ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII

ໃນວັນທີ 30 ກັນຍານີ້ ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ມີຫຼາຍພາກສ່ວນໄດ້ນໍາເອົາເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຊຶ່ງປະກອບມີ ບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 600 ລ້ານກີບ, ບໍລິສັດເອັນຊີຊີ ຈຳກັດຜູ້ດຽວ ຈຳນວນ 300 ລ້ານກີບ, ບໍລິສັດ ສຸກປະສົງຊັບຈະເລີນກໍ່ສ້າງ ຈຳນວນ 300 ລ້ານກີບ, ທະນາຄານ JDB ຈຳນວນ 300 ລ້ານກີບ ແລະ ບໍລິສັດ ຄຸນຄຳອຸດສະຫະກຳ ຈຳກັດ ຈຳນວນ 300 ລ້ານກີບ ແລະ ໃຫ້ກຽດຮັບໂດຍ ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ. ໂດຍຊ້ອງໜ້າມີ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ໃນໂອກາດນີ້, ສະຫາຍ […]

ຢຶດຖືອາຊີບລ້ຽງງົວຂາຍ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍກວ່າ 900 ລ້ານກີບ

ການດຸໝັ່ນຂະຫຍັນພຽນທຳມາຫາກິນ ລ້ວນແລ້ວແຕ່ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວນັບມື້ດີຂື້ນ ແລະ ຮັ່ງມີໄດ້. ດັ່ງຄອບຄົວຂອງ ທ່ານ ຊາຍ ມາລາພອນ ຫຼື ຊາຍນ້ອຍ ຢູ່ບ້ານໂພນສະອາດ ເມືອງນໍ້າບາກ ແຂວງຫຼວງພະບາງ ທີ່ຢືດຖືອາຊີບການ ຊື້່-ຂາຍ ງົວ-ຄວາຍ ແລະ ລ້ຽງງົວເປັນອາຊີບຫຼັກ ເລີ່ມແຕ່ປີ 1995 ເປັນ ຕົ້ນມາ ຈົນມີຟາມງົວເປັນຂອງຕົນເອງ ແລະ ສາມາດສ້າງລາຍຮັບ ເຂົ້າຄອບຄົວໄດ້ຫຼາຍກວ່າ 900 ລ້ານກີບຕໍ່ປີ. ທ່ານ ຊາຍ ມາລາພອນ ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 25 ກັນຍານີ້ວ່າ: ຟາມງົວ ມີເນື້ອທີ່ທັງໝົດ 190 ກວ່າເຮັກຕ່າ. ໃນນັ້ນ, ໄດ້ບຸກເບີກເປັນສວນປູກຫຍ້າເພື່ອລ້ຽງງົວ 30 ກວ່າເຮັກຕ່າ, ມີແຮງງານທັງໝົດ 5 ຄົນ. ມາຮອດທ້າຍປີ 2024 ໄດ້ປຶກສາຫາລືນໍາອົງການປົກຄອງເມືອງ ແລະ ທະນາຄານສົ່ງກະສິກຳ ເພື່ອຂໍກູ້ຢືມເງິນ ຈຳນວນ 1 […]

ອັດຕາເງິນເຟີ້ລາວ ຊະລໍຕົວ, ແຕ່ຄ່າ ຄອງຊີບຍັງສູງ ຈາກແຮງກົດດັນຂອງລາຄາ ໄຟຟ້າ-ນໍ້າມັນເຊື້ອໄຟ

