ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

  ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.   ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2025 ທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ມີພະແນກການ, ຫ້ອງການ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.   ໃນການນໍາເຂົ້າຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຄັ້ງນີ້ ແມ່ນໄດ້ນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2.600 ກວ່າໂຕນ ຫລື ປະມານ 3,2 ລ້ານລິດ. ນໍ້າມັນດັ່ງກ່າວຖືກຂົນສົ່ງຜ່ານທາງເຮືອກໍາປັ່ນ ມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ. […]

ຫຼາຍພາກສ່ວນມອບເງິນ ອຸປະຖໍາງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປີ 2025

ໃນວັນທີ 5 ຕຸລາ 2025 ທີ່ຜາມໄຊແຄມຂອງເມືອງທ່າແຂກ ແຂວງຄໍາມ່ວນ, ຫຼາຍພາກສ່ວນຈາກບໍລິສັດ, ຫ້າງຮ້ານໄດ້ມອບເງິນອຸປະຖໍາ ງານບຸນອອກພັນສາປະວໍລະນາ ແລະ ເຮືອຊ່ວງປະຈໍາປີ. ຊຶ່ງງານດັ່ງກ່າວ, ຈະຈັດຂຶ້ນລະຫວ່າງວັນທີ 5-7 ຕຸລາ. ໃນນີ້ ປະກອບມີ: ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ ລາວ ຈໍາກັດ 300 ລ້ານກີບ, ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ 300 ລ້ານ, ບໍລິສັດເບຍລາວປະກອບດ້ວຍວັດຖຸ ແລະ ເງິນສົດລວມມູນຄ່າ 272 ລ້ານກີບ, ບໍລິສັດໄຟຟ້ານໍ້າເທີນ 2 ຈໍານວນ 65 ລ້ານກີບ, ບໍລິສັດຂົນ ສົ່ງແມ່ຂອງ 20 ລ້ານກີບ ແລະ ທະນາຄານສົ່ງເສີມກະສິກໍາ ສາຂາ ຄໍາມ່ວນ 10 ລ້ານກີບ, ກ່າວຮັບໂດຍ ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງ, […]

ໄຟຟ້າຫົງສາ ມອບທຶນການສຶກສາໃຫ້ນັກຮຽນມັດທະຍົມເມືອງຫົງສາ 30 ທຶນ

ວັນທີ 29 ກັນຍານີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ປະຈໍາສົກສຶກສາ 2025-2026 ໃຫ້ນັກຮຽນລະດັບຊັ້ນມັດທະຍົມສຶກສາໃນເຂດເມືອງຫົງສາ ທີ່ຫ້ອງວ່າການເມືອງ ໂດຍໄດ້ຮັບກຽດຈາກ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນປະທານໃນພິທີ.     ໃນສົກສຶກສານີ້, ບໍລິສັດໄດ້ມອບທຶນການສຶກສາໃຫ້ນັກຮຽນໃນເຂດເມືອງຫົງສາ ຈໍານວນ 30 ທຶນ ລວມເປັນເງິນ ຈໍານວນ 150 ລ້ານກີບ ເພື່ອສະໜັບສະໜູນໃຫ້ນັກຮຽນທີ່ມີຜົນການຮຽນດີ ແລະ ມີຄວາມປະພຶດດີ ໄດ້ມີໂອກາດພັດທະນາສັກກະຍະພາບຂອງຕົວເອງຕໍ່ໄປ.   ໄຟຟ້າຫົງສາ ໄດ້ສານຕໍ່ຄວາມຕັ້ງໃຈນີ້ຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2011 ໂດຍຫວັງໃຫ້ເຍົາວະຊົນກ້າວສູ່ການເປັນຜູ້ນໍາຮຸ່ນໃໝ່ຂອງສັງຄົມ ທີ່ພ້ອມເປັນກໍາລັງສໍາຄັນໃນການຂັບເຂື່ອນປະເທດ; ການມອບທຶນຄັ້ງນີ້, ສະທ້ອນເຖິງຄວາມເຊື່ອໝັ້ນຂອງບໍລິສັດທີ່ວ່າ “ການສຶກສາ ຄືພະລັງສໍາຄັນຂອງການພັດທະ ນາ” […]

ທະນາຄານກາງສະຫະລັດອາເມລິກາ ຫລື Fed ຫລຸດດອກເບ້ຍ 0.25% ເປັນ 4.00% – 4.25% ສົ່ງສັນຍານບວກຕໍ່ຕະຫລາດຫຸ້ນ ແລະ ລາຄາຄຳ

