ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ສຶກສາອົບຮົມກຸ່ມແກ໋ງຂີ່ລົດໃຊ້ສຽງດັງ ແລະ ດັດແປງສະພາບເຕັກນິກລົດ ລວມທັງໝົດ 23 ຄົນເມື່ອມໍ່ໆມານີ້ຢູ່ກອງບັນຊາການ ປກສ ເມືອງ.   ພ້ອມນີ້ຍັງໃຫ້ນັກຂັບຂີ່ມ້າງອາໄຫຼ່ທີ່ມີການດັດແປງສະພາບເຕັກນິກລົດຈັກອອກ ແລ້ວເອົາອາໄຫຼ່ໃໝ່ ມາປະກອບໃສ່ຄືນໃຫ້ຖືກຕ້ອງ, ສ່ວນອາໄຫຼ່ທີ່ຖືກປ່ຽນເຈົ້າໜ້າທີ່ໄດ້ເກັບຮັກສາໄວ້ຢູ່ສາງກອງບັນຊາການ ປກສ ເມືອງ.   ນອກນີ້, ຍັງໄດ້ຮຽກຮ້ອງໃຫ້ພວກກ່ຽວຢຸດເຊົາຕໍ່ພຶດຕິກຳທີ່ບໍ່ດີ ທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ, ປັບປຸງຕົນເອງໃຫ້ກາຍເປັນຄົນດີຂອງສັງຄົມ ຈາກນັ້ນເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ ເພື່ອບໍ່ໃຫ້ຜູ້ກ່ຽວກັບມາກະທຳຜິດອີກ ພ້ອມທັງມອບຜູ້ກ່ຽວ ແລະ ລົດຈັກຈຳນວນ15 ຄັນ ຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມ ແລະ ສ້ອມແປງລົດຄັນດັ່ງກ່າວກັບສູ່ສະພາບເດີມຕື່ມອີກ.   ທີ່ມາ: ຂ່າວສານເມືອງໝື່ນ

ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI

ໃນວັນທີ 25 ກັນຍາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບັນດາບໍລິສັດຫ້າງຮ້ານ ໄດ້ມອບເງິນອຸປະຖໍາກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 29-30 ກັນຍາ 2025 ທີຈະມາເຖິງນີ້, ປະກອບມີ: ບໍລິສັດ ຮຸ່ງເຮັງ ຂາອອກ-ຂາເຂົ້າ ຈໍາກັດ ຈຳນວນ 100 ລ້ານກີບ, ບໍລິສັດ ເພັດສະໜອນກໍ່ສ້າງ ເຄຫາສະຖານ, ຂົວທາງ, ຊົນລະປະທານ ຈໍາກັດ ຜູ້ດຽວ 50 ລ້ານກີບ, ບໍລິສັດ ໂຊກໄຊຊັບ ກໍ່ສ້າງ-ຂົວທາງ ຈໍາກັດຜູ້ດຽວ 30 ລ້ານກີບ, ບໍລິສັດ ຟູ່ເປົາ ມາຍນິ້ງ ຈຳກັດຜູ້ດຽວ 20 ລ້ານກີບ, ບໍລິສັດ ເອັສເອັສ ສໍາຫຼວດອອກແບບກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດ 10 ລ້ານກີບ, ບໍລິສັດ ສະກາຍສະຕຣິດ ໂອໂປເລເຊີນ 10 […]

ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ

ຕອນເຊົ້າວັນທີ 25 ກັນຍາ 2025 ເວລາ 6:00 ໂມງ ຊ້າງປ່າ ປະມານ 30 ປາຍໂຕ ລົງຫລິ້ນນໍ້າທີ່ປ່າສະຫງວນແຫ່ງຊາດ ນໍ້າປຸຍ ບ້ານນາຄະຍາງ ເມືອງປາກລາຍ ແຂວງໄຊຍະບູລີ.    

ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX

  ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ຈັດຂຶ້ນໃນວັນທີ 24-25 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ, ມີ ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,ມີຄະນະຜູ້ແທນແຂວງສາລະວັນ, ແຂວງເຊກອງ ແລະ ຄະນະຮັບຜິດຊອບບຸກຄະລາກອນ ຈາກຄະນະຈັດຕັ້ງສູນສູນກາງ, ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາແຂວງ, ພະນັກງານອາວຸໂສ-ບໍານານ, ຜູ້ຊົງຄຸນວຸທິ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.     ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ການດຳເນີນກອງປະ ຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ນີ້, ແມ່ນການປະຕິບັດຢ່າງເຄັ່ງຄັດຕໍ່ກົດລະບຽບຂອງພັກ ກໍຄື […]

ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ

ພິທີແຈກຢາຍຊາຍອາເບສ ຫຼື ຢາທຳລາຍໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນບ້ານຫາດຍາ ເມືອງປາກອູ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມາ, ມີທ່ານ ຕຸ້ຍແກ້ວ ໄຊຍະສານ ຫົວໜ້າ ໂຄງການກູດເນເບີສ໌ລາວ (Good Neigh Bors Laos) ປະຈຳເມືອງປາກອູ ພ້ອມດ້ວຍຄະນະນຳຫ້ອງການສາທາລະນະສຸກເມືອງ ແລະ ປະຊາຊົນບ້ານຫາດຍາ ເຂົ້າຮ່ວມ.     ທ່ານ ຕຸ້ຍແກ້ວ ໄຊຍະສານ ໃຫ້ສຳພາດວ່າ: ໂຄງການກູດເນເບີສ໌ລາວ ໄດ້ຮັບການຊ່ວຍເຫຼືອຈາກປະເທດສາທາລະນະລັດເກົາຫຼີ ເລີ່ມຈັດຕັ້ງປະຕິບັດວຽກງານ ຢູ່ເມືອງປາກອູແຕ່ປີ 2022 ໂດຍສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກນ້ອຍ ດ້ານໂພສະນາການ, ວຽກງານສຸຂະນາໄມ, ໃຫ້ທືນກໍ່ສ້າງນໍ້າລິນ, ປັບປຸງສຸກສາລາ ຕິດພັນກັບການຮັກສາສິ່ງແວດລ້ອມ ແລະ ອື່ນໆ. ສຳລັບການແຈກຢາຍ ຢາທຳລາຍໜອນນໍ້າ ແລະ ພົ່ນຢາຂ້າຍຸງລາຍ ໃຫ້ປະຊາຊົນໃນຄັ້ງນີ້, ໄດ້ກຳນົດເອົາ 13 ບ້ານເປົ້າໝາຍ ຄື: […]

ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ

  ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມການຮ່ວມມື ພັດທະນາລະບົບຄຸ້ມຄອງລວມສູນການ ເກັບຄ່າບໍລິການສະຖານທີ່ຈອດລົດ (i-Park) ຢູ່ນະຄອນຫລວງວຽງຈັນ (ນວ) ລະຫວ່າງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ(ຄບຕ) ກັບ ບໍລິສັດ ລາວອິນໂຟແຊັກ ຈໍາກັດ ໂດຍການລົງນາມລະຫວ່າງ ທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ກັບ ທ່ານ ອາໂນລົດ ພັນວົງສາ ຜູ້ອໍານວຍການ ບໍລິສັດ ລາວອິນໂຟແຊັກ ຈໍາກັດ ໂດຍມີຮອງຫົວໜ້າຫ້ອງວ່າການ ນວ, ຜູ້ຕາງໜ້າຈາກພະແນກການ ນວ, ບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.   ການລົງນາມຮ່ວມມືໃນຄັ້ງນີ້, ເພື່ອພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີີ່ຈອດລົດຢູ່ນະຄອນຫລວງວຽງຈັນ, ໂຄງການດັ່ງກ່າວ ຈະສ້າງເປັນລະບົບຮັບໃຊ້ ນວ ໂດຍສະເພາະ ຄບຕ ໃນການຄຸມຄອງການຈັດຕັ້ງປະຕິບັດລາຄາ, ຄຸ້ມຄອງຜູ້ປະກອບການ ແລະ ສັງຮວມສະຖິຕິລາຍງານ ແລະ […]

ທຄຕລ ສະຫຼອງວັນສ້າງຕັ້ງສາຂາສາລະວັນ ຄົບຮອບ 15 ປີ

ວັນທີ 20 ກັນຍານີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສາຂາສາລະວັນ ຄົບຮອບ 15 ປີ ຂຶ້ນຢູ່ທີ່ພັດຕາຄານສິນສະໄໝ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າທະນາຄານ ແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈໍາປາສັກ, ທ່ານ ຄໍາແພງ ກຸມພົນພັກດີ ຫົວໜ້າທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ສາຂາສາລະວັນ, ມີແຂກຖືກເຊີນ ຕະຫຼອດຮອດຜູ້ປະກອບການ ແລະ ພະນັກງານຫຼັກແຫຼ່ງ ທຄຕລ ເຂົ້າຮ່ວມ.     ທ່ານ ຄໍາແພງ ກຸມພົນພັກດີ ໄດ້ກ່າວວ່າ: ທຄຕລ ສາຂາສາລະວັນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 17 ກັນຍາ 2010 ເຮັດໜ້າທີ່ຫຼັກໃຫ້ການບໍລິການທາງການເງິນ […]

ອັດຕະປື ຕິດຕາມ ກວດກາ ໂຄງການ ບູລະນະຮັກສາ-ສ້ອມແປງທາງຫລວງແຫ່ງຊາດ 18 B

  ອັດຕະປື ຕິດຕາມ ກວດກາ ໂຄງການ   ບູລະນະຮັກສາ-ສ້ອມແປງທາງຫລວງແຫ່ງຊາດ 18 B   ຂປລ. ແຫລ່ງຂ່າວຈາກ ແຊວງອັດຕະປື ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາໂຄງການບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດທາງເລກທີ 18 B ແຕ່ຫົວຂົວເຊກອງ-ຊາຍແດນລາວຫວຽດນາມ ທັງນີ້ກໍເພື່ອປະເມີນຄຸນນະພາບ ມາດຕະຖານງານກໍ່ສ້າງ ການສ້ອມແປງ ແລະ ການດູແລຮັກສາ ເສັ້ນທາງ ໃຫ້ເປັນໄປຕາມຫລັກວິສະວະກອນ ເພື່ອໃຫ້ການເດີນທາງຂອງປະຊາຊົນ ມີຄວາມສະດວກປອດໄພ ແລະ ຍືດອາຍຸການໃຊ້ງານ ຂອງເສັ້ນທາງດັ່ງກ່າວ ໃນໄລຍະຍາວ.   ທ່ານ ສົມໄຊ ແກ້ວມະນີວັນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 24 ສິງຫາ 2025 ໄລຍະການສ້ອມແປງ 6 […]