ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ

ວັນທີ 12 ສິງຫາ 2025 ທີ່ຫ້ອງປະຊຸມໂຮງແຮມ ດອກຈຳປາ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມແນະນຳ ໂຄງການສ້າງຄວາມເຂັ້ມແຂງໃນການຮັບມືກັບໄພພິບັດ ຈຸດປະສົງໂຄງການເພື່ອສ້າງຄວາມທົນທານໃຫ້ແກ່ຊຸມຊົນ ແລະ ເສີມຄວາມພ້ອມໃຫ້ກັບອົງການກາແດງແຫ່ງຊາດລາວ ໃນການຮັບມືກັບໄພພິບັດ ໃນ 3 ແຂວງ 11 ບ້ານ ເປົ້າໝາຍ ຂອງແຂວງ ຫຼວງນ້ຳທາ ບໍ່ແກ້ວ ແລະ ຜົ້ງສາລີ ໃນນັ້ນປະກອບດ້ວຍບັນດາກິດຈະກຳຄື ການຈັດກອງປະຊຸມແນະນຳການຈັດຕັ້ງປະຕິບັດໂຄງການພັດທະນາ ປັບປຸງ ແລະ ແຈກຢາຍຄູ່ມືສໍາລັບວຽກງານ ການຫຼຸດຜ່ອນຄວາມສຽ່ງໄພພິບັດໃນຊຸມຊົນ (CBDRR) ແລະ ສຸຂະພາບຊຸມຊົນ ການດຳເນີນງານແຜບປະຕິຕິບັດການລ່ວງໜ້າ (Early Action Protocol) ອົບຮົມການປະເມີນຄວາມອ່ອນແອ ຄວາມສາມາດຢູ່ໃນຊຸມຊົນ (VCA) ໃຫ້ອາສາສະໝັກບ້ານ ອົບຮົມການກຽມພ້ອມໄພພິບັດໃນຊຸມຊົນ ອົບຮົມວິທີການຕອບໂຕ້ໄພພິບັດ ແລະ ການເຝິກຊ້ອມຈໍາລອງເຫດການ ເຊິ່ງບັນດາກິດຈະກຳເຫຼົ່ານີ້ ຈະຊ່ວຍໃຫ້ຊຸມຊົນທີ່ມີຄວາມສ່ຽງ ໄດ້ຫຼຸດຜ່ອນຜົນກະທົບຂອງໄພພິບັດໃນຊຸມຊົນທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ແລະ ເສີມຂະຫຍາຍຂີດຄວາມສາມາດໃຫ້ແກ່ພະນັກງານອົງການກາແດງໃນການກຽມຄວາມພ້ອມຕອບໂຕ້ໄພພິບັດ ລວມມູນຄ່າທັງໝົດຂອງກິດຈະກຳ 2.600 ກວ່າລ້ານກີບ ໄລຍະປະຕິບັດໂຄງການ 2 […]

ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ

ໂຄງການຊ່ວຍເຫຼືອໃນຂົງເຂດສາທາລະນະສຸກຢູ່ ສປປ ລາວ ຂອງສາທາລະນະລັດເກົາຫຼີ (ສ ເກົາຫຼີ) ໄດ້ຊ່ວຍປັບປຸງສຸຂະພາບຂອງປະຊາຊົນລາວດີຂຶ້ນເປັນກ້າວໆມາ. ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດເກົາຫຼີ ຄົບຮອບ 30 ປີ, ໃນວັນທີ 14 ສິງຫານີ້, ສະຖານທູດ ສ ເກົາຫຼີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມງານ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.   […]

ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ

ໂຄງການປັບປຸງ-ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຢູ່ເຂດເມືອງໄຊ, ເມືອງແບງ ແລະ ເມືອງຮຸນ ແຂວອຸດົມໄຊ ພາຍຫຼັງໄດ້ລົງນາມເຊັນສັນຍາ ແລະ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນ ກໍລະກົດ 2024 ຈົນເຖິງປັດຈຸບັນ ຊຶ່ງມີສອງສັນຍາ. ໃນນີ້, ສັນຍາທີ 2 ແຕ່ກິໂລແມັດ 68 ເມືອງແບງ ຫາ ກິໂລແມັດ 121 ເມືອງຮຸນ ໂດຍແມ່ນບໍລິສັດ ກວາງຕຸງວິສະວະກຳກໍ່ສ້າງໄຟຟ້ານໍ້າຕົກເລກ 2 ຈຳກັດ ແຫ່ງ ສປ ຈີນ ຮັບ ເໝົາກໍ່ສ້າງ ໃນມູນຄ່າ 22,675,496.42 ໂດລາສະຫະລັດ ຄາດວ່າທ້າຍປີ 2025 ຈະໃຫ້ສຳເລັດ 2 ຫຼັກໝາຍ ເທົ່າກັບ 7 ກິໂລແມັດ. ໃນສັນຍານີ້, ຈະໃຫ້ສໍາເລັດການກໍ່ສ້າງທັງໝົດພາຍໃນ 3 ປີ ແລະ ບູລະນະຮັກສາ 7 ປີ ຕາມສັນຍາ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ (WB). […]

ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030

ໃນລະຫວ່າງວັນທີ່ 6-13 ສິງຫາທີ່ຜ່ານມາ ຈີນປະສົບຄວາມສຳເລັດໃນການທົດສອບຄັ້ງສຳຄັນຂອງຍານຫລານເຢ່ (Lanyue)   ຍານລົງຈອດເທິງດວງຈັນພ້ອມມະນຸດຄວບຄຸມລຳໃໝ່ ຊຶ່ງຖືເປັນກ້າວສຳຄັນຢ່າງຍິ່ງໃນໂຄງການສຳຫຼວດອະວະກາດຂອງປະເທດຈີນ.   ການທົດສອບນີ້ມີເປົ້າຫມາຍເພື່ອຢືນຢັນຄວາມພ້ອມຂອງຍານ ສຳຫຼັບພາລະກິດສົ່ງນັກບິນອະວະກາດຈີນໄປຍຽບພື້ນຜິວດວງຈັນໃຫ້ສຳເລັດພາຍໃນປີ2030.   ມາທຳຄວາມຮູ້ຈັກຍານ “Lanyue”   ຍານຫລານເຢ່ (Lanyue) ຊຶ່ງມີຄວາມໝາຍວ່າ “ໂອບກອດດວງຈັນ” ເປັນຍານລົງຈອດ ແລະ ຂຶ້ນຈາກພື້ນຜິວດວງຈັນພ້ອມມະນຸດຄວບຄຸມລຳທຳອິດຂອງຈີນ   ໄດ້ຮັບການອອກແບບໃຫ້ມີ 4 ຂາ ສາມາດບັນທຸກນັກບິນອະວະກາດໄດ້ 2 ຄົນ ພ້ອມດ້ວຍອຸປະກອນທາງວິທະຍາສາດ ລະບົບຊ່ວຍຊີວິດ ແລະ ສະບຽງທີ່ຈຳເປັນສຳຫຼັບການປະຕິບັດພາລະກິດເທິງດວງຈັນເປັນເວລາຫຼາຍມື້.   ການທົດສອບຍານ “Lanyue”   ການທົດສອບດັ່ງກ່າວຈັດຂຶ້ນ ຢູ່ ສະຖານທີ່ທົດສອບພາກພື້ນດິນໃນຫວຍໄຫລ ມົນທົນເຫີເປີຍ ທາງຕອນເຫນືອຂອງຈີນ ພາຍໃຕ້ການທົດສອບໂດຍຫົວໜ່ວຍງານລັດວິສາຫະກິດ ໄຊນ່າ ແອໂຣສເປັດ ໄຊແອັນສ໌ ແລະ ເທັກໂນໂລຢີ ຈຳກັດ (CASC)   ໄດ້ຈຳລອງສະພາບແວດລ້ອມເທິງດວງຈັນຢ່າງສົມຈິງ ທັງການສ້າງພື້ນຜິວທີ່ເປັນຫີນ ຫຼຸມອຸກກາບາດ ແລະ […]

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.

ໃນຕອນເຊົ້າ ຂອງ ວັນທີ 10 ສິງຫາ 2025, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ທີ່ ນະຄອນຫຼວງ ເຕຮາຣານ, ທ່ານ ບຸນມີ ວັນມະນີ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາຊຸດ ເປແຊັສກຽນ H.E.Mr. Masoud Pezeshkian, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ອີຣານ, ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ, ປະເທດ ອິນເດຍ.   ໃນໂອກາດດັ່ງກ່າວ, ພະນະທ່ານ ມາຊຸດ ເປແຊັສກຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ […]

ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025

ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງ ບັນດາພໍ່-ແມ່ປະຊາຊົນ, ພະນັກງານທະຫານ, ຕຳຫຼວດ, ຜູ້ປະກອບການທຸກທ່ານ ຮັບຮູ້ວ່າ:   ວັນທີ 15 /08/2025 ກົງກັບວັນສຸກ ເລີ່ມແຕ່ເວລາ 09:00-16:00 ໂມງ, ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ທໍ່ຂະໜາດ DIP DN700 mm;   ສະຖານທີ່ສ້ອມແປງບ້ານນາມົນເມືອງໄຊທານີ, ນະຄອນຫຼວງວຽງຈັນ   ໃນລະຫວ່າງການສ້ອມແປງຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ-ບໍ່ມີນ້ຳ ໃນຂອບເຂດພື້ນທີ່ບ້ານ: – ດົງບັງ; – ນາສາລາ; – ນາລ້ອມ; – ໂຄກສີວິໄລ; – ໂຄກສະອາດ; – ໄຜ່ລ້ອມ; – ໄຊສົມບູນ; – ຫົວຊຽງ; – ໂຊກນ້ອຍ-ໂຊກໃຫຍ່; – ສະພັງຄະນົງ; – ເຂດ ອຸດສະຫະກຳໂນນທອງ; – ອຸດສາຫະກຳໄຊເສດຖາ […]

ຈີນ-ບຣາຊີລ ປຶກສາຫາລືເລື່ອງສ້າງແບບຢ່າງຂອງການພຶ່ງຕົນເອງ

ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ກ່າວກັບປະທານາທິບໍດີ ລູອິສ ອິນາຊິໂອ ລູລາ ດາ ຊິລວາ ຂອງບຣາຊີລ ໃນວັນທີ 12 ສິງຫາ 2025 ວ່າທັງສອງປະເທດສາມາດເປັນແບບຢ່າງຂອງ “ການພຶ່ງຕົນເອງ” ໃຫ້ແກ່ກຸ່ມປະເທດກໍາລັງພັດທະນາ ຫຼື Global South ໃນຄວາມທ້າທາຍດ້ານການຄ້າ ແລະ ພູມິລັດຖະສາດທີ່ເພີ່ມສູງຂຶ້ນ   ທັງຈີນ ແລະ ບຣາຊີລ ຕ່າງກໍພະຍາຍາມນຳສະເໜີຕົນເອງໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ ໃນຖານະຜູ້ປົກປ້ອງລະບົບການຄ້າແບບພະຫຸພາຄີຢ່າງແຂງຂັນ   ຊຶ່ງຕົງກັນຂ້າມຢ່າງສິ້ນເຊິງກັບທ່າທີຂອງປະທານາທິບໍດີໂດນັລດ໌ ທຣຳ ແຫ່ງສະຫະລັດ ທີ່ເດີນໜ້າກົດດັນດ້ວຍມາດຕະການເກັບພາສີອາກອນ.   ການໂທລະສັບປຶກສາຫາລືຂອງ ທ່ານ ສີ ຈິ້ນຜິງ ກັບ ທ່ານ ລູລາ ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກທຣຳປະກາດເລື່ອນເກັບພາສີອາກອນຕໍ່ຈີນອອກໄປອີກ 90 ວັນ ແລະ ຫລັງຈາກທີ່ ທ່ານ ລູລາ ຫາກໍສົ່ງສັນຍານເມື່ອອາທິດກ່ອນວ່າ ລາວມີແຜນຈະປຶກສາຫາລືກັບຜູ້ນຳອິນເດຍ ແລະ ຈີນ ເພື່ອພິຈາລະນາການຕອບໂຕ້ສະຫະລັດຢ່າງສອດປະສານກັນ. […]

ຫລາຍພາກສ່ວນຊຸກຍູ້ກອງປະຊຸມໃຫຍ່ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ແຂວງຊຽງຂວາງ

ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ຫລາຍພາກສ່ວນ ປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ສະໄໝທີ IX ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ແຂວງຊຽງຂວາງ 285 ລ້ານກີບ ໃນວັນທີ 13 ສິງຫາ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ, ເຊິ່ງປະກອບມີ: ບໍລິສັດແຈງຫົງ ກໍ່ສ້າງເຄຫາ ແລະ ຂົວທາງຈຳກັດ 100 ລ້ານກີບ, ບໍລິສັດສິຮິໄຊກໍ່ສ້າງ ຈຳກັດ 50 ລ້ານກີບ, ບໍລິສັດພັດທະນາກໍ່ສ້າງສີບຸນເຮືອງ ຈຳກັດ 50 ລ້ານກີບ, ບໍລິສັດບ້ານນາກໍ່ສ້າງ ຈຳກັດ 30 ລ້ານກີບ, ບໍລິສັດດວງຕາວັນພັດທະນາກໍ່ສ້າງ ຈຳກັດ 30 ລ້ານກີບ ແລະ ບໍລິສັດອິນຊີທອງມໍເຕີຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ 25 ລ້ານກີບ ຕາງໜ້າຮັບໂດຍທ່ານ ບຸນຈັນສີ ວົງພັນ ເຈົ້າແຂວງໆຊຽງຂວາງ.     ໂອກາດນີ້, […]

ໂຮມຊຸມນຸມ ສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ໄດ້ຈັດຂຶ້ນວັນທີ 13 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນຳຂັ້ນສູງຂອງພັກ, ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ຄອບຄົວການນຳ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ໃນໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ຫວນຄືນການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ຕະຫລອດໄລຍະ 75 ປີຜ່ານມາ, ຜົນສຳເລັດທີ່ສາມາດຍາດໄດ້ໃນແຕ່ລະໄລຍະ ຂອງແນວລາວອິດສະຫລະ(ໄລຍະ1950-1956), ແນວລາວຮັກຊາດ (1956-1979) ແລະ ແນວລາວສ້າງຊາດ 1979 ມາເຖິງປັດຈຸບັນ ເຊິ່ງເປັນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ພາຍໃຕ້ແນວທາງປ່ຽນແປງໃໝ່ ຮອບດ້ານຂອງພັກ, ແນວລາວສ້າງຊາດ ໄດ້ປັບປຸງປ່ຽນແປງພາລະບົດບາດ ແລະ […]

ແຈ້ງການມອດໄຟ ວັນທີ 14, 15, 16, 17, 20 ແລະ 24 ສິງຫາ 2025

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 14, 15, 16, 17, 20 ແລະ 24 ສິງຫາ 2025 ບາງເຂດເມືອງໄຊທານີ ເມືອງຫາດຊາຍຟອງ ແລະ ເມືອງນາຊາຍທອງ ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2