ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ, ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ 100,000,000 ກີບ, ບໍລີສັດ skv ກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ 100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບ ລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.     ໂອກາດນີ້, ທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດທີ່ມີນໍ້າໃຈສະໜັບສະໝູນທາງດ້ານການເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ […]

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ໃນຕອນເຊົ້າ ວັນທີ 24 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.   ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ມີຄື: ຈຳນວນ 1 ລ້ານໂດລາ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານທົບທວນ ແລະ ປັບປຸງຍຸດທະສາດການພັດທະນາພະລັງງານ […]

ນາຍົກລັດຖະມົນຕີມາເລເຊຍປະກາດແຈກເງິນ ໃຫ້ຜູ້ທີ່ມີອາຍຸ 18ປີຂຶ້ນໄປທຸກຄົນ ຫຼຸດບັນຫາຄ່າຄອງຊີບສູງ

ນາຍົກລັດຖະມົນຕີອັນວາ ອິບຣາຮິມ ຂອງມາເລເຊຍ ປະກາດມາດຕະການໃໝ່ ເພື່ອຈັດການກັບຄວາມກັງວົນຂອງປະຊາຊົນກ່ຽວກັບບັນຫາຄ່າຄອງຊີບທີ່ສູງຂຶ້ນ ຊຶ່ງລວມເຖິງການແຈກເງິນຊ່ວຍເຫຼືອປະຊາຊົນຜູ້ໃຫຍ່ທຸກຄົນ ຄົນລະ 100 ຣິງກິດ ແລະ ຄຳໝັ້ນວ່າຈະຫຼຸດລາຄານ້ຳມັນເຊື້ອເພີງ   ການປະກາດດັ່ງກ່າວເກີດຂຶ້ນກ່ອນແຜນການຈັດການປະທ້ວງໃນນະຄອນກົວລາລຳເປີ ໃນວັນເສົານີ້ (26 ກໍລະກົດ) ໂດຍຮຽກຮ້ອງໃຫ້ ທ່ານ ອັນວາ ລາອອກຈາກຕຳແໜ່ງ ເນື່ອງຈາກບັນຫາລາຄາສິນຄ້າທີ່ສູງຂຶ້ນແລະຄວາມລົ້ມເຫຼວໃນການປະຕິຮູບທີ່ສັນຍາໄວ້ ລວມເຖິງຂໍ້ກັງວົນອື່ນໆ.   ລັດຖະບານຂອງອັນວາໄດ້ດຳເນີນມາດຕະການຫຼາຍຢ່າງເພື່ອກະຕຸ້ນລາຍໄດ້ ແລະ ຜົນຜະລິດໃນປີນີ້ ລວມເຖິງການຂຶ້ນຄ່າແຮງຂັ້ນຕ່ຳ, ການຂຶ້ນຄ່າໄຟຟ້າສຳລັບຜູ້ໃຊ້ໄຟຟ້າລາຍໃຫຍ່ ແລະ ພາສີການຂາຍໃໝ່ສຳລັບໝາກໄມ້ນຳເຂົ້າແລະສິນຄ້າຟຸ່ມເຟືອຍບາງລາຍການ.   ທ່ານ ອັນວາ ກ່າວວ່າມາດຕະການເຫຼົ່ານີ້ມຸ່ງເປົ້າໄປທີ່ທຸລະກິດຂະໜາດໃຫຍ່ ແລະ ກຸ່ມຄົນຮັ່ງມີເປັນຫຼັກ ແຕ່ນັກວິຈານໄດ້ສະແດງຄວາມກັງວົນວ່າຕົ້ນທຶນທີ່ສູງຂຶ້ນຈະຖືກສົ່ງຕໍ່ໄປຍັງຜູ້ບໍລິໂພກໃນທີ່ສຸດຊຶ່ງລວມເຖິງຜູ້ມີລາຍໄດ້ນ້ອຍ ແລະ ປານກາງ.   ເມື່ອວັນພຸດທີ່ຜ່ານມາ ທ່ານອັນວາກ່າວວ່າຄົນມາເລເຊຍທີ່ເປັນຜູ້ໃຫຍ່ທຸກຄົນທີ່ມີອາຍຸ 18 ປີຂຶ້ນໄປຈະໄດ້ຮັບເງິນຊ່ວຍເຫຼືອຄັ້ງດຽວ 100 ຣິງກິດ (ປະມານ 508,000 ກີບ) ຊຶ່ງຈະຈ່າຍຕັ້ງແຕ່ວັນທີ 31 ສິງຫາເປັນຕົ້ນໄປ   ໂດຍລັດຖະບານຈະຈັດສັນເງິນຊ່ວຍເຫຼືອລວມ 15,000 […]

ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ

ສັນຍານການເພີ່ມຂຶ້ນສູງຂອງເງິນເຟີ້ໃນສະຫະລັດທີ່ມາຈາກພາສີຂອງ “ໂດນັລ ທຣຳ”   ຈາກຂໍ້ມູນຫຼ້າສຸດ ບົ່ງຊີ້ວ່າເງິນເຟີ້ໃນສະຫະລັດ ປັບຕົວສູງຂຶ້ນຈາກເດືອນກ່ອນໜ້າທຸກລາຍການ ແລະ ກາຍເປັນປັດໄຈທີ່ຕະຫຼາດກັງວົນວ່າຈະເຮັດໃຫ້ທະນາຄານກາງສະຫະລັດ ຍັງຄົງດອກເບ້ຍໃນລະດັບສູງຕໍ່ໄປ   ກະຊວງແຮງງານສະຫະລັດເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນມາດຕະວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ປະຈຳເດືອນມິຖຸນາ   ພົບວ່າດັດຊະນີ CPI ທົ່ວໄປ (Headline CPI) ເຊິ່ງລວມໝວດອາຫານແລະພະລັງງານ ປັບຕົວຂຶ້ນຮ້ອຍລະ 2.7 ໃນເດືອນມິຖຸນາເມື່ອທຽບລາຍປີ ສູງກວ່າຕົວເລກຄາດການຂອງນັກວິເຄາະທີ່ຮ້ອຍລະ 2.6 ແລະ ເລັ່ງຕົວຂຶ້ນຈາກຮ້ອຍລະ 2.4 ໃນເດືອນພຶດສະພາ   ເມື່ອທຽບລາຍເດືອນ ດັດຊະນີ CPI ທົ່ວໄປ ປັບຕົວຂຶ້ນຮ້ອຍລະ 0.3 ສອດຄ່ອງກັບຕົວເລກຄາດການຂອງນັກວິເຄາະ ແລະ ເລັ່ງຕົວຂຶ້ນຈາກຮ້ອຍລະ 0.1 ໃນເດືອນພຶດສະພາ   ສ່ວນດັດຊະນີ CPI ພື້ນຖານ (Core CPI) ເຊິ່ງບໍ່ນັບລວມໝວດອາຫານແລະພະລັງງານ ປັບຕົວຂຶ້ນຮ້ອຍລະ 2.9 ເມື່ອທຽບລາຍປີ ຕ່ຳກວ່າຕົວເລກຄາດການຂອງນັກວິເຄາະທີ່ຮ້ອຍລະ 3.0 […]

ສຸມໃສ່ດຳເນີນການທົດແທນຄ່າເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ໄທ

ການດັດແກ້ໃບຕາດິນຂອງໂຄງການທາງລົດໄຟ ລາວ-ໄທ ມີຄວາມຊັກຊ້າເປັນອີກບັນຫາໜຶ່ງທີ່ ສະມາຊິກສະພາປະຊາຊົນນະຄອນຫຼວງ ໃຫ້ຄວາມສົນໃຈ ແລະ ໄດ້ຊັກຖາມໃນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 9 ກໍລະກົດ 2025.   ຕໍ່ກັບບັນຫາດັ່ງກ່າວ ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງວ່າ ໂຄງການທາງລົດໄຟ ລາວ-ໄທ ແບ່ງອອກເປັນ 2 ໄລຍະຄື ໄລຍະທີ 1 ໄດ້ດໍາເນີນຊົດເຊີຍ ແລະ ດັດແກ້ໃບຕາດິນສໍາເລັດແລ້ວ ສ່ວນໄລຍະທີ 2 ທາງລົດໄຟມີຄວາມ 7,5 ກິໂລແມັດ ແລ່ນຜ່ານ 5 ບ້ານຄື ບ້ານນາຄວາຍໃຕ້ ບ້ານເມືອງນ້ອຍ ບ້ານສົມສະຫງ່າ ບ້ານໂນນຫວາຍ ແລະ ບ້ານຄໍາສະຫວາດ ໃນເບື້ອງຕົ້ນມີການກໍານົດເຂດສະຫງວນເບື້ອງລະ 40 ແມັດ ມີຈຳນວນຕອນດິນທີ່ຖືກຜົນກະທົບທັງໝົດ […]

ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ

ໃນວັນທີ 1​-3 ກໍລະກົດ ນີ້ ທີ່ ເມືອງ ເຊີວີລ ປະເທດ ເເອັດສະປາຍ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເນປານ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ.​ ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ວິທີການຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ.ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເນື້ອໃນກໍຄືຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາ ເປັນຕົ້ນການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະນາອຸດສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບ ການກະກຽມໃຫ້ເເກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ […]

6 ນິໄສໃຊ້ເງິນ ກຳນົດອະນາຄົດຊີວິດ “ລົ້ມລະລາຍ ພໍຢູ່-ພໍກິນ ຫຼື ຈະເປັນເສດຖີ” ເລືອກເອງໄດ້ !

“ໃຊ້ເງິນແນວໃດ ຊີວິດກໍເປັນແບບນັ້ນ”   ປະໂຫຍກທີ່ເໝືອນເວົ້າໄປເລື່ອຍ ແຕ່ມັນກັບສະທ້ອນຄວາມຈິງຂອງຊີວິດເສຍຍິ່ງກວ່າ   ຫາກພຶດຕິກຳການໃຊ້ເງິນຂອງເຮົາໃນມື້ນີ້ ກຳລັງວາງຮາກຖານໃຫ້ຊີວິດໃນວັນໜ້າ ເປັນຕົວກຳໜົດວ່າມັນຈະເຮັດໃຫ້ເຮົາ ທຸກຍາກ, ພໍຢູ່ ພໍກິນ ຫຼື ເປັນຄົນລວຍ ມັ່ງຄັ່ງ ບໍ່ຕ້ອງເຈັບຫົວກັບເລື່ອງການເງິນ   ກ່າວໃຫ້ເຫັນພາບ ບາງຄົນຫາເງິນເກັ່ງ ແຕ່ເກັບບໍ່ຢູ່ ຂະນະບາງຄົນມີລາຍໄດ້ ຫາເງິນໄດ້ນ້ອຍ ແຕ່ຮູ້ຈັກບໍລິຫານ ສຸດທ້າຍ ຄົນທີ່ໄປໄດ້ໄກ ບໍ່ແມ່ນຄົນທີ່ຫາໄດ້ຫຼ່າຍທີ່ສຸດ ແຕ່ຄືຄົນທີ່ “ໃຊ້ເປັນ” ຫຼາຍທີ່ສຸດ   ແລະ ນີ້ເປັນເຫດຜົນດຽວກັນ ໃນການຕອບຄຳຖາມທີ່ວ່າ: ເງິນເດືອນເທົ່າກັນ ແຕ່ເປັນຫຍັງບາງຄົນລວຍ ບາງຄົນລົ້ມລະລາຍ? ກໍເພາະ “ວິທີໃຊ້ເງິນ” ຕ່າງກັນ   ນິໄສການໃຊ້ເງິນແຕ່ລະແບບ ບໍ່ໄດ້ພຽງແຕ່ສະທ້ອນຕົວຕົນ ແຕ່ມັນກຳລັງ “ຂຽນແຜນທີ່ຊີວິດ” ໃຫ້ເຮົາແບບມິດໆ   ຄຳຖາມສຳຄັນ ຄື ຕອນນີ້ ເຮົາຢູ່ບ່ອນໃດ ໃນເສັ້ນທາງນີ້   ຫາໄດ້ 100 ໃຊ້ […]

