ຂີ່ລົດເມຟຣີໃນໄລຍະ 5 ວັນບຸນພຣະທາດຫຼວງ

ຜູ້ບໍລິຫານລົດເມ BRT ຈະເປີດບໍລິການໃຫ້ຂີ່ລົດເມຟຣີໃນໄລຍະບຸນພຣະທາດຫຼວງນັບແຕ່ວັນທີ 1-5 ພະຈິກ 2025 ເລີ່ມແຕ່ເວລາ 17:00 ໂມງ ຫາ 22:30 ໂມງ.     ຈຸດບໍລິການຕ່າງໆລະບຸໄວ້ດັ່ງລຸ່ມນີ້: – ຈຸດບໍລິການເຊື່ອມຕໍ່ ລົດເມ BRT ວິວມໍ-ທາດຫຼວງ: 1.ສາຍທາງ: 21 ດົງໂດກ-ວິວມໍ 2.ສາຍທາງ: 23 ທ່າງ່ອນ-ວິວມໍ 3.ສາຍທາງ: 29 ດົງໂດກ-ວິວມໍ – ຈຸດບໍລິການເຊື່ອມຕໍ່ ລົດເມ BRT ຕະຫຼາດເຊົ້າ-ທາດຫຼວງ: (ດ້ານໜ້າຄິວລົດເມຕະຫຼາດເຊົ້າ) 4.ສາຍທາງ: 14 ຂົວມິດຕະພາບ-ຊຽງຄວນ-ຕະຫຼາດເຊົ້າ. 5.ສາຍທາງ: 13 ບ້ານຫ້ອມຕະຫຼາດເຊົ້າ. 6.ສາຍທາງ: 31 ໂພນຕ້ອງ-ດົງໂດກ-ທາດຫຼວງ – ຈຸດບໍລິການຜ່ານສູນການຄ້າໄອເຕັກ: 7.ສາຍທາງ: 18 ໝາກຮຽວ-ນາລ້ອງ-ໜອງໄຮ-ໄອເຕັກ- ທາດຫຼວງ. 8.ສາຍທາງ: 10 ໜອງໄຮ-ໄອເຕັກ-ທາດຫຼວງ 9.ສາຍທາງ: 20 […]

ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ 82 ລາຍການ ຢູ່ແຂວງບໍ່ແກ້ວມູນຄ່າ 60 ລ້ານກວ່າກີບ

  ພະແນກອຸດສະຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ຈັດພິທີຈູດທໍາລາຍສິນຄ້າເຊື່ອມຄຸນ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ 82 ລາຍການ ມີສິນຄ້າອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 60 ກວ່າລ້ານກີບ, ທີ່ເຈົ້າໜ້າທີ່ການຄ້າຂັ້ນແຂວງ, ເມືອງຫ້ວຍຊາຍ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວກວດກາ ພາຍໃນຕະຫຼາດ, ຮ້ານມີນິມາດ, ຮ້ານສະດວກຊື້, ຮ້ານຊັບພະສິນຄ້າ, ຮ້ານຂາຍເຄື່ອງຍົກ ແລະ ຂາຍຍ່ອຍ ຈໍານວນ 100 ກວ່າຮ້ານ ແລະ ໄດ້ຢຶດສິນຄ້າເຊື່ອມຄຸນ, ໝົດອາຍຸ ຈໍານວນ 25 ຮ້ານ.     ທັງນີ້,ກໍເພື່ອຄຸ້ມຄອງ,ກວດກາຫົວໜ່ວຍທຸລະກິດ ໃຫ້ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນຜົນປະໂຫຍດ, ຄວາມປອດໄພ ຂອງຜູ້ຊົມໃຊ້ ທີ່ເກີດຈາກຜົນກະທົບທາງລົບ ຈາກການຊົມໃຊ້ສິນຄ້າທີ່ບໍ່ມີຄຸນນະພາບ; ເປັນການຊຸກຍູ້, ສົ່ງເສີມການຜະລິດພາຍໃນ, ການນໍາເຂົ້າ, ການຈໍາໜ່າຍສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຖືກຕ້ອງ ແລະ […]

