ອິນໂດເນເຊຍມີແຜນຈະຢຸດການນຳເຂົ້ານ້ຳມັນກາຊວນໃນເຄິ່ງຫຼັງປີ 2026 ຕາມຄຳສັ່ງທີ່ຈະນຳໃຊ້ນ້ຳມັນເຊື້ອໄຟຊີວະພາບຊະນິດໃໝ່(B-50).

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ບາລິວ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ ອິນໂດເນເຊຍ ໃຫ້ຮູ້ວ່າ: ອິນໂດເນເຊຍມີແຜນຈະຢຸດການນຳເຂົ້ານ້ຳມັນກາຊວນໃນເຄິ່ງຫຼັງປີ 2026 ຕາມຄຳສັ່ງທີ່ຈະນຳໃຊ້ນ້ຳມັນເຊື້ອໄຟຊີວະພາບຊະນິດໃໝ່(B-50). ທ່ານ ບາຣລິລ ຢືນຢັນວ່າ: ປັດຈຸບັນ, ລັດຖະບານອິນໂດເນເຊຍກຳລັງທົດລອງການນໍາໃຊ້ນໍ້າມັນເຊື້ອໄຟ B-50 ໄລຍະທີ 4 ເຊິ່ງເປັນໄລຍະສຸດທ້າຍ ແລະ ຄາດວ່າຈະສຳເລັດພາຍໃນ 6-8 ເດືອນ. ໂດຍມີການທົດລອງກັບເຄື່ອງຈັກເຮືອ, ລົດໄຟ, ເຄື່ອງຈັກໜັກ ແລະ ອຸປະກອນອື່ນໆ. ທັງນີ້, ໂຄງການນ້ຳມັນເຊື້ອໄຟ B-50 ເຊິ່ງເປັນການປະສົມນ້ຳມັນກາຊວນທຳມະດາ 50% ກັບນ້ຳມັນປາມດິບ 50% ຖືເປັນສ່ວນໜຶ່ງຂອງຍຸດທະສາດໄລຍະຍາວຂອງອິນໂດເນເຊຍ ເພື່ອເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ແລະ ຫຼຸດຜ່ອນການເພິ່ງພາອາໄສນ້ຳມັນເຊື້ອໄຟ. ນອກຈາກນັ້ນ, ໂຄງການນ້ຳມັນເຊື້ອໄຟ B-50 ແມ່ນສອດຄ່ອງກັບປະລິມານການນຳໃຊ້ນໍ້າມັນເຊື້ອໄຟ B-40 ໃນປັດຈຸບັນ ຊຶ່ງມີການໃຊ້ບັນລຸ 10 ລ້ານກິໂລລິດ, ກວມເອົາ 64.7% ຂອງເປົ້າໝາຍປີ […]
ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຮ່ວມມືສົ່ງເສີມພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ

ເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ໄດ້ສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ສົ່ງເສີມການຮ່ວມມືດ້ານເສດຖະກິດດີຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs) ໂດຍເນັ້ນໃສ່ການເສີມສ້າງ ແລະ ຊຸກຍູ້ ພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ (AEC) Blueprint 2025. ໃນລະຫວ່າງວັນທີ 7-8 ຕຸລາ 2025 ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບ ມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ […]
ແຈ້ງປັບລາຄານ້ຳມັນລົງ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 09/10/2025

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 09/10/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1443/ກຄພນ ລົງວັນທີ 08 ຕລ. 2025 ແອັດຊັງພິເສດ -570 ກີບ ແອັດຊັງທຳມະດາ -500 ກີບ ກາຊວນ -380 ກີບ
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2025 ທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນການນໍາເຂົ້າຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຄັ້ງນີ້ ແມ່ນໄດ້ນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2.600 ກວ່າໂຕນ ຫລື ປະມານ 3,2 ລ້ານລິດ. ນໍ້າມັນດັ່ງກ່າວຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. […]
ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ

ເນື່ອງໃນໂອກາດງານວາງສະແດງຜະລິດຕະພັນລາວ 2025 (Made In Lao 2025) ທີ່ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ. ທ່ານ ລັງກອນ ໄຊຍະວົງ ປະທານບໍລິສັດ ທັງເປັນຜູ້ສ້າງຕັ້ງໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ, ດີໃຈ ແລະ ພາກພູມໃຈທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ໃຫ້ໂອກາດຜູ້ປະກອບການພາຍໃນໄດ້ນໍາສິນຄ້າຕ່າງໆ ຂອງຕົນເຂົ້າຮ່ວມວາງສະແດງ-ຂາຍຢ່າງຄັບຄາໜາແໜ້ນ ໂດຍສະເພາະໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ກໍໄດ້ນໍາເອົາຜະລິດທໍ່ໂຕໂຢມາວາງສະແດງ-ຂາຍໃນຄັ້ງນີ້ ຊຶ່ງຜະລິດທໍ່ໂຕໂຢ ເປັນໜຶ່ງຜະລິດຕະພັນຂອງລາວທີ່ມີຊື່ສຽງ, ມີຄຸນນະພາບລະດັບສາກົນເພື່ອຕອບສະໜອງຄວາມຕ້ອງການຕະຫຼາດພາຍໃນ. ທ່ານ ລັງກອນ ໄຊຍະວົງ ກ່າວວ່າ: ໂຮງງານອຸດສາຫະກໍາທໍ່ໂຕໂຢລາວ ເປັນໜຶ່ງໂຮງງານອຸດສາຫະກໍາ ທີ່ເປັນສະມາຊິກຂອງ ສຄອຊ ທີ່ສ້າງຜະລິດຕະພັນລາວເລີ່ມແຕ່ປີ 2016 ຊຶ່ງຜະລິດຕະພັນຫຼັກແມ່ນຮັບໃຊ້ພື້ນ ຖານໂຄງລ່າງກ່ຽວກັບລະບົບນໍ້າ, ເລີ່ມຈາກລະບົບນໍ້າປະປາໃນຕົວເມືອງຈົນຮອດລະບົບນໍ້າປະປາຊົນນະບົດ. ພ້ອມນັ້ນ, ຍັງມີລະບົບນໍ້າໃນການກໍ່ສ້າງເຄຫາສະຖານ, ບ້ານເຮືອນ, ໂຮງແຮມ, ໂຮງງານອຸດສາຫະກໍາ, ເຂດເສດຖະກິດພິເສດ, […]
OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ຄາດວ່າຄວາມຕ້ອງການນ້ຳມັນທົ່ວໂລກຈະເພີ່ມຂຶ້ນຈາກ 308 ລ້ານບາເຣນຕໍ່ມື້ເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050 ຊຶ່ງເປັນອັດຕາການເຕີບໂຕ 23%. ທ່ານ ເບຣູຊ ໄບຄາລິຊາເດ ຫົວໜ້າພະແນກສຶກສານ້ໍາມັນຂອງອົງການດັ່ງກ່າວ ຊຶ່ງນໍາສະເໜີບົດລາຍງານທ່າອ່ຽງຕະຫຼາດນ້ໍາມັນທົ່ວໂລກໃນງານສັບປະດາພະລັງງານຂອງກາຊັກສະຖານ ປີ 2025 ແລະກອງປະຊຸມ KAZENERGY ຄັ້ງທີ 16 ທີ່ນະຄອນຫຼວງອັສຕານາ ຂອງກາຊັກສະຖານ ວ່າ: ຄວາມຕ້ອງການນ້ໍາມັນເພີ່ມຂຶ້ນຕາມການເຕີບໂຕຂອງປະຊາກອນໂລກ ທີ່ຈະເພີ່ມຂຶ້ນຈາກ 8.72 ຕື້ຄົນ ເປັນ 9.7 ຕື້ຄົນ. ທ່ານ ໄບຄາລິຊາເດ ກ່າວວ່າ: ປະຊາກອນຫຼາຍກວ່າ 1.2 ຕື້ຄົນ ຈະອາໄສຢູ່ຕາມຕົວເມືອງໃນປີ 2050, ໃນຂະນະທີ່ຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຈະເລັ່ງການເຕີບໂຕຂອງບັນດາສະມາຊິກອົງການຮ່ວມມືເສດຖະກິດ ແລະ ການພັດທະນາ (OECD). ໂດຍຄວາມກ້າວໜ້າຢ່າງຕໍ່ເນື່ອງໃນຂະແໜງທຸລະກິດນ້ໍາມັນຈະເພີ່ມປະສິດທິພາບ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ, ແຕ່ຈະບໍ່ມີຄວາມກ້າວໜ້າທາງເຕັກໂນໂລຊີທີ່ສໍາຄັນເກີດຂຶ້ນ. ບົດລາຍງານລະບຸຕື່ມວ່າ: […]
ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ມີການຄົ້ນຄວ້າ ສຳຫຼວດ ຈັດຫາແຫຼ່ງພະລັງງານທີ່ມີຄຸນນະພາບ

