ຮອງປະທານປະເທດ ຊ່ວຍຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ໃນວັນທີ 3 ສິງຫາ 2025 ນີ້, ເຊິ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫລີກ ໂດຍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫລືອບັນເທົາທຸກ ໃນເບື້ອງຕົ້ນ. ທ່ານ ໜໍເຢັ່ງຢ່າ ເຈົ້າເມືອງໜອງແຮດ ໄດ້ໃຫ້ຮູ້ວ່າ: ບ້ານຫາດບໍ່ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 22 ກໍລະກົດ 2025 ຜ່ານມາ, ມີ 34 ຫລັງຄາເຮືອນ ໄດ້ ຮັບຜົນກະທົບ. ໃນນັ້ນ, ມີຜູ້ເສຍຊິວິດ 1 […]
ຜູ້ໃຊ້ງານ Canva ຈະສາມາດໃຊ້ AI Claude ໃນການສັ່ງແກ້ໄຂຮູບພາບໄດ້ແລ້ວ

ປັນຍາປະດິດສຳລັບການສ້າງສື່ ຫຼື Generative AI ເອີ້ນໄດ້ວ່າມາແຮງ ແລະ ເປັນທີ່ນິຍົມສູງສຸດໃນໝູ່ AI ທັງປວງ ຊຶ່ງຜູ້ພັດທະນາຊອບແວຫຼາຍເຈົ້າກໍໄດ້ມີການນຳເອົາເຂົ້າມາໃຊ້ຮ່ວມກັບຊອບແວຂອງຕົນ ບໍ່ເວັ້ນແມ້ແຕ່ຊອບແວອອນລາຍສຳລັບການຕັດຕໍ່ເຮັດຮູບພາບຢ່າງ Canva ຈາກລາຍງານໂດຍເວັບໄຊ The Verge ໄດ້ກ່າວເຖິງການທີ່ທາງ Canva ອອກມາປະກາດວ່າ Canva ຈະສາມາດເຮັດການເຊື່ອມຕໍ່ (Integration) ກັບ Claude ເພື່ອນຳມາໃຊ້ງານໃນການຊ່ວຍຕັດຕໍ່ຮູບພາບໄດ້ແລ້ວ ຫຼັງຈາກທີ່ຜ່ານມາຕົວ Canva ຊຶ່ງເອີ້ນໄດ້ວ່າເປັນຄວາມຮ່ວມມືຄັ້ງລ່າສຸດຂອງ Claude ຫຼັງຈາກທີ່ຜ່ານມາຕົວ Claude ນັ້ນສາມາດເຊື່ອມຕໍ່ເພື່ອໃຊ້ງານຮ່ວມກັບແອັບພລິເຄຊັນແບບ 3rd Party ໄດ້ຫຼາຍຕົວ ເຊັ່ນ Figma, Notion, Stripe, ແລະ Prisma ຊຶ່ງຜູ້ໃຊ້ງານ Claude ແລະ Canva ຈະສາມາດໃຊ້ຟີເຈີໃໝ່ນີ້ໄດ້ຕັ້ງແຕ່ວັນນີ້ເປັນຕົ້ນໄປ ຊຶ່ງຈາກແຫຼ່ງຂ່າວນັ້ນໄດ້ມີການລະບຸວ່າ ຜູ້ທີ່ໃຊ້ງານການເຊື່ອມຕໍ່ນີ້ນັ້ນ ຈະສາມາດໃຊ້ການສັ່ງການແບບ Prompt ເພື່ອສັ່ງການໃຫ້ Claude ຊ່ວຍຈັດການງານທີ່ຢູ່ເທິງ Canva ເຊັ່ນ ສັ່ງໃຫ້ເຮັດພຣີເຊັນເຕຊັນ, […]
“ທຣໍາ” ປະກາດເກັບພາສີນຳເຂົ້າສິນຄ້າລາວ 40% ເລີ່ມມີຜົນ 1 ສິງຫາ 2025 ນີ້

