ປິດໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ຢູ່ພາກເໜືອ-ພາກກາງ

ກອງປະຊຸມປິດ ໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ຊົນນະບົດ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 16 ກັນຍາ 2025 ຜານມາ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ໄຊນະຄອນ ອິນທະວົງ ໄດ້ກ່າວວ່າ: ໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ຊົນນະບົດ ເປັນໂຄງການໜຶ່ງທີ່ນອນໃນຂອບການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ສ ເກົາຫລີ ແນໃສ່ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ງົບປະມານທັງໝົດ 12,5 ລ້ານໂດລາສະຫະລັດ […]

ທະນາຄານກາງສະຫະລັດອາເມລິກາ ຫລື Fed ຫລຸດດອກເບ້ຍ 0.25% ເປັນ 4.00% – 4.25% ສົ່ງສັນຍານບວກຕໍ່ຕະຫລາດຫຸ້ນ ແລະ ລາຄາຄຳ

ວັນທີ 18 ກັນຍາ 2025 ທະນາຄານກາງສະຫະລັດອາເມລິກາ (Fed) ໄດ້ປະກາດຫລຸດອັດຕາດອກເບ້ຍນະໂຍບາຍລົງ 0.25% ຢ່າງເປັນທາງການ ເຮັດໃຫ້ອັດຕາດອກເບ້ຍຢູ່ໃນຂອບໃໝ່ຢູ່ທີ່ 4.00% – 4.25% ເຖິງວ່າການຕັດສິນໃຈຄັ້ງນີ້ຈະເປັນສັນຍານບວກຕໍ່ຕະຫລາດການເງິນ, ແຕ່ທ່ານ Jerome Powell ປະທານ Fed ກໍໄດ້ເນັ້ນຢໍ້າວ່າການຕັດສິນໃຈຄັ້ງຕໍ່ໄປຈະຂຶ້ນຢູ່ກັບຂໍ້ມູນທາງເສດຖະກິດເທົ່ານັ້ນ ແລະ ບໍ່ມີການກຳນົດລ່ວງໜ້າວ່າຈະຫລຸດຢ່າງຕໍ່ເນື່ອງ.   ການຫລຸດດອກເບ້ຍຄັ້ງນີ້ຖືເປັນມາດຕະການ “ຈັດການຄວາມສ່ຽງ” (Risk Management) ເພື່ອຕອບສະໜອງຕໍ່ສັນຍານການຂະຫຍາຍຕົວຊ້າໃນຕະຫລາດແຮງງານ, ນີ້ສະແດງໃຫ້ເຫັນເຖິງການປ່ຽນແປງຈຸດຢືນຂອງ Fed ຈາກທີ່ເຄີຍມຸ່ງເນັ້ນການຕໍ່ສູ້ກັບເງິນເຟີ້ ມາສູ່ການສະໜັບສະໜູນການເຕີບໂຕ ແລະ ສະຖຽນລະພາບທາງເສດຖະກິດຫລາຍຂຶ້ນ.   ນັກວິເຄາະຫລາຍທ່ານຄາດວ່າ Fed ອາດຈະຫລຸດດອກເບ້ຍອີກໃນອະນາຄົດ, Morgan Stanley ຄາດວ່າອາດຈະຫຫລຸດໄດ້ເຖິງ 75 bps ພາຍໃນທ້າຍປີ ໃນຂະນະທີ່ Société Générale ແນະນຳໃຫ້ນັກລົງທຶນເພີ່ມການລົງທຶນໃນ ຫຸ້ນ ແລະ Deutsche Bank ໄດ້ປັບເພີ່ມການຄາດຄະເນລາຄາຄຳເປັນ 4,000 ໂດລາສະຫະລັດຕໍ່ອອນສ໌ […]

ເເຈ້ງປັບຂຶ້ນລາຄານໍ້າມັນທຸກປະເພດ ເລີ່ມປະຕິບັດແລ້ວ ວັນທີ 18/09/2025 ແຕ່ເວລາ 6:00 ຂອງມື້ນີ້

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 18/09/2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1313/ກຄພນ ລົງວັນທີ 17 ກຍ. 2025  

ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ ໃນຊົ່ວໂມງເລັ່ງດ່ວນ

ຂປລ. ພະແນກໂນທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ ນວ) ໄດ້ອອກແຈ້ງການ ນຳໃຊ້ເສັ້ນທາງແລ່ນລົດເມດ່ວນ (BRT) ຊົ່ວຄາວ ໃນໄລຍະບໍ່ທັນເປີດບໍລິການ ເພື່ອລະບາຍການສັນຈອນໃນຊົ່ວໂມງເລັ່ງດ່ວນ, ພ້ອມອອກຂໍ້ຫ້າມ ແລະ ມາດຕະການຈັດຕັ້ງປະຕິບັດຖ້າມີຜູ້ລະ ເມີດ.   ເພື່ອເປັນການລະບາຍການສັນຈອນແອອັດ, ອໍານວຍຄວາມສະດວກໃຫ້ສັງຄົມ ແລະ ແກ້ໄຂບັນຫາລົດຕິດ ໃນຊົ່ວໂມງທີ່ເລັ່ງດ່ວນ ໃນແລວທາງຂອງເສັ້ນທາງແລ່ນລົດເມດ່ວນ (BRT) ຈໍາເປັນຕ້ອງໄດ້ເປີດຊ່ອງທາງຈະລາຈອນ ຂອງເສັ້ນທາງແລ່ນລົດເມດ່ວນ (BRT) ຊົ່ວຄາວ ໄລຍະບໍ່ທັນເປີດບໍລິການ ດັ່ງນີ້: ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ (BRT) ຄື: ຕອນ ເຊົ້າ ເລີ່ມແຕ່ເວລາ 06:30 ໂມງ ຫາ 09:00 ໂມງ (ແຕ່ ວິວມໍ ຫາ ວົງວຽນ 450 ປີ ກໍານົດໃຫ້ເປັນ ຂາເຂົ້າ ໃນຕົວເມືອງ); ຕອນແລງ ເລີ່ມແຕ່ເວລາ 16:00 […]

ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ

ບໍລິສັດ ທີ່ປືກສາ ໄຂ່ມຸກຕາເວັນອອກ ຈຳກັດ ລົງທຶນສໍາປະທານເນື້ອທີ່ 500 ກວ່າເຮັກຕາ ໂຄງການພັດທະນາແຫຼ່ງທ່ອງທ່ຽວ ພ້ອມດ້ວຍແຫຼ່ງບໍລິການ ຄົບວົງຈອນ ຢູ່ເຂດບ້ານໂພນສົມບູນ, ບ້ານຫ້ວຍທົນ, ບ້ານໂພນເງິນ (ຫຼັກ 62) ເມືອງໂພນໂຮງ ແຂວງວຽງຈັນ ລວມມູນຄ່າ 700 ລ້ານໂດລາ.     ແຜນການພັດທະນາ ໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທໍາອິດ ແມ່ນໃນປີ 2025-2035 ແລະ ໄລຍະທີສອງ ແຕ່ປີ 2036-2045, ຊຶ່ງໃນໄລຍະທໍາອິດ ຈະເນັ້ນໃສ່ການສ້າງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ທີ່ສາມາດສ້າງລາຍຮັບໄດ້ໄວເຊັ່ນ: ສະໜາມກ໊ອຟ, ໂຮງແຮມ ແລະ ຮ້ານອາຫານ, ເຂດພັກຜ່ອນ ແລະ ທ່ອງທ່ຽວ; ສ່ວນໄລຍະທີສອງ ແມ່ນຈະສືບຕໍ່ຂະຫຍາຍສາທາລະນຸປະໂພກ, ເຂດທ່ອງທ່ຽວເພີ່ມເຕີມ ແລະ ສິ່ງກໍ່ສ້າງ ອື່ນໆ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ […]

ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ

ວັນທີ 2 ກັນຍານີ້, ບໍລິສັດກ້ວຍລາວ ຢົງເຊີ້ຊັນຊາຍ ໄດ້ສ້າງສາງສິນຄ້າ ໃກ້ກັບຕະຫຼາດຢູ່ສູນຂົນສົ່ງສິນຄ້າແບບດີຈີຕອນແຊ່ເຢັນອັດສະລິຍະທ່າບົກນະຄອນຮວຍຮວ້າ ແຂວງຫູໜານຈີນ ຢ່າງເປັນທາງການ.   ນີ້ແມ່ນບໍລິສັດສະໜອງຜະລິດຕະພັນແຊ່ເຢັນຕ່າງປະເທດ ສ້າງສາງສິນຄ້າໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ເປັນເທື່ອທຳອິດ ໂດຍໄດ້ຊຸກຍູ້ທ່າບົກສາກົນຮວຍຮວ້າ ກາຍເປັນສູນກາງສຳຄັນໃນການຂົນສົ່ງຜະລິດຕະພັນແຊ່ເຢັນ ລະຫວ່າງຈີນ ກັບ ອາຊຽນ, ພ້ອມທັງ ບັນລຸການເຮັດໃຫ້ຂະບວນລົດໄຟແຊ່ເຢັນຂອງທາງລົດໄຟຈີນ-ລາວ ສາມາດດຳເນີນງານໄດ້ຕາມປົກກະຕິ.   ຂ່າວ: CMG FM93

ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ

ໃນວັນທີ 1 ກັນຍາ 2025 ທ່ານ ລິນຄຳ ດວງສະຫວັນ ລັດຖະ ມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນນາມ ປະທານຄະ ນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ສະມາຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ສຳລັບ ສປປ ລາວ ພ້ອມ ດ້ວຍຄະນະ ປະກອບດ້ວຍ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ ບັນດາຫົວໜ້າ ຮອງຫົວໜ້າກົມກ່ຽວຂ້ອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຂົ້າພົບປະ ທ່ານ ປະ ເສີດ ຈັນທະຣະຣວງທອງ ຮອງນາຍົກລັດຖະມົນຕີ ລາຊະອານາ ຈັກໄທ ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ສະມາ ຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ສຳລັບລາ ຊະອານາຈັກໄທ ແລະ ປະທານສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2025 ພ້ອມດ້ວຍຄະນະ ເພື່ອປຶກສາຫາ ລື ກ່ຽວກັບ ການຮ່ວມມືດ້ານການປົກປັກຮັກສາ ແລະ […]

ເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ

ພິທີເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກຈັດຂຶ້ນ ໃນວັນທີ 29 ສິງຫາຜ່ານມານີ້ ທີ່ນະຄອນປາກເຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຈາກສູນກາງ, ນະຄອນປາກເຊ, ນັກທຸລະກິດ-ຜູ້ປະກອບການກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນປາກເຊ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ປັບປຸງ, ຍົກລະ ດັບເສັ້ນທາງບ້ານໂພນໄຊຈາກເສັ້ນທາງປູຢາງມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນລະຫວ່າງພາກລັດສັງຄົມ ແລະ ປະຊາຊົນມີສ່ວນຮ່ວມ. ບ້ານໂພນໄຊຕັ້ງຢູ່ໃຈກາງຂອງນະຄອນປາກເຊໄດ້ຮັບການຢັ້ງຢືນເປັນບ້ານພັດທະນາຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 1571/ຈຂ.ຈສ, ລົງວັນທີ 29 ພະຈິກ 2011 ແລະ ໄດ້ປະກາດເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 181/ຈຂ.ຈສ ລົງວັນທີ 28 ກຸມພາ 2023 ເປັນບ້ານທໍາອິດຂອງແຂວງຈໍາປາສັກ. ໂດຍກອງປະຊຸມເລຂາ-ຮອງເລຂາພັກແຂວງສະໄໝວິສາມັນ ຄັ້ງວັນທີ 28 […]

