ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້ຮັບເລືອກຕັ້ງເປັນເລຂາຄະນະພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນ ແລະ ປິດລົງໃນວັນທີ 15 ຕຸລາ 2025 ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະພັກ, ອະດີດການນໍາອາວຸໂສ-ບໍານານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ສະຫາຍ ທອງລີ ສີສຸລິດ ໄດ້ຜ່ານບົດລາຍງານການເມືອງຂອງອົງຄະນະພັກ ສຊປລ ຄັ້ງທີ V (2021-2025) ຊຶ່ງບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030); ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ສຊປລ ຄັ້ງທີ […]
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII

ບໍລິສັດເບຍລາວ ຈໍາກັດ ໄດ້ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII ໂດຍມີພິທີມອບຮັບເມື່ອມໍ່ໆມານີ້ ຢູ່ສຳນັກງານຫ້ອງວ່າການນະຄອນຫຼວງວຽງຈັນ, ຕາງໜ້າບໍລິສັດເບຍລາວ ຈໍາກັດ ມອບໂດຍທ່ານ ເຮັນຣິກ ແອນເດິສັນ ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ ແລະ ຮັບໂດຍທ່ານ ປະລິນຍາເອກ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານກຳມະການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ແລະ ງານມະຫາກຳກິລາຄົນພິການຄັ້ງທີ IV. ຂ່າວ: ໜັງສືພິມວຽງຈັນທາຍ
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື

ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ຊີ້ນໍາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງອັດຕະປື ເຄື່ອນໄຫວຢ້ຽມຢາມ ພາກສະໜາມເກັບກູ້ລະເບີດບໍ່ທັນແຕກ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ໃນວັນທີ 14 ຕຸລາ 2025 ທີ່ບ້ານຕາດກຸ່ມ ເມືອງຊານໄຊ ແຂວງອັດຕະປື. ໂອກາດດັ່ງກ່າວ, ທ່ານ ພົງໄຊສັກ ອິນຖາລາດ ໄດ້ຮັບຟັງການລາຍງານຫຍໍ້ ບັນດາຜົນສຳເລັດໃນການເຄື່ອນໄຫວວຽກງານຕ່າງໆ ຢູ່ພາກສະໜາມ ທີ່ພວມປະຕິບັດງານ ຢູ່ເຂດບ້ານຕາດກຸ່ມ ເມືອງຊານໄຊ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ວັນທີ 3 ຕຸລາ 2025 ໃນເນື້ອທີ່ເປົ້າໝາຍ 46 ພັນກວ່າຕາແມັດ ເຊິ່ງແມ່ນພື້ນທີ່ກະສິກຳ ຂອງປະຊາຊົນ ແລະ ຄາດວ່າຈະໃຫ້ສໍາເລັດໃນວັນທີ 22 ພະຈິກ 2025. ຜ່ານການກວດກູ້ ໄລຍະຜ່ານມາ ໄດ້ພົບລະເບີດ 3 […]
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:

ວັນທີ 14 ຕຸລາ 2025, ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບການຈັດຕັ້ງປະຕິບັດວຽກບຸລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດ ປີ 2025 ໃນເຂດນະຄອນຫຼວງວຽງຈັນ ໂດຍໄດ້ກ່າວວ່າ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ວາງແຜນດຳເນີນງານປັບປຸງສ້ອມແປງເສັ້ນທາງໃນນະຄອນຫຼວງວຽງຈັນເປັນປະຈຳ ທັງກ່ອນ ແລະຫຼັງລະດູຝົນ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສະດວກໃນການສັນຈອນຂອງປະຊາຊົນ. ອີງຕາມແຜນງານທີ່ໄດ້ຮັບການຊີ້ນໍາຈາກອົງການປົກຄອງນະຄອນຫຼວງ ແລະ ການຮັບຮອງຈາກກະຊວງ ຍທຂ, ໃນປີ 2025 ນະຄອນຫຼວງວຽງຈັນ ຈະດໍາເນີນ ການບຸລະນະຮັກສາແລະສ້ອມແປງເສັ້ນທາງທັງຫມົດ 36 ໂຄງການ ມູນຄ່າກວ່າ 140 ຕື້ກີບ ໃນເຂດນະຄອນຫຼວງ, ແລະ ອີກ 116 ໂຄງການ ມູນຄ່າກວ່າ 139 ຕື້ ກີບ ໃນ 9 […]
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ

ທ່ານ ຂັນຄຳ ເຂັມພາວັນ ຫົວໜ້າກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄຳມ່ວນໄດ້ກ່າວວ່າ: ກຸ່ມຜະລິດແນວພັນເຂົ້າຢູ່ບ້ານຕຶງ ໄດ້ສ້າງຕັ້ງຂຶ້ນໃນວັນທີ 26/6/2012 ຕາມດໍາລັດ 2984/ລບ, ລວມມີຄະນະບໍລິຫານກຸ່ມ 11 ທ່ານ, ມີສະມາຊິກເຂົ້າຮ່ວມເບື້ອງຕົ້ນທັງໝົດ 22 ຄອບຄົວ, ມີເນື້ອທີ່ນາ 30.96 ຮຕ, ນາແຊງ 11.23 ຮຕ. ກຸ່ມພວກເຮົາໄດ້ຮັບທຶນສະໜັບສະໜູນ ດ້ານປັດໃຈການຜະລິດ ແລະ ອຸປະກອນກົນຈັກກະສິກຳ ຈຳນວນ 10 ກວ່າ ລາຍການ ເຊັ່ນ: ເຄື່ອງຂັດເມັດ, ເຄື່ອງອົບແຫ້ງ, ຈັກປັ່ນເຂົ້າ, ລົດດຳນາຢ່າງຕາມ ແລະ ອື່ນ…, ພ້ອມທັງໄດ້ຮັບການຝຶກອົບຮົມ ດ້ານເຕັກນິກການປູກເຂົ້າສິນຄ້າ, ການຜະລິດເຂົ້າແນວພັນ, ເຕັກນິກການບໍລິຫານກຸ່ມ, ຈາກໂຄງການ ຜະລິດກະສິກໍາເປັນສິນຄ້າ ຂອງລັດຖະບານ ໂດຍແມ່ນ ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ – ສົ່ງເສີມນໍາພາຈັດຕັ້ງປະຕິບັດ ຊຶ່ງເຮັດໃຫ້ […]
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ທີ່ຈັດຂຶ້ນເມືອບໍ່ດົນຜ່ານມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ໃນໄລຍະ 5 ປີ (2026-2030) ກະຊວງ ຍທຂ ຈະສືບຕໍ່ສຸມໃສ່ນໍາພາພັດທະນາຕົວເມືອງຕາມທິດໜ້າຢູ່, ສີຂຽວ, ຍືນຍົງ ກຳນົດທິດທາງສ້າງຕົວເມືອງທັນສະໄໝ; ສືບຕໍ່ສ້າງຕົວເມືອງຕາມແລວເສດຖະກິດ; ສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດໂຄງການພັດທະນາຕົວເມືອງຕາມແລວເສດຖະກິດເໜືອ-ໃຕ້ GMS4 ຢູ່ຕົວເມືອງປາກຊັນ ແລະ ຕົວເມືອງທ່າແຂກ; ໂຄງການປັບປຸງສິ່ງແວດລ້ອມນະຄອນຫຼວງພະບາງໂດຍທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມຈາກທະນາຄານພັດ ທະນາອາຊີ; ໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕົວເມືອງນ້ອຍໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ; ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອຂອງສປປ […]
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນໃນວັນທີ 15 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາສະຫາຍອະດີດຄະນະບໍລິຫານງານ ສຊປລ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງອົງຄະນະພັກ ສຊປລ ຄັ້ງທີ V (2021-2025) ຊຶ່ງບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຟັງແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ III; ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ສຊປລ ຄັ້ງທີ V, ຜ່ານມາດຖານ ແລະ ເງື່ອນໄຂຜູ້ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່, ຜ່ານມາດຖານ ແລະ ເງື່ອນໄຂຜູ້ແທນກອງປະຊຸມທີ່ຈະໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII […]
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 14 ຕຸລາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 14-15 ຕຸລາ 2025 ນີ້. ໂອກາດນີ້, ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຟານວັນຢາງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ […]
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້

ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເມືອງ ສີໂຄດຕະບອງປະກອບມີ: ບ້ານ ນາຄຳ, ອຸບມຸງ, ໜອງປາໄນ, ວັດໄຕນ້ອຍທ່າ, ວັດໄຕນອ້ຍທົ່ງ, ໜອງສະໂນຄຳ, ວັດໄຕໃຫຍ່ທ່າ, ວັດໄຕໃຫຍ່ທົ່ງ, ອາກາດ, ເມືອງວາທ່າ, ເມືອງວາທົ່ງ, ສີໄຄທ່າ, ສີໄຄທົ່ງ, ຍາພະ, ສີບຸນເຮືອງທ່າ, ສີບຸນເຮືອງທົ່ງ, ສີຊົມຊື່ນ, ໂນນສະຫວ່າງ, ເກົ້າລ້ຽວ, ດ່ານຄຳ, ໂນນຂີ້ເຫຼັກ, ໂນນແກ້ວ, ໂພນສະຫວາດເໜືອ, ໂພນສົມບູນ, ຕາດທອງ, ໜອງດາ, ໃໝ່, ຫວ້ຍຫອ້ມ, ໂພສີ, ນາແຮ່, ວຽງສະຫວັນ, ທົ່ງປົ່ງ, ນາເລົ່າ, ໜອງໜ້ຽວ, ໜອງແຕ່ງໃຕ້, ໜອງແຕ່ງເໜືອ, ວຽງຄຳ, ຈຳປາ, ດົງນາໂຊກໃຕ້, ດົງນາໂຊກເໜືອ, ປາກທ້າງ, ດົງນາທອງ, […]
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ (Lao AI) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລານີ້ ທີ່ໂຮງແຮມລາດຊະວົງວັນດາວິສຕາ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານ ຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຜູ້ຕາງໜ້າຈາກບັນດາຮອງລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນ 100 ທ່ານ. ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການຮ່ວມມື ລະຫວ່າງພາກລັດ ກໍຄື ສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ກຸ່ມບໍລິສັດອາໂລ ເຕັກໂນໂລຊີ ແລະ ບໍລິສັດ ສູນຂໍ້ມູນຂ່າວສານຈີນອາຊຽນ (CAIH). ພາຍໃນກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ມີການນໍາສະເໜີ ແລະ ລາຍງານຄວາມຄືບໜ້າການຄົ້ນຄວ້າ ແລະ ພັດທະນາລະບົບປັນຍາປະດິດລາວ (Lao AI) ໃນຮູບແບບພາສາລາວ, […]