ທ່ານ​ ທອງລຸນ ສີ​ສຸ​ລິດ ປະທານ​ປະ​ເທດ​ລາວຢ້ຽມຢາມຣັດເຊຍຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ

ຕາມຄໍາເຊີນຂອງ ພະນະທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນຣັດເຊຍ “ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປລາວ ຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ, ວັນທີ 30 ກໍລະກົດ – 01 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ຣັດເຊຍ.”   ການເລີ່ມຕົ້ນການເຈລະຈາລະຫວ່າງຣັດເຊຍ-ລາວ, ທ່ານ ປູຕິນ:   ທ່ານປະທານປະເທດທີ່ເຄົາລົບ! ໝູ່ເພື່ອນທີ່ຮັກແພງ!   ຂໍອະນຸຍາດໃຫ້ຂ້າພະເຈົ້າຕ້ອນຮັບທ່ານດ້ວຍຄວາມອົບອຸ່ນໃນການຢ້ຽມຢາມຢ່າງເປັນທາງການຕໍ່ຣັດເຊຍ, ທ່ານຮູ້ຈັກປະເທດຂອງພວກເຮົາເປັນຢ່າງດີ ແລະ ພວກເຮົາກໍ່ຮູ້ຈັກທ່ານເປັນຢ່າງດີເຊັ່ນກັນ, ຖືວ່າທ່ານເປັນເພື່ອນສະໜິດຂອງຣັດເຊຍ.   ທ່ານໄດ້ໄປຢ້ຽມຢາມຣັດເຊຍເລື້ອຍໆ ແລະ ຍິ່ງໄປກວ່ານັ້ນ, ດັ່ງທີ່ຮູ້ກັນດີ ທ່ານໄດ້ຈົບການສຶກສາຈາກສະຖາບັນການສຶກສາ Herzen Petersburg ເຊິ່ງປີກາຍນີ້, ທ່ານໄດ້ເຂົ້າຮ່ວມໃນງານເດີນຂະບວນສະເຫຼີມສະຫຼອງໄຊຊະນະ ແລະ ໃນປີນີ້ເພື່ອສະເຫຼີມສະຫຼອງຄົບຮອບ […]

ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກ ແຂວງເຊກອງ ຈັດຝຶກອົບຮົມດົນຕີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ໃນວັນທີ 30 ກໍລະກົດ 2025 ທີ່ຫໍພິພິທະພັນມູນເຊື້ອ ແຂວງເຊກອງ ໂດຍມີທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ຄູຝຶກ ແລະ ເດັກອາສາສະໝັກ ເຂົ້າຮ່ວມ.     ທ່ານ ນາງ ວິໄລວັນ ດາລາສິນ ກ່າວວ່າ: ດົນຕີພື້ນເມືອງລາວ ແມ່ນໄດ້ກຳເນີດເກີດຂຶ້ນມາກັບຄົນລາວເປັນເວລາຫລາຍຮ້ອຍປີ, ເປັນພູມປັນຍາຂອງບັນພະບູລຸດ ເປັນຜູ້ປະດິດສ້າງຂຶ້ນ ຊຶ່ງແມ່ນເຄື່ອງເສບ ທີ່ເປັນເອກະລັກຂອງຄົນລາວ, ຊາດລາວ ດັ່ງຄຳສອນ ຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ: ເສຍວັດທະນະທຳ ຄືເສຍຊາດ, ເຊິ່ງການຈັດຝຶກອົບຮົມຄັ້ງນີ້ ກໍເພື່ອໃຫ້ໄວໜຸ່ມ-ເຍົາວະຊົນ ໂດຍສະເພາະ ເດັກອາສາສະໝັກ ຂອງສູນວັດທະນະທຳເດັກ ໄດ້ຮຽນຮູ້ […]

ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ

ໃນວັນທີ 16 ກໍລະກົດ ທີ່ຜ່ານມາ ທີ່ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ, ປະຊາຊົນທີ່ອາໄສຢູ່ ໃນເຂດດັ່ງກ່າວ ໄດ້ພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ ໃນຂະນະທີ່ກຳລັງດຳເນີນການຂຸດດິນເພື່ອປຸກສ້າງເຮືອນ ຊຶ່ງຈຸດທີ່ພົບເຫັນແມ່ນຫ່າງຈາກເຮືອນຂອງປະຊາຊົນພຽງເເຕ່ 5 ແມັດ.       ໃນວັນທີ 23 ກໍລະກົດ 2025, ທີມງານຂອງ ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ – ກອງ 58 ໄດ້ລົງພືື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດດັ່ງກ່າວ ແມ່ນໂບມໃຫຍ່ ລຸ້ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ລຸ້ນເກົ່າ), ມີນ້ຳໜັກປະມານ 1,000 ປອນ (ຫຼື ຫຼາຍກວ່າ 453 ກິໂລກຣາມ) ທີ່ສາມາດເກີດລະເບີດທີ່ຮ້າຍແຮງ ຕໍ່ຊັບສິນຂອງປະຊາຊົນ ໃນລັດສະໝີວົງກວ້າງເຖິງ 1,500 ແມັດ.   ການພົບເຫັນລະເບີດໂບມໃຫຍ່ທີ່ມີຄວາມອັນຕະລາຍ ແລະ ຄວາມສ່ຽງສູງ […]

ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການພິມຄຳເຕືອນສຸຂະພາບຮູບແບບໃໝ່ ໃສ່ຊອງ ແລະ ຕຸດຢາສູບ ທຸກຊະນິດໃນວັນທີ 31 ກໍລະກົດນີ້ ທີ່ກະຊວງສາທາລະນະສຸກ ວ່າ: ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນກ່ຽວກັບສຸຂະພາບທີ່ເປັນຮູບພາບມີຂະໜາດ 75 ສ່ວນຮ້ອຍ ຊຶ່ງມີຈໍານວນ 6 ຮູບ, ແຕ່ໃນການປະຕິບັດຕົວຈິງບໍລິສັດຢາສູບບໍ່ໄດ້ມີການພິມຮູບພາບ ແລະ ຄຳເຕືອນຄົບຕາມຈຳນວນທີ່ກຳນົດໄວ້. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ກະຊວງສາທາລະນະສຸກ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບແມ່ນໄດ້ກຳນົດ 10 ຮູບພາບຄໍາເຕືອນສຸຂະພາບ ພ້ອມດ້ວຍ 10 ຄູ່ສະຫຼາກຄໍາເຕືອນ ຊຶ່ງບໍລິສັດຜະລິດຢາສູບທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ ຊື້-ຂາຍ ໃນທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ, ພາຍຫຼັງລົງຈົດໝາຍເຫດທາງລັດຖະການຂໍ້ຕົກລົງມີຜົນສັກສິດ ໂດຍໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ໃນການກະກຽມການພິມຄໍາເຕືອນແບບໃໝ່ ພ້ອມທັງຢຸດເຊົາການຜະລິດ ແລະ […]

ທຣຳປະກາດເກັບພາສີ 25% ສິນຄ້ານຳເຂົ້າຈາກອິນເດຍ ເລີ່ມ 1 ສິງຫາ ພ້ອມລົງໂທດເສີມ ເພາະຄ້າພະລັງງານແລະອາວຸດຈາກຣັດເຊຍ