ຍີ່ປຸ່ນໃຊ້ AI ຈຳລອງພູເຂົາໄຟຟູຈິລະເບີດ ເຕືອນຄົນໂຕກຽວໃຫ້ຮັບມືກັບໄພພິບັດ

ຍີ່ປຸ່ນໃຊ້ເທັກໂນໂລຢີ AI ຈຳລອງພູເຂົາໄຟຟູຈິລະເບີດຢ່າງຮຸນແຮງ ເພື່ອກະກຽມຄວາມພ້ອມຮັບມືໃນສະຖານະການທີ່ຮ້າຍແຮງທີ່ສຸດ ເຖິງແມ່ນຍັງບໍ່ພົບສັນຍານປະທຸ   ເຖິງແມ່ນພູເຂົາໄຟຟູຈິຈະສະຫງົບມາຕັ້ງແຕ່ປີ ຄ.ສ. 1707 ແຕ່ລັດຖະບານກຸງໂຕກຽວໄດ້ເຜີຍແຜ່ວິດີໂອຈຳລອງການປະທຸຮຸນແຮງຂອງພູເຂົາໄຟຟູຈິ ໂດຍໃຊ້ເທັກໂນໂລຢີຄອມພິວເຕີ ແລະ ປັນຍາປະດິດ (AI) ເພື່ອກະກຽມຄວາມພ້ອມຮັບມືສະຖານະການເລວທີ່ສຸດ ໃນ “ວັນກະກຽມຄວາມພ້ອມຮັບມືໄພພິບັດຈາກພູເຂົາໄຟ” ຂອງຍີ່ປຸ່ນ   ວິດີໂອທີ່ເຜີຍແຜ່ໃນອາທິດນີ້ ສະແດງໃຫ້ເຫັນຮູບພາບຂອງຂີ້ເຖົ່າພູເຂົາໄຟຈຳນວນມະຫາສານປົກຄຸມກຸງໂຕກຽວທີ່ຢູ່ຫ່າງອອກໄປປະມານ 100 ກິໂລແມັດ ພາຍໃນເວລາບໍ່ກີ່ຊົ່ວໂມງ ສົ່ງຜົນໃຫ້ລະບົບຄົມມະນາຄົມເປັນອຳພາດ ການສົ່ງອາຫານແລະ ໄຟຟ້າຖືກລົບກວນ ລວມທັງອາດກໍ່ໃຫ້ເກີດບັນຫາລະບົບທາງເດີນຫາຍໃຈໃນໄລຍະຍາວຕອນທ້າຍຂອງວິດີໂອ ມີຂໍ້ຄວາມເຕືອນຢ່າງຊັດເຈນວ່າ “ພວກເຮົາຈຳເປັນຕ້ອງກະກຽມຕົວດ້ວຍຂໍ້ມູນທີ່ຖືກຕ້ອງ ແລະຮັບມືໄພພິບັດໃນຊີວິດປະຈຳວັນ” ພ້ອມດ້ວຍຮູບພາບຄອບຄົວທີ່ກັກຕຸນອາຫານກະປ໋ອງ ແລະ ຊຸດປະຖົມພະຍາບານໄວ້ໃນເຮືອນ   ດ້ານສຳນັກງານລັດຖະບານກຸງໂຕກຽວໄດ້ຊີ້ແຈງວ່າ ຂະນະນີ້ຍັງບໍ່ມີຫຼັກຖານຫຼືສັນຍານບົ່ງຊີ້ວ່າພູເຂົາໄຟຟູຈິກຳລັງຈະລະເບີດ ການເຜີຍແຜ່ວິດີໂອນີ້ມີເປົ້າໝາຍເພື່ອໃຫ້ປະຊາຊົນ 37 ລ້ານຄົນໃນເຂດມະຫານຄອນໂຕກຽວ ມີຄວາມຮູ້ແລະມາດຕະການປ້ອງກັນຕົວຫາກເກີດເຫດສຸກເສີນເທົ່ານັ້ນ   ແນວໃດກໍຕາມ ຫຼັງຈາກການເຜີຍແຜ່ວິດີໂອດັ່ງກ່າວອອກມາ ໄດ້ສ້າງຄວາມກັງວົນແລະຄວາມສັບສົນໃນກຸ່ມຊາວຍີ່ປຸ່ນ ບາງຄົນແສດງຄວາມເຫັນວ່າ ມີສັນຍານຫຍັງບໍ? ເປັນຫຍັງຕ້ອງເວົ້າຫາເຖົ້າພູເຂົາໄຟໜາ 10 ເຊັນຕິແມັດແມ່ນແຕ່ໃນໂຕກຽວ ໃນຂະນະທີ່ປະຊາຊົນບາງສ່ວນກຳລັງວາງແຜນຈະຊື້ສິ່ງຂອງໃຊ້ສຸກເສີນທັນທີ   ໃນຂະນະທີ່ສາດສະດາຈານ ນາໂອຍະ ເຊກິຍະ […]

6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ຜູ້ຊີ້ນໍາວຽກງານການຄ້າພາຍໃນ ແລະ ສົ່ງເສີມການຜະລິດເປັນສິນຄ້າແຂວງເຊກອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ສິງຫາຜ່ານມາ ທີ່ພະແນກ ອຄ ແຂວງວ່າ: ໃນ 6 ເດືອນຕົ້ນປີຜ່ານມາ, ສາມາດຈັດຕັ້ງປະຕິບັດການນຳເຂົ້າສິນ ຄ້າ 4,17 ລ້ານກວ່າໂດລາ, ໃນນັ້ນຜະລິດຕະພັນທີ່ນໍາເຂົ້າສ່ວນໃຫຍ່ແມ່ນປະເພດກົນຈັກ, ປຸ໋ຍ, ອຸປະກອນນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າຂອງບັນດາໂຄງການຕ່າງໆ ທີ່ມາລົງທຶນພາຍໃນແຂວງ.     ສຳລັບການສົ່ງອອກໄລຍະ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 121,16 ລ້ານໂດລາ, ໃນນັ້ນສິນ ຄ້າສົ່ງອອກເປັນຕົ້ນ ຖ່ານຫີນປະຕິບັດໄດ້ 56,35 ລ້ານໂດລາ ກວມ 46,50% ຂອງມູນຄ່າການສົ່ງອອກທັງໝົດ, ກະແສໄຟຟ້າ, ຜົນຜະລິດກະສິກຳແປ້ງມັນຕົ້ນ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້ ແລະ ຖ່ານຂາວ ຊຶ່ງເປັນສິນຄ້າທີ່ເປັນທ່າແຮງຂອງແຂວງ ເປັນສິນຄ້າປາຍແຫຼມອັນໜຶ່ງທີ່ມີການສົ່ງອອກຈຳນວນຫຼາຍ ເມື່ອທຽບໃສ່ບັນດາແຂວງອ້ອມຂ້າງ, ສົ່ງອອກຈຳໜ່າຍໃນກຸ່ມປະເທດອາຊຽນ […]