວທີ່ເກີດຂຶ້ນໃນມື້ນີ້ ພິທີລັດເລີ່ມຕົ້ນດ້ວຍກອງທະຫານກຽດຕິຍົດເຊີນທຸງຊາດ ແລະ ເອກະສານຕົ້ນສະບັບຄຳປະກາດເອກະລາດອິນໂດເນເຊຍຈາກອະນຸສາວະລີແຫ່ງຊາດຫຼືໂມນາສ (Monas) ໃຈກາງຈະຕຸລັດເມີດີກາ ໃນນະຄອນຫຼວງຈາກາກ່າ ໄປຍັງພະລາຊະວັງປະທານາທິບໍດີ ຈາກນັ້ນຂະບວນເຈົ້າໜ້າທີ່ເຊີນທຸງໄດ້ຮັບທຸງຊາດຈາກປະທານາທິບໍດີປຣາໂບໂວ ຊູເບຍນໂຕ ໄປທຳພິທີເຊີນທຸງຂຶ້ນສູ່ຍອດເສົາ ຕາມດ້ວຍການສະແດງການບິນອາກາດຍານຂອງກອງທັບ ແລະ ການສະແດງເຕັ້ນລຳແບບພື້ນເມືອງຢ່າງສວຍງາມ ຂະນະທີ່ຜູ້ຮ່ວມງານພາກັນຮ່ວມເຕັ້ນລຳກັນຢ່າງມ່ວນຊື່ນ ການປະກາດເອກະລາດຂອງອິນໂດເນເຊຍມີຂຶ້ນເມື່ອວັນທີ່ 17 ສິງຫາ 2025 ຢູ່ບ້ານພັກຂອງທ່ານຊູການໂນ ຜູ້ນຳຂະບວນການຊາດນິຍົມອິນໂດເນເຊຍ ໃນນະຄອນຫຼວງຈາກາກ່າ ສອງມື້ຫຼັງຈາກຍີ່ປຸ່ນທີ່ຂະນະນັ້ນຍຶດຄອງອິນໂດເນເຊຍຢູ່ ໄດ້ປະກາດຍອມແພ້ສົງຄາມໂລກຄັ້ງທີ່ 2 ຖືເປັນຈຸດເລີ່ມຕົ້ນຂອງຂະບວນການປະຕິວັດແຫ່ງຊາດອິນໂດເນເຊຍທີ່ໃຊ້ການຕໍ່ສູ້ທັງທາງການທູດ ແລະ ການທະຫານນານກວ່າ 4 ປີກັບເນເທີແລນ ຊຶ່ງເປັນເຈົ້າອານານິຄົມອິນໂດເນເຊຍມາຍາວນານ ຊາວອິນໂດເນເຊຍບາງສ່ວນໃຊ້ເດືອນນີ້ເປັນໂອກາດໃນການສະແດງຄວາມບໍ່ພໍໃຈຕໍ່ລັດຖະບານປຣາໂບໂວທີ່ຊະນະເລືອກຕັ້ງສາບານຕົນຮັບຕຳແໜ່ງເມື່ອເດືອນຕຸລາ ປີກ່ອນ ເນື່ອງຈາກບໍ່ສາມາດແກ້ໄຂບັນຫາເສດຖະກິດ ແລະ ສັງຄົມຕາມທີ່ຮັບປາກໄວ້ໃນການຫາສຽງ ກະແສການຕິດທຸງຂອງກຸ່ມໂຈນສະຫລັດໝວກຟາງ ຊຶ່ງເປັນຕົວລະຄອນເອກໃນການ່ຕູນຍີ່ປຸ່ນຫຼືມັງງະ ແລະ ພາບຍົນການ່ຕູນຍີ່ປຸ່ນຫຼືອານິເມ້ ເລື່ອງວັນພີສ (One Piece) ປະກົດຂຶ້ນໃນຫຼາຍພື້ນທີ່ຕັ້ງແຕ່ຕົ້ນເດືອນ ເນື່ອງຈາກຖືກມອງວ່າເປັນສັນຍາລັກຂອງຄວາມຫວັງ ເສລີພາບ ແລະ ການຕໍ່ຕ້ານລະບອບຜະເດັດການ ຂະນະດຽວກັນ ສຳນັກງານຮັບມືໄພພິບັດແຫ່ງຊາດຫຼືບີເອັນພີບີ […]

ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10

ໃນວັນທີ 15 ສິງຫາ ນີ້ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ ພາຍໃຕ້ຄຳຂວັນ: ​ທົດສະວັດສີທອງ: ສືບຕໍ່ຍຶດໝັ້ນກໍ່ສ້າງປະຊາຄົມທີ່ດີກວ່າດ້ວຍຄວາມສາມັກຄີ(Golden Decade: Staying Committed to Building a Better Community through Solidarity) ໂດຍການເປັນປະທານຮ່ວມຂອງ ທ່ານ ຫວັງ ອີ້, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະ ມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.     ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືໃນໄລຍະຜ່ານມາໂດຍເຫັນວ່າຂອບການ ຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ […]

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.     ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກໍາລາວ ກ່າວວ່າ: ໂຄງການຈຸດສຸມຜະລິດສິນຄ້າ ສົ້ມພໍດີ ສົ່ງໄປ ສ. ເກົາຫຼີ ຂອງສະມາຄົມທຸລະກິດກະສິກໍາລາວ ທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີບົດບາດ ແລະ ໜ້າທີ່ເປັນໃຈກາງປະສານງານ ເຕົ້າໂຮມຫົວໜ່ວຍທຸລະກິດ, ກຸ່ມຜູ້ຜະລິດ, ກຸ່ມຜູ້ສະໜອງປັດໃຈ ເຊື່ອມໂຍງຮ່ວມມືກັບພາກລັດ, ສະຖາບັນການເງິນ, ຕະຫຼາດ […]

ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.

ປີ 2025 ແມ່ນປີຄົບຮອບ 20 ປີ ຂອງແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຊຶ່ງເປັນແນວຄິດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນ ສະເໜີອອກໃນວັນທີ 15 ສິງຫາ 2005 ໃນເວລາທີ່ທ່ານລົງໄປສຳຫຼວດວຽກງານຢູ່ບ້ານຢູ, ເມືອງອານຈີ, ແຂວງເຈີ້ຈ່ຽງ ເວລານັ້ນທ່ານເປັນເລຂາຄະນະພັກແຂວງດັ່ງກ່າວ ໂດຍໄດ້ກ່າວເນັ້ນໜັກວ່າ: ການອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ການພັດທະນາເສດຖະກິດເອກະພາບແບບສັດຈະວິພາກ ໄດ້ກາຍເປັນທິດຊີ້ນຳສຳຄັນ ໃຫ້ແກ່ການຮ່ວມມືສີຂຽວລະຫວ່າງ ລາວ-ຈີນ.   ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລາວ ໃນເວລານັ້ນ ເຄີຍກ່າວວ່າ: “ ທ່ານ ສີຈິ້ນຜິງ ໄດ້ສະເໜີວິທີແບບລຽບງ່າຍໃນການແກ້ໄຂດ້ານການພັດທະນາ. ລາວ ຄວນຖືເອົາແນວຄິດດັ່ງກ່າວ ມາປັບໃຊ້ເຂົ້າໃນການພັດທະນາຂອງຕົນ ”. ພາຍໃຕ້ການຊີ້ນຳຂອງແນວຄິດດັ່ງກ່າວ, ລາວ ແລະ ຈີນ ໄດ້ດຳເນີນການຮ່ວມມືກັນແບບສີຂຽວໃນຫຼາຍຂົງເຂດຢ່າງຕັ້ງໜ້າ ຊຶ່ງໄດ້ຊຸກຍູ້ຄວາມພະຍາຍາມຮ່ວມກັນຂອງສອງປະເທດໃນດ້ານການອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ການພັດທະນາແບບຍືນຍົງ.     ໃນຖານະເປັນໂຄງການສັນຍະລັກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເສັ້ນທາງລົດໄຟ […]

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ 100,000,000 ກີບ, ບໍລີສັດ skv ກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ 100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບ ລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.     ໂອກາດນີ້, ທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດທີ່ມີນໍ້າໃຈສະໜັບສະໝູນທາງດ້ານການເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ […]

ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ

ວັນທີ 12 ສິງຫາ 2025 ທີ່ຫ້ອງປະຊຸມໂຮງແຮມ ດອກຈຳປາ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມແນະນຳ ໂຄງການສ້າງຄວາມເຂັ້ມແຂງໃນການຮັບມືກັບໄພພິບັດ ຈຸດປະສົງໂຄງການເພື່ອສ້າງຄວາມທົນທານໃຫ້ແກ່ຊຸມຊົນ ແລະ ເສີມຄວາມພ້ອມໃຫ້ກັບອົງການກາແດງແຫ່ງຊາດລາວ ໃນການຮັບມືກັບໄພພິບັດ ໃນ 3 ແຂວງ 11 ບ້ານ ເປົ້າໝາຍ ຂອງແຂວງ ຫຼວງນ້ຳທາ ບໍ່ແກ້ວ ແລະ ຜົ້ງສາລີ ໃນນັ້ນປະກອບດ້ວຍບັນດາກິດຈະກຳຄື ການຈັດກອງປະຊຸມແນະນຳການຈັດຕັ້ງປະຕິບັດໂຄງການພັດທະນາ ປັບປຸງ ແລະ ແຈກຢາຍຄູ່ມືສໍາລັບວຽກງານ ການຫຼຸດຜ່ອນຄວາມສຽ່ງໄພພິບັດໃນຊຸມຊົນ (CBDRR) ແລະ ສຸຂະພາບຊຸມຊົນ ການດຳເນີນງານແຜບປະຕິຕິບັດການລ່ວງໜ້າ (Early Action Protocol) ອົບຮົມການປະເມີນຄວາມອ່ອນແອ ຄວາມສາມາດຢູ່ໃນຊຸມຊົນ (VCA) ໃຫ້ອາສາສະໝັກບ້ານ ອົບຮົມການກຽມພ້ອມໄພພິບັດໃນຊຸມຊົນ ອົບຮົມວິທີການຕອບໂຕ້ໄພພິບັດ ແລະ ການເຝິກຊ້ອມຈໍາລອງເຫດການ ເຊິ່ງບັນດາກິດຈະກຳເຫຼົ່ານີ້ ຈະຊ່ວຍໃຫ້ຊຸມຊົນທີ່ມີຄວາມສ່ຽງ ໄດ້ຫຼຸດຜ່ອນຜົນກະທົບຂອງໄພພິບັດໃນຊຸມຊົນທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ແລະ ເສີມຂະຫຍາຍຂີດຄວາມສາມາດໃຫ້ແກ່ພະນັກງານອົງການກາແດງໃນການກຽມຄວາມພ້ອມຕອບໂຕ້ໄພພິບັດ ລວມມູນຄ່າທັງໝົດຂອງກິດຈະກຳ 2.600 ກວ່າລ້ານກີບ ໄລຍະປະຕິບັດໂຄງການ 2 […]

ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ໂຄງການຊ່ວຍເຫຼືອໃນຂົງເຂດສາທາລະນະສຸກຢູ່ ສປປ ລາວ ຂອງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ຊ່ວຍປັບປຸງສຸຂະພາບຂອງປະຊາຊົນລາວດີຂຶ້ນເປັນກ້າວໆມາ. ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 14 ສິງຫານີ້, ສະຖານທູດ ສ ເກົາຫຼີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມງານ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.   […]

ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ

ໂຄງການປັບປຸງ-ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຢູ່ເຂດເມືອງໄຊ, ເມືອງແບງ ແລະ ເມືອງຮຸນ ແຂວອຸດົມໄຊ ພາຍຫຼັງໄດ້ລົງນາມເຊັນສັນຍາ ແລະ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນ ກໍລະກົດ 2024 ຈົນເຖິງປັດຈຸບັນ ຊຶ່ງມີສອງສັນຍາ. ໃນນີ້, ສັນຍາທີ 2 ແຕ່ກິໂລແມັດ 68 ເມືອງແບງ ຫາ ກິໂລແມັດ 121 ເມືອງຮຸນ ໂດຍແມ່ນບໍລິສັດ ກວາງຕຸງວິສະວະກຳກໍ່ສ້າງໄຟຟ້ານໍ້າຕົກເລກ 2 ຈຳກັດ ແຫ່ງ ສປ ຈີນ ຮັບ ເໝົາກໍ່ສ້າງ ໃນມູນຄ່າ 22,675,496.42 ໂດລາສະຫະລັດ ຄາດວ່າທ້າຍປີ 2025 ຈະໃຫ້ສຳເລັດ 2 ຫຼັກໝາຍ ເທົ່າກັບ 7 ກິໂລແມັດ. ໃນສັນຍານີ້, ຈະໃຫ້ສໍາເລັດການກໍ່ສ້າງທັງໝົດພາຍໃນ 3 ປີ ແລະ ບູລະນະຮັກສາ 7 ປີ ຕາມສັນຍາ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ (WB). […]

ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030

ໃນລະຫວ່າງວັນທີ່ 6-13 ສິງຫາທີ່ຜ່ານມາ ຈີນປະສົບຄວາມສຳເລັດໃນການທົດສອບຄັ້ງສຳຄັນຂອງຍານຫລານເຢ່ (Lanyue)   ຍານລົງຈອດເທິງດວງຈັນພ້ອມມະນຸດຄວບຄຸມລຳໃໝ່ ຊຶ່ງຖືເປັນກ້າວສຳຄັນຢ່າງຍິ່ງໃນໂຄງການສຳຫຼວດອະວະກາດຂອງປະເທດຈີນ.   ການທົດສອບນີ້ມີເປົ້າຫມາຍເພື່ອຢືນຢັນຄວາມພ້ອມຂອງຍານ ສຳຫຼັບພາລະກິດສົ່ງນັກບິນອະວະກາດຈີນໄປຍຽບພື້ນຜິວດວງຈັນໃຫ້ສຳເລັດພາຍໃນປີ2030.   ມາທຳຄວາມຮູ້ຈັກຍານ “Lanyue”   ຍານຫລານເຢ່ (Lanyue) ຊຶ່ງມີຄວາມໝາຍວ່າ “ໂອບກອດດວງຈັນ” ເປັນຍານລົງຈອດ ແລະ ຂຶ້ນຈາກພື້ນຜິວດວງຈັນພ້ອມມະນຸດຄວບຄຸມລຳທຳອິດຂອງຈີນ   ໄດ້ຮັບການອອກແບບໃຫ້ມີ 4 ຂາ ສາມາດບັນທຸກນັກບິນອະວະກາດໄດ້ 2 ຄົນ ພ້ອມດ້ວຍອຸປະກອນທາງວິທະຍາສາດ ລະບົບຊ່ວຍຊີວິດ ແລະ ສະບຽງທີ່ຈຳເປັນສຳຫຼັບການປະຕິບັດພາລະກິດເທິງດວງຈັນເປັນເວລາຫຼາຍມື້.   ການທົດສອບຍານ “Lanyue”   ການທົດສອບດັ່ງກ່າວຈັດຂຶ້ນ ຢູ່ ສະຖານທີ່ທົດສອບພາກພື້ນດິນໃນຫວຍໄຫລ ມົນທົນເຫີເປີຍ ທາງຕອນເຫນືອຂອງຈີນ ພາຍໃຕ້ການທົດສອບໂດຍຫົວໜ່ວຍງານລັດວິສາຫະກິດ ໄຊນ່າ ແອໂຣສເປັດ ໄຊແອັນສ໌ ແລະ ເທັກໂນໂລຢີ ຈຳກັດ (CASC)   ໄດ້ຈຳລອງສະພາບແວດລ້ອມເທິງດວງຈັນຢ່າງສົມຈິງ ທັງການສ້າງພື້ນຜິວທີ່ເປັນຫີນ ຫຼຸມອຸກກາບາດ ແລະ […]

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.

ໃນຕອນເຊົ້າ ຂອງ ວັນທີ 10 ສິງຫາ 2025, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫຼວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາຊຸດ ເປແຊັສກຽນ H.E.Mr. Masoud Pezeshkian, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ, ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ, ປະເທດ ອິນເດຍ.   ໃນໂອກາດດັ່ງກ່າວ, ພະນະທ່ານ ມາຊຸດ ເປແຊັສກຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ […]