ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025

ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025, ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ເຊິ່ງຈະເຮັດໃຫ້ ອາກາດຮ້ອນ ໂດຍສະເພາະໃນຕອນບ່າຍ, ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງຢູູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.   ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 25% ຂອງພາກ ອຸນຫະພູມໃນລະຫວ່າງ 17 – 29 ອົງສາ.   ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ […]

ລາຍງານສະພາບອາກາດປະຈໍາເຊົ້າວັນທີ 16 ຕຸລາ 2025

ພະຍາກອນອາກາດປະຈໍາເຊົ້າວັນທີ 16 ຕຸລາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.   ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 55% ຂອງພາກ ອຸນຫະພູມໃນລະຫວ່າງ 18 – 27 ອົງສາ.   ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື […]

ພະຍາກອນອາກາດປະຈຳເຊົ້າວັນທີ 15 ຕຸລາ 2025

ພະຍາກອນອາກາດປະຈຳເຊົ້າວັນທີ 15 ຕຸລາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ. ເຊິ່ຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະຈະມີຝົນຕົກ ໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 15/10/2025 ຫາ ເວລາ 07 ໂມງ ຂອງວັນທີ 16/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 30 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ […]

ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ

  1. ສິ່ງທີ່ຕ້ອງເຮັດທັນທີເມື່ອໄດ້ຍິນສຽງຟ້າຮ້ອງ ຫາບ່ອນຫລົບທີ່ປອດໄພທີ່ສຸດ: ແມ່ນການເຂົ້າໄປໃນອາຄານຂະໜາດໃຫຍ່ທີ່ໝັ້ນຄົງ, ມີການຕິດຕັ້ງສາຍລໍ້ຟ້າ, ຫຼື ເຂົ້າໄປໃນລົດໃຫຍ່ແລ້ວທີ່ປິດປະຕູ ແລະ ປ່ອງຢ້ຽມໃຫ້ແໜ້ນ (ໂຄງລົດຈະເຮັດໜ້າທີ່ເປັນກົງຟາຣາເດທີ່ຊ່ວຍນຳກະແສໄຟຟ້າລົງດິນ) ຫຼີກລ້ຽງນ້ຳ ແລະ ວັດຖຸນຳໄຟຟ້າ: ຢູ່ຫ່າງຈາກແຫຼ່ງນ້ຳ (ສະລະນ້ຳ, ທະເລ, ແມ່ນ້ຳ), ອຸປະກອນໄຟຟ້າ, ໂທລະສັບບ້ານ, ທໍ່ນ້ຳ, ຫຼື ວັດຖຸທີ່ເປັນໂລຫະທຸກຊະນິດ ງົດໃຊ້ໂທລະສັບມືຖື: ປິດ ແລະ ງົດໃຊ້ອຸປະກອນສື່ສານ. ໂທລະສັບມືຖືບໍ່ໄດ້ດຶງດູດຟ້າຜ່າ, ແຕ່ຄື້ນສັນຍານອາດເພີ່ມຄວາມສ່ຽງໄດ້ເລັກນ້ອຍ. ທີ່ສຳຄັນຄືອາດເຮັດໃຫ້ທ່ານພາດການສັງເກດສະພາບແວດລ້ອມຮອບຕົວ 2. ເມື່ອຕ້ອງຢູ່ໃນທີ່ໂລ່ງແຈ້ງ (ແລະບໍ່ມີບ່ອນລົບ) ຫາກບໍ່ສາມາດຫາອາຄານເພື່ອຫລົບໄດ້ທັນ, ໃຫ້ປະຕິບັດຕາມຄຳແນະນຳເຫຼົ່ານີ້ທັນທີ: ຫ້າມຢູ່ໃຕ້ຕົ້ນໄມ້ສູງຕົ້ນດຽວ: ຕົ້ນໄມ້ສູງໃຫຍ່ໃນທີ່ໂລ່ງແມ່ນຈຸດທີ່ຟ້າຜ່າລົງໄດ້ງ່າຍທີ່ສຸດ, ແລະກະແສໄຟຟ້າສາມາດແຕກຂະເເຫນງເຮັດອັນຕະລາຍທ່ານໄດ້ ຫ້າມນອນເເນບກັບພື້ນ: ການນອນເເນບຈະເພີ່ມພື້ນທີ່ສຳຜັດກັບພື້ນດິນ, ເຊິ່ງກະແສໄຟຟ້າທີ່ວິ່ງຕາມພື້ນ (Ground Current) ເປັນສາເຫດຫຼັກຂອງການບາດເຈັບ ແລະ ເສຍຊີວິດຈາກຟ້າຜ່າ ເຮັດທ່າໝອບໂຕ: ຍໍ່ຕົວລົງໃຫ້ຕ່ຳທີ່ສຸດ, ເອົາເທົ້າ(ຕີນ)ທັງສອງຂ້າງເຂົ້າຫາກັນ, ແລະ ເອົາຫົວຊຸກຢູ່ລະຫວ່າງຫົວເຂົ່າ. ຢ່າໃຊ້ມືແປະຕິດກັບພື້ນ. ການຊິດເທົ້າຊ່ວຍຫຼຸດໂອກາດທີ່ກະແສໄຟຟ້າຈະແລ່ນຜ່ານຮ່າງກາຍ (ເຂົ້າຂາຂ້າງໜຶ່ງ ອອກຂາອີກຂ້າງໜຶ່ງ) […]

ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025

ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025, ຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ສົມທົບກັບລົມຕາເວັນອອກພັດປົກຄຸມ. ເຊິ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 14/10/2025 ຫາ ເວລາ 07 ໂມງ ຂອງວັນທີ 15/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 17 – 28 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ […]

ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.

ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ. ຊ່ວງນີ້ສະພາບອາກາດຂ້ອນຂ້າງຈະບໍ່ຄົງທີ່ໃຫ້ປະຊາຊົນທີ່ອອກໄປໃຊ້ຊີວິດຂ້າງນອກໃຫ້ລະມັດລະວັງ ບໍ່ວ່າຈະເປັນຝົນຈາກພາຍຸ ຫລື ອາກາດທີ່ຮ້ອນຂຶ້ນຕາມອຸນຫະພູບທີ່ມີຄວາມຮ້ອນສູງ ໃຫ້ກຽມພ້ອມຮັບມືກັບຄວາມປ່ຽນແປງນີ້ . ສາມາດອ່ານແຈ້ງການອຸນຫະພູມແຕ່ລະພາກດ້ານລຸ່ມ:          

ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025

ປະຈໍາເຊົ້າວັນທີ 13 ຕຸລາ 2025, ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຍັງຮ້ອນຢູ່ທົົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 13/10/2025 ຫາ ເວລາ 07 ໂມງ ຂອງວັນທີ 14/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນເຢັນຢູ່ທົົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິານ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 16 -29 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນຢູ່ທົົ່ວໄປໃນຕອນເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື […]

ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025

ຄວາມກົດດັນສູງຂອງອາກາດເຢັນ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ. ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ ພ້ອມລົມພັດແຮງເປັນບາງໂອກາດ.    

ສະພາບອາກາດປະຈຳເຊົ້າວັນທີ 07 ຕຸລາ 2025

ປະຈຳເຊົ້າວັນທີ 07 ຕຸລາ 2025, ຄວາມກົດດັນອາກາດ່ຳຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງຈະມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.   ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 07/10/2025 ຫາ ເວລາ 07 ໂມງ ຂອງວັນທີ 08/10/2025 ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງຫົວພັນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 29 ອົງສາ.   ພາກເໜືອດ້ານຕາເວັນຕົກ […]

ອຸຕຸເຕືອນ! ຈະມີຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຂວງຜົ້ງສາລີ, ຫົວພັນ, ຄໍາມ່ວນ, ຈໍາປາສັກ ແລະ ອັດຕະປື ກວມ 80%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ພາຍຸໝູນເຂດຮ້ອນ ແມດໂມ (Matmo) ປະຈໍາວັນທີ 6 ຕຸລາ 2025 ພາຍຸ ໄດ້ເຄື່ອນຂຶ້ນຝັ່ງທາງພາກເໜືອຂອງ ປະເທດຫວຽດນາມແລ້ວ. ຈາກນັ້ນ, ຈະອ່ອນກໍາລັງລົງກາຍເປັນພາຍຸດີເປຼຊັນ ແລະ ຈະອ່ອນກໍາລັງລົງຕາມລໍາດັບກາຍເປັນຍ່ອມຄວາມ ກົດດັນອາກາດຕໍ່າ. ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ຍັງຈະມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ເກີດມີຝົນຕົກ, ຟ້າຮ້ອງ-ຟ້າເຫລື້ອມ ໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມ ລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ໃນໄລຍະວັນທີ 6 ຫາ 7 ຕຸລາ 2025.   ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມີ ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ອາດຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າປ່າໄຫລຊຸແຮງ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນ ອາກາດຈາກກົມອຸຕຸນິຍົມ […]