ວັນທີ 18 ກັນຍາ 2025 ທະນາຄານກາງສະຫະລັດອາເມລິກາ (Fed) ໄດ້ປະກາດຫລຸດອັດຕາດອກເບ້ຍນະໂຍບາຍລົງ 0.25% ຢ່າງເປັນທາງການ ເຮັດໃຫ້ອັດຕາດອກເບ້ຍຢູ່ໃນຂອບໃໝ່ຢູ່ທີ່ 4.00% – 4.25% ເຖິງວ່າການຕັດສິນໃຈຄັ້ງນີ້ຈະເປັນສັນຍານບວກຕໍ່ຕະຫລາດການເງິນ, ແຕ່ທ່ານ Jerome Powell ປະທານ Fed ກໍໄດ້ເນັ້ນຢໍ້າວ່າການຕັດສິນໃຈຄັ້ງຕໍ່ໄປຈະຂຶ້ນຢູ່ກັບຂໍ້ມູນທາງເສດຖະກິດເທົ່ານັ້ນ ແລະ ບໍ່ມີການກຳນົດລ່ວງໜ້າວ່າຈະຫລຸດຢ່າງຕໍ່ເນື່ອງ.   ການຫລຸດດອກເບ້ຍຄັ້ງນີ້ຖືເປັນມາດຕະການ “ຈັດການຄວາມສ່ຽງ” (Risk Management) ເພື່ອຕອບສະໜອງຕໍ່ສັນຍານການຂະຫຍາຍຕົວຊ້າໃນຕະຫລາດແຮງງານ, ນີ້ສະແດງໃຫ້ເຫັນເຖິງການປ່ຽນແປງຈຸດຢືນຂອງ Fed ຈາກທີ່ເຄີຍມຸ່ງເນັ້ນການຕໍ່ສູ້ກັບເງິນເຟີ້ ມາສູ່ການສະໜັບສະໜູນການເຕີບໂຕ ແລະ ສະຖຽນລະພາບທາງເສດຖະກິດຫລາຍຂຶ້ນ.   ນັກວິເຄາະຫລາຍທ່ານຄາດວ່າ Fed ອາດຈະຫລຸດດອກເບ້ຍອີກໃນອະນາຄົດ, Morgan Stanley ຄາດວ່າອາດຈະຫຫລຸດໄດ້ເຖິງ 75 bps ພາຍໃນທ້າຍປີ ໃນຂະນະທີ່ Société Générale ແນະນຳໃຫ້ນັກລົງທຶນເພີ່ມການລົງທຶນໃນ ຫຸ້ນ ແລະ Deutsche Bank ໄດ້ປັບເພີ່ມການຄາດຄະເນລາຄາຄຳເປັນ 4,000 ໂດລາສະຫະລັດຕໍ່ອອນສ໌ […]

ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ

ເມື່ອບໍ່ດົນມານີ້, ທ່ານ ພູຊ່ອງ ສົມຄິດ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ໃຫ້ສຳພາດວ່າ:ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍໄດ້ເກີນແຜນຢ່າງຕໍ່ເນື່ອງ     ທ່ານ ພູຊອງ ສົມຄິດ ກ່າວວ່າ,ດ່ານດັ່ງກ່າວຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ, ສາເຫດເກັບລາຍຮັບໄດ້ເກີນແຜນແມ່ນຍ້ອນໄດ້ຫັນການເກັບລາຍຮັບໄປສູ່ຄວາມທັນສະໄໝ ດ້ວຍລະບົບ (NSWA+), ພ້ອມຄຸ້ມຄອງສາງພາສີດ້ວຍລະບົບທັນສະໄໝ (CWMS), ການກວດກາສິນຄ້າ, ເຄື່ອງຂອງທີ່ບັນທຸກຂະໜາດໃຫຍ່ດ້ວຍລະບົບສາຍແສງ (Scanner) ສະດວກວ່ອງໄວ, ປະຢັດເວລາ, ຄຸ້ມຄອງການຈັດເກັບລາຍຮັບຄ່າພາສີ-ອາກອນຕ່າງໆ ຜ່ານລະບົບ Smart Tax, Fass Tax, Easy Pass, I-Bank, BCEL One ເຮັດໃຫ້ລາຍຮັບມອບເຂົ້າງົບປະມານ ທັນຕາມກຳນົດເວລາ.     ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສົກປີ 2025 ແຜນການຈັດເກັບ 1.682,20 ຕື້ກີບ, ໃນໄລຍະ 08 ເດືອນຜ່ານມາ ປະຕິບັດໄດ້ 1.232,76 […]

ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ

ບໍລິສັດ ທີ່ປືກສາ ໄຂ່ມຸກຕາເວັນອອກ ຈຳກັດ ລົງທຶນສໍາປະທານເນື້ອທີ່ 500 ກວ່າເຮັກຕາ ໂຄງການພັດທະນາແຫຼ່ງທ່ອງທ່ຽວ ພ້ອມດ້ວຍແຫຼ່ງບໍລິການ ຄົບວົງຈອນ ຢູ່ເຂດບ້ານໂພນສົມບູນ, ບ້ານຫ້ວຍທົນ, ບ້ານໂພນເງິນ (ຫຼັກ 62) ເມືອງໂພນໂຮງ ແຂວງວຽງຈັນ ລວມມູນຄ່າ 700 ລ້ານໂດລາ.     ແຜນການພັດທະນາ ໂຄງການດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທໍາອິດ ແມ່ນໃນປີ 2025-2035 ແລະ ໄລຍະທີສອງ ແຕ່ປີ 2036-2045, ຊຶ່ງໃນໄລຍະທໍາອິດ ຈະເນັ້ນໃສ່ການສ້າງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ທີ່ສາມາດສ້າງລາຍຮັບໄດ້ໄວເຊັ່ນ: ສະໜາມກ໊ອຟ, ໂຮງແຮມ ແລະ ຮ້ານອາຫານ, ເຂດພັກຜ່ອນ ແລະ ທ່ອງທ່ຽວ; ສ່ວນໄລຍະທີສອງ ແມ່ນຈະສືບຕໍ່ຂະຫຍາຍສາທາລະນຸປະໂພກ, ເຂດທ່ອງທ່ຽວເພີ່ມເຕີມ ແລະ ສິ່ງກໍ່ສ້າງ ອື່ນໆ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນ […]

ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ມອບ 2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII

ໃນຕອນເຊົ້າວັນທີ 28 ສິງຫານີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອັດຕະປື, ບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ໄດ້ນຳເອົາເງິນ ຈຳນວນ 2 ຕື້ກີບ, ມາມອບໃຫ້ແຂວງອັດຕະປື ຊຶ່ງໃຫ້ກຽດມອບໂດຍ ທ່ານ ນາງ ຫົງພະຈັນ ສະໝິງວົງສາ ຕາງໜ້າບໍລິສັດ ສະຫະບໍລິສັດ ລາວບໍລິການ ຈຳກັດ ສ່ວນແຂວງອັດຕະ,ກ່າວຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ທັງເປັນຫົວໜ້າອະນຸກຳມະການເສດຖະກິດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.   ການມອບເງິນຄັ້ງນີ້, ເພື່ອປະກອບສ່ວນຊ່ວຍເຫຼືອ-ຊຸກຍູ້ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງອັດຕະປື ຄັ້ງທີ XII ທີ່ຈະໂຂຂຶ້ນໃນມໍ່ໆນີ້. ໂອກາດນີ້, ທ່ານ ພົນໂທ ວັນທອງ ກອງມະນີ ກໍໄດ້ຕາງໜ້າໃຫ້ຄະນະພັກ […]

ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%

ອັດຕາເງິນເຟີ້ ປະຈຳເດືອນສິງຫາ 2025 ຢູ່ໃນລະດັບ 5% ຖ້າທຽບໃສ່ເດືອນກໍລະກົດ 2025 (5.3%) ຫຼຸດລົງ 0.3%   ສ່ວນໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກ່ວາໝູ່ແມ່ນ:   ທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມເພີ່ມຂຶ້ນ 15.3% ສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 14.9% ຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 13.6% ເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 7.9% ເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 7.8% ການສຶກສາເພີ່ມຂຶ້ນ 7.6% ເຄື່ອງນຸ່ງຫົ່ມ ແລະ ເກີບເພີ່ມຂຶ້ນ 7.5% ຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 6.6% ສະບຽງອາຫານ ແລະ ເຄື່ອງດື່ມບ່ໍ່ມີທາດເຫຼົ້າ, ຊຶ່ງເປັນໝວດສິນຄ້າທີ່ມີນ້ຳໜັກການຊົມໃຊ້ຫຼາຍກວ່າໝູ່ແມ່ນເພີ່ມຂຶ້ນ 3.1%.         ທີ່ມາ: […]

ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ

ຄວາມດຸໝັ່ນຂະຫຍັນອົດທົນພາໃຫ້ທຸກຄົນພົ້ນທຸກ ເປັນສ່ວນໜຶ່ງທີ່ເຮັດໃຫ້ຄົນເຮົາປະສົບຜົນສຳເລັດຂໍພຽງ ແຕ່ເຮົາມັກ-ຮັກໃນອາຊີບນັ້ນໆ ກໍຈະມີຜົນສຳເລັດໄດ້ຄືກັບທ່ານນາງ ມາລາທິບ ໄຊສົງຄາມ ອາຍຸ 41 ປີ, ປັດຈຸ ບັນຢູ່ບ້ານໜອງໂພ ເມືອງວາປີ ແຂວງສາລະວັນ ໄດ້ຍຶດອາຊີບຜະລິດກະສິກຳແບບປະສົມປະສານ ສາມາດຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ກັບຄອບຄົວສະເລ່ຍ 100 ລ້ານກວ່າກີບຕໍ່ປີ.     ທ່ານນາງ ມາລາທິບ ໄຊສົງຄາມ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເມື່ອບໍ່ດົນມານີ້ກ່ຽວກັບການຜະລິດກະສິກຳແບບປະສົມປະສານ ສາມາດຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວວ່າ: ພາຍໃນຄອບຄົວມີແຮງງານທັງໜົດ 5 ຄົນ ຍິງ 3 ຄົນ. ແຮງງານສົມບູນ 2 ຄົນ ຍິງ 1 ຄົນ ແຮງງານສຳຮອງ 3 ຄົນ, ແຕ່ກ່ອນຄອບຄົວແມ່ນຍືດຖືອາຊີບຄ້າຂາຍຍ່ອຍເປັນຫຼັກ ສະພາບຄອບຄົວໃນໄລຍະນັ້ນແມ່ນຂາດໆ ເຂີນໆ ເສດຖະກິດຄອບຄົວມີຄວາມຫຍຸ້ງຍາກຂັດສົນ ລາຍຮັບບໍ່ພຽງພໍກັບລາຍຈ່າຍ. ຈາກສະ ພາບການດັ່ງກ່າວຈຶ່ງຊອກຫາທາງອອກເພື່ອຄວາມຢູ່ລອດໃຫ້ຄຽງຄູ່ກັບສະພາບເສດຖະກິດໃນປັດຈຸບັນ ຈຶ່ງຕັດສິນໃຈຫັນດິນເປັນທຶນຈໍານວນ 2 ເຮັກຕາ ດ້ວຍການປູກ-ການລ້ຽງໄປຄຽງຄູ່ກັນ. […]

ສະຫະລັດອາເມລິກາເພີ່ມພາສີ 50% ຕໍ່ສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ 400 ລາຍການ ຊີ້ໃຫ້ເຫັນການອຸດຊ່ອງຫວ່າງເພື່ອປ້ອງກັນການຫຼີກລ່ຽງພາສີ

ສະຫະລັດອາເມລິກາເພີ່ມພາສີອີກຄັ້ງ 50% ຂະຫຍາຍໄປເຖິງສິນຄ້າທີ່ຜະລິດຈາກເຫຼັກ ແລະ ອາລູມິນຽມ ລວມກວ່າ 400 ລາຍການ ເພື່ອປ້ອງກັນການຫຼີກລ່ຽງພາສີ   ກະຊວງການຄ້າ ສະຫະລັດອາເມລິກາ ໄດ້ຖະແຫຼງການໃນວັນອັງຄານ (19 ສິງຫາ 2025) ວ່າ ສະຫະລັດອາເມລິກາ ໄດ້ປັບເພີ່ມພາສີນຳເຂົ້າເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນສິນຄ້າກວ່າ 400 ລາຍການ   ຊຶ່ງລວມເຖິງກັງຫັນລົມ  ເຄນຍົກເຄື່ອງ ເຄື່ອງໃຊ້ໄຟຟ້າ ລົດເກ່ຍດິນ ແລະ ເຄື່ອງຈັກສຳລັບງານໜັກປະເພດອື່ນໆ ລວມທັງເຫຼັກ ແລະ ອາລູມິນຽມທີ່ເປັນສ່ວນປະກອບໃນລົດໄຟ ລົດຈັກຍານຍົນ ເຄື່ອງຍົນເຮືອ ເຟີນິເຈີ ແລະ ຜະລິດຕະພັນອື່ນໆ ອີກຫລາຍຮ້ອຍລາຍການ   ກະຊວງການຄ້າລະບຸວ່າ ທາງກະຊວງໄດ້ເພີ່ມປະເພດສິນຄ້າ 407 ປະເພດໃນລາຍການສິນຄ້າອະນຸພັນ (derivative) ຂອງເຫຼັກ ແລະ ອາລູມິນຽມທີ່ຢູ່ພາຍໃຕ້ການຈັດເກັບພາສີນຳເຂົ້າຫຼາຍພາກສ່ວນ (sectoral tariffs)   ໂດຍຈະມີການເຮັດເກັບພາສີໃນອັດຕາ 50% ສຳລັບສ່ວນປະກອບທີ່ເປັນເຫຼັກ ແລະ […]