ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຄໍາມ່ວນ ຄັ້ງທີ XI ສໍາເລັດລົງຢ່າງຈົບງາມ

  ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 30 ກັນຍາ 2025, ພາຍຫລັງດໍາເນີນມາເປັນເວລາ 2 ວັນ ຢູ່ສະໂມສອນຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ໃນວະລະກອງປະຊຸມ ບັນດາຜູ້ແທນໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກແຂວງ ສະໄໝທີ X ຢ່າງເລິກເຊິ່ງ ແລະ ແທດຕົວຈິງ; ຮັບຮອງເອົາທິດທາງ, ວຽກງານ ແລະ ຄາດໝາຍສູ້ຊົນໃນ 5 […]

ເຈົ້າໜ້າທີ່ຢຶດສັດປ່າເຄື່ອນຍ້າຍແບບບໍ່ຖືກຕ້ອງຢູ່ແຂວງຫົວພັນ

ເຈົ້າໜ້າທີ່ສິ່ງແວດລ້ອມ ຫ້ອງຕໍາຫຼວດ ປກສ ແຂວງຫົວພັນ ໄດ້ຢຶດສັດປ່າ ປະເພດໂຕອົ້ນ 139 ໂຕ ແລະ ໂຕເຫງັນ 7 ໂຕ ນໍ້າໜັກ 35 ກິໂລກຣາມ ໂດຍຊຸກເຊື່ອໄວ້ໃນລົດກະບະ ປ້າຍທະບຽນ ກກ 1182.   ການຢຶດສັດປ່າຈໍານວນດັ່ງກ່າວ ຍ້ອນເຄື່ອນຍ້າຍ ແບບບໍ່ຖືກຕ້ອງ.   ເຈົ້າໜ້າທີ່ສິ່ງແວດລ້ອມ ໄດ້ນໍາເອົາສັດປ່າຈໍານວນດັ່ງກ່າວ ໄປມອບໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເພື່ອດໍາເນີນຕາມລະບຽບກົດໝາຍ.   ທີ່ມາ: ປກສ ແຂວງຫົວພັນ

ໄຟຟ້າຫົງສາ ມອບທຶນການສຶກສາໃຫ້ນັກຮຽນມັດທະຍົມເມືອງຫົງສາ 30 ທຶນ

ວັນທີ 29 ກັນຍານີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ປະຈໍາສົກສຶກສາ 2025-2026 ໃຫ້ນັກຮຽນລະດັບຊັ້ນມັດທະຍົມສຶກສາໃນເຂດເມືອງຫົງສາ ທີ່ຫ້ອງວ່າການເມືອງ ໂດຍໄດ້ຮັບກຽດຈາກ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນປະທານໃນພິທີ.     ໃນສົກສຶກສານີ້, ບໍລິສັດໄດ້ມອບທຶນການສຶກສາໃຫ້ນັກຮຽນໃນເຂດເມືອງຫົງສາ ຈໍານວນ 30 ທຶນ ລວມເປັນເງິນ ຈໍານວນ 150 ລ້ານກີບ ເພື່ອສະໜັບສະໜູນໃຫ້ນັກຮຽນທີ່ມີຜົນການຮຽນດີ ແລະ ມີຄວາມປະພຶດດີ ໄດ້ມີໂອກາດພັດທະນາສັກກະຍະພາບຂອງຕົວເອງຕໍ່ໄປ.   ໄຟຟ້າຫົງສາ ໄດ້ສານຕໍ່ຄວາມຕັ້ງໃຈນີ້ຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2011 ໂດຍຫວັງໃຫ້ເຍົາວະຊົນກ້າວສູ່ການເປັນຜູ້ນໍາຮຸ່ນໃໝ່ຂອງສັງຄົມ ທີ່ພ້ອມເປັນກໍາລັງສໍາຄັນໃນການຂັບເຂື່ອນປະເທດ; ການມອບທຶນຄັ້ງນີ້, ສະທ້ອນເຖິງຄວາມເຊື່ອໝັ້ນຂອງບໍລິສັດທີ່ວ່າ “ການສຶກສາ ຄືພະລັງສໍາຄັນຂອງການພັດທະ ນາ” […]

ການນຳເມືອງນອງ ຕິດຕາມຄວາມເສຍຫາຍ ຂອງເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ

  ວັນທີ 30/09/2025 ເສັ້ນທາງແຕ່ບ້ານຕາຢົງ ຫາ ບ້ານປະແນະ ເມືອງນອງ ແຂວງສະຫວັນນະເຂດ ເກີດການເຊາະເຈື່ອນຈາກຝົນຕົກໜັກ ລົດໃຫຍ່ບໍ່ສາມາດສັນຈອນໄປມາໄດ້ຜູ້ທີ່ມີຈຸດປະສົງທີ່ຈະເດີນທາງໄປເຂດປະແນະຕາຢົງໃຫ້ມີຄວາມລະມັດລະວັງຂຶ້ນຕື່ມ ສ່ວນລົດໃຫຍ່ ຫຼືລົດບັນທຸກ ຫ້າມສັນຈອນຢ່າງເດັດຂາດ ຈົນກວ່າເສັ້ນທາງຈະໄດ້ຮັບການສ້ອມແປງຄືນໃໝ່.   ຈຸດຂົວຫ້ວຍລະວໍ ເສັ້ນທາງໄປບ້ານ ຕັງອາໄລເໜືອ ເຊິ່ງຈຸດດັ່ງກ່າວແມ່ນຖືກຕັດຂາດ, ບໍ່ສາມາດທຽວໄດ້ເນື່ອງຈາກນ້ຳໄດ້ກັດເຊາະເອົາໜ້າທາງ ແລະ ທໍ່ລອດທາງຊຸໄປຕາມກະແສນ້ຳເຮັດໃຫ້ເສັ້ນທາງຖືກຕັດຂາດ ລະຫວ່າງບ້ານຕັງອາໄລ ເໜືອຈະເດີນທາງມາ ກຸ່ມບ້ານ ຕັງອາໄລ, ສາຍນ້ຳຫ້ວຍ, ຮ່ອງນ້ອຍໃຫຍ່ມີການຍື່ງໂຕຂຶ້ນ.   ປະຊາຊົນທີ່ຢູ່ລຽບຕາມແຄມນ້ຳຕ້ອງມີສະຕິລະວັງຕົວ ແລະ ເຝົ້າລະວັງຕື່ມ, ສ່ວນຜົນເສຍຫາຍທາງຜົນຜະລິດຂອງປະຊາຊົນ ທາງຄະນະກຳມະການຕ້ານໄພພິບັດຂັ້ນເມືອງຈະແຈ້ງໃຫ້ຊາບຕື່ມພາຍຫຼັງ.        

ລົດໄຟລາວ-ຈີນ ຈະຢຸດການ ແລ່ນ ຊົ່ວຄາວໃນມື້ອື່ນ

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດຈະໄດ້ຢຸດແລ່ນລົດໄຟໂດຍສານທັງໝົດ ໃນວັນທີ 30 ກັນຍາ 2025 ເປັນການຊົ່ວຄາວຍ້ອນພາຍຸໄຕ້ຝຸ່ນ “ບົວລອຍ”.   ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ຄາດວ່າໃນວັນທີ 28-30 ນີ້ພາຍຸໄຕ້ຝຸ່ນ “ບົວລອຍ” ຈະເຄື່ອນທີ່ຜ່ານພາກເໜືອຂອງ ສປປ ລາວ ເຊິ່ງຈະເຮັດໃຫ້ຕາມແລວທາງລົດໄຟລາວ-ຈີນຕະຫຼອດສາຍມີຝົນຕົກໜັກ ຫາ ໜັກຫຼາຍ ແລະ ມີຄວາມສ່ຽງສູງທີ່ຈະເກີດໄພພິບັດທາງທໍາມະຊາດເຊັ່ນ: ດິນເຈື່ອນ, ນໍ້າປ່າໄຫຼຊຸແຮງ, ນໍ້າຖ້ວມໜັກ, ຕົ້ນໄມ້ຫັກ ແລະ ອື່ນໆ ເຊິ່ງຈະເປັນອຸປະສັກ ຕໍ່ວຽກງານຄວາມປອດໄພໃນການແລ່ນລົດໄຟ ເພື່ອຮັບປະກັນຊີວິດ ແລະ ຊັບສິນຂອງຜູ້ໂດຍສານໃຫ້ມີຄວາມປອດໄພ ແລະ ປ້ອງກັນອຸບັດເຫດທີ່ອາດຈະເກີດຂຶ້ນຍ້ອນສະພາບອາກາດຮ້າຍແຮງດັ່ງກ່າວ, ຈະໄດ້ຢຸດແລ່ນລົດໄຟໂດຍສານທັງໝົດ ໃນວັນທີ 30 ກັນຍາ 2025 ເປັນການຊົ່ວຄາວ.   ທ່ານຜູ້ໂດຍສານສາມາດຍົກເລີກປີ້ເອົາເງິນຄືນ ຫຼື ປ່ຽນປີ້ໄດ້ ຜ່ານແອັບຂາຍປີ້ອອນລາຍ LCR Ticket ຫຼື ຫ້ອງຂາຍປີ້ໃນແຕ່ລະສະຖານີ ໂດຍບໍ່ເສຍຄ່າທຳນຽມໃດໆທັງໝົດ. ສຳລັບທ່ານໃດທີ່ບໍ່ສາມາດເຮັດທຸລະກຳໄດ້ທັນເວລາ […]

ກະຊວງໂຍທາທິການ ແລະ ຂົນສົ່ງ ວາງທິດທາງແຜນການ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ຈະສຸມໃສ່ຍົກລະດັບ ເສັ້ນທາງ ຄົມມະນາຄົມທາງບົກຢ່າງມີຈຸດສຸມ

  ຂປລ. ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວາງທິດທາງແຜນການ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມແຕ່ລະດ້ານ ແລະ ມາດຕະການຈັດຕັ້ງປະຕິບັດ ໃນ 5 ປີຕໍ່ໜ້າ(2026-2030) ໂດຍຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ເພື່ອເຊື່ອມຈອດພາກພື້ນຕາມບັນ ດາແລວທາງເສດຖະກິດ, ໄປພ້ອມກັບການພັດທະນາເສັ້ນທາງເຊື່ອມຈອດພາຍໃນ ຕິດພັນກັບການພັດ ທະນາຕົວເມືອງ ໃຫ້ສໍາເລັດ 11 ໂຄງການ. ພ້ອມທັງ, ຈະສຸມໃສ່ນໍາໃຊ້ທ່າແຮງ ຂອງທຸກພາກສ່ວນເສດ ຖະກິດ ໂດຍສະເພາະພາກເອກະຊົນ ໃນການຍົກລະດັບທາງຫລວງແຫ່ງຊາດສາຍຫລັກ ທີ່ມີການຂົນ ສົ່ງຫລາຍ, ມີທ່າແຮງໃຫ້ສາມາດຮັບນໍ້າໜັກໄດ້ໄດ້ 11 ໂຕນ/ເພົາ ຄາດຄະເນໃຫ້ໄດ້ 500 ກິໂລແມັດ, ສຸມໃສ່ວຽກງານຄຸ້ມຄອງນຳໜັກລົດບັນທຸກ, ຄຸ້ມຄອງດ້ານເຕັກນິກທາງດ່ວນ ແລະ ບັນດາວຽກງານຕ່າງໆທີ່ມີຄວາມຈໍາເປັນ.   ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ເມື່ອບໍ່ດົນນີ້ວ່າ: ໃນລະຍະ 5 […]

ເຕືອນການສັນຈອນ ວັນທີ 29/09/2025 ເວລາປະມານ 7 ໂມງ, ນ້ຳຖ້ວມທາງ 28A ວິລະບູລີ – ເຊໂປນ ແຂວງສະຫວັນນະເຂດ.

ເຕືອນການສັນຈອນ ວັນທີ 29/09/2025 ເວລາປະມານ 7 ໂມງ, ນ້ຳຖ້ວມທາງ 28A ວິລະບູລີ – ເຊໂປນ ແຂວງສະຫວັນນະເຂດ. ສຳລັບລົດຈັກແມ່ນໄດ້ໃສ່ເຮືອເພື່ອຂ້າມໄປອີກຟາກໜຶ່ງ.    ຈຸດຫ້ວຍແຢງ ຖ້ວມສູງ 170cm.   ຈຸດຂົວບ້ານສົບມີ ຖ້ວມສູງ ປະມານ 250cm.            

ຄໍາມ່ວນ ມອບງົບປະມານ 570 ລ້ານກີບ ໃຫ້ 10 ເມືອງ ຮັບໃຊ້ວຽກງານມາດຖານພົ້ນທຸກ

ວັນທີ 26 ກັນຍາ 2025 ທີ່ເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ ໄດ້ມີພິທີມອບເງິນໃຫ້ 10 ເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານລົງເກັບກໍາຂໍ້ມູນຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝ, ມອບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ຮັບໂດຍ ບັນດາການນໍາ 10 ຕົວເມືອງ.     ໃນການມອບເງິນຄັ້ງນີ້, ລວມມູນຄ່າທັງໝົດ 570 ລ້ານກີບ ຊຶ່ງມອບໃຫ້ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງທ່າແຂກ 56 ລ້ານກີບ, ໜອງບົກ 52 ລ້ານກີບ, ເຊບັ້ງໄຟ 45 ລ້ານກີບ, ມະຫາໄຊ 65 ລ້ານກີບ, ຫີນບູນ 73 ລ້ານກີບ, ຄູນຄໍາ 40 ລ້ານກີບ, ນາກາຍ 71 ລ້ານກີບ, […]

ມວນຊົນ ນະຄອນ ຫລວງພະບາງ ຮ່ວມສະຫລອງວັນຕ້ານພະຍາດວໍ້ໂລກ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ຈັດພິທີສະເຫລີມສະຫລອງ ວັນຕ້ານພະຍາດວໍ້ໂລກ (28 ກັນຍາ) ໃນວັນທີ 26 ກັນຍາ 2025 ໂດຍການເປັນປະທານຂອງ ທ່ານ ຊາຍພອນ ຈັນທຸມມາ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າຂະແໜງພາຍໃນພະແນກ ແລະ ປະຊາຊົນຜູ້ມີສັດລ້ຽງ ປະເພດໝາ ແລະ ແມວ ເຂົ້າຮ່ວມ.     ທ່ານ ຊາຍພອນ ຈັນທຸມມາ ໄດ້ກ່າວວ່າ: ປະຊາຊົນລາວສ່ວນໃຫຍ່ 80% ແມ່ນດຳລົງຊີວິດ ຖືເອົາການລ້ຽງສັດເປັນສ່ວນໃຫຍ່ ເຊັ່ນ: ລ້ຽງສັດປະເພດສວຍງາມໄດ້ແກ່ຈຳພວກ ໝາ, ແມວ ຫລື ລ້ຽງໄວ້ນຳໃຊ້ປະໂຫຍດຄື: ລ້ຽງເພື່ອເຝົ້າເຮືອນ ແລະ ລ້ຽງເພື່ອລ່າເນື້ອ, ເຊິ່ງແຕ່ລະວັນ ໄດ້ມີການໃກ້ຊິດຕິດແທດກັນ ເຮັດໃຫ້ມີຄວາມສ່ຽງສູງ ທີ່ຈະຖືກສັດທີ່ເປັນວໍ້ກັດ […]

ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ສືບຕໍ່ຮ່ວມມື ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ຂອງສະມາຄົມການແພດຝຣັ່ງ-ລາວ ໄລຍະທີ 5.     ໂຄງການ ດັ່ງກ່າວ ເປັນໂຄງການຊ່ວຍເຫຼືອຕໍ່ເນື່ອງ ໄລຍະທີ 5 ໃຫ້ການຊ່ວຍເຫຼືອເດັກນ້ອຍທີ່ມີບັນຫາ ກ່ຽວກັບພະຍາດຫົວໃຈ ໃນ ສປປ ລາວ ໂດຍສົ່ງໄປຜ່າຕັດ-ປິ່ນປົວ ຢູ່ປະເທດຝຣັ່ງ, ຄາດຄະເນໂຄງການໄລຍະ 5 ຈະສາມາດໃຫ້ການຊ່ວຍເຫຼືອເດັກນ້ອຍທີ່ມີບັນຫາພະຍາດຫົວໃຈ ໃຫ້ໄດ້ຮັບການຜ່າຕັດ-ປິ່ນປົວ ຢ່າງໜ້ອຍ 5-7 ຄົນ/ປີ, ນັບຈາກໄລຍະຕົ້ນຂອງໂຄງການມາເຖິງປະຈຸບັນ (2003 ຮອດປະຈຸບັນ) ມີເດັກນ້ອຍລາວໄດ້ຮັບການຊ່ວຍເຫຼືອແລ້ວເປັນຈໍານວນຫຼາຍກວ່າ 200 ຄົນ.   ພ້ອມກັນນັ້ນ, ທາງໂຄງການ ຍັງໃຫ້ການຊ່ວຍເຫຼືອຝຶກອົບຮົມດ້ານວິຊາການໃຫ້ແກ່ແພດໝໍລາວ ໃນຂະແໜງຜ່າຕັດ ແຂ້ວ-ຄາງ-ໜ້າ ຢູ່ໂຮງໝໍມິດຕະພາບ ປີລະຄັ້ງ ແລະ ຂະແໜງຫົວໃຈ-ເສັ້ນເລືອດ 2-3ຄັ້ງ/ປີ ຢູ່ໂຮງໝໍມິດຕະພາບ, ໂຮງໝໍແຂວງຫຼວງພະບາງ ແລະ ໂຮງໝໍແຂວງຈໍາປາສັກ ໂດຍມີການກວດຕິດຕາມຄືນບັນດາເດັກນ້ອຍທີ່ໄດ້ຮັບການຜ່າຕັດ-ປິ່ນປົວ […]