ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I

ໃນວັນທີ 25 ສິງຫາ 2025ທີ່ຫ້ອງວ່າການແຂວງໄຊສົມບູນ ໄດ້ມີກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີI, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ;ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ; ສະຫາຍ ປອ ດາວບົວລະພາ ບາວົງເພັດ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ.     ໃນໂອກາດນີ້, ສະຫາຍ ເລຂາພັກແຂວງໄຊສົມບູນໄດ້ລາຍງານໃຫ້ຊາບວ່າ: ກອງປະຊຸມດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກແຂວງ ໄຊສົມບູນ ທ້າຍສະໄໝທີ Iນີ້ ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ຈະໄດ້ຜ່ານບົດສຳຫຼວດຕົນເອງ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ ຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງຕົນ ໃນໄລຍະຜ່ານມາ […]

ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ

ວັນທີ 15 ສິງຫາ 2025, ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ວ່າ:   ນັບແຕ່ວັນທີ 01 ກັນຍາ 2025 ເປັນຕົ້ນໄປ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ຈະເລີ່ມທົດລອງຈັດຕັ້ງປະຕິບັດ ການລົງທະບຽນ ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ,   ໂດຍຜ່ານ ເວັບໄຊ: www.immigration.gov.la, ຊຶ່ງຈະເລີ່ມຕົ້ນ ທົດລອງ ຢູ່ 04 ດ່ານສາກົນ ຄື: ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ; ສະໜາມບິນສາກົນ ຫຼວງພະບາງ ແຂວງ ຫຼວງພະບາງ; ສະໜາມບິນສາກົນ ປາກເຊ ແຂວງ ຈຳປາສັກ ແລະ ດ່ານສາກົນ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ. ຄົນຕ່າງປະເທດ ທີ່ນໍາໃຊ້ໜັງສືຜ່ານແດນ (Passport) ເດີນທາງເຂົ້າ-ອອກ ສປປ ລາວ ຜ່ານ […]

ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.

ວັນທີ 25 ສິງຫາ 2025 ນີ້, ທີ່ຫ້ອງປະຊຸມບ້ານວຽງສະຫວັນ ນະຄອນ ຫຼວງພະບາງ ໄດ້ຈັດພິທີ ປິດໂຄງການ ການສ້າງຄວາມສາມາດ ແລະ ຈັດການ ຊັບພະຍາກອນປະມົງແບບຍືນຍົງ ພາຍໃຕ້ຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນ ສປປ ລາວ, ມີ ທ່ານ ອຳໄພວັນ ສຸກສັນຕິ ຮອງອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ທ່ານ ຈົງກົນ ພົມຍະ ຄະນະບໍດີ ຄະນະເທັກໂນໂລຊີທາງການປະມົງ ແລະ ຊັບພະຍາກອນທາງນ້ຳ ມະຫາວິທະຍາໄລເມໂຈ ປະເທດໄທ, ມີພາກລັດທີ່ກ່ຽວຂ້ອງທັງພາຍໃນ ແລະຕ່າງປະເທດ, ກະຊວງການຕ່າງປະເທດ ແລະການຄ້າຂອງອົດສະຕາລີ ແລະ ສະຖາບັນສິ່ງແວດລ້ອມໂລກ ປະຈໍາ ອາຊຽນ, ຜູ້ໃຫ້ການສະໜັບສະໜູນທຶນ ແລະປະຊາຊົນບ້ານວຽງສະຫວັນ ເຂົ້າຮ່ວມ.     ຕະຫຼອດໜຶ່ງປີທີ່ຜ່ານມາ ໂຄງການການສ້າງຄວາມສາມາດ ແລະ ຈັດການຊັບພະຍາກອນປະມົງແບບຍືນຍົງ ພາຍໃຕ້ຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງຊຸມຊົນໃນ ສປປ ລາວ […]

ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13

ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025.   ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13 ປະຈຳປີ 2025 ປະຈຸບັນໄດ້ເພີ່ມກໍາລັງແຮງຂຶ້ນ ແລະ ກຳລັງ ເຄື່ອນທີ່ມາທາງເຂດທະເລຈີນໃຕ້ຕອນກາງ ໃກ້ກັບພາກກາງ ຂອງ ສສ ຫວຽດນາມ ດ້ວຍຄວາມໄວ 20 ກິໂລແມັດຕໍ່ ຊົ່ວໂມງ, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຂື້ນຝັ່ງທາງພາກກາງ ຂອງ ສສ ຫວຽດນາມ ໃນຕອນບ່າຍ ຫາ ຄໍ່າຂອງມື້ນີ້.   ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກເໜືອ ຂອງ ສປປ ລາວ ໃນໄລຍະວັນທີ 25 ຫາ 26 ສິງຫາ 2025 ນີ້.   ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ […]

ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ

ໃນວັນທີ 22 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການຮ່ວມມືສາກົນ ສ. ເກົາຫຼີ (ອົງການ KOICA ປະຈໍາ ສປປ ລາວ) ໄດ້ຈັດ ພິທີ ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ ເຊິ່ງໂຄງການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດທີ່ສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ແລະ ສາຂາສູນການແພດຟື້ນຟູໜ້າທີ່ການ ແຂວງອຸດົມໄຊ ເພື່ອບໍລິການຮັບໃຊ້ ຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ຢູ່ 04 ແຂວງພາກເໜືອຂອງລາວ ໄດ້ເຂົ້າເຖິງການບໍລິການທີ່ມີຄຸນນະພາບ ໂດຍບໍ່ໄດ້ເສຍຄ່າ.   ໂຄງການນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ທີ່ຈະໄດ້ຊ່ວຍເຫຼືອຄົນພິການ-ເສຍອົງຄະ ແລະ ຜູ້ອາຍຸສູງ ໃນ ສປປ ລາວ, ຈະສ້າງໃຫ້ວຽກງານການແພດຟື້ນຟູໜ້າທີ່ການ ມີຄວາມເຂັ້ມແຂງ, ມີຄຸນນະພາບ […]

ຫວຽດນາມ ລົງທຶນພັນລ້ານໂດລາ ສ້າງຂົວຂ້າມທະເລ ມີຄວາມຍາວເປັນອັນດັບ 3 ຂອງອາຊຽນ

ໂຄງການສ້າງ ຂົວຂ້າມທະເລ ຂອງ ຫວຽດນາມ ເປີດໂຕເມື່ອອາທິດທີ່ຜ່ານມາ ສ້າງຂຶ້ນຕາມມາດຕະຖານ ຂົວຂ້າມທະເລສາກົນ ປະກອບດ້ວຍຖະໜົນ 4 ເລນ ແລະ ອອກແບບມາໃຫ້ແລ່ນດ້ວຍຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ ດ້ວຍງົບປະມານ 25.7 ລ້ານລ້ານດົງ ຫຼື ປະມານ 1 ພັນລ້ານໂດລາ   ຂົວແຫ່ງນີ້ ສ້າງຕໍ່ຂະຫຍາຍຈາກທາງດ່ວນກາເມົາ-ດັດມຸຍ (Ca Mau–Dat Mui) ຍາວ ຂ້າມທະເລ ໄປຫາເກາະຮອນຄອຍ (Hon Khoai) ຄາດວ່າຈະສເລັດພາຍໃນປີ 2028   ກອງພົນທະຫານຮາບທີ່ 12 ພາຍໃຕ້ກະຊວງກາງປ້ອງກັນປະເທດຫວຽດນາມຈະດຳເນີນການກໍ່ສ້າງ ໂດຍໃຊ້ເສົາເຂັມເຈາະ ແລະ ວາງຖານຮາກທໍ່ເຫຼັກສຳລັບພື້ນທີ່ນ້ຳເລິກ   ສ່ວນຊ່ວງເດີນເຮືອຂອງຂົວ ຈະໃຊ້ໂຄງສ້າງທີ່ເປັນໂຄງເຫຼັກຍາວ 150 ແມັດ ຖືເປັນຄວາມສຳເລັດທາງວິສະວະກຳ ເຮັດໃຫ້ເສັ້ນທາງນີ້ເປັນໜຶ່ງໃນ ຂົວຂ້າມທະເລທີ່ຍາວທີ່ສຸດ ແລະ ທັນສະໄໝທີ່ສຸດຂອງຫວຽດນາມ   ຕາມລາຍງານສະຖາບັນເຫຼັກ ແລະ ເຫຼັກກ້າແຫ່ງອາຊີຕະເວັນອອກສຽງໃຕ້ລະບຸວ່າ […]

ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ

ນັກວິໄຈບອກວ່າ ຫຼັງອາຍຸ 40 ປີ ສະໝອງຂອງເຮົາຈະເລີ່ມຫົດຕົວລົງປະມານ 5% ໃນທຸກ 10 ປີ   ຊຶ່ງອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ໂດຍສະເພາະ ຮິບໂປແຄມປັສ (Hippocampus) ຊຶ່ງກ່ຽວຂ້ອງກັບຄວາມຈຳ ແລະ ເປືອກສະໝອງສ່ວນໜ້າ (Prefrontal Cortex) ທີ່ກ່ຽວຂ້ອງກັບການຄິດວິເຄາະ   ການປ່ຽນແປງເຫຼົ່ານີ້ອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ແຕ່ເຮົາສາມາດຊະລໍການເສື່ອມນີ້ໄດ້   ຜູ້ຊ່ຽວຊານແນະນຳວ່າ ການຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຫຼິ້ນເຄື່ອງດົນຕີ ເປັນສະເໝືອນການອອກກຳລັງກາຍສະໝອງແບບເຕັມຮູບແບບ   ເພາະຊ່ວຍກະຕຸ້ນສະໝອງຫຼາຍສ່ວນພ້ອມກັນ ທັງການຄິດ ວິເຄາະ ຄວາມຈຳ ແລະ ການປະສານງານລະຫວ່າງມືກັບຕາ ການເຮັດແນວນີ້ຈະຊ່ວຍໃຫ້ເສັ້ນທາງປະສາດໃນສະໝອງແຂງແຮງ ແລະ ມີຄວາມຍືດຫຍຸ່ນຫຼາຍຂຶ້ນ   ເຖິງຢ່າງໃດກໍຕາມ ສະໝອງຂອງມະນຸດຍັງມີຄວາມສາມາດປັບຕົວ ຫຼື ມີຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການປັບຕົວຂອງສະໝອງ (neuroplasticity)   ຊຶ່ງເປັນພື້ນຖານທີ່ເຮັດໃຫ້ເຮົາສາມາດຮຽນຮູ້ສິ່ງໃໝ່ໆ ແລະ ຊະລໍການເສື່ອມຂອງສະໝອງໄດ້ […]

“ຫວຽດນາມ” ສັ່ງອົບພະຍົບປະຊາຊົ 5.8 ແສນຄົນ ໜີພາຍຸໄຕ້ຝຸ່ນ “ຄາຈິກິ” ພັດຂຶ້ນຝັ່ງ

ລັດຖະບານຫວຽດນາມສັ່ງອົບພະຍົບປະຊາຊົນຫຼາຍກວ່າ 580,000 ຄົນ ຄາດໄຕ້ຝຸ່ນຄາຈິກິຈະພັດຂຶ້ນຝັ່ງຊ່ວງບ່າຍມື້ນີ້ (25 ສິງຫາ) ຍົກເລີກຖ້ຽວບິນ-ສັ່ງເຮືອທຸກລຳກັບເຂົ້າຝັ່ງ   ມື້ນີ້ 25 ສິງຫາ 2025 ມີການຄາດຄະເນວ່າພະຍຸ “ຄາຈິກິ” ຈະພັດຂຶ້ນຝັ່ງຫວຽດນາມໃນຊ່ວງບ່າຍມື້ນີ້ ໂດຍຈະຍັງຄົງຄວາມຮຸນແຮງລະດັບໄຕ້ຝຸ່ນ   ລ່າສຸດບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາ ພະຍຸເຄື່ອນໂຕຢູ່ບໍລິເວນອ່າວຕັງເກີຍ ແລະ ມີຄວາມໄວລົມກວ່າ 165 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າພະຍຸຈະອ່ອນກຳລັງລົງຫຼັງພັດຂຶ້ນຝັ່ງ   ແຕ່ຈະຍັງສ້າງຄວາມເສຍຫາຍດ້ວຍຄວາມໄວລົມທີ່ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ປະລິມານນ້ຳຝົນທີ່ຄາດວ່າຈະສູງເຖິງ 300-400 ມິນລິແມັດ ນອກຈາກນີ້ຍັງຄາດວ່າຈະມີຄື່ນພະຍຸຊັດຝັ່ງສູງ 2-4 ແມັດ   ທາງລັດຖະບານຫວຽດນາມສັ່ງການອົບພະຍົບປະຊາຊົນກວ່າ 586,000 ຄົນ ເພື່ອຮັບມືພະຍຸໄຕ້ຝຸ່ນ ຄອບຄຸມປະຊາຊົນໃນແຂວງຕອນກາງ ໄດ້ແກ່ ແທງຮວາ, ກວາງຈິ, ເວ້ ແລະ ດານັງ ໂດຍຍົກເລີກຖ້ຽວບິນຈຳນວນຫຼາຍ ແລະ ສັ່ງໃຫ້ເຮືອທຸກລຳກັບເຂົ້າຝັ່ງ   ສາຍການບິນຫວຽດນາມແອຣ໌ໄລນ໌ ຍົກເລີກຖ້ຽວບິນຢ່າງໜ້ອຍ 22 ຖ້ຽວທັງຂາເຂົ້າ […]

ເບິ່ງດວງປະຈຳອາທິດ ຊ່ວງວັນທີ່ 25 – 31 ສິງຫາ 2025

ເບິ່ງດວງປະຈຳອາທິດ ຊ່ວງວັນທີ່ 25 – 31 ສິງຫາ 2025   ເບິ່ງດວງປະຈຳອາທິດຄົນທີ່ເກີດວັນຈັນ   ການງານ ການງານໃນຊ່ວງນີ້ຈະມີຄວາມສຸກຫຼາຍຂຶ້ນ ມີຂ່າວດີເລື່ອງການງານ ມີຄວາມສຸກ (ອາດຈະບໍ່ຫຼາຍປານໃດ) ຫຼັງຈາກທີ່ເຈົ້າປິດທອງຫລັງພະມາດົນຄວາມດີຂອງເຈົ້າຈະປາກົດ   ການເງິນ ມີການເລີ່ມຕົ້ນໃໝ່ເລື່ອງເງິນ ການວາງແຜນດີໆຈະຊ່ວຍການເງິນຂອງເຈົ້າໄດ້ ລາຍໄດ້ອາດຈະເບິ່ງບໍ່ໂດດເດັ່ນ ແຕ່ເຈົ້າຈະມີຄວາມສຸກຂຶ້ນ ເຫັນອະນາຄົດການເງິນທີ່ດີຫຼາຍຂຶ້ນ   ຄວາມຮັກ ໃນຊ່ວງນີ້ຄວາມຮັກຈະດີຂຶ້ນ ຈະເຂົ້າໃຈກັນຫຼາຍຂຶ້ນ ເປີດໃຈລົມກັນ ຮັບປະກັນວ່າດີຂຶ້ນເລື່ອຍໆແນ່ນອນ ຄົນໂສດ ຖ້າມີຄົນກຳລັງເຂົ້າມາກໍ່ຄ່ອຍໆລົມກັນໄປ ຢ່າຮີບຮ້ອນ ຈະມີຄົນເຂົ້າມາ   ສຸຂະພາບ ດີ (ຖ້າຄົນທີ່ເຈັບປ່ວຍຢູ່ຈະດີຂຶ້ນເລື່ອຍໆ)   ເບິ່ງດວງປະຈຳອາທິດຄົນທີ່ເກີດວັນອັງຄານ   ການເງິນ ໃນຊ່ວງນີ້ຈະມີເງິນຜ່ານມືມະຫາສານ ເງິນໝູນວຽນໃນລະບົບຫຼາຍ ຄວນເກັບໄວ້ໃຫ້ຢູ່ມື ມີໂອກາດໄດ້ຮັບເງິນຫຼາຍຂຶ້ນ   ການງານ ການເຈລະຈາສຳເລັດດັ່ງຫວັງ ໄດ້ພົບກັບຄວາມສຳເລັດ ກັບຜົນຕອບແທນທີ່ຫຼາຍພໍສົມຄວນໃນລະດັບທີ່ເຈົ້າພໍໃຈ   ຄວາມຮັກ ເປັນຄວາມຮັກທີ່ມີເງິນເຂົ້າມາໃນມືຈາກເລື່ອງຄວາມຮັກ ຄົນໂສດຈະເດັ່ນເລື່ອງເງິນຫຼາຍກວ່າຄວາມຮັກ ສ່ວນເລື່ອງທາງດ້ານຈິດໃຈໃຫ້ເບິ່ງກັນໄປຍາວໆວ່າເຂົາຈະຈິງໃຈແທ້ແນວໃດ […]

ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025

ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025 ເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ             ທີ່ມາ: Vietnamnet.vn