ປະທານາທິບໍດີໂດນາລ ທຣຳ ແຫ່ງສະຫະລັດ ປະກາດເມື່ອວັນພຸດທີ່ຜ່ານມາ (ຕາມເວລາທ້ອງຖິ່ນ) ກະກຽເກັບພາສີນຳເຂົ້າສິນຄ້າຈາກອິນເດຍໃນອັດຕາ 25% ເລີ່ມຕັ້ງແຕ່ວັນທີ່ 1 ສິງຫານີ້ ພ້ອມຂູ່ວ່າຈະມີບົດລົງໂທດເພີ່ມເຕີມຕາມມາ ໂດຍຍັງບໍ່ລະບຸລາຍລະອຽດວ່າ “ໂທດ” ດັ່ງກ່າວຈະມີລັກສະນະແບບໃດ.   ທຣຳກ່າວວ່າ ເຖິງວ່າອິນເດຍຈະເປັນມິດຂອງສະຫະລັດ ແຕ່ທີ່ຜ່ານມາກັບມີອຸປະສັກທາງການຄ້າທີ່ສູງເກີນຮັບໄດ້ ທັງໃນດ້ານອັດຕາພາສີທີ່ຈັດຢູ່ໃນກຸ່ມສູງທີ່ສຸດໃນໂລກ ແລະ ກົດເກນ ທີ່ຍຸ່ງຍາກຊັບຊ້ອນເກີນຈຳເປັນ ຊຶ່ງກາຍເປັນອຸປະສັກສຳຄັນຕໍ່ການທຳທຸລະກິດລະຫວ່າງສອງປະເທດ ໂດຍເຂົາລະບຸວ່າ “ອິນເດຍມີອຸປະສັກທາງການຄ້າທີ່ເຂັ້ມງວດແລະໜ້າລຳຄານທີ່ສຸດໃນໂລກ”.   ໃນໂພສເທິງ  Truth Social ທຣຳສະແດງຄວາມບໍ່ພໍໃຈທີ່ອິນເດຍຍັງຄົງຊື້ອາວຸດ ແລະ ພະລັງງານຈາກຣັດເຊຍ ຊຶ່ງເປັນປະເດັນລະອຽດອ່ອນກາງສົງຄາມໃນຢູເຄຣນ   ໂດຍລາວລະບຸວ່າ “ອິນເດຍຍັງຄົງຊື້ອາວຸດແລະພະລັງງານຈາກຣັດເຊຍຫຼາຍ ໃນຂະນະທີ່ທຸກຄົນຕ້ອງການໃຫ້ຣັດເຊຍຢຸດການສັງຫານໃນຢູເຄຣນ ທັງໝົດນີ້ບໍ່ແມ່ນສິ່ງທີ່ດີເລີຍ!”   ທຣຳເນັ້ນຢ້ຳວ່າ ນະໂຍບາຍເກັບພາສີນຳເຂົ້າຮອບໃໝ່ຈາກອິນເດຍ ມີທັງເປົ້າໝາຍທາງເສດຖະກິດແລະການເມືອງ ໂດຍໜຶ່ງໃນແຮງຜັກດັນສຳຄັນແມ່ນການຫຼຸດຂາດດຸນການຄ້າຂອງສະຫະລັດກັບຕ່າງປະເທດ ໂດຍສະເພາະກັບອິນເດຍ ຊຶ່ງລາວລະບຸວ່າມີ “ການຂາດດຸນການຄ້າຢ່າງມະຫາສານ”.   ອັດຕາພາສີ 25% ທີ່ປະກາດໃນຄັ້ງນີ້ ເຖິງແມ່ນຈະຕ່ຳກວ່າອັດຕາ 26% ທີ່ເຄີຍປະກາດໃນວັນປົດແອກ “Liberation Day” […]

ງານສັບປະດາແຟຊັ່ນລາວ 2025 “ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ”