ຟຣີ ວີຊາ”ຈີນ” ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ

ປະເທດຈີນກຳລັງປະສົບຜົນສຳເລັດໃນການດຶງດູດນັກທ່ອງທ່ຽວຕ່າງຊາດເຂົ້າສູ່ປະເທດ ດ້ວຍກະແສຕອບຮັບທີ່ດີ ແລະ ຄົນຫລັ່ງໄຫລເຂົ້າມາຫຼາຍຂຶ້ນ   ໂດຍຂໍ້ມູນຫຼ້າສຸດ ຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວຂອງຈີນ ທີ່ໄດ້ເປີດເຜີຍ ໃນລາຍການ China Economic Roundtable ຂອງສຳນັກຂ່າວຊິນຫົວເມື່ອບໍ່ດົນມານີ້ລະບຸວ່າ ປີທີ່ຜ່ານມາ (ປີ 2024) ມີນັກທ່ອງທ່ຽວຂາເຂົ້າສູ່ຈີນໃນປີ 2024 ຫຼາຍເຖິງ 132 ລ້ານຄົນ ແລະ ຍັງມີການໃຊ້ຈ່າຍສູງເຖິງ 94,200 ລ້ານໂດລາສະຫະລັດ   ເພີ່ມຂຶ້ນເຖິງ 97.2% ຈາກປີກ່ອນ ສ່ວນປີນີ້ກໍຍັງຮ້ອນແຮງຕໍ່ເນື່ອງ ເພາະມີຕົວເລກນັກທ່ອງທ່ຽວຂາເຂົ້າສູ່ຈີນໃນໄຕມາດທຳອິດ (ມັງກອນ-ມີນາ) ຂອງປີນີ້ຢູ່ທີ່ 35.02 ລ້ານຄົນ ເພີ່ມຂຶ້ນ 19.6% ເມື່ອທຽບປີຕໍ່ປີ   ຕົວເລກການໃຊ້ຈ່າຍໃນຈີນ ກາລັນຕີໄດ້ຊັດເຈນຈາກຍອດການໃຊ້ຈ່າຍໃນການເດີນທາງເຂົ້າປະເທດ ເຊັ່ນ: ຜູ້ໃຫ້ບໍລິການຊຳລະເງິນຜ່ານໂທລະສັບມືຖືລາຍໃຫຍ່ຢ່າງ Alipay ຂອງຈີນອອກລາຍງານວ່າການໃຊ້ຈ່າຍຂອງນັກທ່ອງທ່ຽວຂາເຂົ້າເພີ່ມຂຶ້ນ 180% ຕັ້ງແຕ່ວັນທີ 1 ເຖິງ 3 ພຶດສະພາຂອງປີນີ້ ເມື່ອທຽບກັບຊ່ວງເວລາດຽວກັນຂອງປີກ່ອນ (ປີ […]

ຈີນເດີນໜ້າຜັກດັນ “ຢວນດິຈິທັລ” ໃຊ້ແທນໂດລາ ແນໃສ່ການສ້າງລະບົບການເງິນໂລກແບບຫຼາຍຂັ້ວ

“ພານ ກົງເຊີ່ງ” ຜູ້ວ່າການທະນາຄານກາງຈີນ ລະບຸວ່າ ກຽມຈະສະໜັບສະໜູນການໃຊ້ເງິນຢວນດິຈິທັລໃນລະດັບສາກົນ ໂດຍຈີນຈະຈັດຕັ້ງສູນປະຕິບັດການລະຫວ່າງປະເທດສຳລັບເງິນຫຍວນດິຈິທັລໃນນະຄອນຊຽງໄຮ້   ລາວກ່າວເລື່ອງນີ້ໃນງານ “ລູ່ເຈຍຊຸຍ ຟອລັມ” (Lujiazui Forum) ຊຶ່ງເປັນການລວມຕົວຂອງຜູ້ບໍລິຫານລະດັບສູງ ແລະ ຫນ່ວຍງານກຳກັບດູແລອຸດສາຫະກໍາ ການເງິນທັງໃນປະເທດ ແລະ ຕ່າງປະເທດ ຫຼັງຈາກຄວາມຕ້ອງການເງິນຢວນດິຈິທັລທົ່ວໂລກກັບມາຄຶກຄັກອີກຄັ້ງ ເນື່ອງຈາກຄວາມຕຶງຄຽດດ້ານການຄ້າຈາກນະໂຍບາຍກຳແພງພາສີຂອງສະຫະລັດ ເຮັດໃຫ້ຜູ້ລົງທຶນຊອກຫາທາງເລືອກອື່ນແທນໂດລາ   ຂະນະດຽວກັນ ຈີນກຳລັງເລັ່ງພັດທະນາລະບົບການເງິນທີ່ເປັນອິດສະຫຼະຈາກຕະວັນຕົກ ຊຶ່ງການເຄື່ອນໄຫວດັ່ງກ່າວໄດ້ຮັບແຮງຜັກດັນຈາກຮູບແບບການຄ້າທີ່ປ່ຽນໄປ ປະກອບກັບການປັບໂຄງສ້າງທາງການຈັດຕັ້ງທາງການເມືອງແລະເສດຖະກິດໃນລະດັບໂລກ   ຜູ້ວ່າການທະນາຄານກາງຈີນຍັງໄດ້ຮຽກຮ້ອງໃຫ້ພັດທະນາລະບົບສະກຸນເງິນໂລກແບບຫຼາຍຂັ້ວ (multi-polar)   ໂດຍລະບຸວ່າ ການພັດທະນາລະບົບການເງິນລະຫວ່າງປະເທດແບບຫຼາຍຂັ້ວຈະຊ່ວຍຫຼຸດຈຳກັດເລື່ອງສະກຸນເງິນ ເພີ່ມຄວາມຍືດຫຍຸ່ນ ແລະ ປົກປ້ອງສະຖຽນລະພາບທາງການເງິນໄດ້ຫຼາຍຂຶ້ນ   ລະບົບການເງິນແບບຫຼາຍຂັ້ວດັ່ງກ່າວຈະຊ່ວຍເປີດທາງໃຫ້ບາງສະກຸນເງິນມີອຳນາດໃນທ້ອງຖິ່ນ ແລະ ຫຼຸດການພຶ່ງພາໂດລາສະຫະລັດ ສະກຸນເງິນຕ່າງໆ ຈະແຂ່ງຂັນກັນໂດຍມີການກວດສອບ ແລະ ການດຸ່ງດ່ຽງ   ທັງນີ້ ມາດຕະການກຳແພງພາສີທີ່ເຂັ້ມງວດຂອງສະຫະລັດ ໄດ້ສັ່ນສະເທື່ອນເຖິງຄວາມເຊື່ອມັ່ນຕໍ່ສະກຸນເງິນໂດລາສະຫະລັດ ແລະ ສິນຊັບອື່ນໆ ຂອງສະຫະລັດ ສົ່ງຜົນໃຫ້ນັກລົງທຶນສະເລ່ຍການໃຊ້ໂດລາສະຫະລັດ ຫັນໄປໃຊ້ເອີຣົບ ແລະ ສະກຸນເງິນອື່ນໆ ເອເຊຍແທນ […]

ລາຄານ້ຳມັນດິບສູງຂຶ້ນ ຫຼັງ “ທຣໍາ” ເຕືອນຄົນອີຣ່ານໃຫ້ອົບພະຍົບ

ລາຄານ້ຳມັນສູງຂຶ້ນ ຫຼັງຈາກທີ່ ໂດນັລດ໌ ທຣໍາ ປະທານາທິບໍດີສະຫະລັດ ເຕືອນຄົນອີຣ່ານໃນກຸງເຕຫະຣານ ເກືອບ 10 ລ້ານຄົນ ໃຫ້ອົບພະຍົບອອກຈາກເມືອງ   ທ່າມກາງຄວາມກັງວົນວ່າຈະເກີດສົງຄາມເຕັມຮູບແບບ ລະຫວ່າງອີຣ່ານກັບອິສຣາເອນທີ່ໂຈມຕີກັນໄປມາຢ່າງຮຸນແຮງ   ລາຄານ້ຳມັນສູງຂຶ້ນເກືອບ 2 ເປີເຊັນ ໃນມື້ນີ້ ໂດຍລາຄານ້ຳມັນດິບເວສທ໌ເທັກຊັສອິນເຕີມີເດຍຕ໌ ຫຼື WTI ສູງຂຶ້ນ 1.7% ສູ່ລະດັບ 73 ໂດລາຕໍ່ບາເຣນ ຊຶ່ງສະຖານະການທີ່ຍັງບໍ່ແນ່ນອນ ແລະ ການສູ້ຮົບທີ່ອາດຮຸນແຮງຂຶ້ນ ອາດເຮັດໃຫ້ລາຄານ້ຳມັນສູງຂຶ້ນຫຼາຍກວ່ານີ້ອີກ   ເຖິງແມ່ນຈະມີຂ່າວອອກມາວ່າອີຣ່ານຕ້ອງການເຮັດຂໍ້ຕົກລົງຢຸດຍິງກັບອິສຣາເອລ ຊຶ່ງເຮັດໃຫ້ລາຄານ້ຳມັນຫຼຸດລົງມາໜ້ອຍໜື່ງມື້ວານນີ້ ແຕ່ການສູ້ຮົບທີ່ຍັງເກີດຂຶ້ນ ກໍ່ເຮັດໃຫ້ລາຄານ້ຳມັນກັບມາສູງຂຶ້ນອີກຄັ້ງ   ຢ່າງໃດກໍ່ຕາມ ນັກລົງທຶນສ່ວນໜື່ງເຊື່ອວ່າ ລາຄານ້ຳມັນບໍ່ນ່າຈະສູງຂຶ້ນຫຼາຍໄປກວ່ານີ້ ເນື່ອງຈາກແຫຼ່ງສົ່ງອອກນ້ຳມັນດິບທີ່ສຳຄັນຂອງອີຣ່ານຍັງບໍ່ໄດ້ຮັບຜົນກະທົບຈາກການໂຈມຕີຂອງອິສຣາເອລ ແລະ ອີຣ່ານຍັງບໍ່ສົ່ງສັນຍານວ່າຈະປິດຊ່ອງແຄບຮໍມຸຊ ຊຶ່ງເປັນເສັ້ນທາງລຳລຽງນ້ຳມັນທີ່ສຳຄັນໃນຕາເວັນອອກກາງ