ຄະນະບໍລິຫານງານສູນກາງພັກ ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ໃນເວລາ 13:50 ນາທີ ຂອງວັນທີ 3 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະບໍລິຫານງານສູນກາງພັກ ປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຂໍ່ານັບສົບ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ. ສະຫາຍ ທອງລຸນ ສີສຸລິດ ໄດ້ເຊັນຄໍາໄວ້ອາໄລ ມີເນື້ອໃນສຳຄັນວ່າ: ຕາງໜ້າຄະນະບໍລິຫານງານສູນກາງພັກ, ໃນນາມສ່ວນຕົວ ແລະ ຄອບຄົວ, ຂ້າພະເຈົ້າ ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ. ການຈາກໄປຂອງສະຫາຍ ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ, […]
ກອງທັບປະຊາຊົນລາວ ສືບຕໍ່ຊ່ວຍເຫຼືອ ແລະ ໃຫ້ການປິ່ນປົວປະຊາຊົນ ຊາວມຽນມາ ຢູ່ເມືອງເຈົາແຊ ແຂວງມອນດາເລ

ວັນທີ 2 ເມສາ 2025 ນີ້, ກອງທັບປະຊາຊົນລາວ ນໍາພາໂດຍ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຫົວໜ້າກອງເສນາ, ຜູ້ປະສານງານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ນໍາພາກໍາລັງສືບຕໍ່ຊ່ວຍເຫຼືອ ແລະ ໃຫ້ປິ່ນປົວປະຊາຊົນ ຊາວມຽນມາ ຜູ້ທີ່ໄດ້ຮັບບາດເຈັບ ຈາກເຫດການແຜນດິນໄຫວ ທີ່ນອນປິ່ນປົວຢູ່ໂຮງໝໍພາກສະໜາມ. ພາຍຫຼັງ ເຄື່ອນໄຫວກວດກາ ແລະ ເກັບກຳຂໍ້ມູນຕົວຈິງ ກັບອົງການປົກຄອງເມືອງເຈົາແຊ, ຄະນະຊີ້ນໍາພາກສະໜາມ ກອງທັບປະຊາຊົນລາວ ໄດ້ວາງແຜນຮ່ວມກັບອົງການປົກຄອງເມືອງ ແລະ ຈັດແບ່ງກຳລັງອອກເປັນ 2 ໜ່ວຍງານ ຄື: ໜ່ວຍງານກອບກູ້, ຊອກຄົ້ນ ແລະ ໜ່ວຍແພດສຸກເສີນ ໃນນີ້, ໜ່ວຍງານກອບກູ້, ຊອກຄົ້ນ ໄດ້ນໍາໃຊ້ກໍາລັງຊ່າງແສງ ຈໍານວນ 13 ສະຫາຍ, ນໍາໃຊ້ວັດຖຸ-ອຸປະກອນທີ່ນໍາມາ ຮ່ວມກັບໜ່ວຍກູ້ໄພ ຂອງ ສສ […]
ຈີນຝຶກຊ້ອມຮົບອ້ອມເກາະໄຕ້ຫວັນ, ໄທເປສັ່ງກອງທັບປະຈຳການ, ອ້າງວ່າຈີນເປັນຕົວສ້າງບັນຫາ

ຈີນເລີ່ມການຝຶກຊ້ອມຮົບຮ່ວມກອງທັບບົກ, ກອງທັບເຮືອ, ແລະ ກອງກຳລັງຈະຫຼວດອ້ອມເກາະໄຕ້ຫວັນ ໂດຍຖືເປັນການເຕືອນຕໍ່ຄວາມພະຍາຍາມໃນການແບ່ງແຍກດິນແດນ, ແລະ ເອີ້ນທ່ານໄລ່ ຊິງເຕີ ປະທານາທິບໍດີໄຕ້ຫວັນ ວ່າເປັນ “ປາຣາຊິດ” ຂະນະທີ່ໄຕ້ຫວັນສົ່ງເຮືອຮົບໄປຕອບໂຕ້ກອງທັບເຮືອຈີນທີ່ເຂົ້າໃກ້ຕາຝັ່ງ. ການຝຶກຊ້ອມຮົບອ້ອມເກາະໄຕ້ຫວັນເກີດຂຶ້ນຫຼັງຈາກເດືອນແລ້ວນີ້ ທ່ານໄລ່ເອີ້ນຈີນວ່າເປັນ “ກອງກຳລັງຕ່າງຊາດທີ່ເປັນປໍລະປັກ” ຂະນະທີ່ຈີນເບິ່ງວ່າທ່ານໄລ່ຢູ່ໃນຖານະ “ຜູ້ແບ່ງແຍກດິນແດນ” ແລະ ໃນວິດີໂອທີ່ແນບມາກັບການປະກາດການຝຶກຊ້ອມຮົບຂອງກອງບັນຊາການພາກຕາເວັນອອກ ສະແດງພາບຂອງທ່ານໄລ່ວ່າເປັນແມງກາຕູນທີ່ຖືກໄມ້ຖູ່ຄູ່ໜຶ່ງຄີບຢູ່ເໜືອໄຕ້ຫວັນທີ່ກຳລັງລຸກໄໝ້ ແລະ ເອີ້ນເຂົາເປັນ “ປາຣາຊິດ”. ກອງບັນຊາການພາກຕາເວັນອອກລະບຸໃນຖະແຫຼງການວ່າ “ການຝຶກຊ້ອມເນັ້ນໄປທີ່ການລາດຕະເວນກຽມພ້ອມຮົບໃນທະເລ ແລະ ທາງອາກາດ, ການເຂົ້າຍຶດການຄວບຄຸມຢ່າງຄອບຄຸມ, ການໂຈມຕີເປົ້າໝາຍທາງທະເລ ແລະ ທາງບົກ, ແລະ ການກຳນົດການຄວບຄຸມການປິດລ້ອມໃນພື້ນທີ່ ແລະ ເສັ້ນທາງສຳຄັນ”. ລັດຖະບານໄຕ້ຫວັນປະນາມການຝຶກຊ້ອມດັ່ງກ່າວ, ໂດຍສຳນັກງານປະທານາທິບໍດີກ່າວວ່າຈີນ “ໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກນາໆຊາດວ່າເປັນຜູ້ສ້າງບັນຫາ” ແລະ ລັດຖະບານມີຄວາມໝັ້ນໃຈ ແລະ ຄວາມສາມາດໃນການປົກປ້ອງຕົນເອງ. ລັດຖະບານໄຕ້ຫວັນປະຕິເສດການອ້າງສິດອະທິປະໄຕຂອງຈີນ ໂດຍລະບຸວ່າມີພຽງປະຊາຊົນຂອງໄຕ້ຫວັນເທົ່ານັ້ນທີ່ສາມາດຕັດສິນອະນາຄົດຂອງພວກເຂົາໄດ້. ເຈົ້າໜ້າທີ່ລະດັບສູງຂອງໄຕ້ຫວັນ 2 ຄົນກ່າວວ່າເຮືອຮົບຈີນຫຼາຍກວ່າ 10 […]
ໄຟໄໝ້ທໍ່ສົ່ງແກັສໃນປະເທດມາເລເຊຍ ເຮັດໃຫ້ມີຜູ້ບາດເຈັບແລ້ວ 112 ຄົນ

ກົວລາລຳເປີ 1 ເມສາ- ໄຟໄໝ້ຂະໜາດໃຫຍ່ທີ່ເກີດຈາກທໍ່ສົ່ງແກັສຮົ່ວ, ດຳເນີນການໂດຍເປໂຕຣນາສ ບໍລິສັດພະລັງງານຂອງມາເລເຊຍ ເລີ່ມຄວບຄຸມໄດ້ແລ້ວເມື່ອຊ່ວງບ່າຍມື້ນີ້ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບແລ້ວຢ່າງໜ້ອຍ 112 ຄົນ ເຈົ້າໜ້າທີ່ມາເລເຊຍກ່າວວ່າ ໄຟໄໝ້ເກີດຂຶ້ນເມື່ອຊ່ວງເຊົ້າຂອງວັນທີ1 ເມສາ ທີ່ເມືອງພູຊົງ ໃນລັດສະລັງງໍ ຊານກຸງກົວລາລຳເປີ. ຮອງຜູ້ບັນຊາການຕຳຫຼວດຂອງລັດສະລັງງໍ ກ່າວວ່າ ມີຜູ້ໄດ້ຮັບບາດເຈັບຈາກອຸບັດຕິເຫດຄັ້ງນີ້ 112 ຄົນ ແລະ ບ້ານເຮືອນເສຍຫາຍ 49 ຫຼັງ. ສຳລັບຜູ້ທີ່ໄດ້ຮັບບາດເຈັບນັ້ນ ເປັນປະຊາຊົນທີ່ອາໃສຢູ່ໃນເຂດທາມັນ ຮາໂມນີ ແລະ ກຳປົງ ກົວລາ ກົວລາ ສຸໄຫ ບາຮາຣູ. ຜູ້ທີ່ໄດ້ຮັບບາດເຈັບ ແລະ ຖືກນຳຕົວສົ່ງໂຮງໝໍສ່ວນໃຫຍ່ບາດເຈັບຈາກແຜໄຟໄໝ້, ບັນຫາກ່ຽວກັບລະບົບທາງເດີນຫາຍໃຈ ແລະ ອາການບາດເຈັບອື່ນໆ. ສຳນັກຂ່າວເບີນາມາ ລາຍງານວ່າ ນາຍົກລັດຖະມົນຕີອັນວາ ອິບຣາຮິມ ໂພສຂໍ້ຄວາມຜ່ານທາງເຟສບຸກວ່າ ເຂົາສັ່ງການໃຫ້ລັດຖະບານແລະໜ່ວຍງານທີ່ກ່ຽວຂ້ອງຈັດຫາຄວາມຊ່ວຍເຫຼືອທີ່ເໝາະສົມໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກເຫດໄຟໄໝ້ທໍ່ສົ່ງແກັສຄັ້ງນີ້.
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ

ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ຈຸດສູນກາງ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ລາຍງານການເກີດແຜ່ນດິນໄຫວ ຈາກສູນຂໍ້ມູນຂ່າວສານ ແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດປະເທດລາວ ແລະ ບັນດາປະເທດອ້ອມຂ້າງ ແລະ ສະຖານນີກວດຈັບແຜ່ນດິນໄຫວ ໃນວັນທີ 1 ເມສາ 2025 ເວລາ 08:31:40 ໄດ້ກວດພົບສັນຍານການເກີດ ແຜ່ນດິນໄຫວ ເປັນຈໍານວນ 01 ຄັ້ງ, ເຊີ່ງມີຄວາມແຮງຂະໜາດ 2,7 ຣິກເຕີ, ຈຸດສູນກາງເກີດແຜ່ນດິນໄຫວ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ເສັ້ນຂະໜານທີ່ 19.245°N ແລະ ເສັ້ນແວງທີ່ 101.523 °E, ຄວາມເລິກ 1 Km, ຜົນກະທົບ ຄົນທົ່ວໄປບໍ່ຮູ້ສືກ ແຕ່ເຄື່ອງວັດແທກພົບສັນຍານ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຝົ້າລະວັງ ແລະ ຕີດຕາມການເກີດ […]
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ

ໂຊ] 31 ມີນາ. – ຕຳຫຼວດ ເຈົ້າໜ້າທີ່ດັບເພີງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງລົງພື້ນທີ່ໃນມື້ນີ້ເພື່ອສອບສວນຮ່ວມກັນເປັນຄັ້ງທຳອິດໃນຈຸດທີ່ຈະເປັນຕົ້ນເຫດທີ່ເຮັດໃຫ້ເກີດໄຟປ່າຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຂອງເກົາຫຼີໃຕ້ ເຮັດໃຫ້ພື້ນທີ່ປ່າໄມ້ອັນກວ້າງໃຫຍ່ໃນແຂວງຄຽງຊັງເໜືອທາງຕາເວັນອອກສຽງໃຕ້ກາຍເປັນເຖົ້າຖ່ານເມື່ອອາທິດທີ່ແລ້ວ ສຳນັກຂ່າວຢອນຮັບລາຍງານວ່າ ສຳນັກງານຕຳຫຼວດຈັງຫວັດຄຽງບຸກກ່າວວ່າ ການກວດສອບສະຖານທີ່ເກີດເຫດຄັ້ງທຳອິດ ຮ່ວມກັບສຳນັກງານນິຕິວິທະຍາສາດແຫ່ງຊາດ ສະຖາບັນວິທະຍາສາດປ່າໄມ້ແຫ່ງຊາດ ແລະ ໜ່ວຍງານດັບເພີງ ໄດ້ດຳເນີນການທີ່ບໍລິເວນຂຸມຝັງສົບ ແລະ ເນີນເຂົາໂດຍຮອບ ເຈົ້າໜ້າທີ່ໃຊ້ໂດຣນ ແລະ ວິທີການອື່ນໆ ເພື່ອຢືນຢັນສາເຫດຂອງໄຟໄໝ້ ແລະ ທິດທາງທີ່ແປວໄຟລຸກລາມໄປຕາມລົມ ເຈົ້າໜ້າທີ່ຍັງຄົ້ນຫາບໍລິເວນຮອບຈຸດຕົ້ນເຫດຂອງເພີງໄຟ ເພື່ອຢືນຢັນວ່າມີວັດສະດຸທີ່ຖືກເຜົາໄໝ້ໃດໆ ທີ່ອາດເປັນຕົ້ນເຫດຂອງໄຟປ່າຫຼືບໍ່ ໄຟປ່າຄັ້ງນີ້ຖືກລະບຸວ່າ ເກີດຂຶ້ນໂດຍອຸບັດຕິເຫດຈາກການຈຸດໄຟຂອງຊາຍວັຍ 56 ປີ ເທິງເນີນເຂົາໃນເຂດອັນພຽງ ຂອງເຂດມົນທົນອຶຍຊອງ ແຂວງຄຽງຊັງເໜືອ ເຊິ່ງຢູ່ຫ່າງຈາກກຸງໂຊລໄປທາງຕາເວັນອອກສຽງໃຕ້ປະມານ 180 ກິໂລແມັດ ເມື່ອວັນທີ 22 ມີນາ ໄຟໄດ້ລຸກລາມຢ່າງວ່ອງໄວໄປຍັງເມືອງອັນດົງ ແລະ ອີກສາມເຂດທີ່ຢູ່ຕິດກັນທ່າມກາງລົມແຮງ ແລະ ສະພາບອາກາດແຫ້ງແລ້ງເປັນເວລາເກືອບໜຶ່ງອາທິດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 26 ຄົນ […]
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ

ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານສະພາບໍລິຫານ ແຫ່ງລັດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາທີ່ ນະຄອນຫຼວງເນປິດໍ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ ສາທາລະນະລັດ ສະຫະພາບມຽນມາ ໃນວັນທີ 28 ມີນາ ຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ສັັບຊິນ ແກ່ປະຊາຊົນມຽນມາ. ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ […]
ເກົາຫຼີໃຕ້ “ສົ່ງອອກເດັກ” ຫຼາຍກວ່າ 170,000 ຄົນ

ສົ່ງເດັກກຳພ້າ ໄປເປັນ ລູກໃຫ້ກັບຄອບຄົວອຸປະຖຳຢູ່ຕ່າງປະເທດ ນີ້ເປັນຂະບວນການທີ່ບໍ່ມີປະເທດໃດໃນໂລກ ເຮັດຫຼາຍເທົ່າກັບປະເທດເກົາຫຼີ ທີ່ສົ່ງເດັກນ້ອຍໄປເປັນລູກບຸນທຳໃນປະເທດອື່ນໆ ຕັ້ງແຕ່ຍຸກຫຼັງສົງຄາມເກົາຫຼີ ແລະ ຈົນເຖິງບໍ່ເທົ່າປີທີ່ຜ່ານມາ ກໍຍັງຄົງມີການສົ່ງໄປຢູ່ ຈົນປະເທດນີ້ໄດ້ຊື່ວ່າ ມີໂຄງການຮັບລ້ຽງລູກບຸນທຳລະຫວ່າງປະເທດ ທີ່ດຳເນີນການຍາວນານທີ່ສຸດໃນໂລກ ແຕ່ການສົ່ງເດັກນ້ອຍ ທີ່ເບິ່ງຄືວ່າຈະເປັນການໃຫ້ເດັກນ້ອຍ ໄດ້ໄປມີໂອກາດທີ່ດີນີ້ ກັບພົບວ່າມີເບື້ອງເລິກເບື້ອງຫຼັງຫຼາຍຢ່າງ ຈາກການເປີດເຜີຍເອກະສານຫຼ້າສຸດຂອງຄະນະກຳມະການຄວາມຈິງ ແລະ ການປອງດອງ (TRC) ທີ່ພົບວ່າ ລັດຖະບານມີສ່ວນກ່ຽວຂ້ອງກັບໂຄງການ ທັງຍັງມີການປອມແປງເອກະສານ ການພາກແມ່ແທ້ໆ ຈາກລູກ ແລະ ການສົ່ງເດັກໄປເພື່ອຫາກຳໄລອີກດ້ວຍ ຮັບລ້ຽງລູກລະຫວ່າງປະເທດ ໂຄງການທີ່ເກີດຂຶ້ນຫຼັງສົງຄາມເກົາຫຼີ ໂຄງການຮັບລ້ຽງລູກບຸນທຳລະຫວ່າງປະເທດ ເລີ່ມຕົ້ນປະມານປີ 1953 ໂດຍແລກເລີ່ມນັ້ນ ມີວັດຖຸປະສົງທີ່ຈະສົ່ງເດັກນ້ອຍ ລູກຄິ່ງ ທີ່ເກີດກັບຍິງເກົາຫຼີ ແລະ ທະຫານອາເມລິກາ ທີ່ມາຕັ້ງຖານທັບໃນປະເທດ ຫຼື ທີ່ຮຽກວ່າ ‘G.I. Baby’ ທີ່ກາຍເປັນເດັກກຳພ້າຫຼັງສົງຄາມເກົາຫຼີ ໃຫ້ໄດ້ຮັບການອຸປະຖຳລ້ຽງດູໃນຕ່າງປະເທດ ຊຶ່ງຕໍ່ມາກໍລວມໄປເຖິງເດັກເກົາຫຼີດ້ວຍ ໂດຍມີອົງກອນສາສະໜາໃນປະເທດຢ່າງ […]
ຂໍ້ມູນແຜ່ນດິນໄຫວແຫ່ງຊາດ ເກີດເຫດແຜ່ນດິນໄຫວຢູ່ ມຽນມາ 7.7 ຣິກເຕີ

ລາຍງານຢ່າງເປັນທາງການ ໃນວັນທີ 28 ມີນາ 2025 ເວລາ 13:20 ນາທີ ຈາກສູນຂໍ້ມູນແຜ່ນດິນໄຫວ ແຫ່ງຊາດ ເກີດເຫດແຜ່ນດິນໄຫວຢູ່ ມຽນມາ 7.7 ຣິກເຕີ, ອັບເຕີຊັັອກ 6.4 ຣິກເຕີ
ປະທານສະພາ “ລຸກຂຶ້ນຢືນເທິງບັນລັງ” ແລ້ວເປັນຫຍັງການຢືນກາງສະພາຈຶ່ງຢຸດຄວາມວຸ້ນວາຍ

ຫຼັງຈາກການປະທ້ວງຮຸນແຮງກາງສະພາໄທ ໃນມື້ທີ່ຜ່ານມາ (24 ມີນາ), ສົ່ງຜົນໃຫ້ “ທ່ານ ພະຣາດອນ ປະຣິສະນານັນທະກຸນ” ປະທານສະພາ ລຸກຂຶ້ນຢືນເທິງບັນລັງ. ການຢືນຂຶ້ນໝາຍເຖິງຫຍັງ ແລະ ເພື່ອສົ່ງສັນຍານຫຍັງ? ການອະພິປາຍບໍ່ໄວ້ວາງໃຈ ນ.ສ.ແພທອງທາ ຊິນວັດ ໂດຍພາບລວມການອະພິປາຍບໍ່ໄວ້ວາງໃຈໃນມື້ທຳອິດ (24 ມີນາ) ມີການອະພິປາຍໃນຫຼາຍປະເດັນເຊັ່ນ: ກໍລະນີຂອງຄຳວ່າ “ກີ້ກີ້” ທີ່ເລີ່ມຕັ້ງແຕ່ທ່ານວິໂຣດ ລັກຂະນາອະດິສອນ ສສ.ບັນຊີລາຍຊື່ ພັກປະຊາຊົນ ແລະ ເປັນຄຳທີ່ຖືກເວົ້າເຖິງຕະຫຼອດໝົດມື້ ຈົນເຮັດໃຫ້ເກີດຄວາມວຸ້ນວາຍຂຶ້ນໃນສະພາເມື່ອກາງດຶກລະຫວ່າງການຕອບໂຕ້ປະເດັນຜູ້ລີ້ໄພຊາວອຸຍກູຣ໌ໂດຍ ທ່ານພູມິທຳ ເວດຊະຍະໄຊ ຮອງນາຍົກລັດຖະມົນຕີ ແລະ ລມວ.ກະຊວງກະລາໂຫມ ໄດ້ມີບາງຊ່ວງທີ່ສວນກັບຝ່າຍຄ້ານວ່າ ຈະພະຍາຍາມຢ່າງດີທີ່ສຸດ ເພາະຕົນເອງກໍບໍ່ເຄີຍໃຊ້ຄຳວ່າ “ກີ້ກີ້” ແທນນາໃຫ້ສຸພາບສະຕີ. ຢ່າງທີ່ຝ່າຍຄ້ານໄດ້ເວົ້າ ຊຶ່ງເປັນຄຳທີ່ຫຍາບຄາຍ ສົກກະປົກ ຈົນເຮັດໃຫ້ມີການປະທ້ວງ ໂຕ້ຕອບກັນໄປມາ ລະຫວ່າງຝ່າຍລັດຖະບານ ແລະ ຝ່າຍຄ້ານ ໂດຍ ທ່ານພະຣາດອນ ປະຣິສະນານັນທະກຸນ ຮອງປະທານສະພາຜູ້ແທນລາສະດອນ […]