ນາຍຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ-ລາວ ໃນຕອນບ່າຍວັນທີ 29 ຕຸລາ 2025

  ໃນຕອນບ່າຍວັນທີ 29 ຕຸລາ ນີ້, ທີ່ສຳນັກງານນາຍຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂຊໂກລິນ ວາລາດີມີຣ ປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ, ຣັດເຊຍ-ລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ, ຣັດເຊຍ-ລາວ ຄົບຮອບ 65 ປີ ທີ່ ສປປ ລາວ.     ໃນໂອກາດດັ່ງກ່າວ, ທ່ານນາຍຍົກລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ-ລາວ ທີ່ມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຫວັງຢ່າງຍິ່ງວ່າ […]

ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ 13 ຄົນ

ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ ຈຳນວນ 13 ຄົນ ເມື່ອມໍ່ໆມານີ້ພ້ອມຂອງກາງໃບກະທ້ອມ 905,8 ກິໂລ, ນໍ້າຢາດີໄອ 6,094 ແກ້ວ ແລະ ຢາສູບໄຟຟ້າ 333 ອັນ.   ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ   ແຈ້ງໃຫ້ຮູ້ວ່າ: ໃນວັນທີ 23 ຕຸລາ 2025 ຜ່ານມານີ້ ເຈົ້າໜ້າທີ່ ໄດ້ລົງມ້າງເປົ້າໝາຍຄະດີຄ້າ-ຂາຍ ໃບກະທ້ອມ ຢູ່ບ້ານ ໂພນສະຫວາດ ເມືອງ ໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 01 ຄົນຄື: ທ້າວ ທະນົງໄຊ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 300 ກຣາມ, ນໍ້າຢາດີໄອ ຈຳນວນ 04 ແກ້ວ ແລ້ວໄດ້ສືບສວນ-ສອບ ສວນ ຜູ້ກ່ຽວເພື່ອຂະຫຍາຍຜົນ […]

ແຈ້ງໄພນໍ້າຖ້ວມຢູ່ 24 ບ້ານ ເເຈ້ງການດັ່ງລຸ່ມນີ້:

ແຈ້ງໄພນໍ້າຖ້ວມຢູ່ 24 ບ້ານ ເມືອງສະໜາມໄຊ ແຂວງອັດຕະປື ເນື່ອງຈາກການປ່ອຍນໍ້າອອກຈາກອ່າງເກັບນໍ້າ ເຂື່ອນອາເລື້ອຍ (ຢູ່) ສສ ຫວຽດນາມ) ແລະ ເຂື່ອນ ເຊຂະໝານ1 ຕາມເເຈ້ງການດັ່ງລຸ່ມນີ້:      

ຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ ໃຫ້ປະຊາຊົນແຂວງຫລວງພະບາງ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຂະແໜງປິ່ນປົວຕາ ໂຮງໝໍແຂວງຫລວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ ໂດຍບໍເສຍຄ່າ ໃຫ້ປະຊາຊົນແຂວງຫລວງພະບາງ ໃນວັນທີ 26 ຕຸລາ 2025 ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກ ແຂວງຫລວງພະບາງ ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.     ທ່ານ ພູວະນາ ອານຸລັກຄຳ ອຳນວຍການໂຮງໝໍແຂວງຫລວງພະບາງ ໄດ້ກ່າວວ່າ: ໃນລະຫວ່າງວັນທີ 21-23 ຕຸລາ 2025 ໄດ້ມີການກວດວັດສາຍຕາ ແລະ ແຈກແວ່ນຕາ ໃຫ້ປະຊາຊົນແຂວງຫລວງພະບາງ 3.000 ອັນ ພ້ອມທັງໄດ້ກວດພົບປະຊາຊົນເປັນພະຍາດແກ່ນຕາຂຸ້ນ 116 ຄົນ. ພ້ອມນີ້, ໄດ້ມີທີມງານແພດໝໍຜ່າຕັດແກ່ນຕາຂຸ້ນ ຈາກສູນປິ່ນປົວຕາແຫ່ງຊາດ ປະເທດສິງຫະໂປ ໄດ້ລົງມາກວດ ແລະ ສ້ອມແປງເຄື່ອງຜ່າຕັດແກ່ນຕາ ຢູ່ໂຮງໝໍແຂວງຫລວງພະບາງ ພ້ອມທັງໄດ້ສອນວິທີການສ້ອມແປງອຸປະກອນປິ່ນປົວ […]

ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ

ເພື່ອແນໃສ່ ໃນການອານຸລັກຮັກສາ ແລະ ສົ່ງເສີມມູນເຊື້ອທີ່ເຄີຍສືບຕໍ່ກັນມາແຕ່ດົນນານ ເປັນຕົ້ນແມ່ນການປະກອບອາຊີບສ້າງລາຍຮັບໃນການປັ້ນໝໍຫຼໍໄຫ ຂອງປະຊາຊົນບ້ານໜອງບົກ ເມືອງ ໜອງບົກ ທີ່ເຄີຍສືບທອດກັນມາຈາກລຸ້ນຕໍ່ລຸ້ນ. ດັ່ງນັ້ນ, ໃນວັນທີ 27 ຕຸລານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການຜະລິດເຄື່ອງປັ້ນດິນເຜົາຂອງຄອບຄົວ ທ່ານ ໄວພົດ ບຸນຍັງ ຄະນະກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາບ້ານໜອງບົກ ແຂວງຄໍາມ່ວນ.     ການຜະລິດເຄື່ອງປັ້ນດິນເຜົາຂອງທ່ານ ໄວພົດ ບຸນຍັງ ໄດ້ເລີ່ມສືບທອດມາຈາກລຸ້ນຕໍ່ລຸ້ນ ຊຶ່ງມາຮອດປັດຈຸບັນ ຜະລິດຕະພັນ ທີ່ໄດ້ຜະລິດອອກມາ ແມ່ນມີຫຼາຍຮູບແບບ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງຕ່າງຈາກເມື່ອກ່ອນຫຼາຍ. ໃນເມື່ອກ່ອນແມ່ນຍັງນໍາໃຊ້ເຄື່ອງມືທີ່ປະຖົມປະຖານດ້ວຍການເອົາມືໝູນວົງລໍແລ້ວຈຶ່ງໄດ້ທຳການປັ່ນຕາມລູກຄ້າສັ່ງ ຊຶ່ງມັນເຮັດໃຫ້ການຜະລິດອອກມາໄດ້ຈຳນວນໜ່ອຍ ແຕ່ມາຮອດປັດຈຸບັນ ແມ່ນໄດ້ເຄື່ອງມືທີ່ທັນສະໄໝ ໂດຍນຳໃຊ້ຈັກໄຟຟ້າ ເຂົ້າມານຳໃຊ້ໃນຂັ້ນຕອນການຜະລິດ ແລະ ສາມາດຜະລິດອອກມາໄດ້ຈຳນວນຫຼາຍ ຊຶ່ງຜະລິດຕະພັນທີ່ຜະລິດອອກມາມີຄື: ຄົກ, ໂຖໃສ່ນໍ້າ, ຈອກນໍ້າ. ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາບ້ານໜອງບົກ ມີສະມາຊິກທັງໝົດ 52 ຄອບຄົວ, ບໍ່ໄດ້ເຂົ້າກຸ່ມ […]

ດ່ວນເເຈ້ງການສະບັບທີ 2! ຈະມີການລະບາຍນໍ້າອອກເພີ່ມຈາກເຂື່ອນໄຟຟ້າເຊກະໝານ 1 ແລະ ເຂື່ອນອື່ນໆພາຍໃນແຂວງອັດຕະປື 12:00 ໂມງ ຂອງວັນທີ 29/10/2025 ຫາ ເວລາ 12:00 ໂມງ ຂອງວັນທີ 30/10/2025.

