ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)

ຫລັງຈາກຂ່າວເດີມທີ່ການອັບເດດທີ່ມີບັນຫາໃນວັນອັງຄານຂອງອາທິດທີ່ຜ່ານມາສົ່ງຜົນໃຫ້ SSD ເສຍຫາຍ, ຈິງແລ້ວການອັບເດດຄັ້ງນັ້ນຍັງບໍ່ໄດ້ຈົບພຽງແຕ່ເລື່ອງດຽວ, ຍັງມີບັນຫາອື່ນໆອີກດ້ວຍ, ຊຶ່ງ Microsoft ໄດ້ຮັບຮູ້ທັງໝົດແລ້ວ. ບັນຫາກັບໂປຣແກຣມ AutoCAD ການອັບເດດ Windows 11 KB5063878 ມີລາຍງານວ່າເຮັດໃຫ້ພົບບັນຫາບໍ່ສາມາດເປີດໃຊ້ງານ AutoCAD ໄດ້, ນອກຈາກຈະເອີ້ນໃຊ້ງານໃນຖານະຜູ້ເບິ່ງແຍງລະບົບ (Run as administrator) ຊຶ່ງບລັອກ User Account ທີ່ບໍ່ໄດ້ຮັບສິດດັ່ງກ່າວ, ກະທົບຫລາຍໂຮງຮຽນແລະຫ້ອງແລັບບໍ່ສາມາດໃຊ້ງານ AutoCAD ໄດ້. ບັນຫານີ້ເຄີຍເກີດຂຶ້ນຄ້າຍຄືກັນໃນທີ່ຜ່ານມາທັງໃນ Windows 11 ແລະ Windows 10: Windows 11: KB5063875 ແລະ KB5064010 Windows 10: KB5063877 ແລະ KB5063709 Microsoft ໄດ້ຮັບທຮາບຫາບັນຫາຂ້າງເທິງແລ້ວ, ໂດຍມີຜົນຕັ້ງແຕ່ AutoCAD 2022 ຈົນເຖິງ 2026. ວິທີແກ້ໄຂຊົ່ວຄາວ: ຕ້ອງຖອນການຕິດຕັ້ງ Windows update […]
ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້: ເສດຖະກິດມີການເຕີບໂຕຢ່າງຕໍ່ເນືອງ, ໝັ້ນທ່ຽງ ແລະ ສົມດຸນເທື່ອລະກ້າວ. ເສດຖະກິດຂະຫຍາຍຕົວສະເລ່ຍ 5.1%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 15,249 ຕື້ກີບ; ລາຍໄດ້ຕໍ່ຫົວຄົນບັນລຸ 44 ລ້ານກວ່າກີບ ຫຼື ເທົ່າກັບ 1,923 ໂດລາ, ກະສິກໍາ: ຂະຫຍາຍຕົວສະເລ່ຍ 5.2% ກວມເອົາ […]
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ. ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ ປະທານຄະນະກຳມະການນະໂຍບາຍເງິນຕາ ໄດ້ກ່າວ ຕໍ່ກອງປະຊຸມວ່າ: ນັບແຕ່ກອງປະຊຸມ ຄັ້ງວັນທີ 12.6.2025 ຈົນຮອດປັດຈຸບັນ, ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄະນະກຳມະການນະໂຍບາຍເງິນຕາຂອງສະພາບໍລິຫານ ທຫລ ມີຜົນໄດ້ຮັບຄື: ອັດຕາເງິນເຟີ້ ສະເລ່ຍ […]
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ “ຄົນ” ໄດ້ໃນຫຼາຍໆດ້ານ

ການເຂົ້າມາຂອງປັນຍາປະດິດ ຫຼື AI ໄດ້ສ້າງຄວາມກັງວົນໃຫ້ກັບທຸກວົງການກ່ຽວກັບການທີ່ເທັກໂນໂລຍີນີ້ຈະເຂົ້າມາແທນທີ່ຄົນໃນການເຮັດວຽກ ເຊັ່ນ: ການນຳເອົາເຄື່ອງມືທີ່ນິຍົມຢ່າງ ChatGPT ມາຊ່ວຍໃນວຽກງານຫຼາກຫຼາຍແບບ ຈົນໃຫ້ຫຼາຍຄົນຄິດວ່າເຄື່ອງມືນີ້ສາມາດເຮັດວຽກແທນຄົນໄດ້ທັງໝົດ. ແຕ່ວ່າ ຝ່າຍພັດທະນາກັບຄິດໃນແບບອື່ນ ທີ່ອາດຈະເຮັດໃຫ້ຜູ້ອ່ານຫຼາຍຄົນເບົາໃຈໄປສັກໜ້ອຍ. ຈາກບົດລາຍງານຂອງສຳນັກຂ່າວ The Guardian ໄດ້ເປີດເຜີຍເຖິງຄວາມຄິດເຫັນຂອງ Sam Altman ຜູ້ບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດ OpenAI ຊຶ່ງເປັນບໍລິສັດພັດທະນາຕົວແບບ AI ທີ່ມີຊື່ສຽງຢ່າງ GPT ແລະ ເຄື່ອງມືສຳລັບການສ້າງສື່ (Generative AI) ChatGPT ກ່ຽວກັບການພັດທະນາຫຼ້າສຸດຂອງຜະລິດຕະພັນ AI ເຫຼົ່ານີ້ວ່າ ເປັນການພັດທະນາແບບກ້າວກະໂດດ ທີ່ AI ສາມາດເຮັດວຽກໄດ້ຫຼາກຫຼາຍ ແລະ ເປັນກ້າວສຳຄັນທີ່ຈະນຳພາ GPT ໄປສູ່ການເປັນ AI ສຳລັບການໃຊ້ງານທົ່ວໄປ ຫຼື Artificial General Intelligence (AGI) ທີ່ສາມາດເຮັດວຽກຫຼາຍຢ່າງແທນຄົນໄດ້ດ້ວຍຕົນເອງ ພ້ອມກັບຄວາມໄວ ແລະ ປະສິດທິພາບສູງໃນການເຮັດວຽກ ຈົນເຖິງລະດັບທີ່ສາມາດເຮັດວຽກແທນມະນຸດໄດ້. ແຕ່ໃນຂະນະດຽວກັນ […]
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ

ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມກະທັນຫັນ 12- 24 ຊົ່ວໂມງຂ້າງໜ້າ ລະຫວ່າງ 26-27 ກໍລະກົດ 2025 ຄະນະກຳມະການແມ່ນໍ້າຂອງ ອອກແຈ້ງເຕືອນພື້ນທີ່ມີຄວາມສ່ຽງສູງຈາກຝົນຕົກຫນັກໃນບໍລິເວນລຸ່ມແມ່ນໍ້າຂອງ ອາດຈະເກີດນ້ຳຖ້ວມກະທັນຫັນໃນໄລຍະ 24 ຊົ່ວໂມງ. ແຂວງ ແລະ ເມືອງທີ່ສ່ຽງ: ບໍລິຄຳໄຊ: ທ່າພະບາດ ຈຳປາສັກ: ປາກຊ່ອງ ຄຳມ່ວນ: ບົວລະພາ, ຫີນບູນ, ມະຫາໄຊ, ນາກາຍ, ໂນນມະລາດ, ທ່າແຂກ, ໄຊຍະບູລີ ຫຼວງພະບາງ: ງອຍ, ວຽງຄຳ ຜົ້ງສາລີ: ສົມພັນ ສາລະວັນ: ຕາໂອ້ຍ ສະຫວັນນະເຂດ: ນອງ, ເຊໂປນ, ວິລະບູລີ ໄຊສົມບູນ: ທ່າໂທມ ແນະນຳຢ່າງເຂັ້ມງວດ ປະຊາຊົນໃນເຂດທີ່ໄດ້ຮັບການແຈ້ງເຕືອນ ຄວນລະມັດລະວັງ ແລະຕິດຕາມຂ່າວສານຢ່າງໃກ້ຊິດ. ຖ້າມີຄຳແນະນຳໃຫ້ຍົກຍ້າຍ ຂໍໃຫ້ປະຊາຊົນປະຕິບັດໂດຍໄວ້ເພື່ອຄວາມປອດໄພ ຂໍໃຫ້ທຸກຄົນປອດໄພ! 𝗙𝗟𝗔𝗦𝗛 […]
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025

ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025 ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້

