ບໍ່ຕ້ອງຜ່າຕັດ ຢາຍອດຕາຊະນິດໃໝ່ ຊ່ວຍຮັກສາຕໍ້ກະຈົກ

ປັດຈຸບັນ, ມີຜູ້ປ່ວຍໂລກຕ້ອກະຈົກຫຼາຍກວ່າ 65 ລ້ານຄົນທົ່ວໂລກ, ເຮັດໃຫ້ມັນເປັນໜຶ່ງໃນສາເຫດຕົ້ນຕໍຂອງບັນຫາສາຍຕາເບື່ອໄປແລະການເບິ່ງເຫັນບົກພ່ອງ. ເຊິ່ງທີ່ຜ່ານມາ, ການຮັກສາທີ່ມີຜົນລະເພດມີພຽງແຕ່ວິທີດຽວຄື ການຜ່າຕັດຕ້ອກະຈົກ ເພື່ອເອົາເລັນຕາທີ່ຂຸ່ນມົວອອກແລະໃສ່ເລັນຕາທຽມເຂົ້າໄປແທນ. ແຕ່ລ່າສຸດ, ການວິໄຈທີ່ພິມເຜີຍແຜ່ໃນວາລະສານ Investigative Ophthalmology and Visual Science ໄດ້ຈຸດປະກາຍຄວາມຫວັງໃໝ່ ດ້ວຍການຄົ້ນພົບຢາຫຍອດຕາທີ່ຮັກສາຕ້ອກະຈົກໄດ້, ເຮັດໃຫ້ຜູ້ປ່ວຍອາດບໍ່ຕ້ອງເຂົ້າຮັບການຜ່າຕັດທີ່ຍຸ່ງຍາກອີກຕໍ່ໄປ. ສຳລັບຕ້ອກະຈົກ, ເກີດຈາກການທີ່ໂປຣຕີນໃນເລັນຕາ, ເຊິ່ງປົກກະຕິຈະຈັດຕົວກັນຢ່າງເປັນລະບຽບ, ເກີດການຈັບຕົວກັນເປັນກ້ອນ, ເຮັດໃຫ້ເລັນຕາຂຸ່ນມົວ. ແສງຈຶ່ງບໍ່ສາມາດເດີນທາງຜ່ານໄປຫາຈໍປະສາດຕາໄດ້ຕາມປົກກະຕິ, ສົ່ງຜົນໃຫ້ເກີດອາການຕາພ່າມົວ, ເບິ່ງເຫັນພາບຊ້ອນ, ຫຼືເບິ່ງເຫັນໃນບ່ອນແສງນ້ອຍໄດ້ລຳບາກຂຶ້ນ. ເຊິ່ງສາເຫດສ່ວນຫຼາຍມາຈາກອາຍຸທີ່ສູງຂຶ້ນ, ແຕ່ກໍອາດເກີດຈາກປັດໄຈອື່ນໆ ເຊັ່ນ: ການໄດ້ຮັບແສງແດດຈັດເປັນເວລາດົນ, ການສູບຢາ, ໂລກເບົາຫວານ, ຫຼືການນຳໃຊ້ຢາບາງຊະນິດ. ຢາຫຍອດຕາລະລາຍຕ້ອກະຈົກ ທີມນັກວິໄຈນານາຊາດ ຈາກມະຫາວິທະຍາໄລແອງເກລຍ່າຣັສກິນ ໄດ້ທຳການສຶກສາຢາຮັກສາຕ້ອກະຈົກຊະນິດໃໝ່, ທີ່ສາມາດຈັດການກັບບັນຫາໄດ້ເຖິງລະດັບໂມເລກຸນ. ໂດຍພວກເຂົາໄດ້ຄົ້ນພົບສານປະກອບໃນກຸ່ມອັອກຊິສເຕີຣອນ (Oxysterol) ທີ່ມີຊື່ລະຫັດວ່າ VP1-001, ເຊິ່ງມີຄຸນສົມບັດພິເສດໃນການເຂົ້າໄປຈັດລຽງໂປຣຕີນໃນເລັນຕາທີ່ຈັບຕົວກັນເປັນກ້ອນໃຫ້ກັບມາເປັນລະບຽບອີກຄັ້ງ, ເຊິ່ງຈະຊ່ວຍຄືນຄວາມໃສໃຫ້ກັບເລັນຕາໄດ້. ທີມວິໄຈໄດ້ທົດລອງນຳໃຊ້ຢາຫຍອດຕາ VP1-001 ກັບໜູທົດລອງທີ່ມີສະພາວະຕ້ອກະຈົກຈາກພັນທຸກຳ, ເຊິ່ງຜົນໄດ້ຮັບທີ່ໄດ້ແມ່ນນ່າຢຶ່ງຍ້ອງຫຼາຍຄື: ຄືນຄວາມສາມາດໃນການໂຟກັສ – ເລັນຕາຂອງໜູທີ່ໄດ້ຮັບຢາມີຄ່າດັດສະນີການຫັກເຫຂອງແສງ ຫຼື Refractive […]
