ແຂວງຊຽງຂວາງ ມີຜູ້ເສຍຊີວິດ 4 ຄົນ ຈາກການລັກລອບຂຸດຄົ້ນແຮ່ທາດ ໃນປີ 2025.

ໃນວັນທີ 21 ຕຸລາ 2025 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າແກ້ໄຂບັນຫາແຮ່ທາດ ຂັ້ນສູນກາງ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ, ມີຄະນະສະເພາະກິດຈາກສູນກາງ ແລະ ແຂວງເຂົ້າຮ່ວມ. ທ່ານພົນຈັດຕະວາ ວັນທອງ ພົງສະຫັວນ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ລາຍງານ ການສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ຄຳ ພະແນກການທີ່ກ່ຽວຂ້ອງ ໄດ້ໂຄສະນາ, ເຜີຍແຜ່ນິຕິກຳຕ່າງໆເພື່ອໃຫ້ປະຊາຊົນ ແລະ ຜູ້ປະກອບການໄດ້ຮັບຮູ້ເຂົ້າໃຈ, ໄດ້ສະກັດກັ້ນການລັກລອບຂຸດຄົ້ນແຮ່ຢູ່ບັນດາເມືອງຂອງແຂວງ ເຊິ່ງບາງພາກສ່ວນກໍ່ນຳໃຊ້ກົນຈັກ ຈຳນວນໜຶ່ງກໍ່ໃຊ້ແຮງງານຂຸດດ້ວຍມື ນຳໃຊ້ສານເຄມີສະກັດເອົາຄຳ ເຊິ່ງເຮັດໃຫ້ມີການລະເມີດຕໍ່ກົດໝາຍ ແລະ ພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ. ໃນປີ 2025 ມີເຫດການດິນຍຸບຖົມຮູທີ່ເຂົ້າໄປຂຸດ ອອກມາບໍ່ໄດ້ ເສຍຊີວິດ 4 ຄົນ ຍັງອີກຈຳນວນໜຶ່ງເສຍຊີວິດໃນກໍລະນີດຽວກັນ ແຕ່ພວກເຂົາບໍ່ລາຍງານໃຫ້ເຈົ້າໜ້າທີ່ຮັບຮູ້ ໂດຍສະເພາະແມ່ນຢູ່ພູແຮ້ ເຖິງແມ່ນວ່າກົດໝາຍວ່າດ້ວຍແຮ່ທາດ, ການໂຄສະນາ ແລະ ມາດຕະການຕ່າງໆແລ້ວກໍ່ຕາມ […]
ແຈ້ງການມອດໄຟ ວັນທີ 24,25,26/10/2025 ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:

ແຈ້ງການມອດໄຟ ວັນທີ 24,25,26/10/2025 ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:
ວາງກຳລັງເຈົ້າໜ້າທີ່ 2,015 ສະຫາຍ ປ້ອງກັນງານບຸນນະ ມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2025 ນີ້

ອະນຸກຳມະການປ້ອງກັນງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງ-ຂາຍສິນຄ້າ ປະຈຳປີ ພສ 2568 (ຄສ 2025) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025, ອະນຸກຳມະການປ້ອງກັນງານດັ່ງກ່າວ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນ 2.015 ສະ ຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍພາຍໃນງານ. ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຕາງໜ້າອະນຸກຳມະການປ້ອງ ກັນງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງ-ຂາຍສິນຄ້າ ປະຈຳປີ ພສ 2568 ( ຄສ 2025 ) ກ່າວໃນພິທີຖະແຫຼງຂ່າວງານດັ່ງກ່າວ ໃນວັນທີ 21 ຕຸລາ 2025 ວ່າ: […]
ແຈ້ງການ ເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມປ່ອຍນໍ້າ ວັນທີ 22 ຕຸລາ 2025 ເພື່ອກຽມຮັບມື ພາຍຸເຟິງເຊີນ.

