ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025

ໃນວັນທີ 28 ກໍລະກົດ 2025 ນີ້, ຫ້ອງການເມືອງກອງພົນທີ 4 ໄດ້ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025 ໂດຍການນຳພາຊີ້ນຳ ຂອງ ຄະນະພັກ – ຄະນະຫ້ອງການເມືອງ ກອງພົນທີ 4, ເຊິ່ງມີພະນັກງານ – ນັກຮົບ ພາຍໃນກົມກອງຂອງຕົນ ເຂົ້າຮ່ວມໃນການປັກດຳເຂົ້ານາປີ ຢ່າງເປັນຂະບວນການຟົດຟື້ນ .     ສະຫາຍ ພັນໂທ ສົມໃຈ ແກ້ວມະນີວົງ ຫົວໜ້າພະແນກ ບໍລິຫານຫ້ອງການເມືອງ ໃຫ້ຮູ້ວ່າ; ພາຍຫຼັງທີ່ພວກເຮົາໄດ້ຈັດຕັ້ງພະນັກງານ – ນັກຮົບສຸມໃສ່ການປັກດຳເຂົ້່ານາປີມາແຕ່ຕົ້ນເດືອນ ກໍລະກົດ ເປັນຕົ້ນມາ, ຈົນມາຮອດວັນທີ 28 ກໍລະກົດ 2025 ແມ່ນໄດ້ສຳເລັດລົງຢ່າງເປັນທາງການດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເນື້ອທີ່ປັກດຳຕົວຈິງທັງໝົດແມ່ນ 8 ເຮັກຕາ, ຈຳນວນເຂົ້າປູກ 755 ກິໂລ, ໃຊ້ແນວເຂົ້າທ່າຊະນູ 8 ເຊິ່ງນຳໃຊ້ກຳລັງແຮງງານອ້າຍນ້ອງທັງໝົດ 70 ສະຫາຍ, ມາຮອດປັດຈຸບັນແມ່ນສຳເລັດ […]

ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ

ໃນວັນທີ 30 ກໍລະກົດ 2025 ທີ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.     ການເດີນທາງມາ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຄັ້ງນີ້ ເພື່ອຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ […]

“ໝວກ AI” ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.

ທີມວິໄຈຈາກມະຫາວິທະຍາໄລເທັກໂນໂລຍີຊິດນີ (University of Technology Sydney) ປະເທດອົດສະຕາລີ ພັດທະນາໝວກປັນຍາປະດິດທີ່ສາມາດອ່ານຄ່າຄື່ນສະໝອງຂອງຜູ້ສວມໃສ່ ເພື່ອຕີຄວາມໝາຍກິດຈະກຳຂອງສະໝອງ ແລະ ປ່ຽນຄວາມຄິດທີ່ເກີດຂຶ້ນໃຫ້ກາຍເປັນຂໍ້ຄວາມໃສ່ໜ້າຈໍ ກຽມຕໍ່ຍອດໄປສູ່ການພັດທະນາວິທີການຄວບຄຸມອຸປະກອນອີເລັກໂທຣນິກຕ່າງໆ ດ້ວຍຄວາມຄິດ   ເທັກໂນໂລຍີ “ໝວກ AI”     ຫົວໃຈສຳຄັນຂອງເທັກໂນໂລຍີນີ້ຢູ່ທີ່ອຸປະກອນໝວກພິເສດ ທີ່ສາມາດກວດສອບຮູບແບບຄື່ນສະໝອງຂອງຜູ້ສວມໃສ່ໄດ້ ໂດຍທີມວິໄຈໄດ້ສາທິດການນຳໃຊ້ດ້ວຍການໃສ່ໝວກ ແລະ ອ່ານຄຳ ຫຼື ປະໂຫຍກທີ່ຕ້ອງການໃນໃຈ ແລະ ໃຊ້ການເຄື່ອນໄຫວຂອງປາກອ່ານຄຳນັ້ນແບບບໍ່ອອກສຽງ (silently mouths the words)   ຊຶ່ງຂະບວນການນີ້ຈະຊ່ວຍໃຫ້ສະໝອງປະມວນຜົນຄຳເວົ້າໄດ້ຢ່າງມີປະສິດທິຜົນ ຈາກນັ້ນ ຕົວຖອດລະຫັດທີ່ຂັບເຄື່ອນດ້ວຍ AI ຈະເຂົ້າມາຮັບຊ່ວງຕໍ່ ໂດຍເຮັດໜ້າທີ່ແປງຄວາມຄິດເຫຼົ່ານັ້ນໃຫ້ກາຍເປັນພາສາຂຽນຢ່າງວ່ອງໄວ   ຜົນຈາກການທົດສອບໃຊ້ຈິງ   ໂດຍສຳນັກຂ່າວ AP ຜູ້ລາຍງານຂ່າວນີ້ລະບຸວ່າຈາກການທີ່ນັກຂ່າວໄດ້ທົດສອບໃຫ້ນັກສຶກສາລອງອ່ານອອກສຽງຄຳວ່າ “ຊ້ອນ” ໃນໃຈ ຜົນປະກົດວ່າ AI ສາມາດລະບຸຄຳດັ່ງກ່າວໄດ້ຢ່າງຖືກຕ້ອງເຖິງ 75% ຊຶ່ງທີມວິໄຈກຳລັງຕັ້ງເປົ້າໝາຍທີ່ຈະພັດທະນາຄວາມແມ່ນຍຳໃຫ້ສູງເຖິງ 90% ໃນອະນາຄົດ   ເບື້ອງຫຼັງການເຮັດວຽກຂອງ […]

ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)

ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)   ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານໃນຂະແໜງກະສິກຳ” ໃນລະຫວ່າງວັນທີ 29-30 ກໍລະກົດ 2025 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການກວດກາແຮງງານອາຊຽນ ໄດ້ຈັດກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference ) ໂດຍຜ່ານລະບົບວິດີໂອຄອນເຟີເຣນສ໌. ໂດຍການເຂົ້າຮວ່ມກ່າວເປີດ ຂອງ ທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ.   ກອງປະຊຸມດັ່ງກ່າວ, ເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, […]

ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ນຳພາ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມ ສະຫະພັນ​ ຣັດເຊຍ ຢ່າງເປັນທາງການໃນໄວໆນີ້, ໃນໂອກາດນີ້ ຈຶ່ງຢາກສື່ສານເຖິງເພື່ອນມິດ ຣັດເຊຍ ຜ່ານສຳນັກຂ່າວສານ TASS, ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງ ຣັດເຊຍ.   ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ   ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ–ຣັດເຊຍ ໄດ້ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະ ທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ […]

ເຕືອນສຶນາມິ ຍີ່ປຸ່ນ-ຣັດເຊຍ ຫຼັງເກີດແຜ່ນດິນໄຫວຮຸນແຮງ 8.7 ໃນພື້ນທີ່ຕາເວັນອອກຂອງຣັດເຊຍ

ມີການອອກຄຳເຕືອນ “ສຶນາມິ” ສຳລັບບາງພື້ນທີ່ຂອງຣັດເຊຍ ແລະ ຍີ່ປຸ່ນ ຫຼັງເກີດແຜ່ນດິນໄຫວຮຸນແຮງຂະໜາດ 8.7 ໃນຊ່ວງເຊົ້າວັນນີ້ 30 ກໍລະກົດ 2025 ນອກຊາຍຝັ່ງທາງຕາເວັນອອກໄກທີ່ມີປະຊາກອນເບົາບາງຂອງຣັດເຊຍ   ແຜ່ນດິນໄຫວເກີດຂຶ້ນຫ່າງຈາກເມືອງເປໂຕຣປາຟລອຟສກ-ຄັມຊັດສກີ ຂອງຣັດເຊຍ ປະມານ 136 ກິໂລແມັດ ທີ່ຄວາມເລິກ 19 ກິໂລແມັດ ຕາມລາຍງານຂອງສຳນັກສຳຫຼວດທໍລະນີວິທະຍາສະຫະລັດ (USGS) ນັບເປັນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ປີ 2011 ຊຶ່ງໃນປີນັ້ນເກີດແຜ່ນດິນໄຫວລະດັບ 9.0-9.1 ທາງຕາເວັນອອກສຽງເໜືອຂອງຍີ່ປຸ່ນ   แຜ່ນດິນໄຫວຂະໜາດ 8.7 ໃກ້ຣັດເຊຍ ປະກາດໄພສຶນາມິຂອງຝັ່ງຣັດເຊຍເກີດຂຶ້ນຕາມແນວຊາຍຝັ່ງໃນຄາບສະໝຸດຄັມຊັດກາຂອງຣັດເຊຍ ຊຶ່ງທາງທ້ອງຖິ່ນຮຽກຮ້ອງໃຫ້ປະຊາຊົນຫຼີກເວັ້ນພື້ນທີ່ຊາຍຝັ່ງ ໂດຍລະບຸວ່າສາມາດກວດພົບຄື່ນໃຫຍ່ທີ່ມີຄວາມສູງປະມານ 3-4 ແມັດ   ໃນຂະນະດຽວກັນ ທີ່ຍີ່ປຸ່ນໄດ້ອອກຄຳເຕືອນໄພສຶນາມິສຳລັບຊາຍຝັ່ງມະຫາສະໝຸດປາຊິຟິກ ໂດຍສຳນັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນເຕືອນວ່າອາດມີຄື່ນສູງເຖິງ 1 ແມັດທີ່ຍີ່ປຸ່ນໃນຊ່ວງລະຫວ່າງເວລາ 10.00-11.00 ຕາມເວລາທ້ອງຖິ່ນ ແລະໄດ້ເຕືອນປະຊາຊົນໃຫ້ຢູ່ຫ່າງຈາກຊາຍຝັ່ງ   ສູນກາງເຕືອນໄພສຶນາມິປາຊິຟິກລະບຸວ່າຈາກຂໍ້ມູນເບື້ອງຕົ້ນຂອງແຜ່ນດິນໄຫວ ມີຄວາມເປັນໄປໄດ້ທີ່ຈະເກີດຄື່ນສຶນາມິທີ່ເປັນອັນຕະລາຍເປັນວົງກວ້າງ   ນອກຈາກນີ້ຍັງມີການອອກປະກາດເຕືອນໄພສຶນາມິສຳລັບເກາະຮາວາຍ ແລະ ຄຳແນະນຳໄພສຶນາມິສຳລັບບາງສ່ວນຂອງຫມູ່ເກາະອະລູຊຽນໃນລັດອະແລສກາດ້ວຍ

“ປັກກິ່ງ” ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນ ຝົນຕົກໜັກທຸບສະຖິຕິ ສັ່ງອົບພະຍົບນັບແສນຄົນ

ປະທານາທິບໍດີສີ ຈິ້ນຜິງຂອງຈີນເປີດເຜີຍວ່າ ປະເທດກຳລັງປະເຊີນໜ້າ “ຄວາມສູນເສຍຢ່າງໜັກ” ຈາກອຸທົກໄພທີ່ເກີດຂຶ້ນຢ່າງທັນທີທັນໃດໃນນະຄອນຫຼວງປັກກິ່ງ ແລະອີກ 3 ແຂວງ ໄດ້ແກ່: ເຫີ່ເປ້ຍ, ຈີ່ຫຼິນ ແລະ ຊານຕົງ ພ້ອມສັ່ງການໃຫ້ເຈົ້າໜ້າທີ່ທຸກລະດັບເລັ່ງປະຕິບັດພາລະກິດຄົ້ນຫາ ແລະ ຊ່ວຍເຫຼືອປະຊາຊົນຢ່າງເຕັມກຳລັງ   ສະຖານີໂທລະທັດຊີຊີທີວີຂອງຈີນລາຍງານວ່າ ຍອດຜູ້ເສຍຊີວິດຈາກເຫດອຸທົກໄພໃນນະຄອນຫຼວງປັກກິ່ງເພີ່ມຂຶ້ນເປັນຢ່າງໜ້ອຍ 30 ຄົນ ແລ້ວ ແລະ ມີປະຊາຊົນອົບພະຍົບອອກຈາກພື້ນທີ່ແລ້ວກວ່າ 80,000 ຄົນ   ຫຼັງປະເຊີນໜ້າຝົນຕົກໜັກສະສົມຕໍ່ເນື່ອງໃນຊ່ວງນີ້  ໂດຍໃນວັນຈັນ (28 ກໍລະກົດ) ພຽງມື້ດຽວ ປັກກິ່ງມີປະລິມານຝົນສູງສຸດເຖິງ 543.4 ມິນລິແມັດ ຊຶ່ງເກືອບເທົ່າກັບຄ່າສະເລ່ຍປະລິມານຝົນທັງປີຂອງນະຄອນຫຼວງຈີນທີ່ຢູ່ທີ່ປະມານ 600 ມິນລິແມັດ   ນະຄອນຫຼວງປັກກິ່ງໄດ້ປະກາດເຕືອນໄພຝົນຕົກໜັກ ແລະ ນ້ຳຖ້ວມລະດັບສູງສຸດ ເມື່ອວັນທີ່ 28 ກໍລະກົດ ທີ່ຜ່ານມາ ໂດຍຝົນເລີ່ມຕົກຕັ້ງແຕ່ວັນພຸດທີ່ແລ້ວ (23 ກໍລະກົດ) ແລະ ຮຸນແຮງຫຼາຍຂຶ້ນໃນຊ່ວງທ້າຍອາທິດ ສົ່ງຜົນໃຫ້ເກີດນ້ຳຖ້ວມທັນທີທັນໃດ ດິນເຈື່ອນ ແລະ ຄວາມເສຍຫາຍຕໍ່ໂຄງສ້າງພື້ນຖານຈຳນວນຫຼາຍ […]

ກຕສ ເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ2025.

ເມື່ອບໍ່ດົນມາ, ຄະນະຜູ້ແທນລາວ ນຳໂດຍທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ (ກຕສ) ໄດ້ເດີນທາງເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ ປະຈຳປີ 2025 ທີ່ກຸ້ຍຢາງ, ສປ ຈີນ.     ຈຸດປະສົງຂອງງານ ແມ່ນເພື່ອຜັນຂະຫຍາຍວຽກງານການເຊື່ອມຈອດລະຫວ່າງ ອຸດສາຫະກຳ ແລະ ການສຶກສາໃນລະດັບພາກພື້ນແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ໃຫ້ມີຄວາມກ້າວໜ້າ. ໃນການເຂົ້າຮ່ວມຍັງປະກອບດ້ວຍກິດຈະກໍາຝຶກອົບຮົມ ໃຫ້ແກ່ຄະນະເດີນທາງຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຫຼາຍກິດຈະກໍາ ແລະ ຄະນະຝ່າຍລາວແລະ ຈີນ ກໍໄດ້ຂຶ້ນປະກອບຄຳເຫັນຢ່າງກົງໄປກົງມາໃນການນຳສະເໜີ, ແລກປ່ຽນຜົນງານ ແລະ ປະສົບການ ລວມເຖິງການປະສານຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມ. ພ້ອມນີ້, ຍັງໄດ້ສະແດງໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືອັນເລິກເຊິ່ງ ທາງດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ […]

ງານວິໄຈຊີ້ໃຫ້ເຫັນວ່າ ການລະບາດຂອງໂຄວິດ19 ເຮັດໃຫ້ສະໝອງເຮົາແກ່ໄວຂຶ້ນ ເຖິງວ່າຈະບໍ່ໄດ້ຕິດເຊື້ອກໍຕາມ