ຈະເລີ່ມໃຫ້ເປີດບໍ່ຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ນັບແຕ່ວັນທີ 1 ພະຈິກ 2025 ເປັນຕົ້ນໄປ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການມາຍັງຜູ້ປະກອບການ ທຸກໆພາກສ່ວນທາງພາກລັດ, ເອກະຊົນ ຊາບວ່າ: ຈະອະນຸຍາດໃຫ້ເປີດບໍ່ຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ໃນນະຄອນຫຼວງວຽງຈັນ ປະຈຳປີ 2025-2026 ເລີ່ມນັບແຕ່ວັນທີ 1 ພະຈິກ 2025 ຫາ ວັນທີ 30 ມິຖຸນາ 2026.     ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳ ເມືອງ (ສຳລັບບັນດາເມືອງທີ່ບໍ່ທັນໄດ້ໂຮມກົງຈັກການຈັດຕັ້ງເຂົ້າກັນ) ເປັນເຈົ້າການ ໃນການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ບ້ານທີ່ກ່ຽວຂ້ອງ ເພື່ອພິຈາລະນາອະນຸຍາດຂຸດຄົ້ນດິນແດງ ແລະ ດິນ ປະເພດຕ່າງໆ ໃນຂອບເຂດເມືອງຕົນຮັບຜິດຊອບ (ຕາມການແບ່ງຂັ້ນຄຸ້ມຄອງ) ແລະ ລາຍງານໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮັບຊາບເປັນແຕ່ລະໄລຍະ.   ຂ່າວ: ໜັງສືພິມວຽງຈັນທາຍ

ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈູດທໍາລາຍອາວຸດປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍໃນມື້ວານນີ້ທີ່ແຂວງອຸດົມໄຊ.   ພັທ ສີທັດ ສີຄຳເຕີຍ ຮອງຫົວໜ້າຫ້ອງ 506 ໄດ້ລາຍງານວ່າ: ແຕ່ປີ 2024 ມາຮອດປັດຈຸບັນ, ສາມາດເກັບກູ້ທ້ອນໂຮມອາວຸດເສິກ, ອາວຸດລ່າເນື້ອ, ວັດຖຸລະເບີດ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ລວມທັງໝົດມີ ອາວຸດປືນເສິກ 117 ກະບອກ, ປືນສັ້ນ 68 ກະບອກ, ປືນຍາວ 49 ກະບອກ; ປືນເສິກໄດ້ຈາກຂອງກາງຄະດີ 75 ກະບອກ, ປືນສັ້ນ 29 ກະບອກ, ປືນຍາວ 46 ກະບອກ, ປືນລ່າເນື້ອ 2.345 ກະບອກ, ລະເບີດ 36 ໜ່ວຍ, ໝາກຟ້າ 400 ຫຼອດ ແລະ […]

ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ

  ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຮ່ວມກັບເມືອງບົວລະພາ ແລະ ສະມາຄົມຂີ່ລົດຖີບພາຍໃນແຂວງ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫລອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ທາງທໍາມະຊາດ ແຫ່ງທໍາອິດຂອງ ສປປ ລາວ ໃນວັນທີ 13 ກໍລະກົດ 2025 ແລະ ເປັນມໍລະດົກໂລກທາງທໍາມະຊາດຮ່ວມຊາຍແດນ ແຫ່ງທໍາອິດລະຫວ່າງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງ ຫຍ່າ ແກບາງ ສສ ຫວຽດນາມ ໃນວັນທີ 26 ຕຸລາ 2025 ທີ່ໂຮງຮຽນມັດທະຍົມຕອນຕົ້ນຕາຫລອງ ເມືອງບົວລະພາ ແລະ ສິ້ນສຸດຢູ່ບໍລິເວນຖໍ້ານໍ້າລອດເຊບັ້ງໄຟ (ບ້ານໜອງປິງ) ໃນໄລຍະທາງ 26 ກິໂລແມັດ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ມີບັນດາຄະນະນໍາຂັ້ນແຂວງ, ເມືອງ, ສະມາຄົມຂີ່ລົດຖີບຂອງແຂວງ, ພາກສ່ວນບໍລິສັດ, ລັດວິສາຫະກິດ ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.   […]

ອົງການອາຫານໂລກມອບເງິນໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ 3,699,000,000 ກີບ

