ວິທີງ່າຍໆ ໃນການຫຸງເຂົ້າ ໃຫ້ໄດ້ໂປຣຕີນເທົ່າກັບຊີ້ນງົວ 100 ກຣາມ ກິນດີ ຫຼຸດນ້ຳໜັກ ຕ້ານພະຍາດເບົາຫວານ-ມະເຮັງ!

ຫຸງເຂົ້າແບບນີ້ ໂປຣຕີນເທົ່າກັບກິນຊີ້ນງົວ 100 ກຣາມ ແຕ່ດີກວ່າຕອນບໍ່ເພີ່ມໄຂມັນອິ່ມຕົວ ເຮັດງ່າຍ ສຸຂະພາບດີ ເຂົ້າແມ່ນອາຫານຫຼັກຂອງຄົນລາວ ແລະ ຫຼາຍປະເທດໃນເອເຊຍ ແຕ່ຮູ້ຫຼືບໍ່ວ່າ “ການໃສ່ຖົ່ວ” ລົງໄປຂະນະຫຸງເຂົ້າ ສາມາດເພີ່ມຄຸນຄ່າທາງໂພຊະນາການໄດ້ຢ່າງໜ້າປະຫລາດໃຈ! ຫຼ້າສຸດຜູ້ຊ່ຽວຊານດ້ານສຸຂະພາບ ແລະ ອາຍຸຍືນຈາກສະຫະລັດ ແນະນຳໃຫ້ທຸກບ້ານຫັນມາໃສ່ຖົ່ວໃນເຂົ້າຈ້າວ ເພື່ອຍົກລະດັບສານອາຫານທີ່ໄດ້ຮັບໃນແຕ່ລະມື້ “Dan Buettner” ນັກວິໄຈຊື່ດັງດ້ານອາຍຸຍືນຈາກສະຫະລັດ ແລະ ຜູ້ສຶກສາ “Blue Zones” ຫຼື ພື້ນທີ່ທີ່ມີຄົນອາຍຸຍືນທີ່ສຸດໃນໂລກ ເປີດເຜີຍວ່າ ການຫຸງເຂົ້າພ້ອມກັບຖົ່ວຫຼາກຊະນິດ ເຊັ່ນ: ຖົ່ວແດງ ຖົ່ວດຳ ຖົ່ວຂຽວ ຊ່ວຍເພີ່ມປະລິມານໂປຣຕີນ ເສັ້ນໃຍ ແລະ ວິຕາມິນໃຫ້ກັບມື້ອາຫານຢ່າງເຫັນໄດ້ຊັດ ໂດຍເຂົ້າຖົ່ວ 1 ຖ້ວຍສາມາດ ໃຫ້ໂປຣຕີນໃນລະດັບເທົ່າກັບການກິນຊີ້ນງົວ 100 ກຣາມ ແຕ່ບໍ່ມີໄຂມັນອິ່ມຕົວທີ່ເປັນອັນຕະລາຍຕໍ່ຫົວໃຈ ນອກຈາກນີ້ຍັງອຸດົມໄປດ້ວຍສານອາຫານສຳຄັນ ເຊັ່ນ: ໃຍອາຫານປະມານ 3 ກຣາມ, ໂຟເລດ (ວິຕາມິນ […]
ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ໄຂມັນພອກຕັບບໍ່ຮູ້ຕົວ

ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ນ້ຳໜັກຂຶ້ນ ໄຂມັນພອກຕັບບໍ່ຮູ້ຕົວ ຫຼາຍຄົນເຊື່ອວ່າການກິນໝາກໄມ້ຫຼາຍໆ ຈະຍິ່ງດີຕໍ່ສຸຂະພາບ ເພາະໝາກໄມ້ມີວິຕາມິນ ໄຟເບີ ແລະ ສານຕ້ານອະນຸມູນອິດສະລະ ແຕ່ແພດຜູ້ຊ່ຽວຊານດ້ານສຸຂະພາບຈາກໄຕ້ຫວັນ ດຣ.ຫລິວ ປ໋ອເຫິນ (Dr. Liu Bo-Ren) ອອກມາເຕືອນວ່າ ໝາກໄມ້ອາດກາຍເປັນ “ກັບດັກສຸຂະພາບ” ໄດ້ເຊັ່ນກັນ ໝາກໄມ້ເປັນແຫຼ່ງຂອງຄາໂບໄຮເດຣດຊະນິດໜຶ່ງ ຊຶ່ງມີນ້ຳຕານຟຣຸກໂຕສເປັນສ່ວນປະກອບ ເມື່ອຮ່າງກາຍຮັບເຂົ້າໄປຫຼາຍເກີນໄປ ຕັບຈະປ່ຽນນ້ຳຕານຟຣຸກໂຕສເຫຼົ່ານີ້ໄປເປັນໄຂມັນ ເຮັດໃຫ້ເກີດພາວະໄຂມັນພອກຕັບ ພາວະດື້ຕໍ່ອິນຊູລິນ ຫຼືແມ້ກະທັ້ງນ້ຳໜັກຕົວເພີ່ມຂຶ້ນ ຕົວຢ່າງກໍລະນີຈາກຊີວິດຈິງ ມີຍິງອາຍຸໃກ້ 60 ປີຄົນໜຶ່ງທີ່ກັບໄປກວດສຸຂະພາບ ແລະ ຍອມຮັບວ່າ ນ້ຳໜັກຕົວເພີ່ມຂຶ້ນຢ່າງເຫັນໄດ້ຊັດ ແຕ່ນາງບອກກັບໝໍວ່າ: “ຂ້ອຍມັກກິນໝາກໄມ້ຫຼາຍ ມື້ໜຶ່ງກິນຕັ້ງ 5-6 ຊະນິດ ລວມແລ້ວປະມານ 5-6 ສ່ວນຕໍ່ມື້ ແບບນີ້ຖືວ່າຫຼາຍໄປບໍ?” ນາງຄິດວ່າໝາກໄມ້ທຸກຊະນິດລ້ວນມີປະໂຫຍດ ແລະ ຖ້າບໍ່ກິນກໍ່ຄືກັບຂາດຫາຍແມ່ນຫຍັງໄປ ດຣ.ຫລິວຊີ້ແຈງວ່າ […]
ຍີ່ປຸ່ນສ້າງຖ້ຳເລິກ 94 ແມັດ ຫວັງສຶກສາ “ຕົ້ນກຳເນີດຂອງສານທາດ”

ຍີ່ປຸ່ນເປີດໂຕຖ້ຳເລິກ 94 ແມັດ ທີ່ສ້າງຂຶ້ນສຳລັບໃຊ້ເປັນທີ່ຕັ້ງຂອງຫໍສັງເກດການພິເສດ ເພື່ອສຶກສາຕົ້ນກຳເນີດຂອງສານທາດໃນປີ 2028 ສະຖາບັນຄົ້ນຄວ້າລັງສີຄອສມິກແຫ່ງມະຫາວິທະຍາໄລໂຕກຽວ (The University of Tokyo’s Institute for Cosmic Ray Research) ຫຼື ICRR ໄດ້ເປີດໂຕຖ້ຳທີ່ມີຄວາມເລິກ 94 ແມັດ ແລະມີເສັ້ນຜ່ານສູນກາງ 69 ແມັດ ຢູ່ເມືອງຮິດະ ແຂວງກິຟຸ ໂດຍຕັ້ງເປົ້າສ້າງຫໍສັງເກດການນິວຕິໂນໃຕ້ດິນ ຫຼື Hyper-Kamiokande Underground Neutrino Observatory ຫໍສັງເກດການ Hyper-Kamiokande ກຳລັງຖືກສ້າງຂຶ້ນໃຕ້ພູເຂົາທີ່ຄວາມເລິກ 600 ແມັດ ເປັນຫໍສັງເກດການທີ່ໃຊ້ສຳລັບກວດຈັບແລະສຶກສາກ່ຽວກັບອະນຸພາກນິວຕິໂນ ຊຶ່ງຈະຊົນກັບອິເລັກຕອນໃນນ້ຳແລະອະນຸພາກຕ່າງໆ ພາຍໃນຖ້ຳ ວິສະວະກອນຈະສ້າງຖັງຮູບຮ່າງກະບອກຂະໜາດໃຫຍ່ຫຼວງສູງ 71 ແມັດ ເສັ້ນຜ່ານສູນກາງ 68 ແມັດ ຕິດຕັ້ງຝາປ່ຽງທີ່ມີເຄື່ອງຕົວຈັບແສງຫຼາຍຫມື່ນຕົວ ແລະເຕີມນ້ຳບໍລິສຸດລົງໄປເຖິງ 260,000 ໂຕນ ເພື່ອຕົວຈັບພາບປະຕິກິລິຍາທີ່ອະນຸພາກນິວຕິໂນກະທຳກັບນ້ຳ ເຊິ່ງດ້ວຍພື້ນທີ່ດັ່ງກ່າວ ຈະເຮັດໃຫ້ນັກຄົ້ນຄວ້າສາມາດສັງເກດການໄດ້ແມ່ນຍຳຫຼາຍຂຶ້ນ ການຄົ້ນຄວ້ານີ້ຫວັງສຶກສາກ່ຽວກັບຕົ້ນກຳເນີດຂອງສານທາດໂດຍສະເພາະ ເດີມທີຫໍສັງເກດການແຫ່ງນີ້ມີກຳນົດເປີດໃຊ້ງານໃນປີ […]
2 ປີນັກສັດ ດວງເງິນເດັ່ນ ເງິນມາແບບບໍ່ຮູ້ຕົວ ແຖມລຸ້ນໂຊກບໍ່ຄາດຝັນ

ເຊັກດວງການເງິນ 12 ປີນັກສັດ ປະຈຳເດືອນກໍລະກົດ 2025 ແນວໂນ້ມດວງການເງິນ ທີ່ມີທັງນັກສັດທີ່ມີດວງໂດດເດັ່ນ ແລະ ດວງທີ່ຕ້ອງລະວັງເລື່ອງການໃຊ້ຈ່າຍ ໂດຍມີຄຳທຳນາຍ ດັ່ງນີ້: ປີສະຫຼຸ ປີມະເສັງ ປີມະແມ ເງິນທອງໄຫຼມາເທມາ ມີລາຍໄດ້ມາຈາກຫຼາຍຊ່ອງທາງເພາະຄວາມສາມາດລ້ວນໆ ປີຊວດ ປີຂານ ປີຈໍ ເງິນທອງສະດຸດຕິດຂັດງ່າຍ ເພາະຄວາມຢາກມີຢາກໄດ້ຫຼືໃຊ້ເງິນເກີນຕົວ ຕ້ອງລະວັງ ປີເຖາະ ປີມະໂຣງ ປີວອກ ປີກຸນ ເງິນທອງເຂົ້າງ່າຍອອກງ່າຍ ລາຍໄດ້ສະພັດຫາເງິນເກັ່ງ ແຕ່ມີລາຍຈ່າຍທີ່ບໍ່ອາດຫຼີກລ່ຽງໄດ້ ປີມະເມຍ ປີລະກາ ເງິນທອງໄດ້ມາແບບບໍ່ທັນຕັ້ງຕົວ ສ່ວນໃຫຍ່ໄດ້ມາໃນຮູບແບບມໍລະດົກ ຂອງຂວັນ ຫຼື ໂຊກລາບທີ່ບໍ່ໄດ້ຄາດຫວັງ
ນອນໜ້ອຍກວ່າ 6 ຊົ່ວໂມງ ແຕ່ບໍ່ນອນກາງເວັນ ສ່ຽງອຳພາດ 82 ເປີເຊັນ

ໃຜນອນໜ້ອຍກວ່າ 6 ຊົ່ວໂມງ ແຕ່ບໍ່ນອນກາງເວັນ ສ່ຽງອຳພາດ 82 ເປີເຊັນ ການນອນຫຼັບໜ້ອຍກັບຄວາມສ່ຽງໂລກຫຼອດເລືອດສະໝອງໃນຜູ້ທີ່ມີພາວະເມຕາບໍລິກຊິນໂດຣມ ການສຶກສານີ້ພົບວ່າ ການນອນຫຼັບໜ້ອຍກວ່າ 6 ຊົ່ວໂມງຕໍ່ຄືນເພີ່ມຄວາມສ່ຽງຕໍ່ໂລກຫຼອດເລືອດສະໝອງຢ່າງມີຄວາມສຳຄັນ ໂດຍສະເພາະໃນ ຜູ້ຍິງ ຫຼື ຜູ້ທີ່ມີອາຍຸ 45 – 65 ປີ ແລະ ຜູ້ທີ່ມີພາວະຄວາມດັນໂລຫິດສູງ ຄວາມສ່ຽງທີ່ເພີ່ມຂຶ້ນ (%) ນອນ ເທົ່າກັບຫຼືໜ້ອຍກວ່າ 6 ຊົ່ວໂມງຕໍ່ຄືນ ຈະຄວາມສ່ຽງເພີ່ມຂຶ້ນ 65 ເປີເຊັນ (HR = 1.65) ນອນລວມ ນ້ອຍກວ່າ 7 ຊົ່ວໂມງຕໍ່ວັນ ຈະຄວາມສ່ຽງເພີ່ມຂຶ້ນ 62 ເປີເຊັນ (HR = 1.62) ນອນ ເທົ່າກັບຫຼືນ້ອຍກວ່າ 6 ຊົ່ວໂມງ ແລະ ບໍ່ນອນກາງວັນ ຈະຍິ່ງເພີ່ມຄວາມສ່ຽງເພີ່ມຂຶ້ນ […]
ລະວັງ!! ໃສ່ຄອນແທັກເລນຜິດວິທີ ສ່ຽງເປັນ ‘ແຜທີ່ກະຈົກຕາ’ ເຖິງຂັ້ນຕາບອດຖາວອນ

ໝໍເຕືອນ ໃສ່ຄອນແທັກເລນບໍ່ສະອາດ ໃສ່ນອນ ຫຼື ໃສ່ດົນເກີນ 8 ຊົ່ວໂມງ ສ່ຽງເກີດ “ແຜກະຈົກຕາ” ຕິດເຊື້ອຮຸນແຮງຮອດຂັ້ນຕາບອດ ແນະວິທີປ້ອງກັນແລະຮັກສາ ໂຮງຫມໍເມັຕຕະປະຊາຣັກ (ວັດໄຣ່ຂິງ) ກົມການແພດ ເຕືອນໄພ “ແຜທີ່ກະຈົກຕາ” ພາວະອັນຕະລາຍທີ່ຫຼາຍຄົນເບິ່ງຂ້າມ ໂດຍສະເພາະໃນກຸ່ມຜູ້ທີ່ໃສ່ຄອນແທັກເລນເປັນປະຈຳທັງເພື່ອຄວາມສວຍງາມຫຼືການແກ້ໄຂບັນຫາສາຍຕາ ເພາະຖ້າໃຊ້ງານຢ່າງບໍ່ຖືກວິທີ ເຊັ່ນ: ໃສ່ເລນດົນເກີນໄປ ບໍ່ຖອດຕອນນອນ ຫຼື ບໍ່ຮັກສາຄວາມສະອາດຢ່າງເໝາະສົມ ອາດນຳໄປສູ່ການອັກເສບ ຕິດເຊື້ອ ແລະ ຮຸນແຮງຮອດຂັ້ນສູນເສຍການເບິ່ງເຫັນຖາວອນ ນາຍແພດໄພໂຣຈນ໌ ສຸລັດຕະນະວະນິດ ຮອງອະທິບໍດີກົມການແພດ ເປີດເຜີຍວ່າ ປັດຈຸບັນການໃຊ້ຄອນແທັກເລນໄດ້ຮັບຄວາມນິຍົມຫຼາຍຂຶ້ນ ແຕ່ໃນຂະນະດຽວກັນບັນຫາສຸຂະພາບຕາທີ່ເກີດຈາກການໃຊ້ງານບໍ່ເໝາະສົມກໍເພີ່ມຂຶ້ນນຳ ໂດຍສະເພາະ “ແຜທີ່ກະຈົກຕາ” ຊຶ່ງເກີດຈາກຫຼາຍສາເຫດ ບໍ່ວ່າຈະເປັນການສີຕາແຮງໆ ການໃສ່ເລນຄ້າງຄືນ ຫຼື ການໃຊ້ຄອນແທັກເລນທີ່ບໍ່ສະອາດ ນອກຈາກນີ້ຜູ້ທີ່ມີພາວະຕາແຫ້ງ ຫຼື ພູມແພ້ຍັງມີຄວາມສ່ຽງຫຼາຍກວ່າຄົນທົ່ວໄປ ຖ້າມີອາການຕາແດງ ປວດຕາ ແສບຕາ ນ້ຳຕາໄຫຼ ຫຼື ເບິ່ງເຫັນບໍ່ແຈ້ງມົວ ຄວນຟ້າວພົບແພດໂດຍດ່ວນ […]
ປະຫວັດຄວາມເປັນມາ “ບຸນເຂົ້າພັນສາ” (ວັນອາສາລະຫະບູຊາ) ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025

ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025 ຂື້ນ 15 ຄ່ຳເດືອນ 8 ລາວ ພ.ສ 2568✨️🙏🌻 ວັນເຂົ້າພັນສາເປັນວັນສຳຄັນໃນທາງພຣະພຸທທະສາສນາອີກວັນໜື່ງ ປີໜື່ງມີເທື່ອດຽວ ແລະ ມີກຳໜົດສາມເດືອນ ຫລື ຫນຶ່ງໄຕຣມາດ ເພື່ອໃຫ້ບັນພະຊິດ ແລະ ຄະຣຶຫັດອຸປາສົກ,ອຸປາສິກາ,ເຍົາວະຊົນ ຜູ້ມີຈິດສັທທາໄດ້ພໍ່າເພັງສີລທານ,ພາວະນາແລະ ຖວາຍທານ ໃຫ້ບໍລິສຸດເຕັມໄຕຣມາດສາມເດືອນ ເພື່ອປະໂຍດຕົນ,ປະໂຍດຜູ້ອື່ນ ແລະເພື່ອເພິ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ ເຕັມປ່ຽມ ມີການຖວາຍຜ້າອາບນໍ້າຝົນແລະຜ້າໄຕຣຈີວອນເປັນຕົ້ນ. ໃນໄລຍະຊ່ວງເຂົ້າພັນສານີ້ພຣະສົງຄ໌ຈະອະທິຖານວ່າຈະປະຈຳຢູ່ທີ່ໃດທີ່ນໜຶ່ງຕະຫຼລອດລະດູຝົນທີ່ມີກຳນົດໄລຍະເວລາ ສາມເດືອນ ຕາມທີ່ພຣະທັມວິນັຍ ບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ ວັນແຮມ 1 ຄໍ່າ ເດືອນແປດຂອງທຸກປີເຖິງວັນຂຶ້ນ 15 ຄໍ່າເດືອນ11 (ຖ້າປີນັ້ນມີເດືອນແປດສອງຫົນ ກໍຈະນັບເດືອນແປດຫລັງໄປ) ໃນສະໃໝຕົ້ນພຸທທະກາລ ພຣະພຸທທະເຈົ້າບໍ່ໄດ້ວາງລະບຽບ ເລື່ອງການເຂົ້າພັນສາໄວ້ ແຕ່ການເຂົ້າ ພັນສານັ້ນເປັນສິ່ງທີ່ ພຣະພຸທອົງຄ໌ ແລະ ພຣະສົງຄ໌ສາວົກໄດ້ປະຕິບັດກັນມາໂດຍຕລອດ […]
ໝໍໄຕ້ຫວັນແນະນຳ “ຂອງຫວານ” 1 ຊະນິດ ຊ່ວຍຫຼຸດນ້ຳໜັກໄດ້ ກິນພຽງມື້ລະຖ້ວຍ ຊ່ວຍຫຼູດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນ

“ຂອງຫວານ” ຢ່າງໜຶ່ງຊ່ວຍຫຼຸດນ້ຳໜັກໄດ້! “ບໍ່ຕ້ອງອອກກຳລັງກາຍຫຼືອົດອາຫານ” ກິນພຽງມື້ລະຖ້ວຍ ກໍຊ່ວຍເຜົາຜານໄຂມັນ ນາຍແພດຊຽວ ຈ້ຽນຈ້ຽນ ຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກ ຄົນໄຕ້ຫວັນ ເປີດເຜີຍວ່າ ເມື່ອແບັກທີເຣຍຊະນິດ “ໄຟມິຄິວຕສ໌” ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກທີ່ເກີດຈາກການຫມັກອາຫານທີ່ມີໄຟເບີສູງ ແລະ ແປ້ງດື້ ຈະຊ່ວຍຫຼຸດໄຂມັນໃນຕັບແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ຜົນລັບຄ້າຍກັບການກິນອາຫານຄາບໂບໄຮເດຣຕຕ່ຳ ລາວແນະນຳໃຫ້ກິນ “ຖົ່ວຂຽວຕົ້ມ” ເພາະອຸດົມໄປດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ຊຶ່ງຊ່ວຍສົ່ງເສີມການເຜົາຜານໄຂມັນຕາມທຳມະຊາດ “ທີ່ດີຍິ່ງກວ່ານັ້ນຄື ເຮົາບໍ່ຕ້ອງທໍລະມານກັບການງົດແປ້ງແບບສຸດໂຕ່ງ ພຽງແຕ່ປ່ຽນປະເພດຂອງອາຫານຫຼັກ ກໍສາມາດເປີດສະວິຊການເຜົາຜານໄຂມັນໃນຮ່າງກາຍໄດ້ຢ່າງງ່າຍດາຍ” ທ່ານໝໍກ່າວ ໝໍຊຽວ ຈ້ຽນຈ້ຽນ ອະທິບາຍຜ່ານເຟດບຸກແຟນເພດວ່າ ຈາກງານວິໄຈໃໝ່ຫຼ້າສຸດໃນວາລະສານ Cell Metabolism ພົບວ່າ ເມື່ອແບັກທີເຣັຍຊະນິດ Bacteroides ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກ (Acetate) ຊຶ່ງເກີດຈາກການຫມັກຂອງອາຫານທີ່ມີໃຍອາຫານສູງ ແລະ ແປ້ງດື້ ຈະຊ່ວຍລົດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ໂດຍໃຫ້ຜົນຄ້າຍກັບການຄວບຄຸມອາຫານແບບຄີໂຕຫຼືໂລວ໌ຄາບ (ກິນແປ້ງໜ້ອຍ) “ເມື່ອເຮົາກິນກ້ວຍດິບ ມັນເທດທີ່ຕົ້ມແລ້ວແຊ່ເຢັນ […]
6 ນິໄສໃຊ້ເງິນ ກຳນົດອະນາຄົດຊີວິດ “ລົ້ມລະລາຍ ພໍຢູ່-ພໍກິນ ຫຼື ຈະເປັນເສດຖີ” ເລືອກເອງໄດ້ !

“ໃຊ້ເງິນແນວໃດ ຊີວິດກໍເປັນແບບນັ້ນ” ປະໂຫຍກທີ່ເໝືອນເວົ້າໄປເລື່ອຍ ແຕ່ມັນກັບສະທ້ອນຄວາມຈິງຂອງຊີວິດເສຍຍິ່ງກວ່າ ຫາກພຶດຕິກຳການໃຊ້ເງິນຂອງເຮົາໃນມື້ນີ້ ກຳລັງວາງຮາກຖານໃຫ້ຊີວິດໃນວັນໜ້າ ເປັນຕົວກຳໜົດວ່າມັນຈະເຮັດໃຫ້ເຮົາ ທຸກຍາກ, ພໍຢູ່ ພໍກິນ ຫຼື ເປັນຄົນລວຍ ມັ່ງຄັ່ງ ບໍ່ຕ້ອງເຈັບຫົວກັບເລື່ອງການເງິນ ກ່າວໃຫ້ເຫັນພາບ ບາງຄົນຫາເງິນເກັ່ງ ແຕ່ເກັບບໍ່ຢູ່ ຂະນະບາງຄົນມີລາຍໄດ້ ຫາເງິນໄດ້ນ້ອຍ ແຕ່ຮູ້ຈັກບໍລິຫານ ສຸດທ້າຍ ຄົນທີ່ໄປໄດ້ໄກ ບໍ່ແມ່ນຄົນທີ່ຫາໄດ້ຫຼ່າຍທີ່ສຸດ ແຕ່ຄືຄົນທີ່ “ໃຊ້ເປັນ” ຫຼາຍທີ່ສຸດ ແລະ ນີ້ເປັນເຫດຜົນດຽວກັນ ໃນການຕອບຄຳຖາມທີ່ວ່າ: ເງິນເດືອນເທົ່າກັນ ແຕ່ເປັນຫຍັງບາງຄົນລວຍ ບາງຄົນລົ້ມລະລາຍ? ກໍເພາະ “ວິທີໃຊ້ເງິນ” ຕ່າງກັນ ນິໄສການໃຊ້ເງິນແຕ່ລະແບບ ບໍ່ໄດ້ພຽງແຕ່ສະທ້ອນຕົວຕົນ ແຕ່ມັນກຳລັງ “ຂຽນແຜນທີ່ຊີວິດ” ໃຫ້ເຮົາແບບມິດໆ ຄຳຖາມສຳຄັນ ຄື ຕອນນີ້ ເຮົາຢູ່ບ່ອນໃດ ໃນເສັ້ນທາງນີ້ ຫາໄດ້ 100 ໃຊ້ […]
ຜັກຊີລາວ ສະໝຸນໄພກິ່ນແຮງທີ່ຫຼາຍຄົນບໍ່ມັກກິນ ແຕ່ມີປະໂຫຍດຫຼາຍກວ່າທີ່ຄິດ!

ຜັກຊີລາວ ເປັນສະໝຸນໄພບ້ານໆ ທີ່ອຸດົມໄປດ້ວຍປະໂຫຍດ ທັງຊ່ວຍຍ່ອຍ ຂັບລົມ ຫຼຸດກິ່ນປາກ ແຖມຍັງມີສານຕ້ານອະນຸມູນອິດສະຫຼະອີກຫຼາຍ ແລ້ວຮູ້ບໍ່ວ່າດຽວນີ້ຄົນຮຸ່ນໃໝ່ຫຼາຍຄົນບໍ່ມັກກິນກັນເພາະ “ເປັນຜັກທີ່ມີກິ່ນສະເພາະຕົວ” ທັງທີ່ຈິງແລ້ວ ມັນດີຕໍ່ຮ່າງກາຍຫຼາຍ ຜັກຊີລາວແມ່ນຫຍັງ? ຜັກຊີລາວ (ຊື່ວິທະຍາສາດ: Anethum graveolens) ເປັນພືດລົ້ມລຸກໃນຕະກູນດຽວກັບຜັກຊີ, ແຄຣອດ ຫຼື ຂຶ້ນສ່າຍ ໜ້າຕາຂອງຜັກຊີລາວຄ່ອນຂ້າງເປັນເອກະລັກ ໃບຝອຍລະອຽດ ສີຂຽວອ່ອນ ອອກດອກເປັນຊໍ່ນ້ອຍໆ ສີເຫຼືອງອ່ອນໆ ຄ້າຍຄັນຮົ່ມຄວ່ຳ ເວລາມີດອກບານເຕັມທີ່ກໍງາມໄປອີກແບບ ແລະ ມີກິ່ນຫອມຊຸນເປັນເອກະລັກສະເພາະຕົວ ທີ່ຄ່ອນຂ້າງແຮງ ແລະ ໂດດເດັ່ນ ລົດຊາດອອກໄປທາງຊ່າໆ ຊ່າລີ້ນໜ້ອຍໜຶ່ງ ນິຍົມໃຊ້ໃນອາຫານຫຼາຍປະເພດເຊັ່ນ: ແກງອ່ອມ, ລາບ, ແກງໜໍ່ໄມ້, ແກງປາ ຫຼື ນຳໄປໃຊ້ຕົກແຕ່ງໃນອາຫານຝຣັ່ງເຊັ່ນ ແກງຄຣີມ, ດອງແຕງກວາ, ຊອດປາແຊລມອນ ປະໂຫຍດຂອງຜັກຊີລາວ 1.ຊ່ວຍຂັບລົມ ແກ້ທ້ອງອືດ ນ້ຳມັນຫອມລະເຫີຍໃນຜັກຊີລາວຊ່ວຍຜ່ອນຄາຍລຳໄສ້ ເຮັດໃຫ້ຮູ້ສຶກ […]