ໃນເວລາ 07 ໂມງ ຂອງວັນທີ 20 ຕຸລາ 2025 ພາຍຸໝູນເຂດຮ້ອນ ເພີ່ງເຊິນ (FENGSHEN) ມີຈຸດສູນກາງ ໃນເສັ້ນຂະໜານທີ 17.9 ອົງສາເໜືອ ແລະ ເສັ້ນແວງທີ 116.6 ອົງສາຕາເວັນອອກ, ພາຍຸຫົວນີ້ ກໍາລັງເຄື່ອນທີ່ໄປ ທາງພາກເໜືອຂອງທະເລຈີນໃຕ້ ດ້ວຍຄວາມໄວໃກ້ຈຸດສູນກາງ 85 Km/h, ພາຍຸຫົວນີ້ ຈະເຄື່ອນທີ່ເຂົ້າໃກ້ແຄມ ຝັ່ງກວາງຕຸ້ງໃນຕອນແລງຂອງມື້ນີ້ ແລະ ຕອນເຊົ້າຂອງວັນທີ 21 ຕຸລາ 2025 ພາຍຸຫົວນີ້ ຈະມີກຳລັງແຮງເພີ່ມຂຶ້ນ ເລັກນ້ອຍ ແລະ ຈະສືບຕໍ່ເຄື່ອນທີ່ໄປໃກ້ແຄມຝັ່ງທາງພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ. ພາຍຸຫົວນີ້ ຈະສົ່ງຜົນກະທົບຕໍ່ກັບພາກກາງ ແລະ ພາກໃຕ້ຂອງປະເທດລາວ. ໂດຍສະເພາະ ແຂວງອັດຕະປື ເຊິ່ງຈະເຮັດໃຫ້ມີ ຝົນຕົກ, ຟ້າຮ້ອງ-ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນພື້ນທີ່ຕ່າງໆ ຂອງແຂວງອັດຕະປື […]
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.

ເຖິງ: ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ນັກທ່ອງທ່ຽວ ແລະ ພໍ່ແມ່ ປະຊາຊົນບັນດາເຜົ່າ ທັງພາຍໃນ ແລະ ຕ່າງປະເທດ. ເລື່ອງ: ການນໍາໃຊ້ລົດຂົນສົ່ງໂດຍສານບໍ່ປະຈໍາທາງ ລົດແທັກຊີບໍລິການແບບອອນລາຍ. ອີງຕາມ ກົດຫມາຍວ່າດ້ວຍການຂົນສົ່ງທາງບົກ ສະບັບປັບປຸງ ເລກທີ 24/ສພຊ, ລົງວັນທີ 12 ທັນວາ 2012. ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຫ້ອງການ ກະຊວງ ໂຍທາທິ ການ ແລະ ຂົນສົ່ງ ສະບັບເລກທີ 9999/ຍທຂ, ລົງວັນທີ 05 ພຶດສະພາ 2023 ອີງຕາມ ແຈ້ງການຂອງຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ວ່າດ້ວຍການຄຸ້ມຄອງການບໍລິການລົດ ແທັກຊີ ດ້ວຍລະບົບອອນລາຍ ສະບັບເລກທີ 23902/ຫກ, ລົງວັນທີ 06 ຕຸລາ 2025. ຫ້ອງການ […]
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ

ສູນປິ່ນປົວ ແລະຮັກສາສຸຂະພາບຕາ ທົ່ງປົ່ງ ນະຄອນຫຼວງວຽງຈັນ ຈະມີການບໍລິການກວດຕາ, ແຈກແວ່ນຕາ (ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດພະຍາດແກ່ນຕາຂຸ້ນ ຟຣີ ໃນວັນ ທີ 22 ຕຸລາ 2025ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຍຕາໂລກ ຄົບຮອບ 23 ປີ (12 ຕຸລາ 2002-12 ຕຸລາ 2025). ພະຍາດສາຍຕາຂຸ່ນ (ແກ່ນຕາຂຸ່ນ) ແມ່ນພົບເຫັນຫຼາຍທົ່ວໄປໃນກຸ່ມຄົນອາຍຸ 50 ປີຂຶ້ນໄປ, ແກ່ນຕາຂຸ່ນ ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ່ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້. ແກ່ນຕາຂຸ່ນ ຈະມີອາການສາຍຕາມົວ, ເຫຼື້ອມຕາເວລາເບິ່ງແສງແຈ້ງ ແລະ ມັກມີວົງອ້ອມແສງດັ່ງກ່າວ ແລະ ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ່ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ່ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, […]
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນໃນວັນທີ 20 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງພ້ອມດ້ວຍນັກກວດກາ ແລະ ນັກເດີນສຳຫຼວດຂັ້ນເມືອງເຂົ້າຮ່ວມ. ທ່ານ ຄຳພັນ ຄຳພູບົວ ໄດ້ກ່າວເປີດເຝິກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເພື່ອຝຶກອົບຮົມໃຫ້ນັກກວດກາ-ນັກເດີນສໍາຫຼວດ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການຈົດກ່າຍແບບສອບຖາມໃນແທັບເລັດໃຫ້ມີຄວາມເປັນເອກະພາບຢ່າງເລິກຊຶ່ງ ຮັບປະກັນໃຫ້ມີຄວາມສາມາດເກັບກຳຂໍ້ມູນຕ່າງໆຢູ່ໃນລະບົບໃຫ້ຖືກຕ້ອງ ເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງນັກກວດກາ ແລະ ນັກເດີນສໍາຫຼວດ ລວມທັງວິທີການ […]
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V

ພິທີເປີດບັ້ນໂຄສະນາ ແລະ ຂະບວນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນ ໃນວັນທີ 20 ຕຸລານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບັກຄາດໍ ກາເດຣົບ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ທ່ານ ບັກຕິຢໍ ຄາເດຍຣົບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ, ບັນດາທ່ານ ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍແຂກຖືກເຊີນ. […]
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.

ຂປລ. ແຫລ່ງຂ່າວ ແຂວງວະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ປີໂຕລ້າ ຄູນສັກສີ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ) ເມືອງຈຳພອນ ພ້ອມຄະນະ ລົງຕິດຕາມແກ້ໄຂ ຫົວຂົວເບຕົງເສັ້ນທາງເລກທີ PR 6303 ເຂດບ້ານນາກະທ້າງ ເມືອງຈຳພອນ ທີ່ຍຸບລົງໃນວັນທີ 15 ຕຸລາ 2025 ໂດຍມີທ່ານ ສີສະໄຫວ ນາຍບ້ານນາກະທ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂົວດັ່ງກ່າວແມ່ນຖືກຜົນກະທົບຈາກພະຍຸນາກາຊາ, ພະຍຸບົວລອຍ ເຮັດໃຫ້ປະລິມານນ້ຳເພີ່ມຂຶ້ນຫລາຍໃນການໄຫລຜ່ານກ້ອງຂົວ ແລະ ນ້ຳກັດເຊາະບໍລິເວນຖານຫົວຂົວຈຶ່ງເຮັດໃຫ້ດິນເຊາະເຈື່ອນລົງ ເປັນບໍລິເວນກວ້າງ ເຮັດໃຫ້ຫົວຂົວດັ່ງກ່າວຍຸບລົງ ໃນຂະໜາດ ຄວາມກວ້າງຂອງດິນຍຸບ 6 ແມັດ, ເລິກ 6 ແມັດ. ຕໍ່ສະພາບການດັ່ງກ່າວ, ການນຳຂັ້ນເມືອງ ຈຶ່ງລົງແກ້ໄຂສຸກເສີນໃຫ້ສາມາດຜ່ານໄປ-ມາ ໄດ້ຊົ່ວຄາວ, ເຊິ່ງໜ້າວຽກທີ່ເຮັດແມ່ນ ຕອກເສົາເຂັມໄມ້ກັນດິນ, ຖົມດິນຫົວຂົວ, ຖົມຫີນໜ້າທາງ […]
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງຫລວງນ້ຳທາ ໄດ້ນໍາເອົາເຂົ້າສານໜຽວມາມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງວຽງພູຄາ ໃນວັນທີ 16 ຕຸລາ 2025 ຕາງໜ້າມອບໂດຍ ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ຕາງໜ້າຮັບໂດຍທ່ານ ພູມອນ ຄຸນສີລິເຮືອງ ຮັກສາການເຈົ້າເມືອງໆວຽງພູຄາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ເຂົ້າສານໜຽວ ທີ່ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາມາມອບຊ່ວຍເຫລືອໃນຄັ້ງນີ້ ມີ 342 ໂຕນ ເພື່ອນຳໄປແຈກຢາຍ ແລະ ມອບຕໍ່ໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ ນໍ້າຖ້ວມ-ນໍ້າໄຫລຊຸ ເຮັດໃຫ້ພື້ນຖານການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໃນປີ 2024 ຜ່ານມາໃຫ້ດີຂຶ້ນ ພ້ອມທັງນຳໄປແຈກຢາຍ ໃຫ້ບັນດານ້ອງນັກຮຽນຜູ້ທຸກຍາກ, ກໍາພ້າ- ກໍາພອຍ ທີ່ນອນຫໍພັກ ໃນໂຮງຮຽນມັດທະຍົມຕົ້ນ-ມັດທະຍົມປາຍ 9 ແຫ່ງໃນທົ່ວເມືອງ. ພ້ອມນີ້ຍັງຈະໄດ້ແຈກຍາຍໃຫ້ແກ່ ຜູ້ສູງອາຍຸ ແລະ ກໍາລັງ ປກຊ, […]