ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ

ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ ໃນວັນທີ 9-11 ຕຸລາ 2025, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ຈ່າງ ທິ ຊົນ ຮອງປະທານຄະນະກຳມະການປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະ ຢູ່ທີ່ໂຮງແຮມເມືອງແທັງແຂວງເຊີນລາ. ການເດີນທາງຢ້ຽມຢາມຄັ້ງນີ້, ແມ່ນເພື່ອນຕອບສະໜອງຕາມການເຊີນຂອງຄະນະກຳມະການປະຊາຊົນແຂວງເຊີນລາ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊີນລາ ຄົບຮອບ 130 ປີ ຢູ່ແຂວງເຊີນລາ. ໂອກາດນີ້, ການນຳແຂວງຊຽງຂວາງໄດ້ທ່ຽວຊົມງານຕະຫຼາດນັດ ສົ່ງເສີມການຄ້າສຳລັບຜະລິດຕະພັນກະສິກຳ ແລະ ຜະລິດຕະພັນສິນຄ້າໂອດັອບ ຢູ່ທີ່ເດີນສະໜາມຫຼວງເຕີຍບັກແຂວງເຊີນລາ. ໃນງານຕະຫຼາດນັດ ໄດ້ມີຜະລິດຕະພັນສິນຄ້າໂອດັອບບາງແຂວງຂອງ ສປປ ລາວ ເຂົ້າຮ່ວມນຳ. (ຂ່າວ: ບຸນມີ ແສງທຸມມີ)
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:

ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2
ບໍລິຄຳໄຊ ມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ

ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບເງິນນະໂຍບາຍ ໃຫ້ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ປະຈຳປີ 2025 ຕາມດຳລັດ 272 /ລບ ຈັດຂຶ້ນໃນວັນທີ 9 ຕຸລາ 2025 ທີ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ຄຳສະຫວາດ ອູດທະຈັກ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາຫ້ອງການ ຮສສ ເມືອງ, ຕາງໜ້າຜູ້ໄດ້ຮັບເງິນນະໂຍບາຍ ແລະ ພະແນກການອ້ອມຂ້າງເຂົ້າຮ່ວມ. ທ່ານ ອຸດອນ ຄໍາພຽນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການມອບເງິນນະໂຍບາຍ, ການອະນຸມັດເງິນອຸດໜູນເສຍສະລະຊີວິດ ໃນງວດ II ປະຈໍາປີ 2025 ຕາມດຳລັດ 272 /ລບ […]
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ໃນວັນທີ 9 ຕຸລານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນ ທ້າວແຂວງໄຊຍະລີ, ບໍລິສັດ ຊີເຄພາວເວີຈໍາກັດ (ມະຫາຊົນ) ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ໄດ້ມອບຄອມພິວເຕີສະໜັບສະໜູນການສຶກສາເມືອງ ແກ່ນທ້າວ ຈໍານວນ 10 ເຄື່ອງ. ເປັນກຽດມອບໂດຍທ່ານ ພະລາກອນ ລົດເວດສະນັນ ຜູ້ອໍານວຍການອາວຸໂສຝ່າຍຈັດຊື້-ຈັດຈ້າງ ຫົວໜ້າບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ພ້ອມດ້ວຍທີມງານ ແລະ ໃຫ້ກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ. ໂອກາດນີ້, ທ່ານ ສີຄານ ແກ່ນມະນີ ໄດ້ສະແດງຄວາມຂອບໃຈທີ່ບໍລິສັດໄດ້ມອບຄອມພິວເຕີເພື່ອສະໜັບສະໜູນການສຶກສາຢູ່ພາຍໃນເມືອງແກ່ນທ້າວ, ພ້ອມທັງມອບໃບຍ້ອງຍໍໃຫ້ບໍລິສັດ. (ຂ່າວ: ແກ່ນທ້າວ)
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ

ພິທີວາງສີລາລືກໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ (ມຊ ວິທະຍາເຂດດົງໂດກ) ແລະ ປະຕູໂຂງທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ຈັດຂຶ້ນໃນວັນທີ 8 ຕຸລາຜ່ານມາ ທີ່ ມຊ ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ແລະ ທ່ານ ຢາງໂປ ປະທານບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ກຳຈັດ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ກ່າວວ່າ: ໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມຊ ແລະ ປະຕູທາງເຂົ້າຄະນະກະເສດສາດ ເປັນໂຄງການຊ່ວຍເຫຼືອຈາກບໍລິສັດເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ຈໍາກັດ ລວມມູນຄ່າການກໍ່ສ້າງທັງໝົດ 560,000 ໂດລາ […]
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນຫຼວງພະບາງ

ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂຶ້ນໃນຕອນຄໍ່າ ຂອງວັນທີ 8 ຕຸລານີ້ ມີການຂອງແຂວງຫຼວງພະບາງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນງານປະກວດ ເລີ້ມຕົ້ນຈາກການທຳພິທີທາງສາສະໜາ, ສະຫຼອງເຮືອໄຟ ຢູ່ວັດປ່າຮວກ ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ. ຈາກນັ້ນ, ທ່ານ ສໍານານ ສົນທະນີ ປະທານຈັດງານປະກວດເຮືອໄຟງາມ ປະຈຳປີ ພສ 2568, ຄສ 2025 ໄດ້ກ່າວເປີດງານວ່າ: ພໍເຖິງຄ່ຳຄືນຂອງມື້ແຮມ 1 ຄໍ່າ ເດືອນ 11 ລາວຂອງທຸກໆປີ ປະຊາຊົນບັນດາເຜົ່າຊາວຫຼວງພະບາງທຸກຖ້ວນໜ້າ ໄດ້ພ້ອມກັນຈັດພິທີເທດສະຫຼອງເຮືອໄຟ ຢູ່ທີ່ວັດປ່າຮວກ ແລະ ປະກວດເຮືອໄຟງາມຂຶ້ນ ເພື່ອສະແດງເຖິງວັດທະນະທໍາອັນຍອດຍິ່ງ ຂອງຊາວຫຼວງພະບາງ ຊຶ່ງຈະໄດ້ແຫ່ຂະບວນໄປຕາມຖະໜົນສີສະຫວ່າງວົງ ຈົນເຖິງທ່ານ້ຳວັດຊຽງທອງ ແລ້ວໄຫຼລົງສູ່ແມ່ນ້ຳຂອງ ເພື່ອບູຊາຄຸນຂອງພະແມ່ຄົງຄາ, ນ້ອມລະນຶກເຖິງຄຸນຂອງພະພຸດ ພະທຳ-ພະສົງ […]
ແຈ້ງການມອດໄຟ ວັນທີ 09/10/2025

ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ຮູ້ແລ້ວ! ເຫດຄາດຕະກຳ ເສຍຊີວິດ 2 ຄົນ

ໃນວັນທີ 24 ກັນຍາ 2025, ເຈົ້າໜ້າທີ່ພະແນກນິຕິວິທະຍາ ປກສ ແຂວງອຸດົມໄຊ ໄດ້ຮັບການລາຍງານທາງໂທລະສັບຈາກ ປກສ ເມືອງໄຊ ວ່າ: ມີຄົນເສຍຊີວິດຢູ່ເດີ່ນດິນເປົ່າວ່າງ ຫຼັກ 7 ເສັ້ນທາງໄປເມືອງຫຼາ ແຂວງອຸດົມໄຊ ຈໍານວນ 2 ສົບ. ເຈົ້າໜ້າທີ່ໄດ້ລົງສະຖານທີ່ເກີດເຫດ ພົບຜູ້ເສຍຊີວິດ ຍິງ 1 ຄົນ ແລະ ຊາຍ 1 ຄົນ, ຜົນຂອງການຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ\ -ສົບຜູ້ທີ 1 ຜູ້ເສຍຊິວິດ ເປັນເພດຍິງ ຊື່ ນາງ ຍີມ ອາຍຸ 32 ປີ, ປະຊາຊົນບ້ານໄຊມຸງຄຸນ ເມືອງຮູນ ແຂວງອຸດົມໄຊ ນອນຫງາຍເສຍຊີວິດ ມີຮ່ອງຮອຍຊໍ້າຢູ່ບໍລິເວນຄໍ 2 ຈຸດ ແລະ ຮອຍຊໍ້າຢູ່ບໍລິເວນແຂນເບື້ອງຊ້າຍ 2 ຈຸດ, […]
ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວຕິດຕາມເຂື່ອນໄຟຟ້ານ້ຳລີກ 1-2 ແລະ ນ້ຳງື່ມ 1.

ໃນຕອນເຊົ້າຂອງວັນທີ 05 ຕຸລາ 2025, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຈາກກົມພະລັງງານ, ຜູ້ຕາງໜ້າຫ້ອງການເມືອງເຟືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມ, ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ລົງຕິດຕາມລະດັບນ້ຳໃນເຂື່ອນໄຟຟ້ານໍ້າລີກ 1-2 ແລະ ເຂື່ອນໄຟຟ້າ ນໍ້າງື່ມ 1. ພາຍຫຼັງຮັບຟັງການລາຍງານການບໍລິຫານ ແລະ ຈັດການນໍ້າ, ທ່ານ ລັດຖະມົນຕີ, ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະຜູ້ບໍລິຫານ ແລະ ພະນັກງານ, ກຳມະກອນຂອງບໍລິສັດໄຟຟ້ານໍ້າລີກ 1-2 ແລະ ນໍ້າງື່ມ 1 ໃຫ້ເອົາໃຈໃສ່ວາງແຜນການບໍລິຫານ-ຈັດການນໍ້າ ທີ່ມີລະບົບຄົບຊຸດນັ້ນ, ໃຫ້ເພີ່ມທະວີເອົາໃຈໃສ່ບາງບັນຫາກ່ອນການລະບາຍນໍ້າອອກ ເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ […]
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 4 ຕຸລາຜ່ານມາທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ. ການນໍາເຂົ້ານໍ້າມັນຄັ້ງນີ້, ແມ່ນນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2,600 ກວ່າໂຕນ ຫຼື ປະມານ 3.2 ລ້ານລິດ. ນໍ້າມັນດັ່ງກ່າວ, ຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. ສຳລັບການຂົນສົ່ງນໍ້າມັນ ຈາກສາງບັນຈຸຊົ່ວຄາວເຂົ້າສູ່ ສປປ ລາວ ໄດ້ແບ່ງອອກເປັນ 2 ເສັ້ນທາງຄື: ເສັ້ນທາງແຂວງຊຽງຂວາງ […]
 
								