ກຳແພງພາຍຸຝຸ່ນຂະໜາດໃຫຍ່ພັດຜ່ານເຂດເມືອງຟີນິກສ໌ຂອງສະຫະລັດ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້ ແລະ ຖ້ຽວບິນທີ່ສະໜາມບິນຕ້ອງຊັກຊ້າ ເມື່ອວັນຈັນທີ່ຜ່ານມາ 25 ສິງຫາ 2025 ກຳແພງຝຸ່ນຂະໜາດໃຫຍ່ໄດ້ພັດຖະລົ່ມເຂດເມືອງຟີນິກສ໌ ລັດແອຣີໂຊນາ ສົ່ງຜົນໃຫ້ປະຊາຊົນກວ່າ 39,000 ຄົນ ໃນເຂດມາຣິໂຄປາເຄົາທີ ຊຶ່ງລວມເຖິງຕົວເມືອງຟີນິກສ໌ ຕ້ອງປະເຊີນກັບບັນຫາໄຟຟ້າດັບ ຂະນະດຽວກັນຖ້ຽວບິນທີ່ສະໜາມບິນນາໆຊາດຟີນິກສ໌ ສະກາຍຮາບເບີ ຖືກສັ່ງຢຸດບິນຊົ່ວຄາວເນື່ອງຈາກສະພາບອາກາດຮຸນແຮງ ພາຍຸຝຸ່ນ ຫຼື “ຮາບູບ” ຊຶ່ງເກີດຈາກການຍຸບຕົວຂອງພາຍຸຝົນຟ້າຄະນອງ ແລະ ລົມແຮງ ເຮັດໃຫ້ທັດສະນະວິໄສການຂັບຂີ່ຫຼຸດລົງເຫຼືອພຽງປະມານ 400 ແມັດ ລົດຈຳນວນຫຼາຍຕ້ອງຟ້າວຊອກຫາບ່ອນລີ້ໄພທ່າມກາງຝົນຕົກ ແລະ ລົມແຮງ ກ່ອນທີ່ສະພາບອາກາດຈະເລີ່ມຜ່ອນຄາຍລົງໃນຊ່ວງແລງ ມາກ ໂອມາລລີ ນັກອຸຕຸນິຍົມວິທະຍາຈາກສຳນັກງານອາກາດແຫ່ງຊາດໃນຟີນິກສ໌ ລະບຸວ່າພື້ນທີ່ຟີນິກສ໌ປີນີ້ມີຝົນນ້ອຍກວ່າຄ່າສະເລ່ຍໃນລະດູມໍລະສຸມ ຂະນະທີ່ບາງພື້ນທີ່ທາງຕາເວັນອອກສ່ຽງໃຕ້ ແລະ ທາງທິດເໜືອຂອງລັດກັບມີຝົນຫຼາຍກວ່າປົກກະຕິ ພ້ອມຄາດການວ່າຟີນິກສ໌ຍັງມີໂອກາດຮ້ອຍລະ 40 ທີ່ຈະມີຝົນໃນວັນອັງຄານ ກ່ອນທີ່ສະພາບອາກາດຈະແຫ້ງກັບມາ ສຳນັກງານຂົນສົ່ງແອຣີໂຊນາເຕືອນປະຊາຊົນຜ່ານແພລດຟອມ X ວ່າ […]
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ, ຍົກຍ້າຍ, ສ້າງຕັ້ງ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ອົງການອ້ອມຂ້າງເມືອງ ຂຶ້ນໃນວັນທີ 22 ສິງຫາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານ-ລັດຖະກອນ ແລະ ນາຍບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານມະຕິ ຂອງສະພາປະຊາຊົນແຂວງ ສະບັບເລກທີ 49/ສພຂ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການຍຸບໜ່ວຍພັກຮາກຖານຫ້ອງການຕ່າງໆ ທີ່ຖືກຍຸບ, ໂຮມ (ຄະນະຈັດຕັ້ງເມືອງ, ຫ້ອງການພາຍໃນເມືອງ, ຫ້ອງການແຜນການ ແລະ ການລົງທຶນເມືອງ, […]
‘ທຣຳ’ ຂົ່ມຂູ່ຂຶ້ນພາສີ ‘ຈີນ’ 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ

ສີເອັນບີສີລາຍງານ ໃນວັນທີ່ 25 ສິງຫາ 2025 ວ່າ ໂດນາລ ທຣຳ ເຕືອນວ່າອາດຈະຂຶ້ນພາສີນຳເຂົ້າຈີນສູງເຖິງ 200% ຖ້າຫາກມີການຄວບຄຸມການສົ່ງອອກແຮ່ທາດຫາຍາກ ປັດຈຸບັນ ຈີນເປັນຜູ້ຜະລິດ ແລະ ຄວບຄຸມການຜະລິດແມ່ເຫຼັກຫາຍາກເກືອບທັງໝົດໃນໂລກ ໂດຍມີສ່ວນແບ່ງການຜະລິດຢູ່ທີ່ປະມານ 90% ເຮັດໃຫ້ຈີນມີອິດທິພົນຢ່າງຫຼວງຫຼາຍໃນການເຈລະຈາການຄ້າກັບສະຫະລັດ ເນື່ອງຈາກອຸດສາຫະກຳການຜະລິດທີ່ສຳຄັນຂອງສະຫະລັດ ທັງຍານຍົນ, ເອເລັກໂທຣນິກ ແລະ ພະລັງງານຫມຸນວຍນ ລ້ວນພຶ່ງພາແມ່ເຫຼັກຫາຍາກຈາກຈີນ ໃນເດືອນມິຖຸນາທີ່ຜ່ານມາ ການສົ່ງອອກແມ່ເຫຼັກຫາຍາກຂອງຈີນ ກັບມາຟື້ນຕົວສູ່ລະດັບປົກກະຕິຫຼັງຈາກປະກາດຈຳກັດການສົ່ງອອກໄປກ່ອນໜ້ານີ້ ໂດຍສະເພາະຢ່າງຍິ່ງການສົ່ງອອກໄປຍັງສະຫະລັດທີ່ເພີ່ມຂຶ້ນເຖິງ 660% ເມື່ອທຽບກັບເດືອນພຶດສະພາ ແລະຍັງຄົງເພີ່ມຂຶ້ນຕໍ່ເນື່ອງອີກ 76% ໃນເດືອນກໍລະກົດ. ທຣຳຂົ່ມຂູ່ວ່າຈະຢຸດສົ່ງຊິ້ນສ່ວນໂບອິ້ງ ກົດດັນຈີນເລື່ອງແຮ່ທາດຫາຍາກ ອີກໜຶ່ງປະເດັນທີ່ຖືກເວົ້າເຖິງລະຫວ່າງການຖະແຫຼງຂ່າວ ທຣຳ ຍັງໄດ້ກ່າວເຖິງ “ຊິ້ນສ່ວນຍົນ” ວ່າເປັນອີກໜຶ່ງເຄື່ອງມືທີ່ສຳຄັນໃນການເຈລະຈາຕໍ່ລອງກັບຈີນ ໂດຍກ່າວວ່າສະຫະລັດໄດ້ຢຸດການຈັດສົ່ງຊິ້ນສ່ວນຍົນໂບອິ້ງໃຫ້ກັບຈີນເພື່ອເພີ່ມແຮງກົດດັນຈີນ ໃນປະເດັນການຄວບຄຸມການສົ່ງອອກແຮ່ທາດສຳຄັນດັ່ງກ່າວ ຕາມລາຍງານຂອງສຳນັກຂ່າວ Bloomberg ບໍລິສັດໂບອິ້ງ (Boeing) ກຳລັງເຈລະຈາເພື່ອບັນລຸຂໍ້ຕົກລົງຄັ້ງໃຫຍ່ໃນການຂາຍຍົນຫຼາຍເຖິງ 500 […]
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I

ໃນວັນທີ 25 ສິງຫາ 2025ທີ່ຫ້ອງວ່າການແຂວງໄຊສົມບູນ ໄດ້ມີກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີI, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ;ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ; ສະຫາຍ ປອ ດາວບົວລະພາ ບາວົງເພັດ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ເລຂາພັກແຂວງໄຊສົມບູນໄດ້ລາຍງານໃຫ້ຊາບວ່າ: ກອງປະຊຸມດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກແຂວງ ໄຊສົມບູນ ທ້າຍສະໄໝທີ Iນີ້ ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ຈະໄດ້ຜ່ານບົດສຳຫຼວດຕົນເອງ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ ຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງຕົນ ໃນໄລຍະຜ່ານມາ […]