ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວຕິດຕາມເຂື່ອນໄຟຟ້ານ້ຳລີກ 1-2 ແລະ ນ້ຳງື່ມ 1.

  ໃນຕອນເຊົ້າຂອງວັນທີ 05 ຕຸລາ 2025, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຈາກກົມພະລັງງານ, ຜູ້ຕາງໜ້າຫ້ອງການເມືອງເຟືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມ, ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ລົງຕິດຕາມລະດັບນ້ຳໃນເຂື່ອນໄຟຟ້ານໍ້າລີກ 1-2 ແລະ ເຂື່ອນໄຟຟ້າ ນໍ້າງື່ມ 1.     ພາຍຫຼັງຮັບຟັງການລາຍງານການບໍລິຫານ ແລະ ຈັດການນໍ້າ, ທ່ານ ລັດຖະມົນຕີ, ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະຜູ້ບໍລິຫານ ແລະ ພະນັກງານ, ກຳມະກອນຂອງບໍລິສັດໄຟຟ້ານໍ້າລີກ 1-2 ແລະ ນໍ້າງື່ມ 1 ໃຫ້ເອົາໃຈໃສ່ວາງແຜນການບໍລິຫານ-ຈັດການນໍ້າ ທີ່ມີລະບົບຄົບຊຸດນັ້ນ, ໃຫ້ເພີ່ມທະວີເອົາໃຈໃສ່ບາງບັນຫາກ່ອນການລະບາຍນໍ້າອອກ ເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ […]

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 4 ຕຸລາຜ່ານມາທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ. ການນໍາເຂົ້ານໍ້າມັນຄັ້ງນີ້, ແມ່ນນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2,600 ກວ່າໂຕນ ຫຼື ປະມານ 3.2 ລ້ານລິດ. ນໍ້າມັນດັ່ງກ່າວ, ຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. ສຳລັບການຂົນສົ່ງນໍ້າມັນ ຈາກສາງບັນຈຸຊົ່ວຄາວເຂົ້າສູ່ ສປປ ລາວ ໄດ້ແບ່ງອອກເປັນ 2 ເສັ້ນທາງຄື: ເສັ້ນທາງແຂວງຊຽງຂວາງ […]

ຮອງນາຍຍົກລັດຖະມົນຕີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຊີ້ນຳກອງປະຊຸມ ປຶກສາຫາລືວຽກງານຄຸ້ມຄອງໄພພິບັດ

  ຂປລ. ໃນວັນທີ 6 ຕຸລາ 2025 ນີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພະຍຸ ໃນປີ 2025 ເປັນຕົ້ນ ພະຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້ ໂດຍການເປັນປະທານຂອງ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຄະນະກໍາມະການໄພພິບັດຂັ້ນສູນກາງເຂົ້າຮ່ວມ.   ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍ ຈາກພະຍຸ ທີ່ເຂົ້າມາ […]

ທໍ່ໂຕໂຢລາວ ຜະລິດຕະພັນຄຸນນະພາບລະດັບສາກົນ

ເນື່ອງໃນໂອກາດງານວາງສະແດງຜະລິດຕະພັນລາວ 2025 (Made In Lao 2025) ທີ່ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ. ທ່ານ ລັງກອນ ໄຊຍະວົງ ປະທານບໍລິສັດ ທັງເປັນຜູ້ສ້າງຕັ້ງໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ, ດີໃຈ ແລະ ພາກພູມໃຈທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ໃຫ້ໂອກາດຜູ້ປະກອບການພາຍໃນໄດ້ນໍາສິນຄ້າຕ່າງໆ ຂອງຕົນເຂົ້າຮ່ວມວາງສະແດງ-ຂາຍຢ່າງຄັບຄາໜາແໜ້ນ ໂດຍສະເພາະໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດ ຜູ້ດຽວ ກໍໄດ້ນໍາເອົາຜະລິດທໍ່ໂຕໂຢມາວາງສະແດງ-ຂາຍໃນຄັ້ງນີ້ ຊຶ່ງຜະລິດທໍ່ໂຕໂຢ ເປັນໜຶ່ງຜະລິດຕະພັນຂອງລາວທີ່ມີຊື່ສຽງ, ມີຄຸນນະພາບລະດັບສາກົນເພື່ອຕອບສະໜອງຄວາມຕ້ອງການຕະຫຼາດພາຍໃນ.     ທ່ານ ລັງກອນ ໄຊຍະວົງ ກ່າວວ່າ: ໂຮງງານອຸດສາຫະກໍາທໍ່ໂຕໂຢລາວ ເປັນໜຶ່ງໂຮງງານອຸດສາຫະກໍາ ທີ່ເປັນສະມາຊິກຂອງ ສຄອຊ ທີ່ສ້າງຜະລິດຕະພັນລາວເລີ່ມແຕ່ປີ 2016 ຊຶ່ງຜະລິດຕະພັນຫຼັກແມ່ນຮັບໃຊ້ພື້ນ ຖານໂຄງລ່າງກ່ຽວກັບລະບົບນໍ້າ, ເລີ່ມຈາກລະບົບນໍ້າປະປາໃນຕົວເມືອງຈົນຮອດລະບົບນໍ້າປະປາຊົນນະບົດ. ພ້ອມນັ້ນ, ຍັງມີລະບົບນໍ້າໃນການກໍ່ສ້າງເຄຫາສະຖານ, ບ້ານເຮືອນ, ໂຮງແຮມ, ໂຮງງານອຸດສາຫະກໍາ, ເຂດເສດຖະກິດພິເສດ, […]