ສະນິດກວ່າຄົນ – ການຄົ້ນຄວ້າພົບວ່າ Gen Z ມັກສົນທະນາກັບ AI ເປັນທີ່ປຶກສາ ແກ້ໄຂບັນຫາຊີວິດ

ຖ້າໃຜມີເລື່ອງທຸກທໍລະໃຈ, ກໍຄົງຈະໄປລະບາຍກັບຄົນໃກ້ຊິດ, ຄອບຄົວ, ສື່ອບັນເທີງ, ຫຼືໃນໂຊເຊຍລມີເດຍ. ແຕ່ສໍາລັບເດັກໄວຮຸ່ນໃນສະຫະລັດອາເມລິກາ – ປະເທດທີ່ມີປະຊາກອນຈໍານວນຫລາຍ ແລະໃກ້ຊິດກັບເທັກໂນໂລຊີຫຼາຍຢ່າງ – ກໍພົບວ່າເຂົາເຈົ້າໃຊ້ AI ເປັນເພື່ອນສົນທະນາຫຼາຍຂຶ້ນ, ເບິ່ງເປັນເພື່ອນຮັກ ແລະທີ່ປຶກສາທີ່ດີທີ່ສຸດ. Michael Robb ຫົວໜ້າທີມຄົ້ນຄວ້າ Common Sense Media ເປີດເຜີຍວ່າຄົນຮຸ່ນ Gen Z ຫຼືເດັກໄວຮຸ່ນໃນສະຫະລັດເຄີຍມີການໂຕ້ຕອບກັບແຊດບໍອດ AI ແລະມັກຈະໄປຫາ AI ເພື່ອຂໍຄໍາແນະນໍາ, ສົນທະນາເປັນເພື່ອນ, ຫຼືແມ້ແຕ່ການສະໜັບສະໜູນທາງດ້ານອາລົມ ຫຼືສົນທະນາກ່ຽວກັບບັນຫາຊີວິດແບບຈິງຈັງ. ກວ່າ 70% ຂອງເດັກໄວຮຸ່ນໃນສະຫະລັດພົບວ່າເຄີຍມີການໂຕ້ຕອບກັບ AI ຄື່ກັບມະນຸດ, ເຊັ່ນ Character.AI, Replika ແລະ ChatGPT. ໂດຍກວ່າຄຶ່ງນຶ່ງກໍມີການນໍາໃຊ້ເປັນປະຈໍາ, ເຊິ່ງເຮັດໃຫ້ເກີດຄວາມກັງວົນໃນໝູ່ຜູ້ປົກຄອງ ທີ່ເບິ່ງວ່າເດັກເຫຼົ່ານີ້ອາດຈະຂາດທັກສະດ້ານສັງຄົມໃນອະນາຄົດ. “ເມື່ອເຈົ້າສົນທະນາກັບ AI, ເຈົ້າຈະຖືກເສີມ” Ganesh Nair ອາຍຸ 18 ປີ ເປີດເຜີຍວ່າ AI […]
ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະຫນັບສະຫນູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະດູການ 2025-2028

ພິທີເຊັນສັນຍາສະຫນັບສະຫນູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດຂຶ້ນ ວັນທີ 4 ສິງຫາ 2025 ທີ່ຮ້ານອາຫານ ຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເຮັນຣິກ ແອນເດີສັນ ຜຸ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ, ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ຕາງຫນ້າສະໂມສອນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ. ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ບໍລິສັດເບຍລາວ ຈຳກັດ […]
EF (Executive Function) ທັກສະສະໝອງທີ່ຈຳເປັນຂອງເດັກຍຸກໃໝ່

ໃນຍຸກທີ່ທຸກຢ່າງໄວເພັດປາຍນິ້ວແຕະ, ການລ້ຽງລູກໃຫ້ເຕີບໂຕຢ່າງມີຄຸນນະພາບກາຍເປັນຄວາມທ້າທາຍອັນໃຫຍ່ຫຼວງ, ບໍ່ວ່າຈະເປັນຊັບພະຍາກອນດ້ານເງິນ, ເວລາ, ຈິດໃຈ, ແລະຄວາມຮູ້. ພໍ່ແມ່ຍຸກປັດຈຸບັນອາດຈະກຳລັງປະເຊີນກັບຮູບພາບທີ່ເຄີຍຊິນຂອງລູກທີ່ຮ້ອງໄຫ້ລົງໄປນອນດິ້ນກັບພື້ນເມື່ອຖືກຍຶດແທັບເລັດ, ຫຼືບັນຫາລູກລໍຖ້າໍໄຟໄດ້, ຄວບຄຸມອາລົມບໍ່ໄດ້, ແລະຂາດຄວາມຍືດຍຸ່ນເມື່ອເຈັບກັບເຣື່ອງທີ່ບໍ່ເປັນດັ່ງໃຈ, ຫຼືການຢືນຢູ່ເທິງເສັ້ນແບ່ງຂອງຄວາມເຄົາລົບນັບຖືໃນຕົວເອງກັບການເພີກເສີຍຄວາມຮູ້ສຶກຂອງຜູ້ອື່ນ, ຈົນເກີດເປັນຄຳຖາມແລະບັນຫາຫຼາຍຢ່າງໃນລະດັບສັງຄົມຫຼືແມ້ແຕ່ລະດັບປະເທດກ່ຽວກັບແນວທາງການລ້ຽງດູເດັກໃນໂລກຍຸກໃໝ່. ບັນຫາເຫຼົ່ານີ້ມີຫຼາຍຄຳຕອບທີ່ຊ່ອນຢູ່ໃນຄຳວ່າ Executive Function (EF) ຫຼື “ທັກສະສະໝອງສ່ວນໜ້າ” ທີ່ມີສ່ວນສຳຄັນຢ່າງໃຫຍ່ຫຼວງ ກ່ຽວກັບວິທີຄິດ ແລະພຶດຕິກຳທີ່ສົ່ງຜົນຕໍ່ຕົວເດັກໃນລະຍະຍາວ, ເພື່ອໃຫ້ເດັກທີ່ເກີດມາກັບເທັກໂນໂລຍີພ້ອມປະເຊີນໂລກທີ່ປ່ຽນແປງຢ່າງວ່ອງໄວ. EF ແມ່ນຫຍັງ ແລະທຳໄມຈຶ່ງສຳຄັນ? Executive Function (EF) ແມ່ນທັກສະຂອງສະໝອງສ່ວນໜ້າທີ່ເຮັດໜ້າທີ່ຄືກັນ “ຜູ້ບໍລິຫານ” ຄອຍກຳກັບດູແລໃຫ້ເຮົາສາມາດຄວບຄຸມຄວາມຄິດ, ອາລົມ, ແລະການກະທຳ, ເພື່ອໃຫ້ຄົນຄົນໜຶ່ງສາມາດໄປເປົ້າໝາຍໄດ້ສຳເລັດ, ເຊັ່ນ: ການຍັບຍັ້ງຊັ່ງໃຈ (Inhibitory Control): ຄວາມສາມາດໃນການຢຸດຄິດກ່ອນເຮັດຫຼືເວົ້າ, ສາມາດຄວບຄຸມຄວາມຕ້ອງການຂອງຕົນເອງໄດ້, ເຊັ່ນການບໍ່ເວົ້າແຊກຂະນະທີ່ຜູ້ໃຫຍ່ລົມກັນ ຫຼືການອົດທົນລໍຖ້າຍູເພື່ອຫຼິ້ນຂອງຫຼິ້ນຊິ້ນໂປຣດ. ຄວາມຈຳເພື່ອນຳໃຊ້ງານ (Working Memory): ຄວາມສາມາດໃນການເກັບຂໍ້ມູນໄວ້ໃນໃຈຊົ່ວຄາວແລະນຳອອກມາໃຊ້ທັນທີ, ເຊັ່ນການເຮັດຕາມຄຳສັ່ງ 2-3 ຂັ້ນຕອນທີ່ແມ່ບອກ ຫຼືການຈຳຕຳແໜ່ງຂອງສິ່ງຂອງທີ່ເຫັນແວບດຽວ. ການຄິດຍືດຍຸ່ນ (Cognitive Flexibility): ຄວາມສາມາດໃນການປັບປ່ຽນຄວາມຄິດແລະປັບຕົວເມື່ອສະຖານະການປ່ຽນໄປ, ເຊັ່ນເມື່ອຂອງຫຼິ້ນທີ່ຢາກຫຼິ້ນມີເພື່ອນຫຼິ້ນຢູ່, […]
ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ ນັບຕັ້ງແຕ່ວັນທີ 4 ສິງຫາ 2025 ເວລາ 7:00ໂມງເຊົ້າ ຫາ ວັນທີ 5 ສິງຫາ 2025 ເວລາ 7:00ໂມງເຊົ້າ ລວມທັງໝົດ 13 ເຫດການ ລາຍລະອຽດມີຄືດັ່ງລຸ່ນີ້: ທີ່ມາ: ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ
ຮູ້ຈັກ Mouse Pad ອຸປະກອນວາງເທິງໂຕະທີ່ມີດີກວ່າເລື່ອນເມົາສ໌ໄປມາ

ທຸກມື້ນີ້ການເຮັດວຽກກັບຄອມພິວເຕີແລະເມົາສ໌ແມ່ນເລື່ອງປົກກະຕິໄປແລ້ວ ແຕ່ເຄີຍເຫັນໝູ່ເພື່ອນຕົກແຕ່ງໂຕະເຮັດວຽກທີ່ບ້ານແລ້ວໃຊ້ແຜ່ນຮອງເມົາສ໌ແບບຍາວທີ່ມີລວດລາຍສວຍງາມ ເຊິ່ງເອີ້ນວ່າ Mouse Pad ຫຼື Desk Pad ກໍແລ້ວແຕ່ຄົນຈະເອີ້ນ ເຫັນລາຍສວຍງາມພ້ອມກັບຟີເຈີໂດດເດັ່ນເຮັດໃຫ້ຫຼາຍຄົນເວົ້າເປັນສຽງດຽວກັນວ່າ ຫວາວອະລັງການງານສ້າງຫຼາຍໆເລີຍ ແຕ່ມັນຈະດີແທ້ບໍ່ ແລະຄວນໃຊ້ຫຼາຍແຄ່ໃດທັງຄົນທົ່ວໄປແລະຄອເກມ ມື້ນີ້ Sanook Hitech ມີຄຳຕອບ Mouse Pad ແມ່ນຫຍັງ ສຳລັບອຸປະກອນຢ່າງ Mouse Pad ກໍຄືແຜ່ນຮອງເມົາສ໌ທີ່ໄວ້ໃຫ້ເມົາສ໌ຢູ່ ຈຸດປະສົງຫຼັກໆ ນອກຈາກຕ້ອງການໃຫ້ເມົາສ໌ມີທີ່ຢູ່ເປັນສະເພາະເພື່ອຈະເຮັດໃຫ້ໂຕະບໍ່ເປັນຮອຍແລ້ວ ບາງຮູບແບບຈະມີຈຸດເດັ່ນຫຼາຍຢ່າງເຊັ່ນການເຮັດໃຫ້ໃຊ້ງານນານໆ ບໍ່ປວດເມື່ອຍເພາະມີທີ່ຮອງຂໍ້ມື ຫຼືບາງແບບຈະເນັ້ນເລື່ອງຄວາມໄວ ໃຫ້ເຊັນເຊີສາມາດຕອບສະໜອງການເຮັດວຽກໄດ້ຢ່າງລວດໄວ ເພື່ອຄວາມແມ່ນຍຳໃນການຫຼິ້ນເກມເປັນຕົ້ນ ເປັນຫຍັງຄວນໃຊ້ແຜ່ນຮອງເມົາສ໌ຍາວ? ເລື່ອງນີ້ຕ້ອງແບ່ງອອກເປັນປະເພດໜ້ອຍ ຂໍເລີ່ມຈາກຄົນເຮັດວຽກທີ່ໃຊ້ເວລາຢູ່ໜ້າຄອມພິວເຕີນານໆ ແຜ່ນຮອງເມົາສ໌ແບບຍາວຖືເປັນຕົວຊ່ວຍທີ່ດີເລີດ ດ້ວຍເຫດຜົນດັ່ງນີ້: ເພີ່ມຄວາມສະບາຍໃຫ້ຂໍ້ມືແລະແຂນ: ພື້ນຜິວທີ່ນຸ່ມຂອງແຜ່ນຮອງເມົາສ໌ຈະຊ່ວຍຮອງຮັບຂໍ້ມືແລະແຂນໃນຂະນະທີ່ພິມງານຫຼືໃຊ້ເມົາສ໌ ຫຼຸດແຮງກົດທັບແລະຄວາມເມື່ອຍລ້າທີ່ອາດນຳໄປສູ່ອາການປວດຂໍ້ມືໄດ້ ພື້ນທີ່ໃຊ້ງານທີ່ກວ້າງຂວາງ: ເຈົ້າຈະໄດ້ພື້ນທີ່ໃນການຂັບເມົາສ໌ຢ່າງອິດສະຫຼະ ບໍ່ຕ້ອງກັງວົນວ່າເມົາສ໌ຈະຫຼຸດຂອບແຜ່ນຮອງເມົາສ໌ເດີມໆ ເຮັດໃຫ້ການເຮັດວຽກທີ່ຕ້ອງໃຊ້ການລາກເມົາສ໌ເປັນໄລຍະທາງຍາວໆ ເຊັ່ນການເຮັດວຽກດ້ານກາຟິກຫຼືງານອອກແບບ ເຮັດໄດ້ຢ່າງລື່ນໄຫລແລະແມ່ນຍຳຂຶ້ນ ປົກປ້ອງພື້ນຜິວໂຕະ: ແຜ່ນຮອງເມົາສ໌ເຮັດໜ້າທີ່ເປັນເກາະປ້ອງກັນຊັ້ນດີໃຫ້ກັບພື້ນໂຕະຈາກຮອຍຂີດຂ່ວນທີ່ອາດເກີດຂຶ້ນຈາກເມົາສ໌, ຄີບອດ, ຫຼືສິ່ງຂອງອື່ນໆທີ່ວາງຢູ່ເທິງໂຕະ ຈັດລະບຽບໂຕະໃຫ້ດູດີຂຶ້ນ: ການວາງຄີບອດແລະເມົາສ໌ໄວ້ເທິງແຜ່ນຮອງຜືນດຽວກັນ ຈະຊ່ວຍໃຫ້ໂຕະເຮັດວຽກດູເປັນລະບຽບແລະສະອາດຕາຫຼາຍຂຶ້ນ ມາເບິ່ງຝັ່ງຂອງຄອເກມເມີ ນອກຈາກສ້າງຄວາມແຕກຕ່າງ ແລະຫຼຸດເລື່ອງຂອງຮອຍເທິງໂຕະແລ້ວ […]
ສະຫະລັດກຽມບັງຄັບນັກທ່ອງທ່ຽວບາງປະເທດ ວາງ”ເງິນຄ້ຳປະກັນວີຊາ” ສູງສຸດ 15,000 ໂດລາ

ສະຫະລັດອາເມລິກາກຽມໃຊ້ມາດຕະການໃໝ່ ໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກບາງປະເທດວາງເງິນຄ້ຳປະກັນສູງສຸດເຖິງ 15,000 ໂດລາເມື່ອຂໍວີຊາ ລັດຖະບານສະຫະລັດອາເມລິກາປະກາດກຽມບັງຄັບໃຊ້ມາດຕະການໃໝ່ ໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກບາງປະເທດຕ້ອງວາງເງິນຄ້ຳປະກັນ (Visa Bond) ສູງສຸດເຖິງ 15,000 