ແຈ້ງເຕືອນໄພ: ໄພນໍ້າຖ້ວມ, ການລະບາຍນໍ້າອອກຈາກເຂື່ອນໄຟຟ້າເຊກະໝານ 1 ແລະ ເຂື່ອນອື່ນໆພາຍໃນແຂວງອັດຕະປື ແລະ ພະຍາກອນອາກາດແຕ່ເວລາ 12:00 ໂມງ ຂອງວັນທີ 29/10/2025 ຫາ ເວລາ 12:00 ໂມງ ຂອງວັນທີ 30/10/2025. ດັ່ງນັ້ນ; ຈິ່ງແຈ້ງເຕືອນມາຍັງ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ-ທຸກຂັ້ນ ພາຍໃນແຂວງ ອັດຕະປື ເພື່ອຮັບຊາບ ແລະ ມີສະຕິລະມັດລະວັງ ກຽມພ້ອມຮັບມື ຕໍ່ສະພາບການປ່ອຍນໍ້າອອກຈາກເຂື່ອນຝົນ ຕົກແຮງ ທີ່ອາດຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມກະທັນຫັນ-ນໍ້າປ່າໄຫຼຊູ ແລະ ນໍ້າຖ້ວມອັ່ງ. ພ້ອມກັນນີ້ ກໍ່ຂໍໃຫ້ ຕິດຕາມການລາຍງານຂ່າວ ຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ຫຼື ຕິດຕາມຂ່າວສານທາງວິທະຍຸ, ໂທລະ ພາບ ແລະ ສື່ອອນລາຍນ໌ຕ່າງໆ ທີ່ມີການຢັ້ງຢືນຢ່າງເປັນລາຍລັກອັກສອນຈາກທາງການຄັກແນ່. (ລາຍລະອຽດບ້ານທີ່ຄາດຄະເນນໍ້າຈະຖ້ວມ ໄດ້ຄັດຕິດມາພ້ອມນີ້)       ອ້າງອີງຂ່າວຈາກ: ໂທລະພາບເເຂວງອັດຕະປື

ເຕືອນ! 5 ເມືອງ, ແຂວງອັດຕະປື ແລະ ເຊກອງ “ເຂື່ອນເຊກະໝານ1 ຈະມີການປ່ອຍນໍ້າເພີ່ມ ຄາດຄະເນລະດັບນໍ້າເຊກອງຈະເພີ່ມຂຶ້ນ 15.20 cm-16.30 cm

ອັດຕະປື ເຕືອນ 5 ເມືອງ ເຝົ້າລະວັງນໍ້າຖ້ວມ ເນື່ອງຈາກມີການປ່ອຍນໍ້າຈາກເຂື່ອນອາເລື່ອຍ ຫວຽດນາມ ວັນທີ 28 ຕຸລາ 2025 ນີ້ ພະແນກອຸດສະຫະກຳ ແລະ ການຄ້າ ແຈ້ງການວ່າ: ໃນນາມເປັນຜູ້ປະສານງານ ຂັ້ນທ້ອງຖິ່ນ ຕາມສິດພາລະບົດບາດ ໃນການຕິດຕາມບັນດາໂຄງການເຂື່ອນໄຟຟ້າ ໃນຂອບເຂດແຂວງອັດຕະປື, ຂໍຖືເປັນກຽດແຈ້ງມາຍັງ ທ່ານ ປະທານ ຄະນະ ກຳມະການປົກຄອງ 5 ຕົວເມືອງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ 5 ເມືອງ, ພະນັກງານທະຫານ, ຕຳ ຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ (ໂດຍສະເພາະເຂດ ເມືອງ ຊານໄຊ, ໄຊເສດຖາ ແລະ ເມືອງສະໜາມໄຊ)   ໃນວັນທີ 28 ຕຸລາ 2025 ເຂື່ອນໄຟຟ້າເຊກະໝານ1 ໄດ້ປ່ອຍນໍ້າເພີ່ມຂຶ້ນໃນປະລິມານ 1,472 m³/s ເວລາ 8 : […]

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.     ສະຫາຍ ມະໄລທອງ ກົມມະສິດ ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ດໍາເນີນພາຍໃຕ້ຄໍາຂວັນ “ສືບຕໍ່ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ເສີມຂະຫຍາຍທ່າແຮງຂອງຂະ ແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ເປັນກໍາລັງຂັບເຄື່ອນເສດຖະກິດເອກະລາດເປັນເຈົ້າຕົນເອງ ຢ່າງໜັກແໜ້ນ”. ຄໍາຂວັນນີ້, ແມ່ນທິດນໍາທີ່ສ່ອງແສງເຖິງການເບິ່ງເຫັນທ່າແຮງຂອງຂະແໜງອຸດສາຫະກຳ ແລະ ການຄ້າ […]

ຂີ່ລົດເມຟຣີໃນໄລຍະ 5 ວັນບຸນພຣະທາດຫຼວງ

ຜູ້ບໍລິຫານລົດເມ BRT ຈະເປີດບໍລິການໃຫ້ຂີ່ລົດເມຟຣີໃນໄລຍະບຸນພຣະທາດຫຼວງນັບແຕ່ວັນທີ 1-5 ພະຈິກ 2025 ເລີ່ມແຕ່ເວລາ 17:00 ໂມງ ຫາ 22:30 ໂມງ.     ຈຸດບໍລິການຕ່າງໆລະບຸໄວ້ດັ່ງລຸ່ມນີ້: – ຈຸດບໍລິການເຊື່ອມຕໍ່ ລົດເມ BRT ວິວມໍ-ທາດຫຼວງ: 1.ສາຍທາງ: 21 ດົງໂດກ-ວິວມໍ 2.ສາຍທາງ: 23 ທ່າງ່ອນ-ວິວມໍ 3.ສາຍທາງ: 29 ດົງໂດກ-ວິວມໍ – ຈຸດບໍລິການເຊື່ອມຕໍ່ ລົດເມ BRT ຕະຫຼາດເຊົ້າ-ທາດຫຼວງ: (ດ້ານໜ້າຄິວລົດເມຕະຫຼາດເຊົ້າ) 4.ສາຍທາງ: 14 ຂົວມິດຕະພາບ-ຊຽງຄວນ-ຕະຫຼາດເຊົ້າ. 5.ສາຍທາງ: 13 ບ້ານຫ້ອມຕະຫຼາດເຊົ້າ. 6.ສາຍທາງ: 31 ໂພນຕ້ອງ-ດົງໂດກ-ທາດຫຼວງ – ຈຸດບໍລິການຜ່ານສູນການຄ້າໄອເຕັກ: 7.ສາຍທາງ: 18 ໝາກຮຽວ-ນາລ້ອງ-ໜອງໄຮ-ໄອເຕັກ- ທາດຫຼວງ. 8.ສາຍທາງ: 10 ໜອງໄຮ-ໄອເຕັກ-ທາດຫຼວງ 9.ສາຍທາງ: 20 […]

ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ 82 ລາຍການ ຢູ່ແຂວງບໍ່ແກ້ວມູນຄ່າ 60 ລ້ານກວ່າກີບ

  ພະແນກອຸດສະຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ຈັດພິທີຈູດທໍາລາຍສິນຄ້າເຊື່ອມຄຸນ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ 82 ລາຍການ ມີສິນຄ້າອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 60 ກວ່າລ້ານກີບ, ທີ່ເຈົ້າໜ້າທີ່ການຄ້າຂັ້ນແຂວງ, ເມືອງຫ້ວຍຊາຍ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວກວດກາ ພາຍໃນຕະຫຼາດ, ຮ້ານມີນິມາດ, ຮ້ານສະດວກຊື້, ຮ້ານຊັບພະສິນຄ້າ, ຮ້ານຂາຍເຄື່ອງຍົກ ແລະ ຂາຍຍ່ອຍ ຈໍານວນ 100 ກວ່າຮ້ານ ແລະ ໄດ້ຢຶດສິນຄ້າເຊື່ອມຄຸນ, ໝົດອາຍຸ ຈໍານວນ 25 ຮ້ານ.     ທັງນີ້,ກໍເພື່ອຄຸ້ມຄອງ,ກວດກາຫົວໜ່ວຍທຸລະກິດ ໃຫ້ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນຜົນປະໂຫຍດ, ຄວາມປອດໄພ ຂອງຜູ້ຊົມໃຊ້ ທີ່ເກີດຈາກຜົນກະທົບທາງລົບ ຈາກການຊົມໃຊ້ສິນຄ້າທີ່ບໍ່ມີຄຸນນະພາບ; ເປັນການຊຸກຍູ້, ສົ່ງເສີມການຜະລິດພາຍໃນ, ການນໍາເຂົ້າ, ການຈໍາໜ່າຍສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຖືກຕ້ອງ ແລະ […]