ພະສົງສຳມະເນນກຳປູເຈຍ 2,569 ອົງ ເດີນຂະບວນຮຽກຮ້ອງໃຫ້ຢຸດຍິງຖາວອນ

ຜູ້ນຳສາສະໜາພຸດ ແລະ ພະສົງໃນກໍາປູເຈຍ 2,569 ອົງ ຮ່ວມເດີນຂະບວນຢູ່ນະຄອນພະນົມເປັນ ເພື່ອຮຽກຮ້ອງສັນຕິພາບ-ໃຫ້ຢຸດຍິງຖາວອນ ແລະ ຂໍໃຫ້ໄທປ່ອຍຕົວທະຫານກໍາປູເຈຍທີ່ຖືກຄວບຄຸມຕົວທັງ 18 ນາຍ ວັນທີ 10 ສິງຫາ 2025 ພະສົງ 2,569 ອົງ ເຊິ່ງນຳໂດຍຜູ້ນຳທາງສາສະໜາຫຼາຍອົງ ລວມທັງພະສັງຄະລາດຝ່າຍຄະນະສົງທັມມະຍຸດ ແລະ ພະສັງຄະລາດຝ່າຍຄະນະສົງມະຫານິກາຍ ລວມຕົວເດີນຂະບວນຈາກວັດພະນົມຢູ່ນະຄອນພະນົມເປັນ ໄປຫາວິມານເອກະລາດ ຢູ່ກາງນະຄອນຫຼວງຂອງກໍາປູເຈຍ ເປັນລະຍະທາງ 3 ກິໂລແມັດ ໂດຍລະຫວ່າງການເດີນຂະບວນ ມີປະຊາຊົນກໍາປູເຈຍຢືນຕ້ອນຮັບຕາມເສັ້ນທາງ ໃນບາງໄລຍະ ຄະນະສົງກຸ່ມນີ້ ໄດ້ອອກຖະແຫຼງການສະໜັບສະໜຸນລັດຖະບານກໍາປູເຈຍຢ່າງເຕັມທີ່ ແລະ ຮຽກຮ້ອງໃຫ້ປະເທດໄທເຄົາລົບຂໍ້ຕົກລົງຢຸດຍິງຖາວອນລະຫວ່າງສອງປະເທດ ພ້ອມທັງຂໍໃຫ້ປ່ອຍຕົວທະຫານກໍາປູເຈຍທີ່ຖືກຄວບຄຸມຕົວ 18 ນາຍ ແລະ ໄດ້ເນັ້ນເຖິງຈຸດຢືນຂອງກໍາປູເຈຍໃນການສະໜັບສະໜຸນສັນຕິພາບ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ເຊິ່ງເປັນຮາກຖານຂອງການພັດທະນາ ຄະນະສົງຍັງໄດ້ເຄື່ອນຂະບວນໄປຫາສະຖານເອກອັກຄະລາຊະທູດສະຫະລັດອາເມລິກາ ພ້ອມທັງອ່ານຖະແຫຼງການເປັນພາສາອັງກິດ ເພື່ອສະແດງຄວາມຂອບໃຈໂດນັລ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ໃນການລິເລີ່ມຂໍ້ຕົກລົງຢຸດຍິງ […]
ອົງການກາແດງແຫ່ງຊາດລາວ ມອບເຄື່ອງກອງນ້ຳໃຫ້ກອງພັນ 418 ເມືອງ ວຽງພູຄາ

ໃນວັນທີ 12 ສິງຫາ 2025 ຢູ່ຫ້ອງປະຊຸມກອງພັນ 418 ເມືອງວຽງພູຄາ ແຂວງຫຼວງນ້ຳທາ ອົງການກາແດງແຫ່ງຊາດລາວໄດ້ນຳເອົາອຸປະກອນ ເຄື່ອງກອງນ້ຳສະອາດ ຈຳນວນ 123 ເຄື່ອງ ລວມມູນຄ່າ 80 ລ້ານກີບ ມາມອບໃຫ້ກອງພັນ 418 ເມືອງ ວຽງພູຄາ ເພື່ອນໍາໃຊ້ເຂົ້າໃນວຽກງານພາຍໃນກອງພັນ ແລະ ກອງຮ້ອຍໂດຍສະເພາະແມ່ນເພີ່ມຄວາມສະດວກໃນການເຂົ້າເຖິງນ້ຳສະອາດ ເພື່ອ ດື່ມ ກິນ ແລະ ໃຊ້ ໃນຍາມສຸກເສີນໃຫ້ແກ່ອ້າຍນ້ອງໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ. ໃຫ້ກຽດມອບ ໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ຕາງໜ້າຮັບໂດຍ ທ່ານ ພັທ ຫຼອງ ທອງສະໄໝ ຮອງຫົວໜ້າກອງບັນຊາການທະຫານແຂວງຫຼວງນ້ຳທາ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຈາກການນຳເມືອງ ພ້ອມດ້ວຍຄະນະລົງເຮັດວຽກອົງການກາແດງແຫ່ງຊາດລາວ ອົງການກາແດງແຂວງ ນາຍ ແລະ ພົນທະຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພ້ອມດຽວກັນນີ້ […]
ສື່ມວນຊົນຮ່ວມເກັບກຳຂ່າວ ສົ່ງເສີມວຽກງານສຸຂະພາບຈະເລີນພັນ ຢູ່ຫຼວງພະບາງ

ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນຈາກຈາກສູນກາງ ແລະ ແຂວງຫລວງພະບາງ ເຄື່ອນໄຫວເກັບກໍາຂ່າວ-ບົດ ກ່ຽວກັບວຽກງານສຸຂະພາບຈະເລີນພັນຢູ່ຂັ້ນແຂວງ ແລະ ເມືອງ ໃນລະຫວ່າງວັນທີ 11-16 ສິງຫາ 2025 ທີ່ແຂວງຫລວງພະບາງ ເພື່ອມາຂຽນເປັນຂ່າວ-ບົດ ແລະ ເຜີຍແຜ່ອອກສູ່ສັງຄົມ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA). ການລົງເກັບກໍາຂ່າວ-ບົດ ໃນຄັ້ງນີ້, ກໍເພື່ອເຮັດໃຫ້ວຽກງານສຸຂະພາບຈະເລີນພັນ ມີການປະເມີນຜົນໄດ້ເຖິງດ້ານປະສິດທິພາບ ແລະ ຄວາມປົກກະຕິ, ພ້ອມທັງໃຫ້ຊ່ອງທາງໃນການເຂົ້າຫາແຫລ່ງຂໍ້ມູນ ແລະ ໃຫ້ມີທາງເລືອກທີ່ປອດໄພ, ມີປະສິດທິພາບ, ລາຄາບໍ່ແພງ ແລະ ວິທີການຄຸມກຳເນີດທີ່ສາມາດຍອມຮັບໄດ້ ພ້ອມທັງມີຊ່ອງທາງເຂົ້າເຖິງການກວດຫາ ແລະ ການປິ່ນປົວພະຍາດທີ່ກ່ຽວພັນກັບ ສຸຂະພາບຈະເລີນພັນ. ນອກຈາກນັ້ນ, ຍັງເປັນການສົ່ງເສີມໃຫ້ປ້ອງກັນຕົນເອງຈາກພະຍາດຕິດຕໍ່ທາງເພດສຳພັນ ແລະ ການເຂົ້າເຖິງຂໍ້ມູນທີ່ຊ່ວຍໃຫ້ມີການຕັດສິນໃຈເລື່ອງການເອົາລູກ, ແມ່ຍິງຕ້ອງສາມາດເຂົ້າເຖິງການບໍລິການທີ່ສາມາດຊ່ວຍເຂົາເຈົ້າໃນດ້ານການຖືພາທີ່ແຂງແຮງ, ການເກີດລູກຢ່າງປອດໄພ ແລະ ການມີລູກທີ່ສຸຂະພາບດີ. ປັດຈຸບັນ ລັດຖະບານລາວ ກໍໄດ້ໃຫ້ຄວາມສໍາຄັນຫລາຍ ໃນການເລັ່ງມືປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ທຸກຄົນໃນ […]