  ອັດຕາເງິນເຟີ້ຂອງ ສປປ ລາວ ໄດ້ສືບຕໍ່ຊະລໍຕົວລົງຢ່າງໜ້າພໍໃຈ, ທ່າມກາງ ຄວາມທ້າທາຍທີ່ສຳຄັນຍັງຄົງມີຢູ່ ເນື່ອງຈາກລາຄາຂອງໝວດສິນຄ້າ ແລະ ບໍລິການທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ, ໂດຍສະເພາະ ພະລັງງານ, ນ້ຳປະປາ, ແລະ ໝວດສຸຂະພາບ, ຍັງສືບຕໍ່ເພີ່ມຂຶ້ນໃນອັດຕາທີ່ສູງຢູ່.   ໂດຍ ຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ, ໃນເດືອນກັນຍາ 2025, ອັດຕາເງິນເຟີ້ລວມຂອງປະເທດຢືນຢູ່ທີ່ 4.5%, ເຊິ່ງເປັນການເພີ່ມຂຶ້ນທີ່ຊ້າກວ່າເດືອນຜ່ານມາ, ຊີ້ໃຫ້ເຫັນເຖິງແນວໂນ້ມໃນທາງບວກ.   ຈຸດທີ່ສຳຄັນທີ່ສຸດແມ່ນຜົນສຳເລັດໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໃນຮອບ 9 ເດືອນຕົ້ນປີ 2025 ເຊິ່ງບັນທຶກຢູ່ທີ່ 8.8%. ຕົວເລກນີ້ໄດ້ຫຼຸດລົງຢ່າງຮຸນແຮງເມື່ອທຽບກັບໄລຍະດຽວກັນຂອງປີ 2024 ທີ່ເຄີຍສູງເຖິງ 24.8%. ການຫຼຸດລົງເກືອບ 16 ສ່ວນຮ້ອຍສະແດງເຖິງຄວາມຄືບໜ້າທີ່ຍິ່ງໃຫຍ່ໃນການສ້າງສະຖຽນລະພາບທາງດ້ານລາຄາ.   ເຖິງແມ່ນວ່າຕົວເລກລວມຈະດີຂຶ້ນ, ລາຍລະອຽດສະແດງໃຫ້ເຫັນວ່າປະຊາຊົນຍັງປະເຊີນກັບຄ່າຄອງຊີບທີ່ສູງຂຶ້ນໃນໝວດສິນຄ້າຈຳເປັນເຊັ່ນ: ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນສູງທີ່ສຸດໃນເດືອນກັນຍາດ້ວຍ 18.2%, ໂດຍສະເພາະແມ່ນຄ່າບໍລິການຕ່າງໆ ແລະ ເຄື່ອງໃຊ້ປະຈຳວັນ.ທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ […]

5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ

  ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ທີ່ຫໍປະຊຸມແຫ່ງຊາດວ່າ: ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ, ລັດຖະບານ, ອົງຄະນະພັກ ນວ ການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດ ຂອງສະພາປະຊາຊົນ ນວ ແລະ ການບໍລິຫານງານ ຂອງອົງການປົກຄອງ ນວ ສົມທົບກັບການສະໜັບສະໜູນຂອງການຈັດຕັ້ງທຸກຂັ້ນ, ການຊ່ວຍເຫຼືອຂອງເພື່ອນມິດ ແລະ ຄູ່ຮ່ວມພັດທະນາ, ພ້ອມກັບກໍາລັງແຮງ ຂອງຊາວ ນວ ຈຶ່ງເຮັດໃຫ້ພວກເຮົາສາມາດຜ່ານມາ ຄວາມຫຍຸ້ງຍາກຕ່າງໆມາໄດ້, ຊຶ່ງຜ່ານການຈັດຕັ້ງປະຕິບັດ ໃນ 105 ຄາດໝາຍ, ໃນນັ້ນ ມີ 79 ຄາດໝາຍຄືບໜ້າດີ, ມີ 25 ຄາດໝາຍຈະບໍ່ບັນລຸ ແລະ ມີ 1 ຄາດໝາຍ ຍັງເກັບກໍາຂໍ້ມູນ (ຄາດໝາຍອາຍຸຍືນສະເລ່ຍ 75 ປີ) ສະແດງອອກ ບາງດ້ານຄື: […]

ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ

ເມື່ອບໍ່ດົນມານີ້, ທີ່ຫ້ອງຮັບແຂກຂອງແຂວງຜົ້ງສາລີ, ອໍານວຍການ ພືດອຸດສາຫະກໍາ ບໍລິສັດຈິງຈຽງ ສົ່ງເສີມປູກຢາງພາລາ ເມືອງບຸນໃຕ້ ຈໍາກັດ ໄດ້ນຳເອົາເງິນຈຳນວນ 300 ລ້ານກີບ ມາມອບໃຫ້ແຂວງ ເພື່ອຊຸກຍູ້ຊ່ວຍກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງຜົ້ງສາລີ ແລະ ຕາງໜ້າຮັບໂດຍທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.   ທີ່ມາ: ປະຊາຊົນ

ທຄຕລ ສະຫຼອງວັນສ້າງຕັ້ງສາຂາສາລະວັນ ຄົບຮອບ 15 ປີ

ວັນທີ 20 ກັນຍານີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາຂາສາລະວັນ ຄົບຮອບ 15 ປີ ຂຶ້ນຢູ່ທີ່ພັດຕາຄານສິນສະໄໝ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າທະນາຄານ ແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈໍາປາສັກ, ທ່ານ ຄໍາແພງ ກຸມພົນພັກດີ ຫົວໜ້າທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາສາລະວັນ, ມີແຂກຖືກເຊີນ ຕະຫຼອດຮອດຜູ້ປະກອບການ ແລະ ພະນັກງານຫຼັກແຫຼ່ງ ທຄຕລ ເຂົ້າຮ່ວມ.     ທ່ານ ຄໍາແພງ ກຸມພົນພັກດີ ໄດ້ກ່າວວ່າ: ທຄຕລ ສາຂາສາລະວັນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 17 ກັນຍາ 2010 ເຮັດໜ້າທີ່ຫຼັກໃຫ້ການບໍລິການທາງການເງິນ […]

ຫຼາຍພາກສ່ວນມອບເງິນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII.

ໃນວັນທີ 23 ກັນຍານີ້ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການແຂວງວຽງຈັນ ໄດ້ມີຫຼາຍພາກສ່ວນນຳເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ຊຶ່ງປະກອບມີ ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ທະນາຄານພັດທະນາລາວ ຈຳກັດມອບ 500 ລ້ານກີບ, ບໍລິສັດ ດວງປະເສີດກໍ່ສ້າງຂົວ-ທາງ ແລະ ຊົນລະປະທານ ຈຳກັດ 50 ລ້ານກີບ, ບໍລິສັດ ພັດນາສາມຫລ່ຽມເສດຖະກິດຄົບວົງຈອນ ຈຳກັດ 500 ລ້ານກີບ, ບໍລິສັດ ທອງສະຫວັນກໍ່ສ້າງ ຈຳກັດຜູ້ດຽວ 200 ລ້ານກີບ ແລະ ຮັບຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ.     ໂອກາດນີ້, ທ່ານເຈົ້າແຂວງວຽງຈັນ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ກັບບັນດາບໍລິສັດດັ່ງກ່າວ ທີ່ໄດ້ຊ່ວຍເຫຼືອງົບປະມານເຂົ້າໃນການຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ ຊຶ່ງຈະນຳໃຊ້ເງິນຈຳນວນດັ່ງກ່າວຮັບໃຊ້ກອງປະຊຸມຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ; ພ້ອມນີ້ […]

ຊາວກະສີກອນ 30 ກວ່າຄອບຄົວໄດ້ຮັບແນວພັນພືດ

ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ຊາວກະສີກອນຜູ້ທີ່ທຳການຜະລິດ (ປູກພືດ). ດັ່ງນັ້ນ, ໃນວັນທີ 19 ກັນຍາຜ່ານມານີ້, ທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກໍາມະການປົກຄອງ ເມືອງມຸນລະປາໂມກ ແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ນຳເອົາແນວພັນພືດໄປມອບໃຫ້ກັບຊາວກິສີກອນຜູ້ທີ່ທຳການຜະລິດ (ປູກພືດ) ຢູ່ຈຸດ ສ່ວນດອນພວນ ເມືອງມຸນລະປາໂມກ ແຂວງຈຳປາສັກ.     ແນວພັນພືດທີ່ນຳມາມອບໃນຄັ້ງນີ້, ມີຄື: ເມັດພັນສາລີຫວານນໍ້າເຜິ້ງ ຈຳນວນ 25 ຖົງ ມູນຄ່າ 16,250,000 ກີບ, ເມັດພັນຖົ່ວຝັກຍາວສອນແດງ ຈຳນວນ 16 ຖົງມູນຄ່າ 4,960,000 ກີບ, ເມັດພັນແຕງກວາງອບທອງ ຈຳນວນ 16 ຖົງມູນຄ່າ 6,800,000 ກີບ ແລະ ແນວພັນໜາກເຂືອຂາວສອນແດງ ຈຳນວນ 31 ຖົງ ມູນຄ່າ 7,285,000 ກີບ. ໃຫ້ກຽດມອບໂດຍທ່ານ ປະທານຄະນະກໍາມະການປົກຄອງເມືອງ, ຮັບຫົວໜ້າກຸ່ມການຜະລິດໂດຍຊ່ອງໜ້າພາກສາວນຕ່າງໆທີ່ເຂົ້າຮ່ວມ   ໃນໄລຍະຜ່ານມາຊາວກະສີກອນຜູ້ທີ່ທຳການຜະລິດ […]

ເຊກອງ ຂຶ້ນທະບຽນ-ອອກບັດໃຫ້ແຮງງານຕ່າງປະເທດໄດ້ 1,858 ເທື່ອຄົນ

ຕາມບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງແຂວງເຊກອງ ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ, ແຂວງເຊກອງ ຂຶ້ນທະບຽນ, ອອກບັດ ແລະ ຕໍ່ບັດອະນຸຍາດອອກແຮງງານ ໃຫ້ແຮງງານຕ່າງປະເທດທີ່ມາເຄື່ອນໄຫວເຮັດວຽກພາຍໃນແຂວງໄດ້ 1,858 ເທື່ອຄົນ ຍິງ 171 ເທື່ອຄົນ. ປະເມີນ ແລະ ຢັ້ງຢືນການຕໍ່ບັດອະນຸຍາດເຮັດວຽກ ໃຫ້ແຮງງານງານຕ່າງປະເທດໄດ້ 548 ເທື່ອຄົນ ຍິງ 80 ເທື່ອຄົນ. ໃນນີ້, ແຮງງານຫວຽດນາມ 498 ເທື່ອຄົນ ຍິງ 67 ເທື່ອຄົນ, ສປ ຈີນ 6 ເທື່ອຄົນ ຍິງ 1 ເທືຶ່ອຄົນ, ໄທ 3 ເທື່ອຄົນ […]

ສປປ ລາວ ເຂົ້າຮ່ວມທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ

ໃນວັນທີ 18-19 ກັນຍາ ຜ່ານມາ, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ໄດ້ເຂົ້າຮ່ວມການທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນກອງປະຊຸມ ຄັ້ງທີ 78 ຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດສັງຄົມ ແລະ ວັດທະນະທໍາ ທີ່ ເຊີແນວ ປະເທດສະວິດ.     ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ສະເໜີໂດຍຫຍໍ້ ກ່ຽວກັບ ເນື້ອໃນບົດລາຍງານແຫ່ງຊາດສະບັບທໍາອິດຂອງ ສປປ ລາວ ໂດຍເນັ້ນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດມີຄວາມໝັ້ນທ່ຽງ, ຄວາມທຸກຍາກຂອງປະຊາຊົນສືບຕໍ່ໄດ້ຮັບການແກ້ໄຂ ແລະ […]