  ໃນວັນທີ 27 ຕຸລາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ, ທ່ານ ລາລິດດາ ໂຊຣາ ຊ່ຽວຊານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຊ່ວຍເຫຼືອບັນເທົາທຸກສຸກເສີນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ, ເຊິ່ງທ່ານ ລາລິດດາ ໂຊຣາ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອມອບເງິນຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ແຂວງຊຽງຂວາງ ມີຜູ້ໄດ້ຮັບຜົນກະທົບ 7,398 ຄົນ, ມອບເງິນຊ່ວຍເຫຼືອຜູ້ໜຶ່ງ 500,000 ກີບ ລວມທົ່ວແຂວງ 3,699,000,000 ກີບ, ເຊິ່ງທ່ານໄດ້ຂໍວິ່ງວອນໃຫ້ທຸກຄົນຜ່ານພົ້ນວິກິດນີ້ໄປດ້ວຍດີ ແລະ ກັບຄືນເຂົ້າສູ່ສະພາບປົກກະຕິໂດຍໄວ. ເສຍໃຈນຳຄອບຄົວຜູ້ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.   ໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ອົງການອາຫານໂລກໄດ້ໃຫ້ການຊ່ວຍເຫຼືອຕະຫຼອດມາ, ປະຊາຊົນແມ່ນດຳລົງຊີວິດມີຄວາມຫຍຸ້ງຍາກຫຼາຍຍ້ອນໄດ້ຮັບຜົນກະທົບຈາກໄພພິບັດ ເຊິ່ງບັນດາທ່ານກໍໄດ້ຮູ້ ແລະ ໄດ້ເຫັນແລ້ວຖ້າອົງການຕ້ອງການຂໍ້ມູນແຂວງພ້ອມແລ້ວຈະສະໜອງໃຫ້. ການເຂົ້າຊ່ວຍເຫຼືອແຂວງ ແລະ ເມືອງໄດ້ເຂົ້າຊ່ວຍເຫຼືອສຸກເສີນ ແລະ ຍາວນານແຕ່ກະບໍ່ພຽງພໍກັບຄວາມຕ້ອງການ. ເຊິ່ງມີນັກທຸລະກິດ, ຜູ້ປະກອບການອົງການຕ່າງປະເທດໄດ້ເຂົ້າຊ່ວຍເຫຼືອຕື່ມອີກ. […]

ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.

  ດ່ານພາສີສາກົນປາກຕາພານປະຕິບັດວຽກງານວິຊາສະເພາຕາມໜ້າທີ່ ແລະ ຂອບເຂດສິດໃນການຄຸ້ມຄອງການສົ່ງອອກ-ນຳເຂົ້າສິນຄ້າເຄື່ອງຂອງເພື່ອຈັດເກັບລາຍຮັບເຂົ້າ ງົບປະມານແຫ່ງລັດໃຫ້ບັນລຸຕາມແຜນການທີ່ວາງໄວ້.ທ່ານ ໂຢດ ພູມສະຫວັດຫົວໜ້າພາສີດ່ານສາກົນປາກຕາພານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ໃຫ້ສຳພາດໃຫ້ຮູ້ວ່າ: ໃນໄລຍະ ປີ 2025 ໄດ້ຮັບແຜນຕົວເລກລາຍຮັບຈາກພາສີ ປະຈຳແຂວງ ມອບໝາຍໃຫ້ຈຳນວນ 10.200.000.000ກີບ, ແຕ່ປະຕິບັດຕົວຈິງສາມາດຈັດເກັບລາຍຮັບ ໄດ້ທັງໝົດ 13.651.901.600ກີບ, ເທົ່າກັບ 133.84% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເພີ່ມແມ່ນຂື້ນ 1.049.81% ຄິດເປັນເງິນ ເທົ່າກັບ 12.351.488.000ກີບ,ເຊິ່ງລາຍຮັບຕົ້ນຕໍໄດ້ມາຈາກການນຳເຂົ້າສິນຄ້າປະເພດເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ຊີ້ນສ່ວນອາໄຫຼ່, ເຄື່ອງ ອຸປະໂພກ-ບໍລິໂພກ, ຄ່າທຳນຽມ ແລະ ສິນຄ້າອື່ນໆ.   ສາຍເຫດທີ່ເກີນແຜນແມ່ນຍ້ອນມີການນຳພາ-ຊີ້ນຳຈາກຄະນະພັກ, ຄະນະນຳຂັ້ນເທິງ, ສາຍຕັ້ງ ແລະ ສາຍຂວາງ ເວົ້າລວມ ເວົ້າສະເພາະ ກໍ່ຄືພາສີປະຈຳແຂວງ, ມີກົດໝາຍລະບຽບການເປັນເຄື່ອງມືໃນການຈັດຕັ້ງປະຕິບັດ,ນອກນັ້ນ ນຳໃຊ້ເຄື່ອງມືທີ່ທັນສະໄໝປະກອບເຂົ້າໃນການຄຸ້ມຄອງບໍລິການວຽກງານພາສີໃຫ້ມີຄວາມສະດວກວ່ອງໄວທັນກັບເວລາ, ສິ່ງສຳຄັນໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ເປັນບັນຫາສຳຄັນ ເພື່ອໃຫ້ພະນັກງານໄດ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນໃນອາຊີບ, ເອົາໃຈໃສ່ຕິດຕາມກວດກາ ແລະ ຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ ຜ່ານດ່ານຢ່າງເຂັ້ມງວດ. […]

ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ

ໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ. ຄະນະປະຈໍາສະພາແຫ່ງຊາດ ຕົກລົງ: ມາດຕາ 1 ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ ຈາກສີຄໍາ ເປັນສີຕາມທີ່ໄດ້ກໍານົດໄວ້ໃນມາດຕາ 114 ຂອງ ລັດຖະທໍາມະນູນ ສະບັບປີ 2025. ມາດຕາ 2 ເຫັນດີໃຫ້ປັບຍອດໃບໄມ້ຢູ່ໃນເຄື່ອງຫມາຍຊາດອອກຫນ້ອຍຫນຶ່ງ ເພື່ອບໍ່ໃຫ້ບັງຮູບທາດຫຼວງ. ມາດຕາ 3 ມອບໃຫ້ຄະນະເລຂາທິການສະພາແຫ່ງຊາດ ເປັນຜູ້ຮັບຜິດຊອບ ໂດຍສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດມະຕິສະບັບນີ້ ໃຫ້ມີປະສິດທິພາບ, ປະສິດທິຜົນ. ມາດຕາ 4 ສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການ ກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງ ທ້ອງຖິ່ນ ແລະ ທຸກການຈັດຕັ້ງໃນລະບົບການເມືອງ ປະຊາທິປະໄຕປະຊາຊົນ ຈົ່ງຮັບຮູ້ ແລະ ຮ່ວມມືຈັດຕັ້ງປະຕິບັດມະຕິສະບັບນີ້ ຢ່າງເຂັ້ມງວດ. ມາດຕາ 5 ມະຕິສະບັບນີ້ ມີຜົນສັກສິດນັບແຕ່ໄດ້ລົງລາຍເຊັນເປັນຕົ້ນໄປ.   […]

ອັດຕະປື ອະນຸມັດໃຫ້ເອກະຊົນສຳປະທານພັດທະນາແຫຼ່ງທ່ອງທ່ຽວ ເຂດອ່າງນໍ້າ ເຂື່ອນເຊກະໝານ 1 ໃຫ້ກາຍເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະເວລາໃນການສຳປະທານ 30 ປີ.

  ອົງການປົກຄອງແຂວງອັດຕະປື ໄດ້ອະນຸຍາດໃຫ້ ບໍລິສັດ ຄູນຊັບຈະເລີນກໍ່ສ້າງ-ສ້ອມແປງຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເປັນຜູ້ສໍາປະທານ ພັດທະນາໂຄງການແຫລ່ງທ່ອງທ່ຽວ ເຂດອ່າງນໍ້າ ເຂື່ອນໄຟຟ້າເຊກະໝານ 1 ແລະ ສວນອະນຸສອນສະຖານລົດຕັງປາງສົງຄາມ ຢູ່ເຂດບ້ານຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ຄົບວົງຈອນ ໃນເນື້ອທີ່ດິນ 2 ເຮັກຕາ ທີ່ນອນໃນເນື້ອທີ່ສະຫງວນ 275 ເຮັກຕາ, ເຊິ່ງໄລຍະເວລາໃນການສຳປະທານ 30 ປີ ພິທີເຊັນສັນຍາສໍາປະທານ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2025.     ໂຄງການດັ່ງກ່າວ ມີເປົ້າໝາຍສຳຄັນເພື່ອພັດທະນາ ແລະ ປັບປຸງພື້ນທີ່ບໍລິເວນອ່າງນໍ້າ ເຂື່ອນໄຟຟ້າ ເຊກະໝານ 1 ແລະ ອະນຸສອນສະຖານລົດຕັງປາງສົງຄາມ ໃຫ້ກາຍເປັນແຫລ່ງທ່ອງທ່ຽວຄົບວົງຈອນ ທີ່ປະສົມປະສານຄວາມງາມຂອງທຳມະຊາດ ແລະ ປະຫວັດສາດຂອງທ້ອງຖິ່ນ ໂດຍຈະມີການກໍ່ສ້າງຈຸດຊົມວິວ, ສູນບໍລິການນັກທ່ອງທ່ຽວ, ການປັບປຸງເສັ້ນທາງ ໃຫ້ສະດວກສະບາຍໃນການເຂົ້າເຖິງ, ມີທີ່ພັກ ແລະ […]