ງານວິໄຈຫຼ້າສຸດທີ່ຕີພິມໃນວາລະສານ Nature Communications ເມື່ອວັນທີ່ 22 ກໍລະກົດ 2025 ເປີດເຜີຍໃຫ້ເຫັນຜົນກະທົບທີ່ລຶກເຊິ່ງຂອງການລະບາດໃຫຍ່ຂອງ COVID-19 ຕໍ່ສະໝອງມະນຸດ   ໂດຍລະບຸວ່າ ສະໝອງຂອງຄົນເຮົາແກ່ຊາລົງເລັວຂຶ້ນ ໃນຊ່ວງໂຄວິດ ບໍ່ວ່າຈະເຄີຍຕິດເຊື້ອຫຼືບໍ່ກໍຕາມ, ທີມນັກວິໄຈຊີ້ໃຫ້ເຫັນວ່າ”ພາວະສະໝອງແກ່ໄວຂຶ້ນ” ນີ້ບໍ່ໄດ້ເກີດຈາກໄວຣັດ COVID-19 ໂດຍກົງເທົ່ານັ້ນ.   ແຕ່ປັດໄຈທາງຈິດໃຈ ແລະ ສັງຄົມ ທີ່ເກີດຂຶ້ນໃນຊ່ວງການລະບາດ ເຊັ່ນ: ຄວາມຄຽດສູງ ການແຍກຕົວທາງສັງຄົມ ລາຍໄດ້ຫຼຸດລົງ ແລະ ຄວາມບໍ່ໝັ້ນຄົງໃນການດຳລົງຊີວິດ ກໍມີຜົນຕໍ່ສະໝອງຢ່າງຊັດເຈນ “ນີ້ເປັນຫລັກຖານຊັດເຈນວ່າການໃຊ້ຊີວິດໃນຊ່ວງການລະບາດໃຫຍ່ສົ່ງຜົນໃຫ້ສະໝອງມີລັກສະນະປ່ຽນແປງໃນແບບທີ່ພົບໃນຜູ້ສູງອາຍຸ” ທີມວິໄຈກ່າວ   ກຸ່ມສ່ຽງທີ່ໄດ້ຮັບຜົນກະທົບຮຸນແຮງ   ການຄົ້ນຄວ້າຍັງພົບວ່າຜົນກະທົບຂອງໂຄວິດຕໍ່ສະໝອງມີຄວາມຮຸນແຮງຫຼາຍຂຶ້ນໃນບາງກຸ່ມປະຊາກອນ ໄດ້ແກ່: • ຜູ້ຊາຍ • ຜູ້ສູງອາຍຸ • ຜູ້ທີ່ມີສຸຂະພາບຮ່າງກາຍບໍ່ດີ • ຜູ້ທີ່ມີລາຍໄດ້ນ້ອຍ ການສຶກສາຕໍ່າ ຫຼື ທີ່ຢູ່ອາໄສບໍ່ໝັ້ນຄົງ   ໂດຍສະເພາະກຸ່ມທີ່ມີ “ສະຖານະການຈ້າງງານບໍ່ໝັ້ນຄົງ” ຈະມີອາຍຸສະໝອງເພີ່ມຂຶ້ນໂດຍສະເລ່ຍເຖິງ 5 ເດືອນ […]

ຍົກລະດັບຄວາມຮູ້ກ່ຽວກັບ ການນຳໃຊ້ໂດຣນ ເຂົ້າໃນການຜະລິດກະສິກຳ

ຊຸດຝຶກອົບຮົມກ່ຽວກັບການນຳໃຊ້ໂດຣນ ເຂົ້າໃນວຽກງານປູກຝັງ ແລະ ການນຳໃຊ້ເຕັກນິກກົນຈັກກະສິກຳທັນສະໄໝ ແລະ ມອບ-ຮັບ ໂດຣນ ເພື່ອນຳໃຊ້ເຂົ້າໃນວຽກງານປູກຝັງ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ຢູ່ສູນປ້ອງກັນພືດ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສົ້ງ ເຈີນເຄີ ຄະນະບໍດີວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ, ພ້ອມດ້ວຍ ພະນັກງານ-ວິຊາການຈາກພະແນກການ, ສູນ, ຂະແໜງປູກຝັງ, ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ກຸ່ມຊາວກະສິກອນ ເມືອງຫາດຊາຍຟອງ ແລະ ບັນດາອາຈານຈາກຄະນະວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ ເຂົ້າຮ່ວມ.   ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົນໄກການນຳໃຊ້ເຕັກນິກກະສິກຳ […]