ຄະນະນໍາ ຍທຂ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ

ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ VI ທີ່ຈະເປີດຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້, ຄະນະນໍາກະຊວງ ຍທຂ ນໍາໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ຍທຂ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 23 ກັນຍາ ນີ້.     ການວາງກະຕ່າດອກໄມ້ຄັ້ງນີ້, ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມ​ວິ​ຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເສຍ​ສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານ​ຂອງ​ພວກ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫຼັງສະຖາປານາ ສປປ ລາວ, ເພິ່ນຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ ຊຶ່ງໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ. ຜົນງານ ແລະ ຄຸນງາມ ຄວາມດີຂອງເພິ່ນ […]

ເຊກອງ ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງເຊື່ອມໂຍງພາກພື້ນ ແລະ ສາກົນ

  ໃນຊຸມປີຜ່ານມາ, ແຂວງເຊກອງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມໃຫ້ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ການລົງທຶນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງໝັ້ນທ່ຽງ ແລະ ຍືນຍົງ.   ຕາມບົດສະຫຼຸບການພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງແຂວງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ແຂວງເຊກອງໄດ້ສຸມໃສ່ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ດ້ານໂຍທາທິການ ແລະ ຂົນສົ່ງ ເພື່ອເຊື່ອມໂຍງເຂົ້າກັບພາຍໃນ, ພາກພື້ນ ແລະ ສາກົນໃຫ້ດີຂຶ້ນ ຊຶ່ງມາຮອດປີ 2025 ທົ່ວແຂວງມີເສັ້ນທາງທັງໝົດ 291 ເສັ້ນ ລວງຍາວ 2,077.81 ກິໂລແມັດ.   ໃນນີ້, ທາງຫຼວງແຫ່ງຊາດ 4 […]

ຜູ້ແທນສົມບູນ ກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ຄັ້ງທີ VIII ວາງກະຕ່າດອກໄມ້ ແລະ ພວງມາລາ ໃນ 3 ຈຸດສໍາຄັນ

ວັນທີ 22 ກັນຍາ 2025, ຜູ້ແທນສົມບູນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງສາລະວັນ ຄັ້ງທີ VIII, ນໍາໂດຍ ສະຫາຍ ຄຳຕາ ໂຮ່ຊົງເລືອງ ກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ, ມີຄະນະປະຈຳພັກແຂວງ, ອະດິດການນຳຂອງແຂວງ ພ້ອມດ້ວຍບັນດາຄະນະກໍາມະການແນວລາວສ້າງຊາດແຂວງ, ຜູ້ແທນສົມບູນ ໄດ້ນໍາເອົາກະຕ່າດອກໄມ້ ແລະ ພວງມາລາ ເຂົ້າວາງຢູ່ 3 ຈຸດສໍາຄັນຂອງແຂວງຄື: ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ, ອານຸສາວະລີນັກຣົບນິລະນາມ ແລະ ອະນຸສາວະລີຮູບປັ້ນຫຼໍ່ເໜືອນອົງແກ້ວ ຮຸ່ນກ່ອນມີພັກນໍາພາ ເນື່ອງໂອກາດທີ່ຈະໄດ້ດໍາເນີນກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII.     (ພາບ-ຂ່າວ: ວິໄລວອນ ສິດທິໄຊ)