ສື່ມວນຊົນ ຕ້ອງຕື່ນຕົວໃນການນຳໃຊ້ ເຕັກໂນໂລຊີ ຢ່າງມີຈັນຍາບັນ ປ້ອງກັນການ ແຜ່ຂະຫຍາຍຂອງຂ່າວປອມ

ປະຈຸບັນ, ການຂະຫຍາຍຕົວທາງດ້ານດີຈິຕອນ ເຮັດໃຫ້ສື່ມວນຊົນລາວ ຕ້ອງໄດ້ມີການພັດທະນາຕົນເອງ ໃນການນຳໃຊ້ເຕັກນິກ, ເຄື່ອງມື, ວັດຖຸອຸປະກອນ ທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໄດ້ຢ່າງວ່ອງໄວ, ທັນເຫດການ ແລະ ອື່ນໆ ພ້ອມນັ້ນ ສື່ມວນຊົນລາວ ຕ້ອງຕື່ນຕົວໃນການນຳໃຊ້ເຕັກໂນໂລຊີ ຢ່າງມີຈັນຍາບັນ, ປ້ອງກັນການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຮັບຂໍ້ມູນຂ່າວສານ. ໃນວັນທີ 12 ສິງຫາ 2025 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດສໍາມະນາວິທະຍາສາດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ, ມີທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາການນໍາ, ບັນດາພະນັກງານອາວຸໂສບໍານານ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ພ້ອມດ້ວຍສື່ມວນຊົນ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ. ງານສໍາມະນາວິທະຍາສາດ ຄັ້ງນີ້ […]
ນອນເກີນ 9 ຊົ່ວໂມງເປັນປະຈຳ ອາດຈະເສຍຊີວິດໄວກວ່າການນອນໜ້ອຍເຖິງ 34%

ຫຼາຍຄົນຄົງເຄີຍໄດ້ຍິນວ່າການນອນໜລັບໃຫ້ຄົບ 8 ຊົ່ວໂມງ ແມ່ນການນອນທີ່ເໝາະສົມ. ແຕ່ຄວາມຈິງແລ້ວແຕ່ລະໄວມີຄວາມຕ້ອງການພັກຜ່ອນທີ່ແຕກຕ່າງກັນ. ເຖິງແມ່ນວ່າພວກເຮົາທຸກຄົນຈະຮູ້ວ່າການນອນໜລັບບໍ່ພຽງພໍຈະເຮັດໃຫ້ຮ່າງກາຍອ່ອນເພຍ, ແຕ່ຜົນຂອງການວິໄຈຫຼ້າສຸດສ້າງຄວາມແປກໃຈ ເມື່ອມີການເປີດເຜີຍວ່າ ການນອນເກີນ 9 ຊົ່ວໂມງເປັນປະຈຳທຸກຄືນ ອາດມີຄວາມສ່ຽງຕໍ່ສຸຂະພາບຫຼາຍກວ່າທີ່ເຄີຍຄິດ. ເຊິ່ງອາດເປັນອັນຕະລາຍຍິ່ງກວ່າການນອນໜ້ອຍເສຍອີກ ໂດຍມີຄວາມເຊື່ອມໂຍງກັບຄວາມສ່ຽງການເສຍຊີວິດທີ່ເພີ່ມຂຶ້ນ ແລະຍັງມີສາຍພົວພັນກັບພະຍາດຊຶ້ນຊ້າເຊັ່ນ: ເບົາຫວານ ແລະ ພາວະຊຶມເສົ້າ. ການນອນໜລັບໃຫ້ພຽງພໍມີຄວາມສຳຄັນບໍ່ແພ້ອາຫານ ແລະ ການອອກກຳລັງກາຍ ການນອນໜລັບທີ່ມີຄຸນນະພາບພຽງພໍເປັນສິ່ງສຳຄັນຕໍ່ສຸຂະພາບທັງທາງກາຍ ແລະ ໃຈ ພໍໆກັບການໄດ້ຮັບໂພຊະນາການທີ່ດີ ແລະ ການອອກກຳລັງກາຍ. ເພາະວ່າຂະນະທີ່ພວກເຮົາຫລັບ ຮ່າງກາຍຈະຊ່ອມແຊມເນື້ອເຍື່ອ ແລະ ກ້າມເນື້ອ, ລວມທັງຊ່ວຍລວບລວມຄວາມຊົງຈຳ, ຄວບຄຸມຮໍໂມນ, ເສີມສ້າງລະບົບພູມຄຸ້ມກັນ ແລະ ຮັກສາຄວາມສົມດູນທາງອາລົມ ແລະ ສະຕິປັນຍາ. ມູນນິທິສ່ງເສີມສຸຂະພາບການນອນ (Sleep Health Foundation) ແນະນຳໃຫ້ຜູ້ໃຫຍ່ນອນໜລັບໃຫ້ໄດ້ 7-9 ຊົ່ວໂມງຕໍ່ຄືນ. ຫາກນອນໜ້ອຍກວ່າ 7 ຊົ່ວໂມງເປັນປະຈຳ ອາດເຮັດໃຫ້ເກີດອາການອ່ອນເພຍ, ໜັກອົກ, ສະມາທິສັ້ນ ແລະ ໃນໄລຍະຍາວກໍເພີ່ມຄວາມສ່ຽງຕໍ່ພະຍາດຫົວໃຈ, ພະຍາດຫຼອດເລືອດສະໝອງ, ເບົາຫວານຊະນິດທີ່ […]
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ

Microsoft ໄດ້ເປີດຕົວການທົດສອບບໍລິການ Windows 365 Reserve ໃນຮູບແບບ Limited Public Preview ເຊິ່ງໃຫ້ຜູ້ໃຊ້ງານເຂົ້າເຖິງ Cloud PC ຊົ່ວຄາວເມື່ອຄອມພິວເຕີຫຼັກໃຊ້ງານບໍ່ໄດ້ຈາກການໂຈມຕີທາງໄຊເບີ, ບັນຫາຮາດແວ, ຫຼືຊອບແວຂັດຂ້ອງ. Windows 365 Reserve ເປັນບໍລິການທີ່ຊ່ວຍໃຫ້ອົງກອນຮັບມືກັບບັນຫາການຢຸດເຮັດວຽກຂອງອຸປະກອນໂດຍບໍ່ຕ້ອງຈັດຫາເຄື່ອງທົດແທນແບບ physical. ບໍລິການນີ້ໃຫ້ສິດຜູ້ໃຊ້ງານເຂົ້າເຖິງ Cloud PC ໄດ້ສູງສຸດ 10 ວັນຕໍ່ປີ, ເຊິ່ງສາມາດໃຊ້ງານແບບຕໍ່ເນື່ອງຫຼືແບ່ງໃຊ້ໃນຫຼາຍເຫດການກໍ່ໄດ້. ປັດຈຸບັນເປີດໃຫ້ທົດສອບແບບ Limited Public Preview ແລ້ວ, ເຊິ່ງລູກຄ້າຈະຕ້ອງໄດ້ຮັບການອະນຸມັດກ່ອນເຂົ້າຮ່ວມ. Microsoft ວາງແຜນຈະເປີດໃຫ້ບໍລິການໃນວົງກວ້າງຫຼັງຈາກຊ່ວງທົດສອບສໍາເລັດ. ບໍລິການນີ້ເຮັດວຽກເປັນ standalone Windows 365 offering ທີ່ຜູ້ດູແລລະບົບສາມາດ deploy ຜ່ານ Microsoft Intune. Cloud PC ຈະຖືກຕັ້ງຄ່າລ່ວງໜ້າພ້ອມແອັບພລິເຄຊັນຂອງອົງກອນ, ນະໂຍບາຍຄວາມປອດໄພ, ແລະການເຂົ້າເຖິງ Microsoft 365. ຜູ້ໃຊ້ງານສາມາດເຂົ້າເຖິງ desktop ຊົ່ວຄາວຈາກອຸປະກອນໃດກໍ່ໄດ້ຜ່ານ […]
ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025

ຕອນເຊົ້າ ວັນທີ 11 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມກໍາມະການຕັດສິນ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 PEPSI LAO LEGUE 1 SEASON 2025/2026 ໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 43 ຄົນ. ການຝຶກອົບຮົມກຳມະການຕັດສິນຄັ້ງນີ້ກໍເພື່ອກະກຽມຄວາມພ້ອມທາງດ້ານກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 […]
ບໍລິສັດຊິບຍັກໃຫຍ່ Nvidia ແລະ AMD ຈະຈ່າຍ 15% ຂອງລາຍຮັບຈາກຈີນໃຫ້ສະຫະລັດ

ບໍລິສັດຊິບຍັກໃຫຍ່ Nvidia ແລະ AMD ໄດ້ຕົກລົງຈ່າຍໃຫ້ລັດຖະບານສະຫະລັດ 15% ຂອງການຂາຍເຊມີຄອນດັກເຕີຂອງພວກເຂົາໃນຈີນ, BBC ໄດ້ຮັບການບອກຈາກແຫຼ່ງຂ່າວທີ່ໃກ້ຊິດກັບເລື່ອງນີ້. ຂໍ້ຕົກລົງນີ້ເປັນສ່ວນຫນຶ່ງຂອງຂໍ້ຕົກລົງເພື່ອຮັບປະກັນໃບອະນຸຍາດສົ່ງອອກໄປຍັງເສດຖະກິດທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກ. “ພວກເຮົາປະຕິບັດຕາມກົດລະບຽບທີ່ລັດຖະບານສະຫະລັດກຳນົດໄວ້ສຳລັບການມີສ່ວນຮ່ວມຂອງພວກເຮົາໃນຕະຫຼາດໂລກ. ໃນຂະນະທີ່ພວກເຮົາບໍ່ໄດ້ສົ່ງ H20 ໄປຈີນມາເປັນເດືອນແລ້ວ, ພວກເຮົາຫວັງວ່າກົດລະບຽບການຄວບຄຸມການສົ່ງອອກຈະໃຫ້ອາເມຣິກາແຂ່ງຂັນໃນຈີນແລະທົ່ວໂລກໄດ້,” Nvidia ບອກກັບ BBC. AMD ບໍ່ໄດ້ຕອບສະໜອງຄຳຂໍຄວາມເຫັນທັນທີ. ໃນຖະແຫຼງການຕໍ່ BBC, Nvidia ຍັງໄດ້ເວົ້າວ່າ: “ອາເມຣິກາບໍ່ສາມາດເຮັດຊ້ຳ 5G ແລະສູນເສຍການນຳຂອງໂທລະຄົມມະນາຄົມໄດ້. ກອງເຕັກໂນໂລຊີ AI ຂອງອາເມຣິກາສາມາດເປັນມາດຕະຖານຂອງໂລກໄດ້ຖ້າພວກເຮົາແຂ່ງຂັນ.” ພາຍໃຕ້ຂໍ້ຕົກລົງນີ້, Nvidia ຈະຈ່າຍ 15% ຂອງລາຍຮັບຈາກການຂາຍຊິບ H20 ໃນຈີນໃຫ້ລັດຖະບານສະຫະລັດ, ໃນຂະນະທີ່ AMD