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ມີການຄົ້ນຄວ້າ ສຳຫຼວດ ຈັດຫາແຫຼ່ງພະລັງງານທີ່ມີຄຸນນະພາບ ເປັນຕົ້ນແມ່ນ ນ້ຳມັນເຊື້ອໄຟ ເພື່ອຮອງຮັບ ຄວາມຕ້ອງການຂອງ ປະຊາຊົນ, ເສດຖະກິດ ແລະ ອຸດສາຫະກຳຂອງປະເທດ. ໃນປັດຈຸບັນ, ລນລ ໄດ້ນຳເຂົ້ານ້ຳມັນ ກາຊວນ ມາດຕະຖານ ຄຸນນະພາບ ຢູໂຣ 5 (EURO 5) ຜ່ານການຂົນສົ່ງທາງເຮືອກຳປັ່ນ ຈຳນວນ 2,600 ກວ່າໂຕນ ຫຼື 3,2 ລ້ານລິດ ມາຂຶ້ນທີ່ຈຸດ ທ່າເຮືອ ຫງິເຊີນ (Nghi Son) ແລ້ວບັນຈຸໄວ້ ສາງນ້ຳມັນແອັງຟາດ (Anh Phat Port) ແຂວງ ແທັງຮ໋ວາ (Thanh Hoa) ສສ ຫວຽດນາມ ຫຼັງຈາກນັ້ນ ກໍ່ຂົນສົ່ງຜ່ານດ່ານສາກົນ ນ້ຳກັ່ນ ແຂວງຊຽງຂວາງ ແລະ […]
ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 02/10/2025

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 02/10/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1392/ກຄພນ ລົງວັນທີ 01 ຕລ. 2025
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII

ໃນວັນທີ 30 ກັນຍານີ້ ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ມີຫຼາຍພາກສ່ວນໄດ້ນໍາເອົາເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຊຶ່ງປະກອບມີ ບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 600 ລ້ານກີບ, ບໍລິສັດເອັນຊີຊີ ຈຳກັດຜູ້ດຽວ ຈຳນວນ 300 ລ້ານກີບ, ບໍລິສັດ ສຸກປະສົງຊັບຈະເລີນກໍ່ສ້າງ ຈຳນວນ 300 ລ້ານກີບ, ທະນາຄານ JDB ຈຳນວນ 300 ລ້ານກີບ ແລະ ບໍລິສັດ ຄຸນຄຳອຸດສະຫະກຳ ຈຳກັດ ຈຳນວນ 300 ລ້ານກີບ ແລະ ໃຫ້ກຽດຮັບໂດຍ ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ. ໂດຍຊ້ອງໜ້າມີ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ […]
ຢຶດຖືອາຊີບລ້ຽງງົວຂາຍ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍກວ່າ 900 ລ້ານກີບ

ການດຸໝັ່ນຂະຫຍັນພຽນທຳມາຫາກິນ ລ້ວນແລ້ວແຕ່ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວນັບມື້ດີຂື້ນ ແລະ ຮັ່ງມີໄດ້. ດັ່ງຄອບຄົວຂອງ ທ່ານ ຊາຍ ມາລາພອນ ຫຼື ຊາຍນ້ອຍ ຢູ່ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ ທີ່ຢືດຖືອາຊີບການ ຊື້່-ຂາຍ ງົວ-ຄວາຍ ແລະ ລ້ຽງງົວເປັນອາຊີບຫຼັກ ເລີ່ມແຕ່ປີ 1995 ເປັນ ຕົ້ນມາ ຈົນມີຟາມງົວເປັນຂອງຕົນເອງ ແລະ ສາມາດສ້າງລາຍຮັບ ເຂົ້າຄອບຄົວໄດ້ຫຼາຍກວ່າ 900 ລ້ານກີບຕໍ່ປີ. ທ່ານ ຊາຍ ມາລາພອນ ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 25 ກັນຍານີ້ວ່າ: ຟາມງົວ ມີເນື້ອທີ່ທັງໝົດ 190 ກວ່າເຮັກຕ່າ. ໃນນັ້ນ, ໄດ້ບຸກເບີກເປັນສວນປູກຫຍ້າເພື່ອລ້ຽງງົວ 30 ກວ່າເຮັກຕ່າ, ມີແຮງງານທັງໝົດ 5 ຄົນ. ມາຮອດທ້າຍປີ 2024 ໄດ້ປຶກສາຫາລືນໍາອົງການປົກຄອງເມືອງ ແລະ ທະນາຄານສົ່ງກະສິກຳ ເພື່ອຂໍກູ້ຢືມເງິນ ຈຳນວນ 1 […]