ຊາວກະສີກອນ 30 ກວ່າຄອບຄົວໄດ້ຮັບແນວພັນພືດ

ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ຊາວກະສີກອນຜູ້ທີ່ທຳການຜະລິດ (ປູກພືດ). ດັ່ງນັ້ນ, ໃນວັນທີ 19 ກັນຍາຜ່ານມານີ້, ທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກໍາມະການປົກຄອງ ເມືອງມຸນລະປາໂມກ ແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ນຳເອົາແນວພັນພືດໄປມອບໃຫ້ກັບຊາວກິສີກອນຜູ້ທີ່ທຳການຜະລິດ (ປູກພືດ) ຢູ່ຈຸດ ສ່ວນດອນພວນ ເມືອງມຸນລະປາໂມກ ແຂວງຈຳປາສັກ.     ແນວພັນພືດທີ່ນຳມາມອບໃນຄັ້ງນີ້, ມີຄື: ເມັດພັນສາລີຫວານນໍ້າເຜິ້ງ ຈຳນວນ 25 ຖົງ ມູນຄ່າ 16,250,000 ກີບ, ເມັດພັນຖົ່ວຝັກຍາວສອນແດງ ຈຳນວນ 16 ຖົງມູນຄ່າ 4,960,000 ກີບ, ເມັດພັນແຕງກວາງອບທອງ ຈຳນວນ 16 ຖົງມູນຄ່າ 6,800,000 ກີບ ແລະ ແນວພັນໜາກເຂືອຂາວສອນແດງ ຈຳນວນ 31 ຖົງ ມູນຄ່າ 7,285,000 ກີບ. ໃຫ້ກຽດມອບໂດຍທ່ານ ປະທານຄະນະກໍາມະການປົກຄອງເມືອງ, ຮັບຫົວໜ້າກຸ່ມການຜະລິດໂດຍຊ່ອງໜ້າພາກສາວນຕ່າງໆທີ່ເຂົ້າຮ່ວມ   ໃນໄລຍະຜ່ານມາຊາວກະສີກອນຜູ້ທີ່ທຳການຜະລິດ […]

ນາຍຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ພື້ນຖານການຜະລິດ ຢູ່ ນວ

  ຂປລ. ໃນຕອນເຊົ້າວັນທີ 19 ກັນຍາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ການພັດທະນາເສດຖະກິດ ແລະ ພື້ນຖານການຜະລິດ ຢູ່ 3 ເມືອງ ໃນນະຄອນຫລວງວຽງຈັນ (ນວ) ເປັນຕົ້ນ ໂຮງງານຂ້າສັດທັນສະໄໝ ຢູ່ບ້ານສິມມະໂນ ເມືອງຫາດຊາຍຟອງ, ຟາມລ້ຽງປາດຸກເປັນສິນຄ້າ ຢູ່ບ້ານດົງຄວາຍ, ໂຮງງານຜະລິດຫົວອາຫານສັດກຣີນຟິດ ຢູ່ບ້ານໂນນທອງ ແລະ ໂຮງງານຜະລິດຫົວອາຫານສັດ ພູຄຳ (CP) ຢູ່ບ້ານພູຄຳ ເມືອງໄຊທານີ.       ການລົງເຄື່ອນໄຫວໃນຄັ້ງນີ້, ຜູ້ຕາງໜ້າຈາກສະຖານທີ່ຕ່າງໆ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ລາຍງານສະພາບການຜະລິດ ໂດຍຫຍໍ້ ແລະ ສະເໜີໃຫ້ລັດຖະບານ ຊຸກຍູ້ສົ່ງເສີມບາງດ້ານ ຕື່ມອີກ. ຫລັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ມີຄຳເຫັນຊີ້ນໍາ ແລະ ສະແດງຄວາມຊົມເຊີຍ […]

ແຂວງວຽງຈັນ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII

ໃນຕອນເຊົ້າຂອງວັນທີ 19 ກັນຍານີ້, ມີ 3 ບໍລິສັດ ໄດ້ນຳເງິນມາມອບໃຫ້ແຂວງວຽງຈັນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ລວມທັງໝົດ 250 ລ້ານກີບ, ທີ່ຫ້ອງວ່າການແຂວງວຽງຈັນ. ໃນນີ້, ມີບໍລິສັດ 3ບີ ກຣຸບ ຈຳກັດ ມອບ 100 ລ້ານກີບ, ບໍລິສັດ ເອັມຈີ ມາຍນິ້ງ ຈຳກັດຜູ້ດຽວ ມອບ 100 ລ້ານກີບ ແລະ ບໍລິສັດ ພັດທະນາກະສິກຳຄົບວົງຈອນ ຈຳກັດ ມອບ 50 ລ້ານກີບ, ກ່າວມອບໂດຍແມ່ນບັນດາປະທານບໍລິສັດດັ່ງກ່າວ ແລະ ຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ໂດຍມີຄະນະຮັບຜິດຊອບຂອງແຂວງ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.     ທ່ານເຈົ້າແຂວງວຽງຈັນ ໄດ້ມອບໃບກຽດຕິຄຸນໃຫ້ກັບ 3 ບໍລິສັດດັ່ງກ່າວ ແລະ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ ກ່າວສະແດງຄວາມຂອບໃຈ ແລະ […]

ປກສ ເມືອງໄຊຍະບູລີ ຢຶດ ແລະ ທຳລາຍໃບກະທ່ອມ ພ້ອມຫົວເຊື້ອ ແລະ ຢາສູບໄຟຟ້າ

  ພະແນກຕໍາຫລວດ ປກສ ເມືອງໄຊຍະບູລີ   ຕອນບ່າຍຂອງວັນທີ່ 17 ກັນຍາ 2025 ນີ້, ພະແນກຕໍາຫລວດ ກອງບັນຊາການ ປກສ ເມືອງໄຊຍະບູລີ ໄດ້ທໍາລາຍໃບກະທ່ອມ, ນໍ້າຫົວເຊື້ອ ແລະ ຢາສູບໄຝຟ້າ ທີ່ເຈົ້າໜ້າທີ່ດໍາເນີດການສືບສວນ – ສອບສວນສີ້ນສຸດ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ແສງຈັນ ສີສົມບັດ ຮອງກອງບັນຊາການ ປກສ ເມືອງໄຊຍະບູລີ, ມີຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.   ການທໍາລາຍໃບກະທ່ອມ, ນໍ້າຫົວເຊື້ອ ແລະ ຢາສູບໄຝຟ້າໃນຄັງນີ້ ແມ່ນເປັນຂອງກາງທີ່ຍຶດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ດໍາເນີນການສືບສ່ວນ – ສອບສວນສີ້ນສຸດແລ້ວ ຈື່ງໄດ້ນໍາມາທໍາລາຍຖີ້ມ, ໃນນັ້ນໃບກະທ່ອມທີ່ນໍາມາທໍາລາຍໃນຄັ້ງນີ້ແມ່ນມີຈໍານວນ 17,5 ກິໂລ, ນໍ້າຫົວເຊື້ອ 80 ກວດ ແລະ ຢາສູບໄຝຟ້າຈໍານວນ 09 ອັນ.   ຂ່າວ: […]

ໂຮງໝໍແຂວງວຽງຈັນ ສະຫລອງວັນຄວາມປອດໄພຄົນເຈັບໂລກ 2025

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ໂຮງໝໍແຂວງວຽງຈັນ ຈັດພິທີສະເຫລີມສະຫລອງວັນຄວາມປອດໄພຄົນເຈັບໂລກ 2025 ໃນວັນທີ 17 ກັນຍາ 2025 ໂດຍມີທ່ານ ດຣ. ວົງເທວີ ຈັນຄຳມະວົງ ອຳນວຍການໂຮງໝໍແຂວງວຽງຈັນ, ທ່ານ ດຣ. ນາງ ລິເລຍ ດາມາຊິນ ທີ່ປຶກສາທາງການແພດ ໂຄງການລາວ 035 ພ້ອມດ້ວຍບັນດາຊ່ຽວຊານ, ຄະນະອໍານວຍການໂຮງໝໍ, ຫົວໜ້າໜ່ວຍງານ, ຕົວແທນແພດ ແລະ ພະຍາບານໃນໂຮງໝໍເຂົ້າຮ່ວມ.     ທ່ານ ດຣ. ວົງເທວີ ຈັນຄຳມະວົງ ໄດ້ກ່າວວ່າ: ອົງການອະນາໄມໂລກ ໄດ້ເລືອກວັນທີ 17 ກັນຍາ ຂອງທຸກປີເປັນ “ວັນຄວາມປອດໄພຂອງຄົນເຈັບໂລກ” ເພື່ອສ້າງການຮັບຮູ້ກ່ຽວກັບຄວາມປອດໄພຂອງຄົນເຈັບ ແລະ ເພື່ອສົ່ງເສີມມາດຕະການໃນການປັບປຸງຄຸນນະພາບການເບິ່ງແຍງສຸຂະພາບ. ສຳລັບຫົວຂໍ້ປະຈໍາປີ 2025 ແມ່ນ: “ຄວາມປອດໄພຂອງຄົນເຈັບຕັ້ງແຕ່ເລີ່ມຕົ້ນ” ພ້ອມຄຳຂວັນ “ພວກເຮົາຮ່ວມກັນ ຮັບປະກັນຄວາມປອດໄພແກ່ເດັກເກີດໃໝ່ ແລະ ເດັກທຸກຄົນ” ທັງນີ້ກໍເພື່ອໃຫ້ບຸກຄະລາກອນ […]

