ຈະຫຼວດ Eris ຂອງອົດສະຕາລີລົ້ມແຫຼວ ໃນພາລະກິດປ່ອຍຕົວຄັ້ງປະຫວັດສາດ

ບໍລິສັດ ກິລມໍສເປດ (Gilmour Space) ຂອງປະເທດອົດສະຕາລີໄດ້ສ້າງໜ້າປະຫວັດສາດໜ້າໃໝ່ໃຫ້ກັບວົງການອະວະກາດຂອງປະເທດ ເຖິງແມ່ນວ່າພາລະກິດປ່ອຍຈະຫຼວດອີຣິສ (Eris) ຊຶ່ງເປັນຈະຫຼວດທີ່ອອກແບບແລະຜະລິດໃນປະເທດອອສເຕຣເລຍລຳທຳອິດ ໄດ້ຈົບລົງດ້ວຍຄວາມລົ້ມແຫຼວຫຼັງຈາກຈະຫຼວດທະຍານຂຶ້ນຈາກຖານປ່ອຍໄດ້ພຽງບໍ່ດົນ   ຈະຫຼວດອີຣິສ (Eris)   ຈະຫຼວດອີຣິສ (Eris) ມີເປົ້າໝາຍການພັດທະນາເພື່ອໃຫ້ບໍລິການຂົນສົ່ງດາວທຽມຂະໜາດນ້ອຍຂຶ້ນສູ່ວົງໂຄຈອນຕ່ຳຂອງໂລກ ໃນລາຄາທີ່ເຂົ້າເຖິງໄດ້.   ຈະຫຼວດອີຣິສຖືກອອກແບບມາໃຫ້ເປັນຈະຫຼວດ 3 ທ່ອນ ຫຼື 3 Stages ມີຂະໜາດຄວາມສູງປະມານ 23-25 ແມັດ ແລະ ມີເສັ້ນຜ່ານສູນກາງປະມານ 1.5-2 ແມັດ ສາມາດນຳສົ່ງດາວທຽມທີ່ມີນ້ຳໜັກໄດ້ສູງສຸດປະມານ 305 ກິໂລກຣາມ.   ຈະຫຼວດຮຸ່ນນີ້ໃຊ້ລະບົບຂັບເຄື່ອນແບບໄຮບຣິດ (Hybrid Propulsion) ຊຶ່ງເປັນເທັກໂນໂລຊີທີ່ບໍລິສັດພັດທະນາຂຶ້ນເອງ ໂດຍໃນທ່ອນທີ່ 1 ແລະ 2 ຈະໃຊ້ເຄື່ອງຍົນໄຮບຣິດທີ່ປະສົມປະສານລະຫວ່າງເຊື້ອເພີງແຂງເຂົ້າກັບຕົວອອກຊີໄດເຊີທີ່ເປັນຂອງແຫຼວ ເຮັດໃຫ້ມີຄວາມປອດໄພສູງແລະມີຕົ້ນທຶນຕ່ຳກວ່າເຄື່ອງຍົນຈະຫຼວດແບບດັ້ງເດີມ.   ສ່ວນທ່ອນທີ່ 3 ຊຶ່ງເຮັດໜ້າທີ່ສົ່ງດາວທຽມເຂົ້າສູ່ວົງໂຄຈອນສຸດທ້າຍ ໃຊ້ເຄື່ອງຍົນເຊື້ອເພີງແຫຼວເພື່ອຄວາມແມ່ນຍຳໃນການຄວບຄຸມ.   ການແບ່ງການເຮັດວຽກອອກເປັນ 3 ຂັ້ນຕອນ ຊ່ວຍໃຫ້ຈະຫຼວດສາມາດເຮັດຄວາມໄວ  […]

ນາຍົກລັດຖະມົນຕີ ລົງຊຸກຍູ້ຕິດຕາມບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງໄຊຍະບູລີ

ໃນວັນທີ 30 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຕິດຕາມບ້ານທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງໄຊຍະບູລີ; ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ, ມີການນຳຂອງແຂວງ, ການນຳຂອງເມືອງແລະ ພໍ່-ແມ່ປະຊາຊົນໃຫ້ການຕ້ອນຮັບ.     ໃນໂອກາດນິ້, ທ່ານນາຍົກລັດຖະມົນຕີ ແລະຄະນະ ໄດ້ລົງເບິ່ງຂົວອູ່ບ້ານນາຕໍໃຫຍ່ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງພົບປະໂອ້ລົມປະຊາຊົນ.ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຜົນເສຍຫາຍຈາກໄພພິບັດນໍ້າຖ້ວມມີທັງໝົດ 40 ບ້ານ,ມີ1,820 ຄອບຄົວ, ມິ 9,248 ຄົນຍິງ 4,592 ຄົນ,ປະເມີນມູນຄ່າເສຍຫາຍລວມ 32,478,556,747 ກີບ.ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເງີນຊຸກຍູ້ໃຫ້ອົງການປົກຄອງບ້ານນາຕໍນ້ອຍມູນຄ່າ 10 ລ້ານກວ່າກີບ.   (ຂ່າວ-ພາບ: ສົມພົງ ສີສະຫວັດ)

ບັນດາປະເທດ ອາຊຽນ ແລະ ຈີນ ຫາລືກ່ຽວກັບ ສິດທິມະນຸດ ແລະ ການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍໍ້າລ້ານຊ້າງ

ວັນທີ 28-29 ກໍລະກົດ 2025 ທີ່ໂຮງແຮມ ສຸພັດຕາ ນະຄອນຫຼວງພະບາງ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ສໍາມະນາ ເພື່ອແລກປ່ຽນດ້ານວິຊາການ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ ,ຮ່ວມກັນຫາລື ໂຄງຮ່າງບົດຄົ້ນຄວ້າຮ່ວມ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ.     ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການບັນຍາຍຈາກ ຜູ້ຊ່ຽວຊານດ້ານສິດທິມະນຸດຂອງສະຖາບັນໃນບັນດາປະເທດອາຊຽນ ແລະ ຈີນ, ໃນຫົວຂໍ້: 1. ສິດທິມະນຸດ ແລະ ການພັດທະນາພາຍໃຕ້ກົນໄກ ສະຫະປະຊາຊາດ(ສປຊ) ແລະພາກພື້ນ, 2. ການເຊື່ອມສານສິດທິມະນຸດ ແລະ ການພັດທະນາເຂົ້າໃນນະໂຍບາຍລັດ ແລະ ກົດຫມາຍ, 3. ຮັບຟັງຮ່າງບົດຄົ້ນຄວ້າຮ່ວມ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອບການຮ່ວມມື […]

ສົກຮຽນ 2024-2025 ນວ ມີນັກຮຽນ ມປ ເສັງໄດ້ໃບປະກາດແດງ 79 ຄົນ

ພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ4) ແລະ ຕອນປາຍ (ມ7) ສົກຮຽນ 2024-2025 ໄດ້ຈັດຂຶ້ນວັນທີ 30 ກໍລະກົດ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ຄະນະພະແນກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຄະນະອໍານວຍການ ຄູ-ອາຈານ, ນັກຮຽນ ຜູ້ປົກຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ.     ໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນລາຍງານສະຫຼຸບຫຍໍ້ກ່ຽວກັບການຈັດ ຕັ້ງປະຕິບັດສອບເສັງຈົບຊັ້ນສາຍສາມັນສຶກສາ ມ4 ແລະ ມ7 ປະຈຳສົກຮຽນ 2024-2025 ນີ້ ວ່າ: ສຳລັບ […]

ເປີດນໍາໃຊ້ຢ່າງເປັນທາງການ ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈີຕ໋ອນ

ໃນຕອນບ່າຍຂອງວັນທີ 30 ກໍລະກົດ 2025, ໄດ້ຈັດພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈີຕ໋ອນ ຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ,       ມີ ທ່ານ ບັນດິດ ສຈ.ປອ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ […]

ທຣຳປ໌ເອີ້ນຕົວເອງວ່າ “ປະທານາທິບໍດີແຫ່ງສັນຕິພາບ” ອ້າງຢຸດຕິຂັດແຍ້ງທົ່ວໂລກພາຍໃນ 6 ເດືອນ

“ຜູ້ນຳແຫ່ງສັນຕິພາບ” ທຣຳປ໌ປະກາດຢຸດຕິຄວາມຂັດແຍ້ງທົ່ວໂລກນັບບໍ່ຖ້ວນໃນຄຶ່ງປີ ຄວາມຕຶງຄຽດຊາຍແດນໄທ-ກຳປູເຈຍ ກໍເປັນຫນຶ່ງໃນ “ໄຊຊະນະ” ທີ່ລາວພູມໃຈ ແຕ່ເບື້ອງຫຼັງຄຳປະກາດອັນຍິ່ງໃຫຍ່ ສະຖານະການຍັງຄົງຮ້ອນແຮງໃນຫຼາຍສະໜາມຣົບ   ເມື່ອວັນທີ່ 28 ກໍລະກົດ 2025 ປະທານາທິບໍດີ ໂດນັລດ໌ ທຣຳປ໌ ແຫ່ງສະຫະລັດອາເມຣິກາ ໄດ້ເປີດເຜີຍຜ່ານທຣູທໂຊຊຽວ ໂດຍປະກາດຄວາມສຳເລັດໃນການເປັນຕົວກາງຢຸດຕິຄວາມຂັດແຍ້ງຫຼາຍແຫ່ງທົ່ວໂລກໃນຊ່ວງເວລາ 6 ເດືອນທີ່ຜ່ານມາ ພ້ອມທັ້ງເອີ້ນຕົວເອງວ່າເປັນ “ປະທານາທິບໍດີແຫ່ງສັນຕິພາບ” ຊຶ່ງລວມເຖິງການເຈລະຈາຢຸດຍິງລະຫວ່າງໄທ ແລະ ກຳປູເຈຍ ທີ່ເກີດຂຶ້ນໃນມື້ດຽວກັນນີ້ດ້ວຍ   “ໃນຊ່ວງເວລາພຽງ 6 ເດືອນ ຂ້ອຍສາມາດຢຸດຕິສົງຄາມໄດ້ຫຼາຍແຫ່ງ ຂ້ອຍພູມໃຈທີ່ໄດ້ເປັນປະທານາທິບໍດີແຫ່ງສັນຕິພາບ”     ຄວາມຂັດແຍ້ງທີ່ປະທານາທິບໍດີທຣຳປ໌ອ້າງວ່າແກ້ໄຂໄດ້   ຄວາມຂັດແຍ້ງທີ່ປະທານາທິບໍດີທຣຳປ໌ອ້າງວ່າແກ້ໄຂໄດ້   ຄວາມຂັດແຍ້ງສາທາລະນະລັດປະຊາທິປະໄຕຄອງໂກ (DRC) ແລະ ລະວັນດາ     ຄວາມຂັດແຍ້ງລະຫວ່າງສາທາລະນະລັດປະຊາທິປະໄຕຄອງໂກ ແລະ ລະວັນດາເປັນຄວາມຂັດແຍ້ງທີ່ດຳເນີນມາຫຼາຍທົດສະວັດ ຈົນມາຮອດຕົ້ນປີ 2025 ຄວາມຕຶງຄຽດໄດ້ທະວີຄວາມຮຸນແຮງຂຶ້ນອີກຄັ້ງ ຫຼັງຈາກກຸ່ມກະບົດ M23 ຍຶດຄອງພື້ນທີ່ສ່ວນໃຫຍ່ໃນພາກຕາເວັນອອກຂອງ DR […]

ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ຄໍາມ່ວນ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 30 ກໍລະກົດນີ້ ທີ່ສະໂມສອນໃຫຍ່ ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະນັກງານອາວຸໂສບໍານານ, ຫົວໜ້າພະແນກ-ອົງການທຽບເທົ່າ, ອົງການຈັດຕັ້ງລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.     ກອງປະຊຸມສະຄັັ້ງນີ້, ຈະໄດ້ພິຈາລະນາຮັບຮອງເອົາ ບັນຫາສໍາຄັນຂອງແຂວງຄື: ຈະຮັບຮອງເອົາບົດລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນພັດທະນາຊົນນະບົດ […]

ນະຄອນຫຼວງພະບາງ ກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ວັນທີ 14-23 ສິງຫາ 2025