ວັນທີ່ 1 ສິງຫາ 2025 ໂດນາລ ທຣໍາ ປະທານາທິບໍດີສະຫະລັດ ລົງນາມເລັ່ງເກັບພາສີສິນຄ້ານຳເຂົ້າຈາກ ສປປ ລາວອັດຕາ 40% ຈາກເດີມ 44% ມີຜົນພາຍໃນ 7 ວັນຫຼັງປະກາດຫຼ້າສຸດ ເມື່ອວັນທີ່ 1 ສິງຫາ 2025 ນີ້ ຂະນະທີ່ອັດຕາພາສີແບບຕ່າງຕອບໂຕ້ (Reciprocal Tariff) ຂອງປະເທດອື່ນໆ ໃນເຂດອາຊຽນ: ມຽນມາ 40% ຈາກເດີມ 44% ບຣູໄນ 25% ຈາກເດີມ 24% ຫວຽດນາມ 20% ຈາກເດີມ 46% ອິນໂດເນເຊຍ 19% ຈາກເດີມ 32% ຟິລິບປີນ 19% ຈາກເດີມ 18% ໄທ 19% ຈາກເດີມ 36% ກຳປູເຈຍ 19% ຈາກເດີມ […]
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple

ແອັບເປີນ (Apple) ກຽມເປີດໂຕ iPhone ລຸ້ນໃໝ່ໃນເດືອນກັນຍານີ້ ແລະ ຂ່າວລືຫຼ້າສຸດເຫັນເຖິງການປ່ຽນແປງຂອງ iPhone ລຸ້ນ iPhone 17 Pro ແລະ iPhone 17 Pro Max ທີ່ອາດຈະມາພ້ອມກັບຟີເຈີທີ່ບໍ່ເຄີຍມີໃນ iPhone ມາກ່ອນ ຈຸດເດັ່ນຂ່າວລືການອັບເກຣດທີ່ໜ້າສົນໃຈ ໜ້າຈໍປ້ອງກັນການສະທ້ອນ: ຕາມລາຍງານຂອງ MacRumors, iPhone 17 Pro ຈະໃຊ້ໜ້າຈໍແບບໃໝ່ທີ່ຊ່ວຍຫຼຸດແສງສະທ້ອນ ເຮັດໃຫ້ເບິ່ງເຫັນໜ້າຈໍໄດ້ຊັດເຈນຂຶ້ນເຖິງຢູ່ໃນບ່ອນທີ່ມີແສງແດດແຮງ ນອກຈາກນີ້ ໜ້າຈໍຍັງມີຄວາມທົນທານຕໍ່ຮອຍຂີດຂ່ວນໄດ້ດີຍິ່ງຂຶ້ນອີກດ້ວຍ ຊູມແບບອອບຕິກັລ 8x: ກ້ອງ Telephoto ຂອງ iPhone 17 Pro ຄາດວ່າຈະເພີ່ມຄວາມສາມາດໃນການຊູມຈາກເດີມ 5x ເປັນ 8x ຊຶ່ງເປັນການກ້າວກະໂດດຄັ້ງໃຫຍ່ ແລະ ຈະເປັນຄັ້ງທຳອິດຂອງ Apple ສ່ວນນູນຂອງກ້ອງໃຫຍ່ຂຶ້ນ: ເພື່ອຮອງຮັບການຊູມແບບອອບຕິກັລທີ່ເພີ່ມຂຶ້ນ ເຮັດໃຫ້ສ່ວນນູນຂອງກ້ອງ […]
ກອງພັນໃຫຍ່ 703 ເຝິກແອບມອດໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນກອບກູ້ຜູ້ປະສົບໄພ ດ້ວຍເຮືອບິນຂຶ້ນຊື່ MI-17 ປະຈໍາປີ 2025