ໂດລາສະຫະລັດ ເມື່ອຂໍວີຊາເຂົ້າສະຫະລັດ ພາຍໃຕ້ໂຄງການນຳໜ້າ ທີ່ຈະເລີ່ມໃນວັນທີ 20 ສິງຫາ 2025 ມີໄລຍະເວລາໃຊ້ປະມານ 1 ປີ ແນໃສ່ຫຼຸດຜ່ອນບັນຫາຜູ້ເດີນທາງເກີນກຳນົດວີຊາ ຕາມປະກາດໃນ Federal Register ເຈົ້າໜ້າທີ່ກົງສຸນສະຫະລັດ ຈະມີສິດພິຈາລະນາໃນການກຳນົດເງິນຄ້ຳປະກັນສຳລັບຜູ້ເດີນທາງຈາກປະເທດທີ່ມີອັດຕະການຢູ່ເກີນວີຊາສູງ ຫຼື ຈາກປະເທດທີ່ສະຫະລັດເຫັນວ່າມີຂໍ້ມູນການກວດສອບປະຫວັດບໍ່ພຽງພໍ ໂດຍມີຕົວເລືອກວົງເງິນຄ້ຳປະກັນຢູ່ທີ່ 5,000 ໂດລາ, 10,000 ໂດລາ ຫຼື 15,000 ໂດລາ ແຕ່ໂດຍທົ່ວໄປຈະຄາດຫວັງໃຫ້ໃຊ້ຂັ້ນຕ່ຳ 10,000 ໂດລາ ໂດຍເງິນຄ້ຳປະກັນຈະຖືກຄືນໃຫ້ຜູ້ເດີນທາງຫາກອອກຈາກສະຫະລັດຕາມເງື່ອນໄຂຂອງວີຊາ ນະໂຍບາຍນີ້ສອດຄ່ອງກັບແນວທາງຂອງປະທານາທິບໍດີໂດນັລ ທຣຳ ທີ່ເນັ້ນປາບປາມຄົນເຂົ້າເມືອງຜິດກົດໝາຍ ແລະ ເພີ່ມມາດຕະການກວດສອບຄວາມໝັ້ນຄົງ ກ່ອນໜ້ານີ້ ທຣຳໄດ້ອອກຄຳສັ່ງ […]
ແຈ້ງການມອດໄຟ ວັນທີ 06 ແລະ 10 ສິງຫາ 2025 ບາງເຂດ ເມືອງຫາດຊາຍຟອງ

ແຈ້ງການມອດໄຟ ວັນທີ 06 ແລະ 10 ສິງຫາ 2025 ບາງເຂດ ເມືອງຫາດຊາຍຟອງ ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2
Microsoft Edge ເປີດຕົວ ‘Copilot Mode’ ຍົກລະດັບບຣາວເຊີສູ່ AI ອັດສະລິຍະ

ໃນຍຸກທີ່ Google ມີ Gemini summarize ໃນໜ້າບຣາວເຊີ, Microsoft Edge ເອງກໍ່ມີ Copilot Mode ໃນການຊ່ວຍຄົ້ນຄວ້າຂໍ້ມູນເຊັ່ນກັນ. ແຕ່ທີ່ດີກວ່າແມ່ນ Copilot Mode ອາດຈະຊ່ວຍໄດ້ຫຼາຍກວ່າແຄ່ສະຫຼຸບຂໍ້ມູນ ເພາະສາມາດຊ່ວຍຕັດສິນໃຈແທນໄດ້ດ້ວຍ. Copilot Mode ເຮັດຫຍັງໄດ້ແດ່? ສະຫຼຸບເນື້ອຫາ: Copilot ສາມາດສະຫຼຸບເນື້ອຫາຈາກໜ້າເວັບທີ່ທ່ານກຳລັງເຂົ້າຊົມໄດ້ຢ່າງວ່ອງໄວ, ຊ່ວຍໃຫ້ທ່ານເຂົ້າໃຈເນື້ອໃນສຳຄັນໄດ້ໂດຍບໍ່ຕ້ອງອ່ານທັງໝົດ. ປຽບທຽບລາຄາຈາກເວັບອື່ນທີ່ເປີດໄວ້: ຟີເຈີນີ້ຊ່ວຍໃຫ້ທ່ານປຽບທຽບລາຄາສິນຄ້າຈາກຫຼາຍແທັບພ້ອມກັນ, ຕິດຕາມຂໍ້ສະເໜີພິເສດ, ແລະ ວິເຄາະແນວໂນ້ມຂອງລາຄາ ເພື່ອໃຫ້ທ່ານຕັດສິນໃຈຊື້ໄດ້. ການໂຕ້ຕອບທີ່ຫຼາກຫຼາຍ: ທ່ານສາມາດໂຕ້ຕອບກັບ Copilot ໄດ້ທັງຜ່ານຄຳສັ່ງສຽງຫຼືຂໍ້ຄວາມ, ເຮັດໃຫ້ການໃຊ້ງານມີຄວາມຍືດຫຍຸ່ນແລະສະດວກສະບາຍ. ການຄາດເດົາ: ດ້ວຍຄວາມສາມາດຂອງ AI, Copilot ສາມາດຄາດການຕັດສິນໃຈຕໍ່ໄປຂອງທ່ານໃນການທ່ອງເວັບ ແລະ ສະເຫນີຄວາມຊ່ວຍເຫຼືອທີ່ກ່ຽວຂ້ອງລ່ວງໜ້າ ເຊັ່ນ ແນະນຳລິ້ງທີ່ທ່ານອາດສົນໃຈ. ເປັນສູນກາງການເຮັດວຽກ: Copilot ລວມຟັງຊັນການແຊັດ, ການຄົ້ນຫາ, ແລະ ການນຳທາງເວັບເຂົ້າໄວ້ໃນຊ່ອງປ້ອນຂໍ້ມູນດຽວ, ເຮັດໃຫ້ທ່ານສາມາດເຮັດກິດຈະກຳຕ່າງໆ ໄດ້ໃນທີ່ດຽວໂດຍບໍ່ຕ້ອງປ່ຽນໄປມາລະຫວ່າງຫຼາຍໜ້າຕ່າງ. ຊ່ວຍເຫຼືອຮອບດ້ານ: ບໍ່ວ່າຈະເປັນການຄົ້ນຄວ້າຂໍ້ມູນ, ການຊອບປິງ, […]
ມາກ ຊັກເກີເບີກ ປະກາດວິໄສທັດ Meta: ລົງທຶນສ້າງ ‘Superintelligence’ AI ທີ່ສະຫລາດກວ່າມະນຸດ

ວັນທີ 30 ກໍລະກົດທີ່ຜ່ານມາ, ມາກ ຊັກເກີເບີກ (Mark Zuckerberg) ໄດ້ໂພສວິດີໂອສັ້ນໃນຊ່ອງທາງເຟສບຸກ ແລະ ຕາມມາດ້ວຍຂໍ້ຄວາມສໍາຄັນທີ່ລະບຸວ່າ Meta ກໍາລັງຈະເປີດຕົວ ‘Superintelligence’ ຊຶ່ງເປັນ AI ທີ່ຈະເຂົ້າມາຊ່ວຍໃຫ້ມະນຸດເຮັດວຽກໄດ້ຢ່າງສະຫລາດຂຶ້ນ. Meta ໄດ້ຈັດຕັ້ງ Meta Superintelligence Labs ທີ່ລວບລວມທີມງານ AI ລະດັບໂລກ ແລະ ກໍາລັງພັດທະນາໂມເດວ AI ຮຸ່ນໃໝ່ໆ ເຊັ່ນ Llama 4.1 ແລະ 4.2 ພ້ອມກັບການລົງທຶນອັນມະຫາສານໃນການສ້າງສູນປະມວນຜົນຂໍ້ມູນຂະໜາດໃຫຍ່ ເຊັ່ນ Prometheus ແລະ Hyperion ເພື່ອຮອງຮັບການພັດທະນາ AI ນີ້. ນອກຈາກນັ້ນຍັງມີການເວົ້າເຖິງແວ່ນຕາອັດສະລິຍະ (AI Smart Glasses) ຊຶ່ງຈະເປັນໜຶ່ງໃນເຄື່ອງມືຫຼັກຂອງມະນຸດໃນອະນາຄົດ. BT ໄດ້ສະຫຼຸບປະເດັນສໍາຄັນມາໃຫ້ ດັ່ງນີ້: ເປົ້າໝາຍຫຼັກ: Meta ຕ້ອງການສ້າງ AI ສໍາຫຼັບທຸກຄົນ ພາຍໃຕ້ແນວຄິດ […]