ທ່ານໃດຜ່ານເຂດນີ້ແດ່ພີ່ນ້ອງ..? ວົງວຽນນ້ອຍເສັ້ນທາງສາມແຍກ ບ້ານວັດຊຽງດາ

ເຂດບ.ຊຽງດາ ມ.ໄຊເສດຖາ ນະຄອນຫຼວງວຽງຈັນ, ແບບນີ້ສ່ຽງເກີດອຸບັດເຫດແທ້ໆ! ປະຊາຊົນສ່ອງເເສງມາວ່າ ກາງທາງສາມແຍກ ບ້ານ ຊຽງດາ (ວົງວຽນນ້ອຍ) ເສັ້ນທາງສາມແຍກ ໜ້າວັດຊຽງດາ ທາງການແກ້ໄຂດ່ວນ!      

ອົງການກອຍກາ (KOICA) ປະຈຳລາວໄດ້ມອບ ອຸປະກອນການແພດໃຫ້ແກ່ໂຮງໝໍແຂວງຫລວງພະບາງ

  ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ອົງການກອຍກາ (KOICA) ປະຈຳລາວ ໄດ້ນຳເອົາເຄື່ອງເອໂກ ມອບໃຫ້ໂຮງໝໍແຂວງຫລວງພະບາງ ໃນວັນທີ 18 ກັນຍາ 2025 ທີ່ແຂວງຫລວງພະບາງ ຕາງໜ້າມອບໂດຍທ່ານ ນາງ ແຊຢອງຮີ ຮອງຫົວໜ້າຫ້ອງການ ອົງການກອຍກາ ປະຈຳລາວ ແລະ ຕາງໜ້າໂດຍທ່ານ ພູວະນາ ອານຸລັກຄຳ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍພະນັກງານແພດ ແລະອາສາສະໝັກປະເທດເກົາຫລີ ປະຈຳໂຮງໝໍແຂວງຫລວງພະບາງ ເຂົ້າຮ່ວມ. ທ່ານ ພູວະນາ ອານຸລັກຄຳ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ອົງການກອຍກາ ທີ່ໄດ້ໃຫ້ການຊ່ວຍເຫລືອໂຮງໝໍແຂວງຫລວງພະບາງ ຕະຫລອດ 10 ກວ່າປີຜ່ານມາ ເປັນໂຄງການຮ່ວມມືທີ່ດີ ແລະ ມີປະໂຫຍດຫລາຍ ໃຫ້ແກ່ການພັດທະນາ ການບໍລິການສຸຂະພາບພາຍໃນໂຮງໝໍ, ນັບແຕ່ປີ 2008 ຈົນເຖິງປັດຈຸບັນ ໂຮງໝໍແຂວງຫລວງພະບາງ ໄດ້ຮັບອາສາສະໝັກ ກອຍກາ ຈຳນວນ 8 ຄົນ ໃນນີ້ ເຕັກນິກລັງສີ […]