ວັນທີ 30 ກໍລະກົດ 2025 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງເຝິກແອບມອດໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນ ກອບກູ້ຜູ້ປະສົບໄພ ດ້ວຍເຮືອບິນຂຶ້ນຊື່ MI-17 ປະຈໍາປີ 2025, ໂດຍມີ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຊີ້ນຳວຽກງານກູ້ໄພພິບັດ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ມີສະຫາຍ ພົນຕີ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານອາກາດ, ຄະນະນຳ ບັນດາກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະວິຊາການຈາກກອງພັນໃຫຍ່ 703 ເຂົ້າຮ່ວມ. ການເຝິກແອບໃນຄັ້ງນີ້, ປະກອບມີ 2 ລະດັບຄື: ການບິນຍົກຖັງນໍ້າມອດໄຟໄໝ້ລາມປ່າ ແລະ ການຍົກ-ຢ່ອນນັກກອບກູ້ 2 ສະຫາຍ ລົງຊ່ວຍເຫຼືອຜູ້ປະສົບໄພ ທີ່ຕິດຄ້າງຢູ່ບໍລິເວນເສດສະຫຼັກຫັກພັງ-ປະສົມດິນເຊາະເຈື່ອນທັບຖົມ ຢູ່ຕາມເກາະດອນບໍລິເວນນໍ້າຖ້ວມຂັງ ເຊິ່ງເປັນພື້ນທີ່ປ່າໄມ້ຕຶບໜ້າ ແລະ ການຢ່ອນກະເຊົ້າບັນຈຸສະບຽງອາຫານ, ອຸປະກອນກອບກູ້ຈຳນວນໜຶ່ງທີ່ຈຳເປັນ, ເພື່ອປະຕິບັດການຊ່ວຍເຫຼືອຜູ້ປະສົບໄພ […]
ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວຢ້ຽມຢາມຣັດເຊຍຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ

ຕາມຄໍາເຊີນຂອງ ພະນະທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນຣັດເຊຍ “ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປລາວ ຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ, ວັນທີ 30 ກໍລະກົດ – 01 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ຣັດເຊຍ.” ການເລີ່ມຕົ້ນການເຈລະຈາລະຫວ່າງຣັດເຊຍ-ລາວ, ທ່ານ ປູຕິນ: ທ່ານປະທານປະເທດທີ່ເຄົາລົບ! ໝູ່ເພື່ອນທີ່ຮັກແພງ! ຂໍອະນຸຍາດໃຫ້ຂ້າພະເຈົ້າຕ້ອນຮັບທ່ານດ້ວຍຄວາມອົບອຸ່ນໃນການຢ້ຽມຢາມຢ່າງເປັນທາງການຕໍ່ຣັດເຊຍ, ທ່ານຮູ້ຈັກປະເທດຂອງພວກເຮົາເປັນຢ່າງດີ ແລະ ພວກເຮົາກໍ່ຮູ້ຈັກທ່ານເປັນຢ່າງດີເຊັ່ນກັນ, ຖືວ່າທ່ານເປັນເພື່ອນສະໜິດຂອງຣັດເຊຍ. ທ່ານໄດ້ໄປຢ້ຽມຢາມຣັດເຊຍເລື້ອຍໆ ແລະ ຍິ່ງໄປກວ່ານັ້ນ, ດັ່ງທີ່ຮູ້ກັນດີ ທ່ານໄດ້ຈົບການສຶກສາຈາກສະຖາບັນການສຶກສາ Herzen Petersburg ເຊິ່ງປີກາຍນີ້, ທ່ານໄດ້ເຂົ້າຮ່ວມໃນງານເດີນຂະບວນສະເຫຼີມສະຫຼອງໄຊຊະນະ ແລະ ໃນປີນີ້ເພື່ອສະເຫຼີມສະຫຼອງຄົບຮອບ […]
ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກ ແຂວງເຊກອງ ຈັດຝຶກອົບຮົມດົນຕີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ໃນວັນທີ 30 ກໍລະກົດ 2025 ທີ່ຫໍພິພິທະພັນມູນເຊື້ອ ແຂວງເຊກອງ ໂດຍມີທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ຄູຝຶກ ແລະ ເດັກອາສາສະໝັກ ເຂົ້າຮ່ວມ. ທ່ານ ນາງ ວິໄລວັນ ດາລາສິນ ກ່າວວ່າ: ດົນຕີພື້ນເມືອງລາວ ແມ່ນໄດ້ກຳເນີດເກີດຂຶ້ນມາກັບຄົນລາວເປັນເວລາຫລາຍຮ້ອຍປີ, ເປັນພູມປັນຍາຂອງບັນພະບູລຸດ ເປັນຜູ້ປະດິດສ້າງຂຶ້ນ ຊຶ່ງແມ່ນເຄື່ອງເສບ ທີ່ເປັນເອກະລັກຂອງຄົນລາວ, ຊາດລາວ ດັ່ງຄຳສອນ ຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ: ເສຍວັດທະນະທຳ ຄືເສຍຊາດ, ເຊິ່ງການຈັດຝຶກອົບຮົມຄັ້ງນີ້ ກໍເພື່ອໃຫ້ໄວໜຸ່ມ-ເຍົາວະຊົນ ໂດຍສະເພາະ ເດັກອາສາສະໝັກ ຂອງສູນວັດທະນະທຳເດັກ ໄດ້ຮຽນຮູ້ […]
ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ

ໃນວັນທີ 16 ກໍລະກົດ ທີ່ຜ່ານມາ ທີ່ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ, ປະຊາຊົນທີ່ອາໄສຢູ່ ໃນເຂດດັ່ງກ່າວ ໄດ້ພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ ໃນຂະນະທີ່ກຳລັງດຳເນີນການຂຸດດິນເພື່ອປຸກສ້າງເຮືອນ ຊຶ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດ. ໃນວັນທີ 23 ກໍລະກົດ 2025, ທີມງານຂອງ ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ – ກອງ 58 ໄດ້ລົງພືື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດດັ່ງກ່າວ ແມ່ນໂບມໃຫຍ່ ລຸ້ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ລຸ້ນເກົ່າ), ມີນ້ຳໜັກປະມານ 1,000 ປອນ (ຫຼື ຫຼາຍກວ່າ 453 ກິໂລກຣາມ) ທີ່ສາມາດເກີດລະເບີດທີ່ຮ້າຍແຮງ ຕໍ່ຊັບສິນຂອງປະຊາຊົນ ໃນລັດສະໝີວົງກວ້າງເຖິງ 1,500 ແມັດ. ການພົບເຫັນລະເບີດໂບມໃຫຍ່ທີ່ມີຄວາມອັນຕະລາຍ ແລະ ຄວາມສ່ຽງສູງ […]
ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການພິມຄຳເຕືອນສຸຂະພາບຮູບແບບໃໝ່ ໃສ່ຊອງ ແລະ ຕຸດຢາສູບ ທຸກຊະນິດໃນວັນທີ 31 ກໍລະກົດນີ້ ທີ່ກະຊວງສາທາລະນະສຸກ ວ່າ: ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນກ່ຽວກັບສຸຂະພາບທີ່ເປັນຮູບພາບມີຂະໜາດ 75 ສ່ວນຮ້ອຍ ຊຶ່ງມີຈໍານວນ 6 ຮູບ, ແຕ່ໃນການປະຕິບັດຕົວຈິງບໍລິສັດຢາສູບບໍ່ໄດ້ມີການພິມຮູບພາບ ແລະ ຄຳເຕືອນຄົບຕາມຈຳນວນທີ່ກຳນົດໄວ້. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ກະຊວງສາທາລະນະສຸກ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບແມ່ນໄດ້ກຳນົດ 10 ຮູບພາບຄໍາເຕືອນສຸຂະພາບ ພ້ອມດ້ວຍ 10 ຄູ່ສະຫຼາກຄໍາເຕືອນ ຊຶ່ງບໍລິສັດຜະລິດຢາສູບທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ ຊື້-ຂາຍ ໃນທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ, ພາຍຫຼັງລົງຈົດໝາຍເຫດທາງລັດຖະການຂໍ້ຕົກລົງມີຜົນສັກສິດ ໂດຍໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ໃນການກະກຽມການພິມຄໍາເຕືອນແບບໃໝ່ ພ້ອມທັງຢຸດເຊົາການຜະລິດ ແລະ […]
ແຈ້ງການມອດໄຟ ວັນທີ 01,02,03 ສິງຫາ 2025 ບາງເຂດໃນນະຄອນຫຼວງ

ແຈ້ງການມອດໄຟ ວັນທີ 01-03 ສິງຫາ 2025 ບາງເຂດໃນນະຄອນຫຼວງ ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: EDL LAOS