ໃນວັນທີ 30 ກໍລະກົດ ຜ່ານມ ທີ່ໂຮງແຮມອາມາຣີ (Amari) ນະຄອນວຽງຈັນ ໄດ້ຈັດງານ Lao Fashion Week 2025 “ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ” ໂດຍມີ ທ່ານນາງ ປານີ ໄຊຍະວົງ ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ຂອງ Lao Fashion Week, ມີແຂກຖືກເຊີນ, ນັກອອກແບບໜຸ່ມນ້ອຍ ແລະ ນາຍແບບຍິງ-ຊາຍເຂົ້າຮ່ວມ.     ທ່ານ ນາງ ປານີ ໄຊຍະວົງ ກ່າວວ່າ: ງານດັ່ງກ່າວເພື່ອຍົກສູງຄວາມອາດສາມາດ ແລະ ຄວາມສາມາດ ຂອງໄວໜຸ່ມລາວ ໃນການສະແດງດົນຕີ, ອາພອນເສື້ອຜ້າ ຂອງບັນດານັກອອກແບບໜຸ່ມນ້ອຍຂອງລາວ ທີ່ໄດ້ອອກແບບພິເສດ ໂດຍການນໍາເອົາແຜ່ນແພຈາກທ້ອງຖິ່ນລາວ ມາປະດິດເປັນແຜ່ນແພ-ເສື້ອຜ້າໄໝ ຊຶ່ງເປົ້າໝາຍແມ່ນຢາກນໍາເອົາແຜ່ນແພທ້ອງຖິ່ນຂອງລາວເຂົ້າສູ່ຕະຫຼາດແຟຊັນສາກົນໃນເດືອນກັນຍາ.   ທ່ານ ນາງ ປານີ ໄຊຍະວົງ ກ່າວຕື່ມວ່າ: ງານສະແດງອາພອນ ແລະ […]

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ.   ເພື່ອຂັບເຄື່ອນວຽກງານປົກປ້ອງເດັກ ແນໃສ່ປ້ອງກັນການໃຊ້ແຮງງາານເດັກ ທີ່ຢູ່ໃນຊຸມຊົນ ແລະ ຊົນເຜົ່າທີ່ດ້ອຍໂອກາດ, ພ້ອມທັງສົ່ງເສີມສິດທິຂອງເດັກ ໃນການໄດ້ຮັບການປົກປ້ອງ, ໄດ້ຮັບການສຶກສາ ແລະ ການເຂົ້າເຖິງການຝຶກວິຊາຊີບ, ການປະກອບອາຊີບ ແລະ ການຈ້າງງານທີ່ເໝາະສົມກັບໄວໜຸ່ມ. ໂຄງການດັ່ງກ່າວ, ຈະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG) 10 ໂດຍການຫລຸດຜ່ອນຄວາມບໍ່ສະເໝີພາບທາງດ້ານສັງຄົມ ແລະ ເສດຖະກິດ ເຊິ່ງຈະໄດ້ຮັບການປະຕິບັດໂດຍຜ່ານ 3 ທິດທາງສຳຄັນຄື: ການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໃນຊຸມຊົນທີ່ດ້ອຍໂອກາດ; ປູກຈິດສຳນຶກພາຍໃນຄອບຄົວ ແລະ ຊຸມຊົນ; ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ, ພາກສ່ວນກ່ຽວຂ້ອງ […]

ນັກກິລາມວຍປັນຈັກສີລັດ ຍາດໄດ້ 1 ຫຼຽນທອງ ເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9

ສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນຊີງແຊັມອາຊີຄັ້ງທີ 9 ຢູ່ແຂວງຮາຕິງ ສສ ຫວຽດນາມ ໃນລະຫວ່າງວັນທີ 24-31/7/2025 (9th Asian Pencak Silat Championship @ Ha Tinh Province Vietnam). ສະຫະພັນກິລາມວຍປັນຈັກສີລັດແຫ່ງຊາດລາວສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 5 ຄົນ ຍິງ 1 ຄົນ ຊຶ່ງສາມາດຍາດໄດ້ 1 ຫຼຽນທອງ ຈາກທ້າວ ສາຍຝົນ ກອງມະນີຈວງ ລຸ້ນນໍ້າໜັກ 60 kg.     ສະຫະພັນກິລາປັນຈັກສີລັດແຫ່ງຊາດລາວຂໍສະແດງຄວາມຂອບໃຈມາຍັງຜູ້ຊົມຜູ້ເຊຍທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ສົ່ງກຳລັງໃຈຊ່ວຍເຊຍນັກກິລາພວກເຮົາດ້ວຍດີຕະຫຼອດມາ. ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງຜູ້ໃຫ້ການສະໜັບສະໜູນໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ຄື: ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອິນໂດເນເຊຍ, ບໍລິສັດ ST Group, ກຸ່ມບໍລິສັດ ລາວເດີມ ກຼຸບ, ໂຮງແຮມສຸພັດຕາ, Papon sportswear, […]

ຈະຫຼວດ Eris ຂອງອົດສະຕາລີລົ້ມແຫຼວ ໃນພາລະກິດປ່ອຍຕົວຄັ້ງປະຫວັດສາດ

ບໍລິສັດ ກິລມໍສເປດ (Gilmour Space) ຂອງປະເທດອົດສະຕາລີໄດ້ສ້າງໜ້າປະຫວັດສາດໜ້າໃໝ່ໃຫ້ກັບວົງການອະວະກາດຂອງປະເທດ ເຖິງແມ່ນວ່າພາລະກິດປ່ອຍຈະຫຼວດອີຣິສ (Eris) ຊຶ່ງເປັນຈະຫຼວດທີ່ອອກແບບແລະຜະລິດໃນປະເທດອອສເຕຣເລຍລຳທຳອິດ ໄດ້ຈົບລົງດ້ວຍຄວາມລົ້ມແຫຼວຫຼັງຈາກຈະຫຼວດທະຍານຂຶ້ນຈາກຖານປ່ອຍໄດ້ພຽງບໍ່ດົນ   ຈະຫຼວດອີຣິສ (Eris)   ຈະຫຼວດອີຣິສ (Eris) ມີເປົ້າໝາຍການພັດທະນາເພື່ອໃຫ້ບໍລິການຂົນສົ່ງດາວທຽມຂະໜາດນ້ອຍຂຶ້ນສູ່ວົງໂຄຈອນຕ່ຳຂອງໂລກ ໃນລາຄາທີ່ເຂົ້າເຖິງໄດ້.   ຈະຫຼວດອີຣິສຖືກອອກແບບມາໃຫ້ເປັນຈະຫຼວດ 3 ທ່ອນ ຫຼື 3 Stages ມີຂະໜາດຄວາມສູງປະມານ 23-25 ແມັດ ແລະ ມີເສັ້ນຜ່ານສູນກາງປະມານ 1.5-2 ແມັດ ສາມາດນຳສົ່ງດາວທຽມທີ່ມີນ້ຳໜັກໄດ້ສູງສຸດປະມານ 305 ກິໂລກຣາມ.   ຈະຫຼວດຮຸ່ນນີ້ໃຊ້ລະບົບຂັບເຄື່ອນແບບໄຮບຣິດ (Hybrid Propulsion) ຊຶ່ງເປັນເທັກໂນໂລຊີທີ່ບໍລິສັດພັດທະນາຂຶ້ນເອງ ໂດຍໃນທ່ອນທີ່ 1 ແລະ 2 ຈະໃຊ້ເຄື່ອງຍົນໄຮບຣິດທີ່ປະສົມປະສານລະຫວ່າງເຊື້ອເພີງແຂງເຂົ້າກັບຕົວອອກຊີໄດເຊີທີ່ເປັນຂອງແຫຼວ ເຮັດໃຫ້ມີຄວາມປອດໄພສູງແລະມີຕົ້ນທຶນຕ່ຳກວ່າເຄື່ອງຍົນຈະຫຼວດແບບດັ້ງເດີມ.   ສ່ວນທ່ອນທີ່ 3 ຊຶ່ງເຮັດໜ້າທີ່ສົ່ງດາວທຽມເຂົ້າສູ່ວົງໂຄຈອນສຸດທ້າຍ ໃຊ້ເຄື່ອງຍົນເຊື້ອເພີງແຫຼວເພື່ອຄວາມແມ່ນຍຳໃນການຄວບຄຸມ.   ການແບ່ງການເຮັດວຽກອອກເປັນ 3 ຂັ້ນຕອນ ຊ່ວຍໃຫ້ຈະຫຼວດສາມາດເຮັດຄວາມໄວ  […]