ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ

  ຂປລ. ໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດຄົບຮອບ 24 ປີ (12/11/2001-12/11/2025) ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເນັ້ນໜັກໃຫ້ເພີ່ມທະ ວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫລາຍຮູບການເພື່ອສ້າງຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະໄວໜຸ່ມ-ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງສິ່ງເສບຕິດ, ຮັບຮູ້, ເຂົ້າໃຈລະບຽບກົດໝາຍກ່ຽວກັບຢາເສບຕິດ, ປຸກລະດົມຂົນຂວາຍໃຫ້ເຂົາ ເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫລາຍຂຶ້ນໃນທຸກພາກສ່ວນຂອງສັງຄົມ.   ນອກຈາກນີ້, ຍັງໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນ, ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ພ້ອມທັງ, ກໍານົດເອົາວຽກງານດັ່ງກ່າວ, ເຂົ້າເປັນວຽກຈຸດສຸມໜຶ່ງທີ່ຕິດພັນກັບ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະສືບຕໍ່ຮອດທ້າຍປີ 2025 ທັງຈັດຕັ້ງ, ສະຫລຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນ […]

ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025

ແຂວງວຽງຈັນ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ລະຫວ່າງ ວັນທີ 14-17 ຕຸລາ 2025 ໃນໄລຍະດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VII . ຕາມເເຈ້ງການດັ່ງລຸ່ມນີ້:  

ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.

  ວັນທີ 13 ຕຸລາ 2025 ຢູ່ທີ່ວິທະຍາຄານນາຍທະຫານບົກກົມມະດຳ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຈັດຕັ້ງສະແດງປະສານທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນໍາການເດີນສວນສະໜາມ, ມີບັນດາຄະນະຊິ້ນຳ, ຄະນະນຳຊີ້ນຳແຕ່ລະກ້ອນກໍາລັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.           ພາບ-ຂ່າວ: ວິທະຍຸກອງທັບ

ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງຫົວພັນ ຈັດພິທີເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ ແລະ ຈູດທຳລາຍຢາເສບຕິດ ທີ່ຢຶດໄດ້ ແລະ ສານຕັດສິນໃຫ້ໃຊ້ໄດ້ຢ່າງເດັດຂາດແລ້ວ ໃນວັນທີ 10 ຕຸລາ 2024 ທີ່ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຫົວພັນ ເພື່ອເປັນແບບຢ່າງແກ່ສັງຄົມໃນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ຫລຸດໜ້ອຍຖອຍລົງ ໂດຍມີ ທ່ານ ຕົງລີ ເຕັ້ງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫົວພັນ, ທ່ານ ພົນຈັດຕະວາ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຜູ້ຕາງໜ້າ ຈາກພະແນກການອ້ອມຂ້າງແຂວງ, ພະນັກງານ-ລັດຖະກອນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມນຳ.     ໃນພິທີໄດ້ຈັດກິດຈະກຳຍ່າງມາລາທອນ ເພື່ອສຸຂະພາບ ແລະ ຮັບຟັງປະຫວັດຄວາມເປັນມາ ຂອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ […]

ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ທີ່ຫ້ອງຕຳຫລວດ ປກສ ແຂວງຈຳປາສັກ ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຈຳປາສັກ ຈັດພິທີມອບເສືອໂຄ່ງຈຳນວນໜຶ່ງໂຕ ທີ່ຢຶດໄດ້ໃນຄັ້ງວັນທີ 12 ກັນຍາ 2025 ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈຳປາສັກ ໂດຍມີທ່ານ ພັນໂທ ເພັດພູວັນ ອີນທອງໄຊ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງ, ທ່ານ ໄຊຍະສິດ ສິລິພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈຳປາສັກ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.     ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫລວດສິ່ງເເວດລ້ອມ ໃຫ້ຮູ້ວ່າ: ໃນວັນທີ 12 ກັນຍາ 2025, ເວລາປະມານ 23:30 ໂມງ, ເຈົ້າໜ້າທີ່ວິຊາສະເພາະ ພະແນກສືບສວນ-ສອບສວນ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ປະຈຳດ່ານ ກວດກາ ປ້ອມ 84 ບ້ານນາຝັ່ງ ເມືອງໂຂງ ແຂວງ ຈຳປາສັກ. ໃນເວລາ […]

ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ

ວັນທີ 11 ຕຸລາຜ່ານມານີ້, ພະແນກການຕ່າງປະເທດ ແຂວງຄໍາມ່ວນ ໄດ້ຈັດພິທີ “ຍ່າງເພື່ອສຸຂະພາບ” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນການທູດລາວ ຄົບຮອບ 80 ປີ ທີ່ຈະໝູນວຽນມາ ບັນຈົບຄົບຮອບອີກວາລະໜຶ່ງ (ວັນທີ 12 ຕຸລາ 1945-12 ຕຸລາ 2025) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ມີບັນດາຄະນະນຳຂັ້ນແຂວງ, ເມືອງທ່າແຂກ ແລະ ອົງການຈັດຕັ້ງສັງຄົມ ທັງພາກລັດ ແລະ ເອກະຊົນ ອ້ອມຂ້າງແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.     ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ຍົກໃຫ້ເຫັນໂດຍສັງເຂບກ່ຽວກັບວັນການທູດລາວ ຊຶ່ງກົງກັບວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນທີ່ມີຄວາມໝາຍສໍາຄັນທາງ ປະຫວັດສາດຂອງວຽກງານການທູດລາວ ຊຶ່ງຕິດພັນຢ່າງສະໜິດແໜ້ນກັບຂະບວນການປະຕິວັດ ປົດປ່ອຍຊາດ, ເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນລໍ້າຄ່າຂອງປະຊາຊົນລາວ ວິລະຊົນຜູ້ໄຝ່ຫາຄວາມເປັນເອກະລາດແຫ່ງຊາດ ແລະ ຮັກຫອມສັນຕິພາບໄດ້ປະກາດເອກະລາດ ແລະ ແນວທາງນະໂຍບາຍການຕ່າງປະເທດຂອງຕົນໃຫ້ປະຊາຄົມໂລກໄດ້ຮັບຮູ້. […]

ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)

  ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ຈັດພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ແລະ ພິທີຈູດທຳລາຍຢາເສບຕິດ ໃນວັນທີ 10 ຕຸລາ 2025 ທີ່ວິທະຍາໄລຄູສາລະວັນ ໂດຍມີທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີ ທ່ານ ພັອມແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສາລະວັນ ພ້ອມດ້ວຍພະແນກການອ້ອມຂ້າງ, ອົງການທຽບເທົ່າ, ພະນັກງານ-ລັດຖະກອນ, 2 ປກສ-ປກຊ, ຄູອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.     ທ່ານ ພັນເອກ ຄຳໂກ້ ທົງຄຳຫານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານວ່າ: ໄລຍະ 1 […]

ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ

ຂ່າວແຂວງຜົ້ງສາລີ ລາຍງານວັນທີ 10 ຕຸລາ 2025 ນີ້ວ່າ: ວັນທີ 6-8 ຕຸລາ 2025 ທີ່ຜ່ານມາ ຄະນະພັກ-ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 111 ໄດ້ຈັດຕັ້ງກໍາລັງອ້າຍ-ນ້ອງທະຫານຈໍານວນ 15 ສະຫາຍ ຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທໍາມະຊາດ ນໍ້າຖ້ວມຢູ່ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ. ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ນໍ້າໄດ້ຖ້ວມເຂົ້ານາ ແລະ ເຂົ້າທີ່ກອງໄວ້ ປະມານ 2 ເຮັກຕາ. ດັ່ງນັ້ນ, ກໍາລັງອ້າຍ-ນ້ອງທະຫານຈຶ່ງໄດ້ພາກັນຊ່ວຍຂົນເຂົ້າ ແລະ ຍ້າຍກອງເຂົ້າໄດ້ສຳເລັດຕາມຄາດໝາຍທີ່ວາງໄວ້.                

ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ

  ຂປລ. ເມື່ອບໍ່ດົນມານີ້, ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ຈັດພິທີມອບ-ຮັບໜ້າທີີ່ປະ ທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ລະຫວ່າງ ທ່ານ ພຸດ ສິມມາລາວົງ ປະທານຄະນະກໍາມະການໂອແລມປີກແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ຜູ້ໃໝ່), ມີບັນດາອະດີດການນຳ ຄອລ, ຮອງປະທານ, ຄະນະກຳມະການ ຄອລ, ມີປະທານ-ຮອງສະຫະພັນກິລາແຫ່ງຊາດຕ່າງໆ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.     ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະກໍາມະການໂອແລມປີກແຫ່ງຊາດລາວ ເປັນອົງການຈັດຕັ້ງທາງສັງຄົມກ່ຽວກັບກິລາ-ກາຍຍະກໍາ ຊຶ່ງເປັນຕົວແທນໃຫ້ ສປປ ລາວ ໃນການເຂົ້າຮ່ວມຂະບວນການເຄື່ອນໄຫວກິລາໂອແລມປີກ, ອະນຸພາກພື້ນ ແລະ ສາກົນ, ມີພາລະບົດບາດພັດທະ ນາກິລາ-ກາຍຍະກໍາ ນໍາເອົາຊື່ສຽງກຽດສັກສີ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນໃນເວທິສາກົນຕາມສິດ ແລະ ໜ້າທີ່ […]