ວັນທີ 30 ກໍລະກົດ 2025 ນີ້ ທີ່ຫ້ອງວ່າການນະຄອນ ຫຼວງພະບາງ ທ່ານ ສະເຫວີຍ ສີລາວັນ ຮັກສາການປະທານອົງການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ການຈັດບຸນຫໍ່ເຂົ້າປະດັບດິນ ຫຼື ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ນະຄອນ ຫຼວງພະບາງ.   ເຊິ່ງເປັນປາງບຸນໃຫຍ່ ຂອງຊາວຫຼວງພະບາງ ທີ່ນອນຢູ່ໃນຮີດສິບສອງຂອງລາວ ແລະ ສືບທອດກັນມາ ຫຼາຍເຊັ່ນຄົນ. ໃນແຕ່ລະປີສາມາດດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າ ມາທ່ຽວຊົມຫຼວງພະບາງ, ເປັນການເສີມຂະຫຍາຍຂະແໜງການ ດ້ານວັດທະນະທຳ-ຮີດຄອງປະເພນີ ທີເປັນເອກະລັກຂອງຊາວຫຼວງພະບາງ ໃຫ້ຄົງຄຸນຄ່າ, ທັງເປັນການ ກະຕຸ້ນທາງ ດ້ານເສດຖະກິດ ສ້າງລາຍຮັບໃຫ້ປະຊາຊົນພາຍໃນນະຄອນ ໃຫ້ມີຄວາມເຂັ້ມແຂງ. ບຸນຫໍ່ເຂົ້າປະດັບດິນ ປີນີ້ ຈະໄດ້ຈັດຂື້ນໃນມື້ແຮມ 14 ຄໍ່າເດືອນ 9 ກົງກັບ ວັນເສົາ ວັນທີ 23 ສີງຫາ ໂດຍຈະຈັດຂື້ນຢ່າງຍິ່ງໃຫຍ່ ເຕັມຮູບແບບ, ເນັ້ນວັດທະນະທຳ […]

ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025

ໃນວັນທີ 28 ກໍລະກົດ 2025 ນີ້, ຫ້ອງການເມືອງກອງພົນທີ 4 ໄດ້ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025 ໂດຍການນຳພາຊີ້ນຳ ຂອງ ຄະນະພັກ – ຄະນະຫ້ອງການເມືອງ ກອງພົນທີ 4, ເຊິ່ງມີພະນັກງານ – ນັກຮົບ ພາຍໃນກົມກອງຂອງຕົນ ເຂົ້າຮ່ວມໃນການປັກດຳເຂົ້ານາປີ ຢ່າງເປັນຂະບວນການຟົດຟື້ນ .     ສະຫາຍ ພັນໂທ ສົມໃຈ ແກ້ວມະນີວົງ ຫົວໜ້າພະແນກ ບໍລິຫານຫ້ອງການເມືອງ ໃຫ້ຮູ້ວ່າ; ພາຍຫຼັງທີ່ພວກເຮົາໄດ້ຈັດຕັ້ງພະນັກງານ – ນັກຮົບສຸມໃສ່ການປັກດຳເຂົ້່ານາປີມາແຕ່ຕົ້ນເດືອນ ກໍລະກົດ ເປັນຕົ້ນມາ, ຈົນມາຮອດວັນທີ 28 ກໍລະກົດ 2025 ແມ່ນໄດ້ສຳເລັດລົງຢ່າງເປັນທາງການດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເນື້ອທີ່ປັກດຳຕົວຈິງທັງໝົດແມ່ນ 8 ເຮັກຕາ, ຈຳນວນເຂົ້າປູກ 755 ກິໂລ, ໃຊ້ແນວເຂົ້າທ່າຊະນູ 8 ເຊິ່ງນຳໃຊ້ກຳລັງແຮງງານອ້າຍນ້ອງທັງໝົດ 70 ສະຫາຍ, ມາຮອດປັດຈຸບັນແມ່ນສຳເລັດ […]

ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ

ໃນວັນທີ 30 ກໍລະກົດ 2025 ທີ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.     ການເດີນທາງມາ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຄັ້ງນີ້ ເພື່ອຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ […]