6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ຜູ້ຊີ້ນໍາວຽກງານການຄ້າພາຍໃນ ແລະ ສົ່ງເສີມການຜະລິດເປັນສິນຄ້າແຂວງເຊກອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ສິງຫາຜ່ານມາ ທີ່ພະແນກ ອຄ ແຂວງວ່າ: ໃນ 6 ເດືອນຕົ້ນປີຜ່ານມາ, ສາມາດຈັດຕັ້ງປະຕິບັດການນຳເຂົ້າສິນ ຄ້າ 4,17 ລ້ານກວ່າໂດລາ, ໃນນັ້ນຜະລິດຕະພັນທີ່ນໍາເຂົ້າສ່ວນໃຫຍ່ແມ່ນປະເພດກົນຈັກ, ປຸ໋ຍ, ອຸປະກອນນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າຂອງບັນດາໂຄງການຕ່າງໆ ທີ່ມາລົງທຶນພາຍໃນແຂວງ. ສຳລັບການສົ່ງອອກໄລຍະ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 121,16 ລ້ານໂດລາ, ໃນນັ້ນສິນ ຄ້າສົ່ງອອກເປັນຕົ້ນ ຖ່ານຫີນປະຕິບັດໄດ້ 56,35 ລ້ານໂດລາ ກວມ 46,50% ຂອງມູນຄ່າການສົ່ງອອກທັງໝົດ, ກະແສໄຟຟ້າ, ຜົນຜະລິດກະສິກຳແປ້ງມັນຕົ້ນ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້ ແລະ ຖ່ານຂາວ ຊຶ່ງເປັນສິນຄ້າທີ່ເປັນທ່າແຮງຂອງແຂວງ ເປັນສິນຄ້າປາຍແຫຼມອັນໜຶ່ງທີ່ມີການສົ່ງອອກຈຳນວນຫຼາຍ ເມື່ອທຽບໃສ່ບັນດາແຂວງອ້ອມຂ້າງ, ສົ່ງອອກຈຳໜ່າຍໃນກຸ່ມປະເທດອາຊຽນ […]
ນັກວິທະຍາສາດພົບວິທີສ້າງ ‘ແຜງໂຊລາແບບໃໝ່’ ທີ່ເຮັດວຽກໄດ້ເຖິງບໍ່ມີແດດ ແຮງກວ່າເກົ່າ 15 ເທົ່າ

ເວລາເວົ້າເຖິງພະລັງງານແສງຕາເວັນ ພວກເຮົາຈະນຶກເຖິງແຜງໂຊລາເຊວສີຟ້າທີ່ຕິດຕັ້ງຢູ່ໃສ່ຫລັງຄາບ້ານ ເຊິ່ງໄດ້ຮັບຄວາມນິຍົມຫຼາຍຂຶ້ນຈາກກະແສດ້ານສິ່ງແວດລ້ອມແລະການປະຢັດພະລັງງານ. ແຕ່ຂໍ້ຈຳກັດແມ່ນມັນເຮັດວຽກໄດ້ດີເມື່ອມີແດດແຮງເທົ່ານັ້ນ. ແຕ່ຫຼ້າສຸດ ນັກວິທະຍາສາດຈາກມະຫາວິທະຍາໄລ Rochester ໄດ້ທັບທຽມຂໍ້ຈຳກັດນັ້ນລົງ ດ້ວຍການພັດທະນາ ເຄື່ອງຜະລິດໄຟຟ້າເທີໂມອີເລັກຕິກພະລັງງານແສງຕາເວັນ (STEG: Solar Thermoelectric Generators) – ແຜງໂຊລາແບບໃໝ່ທີ່ອ້າງວ່າມີປະສິດທິຜົນສູງກວ່າແຜງໂຊລາໃນປະຈຸບັນເຖິງ 15 ເທົ່າ. ມັນສາມາດສ້າງໄຟຟ້າໄດ້ຈາກ “ຄວາມຮ້ອນ” ທຸກຮູບແບບ ບໍ່ແມ່ນພຽງແຕ່ແສງແດດ. ລູ້ຈັກ STEG – ໂຮງໄຟຟ້ານ້ອຍທີ່ປ່ຽນ ‘ຄວາມຮ້ອນ’ ເປັນ ‘ໄຟຟ້າ’ STEG ບໍ່ແມ່ນເທັກໂນໂລຊີໃໝ່ ມັນເຮັດວຽກດ້ວຍຫຼັກການທີ່ເອີ້ນວ່າປະກົດການ Seebeck effect. ລອງຈິນຕະນາການເຖິງວັດສະດຸແຜ່ນໜຶ່ງທີ່ມີດ້ານຮ້ອນແລະດ້ານເຢັນ. ເມື່ອມີຄວາມແຕກຕ່າງຂອງອຸນຫະພູມລະຫວ່າງສອງດ້ານນີ້ ກະແສໄຟຟ້າຈະໄຫຼຜ່ານສານກຶ່ງຕົວນຳທີ່ແຊກຢູ່ກາງທັນທີ. ຂໍ້ດີທີ່ສຸດຂອງ STEG ແມ່ນມັນສາມາດໃຊ້ແຫຼ່ງຄວາມຮ້ອນຫຍັງກໍໄດ້ ບໍ່ວ່າຈະເປັນຄວາມຮ້ອນຈາກແສງແດດ ຄວາມຮ້ອນຈາກເຄື່ອງຈັກໃນໂຮງງານ ຫຼືເຖິງແມ່ນຄວາມຮ້ອນຈາກຮ່າງກາຍມະນຸດ. ແຕ່ບັນຫາທີ່ເຮັດໃຫ້ມັນບໍ່ເຄີຍຖືກນຳມາໃຊ້ຢ່າງກວ້າງຂວາງ ເນື່ອງຈາກປະສິດທິຜົນຕ່ຳ. STEG ທົ່ວໄປສາມາດປ່ຽນພະລັງງານແສງຕາເວັນເປັນໄຟຟ້າໄດ້ບໍ່ເຖິງ 1% ເມື່ອສົມທຽບກັບແຜງໂຊລາທົ່ວໄປທີ່ທຳໄດ້ປະມານ 20%. ວິທີແກ້ໄຂໃໝ່: ສ້າງຄວາມແຕກຕ່າງອຸນຫະພູມສູງສຸດ ແທນທີ່ຈະໄປຍຸ້ງກັບສານກຶ່ງຕົວນຳ ທີມວິໄຈຈາກ Rochester […]
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ

ທີມນັກວິໄຈຈາກມະຫາວິທະຍາໄລກະເສດສາດເຊົາທ໌ໄຊນ້າ ນຳໂດຍ ທ່ານ ຊູຖິງ ຫລິວ (Shuting Liu) ປະສົບຄວາມສຳເລັດໃນການສ້າງພືດນ້ຳເຮືອງແສງຫຼາກສີໃນບ່ອນມືດເປັນຄັ້ງທຳອິດຂອງໂລກ ເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ ໂດຍທີມນັກວິໄຈໃຊ້ວິທີການສີດອະນຸພາກຟອສເຟີ “afterglow” ເຂົ້າໄປໃນໃບພືດ ເຮັດໃຫ້ພືດສາມາດເຮືອງແສງເປັນສີຟ້າ, ຂຽວ, ແດງ ແລະ ສີມ່ວງໄດ້ ຫຼັງຈາກຮັບແສງແດດ ຫຼື ແສງໄຟ LED ພຽງບໍ່ເທົ່າໃດນາທີ ອະນຸພາກຟອສເຟີ “afterglow” ແມ່ນຫຍັງ ? ອະນຸພາກຟອສເຟີ “afterglow” ແມ່ນ ວັດສະດຸເຮືອງແສງທີ່ສາມາດດູດຊັບພະລັງງານຈາກແສງແດດ ຫຼື ແສງໄຟ ແລ້ວຄ່ອຍໆ ປ່ອຍພະລັງງານອອກມາໃນຮູບແບບຂອງແສງທີ່ມະນຸດສາມາດເບິ່ງເຫັນໄດ້ ເຖິງແມ່ນວ່າຢູ່ໃນຄວາມມືດກໍຕາມ ຂະບວນການນີ້ເອີ້ນວ່າ “afterglow effect” ຫຼື ການເຮືອງແສງຕໍ່ເນື່ອງ ຊຶ່ງສາມາດກຳນົດສີຂອງແສງໄດ້ຕາມຊະນິດຂອງສານປະກອບຟອສເຟີ (Phosphor compounds) ເຊັ່ນ: ສີຂຽວ, ຟ້າ, ແດງ ຫຼື ມ່ວງ […]
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ

ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ໂຮງແຮມມາຮີອອດ, ນະຄອນຫຼວງມານີລາ, ປະເທດຟີລິບປິນ ໃນວັນທີ 25 ສິງຫາ 2025 ຕາມເວລາທ້ອງຖິ່ນ, ເຊິ່ງການແຂ່ງຂັນສີມືແຮງງານອາຊຽນໃນຄັ້ງນີ້ ມີສາຂາວິຊາຊີບແຂ່ງຂັນທັງໝົດ 32 ສາຂາ ໃນ 6 ຂະແໜງການ ແລະ ມີປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດ 11 ປະເທດ, ພິເສດແມ່ນປະເທດ ຕີມໍເລດເຕ ໄດ້ເຂົ້າຮ່ວມເປັນຄັ້ງທຳອິດ. ມີຄະນະຜູ້ແທນ, ຊ່ຽວຊານ, ນັກແຂ່ງຂັນ, ຜູ້ສັງເກດການ ແລະ ນັກຂ່າວຈາກປະເທດສະມາຊິກອາຊຽນເຂົ້າຮ່ວມທັງໝົດປະມານ 1000 ກວ່າຄົນ. ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ຈະໄດ້ຈັດຂຶ້ນທີ່ສູນການຄ້າໂລກ (World Trade Center) ຈະດໍາເນີນໄປ ເປັນເວລາ 3 ວັນ, ເລີ່ມແຕ່ ວັນທີ 26-28/8/2025. ສປປ ລາວ ພວກເຮົາ ລັດຖະບານ ກໍຄືກະຊວງແຮງງານ ແລະ […]
AI ຮັບສາຍແທນຄົນ ຊ່ວຍຕຳຫຼວດສະຫະລັດກັ່ນຕອງເຫດການສຸກເສີນ

ພະນັກງານແຈ້ງເຫດແລະສັ່ງການໃນສຳນັກງານຕຳຫຼວດສະຫະລັດເລີ່ມຫັນມາໃຊ້ AI ຮັບສາຍແທນຄົນ ຊ່ວຍກັ່ນຕອງເຫດການທີ່ບໍ່ໄດ້ຮຸນແຮງຫຼືທີ່ຕ້ອງການຄວາມຊ່ວຍເຫຼືອໃນທັນທີ ຖ້າໃຜເຄີຍເບິ່ງລະຄອນຫຼືຮູບເງົາແນວສືບສວນສອບສວນຂອງ Hollywood ພວກເຮົາມັກຈະເຫັນລັກສະນະການເຮັດວຽກທີ່ວ່ອງໄວຂອງພວກຕຳຫຼວດຫຼືຫົວໜ່ວຍງານປະຕິບັດການຕ່າງໆ ຊຶ່ງຈຸດເລີ່ມຕົ້ນສ່ວນໃຫຍ່ທີ່ເຮັດໃຫ້ເກີດຂະບວນການເຫຼົ່ານີ້ແມ່ນມາຈາກຕຳແໜ່ງ ‘Dispatcher’ ຫຼືພະນັກງານຕຳຫຼວດທີ່ປະຕິບັດໜ້າທີ່ຮັບແຈ້ງເຫດ ແລະແນ່ນອນວ່າວຽກນີ້ເປັນວຽກທີ່ຕ້ອງເຮັດເປັນກະ ແລະບາງທີ່ຕ້ອງຄວບກະເຮັດວຽກນານ 12-16 ຊົ່ວໂມງ ເພາະເຫດສຸກເສີນເຫດຮ້າຍສາມາດເກີດຂຶ້ນໄດ້ຕະຫຼອດເວລາ ຊຶ່ງເປັນຜົນໂດຍກົງຈາກການເປັນວຽກທີ່ມີຄວາມກົດດັນສູງ ແລະເປັນ 1 ໃນ 10 ອາຊີບທີ່ມີອັດຕາການລາອອກສູງທີ່ສຸດ ຫຼ້າສຸດ ແມັກຊ໌ ຄີນານ (Max Keenan) ທີ່ເຮັດລະບົບຈອງຄິວອັດຕະໂນມັດສຳລັບຮ້ານເຮັດຜົມ ພາຍໃຕ້ຊື່ບໍລິສັດ ‘Aurelian’ ກໍໄດ້ຜະລິດ AI ຮັບສາຍແຈ້ງເຫດຂຶ້ນມາເພື່ອແກ້ໄຂບັນຫານີ້ໂດຍສະເພາະແລ້ວ ຈຸດເລີ່ມຕົ້ນຂອງ AI ຮັບແຈ້ງເຫດ ເມື່ອເລີ່ມສຶກສາລະບົບການເຮັດວຽກຂອງການຮັບສາຍແຈ້ງເຫດ ຄີນານກໍເຫັນຊ່ອງໂຫວ່ທີ່ຊັດເຈນຫຼາຍ ນັ້ນແມ່ນສູນແຈ້ງເຫດຫຼືສະຖານີຕຳຫຼວດ ມັກຈະຖືກດູແລໂດຍຄົນກຸ່ມດຽວກັນກັບທີ່ຮັບແຈ້ງເຫດສຸກເສີນດ້ວຍ ໝາຍຄວາມວ່າຕ້ອງໃຊ້ຄົນກຸ່ມດຽວກັນໃນການດູແລຄວາມປອດໄພທັງຫມົດ ລວມທັງຮັບສາຍຈາກປະຊາຊົນດ້ວຍ ຊຶ່ງເປັນວຽກທີ່ເຮັດຫຼາຍໜ້າທີ່ເກີນຈຳເປັນ Aurelian ຈຶ່ງປ່ຽນຈາກການພັດທະນາຜູ້ຊ່ວຍ AI ໃນຮ້ານເຮັດຜົມ ເປັນສຽງເວົ້າເພື່ອຊ່ວຍສູນຮັບແຈ້ງເຫດ 911 ຫຼຸດຈຳນວນສາຍທີ່ບໍ່ແມ່ນເຫດສຸກເສີນ ໂດຍ AI ຂອງບໍລິສັດຖືກອອກແບບມາເພື່ອຄັດກຣອງບັນຫາທີ່ບໍ່ຮີບດ່ວນ ເຊັ່ນ ການຮ້ອງຮຽນເລື່ອງສຽງດັງ, ການຈອດລົດໃນທີ່ຫ້າມຈອດ […]
ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%

ອັດຕາເງິນເຟີ້ ປະຈຳເດືອນສິງຫາ 2025 ຢູ່ໃນລະດັບ 5% ຖ້າທຽບໃສ່ເດືອນກໍລະກົດ 2025 (5.3%) ຫຼຸດລົງ 0.3% ສ່ວນໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກ່ວາໝູ່ແມ່ນ: ທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ 15.3% ສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 14.9% ຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 13.6% ເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 7.9% ເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 7.8% ການສຶກສາເພີ່ມຂຶ້ນ 7.6% ເຄື່ອງນຸ່ງຫົ່ມ ແລະ ເກີບເພີ່ມຂຶ້ນ 7.5% ຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 6.6% ສະບຽງອາຫານ ແລະ ເຄື່ອງດື່ມບ່ໍ່ມີທາດເຫຼົ້າ, ຊຶ່ງເປັນໝວດສິນຄ້າທີ່ມີນ້ຳໜັກການຊົມໃຊ້ຫຼາຍກວ່າໝູ່ແມ່ນເພີ່ມຂຶ້ນ 3.1%. ທີ່ມາ: […]
ພະຍຸຄາຈິກິຖະຫຼົ່ມຫວຽດນາມ! ເຮືອນເສຍຫາຍ 8 ພັນກວ່າຫຼັງ ເສຍຊີວິດອີກ 7 ຄົນ