ໄຊຍະບູລີ ແຂ່ງຂັນກອງແອວ ໃນເທສະການບຸນອອກພັນສາປະວໍຣະນາ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດການແຂ່ງຂັນກອງແອວ ໃນເທສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2025 ໃນຄໍ່າຄືນຂອງວັນທີ 5 ຕຸລາ 2025 ທີ່ເດີ່ນຜາມໄຊບ້ານປົ່ງ ໂດຍມີທ່ານ ເສນ ພັນລັກ ຫົວໜ້າຄະນະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງໄຊຍະບູລີ ພ້ອມດ້ວຍຫ້ອງການ, ຄະນະກຳມະການ, ຄະນະຮັບຜິດຊອບ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.     ທ່ານ ສົມບັດ ຈະເລີນມີໄຊ ປະທານແນວລາວສ້າງຊາດເມືອງ ໄດ້ກ່າວວ່າ: ການຈັດແຂ່ງຂັນກອງແອວໃນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກທາງດ້ານວັດທະນະທຳ ຂອງເມືອງໄຊຍະບູລີ ກໍຄືແຂວງໄຊຍະບູລີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຕິດພັນກັບການໂຄສະນາດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວເມືອງ ແລະ ແຂວງໄຊຍະບູລີ ໃຫ້ນັບມື້ເພີ່ມຂຶ້ນ ເພື່ອເປັນການສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ.     […]

ກຽມສຶກສາສຳຫລວດ-ອອກແບບ ບູລະນະຮັກສາ ແລະ ສ້ອມແປງ ກາສີ-ເມືອງນານ ແລະ ເກັບເງິນຄ່າບໍລິການຜ່ານທາງ

  ອີງຕາມແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ-ອອກແບບ ໂຄງການບູລະນະຮັກສາ ແລະ ສ້ອມແປງທາງເລກທີ 22 ເລີ່ມແຕ່ ສາມແຍກທາງ 13 ເໜືອ ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ຫາ ທາງແຍກ ບ້ານປົ່ງດົງ ເມືອງນານ ແຂວງຫລວງພະບາງ ໄລຍະທາງ 68,5 ກິໂລແມັດ, ໃນຮູບແບບປະສົມປະສານແບບມອບເໝົາທີ່ອີງຕາມຜົນໄດ້ຮັບຂອງວຽກ ແລະ ເກັບເງິນຄ່າບໍລິການຜ່ານທາງຕາມເສັ້ນທາງສາທາລະນະ ຈັດຂຶ້ນໃນວັນທີ 03 ຕຸລາ 2025 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ກັບ ບໍລິສັດ ພັດທະນາສາມຫລຽມເສດຖະກິດຄົບວົງຈອນ ຈຳກັດຜູ້ດຽວ ຕາງໜ້າລົງນາມໂດຍວຽງຈັນ ໂດຍ ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກໂຍທາທິການ […]

ຫຼາຍພາກສ່ວນມອບເງິນ ອຸປະຖໍາງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປີ 2025

ໃນວັນທີ 5 ຕຸລາ 2025 ທີ່ຜາມໄຊແຄມຂອງເມືອງທ່າແຂກ ແຂວງຄໍາມ່ວນ, ຫຼາຍພາກສ່ວນຈາກບໍລິສັດ, ຫ້າງຮ້ານໄດ້ມອບເງິນອຸປະຖໍາ ງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປະຈໍາປີ. ຊຶ່ງງານດັ່ງກ່າວ, ຈະຈັດຂຶ້ນລະຫວ່າງວັນທີ 5-7 ຕຸລາ. ໃນນີ້ ປະກອບມີ: ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ ລາວ ຈໍາກັດ 300 ລ້ານກີບ, ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ 300 ລ້ານ, ບໍລິສັດເບຍລາວປະກອບດ້ວຍວັດຖຸ ແລະ ເງິນສົດລວມມູນຄ່າ 272 ລ້ານກີບ, ບໍລິສັດໄຟຟ້ານໍ້າເທີນ 2 ຈໍານວນ 65 ລ້ານກີບ, ບໍລິສັດຂົນ ສົ່ງແມ່ຂອງ 20 ລ້ານກີບ ແລະ ທະນາຄານສົ່ງເສີມກະສິກໍາ ສາຂາ ຄໍາມ່ວນ 10 ລ້ານກີບ, ກ່າວຮັບໂດຍ ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງ, […]

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ມີການຄົ້ນຄວ້າ ສຳຫຼວດ ຈັດຫາແຫຼ່ງພະລັງງານທີ່ມີຄຸນນະພາບ

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ມີການຄົ້ນຄວ້າ ສຳຫຼວດ ຈັດຫາແຫຼ່ງພະລັງງານທີ່ມີຄຸນນະພາບ ເປັນຕົ້ນແມ່ນ ນ້ຳມັນເຊື້ອໄຟ ເພື່ອຮອງຮັບ ຄວາມຕ້ອງການຂອງ ປະຊາຊົນ, ເສດຖະກິດ ແລະ ອຸດສາຫະກຳຂອງປະເທດ.     ໃນປັດຈຸບັນ, ລນລ ໄດ້ນຳເຂົ້ານ້ຳມັນ ກາຊວນ ມາດຕະຖານ ຄຸນນະພາບ ຢູໂຣ 5 (EURO 5) ຜ່ານການຂົນສົ່ງທາງເຮືອກຳປັ່ນ ຈຳນວນ 2,600 ກວ່າໂຕນ ຫຼື 3,2 ລ້ານລິດ ມາຂຶ້ນທີ່ຈຸດ ທ່າເຮືອ ຫງິເຊີນ (Nghi Son) ແລ້ວບັນຈຸໄວ້ ສາງນ້ຳມັນແອັງຟາດ (Anh Phat Port) ແຂວງ ແທັງຮ໋ວາ (Thanh Hoa) ສສ ຫວຽດນາມ ຫຼັງຈາກນັ້ນ ກໍ່ຂົນສົ່ງຜ່ານດ່ານສາກົນ ນ້ຳກັ່ນ ແຂວງຊຽງຂວາງ ແລະ […]

ວາງສີລາລຶກໂຄງການກໍ່ສ້າງ ໂຮງໝໍເມືອງວັງວຽງ ພາກຂະຫຍາຍ

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີວາງສີລາລຶກໂຄງການກໍ່ສ້າງ ໂຮງໝໍເມືອງວັງວຽງ ພາກຂະຫຍາຍ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 2 ຕຸລາ 2025 ທີ່ຫ້ອງການສາທາລະນະສຸກ ເມືອງວັງວຽງ ແຂວງວຽງຈັນ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ຫງວຽນ ມີງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.     ໂອກາດນີ້, ທ່ານ ດຣ. ນາງ ວັນເພັງ ພັນທະໄລ ຫົວໜ້າພະແນກ ສາທາລະນະສຸກ ແຂວງວຽງຈັນ ຫົວໜ້າຄະນະຄຸ້ມຄອງໂຄງການ ໄດ້ກ່າວວ່າ: ສປປ ລາວ ແລະ ສສ ຫວຽດນາມ ມີການພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ອັນໜຽວແໜ້ນມາເປັນເວລາດົນນານ, ໃນໄລຍະຜ່ານມາ […]

ເມືອງແກ່ນທ້າວ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ຢູ່ບ້ານທ້າວແກ່ນ.

ໃນວັນທີ 1 ຕຸລາຜ່ານມານີ້ ຢູ່ທີ່ຫໍປະຊຸມບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ແລະ ນິຕິກໍາ ຈໍານວນໜຶ່ງຂອງຄະນະຈັດຕັ້ງ, ຄະນະກວດກາພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫານຊົນເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ.     ໃນກອງປະຊຸມ, ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 75/ສພຊ, ຜ່ານຂໍ້ຕົກລົງຂອງກະຊວງພາຍໃນ ສະບັບເລກທີ 49 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານຂອງບ້ານທ້າວແກ່ນ, ຜ່ານພາລະບົດບາດ, ສິດ, ໜ້າທີ່ຂອງຄະນະກໍາມະການແນວລາວສ້າງຊາດ, ຄໍາແນະນໍາຂອງເຈົ້າໄຊຍະບູລີ ສະບັບເລກທີ 82 ກ່ຽວກັບການເຊື່ອຖືຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 246 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, […]