ເມືອງແກ່ນທ້າວ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ຢູ່ບ້ານທ້າວແກ່ນ.

ໃນວັນທີ 1 ຕຸລາຜ່ານມານີ້ ຢູ່ທີ່ຫໍປະຊຸມບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ແລະ ນິຕິກໍາ ຈໍານວນໜຶ່ງຂອງຄະນະຈັດຕັ້ງ, ຄະນະກວດກາພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫານຊົນເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ. ໃນກອງປະຊຸມ, ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 75/ສພຊ, ຜ່ານຂໍ້ຕົກລົງຂອງກະຊວງພາຍໃນ ສະບັບເລກທີ 49 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານຂອງບ້ານທ້າວແກ່ນ, ຜ່ານພາລະບົດບາດ, ສິດ, ໜ້າທີ່ຂອງຄະນະກໍາມະການແນວລາວສ້າງຊາດ, ຄໍາແນະນໍາຂອງເຈົ້າໄຊຍະບູລີ ສະບັບເລກທີ 82 ກ່ຽວກັບການເຊື່ອຖືຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 246 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, […]
ກ້ອນປືນໃຫຍ່ໜ້າດິນ ຕັ້ງໜ້າຫັດແອບສວນສະໜາມ ສະຫຼອງວັນຊາດຄົບຮອບ 2 ທັນວາ ຄົບຮອບ 50 ປີ

ກອງພັນໃຫຍ່ 605 ເປັນກົມກອງໜຶ່ງ ໄດ້ຮັບມອບໝາຍໜ້າທີ່ ເປັນກ້ອນປືນໃຫຍ່ໜ້າດິນ ເຂົ້າຮ່ວມເດີນຂະບວນສວນສະໜາມຂອງກຳລັງປ້ອງກັນຊາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 50 ປີ, ພາຍຫຼັງໄດ້ຮັບຄຳສັ່ງຈາກກະຊວງປ້ອງກັນປະເທດ ກໍຄືກົມປືນໃຫຍ່ໜ້າດິນ ດັ່ງນັ້ນ ກົມກອງຈິ່ງຈັດຕັ້ງກຳລັງສຸມໃສ່ການຫັດແອບສວນສະໜາມຢ່າງຕັ້ງໜ້າ ແລະ ເປັນຂະບວນຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ມີຄວາມເປັນເອກະພາບທາງດ້ານຈັງຫວະ, ບາດກ້າວ ການເຄື່ອນເໜັງ ແລະ ມີຄວາມເຂັ້ມແຂງທາງດ້ານພາລະກຳລັງ. ສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຫົວໜ້າການທະຫານ ກອງພັນໃຫຍ່ 605 ຄະນະຮັບຜິດຊອບຊີ້ນຳກ້ອນສວນສະໜາມປືນໃຫຍ່ໜ້າດິນ ໄດ້ໃຫ້ສຳພາດຕໍ່ນັກຂ່າວກອງທັບວ່າ: ກ້ອນປືນໃຫຍ່ໜ້າດິນ ມີຈຳນວນພົນເຂົ້າຮ່ວມຫັດແອບສວນສະໜາມຕົວຈິງ 122 ສະຫາຍ, ສຳຮອງ 13 ສະຫາຍ, ພາກສ່ວນຮັບໃຊ້ຮັບປະກັນ 13 ສະຫາຍ, ຄູຝຶກ 5 ສະຫາຍ, ຄະນະຊີ້ນຳລວມ 2 ສະຫາຍ, ລວມທັງຫມົດ […]
ປະຊາຊົນສະເໜີຜົນກະທົບ ຈາກໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ຖະໜົນເສດຖາທິລາດ ແລະ ສະເໜີໃຫ້ທາງໂຄງການພິຈາລະນາແກ້ໄຂ

ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານວ່າ: ວັນທີ 30 ກັນຍາ 2025 ຜ່ານມາ ໂດຍມີທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສີລິລາດທົງສິງ ທອງເພັງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາ, ພ້ອມດ້ວຍຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ລວມເຖິງພະແນກການອ້ອມຂ້າງ ໄດ້ລົງຕິດຕາມການຮື້ຖອນ 2 ສະຖານີ ຢູ່ຖະໜົນເສດຖາທິລາດ ເຂດເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ການລົງຕິດຕາມຄັ້ງນີ້, ໄດ້ພົບປະກັບບັນດານາຍບ້ານ, ພໍ່ແມ່ປະຊາຊົນ ແລະ ຕາງໜ້າຈາກຫ້າງຮ້ານ ແລະ ຫົວໜ່ວຍຜູ້ປະກອບການຕ່າງໆ ທີ່ອາໄສລຽບຕາມເສັ້ນທາງຖະໜົນເສດຖາທິລາດ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ໄດ້ສະເໜີບັນຫາ ຫລື ຂໍ້ຫຍຸ້ງຍາກ ທີ່ໄດ້ພົບພໍ້ຈາກການກໍ່ສ້າງທາງລົດເມດ່ວນ BRT. ໂດຍລວມແມ່ນບັນດານາຍບ້ານ ແລະ ພໍ່ແມ່ປະຊາຊົນເຫັນດີທີ່ມີໂຄງການດັ່ງກ່າວເກີດຂຶ້ນຜ່ານບ້ານ-ເຮືອນຂອງຕົນເອງ ແລະ ພ້ອມທີ່ຈະໃຫ້ການຮ່ວມມືທຸກຢ່າງເພື່ອໃຫ້ໂຄງການກໍ່ສ້າງເສັ້ນທາງລົດເມດ່ວນ […]
ປິດເສັ້ນທາງຊົ່ວຄາວ ຢູ່ເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການໃນວັນທີ 2 ຕຸລາ 2025 ມາຍັງພໍ່ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ ວ່າ: ໃນໄລຍະວັນທີ 1- 20 ຕຸລາ 2025 ຈະໄດ້ປີດເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກໍ່ສ້າງຮ່ອງລະບາຍນໍ້າ ແລະ ເທເບຕົງໜ້າທາງ ໃຫ້ໄດ້ຕາມມາດຕະຖານເຕັກນິກທີ່ກໍານົດໄວ້, ເນື່ອງຈາກວ່າ ເສັ້ນທາງຢູ່ຈຸດດັ່ງກ່າວມີພື້ນທີ່ຄັບແຄບ. ສໍາລັບ ຜູ້ມີຈຸດປະສົງນໍາໃຊ້ເສັ້ນທາງດັ່ງກ່າວ ແມ່ນໃຫ້ເວັ້ນໄປນໍາໃຊ້ເສັ້ນທາງອື່ນ, ເວັ້ນໄປນໍາໃຊ້ເສັ້ນທາງລອດກ້ອງທາງລົດໄຟສໍາລັບລົດບັນທຸກໜັກ ຫຼື ທ່ານໃດທີ່ອາໄສຢູ່ເຂດນັ້ນ ຂໍໃຫ້ຄວາມຮ່ວມມື ແລະ ມີຄວາມລະມັດລະວັງ ໃນການຂັບຂີ່ ແລະ ໃຫ້ປະຕິບັດຕາມເຈົ້າໜ້າທີ່ອໍານວຍຄວາມສະດວກ ຫຼື ໄປຕາມເສັ້ນທາງເວັ້ນ ທີ່ທາງເຈົ້າໜ້າທີ່ໄດ້ກໍານົດໄວ້ ເພື່ອເຮັດໃຫ້ການດໍາເນີນການກໍ່ສ້າງໄດ້ຕາມເຕັກນິກການອອກແບບ, ສໍາເລັດຕາມແຜນທີ່ກໍານົດໄວ້ ແລະ ຮັບປະກັນໃຫ້ມີຄວາມປອດໄພ. ຂ່າວ: ໜັງສືພິມວຽງຈັນທາຍ
ດ່ວນ! ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງຂຶ້ນສູ່ທີ່ສູງ

ເນື່ອງຈາກປະລິມານນ້ຳລວມທີ່ ໄຫຼລົງສູ່ແມ່ນ້ຳງື່ມສູງເຖິງ 2,711 ແມັດກ້ອນຕໍ່ວິນາທີ, ໃນມື້ວັນທີ 1 ຕຸລາ 2025 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ລາຍງານ ກ່ຽວກັບສະພາບການຈັດການບໍລິຫານນ້ຳຫຼ້າສຸດ ເຊິ່ງໄດ້ຮັບຜົນກະທົບຈາກພາຍຸ “ລາກາຊາ” ແລະ “ບົວລອຍ” ປະລິມານນ້ຳສູງທີ່ໄຫຼມາຈາກ ສາຍນ້ຳລີກ ລວມທັງປະລິມານນ້ຳຈາກບັນດາສາຍນ້ຳທຳມະຊາດໄດ້ໄຫຼມາສົມທົບກັນ, ເຮັດໃຫ້ເກີດມີເຫດການນ້ຳຖ້ວມຢູ່ບາງພື້ນທີ່ໃນບໍລິເວນຕອນລຸ່ມຂອງເຂື່ອນໄຟຟ້ານ້ຳງື່ມ 1 ໂດຍສະເພາະໃນບາງເຂດເມືອງທຸລະຄົມ, ໄຊທານີ ແລະ ປາກງື່ມ ໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຕອນລຸ່ມລຽບຕາມສາຍນ້ຳງື່ມ ຍົກຍ້າຍສິ່ງຂອງຂຶ້ນສູ່ທີ່ສູງ. ສ່ວນເຂດເມືອງ ແກ້ວອຸດົມ ແລະ ວຽງຄຳ ແມ່ນບໍ່ໄດ້ຮັບຜົນກະທົບ. ການຄວບຄຸມນ້ຳເຖິງແມ່ນວ່າມີປະລິມານນ້ຳໄຫຼເຂົ້າອ່າງຢ່າງຕໍ່ເນື່ອງ, ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ພະຍາຍາມ ຫຼຸດຜ່ອນ ການລະບາຍນໍ້າຜ່ານປະຕູລະບາຍນ້ຳລົ້ນລົງເຫຼືອພຽງ 40.84 ແມັດກ້ອນຕໍ່ວິນາທີ (ໂດຍໄຫຼຜ່ານກົງຫັນ 331.60 ແມັດກ້ອນຕໍ່ວິນາທີ) ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຕໍ່ພື້ນທີ່ຕອນລຸ່ມ. ທີ່ມາ: EDL-Generation Public […]
ຫຼາຍພາກສ່ວນຍັງສືບຕໍ່ມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI

ໂອກາດຮ່ວມງານລ້ຽງສະເຫຼີມສະຫຼອງຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຄໍາມ່ວນ ຄັ້ງ XI ຈັດຂຶ້ນໃນຕອນຄໍ່າຂອງວັນທີ 30 ກັນຍາຜ່ານມາ ທີ່ພັດຕະຄານນ້ອງຢະ, ບັນດາບໍລິສັດ, ຫ້າງຮ້ານຈາກຫຼາຍພາກສ່ວນ ໄດ້ ມອບເງິນອຸປະຖໍາກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ຊຶ່ງປະກອບມີ: ບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ 500 ລ້ານກີບ; ບໍລິສັດ ແອວເຄທີ ມາຍນິງ ຈໍາກັດ 300 ລ້ານກີບ, ບໍລິສັດ ຄໍາມ່ວນເຕັກໂນໂລຊີການກະສິກໍາ ຈໍາ ກັດຜູ້ດຽວ 200 ລ້ານກີບ; ກະຊວງຍຸຕິທໍາ 50 ລ້ານກີບ; ນະຄອນຫຼວງວຽງຈັນ 50 ລ້ານກີບ; ກະຊວງ ຍທຂ 50 ລ້ານກີບ ແລະ ກະຊວງກະສີກໍາ ແລະ ສິ່ງແວດລ້ອມ 10 ລ້ານກີບ. ມອບໂດຍ ບັນດາທ່ານລັດຖະມົນຕີ ແລະ ຜູ້ອໍານວຍການບໍລິສັດ […]
ແຈ້ງການມອດໄຟ ວັນທີ 3 ແລະ 4 ຕຸລາ 2025 ບາງເຂດ ເມືອງໄຊທານີ ແລະ ເມືອງສັງທອງ ລາຍລະອຽດດັ່ງລຸ່ມນີ້:

ທີ່ມາ:ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2
5 ປີຕໍ່ໜ້າ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນສຶກສາ ຈາກລະບົບ 5+4+3 (ປ1-ປ5 ແລະ ມ1-ມ7) ມາເປັນ 6+3+3 (ປ1-ປ6 ແລະ ມ1-ມ6)

ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານ (ຮ່າງ) ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຕົ້ນຕໍໃນການໍາພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄລຍະ 5 ປີຕໍ່ໜ້າ (2026-2030) ໃນວັນທີ 26 ກັນຍາ 2025 ຜ່ານມານີ້ພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X (2026-2030) ຄາດໝາຍສູ້ຊົນແຕ່ລະດ້ານ: – ຈະສືບຕໍ່ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຫັນແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກໃນວຽກງານສຶກສາ, […]
ແຈ້ງການ ຫ້າມນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດ

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ຢູ່ ສປປ ລາວ ທີ່ມີຈຸດປະສົງນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນ ລະດັບຕໍ່າ (LEO-Low Earth Orbit) ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດຢ່າງເຂັ້ມງວດ ດັ່ງມີເນື້ອໃນລາຍລະອຽດດັ່ງນີ້: ຕ້ອງໄດ້ຮັບອະນຸຍາດຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ ກະຊວງເຕັກໂນໂລຊີ ແລະ ການສື່ສານເສຍກ່ອນ.ຫ້າມບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ນຳເຂົ້າ, ຈຳໜ່າຍ ແລະ ນຳໃຊ້ອຸປະກອນສື່ສານຜ່ານດາວທຽມ ໃນຕຳແໜ່ງວົງໂຄຈອນລະດັບຕໍ່າ (LEO-Low Earth Orbit) ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເດັດຂາດ ເພື່ອຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ-ປ້ອງກນຄວາມສະຫງົບ, ສາມາດຕິດຕາມກວດກາ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມກໍລະນີ້ກວດກາພົບເຫັນ ມີການນຳເຂົ້າ, ຈຳໜ່າຍ […]
ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ກັກຕົວຜູ້ຖືກຫາມີຄໍລາເຈນໄວ້ໃນຄອບຄອງ

ວັນທີ 24 ກັນຍາ 2025 ຜ່ານນີ້, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້, ໄດ້ກວດກາເອກະສານລົດຈັກເວບ 100 ສີຟ້າ ບໍ່ມີປ້າຍທະບຽນ ຂັບຂີ່ໂດຍ ນາງ ຢົວຢາງ ອາຍຸ 16 ປີ, ປະຊາຊົນ, ບ້ານຖິ່ນ, ເມືອງຊໍາໃຕ້,ແຂວງຫົວພັນ, ຜ່ານການກວດກາເອກະສານລົດ ເຫັນວ່າຜູ້ກ່ຽວມີພິລຸດ ຈື່ງຂໍກວດຄົ້ນຕົນຕົວ ພົບເຫັນຄໍລາເຈນ ຈໍານວນ 3 ຊອງ ແມ່ນຂອງຕົນແທ້ ຊື້ມາໄວ້ເພື່ອຂາຍ. ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ຈື່ງໄດ້ກັກຕົວ ສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ,ດໍາເນີນຕາມຂັ້ນຕອນຂອງກົດໝາຍ. ພາບ-ຂ່າວ ປກສ ເມືອງຊໍາໃຕ້
 
								