ສຳນັກຂ່າວຊິນຫົວລາຍງານຄວາມຄືບໜ້າສະຖານະການພະຍຸໄຕ້ຝຸ່ນຄາຈິກິ (Kajiki) ພັດຖະຫຼົ່ມຫວຽດນາມໃນວັນທີ 27 ສິງຫາ 2025 ໂດຍອ້າງອີງຂໍ້ມູນຈາກສຳນັກຂ່າວຫວຽດນາມວ່າ ຍອດຜູ້ເສຍຊີວິດລ່າສຸດເພີ່ມຂຶ້ນເປັນ 7 ຄົນ, ບາດເຈັບ 34 ຄົນ ແລະ ຍັງຄົງມີຜູ້ສູນຫາຍອີກ 1 ຄົນ ກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມເປີດເຜີຍຕົວເລກຄວາມເສຍຫາຍວ່າ ບ້ານເຮືອນປະຊາຊົນເສຍຍທັງຫຼັງ 15 ຫຼັງ ແລະ ໄດ້ຮັບຄວາມເສຍຫາຍອີກກວ່າ 8,700 ຫຼັງ ໃນຈຳນວນນີ້ລວມເຖິງໂຮງຮຽນ 63 ແຫ່ງ ແລະ ໂຮງໝໍ 8 ແຫ່ງ, ນາເຂົ້າ ຫຼາຍກວ່າ 500,000 ບ່ອນ ຈົມຢູ່ໃຕ້ນ້ຳ ແລະ ສັດລົ້ມຕາຍໄປປະມານ 2,000 ໂຕ ດ້ານນາຍົກລັດຖະມົນຕີ ຝາມ ມິນ ຈິນ ໄດ້ມີຄຳສັ່ງດ່ວນຫາໜ່ວຍງານທ້ອງຖິ່ນໃຫ້ເລັ່ງຟື້ນຟູໂຄງລ່າງພື້ນຖານທີ່ຈຳເປັນ ທັງໄຟຟ້າ ການສື່ສານ ແລະ […]
ຄະນະສະເພາະກິດ 47/ນຍ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ວັນທີ 27 ສິງຫານີ້, ຄະນະສະເພາະກິດ 47/ນຍ ເພື່ອກວດກາ, ສະກັດກັ້ນ ແລະ ແກ້ໄຂ ບາງປະກົດການຫຍໍ້ທໍ້ ໃນຂົງເຂດເສດຖະກິດ-ສັງຄົມໃນຂອບເຂດທົ່ວປະເທດ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໂດຍມີທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ. ການລົງເຄື່ອນໄຫວຄັ້ງນີ້, ແມ່ນໄດ້ເຂົ້າພົບປະ ກັບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອລາຍງານຈຸດປະສົງ ແລະ ເປົ້າໝາຍ ໃນການລົງມາເຄື່ອນໄຫວຢູ່ແຂວງຄໍາມ່ວນ. ຈາກນັ້ນ, ກໍໄດ້ຮ່ວມກອງປະຊຸມ ປຶກສາຫາລືໃນການແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ຊຶ່ງການນໍາຂອງແຂວງ ເຂົ້າຮ່ວມມີທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງ, ມີບັນດາພະແນກການຂັ້ນແຂວງ ແລະ ການນໍາຂັ້ນເມືອງເຂົ້າຮ່ວມ. ທ່ານ ຈັນສະແຫວງ ບຸນຍົງ ໄດ້ກ່າວວ່າ: ໂດຍປະຕິບັດຕາມນະໂຍບາຍຂອງລັດຖະບານ ກ່ຽວກັບການສະກັດກັ້ນ ປະກົດການຫໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ. ໃນກອງປະຊຸມຄັ້ງນີ້, ແມ່ນຈະໄດ້ພ້ອມກັນປຶກສາຫາລື ເປັນຕົ້ນແມ່ນບັນຫາການລັກລອບຂຸດຄົ້ນແຮ່ທາດ, […]
ກຣິມສະບີ້ 2-2 ແມນຢູ (ການດວນລູກໂທດ 12-11)! ອາໂມຣິມ ຂໍໂທດແຟນຜີ ຍອມຮັບເຈົ້າເຮືອນເກັ່ງກວ່າ ສົມຄວນເຂົ້າຮອບ

ຣູເບນ ອາໂມຣິມ ຫົວໜ້າຝຶກສອນ ແມນຢູ ອອກມາຂໍໂທດແຟນບານບານ ຫຼັງທີມຕົກຮອບສອງ ຄາຣາບາວ ຄັບ ແພ້ການດວນລູກໂທດ ກຣິມສບີ້ 11-12 ເຖິງແມ່ນວ່າໄດ້ຕີເສມີທ້າຍເກມໄດ້ ແລະຍອມຮັບວ່າທີມເຈົ້າເຮືອນຫຼິ້ນໄດ້ດີກວ່າ ແລະສົມຄວນເຂົ້າຮອບຫຼາຍກວ່າ ແມນເຊສເຕີຢູໄນເຕັດ ຍັງມີຟອມທີ່ຫຼົ້ມເຫຼວບໍ່ເລີກ ເຖິງແມ່ນວ່າຈະໄດ້ປະເຊີນໜ້າກັບທີມລະດັບລີກສອງ ຂອງການແຂ່ງຂັນນີ້ ແຕ່ກໍຖືກຍິງນໍາ 2-0 ໃນຄື່ງຕົ້ນ ແລະເຖິງແມ່ນວ່າຈະໄດ້ ໄບຣຽນ ເອັມເບີໂມ່ ກັບ ແຮຣີ່ ແມັກໄກວ ຕີເສມີ 2-2 ໄດ້ກ່ອນໝົດເວລາປົກກະຕິຢ່າງຫົວແຫຼມ ແຕ່ສຸດທ້າຍ ເດີະ ມາຣິເນີສ ຊະນະການດວນລູກໂທດ 12-11 ໂດຍທີ່ ອາໂມຣິມ ໄດ້ຊີ້ວ່າທີມຮອງສົມຄວນຊະນະ ແລະໄດ້ຂໍໂທດຕໍ່ແຟນເຣດອາມີ “ໃນທີ່ສຸດ ມັນບໍ່ສໍາຄັນເລີຍວ່າພວກເຮົາກັບຄືນມາໄດ້ຫຼືບໍ່ ມັນສົ່ງສັນຍານຈາກຕົ້ນເກມແລ້ວ ແລະຢູ່ລະຫວ່າງເກມດ້ວຍ ຂ້ອຍຄິດວ່າທີມທີ່ດີກວ່າເປັນຝ່າຍຊະນະ ນັກຫຼິ້ນລະດັບສູງແພ້ໄດ້ ເພາະທັງທີມສາມາດຊະນະກຸ່ມນັກຫຼິ້ນໄດ້ ພວກເຮົາແພ້ ທີມທີ່ດີກວ່າຊະນະ” ອາໂມຣິມ ກ່າວກັບ ສະກາຍ ສະປອດ “ຂ້ອຍຄິດວ່າມັນຊັດເຈນ ພວກເຮົາຕ້ອງກ້າວຕໍ່ໄປຈາກເກມນີ້ ຂ້ອຍຄິດວ່າມັນຊັດເຈນຕໍ່ທຸກຄົນສໍາລັບສິ່ງທີ່ເກີດຂຶ້ນໃນວັນນີ້” […]
ມອບ-ຮັບໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 2

ວັນທີ 26 ສິງຫາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ຄະນະກຳມະການຮ່ວມມືລາວ-ຈີນ (ຄລຈ) ກະຊວງການເງິນ ຮ່ວມກັບສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຂອງລາວ, ໜ່ວຍງານຄຸ້ມຄອງໂຄງການຝ່າຍຈີນ ແລະ ບໍລິສັດຮັບເໝົາກໍ່ສ້າງ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວຊຸດທີ 2 ຫຼື (ໂຄງການ 4×100 ຊຸດທີ 2) ຂຶ້ນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມຮັບກະແຈຄຳ ເລີ່ມຈັດຕັ້ງປະຕິບັດໂຄງການໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ ເປັນກຽດມອບກະແຈຄຳ ຈັດຕັ້ງປະຕິບັດໂຄງການໂດຍທ່ານ ນາງ ຟັ່ງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ […]