ທ່ານນາງ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້

ວັນທີ 24 ເມສາ 2023 ນີ້ ທ່ານນາງ ວາລີ ເວດສະພົງ ສສຊ ໄດ້ໂພສເຟສບຸກສ່ວນຕົວ ແຊປະສົບການຊື້ເຄື່ອງອອນລາຍ ແຕ່ຖືກຫລອກ ທ່ານໂພສເລົ່າວ່າ: ທົດລອງ ກາເຈິອີ່ຫລີ  page ທີ່ສັ່ງຊື້ເຄື່ອງນຳກໍຂຽນພາສາລາວຈົບເຈືອ (ເຄີຍໄດ້ຍິນແຕ່ຫລາຍຄົນເວົ້າສູ່ຟັງຊື້ເຄື່ອງ ອອນລາຍສິນຄ້າໂຄສະນາກັບສິນຄ້າທີ່ໄດ້ ຮັບຕົວຈິງບໍ່ຄືກັນ), ຜູ້ຂາຍອອນລາຍດີໆມີຈັນຍາບັນ ກໍມີເດີບໍ່ໄດ້ເໝົາລວມ ຂໍອອກໂຕໄວ້ກ່ອນ (ເຖິງວ່າການຂາຍສິນຄ້າທາງອອນລະາຍຈະເກັບເງິນປາຍທາງກໍຕາມ ນັກຕົ້ມຕຸນດຽວນີ້ສະຫລາດ) ຕ້ອງຢ່າເກງໃຈໃຫ້ສົ່ງຄືນໂລດເດີ້ ພີ່ນ້ອງ ຂະໜາດວ່າຖາມກ່ອນລະເດ້ວ່າ ສິນຄ້າຕົວຈິງກັບໂຕໂຄສະນາຄືກັນ ບໍ່ ກໍຕອບຮັບຈົບເຈືອວ່າ “ແບບດຽວກັນ” (ມື້ສິນຄ້າສົ່ງມາຮອດແມ່ນຕົນບໍ່ໄດ້ຢູ່ຮັບດ້ວຍຕົວເອງເປັນຄວາມບົກພ່ອງຂອງໂຕເອງບໍ່ໂທດສະມາຊິກທີ່ຮັບແທນ) ເວລາແຊັດຫາຄືນ ຖືກບລັອກເຟສຈ້ອຍ ແລ້ວປ່ຽນຊື່ page ເປັນແນວໃໝ່ເຂົ້າໄປຊອກຊື່ນີ້ບໍ່ເຫັນຊໍ້າ ເບິ່ງຄັກລະເດ້  ຍອມເສຍຄ່າໂງ່ ແຕ່ໂພສເປັນ ບົດຮຽນໃຫ້ຜູ້ອື່ນນຳ ຄິດວ່າຫລາຍຄົນຄົງເຄີຍມີບົດຮຽນຄືກັນ  ນີ້ຄືຍຸກ ດີຈີຕອນ (Digital) ທຸກຢ່າງຈະມາຄູ່ກັນຖ້າເຮົາບໍ່ສຶກສາຮຽນຮູ້ປັບໂຕໃຫ້ທັນຍຸກສະໄໝ ກໍຈະຕົກຂະບວນລົດໄຟນຳເພິ່ນ  ແລ້ວຈະຈັດການກັບກຸ່ມຄົນເຫລົ່ານີ້ແບບໃດດີ ຖືວ່າຜິດກົດໝາຍ ມາດຕາ 289 ຕາມປະມວນກົດໝາຍອາຍາ ຖານຕົ້ມຕຸນຫລອກລວງເດ້ເນາະ ເພິ່ງນັກກົດໝາຍຫລືຜູ້ຮູ້ກົດໝາຍທີ່ກ່ຽວຂ້ອງ […]

ທະຫານແຂວງວຽງຈັນລະດົມກຳລັງເຂົ້າ ມອດໄຟໄໝ້ລາມປ່າຢູ່ເມືອງແກ້ວອຸດົມ

ຈາກສະພາບໄຟໄໜ້ລາມປ່າຢູ່ ບ້ານຂ້າມຊ້າງ ແລະ ບ້ານແຈ້ງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ເກີດຂຶ້ນຢ່າງຮຸນແຮງຂະຫຍາຍເປັນວົງກວ້າງໃນລະຫວ່າງວັນທີ 20-21 ເມສາ 2023 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ນຳໃຊ້ກຳລັງກອງພັນ 432, ກອງຮ້ອຍ 201 ກອງຮ້ອຍ 203, ອົງການປົກຄອງບ້ານ 2 ບ້ານ, ກອງບັນຊາການທະຫານເມືອງແກ້ວອຸດົມ, ກໍາລັງ ປກສ ເມືອງ, ພໍ່ແມ່ປະຊາຊົນ, ພາກສ່ວນຕ່າງໆ ຈຳນວນພົນ 200 ກ່ວາສະຫາຍ ເຂົ້າມອດໄຟໄໝ້ລາມປ່າ ໂດຍໃຊ້ກຳລັງພົນ, ພາຫະນະທາງບົກ ແລະ ອາກາດ ໂດຍໄດ້ປະສານສົມທົບກອງບັນຊາການທະຫານອາກາດ ແລະ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ນຳໃຊ້ຍົນເຮລີຄອບເຕີ ME 17 ບິນເວີ່ນສຳຫລວດເບິ່ງຈຸດໄຟໄໝ້ ເພື່ອຈະໄດ້ນຳເອົາກຳລັງເຂົ້າໄປມອດ, ເຊິ່ງໄດ້ແບ່ງອອກເປັນ 2 ຈຸດ, ຈຸດທີ 1 ແມ່ນບ້ານແຈ້ງສະຫວ່າງ ລຽບຕາມສັນເຂື່ອນໄຟຟ້ານໍ້າງື່ມ1, ຈຸດທີ 2 ແມ່ນ ບ້ານຂ້າມຊ້າງ […]