ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ

ນັກວິໄຈບອກວ່າ ຫຼັງອາຍຸ 40 ປີ ສະໝອງຂອງເຮົາຈະເລີ່ມຫົດຕົວລົງປະມານ 5% ໃນທຸກ 10 ປີ   ຊຶ່ງອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ໂດຍສະເພາະ ຮິບໂປແຄມປັສ (Hippocampus) ຊຶ່ງກ່ຽວຂ້ອງກັບຄວາມຈຳ ແລະ ເປືອກສະໝອງສ່ວນໜ້າ (Prefrontal Cortex) ທີ່ກ່ຽວຂ້ອງກັບການຄິດວິເຄາະ   ການປ່ຽນແປງເຫຼົ່ານີ້ອາດເຮັດໃຫ້ຄວາມຈຳ ແລະ ຄວາມສາມາດໃນການແກ້ບັນຫາຊ້າລົງ ແຕ່ເຮົາສາມາດຊະລໍການເສື່ອມນີ້ໄດ້   ຜູ້ຊ່ຽວຊານແນະນຳວ່າ ການຮຽນຮູ້ທັກສະໃໝ່ໆ ເຊັ່ນ: ການຫຼິ້ນເຄື່ອງດົນຕີ ເປັນສະເໝືອນການອອກກຳລັງກາຍສະໝອງແບບເຕັມຮູບແບບ   ເພາະຊ່ວຍກະຕຸ້ນສະໝອງຫຼາຍສ່ວນພ້ອມກັນ ທັງການຄິດ ວິເຄາະ ຄວາມຈຳ ແລະ ການປະສານງານລະຫວ່າງມືກັບຕາ ການເຮັດແນວນີ້ຈະຊ່ວຍໃຫ້ເສັ້ນທາງປະສາດໃນສະໝອງແຂງແຮງ ແລະ ມີຄວາມຍືດຫຍຸ່ນຫຼາຍຂຶ້ນ   ເຖິງຢ່າງໃດກໍຕາມ ສະໝອງຂອງມະນຸດຍັງມີຄວາມສາມາດປັບຕົວ ຫຼື ມີຄວາມຍືດຫຍຸ່ນ ແລະ ຄວາມສາມາດໃນການປັບຕົວຂອງສະໝອງ (neuroplasticity)   ຊຶ່ງເປັນພື້ນຖານທີ່ເຮັດໃຫ້ເຮົາສາມາດຮຽນຮູ້ສິ່ງໃໝ່ໆ ແລະ ຊະລໍການເສື່ອມຂອງສະໝອງໄດ້ […]

“ຫວຽດນາມ” ສັ່ງອົບພະຍົບປະຊາຊົ 5.8 ແສນຄົນ ໜີພາຍຸໄຕ້ຝຸ່ນ “ຄາຈິກິ” ພັດຂຶ້ນຝັ່ງ

ລັດຖະບານຫວຽດນາມສັ່ງອົບພະຍົບປະຊາຊົນຫຼາຍກວ່າ 580,000 ຄົນ ຄາດໄຕ້ຝຸ່ນຄາຈິກິຈະພັດຂຶ້ນຝັ່ງຊ່ວງບ່າຍມື້ນີ້ (25 ສິງຫາ) ຍົກເລີກຖ້ຽວບິນ-ສັ່ງເຮືອທຸກລຳກັບເຂົ້າຝັ່ງ   ມື້ນີ້ 25 ສິງຫາ 2025 ມີການຄາດຄະເນວ່າພະຍຸ “ຄາຈິກິ” ຈະພັດຂຶ້ນຝັ່ງຫວຽດນາມໃນຊ່ວງບ່າຍມື້ນີ້ ໂດຍຈະຍັງຄົງຄວາມຮຸນແຮງລະດັບໄຕ້ຝຸ່ນ   ລ່າສຸດບໍ່ເທົ່າໃດຊົ່ວໂມງທີ່ຜ່ານມາ ພະຍຸເຄື່ອນໂຕຢູ່ບໍລິເວນອ່າວຕັງເກີຍ ແລະ ມີຄວາມໄວລົມກວ່າ 165 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າພະຍຸຈະອ່ອນກຳລັງລົງຫຼັງພັດຂຶ້ນຝັ່ງ   ແຕ່ຈະຍັງສ້າງຄວາມເສຍຫາຍດ້ວຍຄວາມໄວລົມທີ່ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ປະລິມານນ້ຳຝົນທີ່ຄາດວ່າຈະສູງເຖິງ 300-400 ມິນລິແມັດ ນອກຈາກນີ້ຍັງຄາດວ່າຈະມີຄື່ນພະຍຸຊັດຝັ່ງສູງ 2-4 ແມັດ   ທາງລັດຖະບານຫວຽດນາມສັ່ງການອົບພະຍົບປະຊາຊົນກວ່າ 586,000 ຄົນ ເພື່ອຮັບມືພະຍຸໄຕ້ຝຸ່ນ ຄອບຄຸມປະຊາຊົນໃນແຂວງຕອນກາງ ໄດ້ແກ່ ແທງຮວາ, ກວາງຈິ, ເວ້ ແລະ ດານັງ ໂດຍຍົກເລີກຖ້ຽວບິນຈຳນວນຫຼາຍ ແລະ ສັ່ງໃຫ້ເຮືອທຸກລຳກັບເຂົ້າຝັ່ງ   ສາຍການບິນຫວຽດນາມແອຣ໌ໄລນ໌ ຍົກເລີກຖ້ຽວບິນຢ່າງໜ້ອຍ 22 ຖ້ຽວທັງຂາເຂົ້າ […]

ເບິ່ງດວງປະຈຳອາທິດ ຊ່ວງວັນທີ່ 25 – 31 ສິງຫາ 2025

ເບິ່ງດວງປະຈຳອາທິດ ຊ່ວງວັນທີ່ 25 – 31 ສິງຫາ 2025   ເບິ່ງດວງປະຈຳອາທິດຄົນທີ່ເກີດວັນຈັນ   ການງານ ການງານໃນຊ່ວງນີ້ຈະມີຄວາມສຸກຫຼາຍຂຶ້ນ ມີຂ່າວດີເລື່ອງການງານ ມີຄວາມສຸກ (ອາດຈະບໍ່ຫຼາຍປານໃດ) ຫຼັງຈາກທີ່ເຈົ້າປິດທອງຫລັງພະມາດົນຄວາມດີຂອງເຈົ້າຈະປາກົດ   ການເງິນ ມີການເລີ່ມຕົ້ນໃໝ່ເລື່ອງເງິນ ການວາງແຜນດີໆຈະຊ່ວຍການເງິນຂອງເຈົ້າໄດ້ ລາຍໄດ້ອາດຈະເບິ່ງບໍ່ໂດດເດັ່ນ ແຕ່ເຈົ້າຈະມີຄວາມສຸກຂຶ້ນ ເຫັນອະນາຄົດການເງິນທີ່ດີຫຼາຍຂຶ້ນ   ຄວາມຮັກ ໃນຊ່ວງນີ້ຄວາມຮັກຈະດີຂຶ້ນ ຈະເຂົ້າໃຈກັນຫຼາຍຂຶ້ນ ເປີດໃຈລົມກັນ ຮັບປະກັນວ່າດີຂຶ້ນເລື່ອຍໆແນ່ນອນ ຄົນໂສດ ຖ້າມີຄົນກຳລັງເຂົ້າມາກໍ່ຄ່ອຍໆລົມກັນໄປ ຢ່າຮີບຮ້ອນ ຈະມີຄົນເຂົ້າມາ   ສຸຂະພາບ ດີ (ຖ້າຄົນທີ່ເຈັບປ່ວຍຢູ່ຈະດີຂຶ້ນເລື່ອຍໆ)   ເບິ່ງດວງປະຈຳອາທິດຄົນທີ່ເກີດວັນອັງຄານ   ການເງິນ ໃນຊ່ວງນີ້ຈະມີເງິນຜ່ານມືມະຫາສານ ເງິນໝູນວຽນໃນລະບົບຫຼາຍ ຄວນເກັບໄວ້ໃຫ້ຢູ່ມື ມີໂອກາດໄດ້ຮັບເງິນຫຼາຍຂຶ້ນ   ການງານ ການເຈລະຈາສຳເລັດດັ່ງຫວັງ ໄດ້ພົບກັບຄວາມສຳເລັດ ກັບຜົນຕອບແທນທີ່ຫຼາຍພໍສົມຄວນໃນລະດັບທີ່ເຈົ້າພໍໃຈ   ຄວາມຮັກ ເປັນຄວາມຮັກທີ່ມີເງິນເຂົ້າມາໃນມືຈາກເລື່ອງຄວາມຮັກ ຄົນໂສດຈະເດັ່ນເລື່ອງເງິນຫຼາຍກວ່າຄວາມຮັກ ສ່ວນເລື່ອງທາງດ້ານຈິດໃຈໃຫ້ເບິ່ງກັນໄປຍາວໆວ່າເຂົາຈະຈິງໃຈແທ້ແນວໃດ […]

ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025

ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025 ເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ             ທີ່ມາ: Vietnamnet.vn

ສຳເລັດການທາບທາມຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X ຮອບທີ 3

ກອງປະຊຸມທາບທາມຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X (ຮອບທີ 3), ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາຄະນະພັກແຂວງ ຮອບທີ 2 ຈັດຂຶ້ນໃນວັນທີ 23 ສິງຫາ 2025 ຢູ່ຫໍວັດທະນະທຳ ໄກສອນ ພົມວິຫານ ໃຫ້ກຽດເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ.     ໃນພິທີ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີການປະກອບຄຳເຫັນໃສ່ເນື້ອໃນເອກະສານກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X ເປັນຕົ້ນ ບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ […]

ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ເຊົ້າວັນທີ 25 ສິງຫາ 2025.

ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ເຊົ້າວັນທີ 25 ສິງຫາ 2025.   ລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ກໍາລັງເຄື່ອນທີ່ຢູໃກ້ແຄມຝັ່ງທະເລທາງພາກກາງຂອງປະເທດຫວຽດນາມ, ມີທິດທາງເຄື່ອນທີ່ໄປທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ,   ພາຍຸຫົວນີ້ຈະເຄື່ອນຜ່ານພາກກາງຂອງປະເທດຫວຽດນາມ, ສືບຕໍ່ຜ່ານພາກກາງ ແລະ ພາກເໜືອປະເທດລາວ ໃນຕອນແລງວັນທີ 25 ຫາ ຕອນເຊົ້າວັນທີ 26 ສິງຫາ 2025 ນີ້.   ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກ ຫາ ໜັກຫລາຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນ ແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮົບມືຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດີນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ […]

ເຄິ່ງປີ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 600 ກວ່າຄັ້ງ, ມີຄົນເສຍຊີວິດ 100 ຄົນ.

ພັທ ຄຳພອນ ພົມມະຈັນ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:       ໃນ 6 ເດືອນຕົ້ນປີ 2025 ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 628 ເລື່ອງ, ພາຫະນະເປ່ເພທັງໝົດ 1.229 ຄັນ,     ໃນນັ້ນ ເປ່ເພເລັກໜ້ອຍ 474 ຄັນ, ເປ່ເພສົມຄວນ 747 ຄັນ, ໃຊ້ການບໍ່ໄດ້ 8 ຄັນ;   ຄົນໄດ້ຮັບບາດເຈັບທັງໝົດ 681 ຄົນ, ບາດເຈັບເລັກໜ້ອຍ 178 ຄົນ, ບາດເຈັບສົມຄວນ 359 ຄົນ, ບາດເຈັບສາຫັດ 144 ຄົນ, ເສຍຊີວິດ 100 ຄົນ ຍິງ 15 ຄົນ.   ສາເຫດແມ່ນລະເມີດກົດລະບຽບການສັນຈອນ ເປັນຕົ້ນແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່, […]

ຂົວຂ້າມນ້ຳປະເທດຈີນສາຍເຄເບິນຂາດ ໃນຂະນະທີ່ກຳລັງກໍ່ສ້າງ ເສຍຊີວິດ 7 ສູນຫາຍ 9 ຄົນ

ມີຜູ້ເສຍຊີວິດ 7 ຄົນ ແລະ ສູນຫາຍອີກ 9 ຄົນ ຫຼັງຈາກສາຍເຄເບິນຂາດທີ່ຂົວຂ້າມນ້ຳທີ່ຢູ່ໃນລະຫວ່າງການກໍ່ສ້າງເທິງເສັ້ນທາງລົດໄຟເສຊວນ-ຊິງໄຫ່ ຊ່ວງແຂວງຊິງໄຫ່ ເມື່ອເວລາປະມານ 03.00 ໂມງເຊົ້າຂອງວັນທີ່ 22 ສິຫາ 2025    ສຳນັກຂ່າວພີເພິນສ໌ ເດລີ ລາຍງານວ່າ ຂະນະເກີດເຫດມີແຮງງານກໍ່ສ້າງ 15 ຄົນ ແລະ ຜູ້ຈັດການໂຄງການວິສະວະກຳປະຈຳພື້ນທີ່ 1 ຄົນ ກຳລັງເຮັດວຽກຢູ່ ຂະນະນີ້ປະຕິບັດການກູ້ໄພຍັງຄົງດຳເນີນຕໍ່ໄປ   ກະຊວງການຈັດການເຫດສຸກເສີນໄດ້ສົ່ງຄະນະເຮັດວຽກສະເພາະກິດ ໄປຍັງຈຸດເກີດເຫດເພື່ອໃຫ້ຄຳແນະນຳ ແລະ ປະສານງານການຊ່ວຍເຫຼືອ ໂດຍສຸມໃສ່ການຄົ້ນຫາຜູ້ທີ່ຕົກລົງໄປໃນນ້ຳ   ນອກຈາກນີ້ ທາງກະຊວງ ຢືນຢັນວ່າຈະເລັ່ງກວດສອບສາເຫດຂອງອຸບັດຕິເຫດເພື່ອປ້ອງກັນບໍ່ໃຫ້ເກີດເຫດການລັກສະນະດຽວກັນນີ້ຂຶ້ນອີກໃນອະນາຄົດ   ພາບທີ່ເຜີຍແຜ່ເທິງເວັບໄຊທ໌ພີເພິນສ໌ ເດລີ ສະແດງໃຫ້ເຫັນຂົວທີ່ສ້າງສຳເລັດພຽງບາງສ່ວນ ໂດຍສ່ວນກາງຍັງສ້າງບໍ່ສຳເລັດ ພ້ອມດ້ວຍຫໍຄອຍເຄເບິນຂະໜາດໃຫຍ່ 2 ແຫ່ງ ແລະ ເຄຣນຫຼາຍຕົວຕັ້ງຢູ່ໃກ້ຄຽງ   ຂົວດັ່ງກ່າວ ຕັ້ງຢູ່ທີ່ເຂດແດນລະຫວ່າງເມືອງເຈຍຈ້າ ໃນເຂດປົກຄອງຕົນເອງທິເບດຫວາງໜານ ແລະ ເມືອງປົກຄອງຕົນເອງຫົວຫຼົງຮຸຍ ໃນເຂດໄຫ່ຕົງ […]

ເປີດງານຕະຫລາດນັດມວນຊົນ ຫລື ໂລະລາດ ຢູ່ນະຄອນຫຼວງພະບາງ

ງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຕະຫຼາດນັດມວນຊົນ ຫຼື ໂລະລາດ ທີ່ເມືອງມໍລະດົກໂລກຫຼວງພະບາງ ປີນີ້ ກົງກັບວັນທີ 22 ສິງຫາ 2025 ໂດຍໃຫ້ກຽດຕັດແທບຜ້າ ເປີດງານຕະຫຼາດນັດມວນຊົນແມ່ນທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ, ນະຄອນພ້ອມດ້ວຍມວນຊົນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫລາຍ.     ຕະຫຼາດນັດມວນຊົນແມ່ນໄດ້ເປີດຂຶ້ນທີ່ເສັ້ນທາງກາງເມືອງ ໂດຍເລີ່ມຈາກສາມແຍກ ຫໍພິພິທະພັນເບື້ອງເໜືອ ບ້ານຈູມຄ້ອງ ເສັ້ນທາງສີສະຫວ່າງວົງ ຫາສາມແຍກພະແນກໂຍທາທິການ ແລະຂົນສົ່ງ, ປະຊາຊົນໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ, ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ ມາວາງຂາຍ.     ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ […]

ປກສ ແຂວງຈຳປາສັກ ກັກຕົວແກ້ງໄວລຸ້ນ 5 ຄົນ ພ້ອມຂອງກາງຢາບ້າ 72,000 ເມັດ ແລະ ຄໍລາເຈັນ

ວັນທີ 22 ສິງຫາ 2025 ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ:   ເວລາ 10:00 ໂມງ ວັນທີ 1 ກໍລະກົດ 2025 ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນແລະຕ້ານຢາ ເສບຕິດ ປກສ ແຂວງຈຳປາສັກ ປະຈຳປ້ອມກວດກາ ຫລັກ44 ບ້ານນາດ່ານ ເມືອງຊະນະສົມບູນ ໄດ້ກັກ ແລະ ກວດຄົ້ນກະບະ ຍີ່ຫໍ້ TOYOTA ລຸ້ນ REVO ໝາຍເລກ ທະບຽນ ກຂ 7553 ຄໍາມ່ວນ ທີ່ເດີນທາງມາແຕ່ແຂວງສະຫວັນນະເຂດ ມຸ້ງໜ້າມາແຂວງຈໍາປາສັກ ຂັບຂີ່ມານຳກັນ 5 ຄົນ ຍິງ 2 ຄົນ.       ຜ່ານການກວດຄົ້ນພາຍໃນລົດພົບເຫັນຢາບ້າ ຈຳນວນ 72,000 ເມັດ ແລະ ຄໍລາເຈນ ຈຳນວນຫລາຍຊອງ   […]