ຈະໃຫ້ເປີເຊັນດຽວກັນນີ້ຈາກລາຍຮັບຊິບ MI308, ເຊິ່ງຖືກລາຍງານຄັ້ງທຳອິດໂດຍ Financial Times. Charlie Dai, ຮອງປະທານແລະນັກວິເຄາະຫຼັກຢູ່ບໍລິສັດຄົ້ນຄວ້າໂລກ Forrester, ກ່າວວ່າຂໍ້ຕົກລົງນີ້ “ບໍ່ເຄີຍມີມາກ່ອນ.” “ການຈັດການນີ້ເນັ້ນຍ້ຳເຖິງຄ່າໃຊ້ຈ່າຍສູງຂອງການເຂົ້າເຖິງຕະຫຼາດທ່າມກາງຄວາມເຄັ່ງຕຶງດ້ານການຄ້າເຕັກໂນໂລຊີທີ່ກຳລັງເພີ່ມຂຶ້ນ, ສ້າງຄວາມກົດດັນທາງການເງິນຢ່າງຫຼາກຫຼາຍແລະຄວາມບໍ່ແນ່ນອນທາງຍຸດທະສາດສຳລັບຜູ້ຂາຍເຕັກໂນໂລຊີ,” ລາວເພີ່ມເຕີມ. ວໍຊິງຕັນເຄີຍຫ້າມການຂາຍຊິບ H20 […]
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030

ຫຼ້າສຸດ NASA ອົງການອາວະກາດສະຫະລັດອາເມລິກາ ໄດ້ປະກາດເລັ່ງແຜນການສ້າງເຕົາປະຕິກອນນິວເຄລຍເທິງໜ້າດາວຈັນໃຫ້ສຳເລັດພາຍໃນປີ 2030 ເບື້ອງຫຼັງຄວາມທະເຍີທະຍານນີ້ອາດບໍ່ແມ່ນພຽງແຕ່ເປົ້າຫມາຍທາງວິທະຍາສາດ ແຕ່ອາດຈະເປັນການແຂ່ງຂັນທາງພູມິລັດຖະສາດທີ່ເຂັ້ມແຂງລະຫວ່າງມະຫາອຳນາດຂອງໂລກ ເພາະວ່າແຜນການນີ້ຂອງ NASA ໄດ້ປະກົດຂຶ້ນໃນຊ່ວງຫຼັງຈາກການປະກາດການຮ່ວມມື ລະຫວ່າງຈີນແລະຣັດເຊຍທີ່ຈະສ້າງສະຖານີພະລັງງານນິວເຄລຍແບບອັດຕະໂນມັດເທິງດາວຈັນພາຍໃນປີ 2035 ການສ້າງຖານໃນດາວຈັນຕ້ອງເຜີ່ນກັບສິ່ງທ້າທາຍດ້ານພະລັງງານຢ່າງໃຫຍ່ຫຼວງ ເພາະວ່າໜື່ງມື້ເທິງດາວຈັນຍາວນານເທົ່າກັບສີ່ອາທິດເທິງໂລກ ປະກອບມີຊ່ວງເວລາທີ່ມີແສງຕາເວັນຕໍ່ເນື່ອງສອງອາທິດ ແລະຊ່ວງເວລາຂອງຄວາມມືດທີ່ເຢັນສົງມາຢູ່ອີກສອງອາທິດ ການອີງໃສ່ພະລັງງານແສງຕາເວັນແຕ່ດຽວຈຶ່ງເກືອບເປັນໄປບໍ່ໄດ້ NASA ຈື່ງໄດ້ຮ້ອງຂໍ ຂໍ້ສະເໜີຈາກບໍລິສັດເອກະຊົນ ເພື່ອສ້າງເຕົາປະຕິກອນຂະໜາດເລີ້ມຕົ້ນທີ່ສາມາດຜະລິດໄຟຟ້າໄດ້ຢ່າງໜ້ອຍ 100 ກິໂລວັດ ຊື່ງເປັນຂັ້ນຕອນທຳອິດທີ່ສຳຄັນ ຕາມລາຍງານຂອງສື່ມວນຊົນສະຫະລັດ ທ່ານ Sean Duffy ລັກສະການຫົວໜ້າ NASA ໃນເວລານັ້ນ ເຄີຍໄດ້ສະແດງຄວາມກັງວົນຕໍ່ການຮ່ວມມືຂອງສອງຊາດມະຫາອຳນາດ ຈີນ-ຣັດເຊຍ ວ່າ “ອາດປະກາດເຂດຫ້າມເຂົ້າ (Keep-out zone)” ເທິງດາວຈັນ ຊື່ງອາດຕີຄວາມໄດ້ວ່າເປັນການອ້າງສິດຄອບຄອງໃນພື້ນທີ່ດັ່ງກ່າວໂດຍອີງໃສ່ຂໍ້ຕົກລົງອາທີມິສ (Artemis Accords) ທີ່ອະນຸຍາດໃຫ້ມີການຕັ້ງ “ເຂດປອດໄພ” ອ້ອມສະຖານທີ່ປະຕິບັດງານຂອງຕົນ ເຖິງແມ່ນວ່າແຜນການຂອງ NASA ຈະເບິ່ງທະເຍີທະຍານແລະສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ທີ່ໄດ້ຍິນຢ່າງຫຼາຍ ແຕ່ໃນ NASA ເອງກໍຕ້ອງເຜີ່ນກັບຄວາມຈິງທີ່ໂຫດຮ້າຍຫຼາຍຢ່າງໃນການຂັບເຄື່ອນຄວາມຝັນນີ້ ຄວາມຂັດແຍ້ງດ້ານງົບປະມານ: ການປະກາດເລັ່ງໂຄງການນີ້ເກີດຂຶ້ນຢ່າງແປກປະຫຼາດ ຫຼັງຈາກລັດຖະບານສະຫະລັດປະກາດຕັດງົບປະມານຂອງ NASA ໃນປີ […]
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ

ຜົນການສຶກສາໃໝ່ເປີດເຜີຍວ່າ ເດັກນ້ອຍທີ່ມີໂທລະສັບມືຖືເປັນຂອງຕົນເອງກ່ອນອາຍຸ 13 ປີ ມີແນວໂນ້ມທີ່ຈະປະສົບບັນຫາສຸຂະພາບຈິດທີ່ຮຸນແຮງເມື່ອເຕີບໃຫຍ່ຂຶ້ນ ງານວິໄຈໃໝ່ນີ້ເກີດຂຶ້ນໂດຍສະຕາດອັບດ້ານປະສາດວິທະຍາຈາກປະເທດສະຫະລັດອາເມລິກາ ທີ່ຊື່ວ່າ ເຊເປັຽນ ແລັບສ໌ (Sapien Labs) ຊຶ່ງນຳໃຊ້ຂໍ້ມູນ Longitudinal Data ຫຼື ຂໍ້ມູນທີ່ເກັບຈາກກຸ່ມບຸກຄົນ ຫຼື ສິ່ງທີ່ສຶກສາຊ້ຳໆ ຫຼາຍຄັ້ງໃນແຕ່ລະຊ່ວງເວລາ ເພື່ອເບິ່ງການປ່ຽນແປງເມື່ອເວລາຜ່ານໄປ ຂໍ້ມູນນີ້ນຳມາຈາກ ໂກລບອນ ໄມດ໌ ໂປຣເຈັກ (Global Mind Project) ຊຶ່ງເປັນຖານຂໍ້ມູນສຸຂະພາບຈິດຂະໜາດໃຫຍ່ທີ່ລວບລວມໂດຍບໍລິສັດເອງ ຜົນການສຶກສາພົບວ່າກຸ່ມຄົນອາຍຸລະຫວ່າງ 18 ຫາ 24 ປີ ຈຳນວນກວ່າ 100,000 ຄົນທົ່ວໂລກ ທີ່ໄດ້ໃຊ້ໂທລະສັບມືຖືກ່ອນອາຍຸ 13 ປີ ຊຶ່ງອາດຈະນຳໄປສູ່ການເຂົ້າເຖິງໂຊຊຽລມີເດຍຕັ້ງແຕ່ນ້ອຍ ມີຄວາມສ່ຽງສູງຂຶ້ນຈາກການຖືກກັ່ນແກ້ງທາງໄຊເບີ ການນອນຫຼັບບໍ່ສະບາຍ ແລະ ຄວາມສຳພັນທີ່ບໍ່ດີກັບຄອບຄົວ ເຮັດໃຫ້ມີແນວໂນ້ມທີ່ຈະມີຄວາມຄິດຂ້າຕົວເອງ ຄວາມກ້າວລ້າວ ການແຍກຕົວຈາກຄວາມເປັນຈິງ ແລະ ປະສາດຫຼອນເມື່ອອາຍຸຫຼາຍຂຶ້ນ ໃນກຸ່ມຕົວຢ່າງດຽວກັນນີ້ […]