ຜົວໃຊ້ປືນແກັບຍິງເມຍ ເສຍຊີວິດ ຍ້ອນໃຈຮ້າຍ ແລະ ຫຶງຫວງ

ທ້າວແຕ໋ມ ອາຍຸ 30 ປີ ຢູ່ບ້ານເມືອງດຶ່ງ ເມືອງສົບເບົາ ແຂວງຫົວພັນໄດ້ໃຊ້ປືນແກັບຍິງເມຍ ເສຍຊີວິດໃນເວລາເມຍນັ່ງຕໍ່າຫູກຍ້ອນໃຈຮ້າຍ ແລະ ຫຶງຫວງ. ຄະດີດັ່ງກ່າວ ເກີດຂຶ້ນໃນວັນທີ 7 ສິງຫາ 2025 ທີ່ຜ່ານມາ ເວລາ 16:00 ໂມງ, ກ່ອນເກີດເຫດທ້າວແຕ໋ມ ແລະ ເມຍ ໄດ້ແຕ່ງກິນ ໂດຍຜູ້ກ່ຽວໄດ້ຖາມ ເມຍວ່າ ໄລຍະຜ່ານມາ ຜູ້ກ່ຽວບໍ່ດີບ່ອນໃດ, ເມຍຕອບວ່າ ເຈົ້າບໍ່ດີທຸກຢ່າງ ພ້ອມທັງບອກໃຫ້ຜົວໄປຢູ່ນໍາ ພໍ່ແມ່ ຜູ້ກ່ຽວສາ. ຈາກນັ້ນ, ຜູ້ກ່ຽວ ໄດ້ຂໍເອົາລູກໄປລ້ຽງ 1 ຄົນ ແຕ່ຜູ້ເປັນເມຍບໍ່ໃຫ້ ຜູ້ກ່ຽວຈຶ່ງເກີດຄວາມໂມໂຫ ແລະ ຈັບເອົາປືນແກັບຢູ່ໃນເຮືອນຄົວ ມາຍິງໃສ່ເມຍ ທີ່ກໍາລັງຕໍ່າຫູກຢູ່ກ້ອງລ່າງເຮືອນ, ໄລຍະຫ່າງ 3 ແມັດ ຍິງອອກໄປ 1 ນັດ ເຂົ້າກົກຫູເບື້ອງຊາຍ ຊອດໃສ່ງ່ອນຂອງຜູ້ເປັນເມຍເສຍຊີວິດຄາທີ່. ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດສືບ […]
ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ 13 ຄົນ

ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ ຈຳນວນ 13 ຄົນ ເມື່ອມໍ່ໆມານີ້ພ້ອມຂອງກາງໃບກະທ້ອມ 905,8 ກິໂລ, ນໍ້າຢາດີໄອ 6,094 ແກ້ວ ແລະ ຢາສູບໄຟຟ້າ 333 ອັນ. ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 23 ຕຸລາ 2025 ຜ່ານມານີ້ ເຈົ້າໜ້າທີ່ ໄດ້ລົງມ້າງເປົ້າໝາຍຄະດີຄ້າ-ຂາຍ ໃບກະທ້ອມ ຢູ່ບ້ານ ໂພນສະຫວາດ ເມືອງ ໂພນໂຮງ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 01 ຄົນຄື: ທ້າວ ທະນົງໄຊ ພ້ອມດ້ວຍຂອງກາງໃບກະທ້ອມນໍ້າໜັກ 300 ກຣາມ, ນໍ້າຢາດີໄອ ຈຳນວນ 04 ແກ້ວ ແລ້ວໄດ້ສືບສວນ-ສອບ ສວນ ຜູ້ກ່ຽວເພື່ອຂະຫຍາຍຜົນ […]
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025

ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025 ເກີດເຫດໄຟໄໝ້ຮ້ານອາຫານພູຊິໂອ ເສຍຫາຍເກືອບໝົດຮ້ານ ຢູ່ນະຄອນປາກເຊ ແຂວງຈຳປາສັກ. ປັດຈຸບັນ ສາມາດດັບເພີງໄດ້ແລ້ວ ສ່ວນສາເຫດ ແລະ ຄວາມເສຍຫາຍກຳລັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງເຈົ້າໜ້າທີ່.
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.

ຕອນເຊົ້າມືດວັນທີ 28 ຕຸລາ 2025 ເກີດເຫດມີຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ຢູ່ບ້ານຫາດສາມຄອນ ເມືອງທ່າໂທມ ແຂວງໄຊສົມບູນ ເຮັດໃຫ້ເຂົ້າທີ່ກ່ຽວກອງໄວ້ເສຍຫາຍເກືອບໝົດ. ປັດຈຸບັນ, ເຈົ້າຂອງກອງເຂົ້າໄດ້ແຈ້ງຄວາມຕໍ່ບ້ານແລ້ວ ເພື່ອນຳຊອກຫາຄົນທີ່ລັກຈູດມາຮັບຜິດຊອບຄວາມເສຍຫາຍ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ພາບ: Nuan Thong Vvx
ປະຕິຫານບໍ່ມີຈິງພົບສົບເຈົ້າໜ້າທີ່ຕຳຫຼວດ ທີ່ຫາຍໂຕໄປຕັ້ງແຕ່ເດືອນສິງຫາ 2025 ທີ່ຜ່ານມາແລ້ວ

ພົບສົບຮ້ອຍໂທ ເຄນສີ ບຸນຍາເວດ ທີ່ຫາຍຕົວຢ່າງປິດສະໜາແລ້ວ ອີງຕາມການແບ່ງປັນໂພສຂອງຜູ້ໃຊ້ເຟສບຸກຊື່ວ່າຕຸກຕາ ດວງດາລາ ເຊິ່ງເປັນເມຍຂອງ ຂອງຮ້ອຍໂທ ເຄນສີ ບຸນຍາເວດ ເຈົ້າໜ້າທີ່ຕຳຫຼວດ ທີ່ໄດ້ປະຕິບັດພະລາກິດ ໃນຊ່ວງທ້າຍເດືອນ ສິງຫາ 2025 ຜ່ານມາ, ກ່ອນທີ່ຜູ້ກ່ຽວຈະຫາຍໂຕໄປຢ່າງໄຮ້ຮ່ອງຮອຍ ຈົນຮອດປັດຈຸບັນເວລາລວມ 2 ເດືອນກວ່າ. ເຊິ່ງຫຼ້າສຸດ ວັນທີ 26/10/2025, ເມຍຂອງຜູ້ກ່ຽວໄດ້ໂພສມີເນື້ອຫາວ່າ: ຂໍແຈ້ງຂ່າວມໍລະນະກຳໝູ່ເພື່ອນທຸກຄົນ ໃຜຢາກມາຮ່ວມກິນທານແມ່ນມື້ອື່ນໄດ້ສົ່ງສະການ ສະຖານທີ່ສຸສານ ບ້ານເລົ່າງົວ ຂ້າງໂຮງຮຽນ ມສ ຫົວນາ ຂໍໃຫ້ເຈົ້າຂື້ນສະຫັວນຊັ້ນຟ້າເດີ້ພໍ່ຊ້າເດີ້ບໍ່ໄຫ້ຫ່ວງເດີ້ລູກຂ້ອຍຈະເບີ່ງແທນເຈົ້າເອງ (ແຕ່ໃນເບື້ອງຕົ້ນໂພສດັ່ງກ່າາວບໍ່ໄດ້ລະບຸສະຖານທີ່ກາບພົບເຫັນແຕ່ຢ່າງໃດ). ຈາກການໂພສຂອງຜູ້ເປັນເມຍເຮັດໃຫ້ສື່ສັງຄົມອອນລາຍເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ບາງຄວາມຄິດເຫັນກໍສະແດງຄວາມເສຍໃຈ ບາງຄວາມຄິດເຫັນໄດ້ຖາມວ່າ: ເຫັນຢູ່ໃສ, ຄືເຮັດພິທີໄວແທ້ ບໍ່ມີການສືບສວນຕື່ມຫວາ, ແລະ ຂໍໃຫ້ດວງວິນຍານໄປສູ່ສຸກຂະຕິເປັນຕົ້ນ. ສ່ວນຂໍ້ມູນ ແລະ ລາຍລະອຽດລໍຖ້າເຈົ້າໜ້າທີ່ລາຍງານເພີ່ມເຕີມ ແລ້ວຈະມາແຈ້ງໃຫ້ຊາບພາຍຫຼັງ. ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ
ຊ່ວງນີ້ໂຈນຊຸມຫລາຍໃນວັນທີ 22 ຕຸລາ 2025 ເຫດໂຈນງັດຮ້ານເພັດແຫ່ງໜຶ່ງຕັ້ງຢູ່ເຂດດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ອີງຕາມການແບ່ງປັນຜູ້ໃຊ້ບັນຊີຕິກຕ໋ອກຊື່ວ່າ: SVL.diamond ໃນວັນທີ 22 ຕຸລາ 2025 ຜ່ານມາ, ໄດ້ເກີດເຫດມີໂຈນງັດເຂົ້າຮ້ານຂາຍເພັດສິນວິລາ ຢູ່ໂຊກທະວີດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຕາມການລາຍງານເບື້ອງຕົ້ນລະບຸວ່າ: ຜູ້ກໍ່ເຫດໄດ້ງັດເຂົ້າຮ້ານທາງຫຼັງຄາ ປັດຈຸບັນເຈົ້າໜ້າທີ່ຍັງບໍ່ສາມາດຈັບຕົວຜູ້ກໍ່ເຫດໄດ້ ສ່ວນລາຍລະອຽດ ຄວາມເສຍຫາຍຈະແຈ້ງໃຫ້ຊາບຕື່ມພາຍຫຼັງ. ຂໍໃຫ້ຈັບຄົນຮ້າຍໄດ້ໄວໆ
ຕອນເຊົ້າມືດຂອງວັນທີ 22 ຕຸລາ 2025 ເຫດລົດເກັງເສຍຫຼັກ ຕໍາລົດຈອດຢູ່ຂ້າງທາງແລ້ວໄຟໄໝ້.

ໃນເວລາປະມານ 00:45 ໂມງກາງຄືນຂອງວັນທີ 22 ຕຸລາ 2025 ເກີດອຸບັດຕິເຫດລົດໃຫຍ່ເສຍຫຼັກຕໍາກັບລົດຈອດຂ້າງທາງແລ້ວໄຟລຸກໄໝ້ ຢູ່ໜ້າໂຮງໝໍເມືອງ ເມືອງສີສັດຕະນາກ, ບ້ານຈອມແຈ້ງ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ຕາມລາຍງານເບື້ອງຕົ້ນ, ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ. ຫຼັງຈາກເກີດເຫດເຈົ້າໜ້າທີ່ດັບເພີງ ສາມາດດັບໄຟໄດ້ແລ້ວ.
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮົງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ

ເຄື່ອງບິນຂົນສົ່ງສິນຄ້າຂອງສາຍການບິນ Air ACT ຮຸ່ນ Boeing 747-481 ທີ່ໃຫ້ບໍລິການໃນນາມ Emirates SkyCargo ເທີດບິນ EK9788 ຈາກດູໄບ ໄດ້ຫມື່ນໄຖລົດອອກຈາກລັນເວດ້ານເໜືອ (07L) ແລະ ຕົກລົງທະເລ ໃນຂະນະລົງຈອດທີ່ສະໜາມບິນນານາຊາດຮົງກົງ ໃນຊ່ວງເຊົ້າມື້ນີ້ 20 ຕຸລາ 2025. ເຫດການເກີດຂຶ້ນປະມານ 04.00 ນ. ຕາມເວລາທ້ອງຖິ່ນ. ຈາກອຸບັດເຫດ ລົດພາກພື້ນຖືກຊົນ ມີເຈົ້າໜ້າທີ່ຊາຍ 2 ຄົນໄດ້ຮັບບາດເຈັບ ແລະຖືກນຳສົ່ງໂຮງໝໍ ຕໍ່ມາຖືກລາຍງານວ່າເສຍຊີວິດທັງ 2 ຄົນ. ຂະນະທີ່ລູກເຮືອໃນເຄື່ອງບິນ 4 ຄົນຮອດຊີວິດ ແລະ ສາມາດຫນີອອກຈາກເຄື່ອງໄດ້ໂດຍບໍ່ໄດ້ຮັບບາດເຈັບ. ລຳຕົວເຄື່ອງບິນ ໝາຍເລກທະບຽນ TC-ACF ໄດ້ຮັບຄວາມເສຍຫາຍທັງໝົດ ແລະຖືກປະກາດວ່າບໍ່ສາມາດໃຊ້ງານໄດ້ອີກ. ລັນເວດ້ານເໜືອຂອງສະໜາມບິນຮົງກົງຖືກປິດຊົ່ວຄາວເພື່ອສອບສວນ. ຂະນະນີ້ ທາງການ ຮວມທັງກົມການບິນພົນລະເຮືອນຮົງກົງ ກຳລັງດຳເນີນການສອບສວນຫາສາເຫດ ໂດຍລາຍງານເບື້ອງຕົ້ນຊີ້ວ່າອາດເກີດຈາກສະພາບລັນເວຫມື່ນເນື່ອງຈາກຝົນທີ່ຕົກກ່ອນໜ້ານີ້. ຂອບໃຈຮູບບາງສ່ວນຈາກ […]
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ ໃນຄັ້ງວັນທີ 15 ຕຸລາ 2025 ເວລາ ຫາ ວັນທີ 16 ຕຸລາ 2025 , ເຫດການແຜ່ນດິນໄຫວເກີດຂຶ້ນລວມທັງໝົດ 4 ຄັັ້ງ ເຊິິ່ງເຫດການແຜ່ນດິນໄຫວທີິ່ເກີດຂຶ້ນຢູ່ປະເທດມຽນມາ ແລະ ປະເທດ ສສ ຫວຽດນາມ ໃນຄັ້ງນີ້ແມ່ນບໍ່ໄດ້ສົ່ງຜົນກະທົບຕໍ່ ສປປ ລາວ. ດັ່ງມີລະອຽດລຸ່ມນີ້:
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ

ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ ເກີດອຸປະຕິເຫດ ລົດໃຫຍ່ຕໍາກັນ ແລ້ວເສຍຫລັກປີ້ນລົງຫ້ວຍ ຢູ່ເສັ້ນທາງບ້ານດອນກາງ ນະຄອນຫລວງພະບາງ ແຂວງຫລວງພະບາງ. ບາດເຈັບ 1 ຄົນ, ເພດຊາຍ ສັນຊາດຈີນ. ໜ່ວຍກູ້ໄພໄດ້ ປະຖົມພະຍາບານເບື້ອງຕົ້ນ ຄົນເຈັບ ບໍ່ປະສົງໄປໂຮງໝໍ ສ່ວນສາເຫດເຈົ້າໜ້າທີ່ເລັ່ງດຳເນີນການເກັບກຳຂໍ້ມູນ. Cr: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫລວງພະບາງ